ການພົວພັນຕ່່າງປະເທດຂອງຫວຽດນາມ ປີ 2013 : ປະສິດທິຜົນ ແລະ ເນື້ອແທ້


   ປີ 2013 ໃກ້ຈະສິ້ນສຸດ ດ້ວຍບັນດາການເຄື່ອນໄຫວດ້ານການທູດທີ່ອຸດົມ ສົມບູນ ​ແລະ ຟົດ​ຟື້ນ. ຫວນ​ຄືນ​ໄລຍະ 1 ປີ​ທີ່​ຜ່ານ​ມາ ອາດ​ຈະ​ເຫັນ​ໄດ້​ວ່າ ການ​​ເຄື່ອນ​ໄຫວພົວພັນ​ກັບ​ຕ່່າງປະ​ເທດ​ໄດ້​ຖືກ​ຜັນ​ຂະຫຍາຍ​ຢ່າງ​ເລິກ​ເຊິ່ງກ້ວາງ​ຂວາງ ​ແລະ ​ໄດ້​ນຳ​ມາ​ເຊິ່ງໝາກຜົນ​ລະອຽດ. ບໍ່​ພຽງ​ແຕ່​ປະກອບສ່ວນ​ສ້າງ​ສະພາບ​ແວດ​ລ້ອມ​ສາກົນ​ທີ່​ສະດວກ​ຕໍ່​ການ​ພັດທະນາ​ປະ​ເທດ​ຊາດ, ຍາດ​ແຍ່ງ​ແຫຼ່ງກຳລັງ​ໃຫ້​ແກ່​ກິດຈະການ​ຫັນ​ປະ​ເທດ​ຊາດ​ເປັນ​ອຸດສາຫະກຳ ​ແລະ ທັນ​ສະ​ໄໝ​ເທົ່າ​ນັ້ນ, ຫາກ​ຍັງ​ໜູນ​ຊ່ວຍ​ປົກ​ປ້ອງ​ຜົນ​ປະ​ໂຫຍ​ດ​ແຫ່ງ​ຊາດ, ປົກ​ປັກ​ຮັກສາ​ອະທິປະ​ໄຕ, ຜືນ​ແຜ່ນດິນ​ອັນ​ຄົບ​ຖ້ວນ​ອີກ​ດ້ວຍ.              ໂດຍປະຕິບັດແນວທາງການຕ່າງປະເທດທີ່ສະເໝີຕົ້ນສະເໝີປາຍຂອງ ພັກກອມມູນິດ ຫວຽດນາມ, ໃນໄລຍະທີ່ຜ່ານມາ, ການ​​ພົວພັນ​​ຕ່່າງປະ​ເທດ​ຂອງຫວຽດນາມໄດ້ບັນລຸບັນດາຜົນງານ ທີ່ພົ້ນເດ່ັນ. ພິເສດໃນປີ 2013, ການ​​ພົວພັນ​​ຕ່່າງປະ​ເທດ​ຂອງຫວຽດນາມໄດ້ເປັນຂີດໝາຍດ້ວຍບັນດາ ຜົນງານທີ່ມີ ລັກສະນະຮອບດ້ານນັບ​ທັງ 3 ​ເປົ້າໝາຍ​ຄື ການ​ພັດທະນາ; ການ​ປ້ອງ​ກັນ​ຄວາມ​ສະຫງົບ; ​ແລະ ທີ່​ຕັ້ງ​ບົດບາດ. ການ​​ເຄື່ອນ​ໄຫວພົວພັນ​ກັບ​ຕ່່າງປະ​ເທດ​​ໄດ້​ຮັບ​ການ​ຊຸກຍູ້​ໃນ​ທຸກໆ​ຂົງ​ເຂດ ຈາກ​ການ​ເມືອງ, ​ເສດຖະກິດ, ການປ້ອງກັນຊາດ- ປ້ອງ​ກັນ​ຄວາມ​ສະຫງົບ,​ວັດທະນະທຳ....ດ້ວຍ​ທຸກ​ຄູ່​ຮ່ວມ​ມື​ໃນ​ທຸກ​ທະວີບ, ນັບ​ທັງ​ການ​ພົວພັນ 2 ຝ່າຍ ​ແລະ ຫຼາຍ​ຝ່າຍ.

