ການພົວພັນຈີນ-ຍີ່ປຸ່ນ-ສ.ເກົາຫຼີ:ຍັງຄົງເປັນທ່າອ່ຽງຮ່ວມມືທີ່ສຳຄັນ

(vovworld) - ກາ​ນ​ພົວ​ພັນ​ລະ​ຫ​ວ່າງ 3 ປະ​ເທດ ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ເໜືອ ນັ້ນແມ່ນ ຈີນ, ສ. ເກົາຫຼີ ແລະ ຍີ່​ປຸ່ນ ມີ​ຄວາມ​ສັບ​ສົນ​ຄືນ​ໃໝ່ ​ເມື່ອ​ຫວ່າງ​ແລ້ວນີ້, ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ ຍີ່​ປຸ່ນ ​ປະ​ມານ 85 ທ່ານໄດ້​ໄປ​ໄ​ວ້​ອາ​ໄລ​ຢູ່​ວິ​ຫານ Yasukuni ເນື່ອງ​ໃນ​ໂອ​ກາດ​ງານ​ບຸນ​ລະ​ດູ​ໃບ​ໄມ້ຫຼົ່ນ​ທີ່​ເປັນ​ມູນ​ເຊື້ອ​ຂອງ​ປະ​ເທດນີ້. ກໍ່​ຄື​​ກັບການ​​ໄວ້​ອາ​ໄລ​ຄັ້ງ​​ກ່ອນນັ້ນ, ການ​ໄປ​ໄວ້​ອາ​ໄລ​ໃນ​ຄັ້ງ​ນີ້​ຂອງ​ບັນ​ດາ​ນັກ​ການ​ເມືອງ ຍີ່​ປຸ່ນ ໄດ້​ກໍ່​ຄວາມບໍ່​ພໍ​ໃຈ​ອັ​ນ​ໃຫຍ່ຫຼວງ​ໃຫ້​ແກ່ 2 ປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງ ຈີນ ແລະ ສ. ເກົາຫຼີ. ບົດ​ຂຽນ “ກ​າ​ນ​ພົວ​ພັນ ຈີນ - ຍີ່​ປຸ່ນ - ສ. ເກົາຫຼີ: ​ຍັງ​ຄົງ​ເປັນທ່າ​ອ່ຽງ​ການ​ຮ່ວມ​ມື​​ທີ່​ສຳ​ຄັນ” ຂອງ​ບັນ​ນາ​ທິ​ການ​ແອ໋ງ​ຮ່​ວຽນ.

        ການ​ຢ້ຽມ​ຢາມ​ວິ​ຫານ​ຂອງ​ບັນ​ດາ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ, ​ທີ່ຂຶ້ນ​ກັບ​ພັກ​ການ​ເມືອງ​ຕ່າງໆ​ຂອງ ຍີ່​ປຸ່ນ, ຖືກ​ດຳ​ເນີນ​​ພາຍຫຼັງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຍີ່​ປຸ່ນ Shinzo Abe ຝາກ​ເຄື່ອງ​ຂອງບູ​ຊາ​ເຖິງວິ​ຫານ Yassukuni ພຽງ 1 ວັນ, ໄດ້​ກໍ່​​ໃຫ້​ເກີດ​ປະ​ຕິ​ກິ​ລິ​ຍາ​ຢ່າງ​ແຮງ​ຈາກ ສ. ເກົາຫຼີ ແລະ ຈີນ.

ການພົວພັນຈີນ-ຍີ່ປຸ່ນ-ສ.ເກົາຫຼີ:ຍັງຄົງເປັນທ່າອ່ຽງຮ່ວມມືທີ່ສຳຄັນ - ảnh 1
ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ 3 ປະ​ເທດ ຈີນ, ຍີ່​ປ​ຸ່ນ ແລະ ສ. ເກົາຫຼີ
(ພາບ: AFP/TTXVN)

