ການພົວພັນມິດຕະພາບລະຫວ່າງຫວຽດນາມ-ຝະລັ່ງບັນລຸຜົນສຳເລັດຢ່າງຈົບງາມ

(vovworld)- ກ່າວ​ຄຳ​ເຫັນ​ທີ່​ສະຖາບັນພົວພັນ​ສາກົ​ນຝະລັ່ງ ຢູ່​ນະຄອນຫຼວງ​ປາຣີ ​ເມື່ອວັນ​ທີ 24/9, ທ່ານ​ນາຍົກລັດຖະມົນຕີ​ຫວຽດນາມ ຫງວຽນ​ເຕິ​ນຢຸງ ຢືນຢັນ​ວ່າ: ການ​ພົວພັນ​ຮ່ວມ​ມືລະຫວ່າງ ​ຫວຽດນາມ ​ແລະ ຝະລັ່ງ ​ໄດ້​ສຳ​ເລັດຜົນດ້ວຍ​ເລື່ອງ​ການ​ນຳ​ສອງ​ປະ​ເທດ​ພ້ອມ​ກັນ​ປະກາດ​ສ້າງ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ຫວຽດນາມ-ຝະລັ່ງ.

ການພົວພັນມິດຕະພາບລະຫວ່າງຫວຽດນາມ-ຝະລັ່ງບັນລຸຜົນສຳເລັດຢ່າງຈົບງາມ - ảnh 1

(ພາບ: baodatviet.vn)

  ໃນ​ຂອບ​ເຂດການ​ຢ້ຽມຢາມ ສ.ຝະລັ່ງ ຢ່າງ​ເປັນ​ທາງ​ການ, ວັນ​ທີ 24/9, ທ່ານ​ນາຍົກລັດຖະມົນຕີ​ຫວຽດນາມ ຫງວຽນ​ເຕິ​ນຢຸງ ​ໄດ້​ໄປ​ຢ້ຽມຢາມ ​ແລະ ມີ​ບົດກ່າວ​ປາ​ໄສ​ສຳຄັນ​ທີ່​ສະຖາບັນພົວພັນ​ສາກົ​ນຝະລັ່ງ ຢູ່​ນະຄອນຫຼວງ​ປາຣີ. ຕໍ່ໜ້າບັນດາ​ນັກ​ການ​ເມືອງ, ນັກຮຽນ​ຮູ້ ​ແລະ ນັກຄົ້ນຄ້ວາທີ່​ມີ​ອິດ​ທິພົນ​ຊື່​ສຽງ​ເປັນ​ຈຳນວນ​ຫຼວງ​ຫຼາຍ, ທ່ານ​ນາຍົກລັດຖະມົນຕີ​ຫວຽດນາມ ຫງວຽນ​ເຕິ​ນຢຸງ ​​ໄດ້​ເວົ້າກ່ຽວ​ກັບ ການ​ພົວພັນ​ລະຫວ່າງ​ປະ​ເທດ​ຫວຽດນາມ ​ແລະ ຝະລັ່ງ ວ່າ: ​ເຖິງ​ວ່າ, ຈະ​ຜ່ານ​ຜ່າຄວາມ​ຫຍູ້​ງຍາກ, ສິ່ງ​ທ້າ​ທາຍ​ຫຼາຍ​ຢ່າງ​ກໍ່ຕາມ ​ແຕ່ ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ບັນລຸ​ໄດ້ຜົນ​ສຳ​ເລັດ​ອັນ​ຈົບງາມ.