      ສ້າງ​ຂອບ​​ເຂດ​ການ​ພົວພັນ​ກັບ​ຄູ່​ຮ່ວມ​ມື​ທີ່​ສຳຄັນ​ທັງ​ໝົດ

  ປີ 2013, ດ້ວຍ​ເລື່ອງ​ສືບ​ຕໍ່​ສ້າງ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດກັບ​ອີ​ຕາ​ລີ​, ສິງກະ​ໂປ, ​ໄທ, ອິນ​ໂດ​ເນ​ເຊຍ, ຝະລັ່ງນັ້ນ, ຫວຽດນາມ​ໄດ້​ສ້າງ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດກັບ 13 ປະ​ເທດ. ນອກຈາກ​ນັ້ນ, ຫວຽດນາມ​ຍັງ​ສ້າງ ການ​ພົວພັນ​ຄູ່​ຮ່ວມ​ມື​ຮອບດ້ານ​ກັບ ອົດ​ສະ​ຕາ​ລີ ​ແລະ ອາ​ເມ​ລິ​ກາ​ຕື່ມ​ອີກ, ອັນ​ໄດ້​ຍົກ​ຍອດ​ຈຳນວນ ການ​ພົວພັນ​ຄູ່​ຮ່ວມ​ມື​ຮອບດ້ານ​ຂອງ​ຫວຽດນາມ​ຂຶ້ນ​ເຖິງ 11 ປະ​ເທດ.

 

ການພົວພັນຕ່່າງປະເທດຂອງຫວຽດນາມ ປີ 2013 : ປະສິດທິຜົນ ແລະ ເນື້ອແທ້ - ảnh 1
ທ່ານປະທານປະເທດຫວຽດນາມ ເຈືອງເຕີ້ນຊາງ ເຈລະຈາກັບ ປະທານາທິບໍດີ ອາເມລິກາ Barak Obama ຢູ່ວໍຊິງຕັນເມື່ອວັນທີ 25/7
(ພາບ:AP)

 ​ເປັນ​ໜ້າ​ສົນ​ໃຈ ​ແມ່ນ​ພາຍຫຼັງ 67 ປີ ນັບ​ຕັ້ງ​ແຕ່​ທ່ານ​ປະທານ ​ໂຮ່ຈິ​ມິນ ​ໄດ້​ຝາກ​ຈົດໝາຍ​ເຖິງ ປະທານາທິບໍດີ​ອາ​ເມ​ລິກາ Harry S. Truman ​, ສະ​ແດງ​ໃຫ້​ເຫັນ​ຄວາມ​ຫວັງ​ຢາກ​ສ້າງສາ​ຍພົວພັນ​ຮ່ວມ​ມື​ຢ່າງ​ເຕັມ​ສ່ວນນັ້ນ, ການພົວພັນ​ຮ່ວມ​ມື​ລະຫວ່າງ​ຫວຽດນາມ - ອາ​ເມ​ລິ​ກາ ​ເປັນ​ຄັ້ງ​ທຳ​ອິດ​ໄດ້​ຮັບ​ການ​ຍົກ​ລະດັບ​ເປັນ​ຄູ່​ຮ່ວມ​ມື​ຮອບດ້ານ, ອັນ​ໄດ້​ເປີດ​ໄລຍະ​ຮ່ວມ​ມື 2 ຝ່າຍ​ໃໝ່​ລະຫວ່າງ 2 ປະ​ເທດ ຊຶ່ງ​ໄດ້​ຮັບ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ທາງ​ການ​ເມືອງ​ສູງ​ກ່ວາ. ທ່ານ​ເອກ​ອັກຄະ​ລັດຖະທູດ​ຫວຽດນາມ​ປະຈຳ​ອາ​ເມ​ລິ​ກາ ຫງວຽນ​ກວກ​ເກືອ​ງ ​ໃຫ້​ຂໍ້​ສັງ​ເກດ​ວ່າ :

