ການ​ພົວ​ພັນ​ລະ​ຫວ່າງ ອີ​ຢູ ແລະ ອັງ​ກິດ ກ້າວ​ເຂົ້າ​ສູ່​ໄລ​ຍະ​ເຄັ່ງ​ຕຶງ​ໃໝ່

(VOVWORLD) - ວັນທີ 01 ຕຸລາ, ທ່ານນາງປະທານຄະນະກຳມະການເອີຣົບ (EC) Ursula von der Leyen ໄດ້ປະກາດວ່າ ສະຫະພາບເອີຣົບ (ອີຢູ) ໄດ້ຕົກລົງສົ່ງແຈ້ງການຢ່າງເປັນທາງການໄປໃຫ້ ອັງກິດ, ເຊິ່ງເປັນຂັ້ນຕອນທຳອິດຂອງລະບຽບການດ້ານນິຕິກຳ, ຍ້ອນວ່າ ປະເທດນີ້ລະເມີດບັນດາມາດຕະການຂອງຂໍ້ຕົກລົງຖອນຕົວອອກຈາກ ອີຢູ. ເລື່ອງເລີ່ມດຳເນີນບັນດາລະບຽບການດ້ານນິຕິກຳດັ່ງກ່າວ ໄດ້ສະແດງໃຫ້ເຫັນວ່າ ບັນດາຄວາມບໍ່ລົງລອຍກັນຢ່າງເລິກເຊິ່ງໃນການພົວພັນລະຫວ່າງ ອັງກິດ ແລະ ສະຫະພາບເອີຣົບ ທີ່ກ່ຽວຂ້ອງເຖິງເລື່ອງອັງກິດ ຖອນຕົວອອກຈາກ ອີຢູ ນັ້ນ ແມ່ນຍັງບໍ່ທັນແກ້ໄຂໄດ້ເທື່ອ ເຊິ່ງເປັນສັນຍານບົ່ງບອກໃຫ້ຮູ້ກ່ຽວກັບໄລຍະຄວາມເຄັ່ງຕຶງໃໝ່ໃນການພົວພັນສອງຝ່າຍ.

ສາຍເຫດຂອງບັນຫາແມ່ນ ອັງກິດ ບໍ່ເອົາບັນດາມາດຕາທີ່ກໍ່ການໂຕ້ຖຽງກັນອອກຈາກ ຮ່າງກົດໝາຍວ່າດ້ວຍຕະຫຼາດພາຍໃນ ເຊິ່ງເປັນຮ່າງກົດໝາຍທີ່ຄອບງຳເຖິງບັນດາຂໍ້ຕົກລົງດ້ານການການຄ້າ ພາຍຫຼັງ Brexit ພາຍໃນປະເທດນີ້. ເລື່ອງ ສະພາຕ່ຳ ອັງກິດ ໃຫ້ສັດຕະຍາບັນຮ່າງກົດໝາຍສະບັບດັ່ງກ່າວໃນວັນທີ 29 ກັນຍາ ຜ່ານມາ ໄດ້ຮັບຖືວ່າ ແມ່ນລະເມີດຂໍ້ຕົກລົງລະຫວ່າງ ລອນດອນ ກັບ ສະຫະພາບເອີຣົບ (ອີຢູ), ຊ້ຳບໍ່ໜຳ, ຕາມທ່ານນາງປະທານຄະນະກຳມະການເອີຣົບແລ້ວ, ສິ່ງດັ່ງກ່າວແມ່ນລະເມີດກົດໝາຍສາກົນ ແລະ ເຮັດໃຫ້ຄວາມໄວ້ເນື້ອເຊື່ອໃຈຖືກຫຼຸດໜ້ອຍຖອຍລົງ ອີກດ້ວຍ.

