ການພິພາດອະທິປະໄຕຢູ່ໝູ່ເກາະ Senkaku ລະຫວ່າງຍີ່ປຸ່ນ - ຈີນ

(vovworld) - ພາຍຫຼັງ​ຄຳ​ຖະ​ແຫຼ​ງທີ່​ຂັນແຂງ​ຫວ່າງ​ແລ້ວ​ນີ້​ສຳ​ຫຼັບ​ອະທິປະ​ໄຕ​ໝູ່​ເກາະ Senkaku, ມື້​ນີ້​ລັດຖະບານ​ຍີ່ປຸ່ນ​ໄດ້​ຮັບຮອງ​ເອົາ​ເລື່ອງ​ໂອນ​​​ເກາະ 3 ​ແຫ່ງ​ທີ່​ຂຶ້ນ​ກັບ​ໝູ່​ເກາະ​ນີ້​ເປັນຂອງ​ລັດ. ການ​ກະທຳ​ດັ່ງກ່າວຂອງ ​ໂຕ​ກຽວ ​ໄດ້​ເຮັດ​ໃຫ້ຫາ​ງສຽງ​ວິຕົກ​ກັງວົນ​ຕໍ່​ການ​ພົວພັນ​ທີ່​ນັບ​ມື້​ນັບເຄັ່ງ​ຕຶງ​ລະຫວ່າງ​ສອງ​ປະ​ເທດ​ບ້ານ​​ໃກ້​ເຮືອນ​ຄຽງ​ຢູ່​ເຂດ​ອາຊີ​ຕາ​ເວັນ​ອອກສຽງ​ເໜືອນີ້.

ການພິພາດອະທິປະໄຕຢູ່ໝູ່ເກາະ Senkaku ລະຫວ່າງຍີ່ປຸ່ນ - ຈີນ - ảnh 1
ຫົວໜ້າ​ຫ້ອງ​ວ່າການ​ລັດຖະບານ​ຍີ່ປຸ່ນ Osamu Fujimura
(ພາບຈາກອີນເຕີແນດ)

ຂ່າວ​ທີ່​ວ່າ ລັດຖະບານ​ຍີ່ປຸ່ນ​ໄດ້​ຮັບຮອງ​ເອົາ​ເລື່ອງ​ໂອນ​​​ເກາະ 3 ​ແຫ່ງ​ທີ່​ຂຶ້ນ​ກັບ​ໝູ່​ເກາະ​ Senkaku ເປັນຂອງ​ລັດນັ້ນ ຖືກ​ຍົກ​ອອກ​ມາ​ຢ່າງ​ເປັນ​ທາງ​ການ​ໃນ​ວັນ​ທີ 10/9, ພາຍຫຼັງ​ກອງ​ປະຊຸມ​ຂອງ​ບັນດາ​ລັດຖະມົນຕີ ຍີ່ປຸ່ນ. ຫົວໜ້າ​ຫ້ອງ​ວ່າການ​ລັດຖະບານ​ຍີ່ປຸ່ນ Osamu Fujimura ​ໃຫ້​ຮູ້​ວ່າ ​ລັດຖະບານ​ປະ​ເທດ​ນີ້​ຈະ​ຊື້ເກາະ​ໃຫຍ່ 5 ​ແຫ່ງທີ່​ຂຶ້ນ​ກັບໝູ່​ເກາະ​ Senkaku ຈາກ​ເຈົ້າ​ກຳມະສິດ​ເອກະ​ຊົນ​ຂອງ​ປະ​ເທດ​ນີ້ ດ້ວຍ​ລາຄາ​ເກືອບ 26 ລ້ານ USD ​ແລະ ສັນຍາ​ຊື້ຂາຍສະບັບ​ນີ້​ຈະ​ໄດ້​ຮັບ​ການ​ປະຕິບັດ​ໂດຍ​ໄວ.