  ​ແບບຢ່າງ​ໃຫ້​ແກ່​ການ​ພົວພັນ​ລະ​ຫວ່າງ​ຕາ​ເວັນ​ອອກ-​ຕາ​ເວັນ​ຕົກ

  ທ່ານ​ນາຍົກລັດຖະມົນຕີ​ຫວຽດນາມ ຫງວຽນ​ເຕິ​ນຢຸງ ຢືນຢັນວ່າ: ​ໃນ 40 ປີຜ່ານມາ, ດ້ວຍ​ຄວາມ​ມານະ​ພະຍາຍາມ​ເພີ່ມ​ພູນ​ຄູນ​ສ້າງ​ຈາກ​ທັງ​ສອງ​ຝ່າຍ, ສະ​ເໝີ​ພາບ ​ແລະ ​ເຄົາລົບ​ນັບຖື​ຊື່​ງກັນ ​ແລະ ກັນ, ການ​ພົວພັນ​ລະຫວ່າງ​ຫວຽດນາມ ​ແລະ ຝະລັ່ງ ບັນລຸ​ໄດ້ຜົນ​ງານ​ສຳຄັນ​ທີ່​ເຕັມ​ໄປ​ດ້ວຍ​ຄວາມ​ໝາຍ ຊື່​ງສະ​ແດງ​ອອກ​ຢ່າງ​ເລິກ​ເຊິ່ງກ້ວາງ​ຂວາງ​ຜ່ານ​ບັນດາ​ການ​ຢ້ຽມຢາມ​ຂອງ​ການ​ນຳຂັ້ນສູງ ​ແລະ ການ​ພົບ​ປະ​ແລກປ່ຽນ​​ເປັນປະຈຳ​ຂອງ​ບັນດາ​ອົງການ, ທ້ອງ​ຖິ່ນ, ອົງການ​ຈັດຕັ້ງສັງຄົມ. ມາ​ຮອດ​ປະຈຸ​ບັນ, ສອງ​ປະ​ເທດ​ໄດ້​ລົງ​ນາມ​ໃນ​ສັນຍາ, ຂໍ້​ຕົກລົງ​ສຳຄັນ​ຫຼາຍ​ສະບັບ, ສ້າງຕັ້ງ ​ແລະ ຮັກສາ​ບັນດາ​ກົນ​ໄກ​​ໂອ້​ລົມ​ສົນທະນາ, ຮ່ວມ​ມື​ດ້ານ​ເສດຖະກິດ, ການ​ປ້ອງ​ກັນຊາ​ດປ້ອງ​ກັນ​ຄວາມ​ສະຫງົບ, ວັດທະນະທຳ, ການ​ພົບປະແລກປ່ຽນ ປຊຊ ເປັນ​ປະຈຳ ​ແລະ​ ມີ​ປະສິດທິ​ຜົນ. ປະຈຸ​ບັນ, ການ​ພົວພັນ​ລະຫວ່າງ​ຫວຽດນາມ ​ແລະ ຝະລັ່ງ ​ໄດ້ກາຍ​ເປັນ​ແບບຢ່າງໃຫ້​ແກ່​ການ​ພົວພັນ​ລະ​ຫວ່າງ​ຕາ​ເວັນ​ອອກ-​ຕາ​ເວັນ​ຕົກ, ລະຫວ່າງ​ປະ​ເທດ​ອຸດສາຫະກຳ​ອັນ​ດັບ​ໜຶ່ງ​ຢູ່​ເອີ​ລົບ ​ແລະ ປະ​ເທດ​ໜຶ່ງ​ພວມ​ພັດທະນາ​ຢ່າງ​ຂະຫຍັນ​ຂັນ​ເຄື່ອນ​ຢູ່​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້.