ຄວາມບໍ່​ລົງ​ລອຍ​ກັນ​ມ​ີ​ລັກ​ສະ​ນະ​ປະ​ຫວັດ​ສາດ

        ໜຶ່ງ​ໃນ​ບັນ​ດາ​ປ​ະ​ຕິ​ກິ​ລິ​ຍາ​ຢ່າງ​ແຮງ​​ພາຍຫຼັງ​ເຫດ​ການ​ດັ່ງ​ກ່າວ, ນັ້ນ​ແມ່ນໂຄ​ສົກກະ​ຊວງ​ການ​ຕ່າງ​ປະ​ເທດ ຈີນ ໄດ້​ຊີ້​ແຈ້ງວ່າ: ປັກ​ກິ່ງຄັດ​ຄ້ານ​ເລື່ອງ​ຖະ​ຫວາຍ​ເຄື່ອງ​ຂອງ​ບູ​ຊາ ແລະ ຮຽກ​ຮ້ອງ​ໃຫ້ ໂຕ​ກຽວ ຕ້ອງ​​ນຶກ​ຄິດ​ກ່ຽວ​ກັບ​ອະ​ດິດ​ຕະ​ການ​ທີ່​ຂະ​ມຶງ​ຂະ​ມັງ ແລະ ຍົກ​ອອກ​ບັນ​ດາ​ມາດ​ຕະ​ການ​ລະ​ອຽດ​ເພື່ອ​ສ້າງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຂອງ​ບັນ​ດາ​ປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງ ອາ​ຊີ ແລະ ປະ​ຊາ​ຄົມ​ໂລກ​ຄືນ​ໃໝ່. ​ສ່ວນ ສ. ເກົ​າຫຼີ ໄດ້​ສະ​ແດງ “ຄວາມ​ວິ​ຕົກ​ວັງ​ວົນ​ຢ່າງ​ເລິກ​ເຊິ່ງ ແລະ ຄວາມ​ເສຍ​ຫວັງ” ຕໍ່​ການ​ກະ​ທຳ​ດັ່ງ​ກ່າວ​ຂອງ​ກຸ່ມ​ສະ​ມາ​ຊິກ​ສະ​ພ​າ​ແຫ່ງ​ຊາດ ຍີ່​ປຸ່ນ. ​ໃນຖະ​ແຫຼງ​ການ​ໃນ​ວັນ​ດຽວ​ກັນ, ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ສ. ເກົາຫຼີ ໄດ້​ຊີ້​ແຈ້ງວ່າ: ລັດ​ຖະ​ບານ ສ. ເກົາຫຼີ ຮຽກ​ຮ້ອງ​ໃຫ້​ບັນ​ດາ​ນັກ​ການ​ເມືອງ ຍີ່​ປຸ່ນ ຮັບ​ຮູ້​ຢ່າງ​ຖືກ​ຕ້ອງ​ກ່ຽວ​ກັບ​ບັນ​ຫາ​ປະ​ຫວັດ​ສາດ ແລະ ສະ​ແດງ​ຄວາມ​ກິນ​ແໜງ, ​ມີຄວາມ​​ນຶກຄິດ​ຢ່າງ​ເຂັ້ມ​ງວດ​ກ່ຽວ​ກັບ​ປະ​ຫວັດ​ສາດ, ອະ​ດິດ​ຕະ​ການ​ດ້ວຍ​ບັນ​ດາ​ການ​​ກະ​ທຳ​ຕົວ​ຈິງ​ເພື່ອ​ສ້າງ​ຄວາມ​ໄວ​້​ເນື້ອ​ເຊື່ອ​ໃຈ​​ຕໍ່ບັນ​ດາ​ປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງ ກໍ່​ຄື​ປະ​ຊາ​ຄົມ​ສາ​ກົນ​ຄືນ​ໃໝ່ ແລະ ມຸ່ງ​ໄປ​ເຖິງ​ອະ​ນາ​ຄົດ.