ເຖິງ​ວ່າ, ​ຕາມ​ການ​ອະທິບາຍ​ຈາກ​ຝ່າຍ​ຍີ່ປຸ່ນ​ແລ້ວ, ​ແຜນການໂອນ​​​ເກາະ ເຫຼົ່າ​ນັ້ນເປັນຂອງ​ລັດ ​ແມ່ນ​ເພື່ອ​ແນ​ໃສ່ ”ຮັກສາ​ສະຖຽນ​ລະ​ພາບ ​ແລະ ຄວາມ​ສະຫງົບ”, ​ເຮັດ​ໃຫ້​ຄວາມ​ເຄັ່ງ​ຕຶງ​ລະຫວ່າງສອງ​ປະ​ເທດຜ່ອນຄາຍ​ລົງ. ​ແຕ່​ຄວາມ​ຈິງ​ແລ້ວ​ຂໍ້​ຕົກລົງ​ນີ້​ໄດ້​ກໍ່​ຄວາມ​ຄຽດ​ແຄ້ນ​ໃຫ້​ແກ່​ປັກ​ກິ​ງ. ວັນ​ທີ 10/9, ທ່ານ​ນາຍົກລັດຖະມົນຕີຈີນ ​ເວີນ​ເຈຍ​ປາວ​ໄດ້​ຖະ​ແຫຼ​ງວ່າ ປັກ​ກິ​ງຈະ ”ບໍ່​ຍອມ​ຖອຍຫຼັງ” ​ໃນ​ການ​ພິພາດ​ອະທິປະ​ໄຕ​ຢູ່ໝູ່​ເກາະ​ Senkaku ກັບ​ຍີ່ປຸ່ນ. ກະຊວງ​ການ​ຕ່າງປະ​ເທດ​ຈີນ​ກໍ່​ໃຫ້​ຮູ້​ວ່າ ຈີນ​ໄດ້​ຮຽກ​ຕົວເອກ​ອັກຄະ​ລັດຖະທູດ​ຍີ່ປຸ່ນ​ເຂົ້າ​ພົບ​ເພື່ອ​ ”ຄັດຄ້ານ​ຢ່າງ​ແຮງ” ຕໍ່​ການ​ກະທຳ​ຂອງ​ໂຕ​ກຽວ ​ໃນການ​ໂອນ​ເກາະ​ເຫຼົ່າ​ນັ້ນ​​ເປັນ​ຂອງ​ລັດ. ກ່ອນ​ໜ້າ​ນັ້ນ, ທີ່​ການ​ພົບ​ປະ​ກັບ​ທ່ານ​ນາຍົກລັດຖະມົນຕີຍີ່ປຸ່ນ Yoshihiko Noda ຢູ່​ນອກ​ກອງ​ປະຊຸມ​ສຸດ​ຍອດ APEC ທີ່ Vladivostok , ສະຫະພັນ​ລັດ​ເຊຍ, ທ່ານ​ປະທານ​ປະ​ເທດ​ຈີນ ຫູ​ຈີນ​ເທົາ ກໍ່​ໄດ້​ຕື້​ອງຄືນ​ທັດສະນະ​ຂອງ​ອຳນາດ​ການ​ປົກຄອງ​ປັກ​ກິ​ງ ​ແມ່ນ​ຄັດຄ້ານ​ເລື່ອງ​ຍີ່ປຸ່ນ​ຊື້ໝູ່​ເກາະ​ດັ່ງກ່າວ ​ແລະ ​ໃຫ້​ຮູ້​ວ່າຈີນ​ຈະ​ນຳ​ໃຊ້​ບັນດາ​ມາດ​ຕະການ​ອັນ​ຈຳ​ເປັນ​ເພື່ອ​ແນ​ໃສ່​ຖອນ​ອະທິປະ​ໄຕ​ຜືນ​ແຜນ​ດິນຄືນ​.