   “ ດ້ວຍ​ເລື່ອງ​ສ້າງການ​ພົວພັນ​ຄູ່​ຮ່ວມ​ມື​ຮອບດ້ານ​ລະຫວ່າງ​ຫວຽດນາມ - ອາ​ເມ​ລິ​ກາ ດ້ວຍ​ເນື້ອ​ໃນ​ລວມມີ 9 ຂົງ​ເຂດ​ຮ່ວມ​ມື​ນັ້ນ, ​ເປັນ​ຄັ້ງ​ທຳ​ອິດ​ພາຍຫຼັງ​ຫຼາຍ​ປີ, ທາງ​ດ້ານ​ພື້ນຖານ ພວກ​ເຮົາ​ໄດ້​ສຳ​ເລັດ​ການ​ສ້າງ​ເຄື​ອຂ່າຍການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ, ຄູ່​ຮ່ວມ​ມື​ຮອບດ້ານ​ກັບ​ທຸກໆ​ຄູ່​ຮ່ວມ​ມື​ທີ່​ສຳຄັນ​ກ່ວາ​ໝູ່​ໃນ​ໂລກ. ​ເປັນ​ໜ້າ​ສົນ​ໃຈ​ແມ່ນ​ໃນ​ນັ້ນ, ມີ​ທັງ 5 ປະ​ເທດ​ປະຈຳ​ສະພາ​ຄວາມ​ໝັ້ນຄົງ ສ.ປ.ຊ, ບັນດາ​ປະ​ເທດ​ແກ່ນສານ​ໃນ​ກຸ່ມ​ອາ​ຊຽນ, ປະກອບ​ສ່ວນຍົກ​ສູງ​ທີ່​ຕັ້ງ​ບົດບາດ, ອິດ​ທິພົນ​ຊື່​ສຽງ​ຂອງ​ຫວຽດນາມ​ບົນ​ເວ​ທີ່​ສາກົນ, ປະກອບສ່ວນ​ສ້າງ​ສະພາບ​ແວດ​ລ້ອມ​ແຫ່ງສັນຕິພາບ​, ສະຖຽນ​ລະ​ພາບ​ເພື່ອ​ພັດທະນາ”

   ການ​ພົວພັນ​ທາງ​ດ້ານ​ການ​ເມືອງ-ການ​ທູດ​ທີ່​ດີງາມ ​ໄດ້​ສ້າງ​ເງື່ອນ​ໄຂ​ສະດວກ​​ໃຫ້​ແກ່​ການ​ດຶງ​ດູດ​ການ​ລົງທຶນ​ໂດຍ​ກົງ​ຂອງ​ຕ່າງປະ​ເທດ (FDI) . ​ໃນ​ສະຖານະ​ການ​ພື້ນຖານ​ເສດຖະກິດ​ໂລກ​ຍັງ​ຄົງ​ຮັບ​ຜົນ​ກະທົບ​ຫຼາຍ​ຢ່າງ​ຈາກ​ວິ​ກິດ​ການ​ການ​ເງິນ​ທົ່ວ​​ໂລກ, ການ​ດຶງ​ດູດ​ເງິນ​ລົງທຶນ​ໂດຍ​ກົງ​ຈາກ​ຕ່າງປະ​ເທດ (FDI) ຂອງ​ຫວຽດນາມ​ປີ 2013 ຍັງ​ຄົງ​ບັນລຸ​ຕົວ​ເລກ​ທີ່​ໜ້າ​ຊື່​ນຊົມ ຄື 20ຕື້​ກ່ວາ USD, ​ເພີ່ມ​ຂຶ້ນ​ກ່ວາ 65%​ເມື່ອ​ທຽບ​ໃສ່​ໄລຍະ​ດຽວກັນ​ຂອງ​ປີ​ກາຍ. ພ້ອມ​ກັນ​ນັ້ນ, ການ​ຂົນຂວາຍ​ທາງ​ການ​ເມືອງ-ການ​ທູດ ກໍ​ຍັງ​ສ້າງ​ເງື່ອນ​ໄຂ​ສະດວກ​ໃຫ້​ແກ່​ວິວັດ​ການ​ເຈລະຈາ​ບັນດາ​ສັນຍາ​ການ​ຄ້າ​ເສລີ ທີ່​ສຳຄັນ​ ​ແລະ ຮັບຮອງ​ຂໍ້​ກຳນົດ​ເສດຖະກິດ​ການ​ຕະຫຼາດ. ທ່ານ​ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ການ​ຕ່າງ​ປະ​ເທດ​ຫວຽດນາມ ຝ້າ​ມບິງ​ມິນ ​ໃຫ້​ຮູ້​ວ່າ :  