        ວິ​ຫານ Yassukuni ໄດ້​ບູ​ຊາ​ນັກ​ຮົບ ​ຍີ່​ປຸ່ນ 2,5 ລ້ານ​ຄົນ​ທີ່ໄດ້​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ປະ​ເທດ​ຊາດ​ແຕ່​ກາງ​ສະ​ຕະ​ວັດ​ທີ 19. ​ແຕ່​ປີ 1978, ຊື່​ຂອງ 14 ຄົນ​ທີ່​​ຮັບ​ຖື​ວ່າ​ແມ່ນ​ນັກ​ໂທດ​ສົງ​ຄາມ (ຫຼື​ຍັງ​ເອີ້ນ​ວ່າ​ນັກ​ໂທດ​ສົງ​ຄາມ​ລະ​ດັບ A), ທີ່​ຖືກ​ພັນ​ທະ​ມິດ​ຕັດ​ສິນ​ລົງ​ໂທ​ດ​ພາຍຫຼັງ​ສົງ​ຄາມ​ໂລກ​ຄັ້ງ​ທີ 2, ກໍ່​ໄດ້ນຳ​ເຂົ້າ​ບູ​ຊາ​ຢູ່​ວິ​ຫານ​ແຫ່ງນີ້. ນັບ​ແຕ່ນັ້ນ​ເປັນ​ຕົ້ນ​ມາ​, ການ​ຖົກ​ຖຽງ​ກັນ​ທາງ​ການ​ທູດ​ໄດ້​ເກີດ​ຂຶ້ນ​ເປັນ​ປະ​ຈຳ​ຍ້ອນ​ບັນ​ດາ​ປະ​ເທດ​ບ້ານ​ໃກ້​​ເຮືອນຄຽງ​ແມ່ນ ສ. ເກົາຫຼີ ແລະ ຈີນ ຖື​ການ​ກະ​ທຳ​ນີ້​ຂອງ​ຍີ່​ປຸ່ນ ແມ່ນ​ການ​ອາ​ໄລ​ຫາ​ບັນ​ດາ​ນັກ​ໂທດ​ສົງ​ຄາມ. ຈີນ ແລະ ສ. ເກົາຫຼີ​ ຍາມ​ໃດກໍ່​ຖື​ວິ​ຫານ Yassukuni ແມ່ນ​ສັນ​ຍາ​ລັກ​​ຂອງລັດ​ທິ​ຂຸນ​ເສິກ ຍີ່​ປຸ່ນ ໃນ​ສະ​ໄໝ​ສົງ​ຄາມ. ດັ່ງ​ນັ້ນ, ການ​ໄປ​ຢ້ຽມ​ຢາມ​ວິ​ຫານ Yassukuni ຂອງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຍີ່​ປຸ່ນ ແລະ ບັນ​ດາ​ເຈົ້າ​ໜ້າ​ທີ່​ລັດ​ຖະ​ບານ ຍີ່​ປ​ຸ່ນ ຍາມ​ໃດ​ກໍ່​ເຮັດ​ໃຫ້​ປະ​ຊາ​ຊົນ ສປ​ປ ເກົາຫຼີ ຄຽດ​ແຄ້ນ, ລັດ​ຖະ​ບານ ສ. ເກົາຫຼີ ​ໄດ້​ຄັດ​ຄ້ານ​ຢ່າງ​ແຮງ, ສື່ມວນ​ຊົນ ສ. ເກົາຫຼີ ໄດ້​ກ່າວ​ປະ​ນາມ ຍີ່​ປ​ຸ່ນ, ການ​ແຫ່​ຂະ​ບວນ​​ຄັດ​ຄ້ານ ຍີ່​ປຸ່ນ ​ໄດ້​ເກີດ​ຂຶ້ນຫຼາຍ​ຄັ້ງ. ການ​ຢ້ຽມ​ຢາມ​ວິ​ຫານ​ຂອງ​ບັນ​ດາ​ເຈົ້າ​ໜ້າ​ທີ່ ຍີ່​ປຸ່ນ ​ໄດ້​ເກີດ​ຄວາມ​ບໍ່​ພໍ​ໃຈ​ຢູ່ ປັກ​ກິ່ງ, ການ​ຄັ​ດ​ຄ້ານ​​ຂອງ​ກະ​ຊວງ​ການ​ຕ່າງ​ປະ​ເທດ ແລະ ບາງ​ເທື່ອ​ແມ່ນ​ບັນ​ດາ​ການ​ແຫ່​ຂະ​ບວນ​ຄັດ​ຄ້ານ​ຂອງ​ປະ​ຊາ​ຊົນ​ຢູ່​ຕາມ​ຖະ​ໜົນ. ​ຢູ່ພາຍ​ໃນ​ປະ​ເທດ ຍີ່​ປຸ່ນ ເອງ, ການ​ໄປຢ້ຽມ​ຢາມ​ວິ​ຫານ​ຂອງ​ຜູ້​ນຳ​ລັດ​ຖະ​ບານກໍ່​ເຄີຍ​ເກີດ​ການ​ຖົກ​ຖຽງ​ກັນ​ຢ່າງ​ແຮງ​ລະ​ຫວ່າງ​ຝ່າຍຊ້າຍ ແລະ ຝ່າຍ​ຂວາ.

