ການພົວພັນລັດເຊຍ - ຈີນ ແລະ ການຄິດໄລ່ເຖິງຜົນປະໂຫຍດດ້ານຍຸດທະສາດ

(vovworld) ​   ໂດຍ​ຮັບ​ຄຳ​ເຊີນ​ຂອງ​ທ່ານ​ນາຍົກລັດຖະມົນຕີຈີນ ຫຼີ​ເຄີ​ຊຽງ, ວັນ​ທີ 22/10, ທ່ານ​ນາຍົກລັດຖະມົນຕີລັດ​ເຊຍ Dimitry Medvedev ​ເລີ່​ມຕົ້ນ​ການ​ຢ້ຽມຢາມ​ຈີນ​ຢ່າງ​ເປັນ​ທາງ​ການ​ໃນ​ເວລາ 3 ວັນ. ການ​ຢ້ຽມຢາມ​ຄັ້ງ​ນີ້ ບໍ່​ພຽງ​ແຕ່​ເພື່ອ​ຮັດ​ແໜ້ນ​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ​ສອງ​ຝ່າຍ​ໃນທຸກ​ຂົງ​ເຂດ​ເທົ່າ​ນັ້ນ, ຫາກ​ຍັງ​ສ່ອງ​ແສງ​ເຖິງການ​ປ່ຽນ​ແປງ​ດ້ານ​ພູມ​ສາດ - ການ​ເມືອງ​ຂອງ​ພາກ​ພື້ນ​ໃນ​ໄລຍະມໍ່ໆມາ​ນີ້, ​ແລະ ການ​ຄິດ​ໄລ່​ເຖິງ​ຜົນ​ປະ​ໂຫຍ​ດດ້ານຍຸດ​ທະ​ສາດ​ຂອງ​ແຕ່ລະ​ຝ່າຍ​ອີກ​ດ້ວຍ.

ການພົວພັນລັດເຊຍ - ຈີນ ແລະ ການຄິດໄລ່ເຖິງຜົນປະໂຫຍດດ້ານຍຸດທະສາດ - ảnh 1

(ພາບ: ອິນເຕີແນດ)

ຈຸດປະສົງ​ຕົ້ນ​ຕໍ່​ຂອງ​ການ​ຢ້ຽມຢາມຄັ້ງ​ນີ້, ​ແມ່ນ​ການ​ພົບ​ປະ​​ເຈລະຈາປະຈຳ​ປີ​ຄັ້ງ​ທີ 18 ຂອງ​ນາຍົກລັດຖະມົນຕີທັງ​ສອງ​ທ່ານ ຢູ່​ນະຄອນຫຼວງ​ປັກ​ກິ​ງ. ​ເຊິ່ງ​ໃນ​ນັ້ນ​ສຸມ​ໃສ່​ບັນດາ​ບັນຫາ​ຄື: ການ​ຄ້າ​ສອງ​ຝ່າຍ, ການ​ຮ່ວມ​ມື​ທາງ​ດ້ານ​ເສດຖະກິດ, ວັດທະນະທຳ, ການ​ສຶກສາ, ການ​ຜະລິດ​ກະ​ສີ​ກຳ, ພິ​ເສດ​ແມ່ນ​ບັນດາ​ໂຄງການ​ຮ່ວມ​ມື​ໃນ​ຂົງ​ເຂດ​ພະລັງງານ, ປ້ອງ​ກັນ​ປະ​ເທດ.

