ການພົວພັນລະຫວ່າງ ຫວຽດນາມ - ກຳປູເຈຍ: ປັບປຸງເພື່ອການພັດທະນາ

(VOVWORLD) - ວັນທີ 4 ຕຸລາ, ທ່ານນາຍົກລັດຖະມົນຕີ ລາຊະອານາຈັກ ກຳປູເຈຍ Samdech Techo Hun Sen ໄດ້ນຳໜ້າຄະນະຜູ້ແທນຂັ້ນສູງ ລັດຖະບານ ລາຊະອານາຈັກ ກຳປູເຈຍ ມາຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ.

 ການຢ້ຽມຢາມໄດ້ດຳເນີນແຕ່ວັນທີ 4 ຫາ 5 ຕຸລາຕາມຄຳເຊີນຂອງທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ. ການຢ້ຽມຢາມມີບັນດາການເຄື່ອນໄຫວສຳຄັນ, ໄດ້ຕັ້ງຄວາມຫວັງວ່າຈະສ້າງບາດກ້າວພັດທະນາໃໝ່ໃນການພົວພັນສອງຝ່າຍ.

ການພົວພັນລະຫວ່າງ ຫວຽດນາມ - ກຳປູເຈຍ: ປັບປຸງເພື່ອການພັດທະນາ - ảnh 1 ພິທີຕ້ອນຮັບທ່ານນາຍົກລັດຖະມົນຕີ ລາຊະອານາຈັກ ກຳປູເຈຍ Samdech Techo Hun Sen (ພາບ: VGP)

        ການພົວພັນພິເສດລະຫວ່າງ ຫວຽດນາມ ແລະ ກຳປູເຈຍ ໄດ້ຮັບການເພີ່ມພູນຄູນສ້າງ, ພັດທະນາຢ່າງບໍ່ຢຸດຢັ້ງນັບແຕ່ໄດ້ຮັບການສ້າງຕັ້ງຢ່າງເປັນທາງການກ່ອນນີ້ 50 ປີ ຢ່າງບໍ່ຢຸດຢັ້ງ. ສອງປະເທດພວມຍູ້ແຮງການພົວພັນຕາມທິດນຳ “ບ້ານໃກ້ເຮືອນຄຽງອັນດີງາມ, ມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມືຮອບດ້ານ, ໝັ້ນຄົງຍາວນານ”.

        ພ້ອມກັນກໍ່ສ້າງສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນລະພາບເພື່ອການພັດທະນາ

        ຫວຽດນາມ ແລະ ກຳປູເຈຍລ້ວນແຕ່ປະຕິບັດນະໂຍບາຍການຕ່າງປະເທດເອກະລາດ, ເປັນເຈົ້າຕົນເອງ, ຫັນການພົວພັນສາກົນເປັນຫຼາຍຮູບຫຼາຍແບບຫລາຍຝ່າຍ, ແຕ່ວ່າ ສອງປະເທດລ້ວນແຕ່ຖືເປັນສຳຄັນເລື່ອງປັບປຸງ, ເພີ່ມທະວີການພົວພັນຖານບ້ານໃກ້ເຮືອນຄຽງບົນພື້ນຖານບັນດາຫຼັກການ: ເຄົາລົບເອກະລາດ ອະທິປະໄຕ ແລະ ຜືນແຜ່ນດິນຢ່າງຄົບຖ້ວນຂອງກັນ, ບໍ່ແຊກແຊງເຂົ້າວຽກງານພາຍໃນຂອງກັນ, ຮ່ວມມືແບບສະເໝີພາບ, ຕ່າງຝ່າຍຕ່າງມີຜົນປະໂຫຍດ, ແກ້ໄຂທຸກບັນຫາທີ່ເກີດຂຶ້ນລະຫວ່າງສອງປະເທດໂດຍສັນຕິວິທີ.

        ໃນຊຸມປີທີ່ຜ່ານມາ, ສອງຝ່າຍໄດ້ສືບຕໍ່ຮັກສາ ແລະ ເສີມຂະຫຍາຍບັນດາກົນໄກຮ່ວມມືຢ່າງມີປະສິດທິຜົນ, ເພີ່ມທະວີບັນດາການຢ້ຽມຢາມ, ບັນດາການພົບປະແລກປ່ຽນ, ລະຫວ່າງການນຳຂັ້ນສູງ ແລະ ທຸກຂັ້ນ, ລົງນາມໃນເອກະສານຫຼາຍສະບັບເພື່ອເປັນພື້ນຖານໃຫ້ແກ່ການພັດທະນາຮ່ວມມືຮອບດ້ານລະຫວ່າງ ສອງປະເທດ.