ການ​ຂັດ​ແຍ້ງ​ຢ່າງ​ຂຽວ​ຂາດກ່ຽວ​ກັບ​ພູມ​ສາດ​ຍຸດ​ທະ​ສາດ

        ນີ້ບໍ່​ແມ່ນ​ເທື່ອ​ທຳ​ອິດ​​ທີ່ການ​ພົວ​ພັນ​ລະ​ຫວ່າງ 3 ປະ​ເທດ​ອາ​ຊີ​ຕາ​ເວັນ​ອອກ​​ສ່ຽງ​ເໜືອ​​ເກີດ​ຄວາມ​ເຄັ່ງ​ຕຶງ. ນອກ​ຈາກ​ບັນ​ຫາ​ຄວາມ​ຂັດ​ແຍ້ງ​ກັນ​ທີ່​ມີ​ລັກ​ສະ​ນະປະ​ຫວັດ​ສາດ​ທີ່​ກ່ຽວ​ຂ້ອງ​ເຖິງວິ​ຫານ Yassukuni ແລ້ວ, ການ​ພົວ​ພັນ​ລະ​ຫວ່າງ 3 ປະ​ເທດ ຍີ່​ປຸ່ນ, ຈີນ ແລະ ສ. ເກົາຫຼີ ​ທີ່​ກ່ຽວ​ຂ້ອງ​ເຖິງ​ການ​ຂັດ​ແຍ້ງ​ກັນ​ດ້ານ​ຜືນ​ແຜ່ນ​ດິນ​ຍັງ​ມີ​ຄວາມ​ສັບ​ສົນ​ຢູ່. ໃນ​ຊຸມ​ປີມໍ່ໆ​ມານີ້, ​ປະ​ຊາ​ຄົມ​ສາ​ກົນ​ໄດ້​ເຫັນ​ປະ​ຈັກ​ຕາ​ບັນ​ດາ​ຄວາມບໍ່​ລົງ​ລອຍ​ກັນ ແລະ ການ​ຟ້ອງ​ຮ້ອງ​ເຊິ່ງ​ກັນ ແລະ ກັນ​ເປັນ​ຫຼາຍຄັ້ງ​​ລະ​ຫວ່າງ​ບັນ​ດາການ​ພົວ​ພັນ​​ຂອງ 3 ປະ​ເທດ.