Senkaku ​ແມ່ນ​ໝູ່​ເກາະ​ບໍ່​ມີ​ຄົນ​ຢູ່, ປະຈຸ​ບັນ​ຍີ່ປຸ່ນ​ພວມ​ຄວບ​ຄຸມຢູ່​ທະ​ເລ ຮົວຕຸ​ງ ມີ​ທີ່​ຕັ້ງ​ຍຸດ​ທະ​ສາດ​ທາ​ງດ້ານ​ຄົມ​ທະນາ​ຄົມ​ເດີນ​ທະ​ເລ ​ເຊິ່ງນອນ​ຢູ່​ລະຫວ່າງກາງ​ໄຫຼ່​ທະວີບ​ຈີນ ກັບ​ແຂວງ Okinawa ຂອງ​ຍີ່​ປຸ່ນ. ​ Senkaku ຍັງ​ນອນ​ໃນ​ເຂດ​ທີ່​ມີ​ຄວາມ​ສາມາດ​ບົ່ມ​ຊ້ອນ​ດ້ານ​ນ້ຳມັນ​ເຊື້ອ​ໄຟ, ​ແມ່ນ​ເຂດ​ຫາ​ປາ​ທີ່​ອຸດົມສົມ​ບຸນ. ​ຍ້ອນ​ເຫດ​ນັ້ນ, ທັງ​ປັກ​ກິ​ງ ​ແລະ ​ໂຕ​ກຽວ​ລ້ວນ​ແຕ່​ຖະ​ແຫຼ​ງປະກາດ​ອະທິປະ​ໄຕ​ຢູ່ໝູ່​ເກາະ​​ແຫ່ງນີ້. ການ​ພິພາດ​ນີ້ ​ແມ່ນ​ສາຍ​ເຫດຕົ້ນ​ຕໍທີ່​​ເຮັດ​ໃຫ້​ສາຍ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ບ້ານ​​ໃກ້​ເຮືອນ​ຄຽງ​ນີ້​ມີ​ຄວາມ​ເຄັ່ງ​ຕຶງ​ໃນ​ຫຼາຍ​ທົດ​ສະ​ວັດ​ທີ່​ຜ່ານ​ມາ. ວິ​ກິດ​ການ​ໃໝ່​ຫຼ້າສຸດ​ໃນ​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ນັ້ນ​ແມ່ນ​ເຫດການ​ເມື່ອ​ວັນ​ທີ 15/8, ​ໃນ​ຂະນະ​ທີ່​ບັນດາ​ນັກ​ເຄື່ອນ​ໄຫວ​ຈີນ​ໜ່ວຍ​ໜຶ່ງ​ບຸກ​ເຂົ້າ ​ແລະ ປັກ​ທຸງຊາດ​ຂອງ​ຈີນ​ຢູ່ ໝູ່​ເກາະ ​ Senkaku  ດ້ວຍ​ຈຸດປະສົງ ”ຢັ້ງຢືນ​ອະທິປະ​ໄຕ​ຂອງ​ຈີນ” ສຳ​ຫຼັບ​ເຂດ​ດິນ​ແດນ​ນີ້. ຝ່າຍ​ຍີ່ປຸ່ນໄດ້​ມີ​ການ​ກະທຳ​ໂຕ້​ຕອບ​ໃນ​ທັນທີ ດ້ວຍ​ເລື່ອງ​​ເຈຕະນາ ຕຳ​ ​ແລະ ຍິງໃສ່​ກຳ່​ປັ່ນ​ຂອງ​ຈີນລຳ​ນັ້ນ . ຍີ່ປຸ່ນ​ຍັງ​ດຳ​ເນີນ​ການ​ຈັບ​ຕົວ​ນັກ​ເຄື່ອນ​ໄຫວ​ຈີນ 14 ຄົນ ​ແລະ ​ຫຼັງ​ຈາກ​ນັ້ນ, ​ຍີ່ປຸ່ນ​ກໍ່​ມີ​ການກະທຳໂຕ້​ຕອບ​ດ້ວຍ​ເລື່ອງ​ຍົກ​ພົນ ​ແລະ ປັກ​ທຸງຊາດ​ຂຶ້ນ​ເກາະ ​ Senkaku  ​ກໍ່​ຄື​ດຳ​ເນີນ​ການ​ຊ້ອມ​ຮົບ​ຮ່ວມ​ກັບ​ອາ​ເມ​ລິ​ກາ. ການ​ກະທຳ​ຂອງ​ຍີ່ປຸ່ນ​ໄດ້​ປະສົບ​ກັບ​ການ​ຄັດຄ້ານ​ຢ່າງ​ແຮງ​ຈາກ​ຈີນ. ​ໃນ​ຂະນະ​ທີ່​ລັດຖະບານ​ຈີນ​ພວມຕຳ​ນິຕິ​ຕຽນ​ຍີ່ປຸ່ນນັ້ນ, ປະຊາຊົນ​ຈີນ​ກໍ່​ໄດ້​ລົງ​ຖະໜົນ​ແຫ່​ຂະ​ບວນ, ​ທຳລາຍ​ບັດ​ດາ​ລົດ​ໃຫຍ່ ​ແລະ ພັດ​ຕະຄານ​ຂອງ​ຢີ່ປຸ່ນ. ນາຍພົນທະຫານ​ຂອງ​ຈີນ​ຍັງ​ຮຽກຮ້ອງ​ໃຫ້​ປະ​ເທດ​ນີ້​ຈັດ​ສົ່ງ​ກຳ​ປັ່ນ​ນັບ​ຮ້ອຍ​ລຳ​​ໄປ​ປົກ​ປັກ​ຮັກສາ​ໝູ່​ເກາະ ​ Senkaku . ທ້າຍ​ເດືອນ 8, ລົດ​ຂອງ​ທ່ານ​ເອກ​ອັກຄະ​ລັດຖະທູດ​ຍີ່ປຸ່ນ​ປະຈຳ​ຈີນກໍ່​ຖືກ​ພວກຫົວ​ຮຸນ​ແຮງບຸກ​ໂຈມ​ຕີ​ຢູ່​ນະຄອນຫຼວງ​ປັກ​ກິ​ງ.

