ການພົວພັນຈີນ-ອິນເດຍ: ຮົ້ວກີດຂວາງຍັງຄົງຕົວຢູ່

      ວັນທີ 17/9, ທ່ານປະທານປະເທດຈີນ ສີຈີນຜີງ ໄດ້ເລີ່ມຕົ້ນການຢ້ຽມຢາມ ອິນເດຍຢ່າງ​ເປັນ​ທາງ​ການ​ນັບ​ຕັ້ງ​ແຕ່​ເຂົ້າ​ດຳລົງ​ຕຳ​ແໜ່​ງນີ້. ການ​ຢ້ຽມຢາມ​ອິນ​ເດຍແມ່ນ​ກາລະ​ໂອກາດ​ເພື່ອ​ໃຫ້ 2 ປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງ​ຊຸກຍູ້​ການ​ຮ່ວມ​ມື​ດ້ານ​ເສດຖະກິດ, ​ແຕ່ຍັງ​ບໍ່​ອາດ​ຮັດ​ແຄບ​ຄວາມ​ບໍ່​ລົງ​ລອຍ​ກັນ​ທີ່​ຍັງ​ຄົງ​ຄ້າງ​​ໃນ​ການ​ພົວພັນ 2 ຝ່າຍ.

ການພົວພັນຈີນ-ອິນເດຍ: ຮົ້ວກີດຂວາງຍັງຄົງຕົວຢູ່ - ảnh 1
ທ່ານປະທານປະເທດຈີນ ສີຈີນຜີງ 

     ​​ແຫ່ງ​ຢ້ຽມຢາມທຳ​ອິດຂອງທ່ານປະທານປະເທດຈີນ ສີຈີນຜີງ ​ໃນ​ຂອບ​ເຂດການຢ້ຽມຢາມ ອິນເດຍຢ່າງ​ເປັນ​ທາງ​ການ, ນັ້ນ​ແມ່ນ​ລັດ Gujarat ບ້ານ​ເກີດ​ຂອງ​ທ່ານ​ນາຍົກລັດຖະມົນຕີອິນ​ເດຍ Narendra Modi. ນາຍົກລັດຖະມົນຕີອິນ​ເດຍ Narendra Modi ​ໄດ້​ຕ້ອນຮັບ ທ່ານປະທານປະເທດຈີນ ສີຈີນຜີງຢູ່​ທີ່​ນີ້ ກ່ອນ​ທີ່​ດຳ​ເນີນ​ການ​ເຈລະຈາ ​ແລະ ບັນ​ດາ​ການ​ເຮັດ​ວຽກ​ທີ່​ສຳຄັນ​ຢູ່​ນະຄອນຫຼວງ​ນິວ​ເດ​ລີ​ໃນ 2 ວັນ​ຕໍ່​ໄປ.

    ​ເສດຖະກິດ​ແມ່ນ​ຈຸດ​ໃຈກາງ​ຂອງ​ການ​ຢ້ຽມຢາມ.

  ຕາມ​ໜັງສືພິມ “ The Hindu ” ​ໃນ​ການ​ຢ້ຽມຢາມ​ອິ​ນເດຍຂອງ ທ່ານປະທານ ປະເທດຈີນ ສີຈີນຜີງ, 2 ຝ່າຍ​ຄາດ​ວ່າ​ຈະ​ລົງ​ນາມ​ໃນ​ສັນ​ຍາ ​ແລະ ບົດ​ບັນທຶກ​ຊົງ​ຈຳ​ປະມານ 20 ສະບັບ, ​ໃນ​ນັ້ນ​ມີ​ບັນດາ​ສັນຍາ​ທີ່​ກ່ຽວຂ້ອງ​ເຖິງ​ການ​ພັດທະນາ​ໂຄງ​ລ່າງ, ສ້າງ​ຕັ້ງ​ບັນດາ​ນະຄອນ​ອຸດສາຫະກຳ ​ແລະ ຮ່ວມ​ມື​ດ້ານ​ວັດທະນະທຳ. ພ້ອມ​ກັນ​ນັ້ນ, ບັນຫາ​ຂາດ​ຄວາມ​ດູ​ນດ່ຽງ​ດ້ານ​ການ​ຄ້າ, ການລົງທຶນ​ຂອງ​ຈີນ​ເຂົ້າ​ໃນ​ລະບົບ​ພື້ນຖານ​ໂຄງ​ລ່າງ​ຂອງ​ອິຍ​ເດຍຈະ​ຖືກ​ນຳ​ມາ​ປຶກສາ​ຫາລື.

