ການ​ພົວ​ພັນ​ລະ​ຫວ່າງ ຫວຽດ​ນາມ - ສ.ເກົາຫຼີ ແລະ ບັນ​ດາ​ບາດ​ກ້າວ​ພັດ​ທະ​ນາ​ແບບມະ​ຫັດ​ສະ​ຈັນ

(VOVWORLD) -ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ພວມມີການຢ້ຽມຢາມ ສ.ເກົາຫຼີ ຢ່າງເປັນທາງການ ແລະ ເຂົ້າຮ່ວມກອງປະຊຸມສຸດຍອດ ສະເຫຼີມສະຫຼອງ 30 ປີແຫ່ງການພົວພັນ ອາຊຽນ - ສ.ເກົາຫຼີ. ບົນໃນການພົວພັນສອງຝ່າຍລະຫວ່າງ ຫວຽດນາມ - ສ.ເກົາຫຼີ ທີ່ພວມມີການພັດທະນາຢ່າງດີງາມ, ການຢ້ຽມຢາມຄັ້ງນີ້ໄດ້ປະກອບສ່ວນຊຸກຍູ້ການພົວພັນຮ່ວມມືມິດຕະພາບລະຫວ່າງ ຫວຽດນາມ - ສ.ເກົາຫຼີ ຂຶ້ນສູ່ລະດັບສູງໃໝ່.
ການ​ພົວ​ພັນ​ລະ​ຫວ່າງ ຫວຽດ​ນາມ - ສ.ເກົາຫຼີ  ແລະ ບັນ​ດາ​ບາດ​ກ້າວ​ພັດ​ທະ​ນາ​ແບບມະ​ຫັດ​ສະ​ຈັນ - ảnh 1ທຸງຊາດ 2 ປະເທດ ຫວຽດນາມ - ສ.ເກົາຫຼີ (ພາບ: dangcongsan.vn)

ການຢ້ຽມຢາມ ສ.ເກົາຫຼີ ຢ່າງເປັນທາງການຂອງທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ຄັ້ງນີ້ແມ່ນການຢ້ຽມຢາມ ພາຍຫຼັງ ທີ່ດຳເນີນຖັດຈາກການຢ້ຽມຢາມສ.ເກົາຫຼີຂອງ ທ່ານນາຍົກລັດຖະມົນຕີ ຫວຽດນາມ ຊຸດກ່ອນເປັນເວລາ 7 ປີ ເຊິ່ງມີຄວາມໝາຍສຳຄັນໃນການຊຸກຍູ້ການພົວພັນຮ່ວມມືກັບ ສ.ເກົາຫຼີ ໃນສະພາບການໃໝ່, ພິເສດເມື່ອ ຫວຽດນາມ ຈະຮັບດຳລົງຕຳແໜ່ງເປັນປະທານອາຊຽນ 2020 ແລະ ເປັນສະມາຊິກບໍ່ປະຈຳການຂອງສະພາຄວາມໝັ້ນຄົງສະຫະປະຊາຊາດ ອາຍຸການ 2020 – 2021.

ການພົວພັນລະຫວ່າງ ຫວຽດນາມ - ສ.ເກົາຫຼີ ດ້ວຍບັນດາຜົນງານອັນພົ້ນເດັ່ນຫຼາຍຢ່າງ.

