ການພົວພັນ ຫວຽດນາມ - ຍີ່ປຸ່ນ ມຸ່ງໄປເຖິງໄລຍະທາງພັດທະນາໃໝ່

(VOVWORLD) - ການພົວພັນລະຫວ່າງ 2 ປະເທດໄດ້ຜ່ານເຄິ່ງສະຕະວັດ ແລະ ພວມຢູ່ໃນໄລຍະດີງາມທີ່ສຸດໃນປະຫວັດສາດ.
ການພົວພັນ ຫວຽດນາມ - ຍີ່ປຸ່ນ ມຸ່ງໄປເຖິງໄລຍະທາງພັດທະນາໃໝ່ - ảnh 1(ພາບປະກອບ: dangcongsan.vn)

        ທ່ານປະທານປະເທດ ຫວຽດນາມ ຫວໍ້ວັນເຖືອງ ແລະ ພັນລະຍາ ໄດ້ໄປຢ້ຽມຢາມ ຍີ່ປຸ່ນ ຢ່າງເປັນທາງການ, ແຕ່ວັນທີ 27-30 ພະຈິກ. ການຢ້ຽມຢາມແມ່ນຂີດໝາຍສຳຄັນໃນເຄິ່ງສະຕະວັດແຫ່ງການຮ່ວມມືລະຫວ່າງ 2 ປະເທດອາຊີ (1973 – 2023), ປະກອບສ່ວນເຮັດໃຫ້ການພົວພັນດ້ານການເມືອງ, ການທູດ, ເສດຖະກິດ, ການຄ້າ, ການລົງທຶນລະຫວ່າງ 2 ປະເທດເລິກເຊິ່ງຂຶ້ນຕື່ມໃນໄລຍະທາງແຫ່ງການພັດທະນາຕໍ່ໆໄປ.

        ຫວຽດນາມ ແລະ ຍີ່ປຸ່ນ ໄດ້ສ້າງຕັ້ງການພົວພັນທາງການທູດໃນວັນທີ 21 ກັນຍາ 1973. ການພົວພັນລະຫວ່າງ 2 ປະເທດໄດ້ຜ່ານເຄິ່ງສະຕະວັດ ແລະ ພວມຢູ່ໃນໄລຍະດີງາມທີ່ສຸດໃນປະຫວັດສາດ.

ຄູ່ຮ່ວມມືທີ່ມີຄວາມໄວ້ເນື້ອເຊື່ອໃຈໃນຫຼາຍຂົງເຂດ

        ການພົວພັນລະຫວ່າງ ຫວຽດນາມ - ຍີ່ປຸ່ນ ໃນໄລຍະ 50 ປີຜ່ານມາ, ໂດຍສະເພາະແມ່ນພາຍຫຼັງ 9 ປີທີ່ຍົກລະດັບຂຶ້ນເປັນຄູ່ຮ່ວມມືຍຸດທະສາດເລິກເຊິ່ງ, ກວ້າງຂວາງໃນປີ 2014, ກໍ່ບັນລຸໄດ້ຫຼາຍບາດກ້າວພັດທະນາຢ່າງແຮງ. ການພົວພັນແລກປ່ຽນຂັ້ນສູງ ແລະ ທຸກຂັ້ນໄດ້ດຳເນີນໄປຢ່າງມີຊີວິດຊີວາ. ສິ່ງທີ່ໜ້າສົນໃຈ, ໃນໄລຍະ 6 ປີຜ່ານມາ, ການເຄື່ອນໄຫວແລກປ່ຽນຂັ້ນສູງລະຫວ່າງ 2 ປະເທດໄດ້ຈັດຂຶ້ນເປັນປະຈຳ. ປີ 2023, ການພົວພັນທາງການທູດ ຫວຽດນາມ - ຍີ່ປຸ່ນ ໄດ້ມີການເລີ່ມຕົ້ນຢ່າງດີງາມ ດ້ວຍການໂອ້ລົມທາງໂທລະສັບລະຫວ່າງທ່ານເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ຫງວຽນຝູຈ້ອງ ແລະ ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Kishida Fumio (ເດືອນ ກຸມພາ), ຕໍ່ຈາກນັ້ນແມ່ນການຢ້ຽມຢາມ ຫວຽດນາມ ຂອງອົງມົງກຸດລາຊະກຸມມານ Akishino ແລະ ເຈົ້າຍິງ ໃນເດືອນ ກັນຍາ. ທ່ານເອກອັກຄະລັດຖະທູດ ຍີ່ປຸ່ນ ປະຈຳ ຫວຽດນາມ Yamada Takio, ຕີລາຄາວ່າ:

        “ປີ 2023, ຍີ່ປຸ່ນ ແລະ ຫວຽດນາມ ສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ. ການພົວພັນລະຫວ່າງ 2 ປະເທດໄດ້ຮັບການຕີລາຄາວ່າ ພວມຢູ່ໃນໄລຍະດີງາມທີ່ສຸດນັບແຕ່ກ່ອນມາຮອດປະຈຸບັນ ແລະ ມີຄວາມສະໜິດຕິດພັນກັນຢ່າງແຮງແບບທີ່ບໍ່ເຄີຍມີມາກ່ອນໃນທຸກຂົງເຂດ”.

        ຈຸດເດັ່ນໃນການພົວພັນ ຫວຽດນາມ - ຍີ່ປຸ່ນ ແມ່ນການຮ່ວມມືດ້ານເສດຖະກິດ. ໃນຫຼາຍປີຜ່ານມາ, ຍີ່ປຸ່ນ ແມ່ນຄູ່ຮ່ວມມືລົງທຶນ ແລະ ຊ່ວຍເຫຼືອພັດທະນາເປັນທາງການ (ODA) ແຖວໜ້າຢູ່ ຫວຽດນາມ ຢ່າງຕໍ່ເນື່ອງ. ວົງເງິນການຄ້າ 2 ຝ່າຍໃນປີ 2022 ບັນລຸເກືອບ 50 ຕື້ USD. ສິ່ງທີ່ໜ້າສົນໃຈ, ໃນໄລຍະ 6 ປີຢ່າງຕໍ່ເນື່ອງ, ຫວຽດນາມ ແມ່ນປະເທດທີ 2 ເຊິ່ງບັນດາວິສາຫະກິດ ຍີ່ປຸ່ນ ຢາກເປີດກວ້າງການລົງທຶນ. ທ່ານ Ozawa Kenichi, ຜູ້ອຳນວຍການໃຫຍ່ໂຄງການ Tamagawa ຫວຽດນາມ, ໃຫ້ຮູ້ວ່າ:

        “ພວກຂ້າພະເຈົ້າໄດ້ເລືອກເອົາເຂດອຸດສາຫະກຳ ຊົງຄວາຍ (ກວາງນິງ) ແມ່ນເຂດລົງທຶນໂຄງການຢູ່ ຫວຽດນາມ. ໃນອະນາຄົດ, ພວກຂ້າພະເຈົ້າໃຫ້ຄຳໝັ້ນສັນຍາຈະສືບຕໍ່ໃຫ້ບຸລິມະສິດປ່ຽນແປງໃໝ່ເຕັກໂນໂລຊີ, ພັດທະນາພ້ອມກັບລູກຄ້າ. ພວກຂ້າພະເຈົ້າເຄົາລົບສາຍພົວພັນ ແລະ ການຮ່ວມມືຢ່າງຍາວນານກັບແຂວງ ກວາງນິງ, ປາດຖະໜາຢາກສືບຕໍ່ໄດ້ຮັບການໜູນຊ່ວຍຈາກອຳນາດການປົກຄອງທ້ອງຖິ່ນ”.

        ເມື່ອຕີລາຄາກ່ຽວກັບບົດບາດຂອງບັນດາວິສາຫະກິດ ຍີ່ປຸ່ນ, ທ່ານລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ຫວຽດນາມ ຫງວຽນຈິຢູງ, ໃຫ້ຂໍ້ສັງເກດວ່າ:

        “ໃນໄລຍະຈະມາເຖິງ, ບັນດາວິສາຫະກິດຂອງ ຍີ່ປຸ່ນ ຈະນັບມື້ນັບປະກອບສ່ວນສຳຄັນກວ່າໃຫ້ແກ່ການພັດທະນາເສດຖະກິດ - ສັງຄົມຂອງ ຫວຽດນາມ. ເຂົາເຈົ້າໄດ້ຕີລາຄາສູງບັນດານະໂຍບາຍຂອງ ຫວຽດນາມ, ຄື: ປອດໂປ່ງ, ສະດວກ, ດຶງດູດ ແລະ ພິເສດແມ່ນຄວາມສະຖຽນລະພາບຂອງລະບອບລະບຽບການ. ພ້ອມກັນນັ້ນ, ແມ່ນການຮ່ວມເດີນທາງຂອງອຳນາດການປົກຄອງທຸກຂັ້ນ ເຮັດໃຫ້ວິສາຫະກິດ ຍີ່ປຸ່ນ ມີຄວາມໄວ້ເນື້ອເຊື່ອໃຈຫຼາຍກວ່າ”.