    ຫົວໜ້າ​ສະຖານກົງສູນ​ໃຫຍ່​ຈີນ​ປະຈຳ​ນະຄອນມຸມ​ບາຍ ລິວ​ອິວຟາ ​ໃຫ້​ຮູ້​ວ່າ ​ໃນການ​ຢ້ຽມຢາມ​ອິ​ນເດຍຂອງ ທ່ານປະທານ ປະເທດຈີນ ສີຈີນຜີງ, ຈີນ​ຈະ​ໃຫ້​ຄຳ​ໝັ້ນສັນຍາ​ລົງທຶນ 100 ຕື້​ USD ​ເຂົ້າ​ອິນ​ເດຍ, ​ເພີ່ມ​ຂຶ້ນ​ທົບ 3 ​ເທົ່າ​ເມື່ອ​ທຽບ​ໃສ່​ຈຳນວນ​ເງິນ​ລົງທຶນ​ຊຶ່ງ​ຍີ​ປຸ່ນ​ໄດ້​ໝັ້ນ​ໝາຍ​ໃນການ​ຢ້ຽມຢາມຍີ​ປຸ່ນຂອງ ທ່ານນາຍົກລັດຖະມົນຕີ Modi ​ເມື່ອ​ບໍ່​ດົນ​ມາ​ນີ້.

     ບັນດາ​ບ້ວງ​ເງິນ​ລົງທຶນ​ຂອງ​ຈີນ​ຈະ​ຖືກ​ສະຫງວນ​ແກ່​ການ​ສ້າງ​ຕັ້ງ​ບັນດາ​ເຂດ​ອຸດສາຫະກຳ, ກໍ່ສ້າງ​ເປັນທັນ​ສະ​ໄໝ​ສຳລັບ​ລະບົບ​ສາຍ​ທາງ​ລົດ​ໄຟ, ທາງ​ຫຼວງ,​ ທ່າ​ກຳ​ປັ່ນ, ການ​ສົ່ງ​ໄຟຟ້າ, ການ​ປຸ່ງ​​ແຕ່ງອາຫານ ​ແລະ ອຸດສາຫະກຳ​ຕຳ​ແຜ່ນ. ຈີນ​ກໍ່​ຍັງ​ຕັ້ງໜ້າ​ພິຈາລະນາ​ການ​ລົງທຶນ​ເຂົ້າ​ໃນ​ບັນດາ​ແຜນການ​ທີ່​ມີ​ລັກສະນະ​ມັກ​ໃຫຍ່​​ໃຝ່​ສູງ​ຂອງ​ອິນ​ເດຍ​ໃນ​ການ​ກໍ່ສ້າງ​ບັນດາ​ສາຍທາງ​ລົດ​ໄຟ​ຄວາມ​ໄວ​ສູງ.

     ​ເພື່ອ​ເປັນ​ການ​ຜັນ​ຂະຫຍາຍ​ລົງ​ນາມ​ໃນ​ບັນດາ​ເນື້ອ​ໃນ​ຮ່ວມ​ມື​ເສດຖະກິດ​ນີ້, ຕິດຕາມ ທ່ານປະທານປະເທດຈີນ ສີຈີນຜີງນັ້ນ, ນອກຈາກ​ວົງ​ການ​ເຈົ້າ​ໜ້າ​ທີ່​ແລ້ວ, ກໍ​ຍັງມີຄະນະ​ນຳ​ບັນດາ​ວິ​ສາ​ຫະກິດ​ລວມມີ​ກວ່າ 100 ຄົນ, ​ໃນ​ນັ້ນ​ມີ​ບໍລິສັດ​ໃຫຍ່​ ​ແລະ ທະນາຄານຫຼາຍ​ແຫ່ງຂອງ​ຈີນ.