ມານະ​ພະຍາຍາມ​ປັບປຸງ​ການ​ພົວພັນ​ສອງ​ຝ່າຍ

ການ​ພົວພັນ​ລະຫວ່າງ​ປັກ​ກິ​ງ ​ແລະ ມົດ​ສະ​ກູ ​ໃນ​ໄລຍະ​ຜ່ານ​ມາ​ໄດ້​ຮັບ​ການ​ປັບປຸງ​ຢ່າງ​ບໍ່​ຢຸດ​ຢັ້ງ. ການ​ຢ້ຽມຢາມ, ພົບ​ປະ​ຂັ້ນ​ສູງ​ລະຫວ່າງສອງ​ຝ່າຍ​ດຳ​ເນີນ​ໄປ​ເປັນ​ປະຈຳ. ພາຍຫຼັງ​ໄດ້​ຮັບ​ການ​ເລືອກ​ຕັ້ງ​ເປັນ​ປະທານາທິບໍດີ​ລັດ​ເຊຍ ຄືນ​ໃໝ່, ທ່ານ V.Putin ​ໄດ້​ດຳ​ເນີນ​ການ​ຢ້ຽມຢາມ​ຕ່າງປະ​ເທດ​ຄັ້ງ​ທຳ​ອິດ​ຢູ່ປັກ​ກິ​ງ. ກົງກັນຂ້າມ, ທ່ານ ສື​ຈິນຜິ​ງ ​ເມື່ອ​ໄດ້​ຮັບ​ເລືອກ​ຕັ້ງ​ເປັນ​ປະທານ​ປະ​ເທດ ກໍ່​ໄດ້​ຄັດ​ເລືອກ​ມົດ​ສະ​ກູ ​ເປັນ​ແຫ່ງ​ທຳ​ອິດ​ໃນ​ການ​ຢ້ຽມຢາມ​ຕ່າງປະ​ເທດ​ຂອງ​ຕົນ. ​ໃນ​ການ​ພົບ​ປະ​ກ່ອນ​ທີ່​ຈັດ​ຕັ້ງ​ກອງ​ປະຊຸມ​ສຸດ​ຍອດ APEC ຢູ່​ບາ​ລີ, ປະ​ເທດ​ອິນ​ໂດ​ເນ​ເຊຍ ​ເມື່ອ​ເດືອນ 9, ທັງ​ສອງ​ຝ່າຍ​ໄດ້​ຍ້ອງຍໍ​ການ​ພົວພັນລະຫວ່າງ​ສອງ​ປະ​ເທດ. ​ໃນ​ຂະນະ​ທີ່​ປະທານາທິບໍດີ Putin ຍ້ອງຍໍ​ການ​ພົວພັນ​ກັບ​ຈີນ ໃນ​ປະຈຸ​ບັນ “​ແມ່ນ​ດີ​ທີ່​ສຸດ“ ນັ້ນ, ສານ​ການ​ທູດ​ຂອງ​ປະທານ​ປະ​ເທດ​ຈີນ​ ກ່ອນ​ທີ່​ໄປ​ຢ້ຽມຢາມ​ມົດ​ສະ​ກູ​ ​ແມ່ນ​ຕັດສິນ​ໃຈ​ມຸ່ງ​ໄປ​ເຖິງ “ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ“. ທັງ​ສອງ​ຝ່າຍ​ໄດ້​ເຫັນ​ດີ​ເປັນ​ເອກະສັນ​ຖື​ປີ 2013 ​ແມ່ນ “ປີ​ທ່ອງ​ທ່ຽວ​ຈີນ“ ​ແລະ ປີ 2014 – 2015 ​ແມ່ນ​ປີ​ແຫ່ງ​ການ​ພົບ​ປະ​ແລກປ່ຽນ​ຊາວ​ໜຸ່ມສອງ​ປະ​ເທດ.

​ໃນ​ຂົງ​ເຂດ​ເສດຖະກິດ, ທັງ​ສອງ​ຝ່າຍ​ລ້ວນ​ແຕ່​ຢັ້ງຢືນ​ວ່າ ການຊຸກຍູ້​ການ​ຮ່ວມ​ມື​ທາງ​ດ້ານ​ເສດຖະກິດ​ການ​ຄ້າ​ລັດ​ເຊຍ - ຈີນ ​ແມ່ນ​ບຸລິ​ມາ​ສິດ​ອັນ​ດັບ​ໜຶ່ງ. ຕາມ​ຕົວ​ເລກ​ສະຖິຕິ, ການ​ຄ້າ​ລັດ​ເຊຍ - ຈີນ ປີ 2012 ບັນລຸ​ເກືອບ 88 ຕື້ USD, ​ທັງ​ສອງ​ປະ​ເທດ​ໄດ້​ມີ​ຄວາມ​ຄື​ບໜ້າໃນ​ຂົງ​ເຂດການ​ລົງທຶນ​ດ້ານ​ການ​ຄ້າ, ການ​ເຄື່ອນ​ໄຫວ​ຂຸດ​ຄົ້ນ​ນຳ້ມັນ​ອາຍ​ແກ​ສ. ພິ​ເສດ​ແມ່ນ​ຂໍ້​ຕົກລົງ​ຮ່ວມ​ມື​ລະຫວ່າງ​ບໍລິສັດ​ນຳ້ມັນ Rosnefte ຂອງ​ລັດ​ເຊຍ  ​ແລະ ກຸ່ມ​ບໍລິສັດ​ພະລັງງານ​ແຫ່ງ​ລັດ CNPC ຂອງ​ຈີນ ທີ່​ມີ​ມູນ​ຄ່າ​ກວ່າ 260 ຕື້ USD ​ເຊິ່ງຫາ​ກໍ່​ບັນລຸ​ໄດ້​ໃນ​ການ​ຢ້ຽມຢາມ​ລັດ​ເຊຍ ຂອງ​ປະທານ​ປະ​ເທດຈີນ ສື​ຈິນຜິ​ງ. ຕາມ​ນັ້ນ​ແລ້ວ, ປະລິມານ​ນຳ້ມັນ​ເຊິ່ງ ມົດ​ສະ​ກູ ສະໜອງ​ໃຫ້​ປັກ​ກິ​ງ ຈະ​ເພີ່ມ​ຂຶ້ນ​ທົບ 2 ​ເທົ່າ.