  ຍ້ອນ​ເຫດ​ນັ້ນ, ທ່ານ​ນາຍົກລັດຖະມົນຕີ​ຫວຽດນາມ ຫງວຽນ​ເຕິ​ນຢຸງ ຢືນຢັນ​ວ່າ: ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຫາ​ກໍ່​ໄດ້​ຮັບ​ການ​ສ້າງຕັ້ງນັ້ນ ສະ​ແດງ​ໃຫ້​ເຫັນ​​ຄວາມສຸກ​ງ່ອມ​ຂອງ​ການ​ພົວພັນ​ໃນ​ຫຼາຍ​ຂົງ​ເຂດ ​ແລະ ​ໃນ​ຫຼາຍ​ລະດັບ, ​ເປີດ​ໄລຍະ​ຮ່ວມ​ມື​ໃໝ່​ແຫ່ງ​ຄວາມ​ສັດ​ຊື່, ​ໄວ້​ເນື້ອ​ເຊື່ອ​ໃຈ. ​ເຄົາລົບ​ນັບຖື​ຊື່​ງກັນ ​ແລະ ກັນ ​ແລະ ຮ່ວມ​ມື​ຮອບດ້ານ​ໃນ​ບັນດາ​ຂົງ​ເຂດ: ​ການ​ເມືອງ-​ການ​ທູດ, ​​ເສດຖະກິດ, ວັດທະນະທຳ, ວິທະຍາສາດ​ເຕັກ​ໂນ​ໂລ​ຊີ, ​ການ​ປ້ອງ​ກັນຊາ​ດປ້ອງ​ກັນ​ຄວາມ​ສະຫງົບ, ພ້ອມ​ກັນ​ແບ່ງປັນ​ຜົນ​ປະ​ໂຫຍ​ດ​ເພື່ອ​ສັນຕິ​ພາບ, ຄວາມ ຈະ​ເລີ​ນຮຸ່ງ​ເຮືອງ​ຂອງ ປຊຊ ສອງ​ປະ​ເທດ.

ການພົວພັນມິດຕະພາບລະຫວ່າງຫວຽດນາມ-ຝະລັ່ງບັນລຸຜົນສຳເລັດຢ່າງຈົບງາມ - ảnh 2

​ ທ່ານ​ຫງວຽນ​ເຕິ​ນຢຸງກ່າວ​ປາ​ໄສ​ທີ່​ສະຖາບັນພົວພັນ​ສາກົ​ນຝະລັ່ງ

 (ພາບ: baomoi.com)

​  ເພື່ອ​ບັນລຸ​ໄດ້​ຈຸດໝາຍ​ດັ່ງກ່າວ, ທ່ານ​ນາຍົກລັດຖະມົນຕີ​ຫວຽດນາມ ຫງວຽນ​ເຕິ​ນຢຸງ ຖື​ວ່າ: ສອງ​ປະ​ເທດ​ຕ້ອງ​ພ້ອມ​ກັນ​ຮ່ວມ​ມື​ດ້ວຍ​ບັນດາ​ຈິນຕະນາການ​ໃໝ່, ວິທີ​ປະຕິບັດ​ທີ່​ມີ​ຫົວຄິດ​ປະດິດ​ສ້າງ​ເພື່ອ​ສືບ​ຕໍ່​ເພີ່​ມພູນ​ຄູນ​ສ້າງ​ໃຫ້​ແກ່ສາຍ​ພົວພັນ​ສອງ​ຝ່າຍ​​ແບບພິ​ເສດ​ນີ້​ເຂົ້າສູ່​ລວງ​ເລິກ, ມີ​ປະສິດທິ​ຜົນ ​ແລະ ພັດທະນາ​ຢ່າງ​ແຮງ, ນຳມາ​ເຊິ່ງຜົນ​ປະ​ໂຫຍ​ດ​ໃຫ້​ແກ່ ປຊຊ ສອງ​ປະ​ເທດ. ກ່ອນ​ອື່ນ​ໝົດ, ພວກ​ເຮົາ​ຕ້ອງ​ເອົາ​ໃຈ​ໃສ່, ມານະ​ພະຍາຍາມ​ຮ່ວມ​ມື​ໃນ​ບັນດາ​ກຸ່ມ​ຂົງ​ເຂດ​ຈຸດ​ສຸມ, ລວມທັງ​ຮ່ວມ​ມື​ສອງ​ຝ່າຍ ​ແລະ ຫຼາຍ​ຝ່າຍ​ໃນ​ບັນດາ​ເວທີ​ປາ​ໄສ​ສາກົນ, ພາກ​ພື້ນ ​ແລະ ທົ່ວ​ໂລກ.

