ການ​ພົວ​ພັນ​ລະ​ຫວ່າງ ອາ​ເມ​ລິ​ກາ - ຈີນ ໃນ​ທ່າ​ແກ້ງ​ແຍ້ງ​ຍຸດ​ທະ​ສາດ

(VOVWORLD) -  ແຕ່ດົນນານມາແລ້ວ, ການພົວພັນລະຫວ່າງ ອາເມລິກາ ແລະ ຈີນ ໄດ້ເປັນຈຸດພົ້ນເດັ່ນຂອງບັນດາການພົວພັນສາກົນ, ແຕ່ວ່າ ນັບແຕ່ເມື່ອທ່ານປະທານາທິບໍດີ ອາເມລິກາ Donald Trump ຂຶ້ນກຳອຳນາດ ໃນຕົ້ນປີ 2017 ມາຮອດປັດຈຸບັນ, ການພົວພັນລະຫວ່າງສອງປະເທດມະຫາອຳນາດນີ້ ໄດ້ຫັນໄປສູ່ໄລຍະໃໝ່: ໄລຍະແຫ່ງການແກ້ງແຍ້ງຍຸດທະສາດຮອບດ້ານ ແລະ ສູ້ຢັນກັນ. ປີ 2020, ການແກ້ງແຍ້ງຍຸດທະສາດ ລະຫວ່າງ ອາເມລິກາ ແລະ ຈີນ ສືບຕໍ່ເຄັ່ງຕຶງຂຶ້ນຕື່ມໃນຫຼາຍຂົງເຂດ.

ນັບແຕ່ເມື່ອທ່ານປະທານາທິບໍດີ Donald Trump ຂຶ້ນກຳອຳນາດໃນປີ 2017, ປະເທດ ອາເມລິກາ ໄດ້ປຸກລະດົມບັ້ນແກ້ງແຍ້ງຍຸດທະສາດຮອບດ້ານກັບ ຈີນ ໃນຫຼາຍຂົງເຂດ, ຖື ຈີນ ແມ່ນ “ຄູ່ແຂ່ງແກ້ງແຍ້ງຍຸດທະສາດ” ນ້ຳເບີ 1 ແລະ ປະຕິບັດບັນດານະໂຍບາຍແຂງກະດ້າງຕໍ່ປະເທດນີ້. ປີ 2020, ພວກເຮົາໄດ້ເຫັນກັບຕາກ່ຽວກັບການພົວພັນລະຫວ່າງສອງປະເທດມີການແກ້ງແຍ້ງກັນຢ່າງຮອບດ້ານ ແລະ ສູ້ຢັນກັນຢ່າງດຸເດືອດກວ່າ.

ການ​ພົວ​ພັນ​ລະ​ຫວ່າງ ອາ​ເມ​ລິ​ກາ - ຈີນ ໃນ​ທ່າ​ແກ້ງ​ແຍ້ງ​ຍຸດ​ທະ​ສາດ - ảnh 1(ພາບປະກອບ:Reuters)

ການແກ້ງແຍ້ງຮອບດ້ານໃນທຸກຂົງເຂດ

        ເລີ່ມຕົ້ນໃຫ້ແກ່ຄວາມເຄັ່ງຕຶງ ລະຫວ່າງ ອາເມລິກາ - ຈີນ ໃນປີ 2020 ແມ່ນນັບແຕ່ເມື່ອ ໄວຣັດ SARS –CoV – 2 ແຜ່ລະບາດຢູ່ນະຄອນ ອູ່ຫັ້ນ ອຳນາດການປົກຄອງຂອງທ່ານ Donald Trump ໄດ້ກ່າວຫາ ປັກກິ່ງ ຫຼາຍຄັ້ງວ່າ ໄດ້ປິດບັງລະດັບຄວາມຮ້າຍແຮງຂອງໂລກລະບາດນັບແຕ່ໄລຍະທຳອິດ, ສະໜອງຂໍ້ມູນບໍ່ຄົບຖ້ວນ ແລະ ເອີ້ນວ່າ “ໄວຣັດ ຈີນ”, ຊ້ຳບໍ່ໜຳຍັງນາບຂູ່ລົງໂທດ ແລະ ບັງຄັບໃຫ້ປະເທດນີ້ຊົດເຊີຍຜົນເສຍຫາຍຢ່າງໜັກໜ່ວງ ເຊິ່ງໂລກລະບາດໂຄວິດ - 19 ໄດ້ກໍ່ຂຶ້ນ. ເພື່ອໂຕ້ຕອບຄືນ, ປັກກິ່ງ ກ່າວຫາ ວໍຊີງຕັນ ວ່າ ພວມຫັນວິກິດການເປັນບັນຫາການເມືອງ ແນໃສ່ເຮັດໃຫ້ຫາງສຽງຫຼົງທິດຈາກການແກ້ໄຂໂລກລະບາດທີ່ອ່ອນດ້ອຍນີ້.