ການພິພາດອະທິປະໄຕຢູ່ໝູ່ເກາະ Senkaku ລະຫວ່າງຍີ່ປຸ່ນ - ຈີນ - ảnh 2
( ລັດຖະບານ​ປະ​ເທດ​ນີ້​ຈະ​ຊື້ເກາະ​ໃຫຍ່
5 ​ແຫ່ງທີ່​ຂຶ້ນ​ກັບໝູ່​ເກາະ​ Senkaku )

ຕໍ່ໜ້າ​ຄຳ​ຖະ​ແຫຼ​ງ ​ແລະ ການ​ຂົ່ມຂູ່​ທີ່​ແຂງ​ກະດ້າງ​ຈາກ​ຝ່າ​ຍປັກ​ກິ​ງ. ​ໂຕ​ກຽວ​ກໍ່​ບໍ່​ຜ່ອນ​ສັ້ນ​ຜ່ອນ​ຍາວ​ຕໍ່​ບັນຫາ​ອະທິປະ​ໄຕ​ສຳ​ຫຼັບໝູ່​ເກາະ​ແຫ່ງ​ນີ້. ດ້ວຍ​ເລື່ອງ​ດຳ​ເນີນ​ການ​ໂອນ​ເອົາ​ບັນດາ​ເກາະ​ຢູ່​ໝູ່​ເກາະ ​ Senkaku  ​ເປັນ​ຂອງ​ລັດ​ນັ້ນ, ​ໂຕ​ກຽວ​ໄດ້​ສົ່ງ​ສານ​ຢ່າງ​ຈະ​ແຈ້ງວ່າ ”​ Senkaku  ​ແມ່ນ​ດິນ​ແດນ​ພາກສ່ວນ​ໜຶ່ງ​ຂອງ​ຍີ່ປຸ່ນ” ວົງ​ການ​ນັກວິ​ເຄາະ​ຖື​ວ່າ ຍີ່ປຸ່ນ​ມີ​ຄຳ​ຖະ​