        ສສ.ຫວຽດນາມ ແລະ ສ. ເກົາຫຼີ ສ້າງຕັ້ງການພົວພັນທາງການທູດຢ່າງເປັນທາງການໃນວັນທີ 22 ທັນວາ 1992. ຜ່ານໄລຍະເກືອບ 30 ປີ, ການພົວພັນລະຫວ່າງສອງປະເທດໄດ້ມີການພັດທະນາຢ່າງວ່ອງໄວ ດ້ວຍການຍົກລະດັບການພົວພັນ 2 ຄັ້ງແຕ່ການພົວພັນ “ຄູ່ຮ່ວມມືຮອບດ້ານໃນສະຕະວັດ 21” (ປີ 2002) ຂຶ້ນເປັນການພົວພັນ “ຄູ່ຮ່ວມມືຍຸດທະສາດ” (ປີ 2009). ໄລຍະທີ່ຜ່ານມາ, ການພົວພັນ ຫວຽດນາມ - ສ.ເກົາຫຼີ ມີບັນດາບາດກ້າວພັດທະນາທີ່ຕັ້ງໜ້າໃນຫຼາຍຂົງເຂດຄືການເມືອງ, ການລົງທຶນ, ການຄ້າ ແລະ ການທ່ອງທ່ຽວ. ຫວຽດນາມຖື ສ.ເກົາຫຼີແມ່ນຄູ່ຮ່ວມມືສຳຄັນແຖວໜ້າໃນຫຼາຍຂົງເຂດ, ໃນຂະນະນັ້ນ ສ.ເກົາຫຼີ ກໍ່ຖື ຫວຽດນາມແມ່ນຄູ່ຮ່ວມມືຈຸດສຸມໃນນະໂຍບາຍມຸ່ງໄປສູ່ທາງທິດໃຕ້ໃໝ່ຂອງ ຕົນ. ເລື່ອງແລກປ່ຽນຄະນະຜູ້ແທນທຸກຂັ້ນເປັນປະຈຳ, ພິເສດແມ່ນບັນດາການຢ້ຽມຢາມຂອງການນຳຂັ້ນສູງ, ໄດ້ສະແດງໃຫ້ເຫັນເຖິງຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງລະຫວ່າງ ສອງຝ່າຍນັບມື້ນັບໄດ້ຮັບການປັບປຸງ.

        ການຮ່ວມມືເສດຖະກິດແມ່ນເສົາຄ້ຳຕົ້ນຕໍໃນການພົວພັນສອງຝ່າຍລະຫວ່າງ ຫວຽດນາມ - ສ.ເກົາຫຼີ. ສ.ເກົາຫຼີ ຍາມໃດກໍ່ນຳໜ້າກ່ຽວກັບການລົງທຶນໂດຍກົງຈາກຕ່າງປະເທດເຂົ້າຫວຽດນາມ, ດ້ວຍການເຂົ້າຮ່ວມຂອງບັນດາກຸ່ມບໍລິສັດໃຫຍ່ຂອງ ສ.ເກົາຫຼີ, ຢືນອັນດັບທີ 2 ກ່ຽວກັບການໜູນຊ່ວຍພັດທະນາຢ່າງເປັນທາງການ, ຢືນອັນດັບທີ 3 ກ່ຽວກັບການຮ່ວມມືດ້ານການຄ້າ, ການທ່ອງທ່ຽວກັບ ຫວຽດນາມ. ຫວຽດນາມ ກໍ່ແມ່ນຄູ່ຮ່ວມມືດ້ານການຄ້າ ທີ 4 ຂອງ ສ.ເກົາຫຼີດ້ວຍວົງເງິນການຄ້າ ປີ 2019 ຄາດວ່າບັນລຸໄດ້ 67 ຕື້ USD (ກວມເອົາ 40%ຍອດວົງເງິນການຄ້າອາຊຽນ - ສ.ເກົາຫຼີ). ສອງປະເທດພວມວາງຄາດໝາຍຍົກວົງເງິນການຄ້າສອງຝ່າຍຂຶ້ນເຖິງ 100 ຕື້ USD ໃນປີ 2022. ການຮ່ວມມືໃນບັນດາຂົງເຂດປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ວັດທະນະທຳ, ການສຶກສາ, ກິລາ, ທ່ອງທ່ຽວ… ກໍ່ພັດທະນາຢ່າງແຮງທີ່ສຸດ.