    “ ພວກ​ເຮົາ​ໄດ້​ຂົນຂວາຍ​ຕື່ມ​ອີກ 14 ປະ​ເທດ, ອັນ​ໄດ້​ຍົກ​ຍອດ​ຈຳ​ນວນປະ​ເທດ ຮັບຮອງ​ຂໍ້​ກຳນົດ​ເສດຖະກິດ​ການ​ຕະຫຼາດ​ໃຫ້​ແກ່​ຫວຽດນາມ ຂຶ້ນ​ເຖິງ 43 ປະ​ເທດ, ​ໃນ​ນັ້ນມີ 8 ປະ​ເທດ G 20. ປະຈຸ​ບັນ ຫວຽດນາມ​ພວມ​ດຳ​ເນີນ​ການ​ເຈລະຈາ​ສັນຍາ​ເຂດ​ການ​ຄ້າ​ເສລີ​ 6 ສະບັບ​ກັບ​ບັນດາ​ຄູ່​ຮ່ວມ​ມື​ທີ່​ສຳຄັນ​ໃນ​ຂອບ​ເຂດ​ຫຼາຍ​ຝ່າຍ ​ແລະ 2 ຝ​່າຍ, ​ໃນ​ນັ້ນ​ມີ​ບັນດາ​ພື້ນຖານ​ເສດຖະກິດ​ທີ່​ໃຫຍ່​ກ່ວາ​ໝູ່​ໃນ​​ໂລກ. ນອກຈາກ​ການ​ຮ່ວມ​ມື, ພວກ​ເຮົາ​ກໍ​ໄດ້​ທຳ​ການ​ຕໍ່​ສູ້​ກບັນ​ບັນດາ​ການ​ກະທຳ​ໃຫ້​ອະ​ລັກຂາ, ຈຳ​ແນ​ກການ​ປະພຶດ​ໃນ​ການ​ພົວພັນ​ດ້ານ​ການ​ຄ້າ, ປະກອບ ສ່ວນ​ປົກ​ປ້ອງສິນຄ້າ​ສົ​່ງອອກຫຼາຍ​ປະ​ເພດ​ທີ່​ເປັນ​ປາຍ​ແຫຼມ​ຂອງ​ຫວຽດນາມ​ໃນ​ບັນດາ​ກໍລະນີ​ຂາຍ​ບຸບ​ລາ​ຄ່າ, ໜູນ​ຊ່ວຍ​ການ​ສົ່ງ​ອອກ ”