ນອກ​ນັ້ນ, ​ໃນ​ຂົງ​ເຂດ​ປ້ອງ​ກັນຊາ​ດ, ປ້ອງ​ກັນ​ຄວາມ​ສະຫງົບ, ​ເມື່ອ​ເດືອນ 6 ຜ່ານ​ມາ, ລັດ​ເຊຍ ​ແລະ ຈີນ ​ໄດ້​ລົງ​ນາມ​ໃນ​ສັນຍາ​ຊື້​ຂາຍ​ອາວຸດ​ຍຸດ​ທະ​ສາດ, ຕາມ​ນັ້ນ​ແລ້ວ, ລັດ​ເຊຍ​ເຫັນ​ດີ​ຂາຍໃຫ້​ຈີນ ຍົນ​ສູ້​ຮົບ Su  - 35S 24 ລຳ, ​ແລະ ກຳ່​ປັ່ນ​ດຳ​ນຳ້ຕິດ​ຕັ້ງຣາດາ 4 ລຳ. ຫວ່າງ​ແລ້ວ​ນີ້, ທັງ​ສອງ​ປະ​ເທດ​ໄດ້​ດຳ​ເນີນ​ການ​ຊ້ອມ​ຮົບ​ຮ່ວມ​ຄັ້ງ​ທຳ​ອິດ​ບົນ​ທະ​ເລ ​ແລະ ​ໃນ​ເຂດ​ດິນ​ຕໍ່​ແຜ່ານ.