ການ​ພົວ​ພັນ​ລະ​ຫວ່າງ ອີ​ຢູ ແລະ ອັງ​ກິດ ກ້າວ​ເຂົ້າ​ສູ່​ໄລ​ຍະ​ເຄັ່ງ​ຕຶງ​ໃໝ່ - ảnh 1ທ່ານນາງປະທານຄະນະກຳມະການເອີຣົບ Ursula von der Leyen  (ພາບ: EPA)


ຂໍ້ອ້າງອີງຂອງ ອັງກິດ ແລະ ອີຢູ

        ອັງກິດ ຢັ້ງຢືນວ່າ ຮ່າງກົດໝາຍວ່າດ້ວຍຕະຫຼາດພາຍໃນ ອັງກິດ ຈະຮັກສາວຽກເຮັດງານທຳ ແລະ ພື້ນຖານສັນຕິພາບໃຫ້ເຂດອຽກລັງເໜືອ. ອັງກິດ ຕ້ອງສ້າງກອບນິຕິກຳທີ່ປອດໄພເພື່ອປົກປັກຮັກສາລັກສະນະຄົບຖ້ວນໃຫ້ແກ່ຕະຫຼາດພາຍໃນຂອງປະເທດນີ້, ຮັບປະກັນໃຫ້ບັນດາລັດຖະມົນຕີ ຍາມໃດກໍສາມາດປະຕິບັດບັນດາພັນທະຂອງຕົນກັບ ອຽກລັງເໜືອ ແລະ ປົກປ້ອງຜົນປະໂຫຍດຈາກວິວັດທະນາການສ້າງສັນຕິພາບ. ລອນດອນ ກໍຢັ້ງຢືນວ່າ ຮ່າງກົດໝາຍສະບັບໃໝ່ ແມ່ນມີຄວາມຈຳເປັນເພື່ອຮັບປະກັນໃຫ້ແກ່ການແລກປ່ຽນຄ້າຂາຍລະຫວ່າງບັນດາເຂດ England, Scotland, ເຂດ Wales ແລະ ອຽກລັງເໜືອ ໄດ້ດຳເນີນໄປຢ່າງສະດວກ, ບໍ່ຖືກຕັດຕອນ, ເພີ່ມທະວີກຳລັງຄວາມສາມາດໃນການຟື້ນຟູເສດຖະກິດ ພາຍຫຼັງໂລກລະບາດໂຄວິດ - 19 ເມື່ອໄລຍະປ່ຽນຜ່ານສິ້ນສຸດລົງໃນທ້າຍປີນີ້.

        ທ່ານນາຍົກລັດຖະມົນຕີ ອັງກິດ Boris Johnson ເອີ້ນຮ່າງກົດໝາຍສະບັບໃໝ່ນີ້ວ່າ ແມ່ນ “ເອກະສານນິຕິກຳທີ່ປອດໄພ” ໃນກໍລະນີ ອີຢູ “ອະທິບາຍຢ່າງຂາດພາວະວິໄສ" ບັນດາຂໍ້ຕົກລົງພາຍຫຼັງ Brexit. ທ່ານຢັ້ງຢືນວ່າ ໜ້າທີ່ຂອງທ່ານແມ່ນຮັບປະກັນຄວາມເປັນເອກະພາບໃນຕະຫຼາດພາຍໃນ ແຕ່ກໍຕ້ອງປົກປັກຮັກສາວິວັດທະນາການສ້າງສັນຕິພາບຂອງ ອຽກລັງເໜືອ ແລະ ສົນທິສັນຍາ ມື້ວັນສຸກທີ່ສວຍງາມ ເພື່ອຊ່ວຍຢຸດຕິການປະທະກັນທີ່ແກ່ຍາວເປັນເວລາກວ່າ 30 ປີຢູ່ດິນແດນແຫ່ງນີ້.