ພິເສດ, ການພົວພັນແລກປ່ຽນປະຊາຊົນ ລະຫວ່າງ ຫວຽດນາມ - ສ.ເກົາຫຼີ ແມ່ນເສົາຄໍ້າອັນສໍາຄັນໃນການພົວພັນສອງຝ່າຍ. ກ່ອນນີ້ເກືອບ 30 ປີ, ເຊິ່ງເປັນຈຸດເວລາສອງປະເທດສ້າງຕັ້ງການພົວພັນທາງການທູດນັ້ນ ແມ່ນຍາກທີ່ຈະສາມາດພັນລະນາໄດ້ເຖິງລະດັບຄວາມສະໜິດຕິດພັນ, ໃກ້ຊິດສະໜິດສະໜົມລະຫວ່າງປະຊາຊົນສອງປະເທດຄືໃນປັດຈຸບັນ ດ້ວຍຈໍານວນຜູ້ຄົນໄປມາຫາສູ່ກັນລະຫວ່່າງສອງປະເທດ ແມ່ນປະມານ 4 ລ້ານເທື່ອຄົນພາຍໃນໜຶ່ງປີ ແລະ ມີຖ້ຽວບິນຫຼາຍກວ່າ 1.000 ຖ້ຽວຕໍ່ເດືອນ. ນອກຈາກນັ້ນ, ຍັງມີພົນລະເມືອງຂອງແຕ່ລະປະເທດປະມານ 200.000 ຄົນ ພວມດໍາລົງຊີວິດ, ເຮັດວຽກ ແລະ ຮໍ່າຮຽນຢູ່ດິນແດນຂອງກັນ, ລວມທັງຄອບຄົວຫຼາກຫຼາຍສີສັນວັດທະນະທໍາ ຫວຽດ - ສ.ເກົາຫຼີ ມີປະມານ 65.000 ຄອບຄົວອີກດ້ວຍ. ຜົນສໍາເລັດຂອງທິມບານເຕະແຫ່ງຊາດຫວຽດນາມ ພາຍໃຕ້ການນໍາພາຂອງຄູຝຶກ Park Hang Seo  ໄດ້ສ້າງແຫຼ່ງບັນດານໃຈອັນໃຫຍ່ຫຼວງໃຫ້ແກ່ປະຊາຊົນສອງປະເທດ, ປະກອບສ່ວນເພີ່ມພູນຄູນສ້າງສາຍພົວພັນອັນໝັ້ນແກ່ນລະຫວ່າງຫວຽດນາມ - ສ.ເກົາຫຼີ. ໃນບັນດາການພົບປະລະຫວ່າງຄະນະຜູ້ແທນຂັ້ນສູງ 2 ປະເທດຫວ່າງມໍ່ໆມານີ້, ການນໍາສອງປະເທດຕ່າງກໍຢັ້ງຢືນການພົວພັນ ຫວຽດນາມ - ສ.ເກົາຫຼີ ພວມຢູ່ໃນລະດັບດີງາມ ແລະ ເໝືອນດັ່ງ ອ້າຍນ້ອງໃນຄອບຄົວດຽວກັນ.

ການພົວພັນມຸ່ງໄປສູ່ອະນາຄົດ

ບົນເນື້ອໃນຈິດໃຈ ມຸ່ງໄປສູ່ອະນາຄົດ ແລະ ເຄົາລົບເຊິ່ງກັນແລະກັນ ເພື່ອການພັດທະນາແບບຍືນຍົງ ຂອງການພົວພັນລະຫວ່າງສອງປະເທດ, ເປີດກວ້າງ ແລະ ເຮັດໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດຫວຽດນາມ - ສ.ເກົາຫຼີໃນທຸກຂົງເຂດເລິກເຊິ່ງ ແລະມີປະສິດທິຜົນກວ່ານັ້ນ ແມ່ນໜ້າທີ່ຂອງທັງສອງປະເທດ.