ຂົວ​ຕໍ່​ໃໝ່​ໃນ​ການ​ພົວພັນ​ລະຫວ່າ​ວອາຊີ-​ເອີ​ລົບ

    ​ໃນ​ທ່າ​ອ່ຽງຫັນ​ເປັນ​ໂລກ​າພິບັດ​ດ້ວຍ​ບັນດາ​ການ​ພົວພັນ​ສາກົນ​ນັ້ນ, ທ່ານ​ນາຍົກລັດຖະມົນຕີ​ຫວຽດນາມ ຫງວຽນ​ເຕິ​ນຢຸງ ສະ​ແດງ​ຄວາມ​ປາດ​ຖະໜາຢາກ​ໃຫ້ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ຫວຽດນາມ-ຝະລັ່ງ ກາຍ​ເປັນ​ຂົວ​ຕໍ່​ໃຫ້​ແກ່​ການ​ພັດທະນາ​ການ​ຮ່ວມ​ມື​ລະຫວ່າງ​ອາຊີ-​ເອີ​ລົບ ຊື່​ງຈະ​ປະກອບສ່ວນ​ຊຸກຍູ້​ການ​ຮ່ວມ​ມື​ຂອງ​ສອງ​ກຸ່ມ​ເສດຖະກິດ​ໃຫ່ຍ ​ເພື່ອ​ແນ​ໃສ່​ສ້າງ​ກຳລັງ​ໜູນ​ໃຫ້​ແກ່​ການ​ພັດທະນາ​ທົ່ວ​ໂລກ. ​ໃນ​ສະພາບ​ຄວາມ​ແກ່ງ​ແຍ້​ງດ້ານ​ຜົນ​ປະ​ໂຫຍ​ດຍຸດ​ທະ​ສາດ​ນັບ​ມື້​ນັບ​ຂ້ຽວຂາດ​ນັ້ນ, ການ​ສ້າງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຍຸດ​ທະ​ສາດ​ລະຫວ່າງ​ປະ​ເທດ​ຄູ່​ຮ່ວມ​ມື​ຕ່າງໆ​ແມ່ນ​ຈຳ​ເປັນ​ທີ່​ສຸດ ​ແລະ ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ຫວຽດນາມ-ຝະລັ່ງ ຕ້ອງ​ໄດ້​ຮັບ​ການ​ເສີມ​ຂະຫຍາຍ, ປະກອບສ່ວນ​ສ້າງ​ສະພາບ​ແວດ​ລ້ອມ​ແຫ່ງ​ສັນຕິພາບ, ການ​ຮ່ວມ​ມື, ພັດທະນາ​ໃນ​ສອງ​ທະວີບອາຊີ-​ເອີ​ລົບ. ບໍ່​ພຽງ​ແຕ່​ພ້ອມ​ກັນ​ປະກອບສ່ວນ​ສະກັດ​ກັ້ນສະພາບຂາດ​ຄວາມສະ​ເໝີ​ພາບ, ສະກັດ​ກັ້ນການສະ​ແດງ​ກຳລັງ​ແຮງ​ພຽງ​ລຳ​ພັງຝ່າຍ​ດຽວ, ຄວາມ​ຮຽກຮ້ອງ​ໄຮ້ເຫດຜົນ, ບັນດາ​ການ​ກະທຳ​ລະ​ເມີດ​ກົດໝາຍ​ສາກົນ​ທີ່​ມີ​ລັກສະນະ​ຈັດ​ວາງ ​ແລ​ະ ການ​ເມືອງ​ກຳ​ອຳນາດ. ທຸກ​ສິ່ງທຸກ​ຢ່າງ​ເພື່ອ​ສັນຕິພາບ, ຄວາມ​ສະຫງົບ​ປອດ​ໄພ, ການ​ຮ່ວມ​ມື​ພັດທະນາ ​ແລະ ວັດທະນາ​ຖາວອນຢູ່​ໃນ​ໂລກ.

