ການ​ພົວ​ພັນ​ລະ​ຫວ່າງ ຫວຽດ​ນາມ - ຍີ່​ປຸ່ນ: ໄລ​ຍະທາງ​ແຫ່ງ​ການ​ພັດ​ທະ​ນາ​ໃໝ່

(VOVWORLD) -ໂດຍໄດ້ຮັບຄຳເຊື້ອເຊີນຈາກທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ, ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Suga Yoshihide ຈະເດີນທາງມາຢ້ຽມຢາມຫວຽດນາມໃນເດືອນຕຸລາ. ນີ້ແມ່ນຄັ້ງທີ 2 ຢ່າງລຽນຕິດ ທີ່ນາຍົກລັດຖະມົນຕີ ຍີ່ປຸ່ນ ໄດ້ເລືອກມາຢ້ຽມຢາມ ຫວຽດນາມ ເປັນປະເທດທຳອິດ ພາຍຫຼັງດຳລົງຕຳແໜ່ງ. ສິ່ງດັ່ງກ່າວໄດ້ສະແດງໃຫ້ເຫັນສາຍພົວພັນອັນດີງາມ, ຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ ແລະ ເສດຖະກິດ ລະຫວ່າງສອງປະເທດ, ສະແດງໃຫ້ເຫັນແນວທາງການພົວພັນຕ່າງປະເທດຢ່າງສະເໝີຕົ້ນສະເໝີປາຍຂອງ ຍີ່ປຸ່ນ ຖືການພົວພັນກັບ ຫວຽດນາມ ແລະ ພາກພື້ນ ອາຊຽນ ເປັນສຳຄັນ. ນີ້ກໍແມ່ນປະຖົມປັດໄຈທີ່ສ້າງກຳລັງໜູນໃໝ່ໃຫ້ແກ່ໄລຍະທາງແຫ່ງການຮ່ວມມື ແລະ ພັດທະນາໃໝ່ລະຫວ່າງສອງປະເທດ.

ການຢ້ຽມຢາມດັ່ງກ່າວ ຖືກດໍາເນີນໃນສະພາບການທີ່ ການພົວພັນຄູ່ຮ່ວມມືຍຸດທະສາດອັນເລິກເຊິ່ງ, ກວ້າງຂວາງລະຫວ່າງ ຫວຽດນາມ ແລະ ຍີ່ປຸ່ນ ພວມພັດທະນາຢ່າງດີງາມ. ຍີ່ປຸ່ນ ສືບຕໍ່ແມ່ນຄູ່ຮ່ວມມືເສດຖະກິດທີ່ມີຄວາມສຳຄັນແຖວໜ້າຂອງ ຫວຽດນາມ, ແມ່ນປະເທດສະໜອງທຶນພັດທະນາທາງການ (ODA) ຫຼາຍທີ່ສຸດ ແລະ ແມ່ນນັກລົງທຶນໃຫຍ່ອັນດັບສອງຢູ່ ຫວຽດນາມ.

ການ​ພົວ​ພັນ​ລະ​ຫວ່າງ ຫວຽດ​ນາມ - ຍີ່​ປຸ່ນ: ໄລ​ຍະທາງ​ແຫ່ງ​ການ​ພັດ​ທະ​ນາ​ໃໝ່ - ảnh 1 ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Suga Yoshihide (ພາບ:Nikkei Asia)

ສະຖຽນລະພາບ ແລະ ຄວາມສະເໝີຕົ້ນສະເໝີປາຍໃນນະໂຍບາຍ

        ເລື່ອງ ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Suga Yoshihide ເລືອກມາຢ້ຽມຢາມ ຫວຽດນາມ ເປັນປະເທດທຳອິດ ພາຍຫຼັງດຳລົງຕຳແໜ່ງ ແມ່ນເໝາະສົມກັບຖະແຫຼງການຂອງທ່ານ ກ່ຽວກັບການສືບຕໍ່ປະຕິບັດນະໂຍບາຍເສດຖະກິດ ແລະ ການຕ່າງປະເທດຂອງອະດີດນາຍົກລັດຖະມົນຕີ ທ່ານ Abe Shinzo. ສິ່ງດັ່ງກ່າວ ກໍສະແດງໃຫ້ເຫັນຢ່າງຈະແຈ້ງກ່ຽວກັບສະຖຽນລະພາບ ແລະ ຄວາມສະເໝີຕົ້ນສະເໝີປາຍໃນນະໂຍບາຍຂອງລັດຖະບານ ຍີ່ປຸ່ນ ທີ່ມີຕໍ່ ຫວຽດນາມ, ໂດຍອີງໃສ່ການພົວພັນຄູ່ຮ່ວມມືຍຸດທະສາດອັນເລິກເຊິ່ງກວ້າງລະຫວ່າງສອງປະເທດ, ເພື່ອສັນຕິພາບ ແລະ ຄວາມຈະເລີນຮຸ່ງເຮືອງ ເຊິ່ງໄດ້ຢັ້ງຢືນໃນຖະແຫຼງການຮ່ວມລະຫວ່າງສອງປະເທດເມື່ອປີ 2014.