        ປັດຈຸບັນ, ສ.ເກົາຫຼີ ແມ່ນປະເທດພັດທະນາໂດຍມີກໍາລັງແຮງດ້ານທຶນຮອນ, ວິທະຍາສາດເຕັກໂນໂລຢີ, ເຂົ້າຮ່ວມລະບົບມູນຄ່າທົ່ວໂລກຢ່າງເລິກເຊິ່ງ ແລະ ກໍາລັງຕ້ອງການຕະຫຼາດໃໝ່ອຽມ ແລະ ກວ້າງໃຫຍ່ກວ່າ ເພື່ອສືບຕໍ່ທ່ວງທ່າພັດທະນາ. ໃນຂະນະນັ້ນ, ຫວຽດນາມ ແມ່ນມີປະເທດພວມຜັນຂະຫຍາຍການປະຕິຮູບ, ຂະຫຍັນຂັນເຄື່ອນ, ເປັນຈົ້າການເຊື່ອມໂຍງເຂົ້າກັບສາກົນ. ຫວຽດນາມ ແມ່ນປະເທດທີ່ມີສະພາບແວດລ້ອມເໝາະສົມສໍາລັບໂຄງປະກອບປະຊາກອນທີ່ໜຸ່ມແໜ້ນ (ເຊິ່ງມີປະຊາກອນທັງໝົດເກືອບ 100 ລ້ານຄົນ, ໃນນັ້ນ ປະຊາກອນ 70% ແມ່ນນອນໃນເກນອາຍຸແຕ່ 15 ຫາ 64 ປີ), ລາຍຮັບສະເລ່ຍຕໍ່ຫົວຄົນບັນລຸເກືອບ 2.800 USD; ໄດ້ຮັບການຕີລາຄາຢ່າງຕັ້ງໜ້າຈາກບັນດາອົງການປະເມີນການສິນເຊື່ອທີ່ມີອິດທິພົນຊື່ສຽງຂອງສາກົນ. ປັດຈຸບັນ, ຫວຽດນາມກໍແມ່ນສະມາຊິກຂອງຫຼາຍຂົງເຂດການຮ່ວມມືລະດັບພາກພື້ນ ແລະ ສາກົນ, ລວມທັງບັນດາສົນທິສັນຍາການຄ້າເສລີໃໝ່ ດ້ວຍບັນດາຄໍາໝັ້ນສັນຍາຢ່າງເລິກເຊິ່ງກວ້າງຂວາງ ແລະ ຮອບດ້ານກວ່່າ. ນີ້ແມ່ນບັນດາທ່າໄດ້ປຽບ ເພື່ອໃຫ້ສອງປະເທດເປີດກວ້າງການຮ່ວມມືລົງທຶນ. ການຮ່ວມມືຂອງວິສາຫະກິດ ແລະ ພົວພັນແລກປ່ຽນປະຊາຊົນ ແມ່ນຂົວຕໍ່ອັນໝັ້ນແກ່ນ ໃຫ້ແກ່ການພົວພັນຂອງສອງປະເທດສືບຕໍ່ພັດທະນາ.

         ໃນສະພາບເສດຖະກິດໂລກພວມມີການຜັນແປຢ່າງວ່ອງໄວ ແລະ ສັບສົນນັ້ນ, ສອງປະເທດຄວນສືບຕໍ່ແບ່ງປັນຂໍ້ມູນຂ່າວສານ ແລະ ປະສົບການ, ເພີ່ມທະວີການແລກປ່ຽນ, ຮ່ວມມືຢູ່ບັນດາເວທີປໄສຫຼາຍຝ່າຍຂອງສາກົນ ແລະ ພາກພື້ນ, ເພື່ອແກ້ໄຂບັນດາສິ່ງທ້າທາຍທີ່ມີລັກສະນະທົ່ວໂລກໃຫ້ເປັນຢ່າງດີ, ປະກອບສ່ວນຮັກສາສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນລະພາບ, ປອດໄພ ແລະ ມີຄວາມເສລີໃນການເດີນເຮືອຂອງພາກພື້ນ ກໍຄືໃນໂລກ ໂດຍອີງໃສ່ກົດໝາຍສາກົນ ແລະ ບັນດາຫຼັກການພື້ນຖານຂອງກົດບັດ ສປຊ. ໃນສະພາບການລວມນັ້ນ, ການຢ້ຽມຢາມ ສ.ເກົາຫຼີ ຂອງທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ແມ່ນເຫດການທີ່ສໍາຄັນ, ປະກອບສ່ວນນໍາການພົວພັນຄູ່່ຮ່ວມມືຍຸດທະສາດລະຫວ່າງຫວຽດນາມ - ສ.ເກົາຫຼີ ກ້າວຂຶ້ນສູ່ລະດັບສູງໃໝ່./.

ຕອບກັບ

ຂ່າວ/ບົດ​ອື່ນ