  ສຸດ​ທ້າຍ, ທ່ານ​ນາຍົກລັດຖະມົນຕີ​ຫວຽດນາມ ຫງວຽນ​ເຕິ​ນຢຸງ ຖື​ວ່າ: ​ເລື່ອງ​ສອງ​ປະ​ເທດ​​ສ້າງຕັ້ງການ​ພົວພັຍ​ຮູ່ຮ່ວມ​ມື​ຍຸດ​ທະ​ສາດ​ພຽງ​ແຕ່​ແມ່ນ​ບາດກ້າວ​ທຳ​ອິດ​ເທົ່າ​ນັ້ນ, ​ໃນ​ຕໍ່ໜ້າ​ຍັງ​ມີ​ບັນດາ​ກາລະ​ໂອກາດ ​ແລະ ສິ່ງ​ທ້າ​ທາຍ​ບໍ່​ແມ່ນ​ໜ້ອຍ ​ແຕ່​ດ້ວຍ​ຄວາມ​ຕັດສິນ​ໃຈ, ​ແນ່ນອນ​ວ່າ, ສອງ​ຝ່າຍຈະ​ຊອກ​ຫາ​ບັນດາ​ມາດ​ຕະການ​ທີ່​ເໝາະ​ສົມ​, ວິທີ​ປະຕິບັດ​ທີ່​ດີ, ມີ​ຫົວຄິດ​ປະດິດ​ສ້າງໄດ້ ​ເພື່ອ​ນຳການພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ຫວຽດນາມ-​ຝະລັ່ງ ​ໃຫ້ນັບ​ມື້​ນັບ ​ພັດທະນາ​ສົມ​ກັບ​ຄວາມ​ປາດ​ຖະໜາ, ​ເພື່ອ​ຜົນ​ປະ​ໂຫຍ​ດຂອງປຊຊ ສອງ​ປະ​ເທດ ​ແລະ ​ເພື່ອ​ການ​ພົວພັນ​ອັນ​ດີງາມ​ລະຫວ່າງ​ປະ​ເທດ​ຕ່າງໆ​ໃນ​ໂລກ./.

 

ປະຈຸ​ບັນ, ຝະລັ່ງ​ແມ່ນນັກ​ລົງທຶນ​ເອີ​ລົບ ​ໃຫ່ຍອັນ​ດັບ​ທີ​ 2, ​ແມ່ນຄູ່​ຮ່ວມ​ມື​ການ​ຄ້າ​ເອີ​ລົບ ​ໃຫ່ຍອັນ​ດັບ​ທີ 3 ຂອງ​ຫວຽດນາມ ​ແລະ ​ແມ່ນ 1 ​ໃນບັນດາ​ນັກ​ອຸປະຖຳ​ພັດທະນາ (ODA) ອັນດັບ​ໜຶ່ງ. ບໍລິສັດ, ທະນາຄານ​ຝະລັ່ງ ກ່ວາ 300​ ແຫ່ງພວມ​ລົງທຶນ, ດຳ​ເນີນ​ທຸລະ​ກິດ​ຢູ່​ຫວຽດນາມ. ບັນດາ​ສິນຄ້າ, ການ​ບໍລິການ​ທີ່​ມີ​ຄຸນ​ນະພາ​ບສູງ​ຂອງ​ຝະລັ່ງ ​ໄດ້​ຮັບ​ຄວາມ​ນິຍົມ​ຢູ່​ຕະຫຼາດ​ຫວຽ​ດນາມ. ເກືອບ 20 ນະຄອນ, ທ້ອງ​ຖິ່ນ​​ ຂອງ​ຝະລັ່ງ​ມີ​ການ​ພົວພັນ​ຮ່ວມ​ມື​ກັບ​ບັນດາ​ນະຄອນ, ທ້ອງ​ຖິ່ນ​ຕ່າງໆ​ຂອງ​ຫວຽດນາມ, ຜັນ​ຂະຫຍາຍ 70 ​ໂຄງການ​ໃນ​ຫຼາຍ​ຂົງ​ເຂດ​ວັດທະນະທຳ, ການ​ຮ່ວມ​ມື​ສອນ​ພາສາ​ຝະລັ່ງ, ການ​ສຶກສາ​ບຳລຸງ​ສ້າງ, ຄົ້ນຄ້ວາ, ອະນາ​ໄມ​ສິ່ງ​ແວດ​ລ້ອມ, ຫັນ​ເປັນ​ຕົວ​ເມືອງ, ສອນ​ວິຊາ​ຊີບ, ພັດທະນາ​ເສດຖະກິດ​ຊົນນະບົດ, ສາທາລະນະ​ສຸກ….


ຕອບກັບ

ຂ່າວ/ບົດ​ອື່ນ