ເມື່ອຫວນຄືນການພົວພັນສອງຝ່າຍ, ໂດຍສະເພາະແມ່ນນັບແຕ່ເມື່ອເຊື່ອມຕໍ່ການອຸປະຖຳໃຫ້ແກ່ ຫວຽດນາມ ຄືນໃໝ່ ເມື່ອປີ 1992 ມາຮອດປັດຈຸບັນ, ລັດຖະບານ ຍີ່ປຸ່ນ ຍາມໃດກໍສະແດງໃຫ້ເຫັນການຖືບົດບາດ ແລະ ທີ່ຕັ້ງຂອງ ຫວຽດນາມເປັນສຳຄັນ, ນັບທັງດ້ານການເມືອງ ແລະ ເສດຖະກິດ. ຍີ່ປຸ່ນ ແມ່ນປະເທດ G7 ທຳອິດທີ່ ໄດ້ຕ້ອນຮັບທ່ານເລຂາທິການໃຫຍ່ພັກ ກອມມູນິດ ຫວຽດນາມ ມາຢ້ຽມຢາມ ເມື່ອປີ 1995, ແມ່ນປະເທດ G7 ທຳອິດ ທີ່ສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດ ກັບ ຫວຽດນາມ ເມື່ອປີ 2009, ແມ່ນປະເທດ G7 ທຳອິດ ທີ່ເຊື້ອເຊີນການນຳຂັ້ນສູງ ຫວຽດນາມ ເຂົ້າຮ່ວມກອງປະຊຸມສຸດຍອດ G7 ເປີດກວ້າງຢູ່ ຍີ່ປຸ່ນ ເມື່ອປີ 2016.

ຍີ່ປຸ່ນ ກໍໄດ້ສະໜອງທຶນອຸປະຖຳພັດທະນາທາງການໃຫ້ແກ່ ຫວຽດນາມ ນັບແຕ່ປີ 1992 ແລະ ເພີ່ມຂຶ້ນຢ່າງລຽນຕິດ, ມາຮອດປັດຈຸບັນ ໄດ້ກວມເອົາກວ່າ 1/3 ຂອງຍອດຈຳນວນທຶນອຸປະຖຳທາງການຂອງບັນດາປະເທດໃນໂລກ ທີ່ສະຫງວນໃຫ້ ຫວຽດນາມ. ຫວຽດນາມ ໄດ້ນຳໃຊ້ແຫຼ່ງທຶນທີ່ລ້ຳຄ່ານີ້ ເຂົ້າໃນບັນດາໂຄງການລົບລ້າງຄວາມອຶດຫິວ, ຫຼຸດຜ່ອນຄວາມທຸກຍາກ, ພັດທະນາເສດຖະກິດ ຢ່າງມີປະສິດທິຜົນ. ຫຼາຍໂຄງການໄດ້ກາຍເປັນສັນຍາລັກໃຫ້ແກ່ການພົວພັນມິດຕະພາບ ແລະ ຮ່ວມມືລະຫວ່າງສອງປະເທດ ເປັນຕົ້ນແມ່ນ ສະໜາມບິນສາກົນ ໂນ້ຍບາຍ ສະໜາມບິນສາກົນ ເຕິນເຊີນເຍິດ, ຂົວເຍິດເຕິນ.