        ນັ້​ນ​ແມ່ນ​ການ​ພົວ​ພັນ ຍີ່​ປຸ່ນ - ຈີນ ທີ່​ກ່ຽວ​ຂ້ອງ​ເຖິງ​ໝູ່​ເກາະ​ທີ່​ພວມ​​ຂັດ​ແຍ້ງ​ກັນ Senkaku/ຕຽວ​ອີ ເຊິ່ງ​ທັງ 2 ປະ​ເທດ​ລ້ວນ​ແຕ່​ປະ​ກາດ​​ມີອະ​ທິ​ປະ​ໄຕ. ຈາກນັ້ນ, ແມ່ນ​ການ​ຖົກ​ຖຽງ​ກັນ​ຢ່າງ​ຕໍ່​ເນື່ອງ​ລະ​ຫວ່າງ ຍີ່​ປຸ່ນ ແລະ ສ. ເກົາຫຼີ ກ່ຽວ​ກັບ​ບັນ​ຫາ​ປະ​ເທດ​ໃດ​ມີ​​ກຳ​ມະສິດຢ່າງ​ແທ້​ຈິງກ່ຽວ​ກັບ​ໝູ່​ເກາະ 2 ແຫ່ງ​ດ້ວຍ​ເນື້ອ​ທີ່​ທັງ​ໝົດ 18 ha ທີ່​ມີ​ຊື່​ວ່າ Takeshima ແລະ ຝ່າຍ ສ. ເກົາຫຼີ ເອີ້ນ​ວ່າ Dokdo. ເຖິງວ່າ, ​ມູນ​ຄ່າ​ດ້ານ​ເສດ​ຖະ​ກິດ​ຂອງ​ໝູ່​ເກາະ 2 ແຫ່ງ​ດັ່ງ​ກ່າວ​ແມ່ນບໍ່​ມີຫຼາຍ, ແຕ່​ມັນ​​ພັດມີ​ຄວາມ​ໝາຍ​ສຳ​ຄັນ​ກ່ຽວ​ກັບ​ດ້ານ​ອະ​ທິ​ປະ​ໄຕ. ທັງ 2 ປະ​ເທດ​ລ້ວ​ນ​ແຕ່​ຖື​ວ່າ ໝູ່​ເກາະ 2 ແຫ່ງນີ້​ແມ່ນ​​ພາ​ກສ່ວນ​ໜຶ່ງ​ໃນ​ຜືນ​ແຜ່ນ​ດິນ​ຂອງ​ເຂົາ​ເຈົ້າ​ນັບ​ແຕ່​ກ່​ວາ​ໜຶ່ງ​ສະ​ຕະ​ວັດ​ຜ່ານ​ມາ. ນອກ​ຈາກນັ້ນ, ການ​ພົວ​ພັນ​ 2 ຝ່າຍ​ລະ​ຫວ່າງ ສ. ເກົາຫຼີ ແລະ ຈີນ ກໍ່​ຖືກ​ຜົນ​ສະ​ທ້ອນ​ຢ່າງ​ໜັກ​ໜ່ວງ​ທີ່​ກ່ຽວ​ຂ້ອງ​ເຖິງ​ເລື່ອງ ອາ​ເມ​ລິ​ກາ, ສຳ​ພັນ​ທະ​ມິດ​ສຳ​ຄັນ​ຂອງ ສ. ເກົາຫຼີ​, ອາດ​ສາ​ມາດຜັນ​ຂະ​ຫຍາຍ​ລູກ​ສອນ​ໄພ THAAD (ລະ​ບົບ​ປ້ອງ​ກັນ​ລູກ​ສອນ​ໄຟນຳ​ວິ​ຖີ​ໄລ​ຍະ​​ສູງ) ຂອງ​ອາ​ເມ​ລິ​ກາ ໃນ​ເຂດ​ດິນ​ແດນ​ສ.ເກົ​າ​ຫຼີ.

ທ່າ​ອ່ຽງ​ຮ່ວມ​ມື​ຍັງ​​ຄົງ​ມີ​ຄ​ວາມ​ສຳ​ຄັນ

        ​ການ​​ຖົກ​ຖຽງ​ກັນ​ນັ້ນ ​ທີ່​ເກີດ​ມາ​ຈາກການ​ແກ່ງ​ແຍ້ງ​​ກັນຂ້ຽວ​ຂາດ​ແຮງ​ກ່ຽວ​ກັບ​ພູມ​ສາດ​ຍຸດ​ທະ​ສາດລະ​ຫວ່າງ​ຍີ່​ປຸ່ນ ​ປະ​ເທດຢ​າກ​ຢືນ​ຢັ​ນ​ທີ່​ຕັ້ງ​ເປັນ​ປະ​ເທດ​ມະ​ຫາ​ອຳ​ນາດ​ໃນ​ພາກ​ພື້ນ, ກັບ​ຈີນ ​ເຊິ່ງ​ແມ່ນ​ປະ​ເທດ​ທີ່ພວມ​ພົ້ນ​ເດັ່ນ​ຂຶ້​ນ ແລະ ສ.ເກົ​າ​ຫຼີ ​ປະ​ເທດ​ທີ​ມີ​ບັນ​ດາ​ນະ​ໂຍ​ບາຍ​ທີ່​ແຂງ​ກະ​ດ້າງ. ​ເຖິງ​ຢ່າງ​ໃດ​ກໍ່​ຕາມ, ຍິງກວ່າ​​ອັນໃດ​ໝົດ, ທ່າ​ອ່ຽງ​ຮ່ວມ​ມື​ຍັງ​​ຄົງ​ມີ​ຄວາມ​ສຳ​ຄັນ​ໃນ​ການ​ພົວ​ພັນ​ດ້ານ​ການ​ເມືອງ​ຢູ່​ພາກ​ພື້​ນອ​າ​ຊ​ີ​ຕາ​ເວັນ​ອອກ​ສ່ຽງ​ເໜືອ​ ດ້ວຍ​ຈຸດ​ພົ້ນ​ເດັ່ນ​ແມ່ນ​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ ແລະ ການ​ຄ້າ. ໃນ​​ຕົວຈິງ, 3 ປະ​ເທດນີ້​ໄດ້​ສະ​ໜິດ​ຕິດ​ພັ​ນ​ນຳ​ກັນ ​ຢ່າງ​ແໜ້ນ​ແຟ້ນ ດ້ວຍການ​ພົວ​ພັນ​ດ້ານເສດ​ຖະ​ກິດ​ນຳ​ກັນ ແລະ ທັງ​ໂຕ​ກຽວ, ປັກ​ກິງ ແລະ ເຊີ​ອຸ່ນ ລ້ວນ​​ຮັບ​ຮູ້​ແຈ້ງ ຖ້າ​ຫາກ​ທຳ​ລາຍ​ສິ່ງນັ້ນ​ແມ່ນບໍ່​ມີ​ຜົນ​ປະ​ໂຫຍດ​ໃຫ້​ບໍ່​ວ່າ​ຝ່າຍ​ໃດ.