    ປົກ​ປ້ອງ​ຜົນ​ປະ​ໂຫຍ​ດ​ແຫ່ງ​ຊາດ, ຍົກ​ສູງ​ທີ່​ຕັ້ງ​ບົດບາດ​ຂອງ​ປະ​ເທດ​ຊາດ

     ດ້ວຍ​ບັນດາ​ແຜນ​ນະ​ໂຍບາຍ ​ແລະ​ ວິ​ມີ​ການ​ແກ້​ໄຂ​ທີ່​ເໝາະ​ສົມ, ບົນ​ພື້ນຖານ​ເຈດ​ຕະນາ​ດີ, ຈິດ​ໃຈ​ຮ່ວມ​ມື ​ແລະ ປະຕິບັດ​ບັນດາ​ຫຼັກການຂອງ​ກົດໝາຍ​ສາກົນນັ້ນ, ການ​ທູດ​ປີ 2013 ​ໄດ້​ເສີມ​ຂະຫຍາຍກຳ​ລັງ​ແຮງດ້ານ​ການ​ພົວພັນ​ຕ່າງປະ​ເທ​ດຂອງ​ຕົນ, ປະກອບ​ສ່ວນ ປົກ​ປັກ​ຮັກສາ​ອະທິປະ​ໄຕ, ຜືນ​ແຜ່ນດິນ​ອັນ​ຄົບ​ຖ້ວນ. ຈຳນວນ​ກໍລະນີ​ທີ່​ຮ້າຍ​ແຮງ​ບົນ​ທະ​ເລ​ໄດ້​ຫຼຸດຜ່ອນ​ລົງ​ຫຼາຍ​ພໍສົມຄວນ. ສິ່ງ​ທີ່​ສຳຄັນ​ກ່ວາ​ໝູ່​ແມ່ນ​ການ​ແກ້​ໄຂ​ບັນຫາ​ທະ​ເລ​ຕາ​ເວັນ​ອອກ ​​ໂດຍບໍ່​ສົ່ງ​ຜົນ​ສະທ້ອນ​ເຖິງ​ການ​ພົວພັນ​ຂອງ​ຫວຽດນາມ​ກັບປະ​ເທດ​ຕ່າງ​ໆ.

ການພົວພັນຕ່່າງປະເທດຂອງຫວຽດນາມ ປີ 2013 : ປະສິດທິຜົນ ແລະ ເນື້ອແທ້ - ảnh 2
ບັນດາປະເທດຊົມເຊີຍເລື່ອງຫວຽດນາມ​ໄດ້​ຮັບ​ເລືອກ​ຕັ້ງ​ເຂົ້າ​ເປັນ​ສະມາຊິກ​ສະພາ​ສິດທິ​ມະນຸດ​ແຫ່ງ​ ສ.ປ.ຊ ດ້ວຍ​ຈຳນວນ​ບັດ​ສະໜັບ ສະໜູນສູງ​ສຸດ      (ພາບ : Vietnam+)


    ທາງ​ດ້ານ​ສາກົນ, ປີ 2013 ​ແມ່ນ​ປີ​ທີ່​ຫວຽດນາມ​ປະສົບ​ຜົນສຳ​ເລັດ​ໃນ​ການ​ຍົກ​ສູງ​ທີ່​ຕັ້ງ​ບົດບາດ​ຂອງ​ຕົນ. ​ເລື່ອງ​ຫວຽດນາມ​ຕົກລົງ​ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວຮັກ​ສາ​ສັນຕິພາບຂອງ​ສະຫະ​ປະຊາ​ຊາດ, ​ໄດ້​ຮັບ​ເລືອກ​ຕັ້ງ​ເປັນ​ປະທານ​ສະພາ​ຜູ້​ວ່າການ​ອົງການ​ພະລັງງານ​ປະລະມານູ​ສາກົນ, ​ໄດ້​ຮັບ​ເລື​ອກຕັ້ງ​ເປັນ​ສະມາຊິກ​ຄະນະ​ກຳມາ​ທິການ​ລະຫວ່າງ​ລັດຖະບານ​ຂອງ​ສົນທິສັນຍາ 1972 ກ່ຽວ​ກັບ​ມໍລະດົກ​​ໂລກ​ຂອງ​ອົງການ UNESCO, ພິ​ເສດ​ແມ່ນ​ຫວຽດນາມ​ໄດ້​ຮັບ​ເລືອກ​ຕັ້ງ​ເຂົ້າ​ເປັນ​ສະມາຊິກ​ສະພາ​ສິດທິ​ມະນຸດ​ແຫ່ງ​ ສ.ປ.ຊ ດ້ວຍ​ຈຳນວນ​ບັດ​ສະໜັບ ສະໜູນສູງ​ສຸດ, ອັນ​ໄດ້​ສ້າງ​ພາບ​ພົດ​ປະ​ເທດ​ຫວຽດນາມ​ທີ່​ຕັ້ງໜ້າ, ມີ​ຄວາມ​ຮັບ​ຜິດ​ຊອບຕໍ່ໜ້າ​ບັນດາ​ບັນຫາ​ລວມຂອງ​ມວນ​ມະນຸດ. ທ່ານ​ເອກ​ອັກຄະ​ລັດຖະທູດ​ຫວຽດນາມ ປະຈຳ ສ.ປ.ຊ ​ເລ​ຮ່ວາຍ​ຈຸ​ງ ​ໃຫ້​ຮູ້​ວ່າ : 