        ໂດຍໄດ້ສ້າງຕັ້ງສາຍພົວພັນທາງການທູດມາເປັນເວລາເກືອບ 50 ປີ, ຫວຽດນາມ ແລະ ຍີ່ປຸ່ນ ໄດ້ກາຍເປັນສອງປະເທດທີ່ມີຄວາມສະໜິດຕິດພັນ, ໄວ້ເນື້ອເຊື່ອໃຈກັນໃນຂອບເຂດການພົວພັນຄູ່ຮ່ວມມືຍຸດທະສາດທີ່ເລິກກວ້າງ ເພື່ອສັນຕິພາບ ແລະ ຄວາມຮຸ່ງເຮືອງສີວິໄລຢູ່ ອາຊີ. ທ່ານຮອງລັດຖະມົນຕີ ກະຊວງການຕ່າງປະເທດ ຫວຽດນາມ ຫງວຽນກວ໊ກຢຸງ ຕີລາຄາວ່າ:

“ການພົວພັນລະຫວ່າງ ຫວຽດນາມ - ຍີ່ປຸ່ນ ແມ່ນການພົວພັນທີ່ພິເສດທີ່ສຸດ. ຍີ່ປຸ່ນ ຖື ຫວຽດນາມ ເປັນສຳຄັນທີ່ສຸດໃນບັນດາຄູ່ຮ່ວມມືທັງໝົດ. ໃນທຸກໆຂົງເຂດຂອງ ຫວຽດນາມ ລ້ວນແຕ່ມີການເຂົ້າຮ່ວມຂອງ ຍີ່ປຸ່ນ. ການລົງທຶນຂອງ ຍີ່ປຸ່ນ ກໍມີຫຼາຍກວ່າເມື່ອທຽບໃສ່ອັດຕາສ່ວນລວມ ໃນ ອາຊຽນ. ຍີ່ປຸ່ນ ກໍແມ່ນໜຶ່ງໃນບັນດາຄູ່ຮ່ວມມືແຖວໜ້າທີ່ລົງທຶນເຂົ້າ ຫວຽດນາມ, ໃນນັ້ນ ມີທຶນ ODA.”

ການ​ພົວ​ພັນ​ລະ​ຫວ່າງ ຫວຽດ​ນາມ - ຍີ່​ປຸ່ນ: ໄລ​ຍະທາງ​ແຫ່ງ​ການ​ພັດ​ທະ​ນາ​ໃໝ່ - ảnh 2ກອງປະຊຸມຄະນະກຳມະການປະສົມ ຫວຽດນາມ - ຍີ່ປຸ່ນ ດຳເນີນໃນວັນທີ 7 ສິງຫາ 2020 (ພາບ:TTXVN) 

ສືບຕໍ່ແມ່ນຄູ່ຮ່ວມມືສຳຄັນ ແລະ ໜ້າໄວ້ເນື້ອເຊື່ອໃຈ

        ບັນດາຜົນງານພົ້ນເດັ່ນຂອງການພົວພັນລະຫວ່າງສອງປະເທດໃນເກືອບເຄິ່ງສະຕະວັດຜ່ານມາ ຈະສືບຕໍ່ໄດ້ຮັບການເພີ່ມພູນຄູນສ້າງ ແລະ ພັດທະນາຜ່ານການຢ້ຽມຢາມ ຫວຽດນາມ ຄັ້ງນີ້ ຂອງທ່ານນາຍົກລັດຖະມົນຕີ Suga Yoshihide. ຫວຽດນາມຈະແມ່ນປະເທດທີ່ມີຄວາມໄວ້ເນື້ອເຊື່ອໃຈຂອງບັນດານັກລົງທຶນ ຍີ່ປຸ່ນ, ໂດຍສະເພາະແມ່ນໃນຂົງເຂດເຕັກໂນໂລຢີທີ່ພວມໄດ້ຮັບການໃຫ້ບຸລິມະສິດໃນສະຕະວັດທີ 21 ຄື ເຕັກໂນໂລຢີ ດີຈີຕອນ, ໂທລະຄົມມະນາຄົມ, ພະລັງງານຜະລິດຄືນໃໝ່… ຫວຽດນາມ ຈະສືບຕໍ່ແມ່ນແຫຼ່ງສະໜອງບຸກຄະລາກອນຈຳນວນຫຼວງຫຼາຍເພື່ອຕອບສະໜອງຄວາມຕ້ອງການຂອງບັນດາວິສາຫະກິດ ຍີ່ປຸ່ນ, ພິເສດ ເມື່ອພື້ນຖານເສດຖະກິດ ຍີ່ປຸ່ນ ໄດ້ຮັບການຟື້ນຟູ ໂດຍໄວ ພາຍຫຼັງໄລຍະເກີດໂລກລະບາດໂຄວິດ - 19. ເມື່ອຕີລາຄາກ່ຽວກັບແງ່ຫວັງໃນການພົວພັນສອງຝ່າຍ, ທ່ານເອກອັກຄະລັດຖະທູດ ຍີ່ປຸ່ນ ປະຈຳ ຫວຽດນາມ Yamada Takio ໃຫ້ຮູ້ວ່າ:

        “ຫວຽດນາມ ສວມບົດບາດສຳຄັນທີ່ສຸດ ໃນໄລຍະຟື້ນຟູເສດຖະກິດ ຫຼັງໂລກລະບາດໂຄວິດ - 19. ການຮ່ວມມືດ້ານເສດຖະກິດ ລະຫວ່າງ ຫວຽດນາມ - ຍີ່ປຸ່ນ ຈະແມ່ນບາດກ້າວພັດທະນາຢ່າງໃຫຍ່ຫຼວງກວ່າເກົ່າ ໃນໄລຍະຈະມາເຖິງ. ຂ້າພະເຈົ້າ ຖືວ່າ ໃນຈຸດເວລາສະເຫຼີມສະຫຼອງ 50 ປີ ແຫ່ງວັນສ້າງຕັ້ງການພົວພັນທາງການທູດ ລະຫວ່າງ ຫວຽດນາມ - ຍີ່ປຸ່ນ ຈະແມ່ນຈຸດເວລາທີ່ພິເສດທີ່ສຸດ. ອີງໃສ່ພື້ນຖານການພົວພັນອັນດີງາມນັບແຕ່ກ່ອນມາຮອດປັດຈຸບັນ, ຍີ່ປຸ່ນ ແລະ ຫວຽດນາມ ຈະພ້ອມກັນມຸ່ງໄປສູ່ການພົວພັນແບບໃໝ່. ນັ້ນແມ່ນການພົວພັນສະເໝີພາບ, ພ້ອມກັນຮັບຮູ້ ແລະ ເຄົາລົບເຊິ່ງກັນແລະກັນ”.

        ໃນສະພາບການທີ່ຄວາມໝັ້ນຄົງຂອງພາກພື້ນປະສົບກັບສິ່ງທ້າທາຍຫຼາຍປະການ, ການແບ່ງປັນຂໍ້ມູນຂ່າວສານ, ເປັນເອກະພາບກັນໃນການຮັບຮູ້ ແລະ ກຳນົດທິດທາງການຮ່ວມມື ເພື່ອສັນຕິພາບ ແລະ ສະຖຽນລະພາບຢູ່ພາກພື້ນ ຈະແມ່ນເນື້ອໃນສຳຄັນຂອງການພົບປະແລກປ່ຽນຄັ້ງຕ່າງໆລະຫວ່າງນາຍົກລັດຖະມົນຕີ ຍີ່ປຸ່ນ ກັບ ບັນດາການນຳຫວຽດນາມ ໃນການຢ້ຽມຢາມຄັ້ງນີ້. 2 ຝ່າຍຈະໄດ້ເວົ້າເຖິງການຊຸກຍູ້ດ້ານເສດຖະກິດ, ການຄ້າ, ການລົງທຶນ. ຄຳໝັ້ນສັນຍາຂອງການນຳສອງປະເທດ ແມ່ນສັນຍານສຳຄັນ ເພື່ອໃຫ້ບັນດານັກລົງທຶນ, ນັກທຸລະກິດ ຍູ້ແຮງການເຄື່ອນໄຫວລົງທຶນ, ດຳເນີນທຸລະກິດ ຢູ່ ຫວຽດນາມ.

        ດ້ວຍບັນດາໝາກຜົນທີ່ບັນລຸໄດ້ນັ້ນ, ອາດເວົ້າໄດ້ວ່າ ການພົວພັນຮ່ວມມືລະຫວ່າງ ຫວຽດນາມ - ຍີ່ປຸ່ນ ພວມຢູ່ໃນໄລຍະພັດທະນາທີ່ດີງາມທີ່ສຸດ. ເລື່ອງທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Suga Yoshihide  ເລືອກ ມາຢ້ຽມຢາມຫວຽດນາມ ເປັນປະເທດທຳອິດ ໃນການເດີນທາງໄປຕ່າງປະເທດນັ້ນ ໄດ້ສະແດງໃຫ້ເຫັນຄວາມເຊື່ອໝັ້ນກ່ຽວກັບແງ່ຫວັງໃໝ່ໃນການຮ່ວມມືລະຫວ່າງສອງປະເທດ./.

 

ຕອບກັບ

ຂ່າວ/ບົດ​ອື່ນ