        ສິ່ງທີ່ໜ້າສົນໃຈ, ການພົວພັນສອງຝ່າຍລະຫວ່າງ ຫວຽດນາມ  - ກຳປູເຈຍ ມີຫຼາຍບາດກ້າວພັດທະນາທີ່ຕັ້ງໜ້ານັບແຕ່ພາຍຫຼັງການເລືອກຕັ້ງສະພາແຫ່ງຊາດຊຸດທີ VI ຂອງ ກຳປູເຈຍ ແລະ ລັດຖະບານ ໃໝ່ໄດ້ຮັບການສ້າງຕັ້ງຂຶ້ນ ( ເມື່ອເດືອນກັນຍາ ປີ 2018). ບັນດາການຢ້ຽມຢາມຂັ້ນສູງລະຫວ່າງສອງປະເທດພົ້ນເດັ່ນແມ່ນການໄປຢ້ຽມຢາມທາງລັດຖະກິດຢູ່ປະເທດກຳປູເຈຍຂອງທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຫງວຽນຝຸຈ້ອງ ໃນເດືອນກຸມພາ 2019, ການມາຢ້ຽມຢາມຫວຽດນາມຢ່າງເປັນທາງການຂອງທ່ານນາຍົກລັດຖະມົນຕີ ກຳປູເຈຍ Hunsen ໃນເດືອນ ທັນວາ 2018, ກໍ່ຄືການມາຢ້ຽມຢາມ ຫວຽດນາມ ຂອງທ່ານປະທານສະພາແຫ່ງຊາດ Heng Samrin  (ພຶດສະພາ 2019)… ຫຼືເລື່ອງນາຍົກລັດຖະມົນຕີສອງປະເທດໄດ້ມີການພົບປະກັນຢູ່ບັນດາເວທີປາໄສຫຼາຍຝ່າຍຢ່າງເປັນປະຈຳນັ້ນ ໄດ້ເພີ່ມກຳລັງແຮງໃຫ້ແກ່ການພົວພັນລະຫວ່າງສອງປະເທດຕື່ມອີກ.

        ກໍ່ໃນຕົ້ນປີ 2019, ຫວຽດນາມ ແລະ ກຳປູເຈຍ ໄດ້ຈັດຕັ້ງກອງປະຊຸມຮ່ວມມື ແລະ ພັດທະນາບັນດາແຂວງຊາຍແດນຄັ້ງທີ 10 ຢູ່ ຫວຽດນາມ ( ເດືອນ ມັງກອນ ປີ 2019), ສະເຫຼີມສະຫຼອງ 40 ປີ ແຫ່ງວັນໄຊຊະນະສົງຄາມປ້ອງກັນຊາຍແດນ ທາງທິດຕາເວັນຕົກສ່ຽງໃຕ້ ແລະ ພ້ອມກັບທະຫານ, ປະຊາຊົນ ກຳປູເຈຍ ເອົາຊະນະລະບອບດັບສູນເຊື້ອຊາດ… ບັນດາເຫດການເຫຼົ່ານີ້ ໄດ້ສະແດງໃຫ້ເຫັນ ຄວາມເລິກເຊິ່ງ, ເຂັ້ມຂຸ້ນຂອງສາຍພົວພັນສາມັກຄີສຮົບູ້ອັນດີງາມລະຫວ່າງສອງຊາດ ຫວຽດນາມ, ກຳປູເຈຍ.

       ຊຸກຍູ້ການຮ່ວມມືຢ່າງແທດຈິງ    

ບົນພື້ນຖານການພົວພັນດ້ານການເມືອງທີ່ດີງາມ, ບັນດາຂົງເຂດການຮ່ວມມືສອງຝ່າຍລະຫວ່າງ ຫວຽດນາມ - ກຳປູເຈຍໃນຊຸມປີມໍ່ໆມານີ້ສືບຕໍ່ໄດ້ຮັບການຍູ້ແຮງ. ການລົງທຶນ ແລະ ການຄ້າມີບັນດາຂີດໝາຍສຳຄັນ. ຖ້າໃນຊຸດປີແຕ່ 1997 ຫາ 1999, ວົງເງິນການຄ້າສອງສົ້ນພຽງແຕ່ບັນລຸໄດ້ປະມານ 130 - 150 ລ້ານ USD/ປີ, ແຕ່ມາຮອດປີ 2018 ບັນລຸໄດ້ 4,7 ຕື້ USD. ແລະ ອາດຈະບັນລຸໄດ້ ເປົ້າໝາຍ 5 ຕື້ USD ເຊິ່ງສອງຝ່າຍໄດ້ວາງອອກໃນປີ 2019, ກ່ອນເວລາຄາດຄະເນ 1 ປີ, ຍິ່ງໄປກ່ວານັ້ນ ຈະຍັງຄົງສືບຕໍ່ເພີ່ມຂຶ້ນສູງໃນໄລຍະຈະມາເຖິງ.