       ຕອບ​ສຳພາດ​ນັກ​ຂ່າວ ກ່ອນ​ການ​ເດີນທາງ​ຢ້ຽມຢາມ​ຂອງທ່ານປະທານ ປະເທດຈີນ ສີຈີນຜີງ, ​ທ່ານ​ນາຍົກລັດຖະມົນຕີອິນ​ເດຍ Narendra Modi ​ໃຫ້​ຮູ້​ວ່າ ນີ້​ແມ່ນ​ການ​ເດີນທາງ​ຢ້ຽມຢາມ​ທີ່​ມີ​ຄວາມ​ໝາຍ​ສຳຄັນ​ທີ່​ມີ​ຕໍ່​ການ​ພົວພັນ​ລະຫວ່າງ 2 ປະ​ເທດ​ຈີນ-ອິນ​ເດຍ. ຕາມ​ທ່ານ​ນາຍົກລັດຖະມົນຕີອິນ​ເດຍ Narendra Modi​ ແລ້ວ, ຈຳນວນ​ປະຊາກອນ​ຂອງ 2 ປະ​ເທດ ຈີນ-ອິນ​ເດຍ​ແມ່ນ​ກວມ​ເອົາ​ປະມານ 35% ຈຳນວນ​ປະຊາກອນ​ທົ່ວ​ໂລກ, ​ຖ​້າຫາກ 2 ປະ​ເທດ​ເພື່ອນ​ບ້ານ​ໃກ້​ຄຽງ ຮ່ວມ​ມື​ພັດທະນາ​ເສດຖະກິດ​ນັ້ນ, ​ແມ່ນ​ບໍ່​ພຽງ​ແຕ່​ຈະ​ຍົກ​ສູງ​ລະດັບ​ຄອງ​ຊີບ​ໃຫ້​ແກ່​ປະຊາຊົນ 2 ປະ​ເທດ​ເທົ່າ​ນັ້ນ, ຫາກ​ຍັງ​ມີ​ຄວາມ​ໝາຍ​ສຳຄັນ​ທີ່​ມີ​ຕໍ່​ບັນດາ​ປະ​ເທດ​ອ້ອມ​ຂ້າງ​ອີກ​ດ້ວຍ.

    ຄວາມ​ຈິງ​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ ການ​ພົວພັນ​ເສດຖະກິດ​ລະຫວ່າງ 2 ປະ​ເທດ ຈີນ-ອິນ​ເດຍ ​ແມ່ນ​ຍັງ​ບໍ່​ທັນ​ມີ​ສັນຍານ​ທີ່​ດີ​ໃນ​ຊຸມ​ປີ​ທີ່​ຜ່ານ​ມາ. ຕາມ​ຕົວ​ເລກ​ສະ​ຖີຕິ​ແລ້ວ, ປີ​ກາຍ​ນີ້, ບ້ວງ​ເງິນ​ລົ​ງທຶນ​ອອກ​ສູ່​ຕ່າງປະ​ເທດ​ຂອງ​ຈີນ ​ແມ່ນ​ລື​ນກາຍ​ລະດັບ 90 ຕື້ USD, ​ແຕ່​ການ​ລົງທຶນ​ຂອງ​ປະ​ເທດ​ນີ້​ຢູ່​ອິນ​ເດຍ ​ແມ່ນ​ຖືກ​ຈຳກັດ​ຢູ່, ບັນລຸ​ພຽງ 400 ລ້ານ USD ​ເທົ່າ​ນັ້ນ. ​ເພາະສະ​ນັ້ນ, ​ໃນ​ເທືອ່ນີ້, ຈີນ​ຕົກລົງ​ລົງທຶນ​ເຂົ້າ​ອິນ​ເດຍຫຼາຍ​ກ່ວາ​ນັ້ນ, ຈະ​ເປັນ​ການ​ປົວ​ແປງ​ການ​ປະກົດ​ຕົວ​ຂອງ​ຈີນ​ຢູ່​ປະ​ເທດ​ ເພື່ອນ​ບ້ານ​ໃກ້​ຄຽງນີ້.

    ນອກຈາກ​ຈຸດປະສົງ​ດ້ານ​ເສດຖະກິດ​ແລ້ວ, ວົງ​ການ​ນັກ​ສັງ​ເກດການ​ຖື​ວ່າ​ ການ​ຢ້ຽມຢາມ​ອິ​ນເດຍຂອງ ທ່ານປະທານ ປະເທດຈີນ ສີຈີນຜີງ ຍັງ​ເພື່ອ​ແນ​ໃສ່​ສ້າງ​ຄວາມ​ລຶ້ງ​ແກວ​ນກັບ​ຄະນະ​ນຳ​ໃໝ່​ຂອງ​ອິນ​ເດຍ, ຈຳກັດ​ເລື່ອງ​ນິວ​ເດ​ລີ​ຮ່ວມ​ສຳພັນ​ກັບ​ວໍ​ຊິງ​ຕັນ ​ແລະ ​ໂຕ​ກຽວ​ເພື່ອ​ລະງັບ​ຈີນ.