        ເຖິງຢ່າງໃດກໍຕາມ, ຕາມບັນດາມາດຕາເຊິ່ງ ອັງກິດ ແລະ ອີຢູ ໄດ້ຕົກລົງເປັນເອກະພາບນັ້ນ, ອຽກລັງເໜືອ ຈະຍັງຢູ່ໃນເຂດດິນແດນທີ່ຕ້ອງເສຍພາສີໃຫ້ ລາຊະອານາຈັກ ອັງກິດ ແລະ ໃນອະນາຄົດຈະໄດ້ເອົາເຂົ້າບໍ່ວ່າຂໍ້ຕົກລົງການຄ້າໃດໆຂອງ ລາຊະອານາຈັກ ອັງກິດ.ແຕ່ວ່າ, ເພື່ອຫຼີກລ້ຽງບັນຫາຊາຍແດນກ່ຽວກັບການບໍລິຫານລະຫວ່າງ ອຽກລັງເໜືອ ແລະ ສາທາລະນະລັດ ອຽກລັງ ນັ້ນ, ອຽກລັງເໜືອ ຈະສືບຕໍ່ຈັດອັດຕາການເກັບພາສີຂອງ ເອີຣົບ. ແຕ່, ຮ່າງກົດໝາຍວ່າດ້ວຍຕະຫຼາດພາຍໃນໄດ້ຊອກຫາວິທີເພື່ອເອົາ ອຽກລັງເໜືອ ອອກຈາກບັນດາຂໍ້ກຳນົດໃນຕະຫຼາດລວມຂອງ ອີຢູ, ເພື່ອຮັກສາຕະຫຼາດຮ່ວມສຳພັນກັບ ລາຊະອານາຈັກ ອັງກິດ ແລະ ຮັບປະກັນໃຫ້ 4 ປະເທດທັງໝົດຂອງ ລາຊະອານາຈັກອັງກິດ ຮັກສາບັນດາມາດຕະຖານ ແລະ ມີກົດບັງຄັບທີ່ຄ້າຍຄືກັນເພື່ອໃຫ້ສິນຄ້າສາມາດຈໍລະຈອນໄດ້ໂດຍຢ່າງເສລີ.

        ເພາະສະນັ້ນ, ອີຢູ ໄດ້ມີປະຕິກິລິຍາຢ່າງຮ້າຍແຮງໃນທັນທີ ພາຍຫຼັງ ທີ່ ລັດຖະບານ ອັງກິດ ປະກາດຮ່າງກົດໝາຍດັ່ງກ່າວ ເພາະວ່າ ຮ່າງກົດໝາຍສະບັບດັ່ງກ່າວ ຄາດວ່າຈະປັບປຸງມາດຕາສຳຄັນ ເພື່ອຫຼີກລ້ຽງສະພາບການສ້າງຊາຍແດນໃນການບໍລິຫານແຂງລະຫວ່າງ ສາທາລະນະລັດ ອຽກລັງ ແລະ ອຽກລັງເໜືອ ຄືນໃໝ່. ນັບແຕ່ຕົ້ນເດືອນ ກັນຍາ ມານີ້, ອີຢູ ໄດ້ຮຽກຮ້ອງໃຫ້ຈັດກອງປະຊຸມດ່ວນກັບ ອັງກິດ. ທ່ານຮອງປະທານ ອີຢູ Maros Sefcovic ໄດ້ຮຽກຮ້ອງໃຫ້ ລາຊະອານາຈັກ ອັງກິດ ມີການໂຕ້ຕອບບັນດາຄວາມວິຕົກກັງວົນຢ່າງເລິກເຊິ່ງຂອງ ອີຢູ ກ່ຽວກັບຮ່າງກົດໝາຍດັ່ງກ່າວ. ທ່ານປະທານລັດຖະສະພາເອີີຣົບ David Sassoli ກ່າວເຕືອນວ່າ “ບໍ່ວ່າຄວາມມານະພະຍາຍາມໃດໆຂອງ ອັງກິດ ທີ່ສ້າງຄວາມເສຍຫາຍໃຫ້ແກ່ຂໍ້ຕົກລົງ Brexit ກໍຈະກໍ່ຜົນຕາມມາທີ່ຮ້າຍແຮງ”. ເຢຍລະມັນ ຮຽກຮ້ອງໃຫ້ ລອນດອນ ຈົ່ງເຄົາລົບບັນດາມາດຕາ Brexit ຢ່າງເຂັ້ມງວດ ເຊິ່ງ ອັງກິດໄດ້ເຫັນດີເປັນເອກະພາບ ກ່ອນທີ່ຈະຖອນຕົວອອກຈາກ ອີຢູ ຢ່າງເປັນທາງການ.