ເປີດໄລຍະຮ່ວມມືໃໝ່

        ດ້ວຍການພົວພັນຮ່ວມມືຢ່າງແໜ້ນແຟ້ນ, ບັນລຸປະສິດທິຜົນ, ການຢ້ຽມຢາມ ຍີ່ປຸ່ນ ຢ່າງເປັນທາງການຂອງທ່ານປະທານປະເທດ ຫວໍ້ວັນເຖືອງ ບໍ່ພຽງແຕ່ປັບປຸງການພົວພັນຮ່ວມມືທີ່ມີຢູ່ແລ້ວເທົ່ານັ້ນ, ຫາກຍັງເປີດກ້ວາງອອກສູ່ການຮ່ວມມືໃນຫຼາຍຂົງເຂດໃໝ່ເຊິ່ງຕ່າງຝ່າຍຕ່າງມີຄວາມສົນໃຈ, ຄື: ການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ການຫັນເປັນສີຂຽວ, ຫັນເປັນດີຈີຕອນ… ອີກດ້ວຍ.

        ທ່ານຮອງລັດຖະມົນຕີຜູ້ປະຈຳການກະຊວງການຕ່າງປະເທດ ຫວຽດນາມ ຫງວຽນມິງຫວູ, ໃຫ້ຂໍ້ສັງເກດວ່າ:

        “ໃນໄລຍະຈະມາເຖິງ, ການພົວພັນລະຫວ່າງ 2 ປະເທດ ບໍ່ພຽງແຕ່ໃນຂອບເຂດຮ່ວມມື 2 ຝ່າຍເທົ່ານັ້ນ, ຫາກຍັງຈະສືບຕໍ່ເປີດກວ້າງ, ພັດທະນາຢູ່ພາກພື້ນ ແລະ ໃນໂລກອີກດ້ວຍ. ພິເສດ, ດ້ວຍເລື່ອງ 2 ປະເທດລ້ວນແຕ່ແມ່ນສະມາຊິກຂອງຫຼາຍເວທີປາໄສພາກພື້ນ ແລະ ສາກົນສຳຄັນ, ແນ່ນອນວ່າ ການສົມທົບກັນລະຫວ່າງ 2 ປະເທດຢູ່ບັນດາເວທີປາໄສພາກພື້ນ ແລະ ທົ່ວໂລກຈະໄດ້ຮັບການເພີ່ມທະວີ, ຈະນຳມາເຊິ່ງການປະກອບສ່ວນຢ່າງແທດຈິງ, ລະອຽດໃຫ້ແກ່ສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືພັດທະນາຢ່າງວັດທະນາຖາວອນລວມຢູ່ພາກພື້ນ ແລະ ໃນໂລກ”.

        ການພົວພັນລະຫວ່າງ ຫວຽດນາມ - ຍີ່ປຸ່ນ ພວມຢູ່ໃນໄລຍະດີງາມທີ່ສຸດໃນປະຫວັດສາດ, ສົມກັບການພົວພັນຄູ່ຮ່ວມມືຍຸດທະສາດຢ່າງເລິກເຊິ່ງ, ກວ້າງຂວາງ ບົນພື້ນຖານຄວາມຈິງໃຈ, ໄວ້ເນື້ອເຊື່ອໃຈ, ເພື່ອສັນຕິພາບ, ການຮ່ວມມື ແລະ ພັດທະນາ. ການເດີນທາງໄປຢ້ຽມຢາມ ຍີ່ປຸ່ນ ຢ່າງເປັນທາງການຂອງທ່ານປະທານປະເທດ ຫວໍ້ວັນເຖືອງ ຈະປະກອບສ່ວນເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ຊຸກຍູ້ການຜັນຂະຫຍາຍບັນດາການຮ່ວມມືລະຫວ່າງ 2 ປະເທດໃຫ້ບັນລຸປະສິດທິຜົນໃນໄລຍະຕໍ່ໆໄປ.

ຕອບກັບ

ຂ່າວ/ບົດ​ອື່ນ