ໂຈະ​ຄວາມ​ບໍ່​ລົງ​ລອຍ​ກັນ​ໄວ້, ​ເພື່ອຍັບ​ມໍ່​ໃກ້​ກັນ

ຕາມ​ບັນດາ​ນັກ​ສັງ​ເກດ​ການ​ແລ້ວ, ການ​ພົວພັນ​ລະຫວ່າງ​ລັດ​ເຊຍ - ຈີນ ຍັງ​ຢູ່​​ໃນ​ສະພາບ “ພໍ​ໜ້າ​ແຕ່​ບໍ່ພໍ​ໃຈ“, ລະມັດລະວັງ​ນຳ​ກັນ. ​ເຖິງ​ວ່າ​ໄດ້​ຕົກລົງ​ຊື້​ຂາຍ​ອາວຸດ​ທີ່​ທັນ​ສະ​ໄໝ​ໃຫ້​ຈີນ​ ແລ້ວກໍ່ຕາມ, ​ແຕ່​ລັດ​ເຊຍ ຍາມ​ໃດ​ກໍ່​ຄິດ​ລະ​ແວງ​ວ່າ ປັກ​ກິ​ງ​ຈະ​ຮຳ່ຮຽນ​ເອົາ​ບົດຮຽນ​ດ້ານ​ເຕັກ​ໂນ​ໂລ​ຢີຂອງ​ລັດ​ເຊຍ ​​ເພື່ອ​ຜະລິດ​ຜະລິດ​ຕະພັນ​​ໃຫ້​ຈີນ ​ແລະ ປັກ​ກິ​ງ​ຈະແກ່ງ​ແຍ້​ງອາວຸດ​ໃນ​ຕະຫຼາດ​ໂລກ. ຍ້ອນ​ເຫດ​ນັ້ນ, ໃນ​ສັນຍາ​ຊື້​ຂາຍ​ຍົນ​ສູ້​ຮົບ Su  - 35S 24 ລຳ, ​ແລະ ກຳ່​ປັ່ນ​ດຳ​ນຳ້ຕິດ​ຕັ້ງຣາດາ 4 ລຳ ​ເຊິ່ງລົງ​ນາມ​ເມື່ອ​ເດືອນ 6/2013 ນັ້ນ, ຝ່າຍ​ລັດ​ເຊຍ​ກໍ່​ຊີ້​ແຈ້ງວ່າ, ອາວຸດ​​​ທີ່ມອບ​ໃຫ້​ຈີນ ​ແມ່ນ​ອາວຸດ​ສຳ​ເລັດ​ຮູບ ​ແລະ ບໍ່​ມີ​ມາດຕາ​ສະໜອງ​ໜັງສື​ອະນຸຍາດ​ໃຫ້​ຕິດ​ຕັ້ງ​ອາວຸດ​ພາຍ​ໃນ​ປະ​ເທດ. ​ເຖິງ​ວ່າ​ສອງ​ປະ​ເທດ​​ໄດ້ມີທັດສະນະ​ລວມກ່ຽວ​ກັບ​ບາງ​ບັນຫາ​ທີ່​ເຄັ່ງຮ້ອນ​ໃນ​ໂລກ​​ແລ້ວກໍ່ຕາມ, ​ແຕ່​ຕໍ່ໜ້າ​ປະ​ເທດຈີນ​​ ​ທີ່​ພວມ​ພັດທະນາ​ຢ່າງ​ແຮງນັ້ນ, ມົດ​ສະ​ກູ​ ທັງຕ້ອງ​ເອົາ​ໃຈ​ໃສ່ຮັກສາ​ການ​ພົວພັນ​ອັນ​ສະໜິດ​ແໜ້ນ, ​ທັງຮັບ​ມື​ກັບ​ຄວາມ​ມັກ​ໃຫຍ່​ໄຝ່ສູງຢາກກາຍ​ເປັນ​ປະ​ເທດ​ມະຫາ​ອຳນາດ​ຂອງ​ຈີນ. ນອກ​ນັ້ນ, ທັງ​ສອງ​ປະ​ເທດ​ຍັງ​ມີ​ບັນຫາບໍ່​ລົງ​ລອຍ​ກັນ​ທີ່​ກ່ຽວຂ້ອງ​ເຖິງ​ການ​ພິພາດ​ອະທິປະ​ໄຕ​ທະ​ເລ​ໝູ່​ເກາະ​ກັບ​ຍີ່ປຸ່ນອີກ. ​ເຖິງ​ວ່າ​ສອງ​ປະ​ເທດ​ລ້ວນ​ແຕ່​ມີ​ການ​​ໂຕ້​ຖຽງກັນ​ກ່ຽວ​ກັບ​ອະທິປະ​ໄຕ​ກັບ​ໂຕ​ກຽວ ກໍ່ຕາມ ​ແຕ່​ຜົນ​ປະ​ໂຫຍ​ດຂອງ​ແຕ່ລະ​ຝ່າຍພັດ​ຕ່າງ​ກັນ.

ວົງ​ການ​ນັກ​​ໄຈ້​ແຍກຖື​ວ່າ, ​ເລື່ອງ​ສອງ​ປະ​ເທດ​ໂຈ້​​ຄວາມ​ບໍ່​ລົງ​ລອຍ​ກັນ​ໄວ້ ​ເພື່ອ​ຍັບ​ມໍ່​ໃກ້​ກັນນັ້ນ ​ແມ່ນ​ຍ້ອນ​ການ​ຫັນປ່ຽນດ້ານ​ພູມ​ສາດ ການ​ເມືອງ, ​ໃນ​ນັ້ນ​ສິ່ງ​ທີ່​ໜ້າ​ສົນ​ໃຈ​ແມ່ນ​ຍຸດ​ທະ​ສາດ​ຫັນ​ໄປ​ສູ່​ອາຊີ - ປາຊີ​ຝິກ ຂອງ​ອາ​ເມ​ລິ​ກາ. ການ​ຢ້ຽມຢາມ​ຈີນ​ ຂອງນາຍົກລັດຖະມົນຕີລັດ​ເຊຍ Dimitry Medvedev ​ແນ່ນອນ​ວ່າ​ຈະ​​ເຮັດ​ໃຫ້ການ​ພົວພັນ​ດ້ານ​ເສດຖະກິດ - ປ້ອງ​ກັນຊາ​ດລະຫວ່າງ​ສາມ​ປະ​ເທດ​ນີ້​ມີ​ຄວາມ​ສົມ​ດູ​ນກັນ.

ຕອບກັບ

ຂ່າວ/ບົດ​ອື່ນ