ບັນດາຜົນກະທົບ

        ລັດຖະບານຂອງທ່ານນາຍົກລັດຖະມົນຕີ ອັງກິດ Boris Johnson ມີຄວາມຮັບຮູ້ດີກ່ຽວກັບບັນດາຜົນກະທົບ ເມື່ອປະກາດຮ່າງກົດໝາຍສະບັບນີ້. ນັບແຕ່ເມື່ອຫາກໍປະກາດ ຮ່າງກົດໝາຍສະບັບດັ່ງກ່າວໃນຕົ້ນເດືອນກັນຍາ, ທ່ານນາຍົກລັດຖະມົນຕີ ອັງກິດ Boris Johnson ຍອມຮັບວ່າ ເອກະສານສະບັບນີ້ ໄດ້ວາງອອກບັນດາການປ່ຽນແປງໃໝ່ຕາມລຳພັງຝ່າຍດຽວ, ລະເມີດຂໍ້ຕົກລົງ Brexit ຂອງ ອີຢູ. ທ່ານກໍຍອມຮັບວ່າ ຮ່າງກົດໝາຍສະບັບໃໝ່ນີ້ ຈະລະເມີດກົດໝາຍສາກົນ ຕາມຮູບການພິເສດ ແລະ ມີການຈຳກັດເວລາ”. ບັນດາການກະທຳຕາມລຳພັງຝ່າຍດຽວ ຂອງ ລອນດອນ ຖືວ່າ ໄດ້ຍູ້ບັນດາການເຈລະຈາດ້ານການຄ້າລະຫວ່າງ ອັງກິດ - ອີຢູ ທີ່ພວມຈົນຕາແຈ ສືບຕໍ່ຕົກເຂົ້າສູ່ວິກິດການຢ່າງເລິກກວ່າ. ອີຢູ ເຄີຍກ່າວເຕືອນເປັນຫຼາຍຄັ້ງແລ້ວວ່າ ການກະທຳລະເມີດຂໍ້ຕົກລົງ Brexit ຈະເຮັດໃຫ້ສອງຝ່າຍບໍ່ສາມາດບັນລຸໄດ້ບໍ່ວ່າຂໍ້ຕົກລົງສະບັບໃດ.

        ເລື່ອງ ອີຢູ ເລີ່ມດຳເນີນບັນດາຂັ້ນຕອນລະບຽບການດ້ານນິຕິກຳ ຕ້ານຄືນລາຊະອານາຈັກ ອັງກິດ ທີ່ກ່ຽວຂ້ອງເຖິງຮ່າງກົດໝາຍກໍ່ຄວາມໂຕ້ຖຽງກັນຂອງປະເທດນີ້ ໄດ້ຮັບຖືວ່າ ແມ່ນບາດກ້າວເດີນທີ່ຈຳເປັນ. ອັງກິດຈະມີເວລາໜຶ່ງເດືອນ ເພື່ອຕອບຈົດໝາຍຂອງ EC. ຫຼັງຈາກນັ້ນ, EC ຈະຕີລາຄາເບິ່ງວ່າ ຄຳຕອບນັ້ນແມ່ນສົມເຫດສົມຜົນຫຼືບໍ ແລະ ອາດຈະຮຽກຮ້ອງໃຫ້ ອັງກິດ ເອົາບັນດາມາດຕາທີ່ກໍ່ຄວາມໂຕ້ຖຽງກັນອອກຈາກຮ່າງກົດໝາຍຂອງເຂົາເຈົ້າ. ຖ້າຫາກປະລາໄຊ, EC ອາດຈະຮ້ອງຟ້ອງ ອັງກິດ ຂຶ້ນສານຍຸຕິທຳ ເອີຣົບ ເຊິ່ງມີສຳນັກງານຕັ້ງຢູ່ Luxembourg. ສິ່ງດັ່ງກ່າວກໍໝາຍຄວາມວ່າ ການພົວພັນລະຫວ່າງ ອັງກິດ - ອີຢູ ໄດ້ກ້າວເຂົ້າສູ່ໄລຍະເຄັ່ງຕຶງໃໝ່./.

ຕອບກັບ

ຂ່າວ/ບົດ​ອື່ນ