        ​ໂດຍແມ່ນ​ປະ​ເທດ​ທີ 3 ທີ່​​ມີ​ຜົນ​ທະ​ທ້ອນ​ທີ່​ສຸດ​ໃນ​ພາກ​ພື້​ນ​ອາ​ຊີຕາ​ເວັນ​ອອກ​ສ່ຽງ​ເໜືອ​, ການ​ພົວ​ພັນ​ລະ​ຫວ່າງ​ຈີນ, ຍີ່​ປຸ່ນ, ສ​.ເກົາ​ຫຼີ ມີ​ຜົນ​ສະ​ທ້ອນ​ສຳ​ຄັນ ແລະ ເລິກ​ເຊິ່ງເຖິງສະ​ພາບ​ການ​ຢູ່​ພາກ​ພື້ນ. ເຮັດ​ແນ​ວ​ໃດ​ເພື່ອ​ຄວບ​ຄຸມ​ຄວາມບໍ່​ລົງ​ລອຍ​ກັນ, ​​ເ​ກັບຮັກ​ສາ​ຄວ​າມ​ຮັບ​ຮູ້​ລວມ ແລະ ຊຸກ​ຍູ້​ການ​ຮ່ວມ​ມື, ​ແມ່ນມີ​ຄວາມໝາຍ​ສຳ​ຄັນ​ພິ​ເສດ​ໃນ​ການ​ປະ​ຕິ​ບັດຄວາມ​ໝັ້ນ​ຄົງ, ສະ​ຖ​ຽນ​ລະ​ພາບ ແລະ ຄວາມ​ວັດ​ທະ​ນາ​ຖາ​ວອນ​ຂອງ​​ພາກ​ພື້ນ​ອາ​ຊີຕາ​ເວັນ​ອອກ​ສ່ຽງ​ເໜືອ. ສະ​ນັ້ນ, ບັນ​ດາ​ຄວາມ​ເຄັ່ງ​ຕຶງ​ໃນ​ປະ​ຈຸ​ບັນ​ທີ່​ກ່ຽວ​ຂ້ອງ​ເຖິງ​ບັນ​ຫາ​​ຄວາມບໍ່​ລົງ​ລອຍ​ກັນ​ທາງ​ດ້ານປະ​ຫວັດ​ສາດນີ້, ຕາມ​ບັນ​ດາ​ນັ​ກ​ຊ່ຽວ​ຊານ​ແລ້ວ, ພຽງ​ແມ່ນ​​ບັນ​ດາ​ບາດ​ກ້າວຖອຍ​ຫຼັງ​​ຊົ່ວ​ຄ​າວ​ໃນ​ທ່າ​ຮັບດ​້ານການ​ທູດ, ເມື່ອ​ທັງ​ຮ່ວມ​ມື, ທັງ​ແກ່ງ​ແຍ້ງ ຍາມ​ໃດ​ກໍ່​ແມ່ນ​ການ​ຊ່ວງ​ເສງ​ທີ່​​ເຕັມ​ໂປ​ດ້ວຍ​ຄວາມສັບ​ສົນ ແລະ ແຕ່​ລະ​ປະ​ເທດ​ກໍ່ມີ​ບັນ​ດາ​ສາຍ​ເຫດ​ສະ​ເພາະ​ເພື່ອ​ປົກ​ປັກ​ຮັກ​ສາ​ຜົນ​ປະ​ໂຫຍດ​ຂອງ​ຕົນ.


ຂ່າວ/ບົດ​ອື່ນ