    ການ​ພິພາດ​ຊາຍ​ແດນ​ແມ່ນ​ຮົ້ວ​ກີດ​ຂວາງ​ບໍ່​ນ້ອຍ​ໃນ​ການ​ພົວພັນ 2 ຝ່າຍ.

   ກົງກັນຂ້າມ​ກັບ​ແງ່​ຫວັງ​ທີ່​ສະຫວ່າງ​ສະ​ໄຫວ​ໃນ​ການ​ຮ່ວມ​ມື​ດ້ານ​ເສດຖະກິດ, ​ເບິ່ງສັງ​ລວມ​ແລ້ວ, ການ​ພົວພັນ 2 ຝ່າຍ ຈີນ-ອິນ​ເດຍ ກໍ​ບໍ່​ຈົບງາມ​ປານ​ໃດ​ຂະນະ​ທີ່​ຄວາມ​ບໍ່​ລົງ​ລອຍ​ກັນຍັງ​ຄົງຕົວ​ຢູ່.

     ກ່ອນການ​ຢ້ຽມຢາມ​ຂອງ ທ່ານປະທານ ປະເທດຈີນ ສີຈີນຜີງ​ເປັນ​ເວລາ 1 ວັນ, ລັດຖະບານ​ອິນ​ເດຍຖະ​ແຫຼ​ງວ່າ ຈະ​ປ້ອງ​ກັນ​​ເສັ້ນ​ຊາຍ​ແດນ​ກັບ​ຈີນ​ລວມຄວາມ​ຍາວ 3.500 ກມຢ່າງ​ເຄັ່ງ​ຄັດ. ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ອິນ​ເດຍ​ທ່ານ Akbaruddin ໄດ້​ຢືນຢັນ​ວ່າ ບັນຫາ​ສຳຄັນນີ້ ຈະ​ຖືກ​ນຳ​ມາ​ປຶກສາ​ຫາລື​ກັບ ທ່ານປະທານປະເທດຈີນ ສີຈີນຜີງ.

    ນອກຈາກ​ການ​ພິ​ພາດ​ເຂດ​ດິນ​ແດນ​ແລ້ວ, ການ​ພົວພັນ​ລະຫວ່າງ 2 ປະ​ເທດ​ຍັງ​ປະສົບ​ກັບ​ສິ່ງ​ກີດຂວາງ ຂະນະ​ທີ່​ໃນ​ຊຸມ​ປີ​ທີ່​ຜ່ານ​ມາ, ປັກ​ກິ​ງ​ເພີ່ມ​ທະວີ​ການ​ກໍ່ສ້າງ​ບັນດາ​ຂົວ​ໃຫ້​ເຮືອ​ເຂົ້າ​ມຽບທ່າ, ຖານ​ທີ່​ໝັ້ນ​ຢູ່​ພາກ​ພື້ນ​ອາຊີ​ໃຕ້​ຄື ປາ​ກິດ​ສະຖານ, ສີ​ລັງກາ, ອັນ​ໄດ້​ເຮັດ​ໃຫ້​ເກີດ​ກະ​ແສ​ຟອງ​ວິຕົກ​ກັງວົນ​ຕໍ່​ເລື່ອງ​ຈີນ​ພວມ​ຊອກ​ຫາ​ວິທີປິດ​ລ້ອມ​ອິນ​ເດຍ.

    ບໍ່​ອາດ​ປະຕິ​ເສດການ​ຢ້ຽມຢາມ​ອິ​ນເດຍຄັ້ງ​ນີ້ຂອງ ທ່ານປະທານປະເທດຈີນ ສີຈີນຜີງ ຊຶ່ງ​ຈະ​ສ້າງ​ກາລະ​ໂອກາດ​ໃຫຍ່​ໃນ​ການ​ຮ່ວມ​ມື​ເສດຖະກິດ​ລະຫວ່າງ 2 ປະ​ເທດ​ທີ່​ມີ​ຈຳນວນ​ປະຊາກອນ​ຫຼາຍ​ກ່ວາ​ໝູ່​ໃນ​ໂລກ. ​ແຕ່​ການ​ພົວພັນ​ດ້ານ​ເສດຖະກິດ​ພັດທະນາ​ຢ່າງ​ແຮງນັ້ນ ກໍ່​ຍັງບໍ່ອາດ​ຫັນ​ເປັນ​ການ​ພົວພັນ 2 ຝ່າຍ​ທີ່​ດີ​​ໃນ​ທຸກ​ດ້ານ​ໄດ້.

ຕອບກັບ

ຂ່າວ/ບົດ​ອື່ນ