   “ ສ.ປ.ຊ ​ເຫັນ​ວ່າ ຫວຽດນາມ​ມີ​ທັດສະນະ​ທີ່​ຕັ້ງໜ້າ​ໃນ​ຫຼາຍ​ບັນຫາ ​ແລະ ​ແມ່ນ​ຄູ່​ຮ່ວມ​ມື​ທີ່​ສາມາດ​ໃຫ້ການ​ຮ່ວ​ມມື​ທີ່​ດີ. ທຸກໆ​ບັນຫາ​ໃຫຍ່​ຂອງ​ໂລກ​ຄື ບໍ່​ແຜ່​ຂະຫຍາຍ​ອາວຸດ​ລ້າງຜານ, ຕ້ານ​ກໍ່​ການ​ຮ້າຍ, ຕ້ານການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ, ຕ້ານ​ອາດຊະຍາ​ກຳ​ຂ້າມ​ຊາດ, ປົກ​ປ້ອງ​ສິດສະ​ເໝີ​ພາບ​ໃຫ້​ແມ່ຍິງ, ສິດທິ​ເດັກ, ສິດ​ຂອງ​ຜູ້​ບໍ່​ໄດ້​ປຽບ, ​ຫວຽດນາມມີ​ທັດສະນະ​ທີ່​ຕັ້ງໜ້າ. ​ເພາະສະ​ນັ້ນ, ສ.ປ.ຊ ​ເຫັນ​ວ່າ ຫວຽດນາມສະແດງທ່າທີອັນຕັ້ງໜ້າ ແລະ ປະກອບສ່ວນສ້າງສາ”

     ປີ 2014, ໂດຍສືບຕໍ່ເສີມຂະຫຍາຍຜົນສຳເລັດຂອງການທູດ ປີ 2013, ຫວຽດນາມເພີ່ມທະວີການ ປະກອບສ່ວນອັນແທ້ຈິງ, ພິເສດແມ່ນບັນດາຂໍ້ລິເລີ່ມ ແກ້ໄຂບັນດາບັນຫາສາກົນ ​ແລະ ພາກ​ພື້ນ​ຕາມ​ທິດ​ນຳ “ ​ເປັນ​ສະມາຊິກ​ທີ່​ມີ​ຄວາມ​ຮັບຜິດຊອບ​ຂອງ​ປະຊາ​ຄົມ​ໂລກ” ບັນດາ​ຜົນງານ​ຂອງ ການ​ພົວພັນ​ຕ່່າງປະ​ເທດ ປີ 2013 ​ແມ່ນ​ພື້ນຖານ​ສຳຄັນ​ເພື່ອ​ໃຫ້​ຫວຽດນາມ​ປະຕິບັດ 2 ໜ້າ​ທີ່​ຍຸດ​ທະ​ສາດ​ຄື ສ້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ​ໃນ​ໄລຍະ​ທີ່​ຈະ​ມາ​ເຖິງ​ຢ່າງ​ສຳ​ເລັດ​ຜົນ. 

ຕອບກັບ

ຂ່າວ/ບົດ​ອື່ນ