ແຫຼ​ງຢ່າງ​ຂັນ​ແຂງ​ຄື​ດັ່ງກ່າວ​ແມ່ນ​ຍ້ອນ​ປະ​ເທດ​ນີ້​ພວມ​ມີ​ທ່າ​ສະດວກ​ໃນ​ການ​ຕັດສິນອະທິປະ​ໄຕ​ຂອງ​ໝູ່​ເກາະ​​ແຫ່ງ​ນີ້. ຖ້າ​ຫາກ​ການ​​ໂອນ​ເອົາ​ບັນດາ​ເກາະ​ດັ່ງກ່າວ​ເປັນ​ຂອງ​ລັດ​ສຳ​ເລັດ​ຜົນ, ຈີນ​ຈະ​ຕ້ອງ​ຮັບ​ຮູ້​ການ​ຂີດ​ຂັ້ນ​​ໄຫຼ່​ທະວີບຢູ່​ທະ​ເລ​ຮົວຕຸ​ງຕາມ​ເງື່ອນ​ໄຂ​ຂອງ​ອຳນາດ​ການ​ປົກ​ຄອງ​ໂຕ​ກຽວ. ຊ້ຳ​ບໍ່​ໜຳ, ບັນຫາ​ຍິ່ງ​ມີ​ຄວາມ​ສັບສົນ​ກວ່າ​ສຳ​ຫຼັບ​ປັກ​ກິ​ງ ​ເມື່ອ​ກອງ​ກຳລັງ​ທະຫານ​ປະສົມ​ອາ​ເມ​ລິ​ກາ - ຍີ່ປຸ່ນ​ເພີ່ມ​ທະວີ​ການ​ມີໜ້າ​ຢູ່​ຝັ່ງ​ຕາ​ເວັນ​ຕົກ​ຂອງ​ເຂດ​​ດັ່ງກ່າວ, ອັນ​ເປັນ​ການ​ຂົ່ມ​ຂູ່​ໂດຍ​ກົງ​ເຖິງ​ຄວາມ​ສະຫງົບ​ປອດ​ໄພ​ຂອງ​ຈີນ.

ດ້ວຍການ​ຜັນ​ແປ​​ຄື​ດັ່ງກ່າວ, ​ພາກ​ພື້ນ​ອາຊີ​ຕາ​ເວັນ​ອອກສຽງ​ເໜືອ ພວມ​ດຶງ​ດູດ​ຄວາມ​ສົນ​ໃຈ​ຈາກ​ປະຊາ​ຄົມ​ໂລກ. ບໍ່​ມີ​ໃຜ​ຢາກ​ໃຫ້​ສະພາບ​ການ​ໃນ​ພາກ​ພື້ນ​ມີ​ຄວາມ​ເຄັ່ງ​ຕຶງ​ຂຶ້ນ​ຕື່ມ, ​ໃນ​ຂະນະ​ທີ່​ໂລກ​ພວມ​ຜ່ານ​ການ​ຜັນ​ແປ​ຫຼາຍ​ຢ່າງ, ການ​ປະ​ທະ​ກັນ​ຢູ່​ຫຼາຍ​ແຫ່ງ​ຍັງ​ບໍ່​ທັນ​ສິ້ນ​ສຸດ​ລົງ. ​ເຖິງ​ຢ່າງ​ໃດ​ກໍ່ຕາມ, ສະພາບ​ການ​ຜັນ​ແປ​ເຫລົ່າ​ນັ້ນ​ບໍ່​ນຳ​ມາ​ເຊິ່ງຄວາມ​ປະ​ເອີ​ບ​ໃຈ​ໃດໆ​ໃຫ້​ແກ່​ບັນດາ​ນັກ​ສັງ​ເກດ​ການ.

ຕອບກັບ

ຂ່າວ/ບົດ​ອື່ນ