ສ່ວນການລົງທຶນ, ໄລ່ຮອດທ້າຍປີ 2018, ຫວຽດນາມມີ ໂຄງການລົງທຶນຢູ່ ກຳປູເຈຍ 200 ໂຄງການ, ດ້ວຍຍອດທຶນຈົດທະບຽນບັນລຸກ່ວາ 3 ຕື້ USD. ສຸມໃສ່ຕົ້ນຕໍແມ່ນຂົງເຂດ ກະສິກຳ, ປ່າໄມ້, ນຳ ຫວຽດນາມນອນໃນ Top 10 ປະເທດທີ່ມີເງິນລົງທຶນໂດຍກົງຈາກຕ່າງປະເທດຫລາຍກ່ວາໝູ່ຢູ່ ກຳປູເຈຍ. ບັນດາການເຄື່ອນໄຫວລົງທຶນ, ດຳເນີນທຸລະກິດຂອງວິສາຫະກິດ ຫວຽດນາມ ຢູ່ ກຳປູເຈຍໄດ້ຮັບການຕີລາຄາສູງຈາກທ່ານ ນາຍົກລັດຖະມົນຕີ Hun Sen ແລະ ບັນດາການນຳ ກຳປູເຈຍ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການຮັບປະກັນຊີວິດສັງຄົມ ແລະ ການພັດທະນາວັດທະນາຖາວອນຂອງປະເທດນີ້. ໃນການຢ້ຽມຢາມ ຫວຽດນາມ ຄັ້ງນີ້, ດ້ວຍເລື່ອງນາຍົກລັດຖະມົນຕີ ສອງປະເທດໄດ້ເປັນປະທານຮ່ວມກອງປະຊຸມສົ່ງເສີມການລົງທຶນ ແລະ ການຄ້າ ຫວຽດນາມ - ກຳປູເຈຍ ນັ້ນຈະເປີດອອກໂອກາດການຮ່ວມມືໃໝ່ໃຫ້ແກ່ວິສາຫະກິດ 2 ປະເທດ.

ກ່ຽວກັບບັນຫາຊາຍແດນ, ກຳລັງເຈົ້າໜ້າທີ່ 2 ປະເທດໄດ້ສົມທົບກັນຄຸ້ມຄອງເສັ້ນຊາຍແດນເປັນຢ່າງດີ. ມາຮອດປະຈຸບັນ, ວຽກງານຂີດເສັ້ນ, ປັກຫຼັກໝາຍຊາຍແດນທາງບົກໄດ້ປະຕິບັດສຳເລັດ 84% ແລ້ວ. ແລະວັນທີ 05 ຕຸລາ, ໃນຂອບເຂດການຢ້ຽມຢາມຫວຽດນາມ ຢ່າງເປັນທາງການ, ທ່ານນາຍົກລັດຖະມົນຕີກຳປູເຈຍ Hunsen ພ້ອມກັບທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ຈະເປັນປະທານຮ່ວມກອງປະຊຸມສະຫຼຸບວຽກງານຂີດເສັ້ນ, ປັກຫຼັກໝາຍຊາຍແດນທາງບົກລະຫວ່າງຫວຽດນາມ - ກຳປູເຈຍ ໄລຍະ 2006 – 2019. ນາຍົກລັດຖະມົນຕີທັງ 2 ທ່ານກໍ່ໄດ້ເປັນສັກຂີພິຍານພິທີລົງນາມເອກະສານນິຕິກຳ 2 ສະບັບວ່າດ້ວຍການຮັບຮູ້ຜົນງານຂອງວຽກງານຂີດເສັ້ນ, ປັກຫຼັກໝາຍຊາຍແດນທາງບົກທີ່ບັນລຸໄດ້ມາຮອດປະຈຸບັນ. ນີ້ແມ່ນເຫດການທີ່ມີຄວາມໝາຍສຳຄັນທີ່ສຸດ, ສ້າງຂີດໝາຍເປັນຄັ້ງທຳອິດມີເອກະສານນິຕິກຳເພື່ອຮັບຮູ້ເຂດຊາຍແດນລະຫວ່າງ 2 ປະເທດ, ສ້າງພື້ນຖານສຳຄັນເພື່ອໃຫ້ 2 ປະເທດລົງທຶນ, ພັດທະນາພື້ນຖານໂຄງລ່າງ, ເສດຖະກິດ - ສັງຄົມ, ກໍຄືການຮັບປະກັນການປ້ອງກັນຊາດ, ປ້ອງກັນຄວາມສະຫງົບໃນໄລຍະຈະມາເຖິງ.

        ການພົວພັນລະຫວ່າງຫວຽດນາມ - ກຳປູເຈຍ ແມ່ນສາຍພົວພັນຖານບ້ານໃກ້ເຮືອນຄຽງພິເສດ. ເລື່ອງການນຳຂັ້ນສູງ 2 ປະເທດພ້ອມກັນຢັ້ງຢືນຄວາມຕັດສິນໃຈເພີ່ມພູນຄູນສ້າງໃຫ້ແກ່ສາຍພົວພັນໃຫ້ນັບມື້ນັບພັດທະນານັ້ນ ຈະສ້າງສະພາບແວດລ້ອມທີ່ສະດວກເພື່ອໃຫ້ປະຊາຊົນ 2 ປະເທດດຳລົງຊີວິດໃນສັນຕິພາບ, ສະຖຽນລະພາບ, ປະຕິບັດບັນດາເປົ້າໝາຍພັດທະນາເສດຖະກິດ - ສັງຄົມຂອງແຕ່ລະປະເທດໃຫ້ປະສົບຜົນສຳເລັດ.

ຕອບກັບ

ຂ່າວ/ບົດ​ອື່ນ