        ຕໍ່ຈາກນັ້ນ, ເດືອນກໍລະກົດ 2020, ອາເມລິກາ ຮຽກຮ້ອງໃຫ້ ຈີນ ປິດປະຕູສະຖານກົງສູນໃຫຍ່ຢູ່ນະຄອນ Houston, ລັດ Texas, ດ້ວຍການກ່າວຫາວ່າສະຖານກົງສູນແຫ່ງນີ້ ມີສ່ວນກ່ຽວຂ້ອງເຖິງຫຼາຍການເຄື່ອນໄຫວສອດແນມ ແລະ ລັກເອົາຊັບສິນທາງປັນຍາ. ປັກກິ່ງ ໄດ້ປະຕິເສດທຸກຂໍ້ກ່າວຫາ, ພ້ອມທັງຮຽກຮ້ອງໃຫ້ປິດປະຕູສະຖານທູດ ອາເມລິກາ ປະຈຳ ເຈິງຕູ ແຂວງ ຊີຈວນ.

        ບັນດາການກະທຳ “ໂຕ້ຕອບແບບຕາຕໍ່ຕາ” ປິ່ນອ້ອມບັນຫາ ຮົ່ງກົງ ກໍໄດ້ຮັບການຕີລາຄາວ່າ ແມ່ນບັນດາປັດໄຈ “ຖອກນ້ຳມັນໃສ່ກອງໄຟ” ເຮັດໃຫ້ສະພາບການເຄັ່ງຕຶງຂຶ້ນຕື່ມ. ໂດຍມີປະຕິກິລິຍາຕໍ່ເລື່ອງ ຈີນ ນຳໃຊ້ກົດໝາຍວ່າດ້ວຍຄວາມໝັ້ນຄົງໃໝ່ ກັບ ຮົ່ງກົງ ນັບແຕ່ວັນທີ 30 ມິຖຸນາ, ວັນທີ 14 ກໍລະກົດ, ທ່ານປະທານາທິບໍດີ Donald Trump ໄດ້ລົງນາມໃນລັດຖະດໍາລັດວ່າດ້ວຍການ ຍົກເລີກບັນດາບຸລິມະສິດດ້ານການຄ້າ ທີ່ສະຫງວນໃຫ້ແກ່ເຂດເສດຖະກິດພິເສດ ແລະ ໃຫ້ສັດຕະຍາບັນກົດໝາຍວ່າດ້ວຍການປົກຄອງດ້ວຍຕົນເອງຢູ່ ຮົ່ງກົງ. ກົດໝາຍສະບັບດັ່ງກ່າວ ອະນຸຍາດໃຫ້ ວໍຊີງຕັນ ລົງໂທດບັນດາເຈົ້າໜ້າທີ່ ແລະ ຕຳຫຼວດ ທີ່ຖືວ່າ ມີການລະເມີດສິດປົກຄອງດ້ວຍຕົນເອງຂອງນະຄອນ ແລະ ພ້ອມກັບທະນາຄານແຫ່ງຕ່າງໆປະຕິບັດການທຳທຸລະກຳສຳຄັນກັບເຂົາເຈົ້າ.

        ການສູ້ຢັນກັນລະຫວ່າງ ວໍຊິງຕັນ ແລະ ປັກກິ່ງ ຍັງສະແດງໃຫ້ເຫັນຢ່າງຈະແຈ້ງໃນບັນຫາທະເລຕາເວັນອອກ ກັບຄຳກ່າວປາໄສປະຕິເສດຄຳຮຽກທວງສິດອະທິປະໄຕຂອງ ຈີນ ຢູ່ ພາກພື້ນ, ເພີ່ມທະວີການເຄື່ອນໄຫວຂອງບັນດາກ່ຳປັ່ນສູ້ຮົບ, ເຮືອບິນການທະຫານລາດຕະເວນຢ່າງເສລີໃນການເດີນເຮືອ ແລະ ການບິນ ຢູ່ ທະເລຕາເວັນອອກ.

ການ​ພົວ​ພັນ​ລະ​ຫວ່າງ ອາ​ເມ​ລິ​ກາ - ຈີນ ໃນ​ທ່າ​ແກ້ງ​ແຍ້ງ​ຍຸດ​ທະ​ສາດ - ảnh 2ປີ 2020, ທ່ານປະທານາທິບໍດີ Donald Trump ໄດ້ລົງນາມໃນລັດຖະດຳລັດວ່າດ້ວຍການຫ້າມ ບໍ່ໃຫ້ສ່ວນບຸກຄົນ, ອົງການຈັດຕັ້ງ ຢູ່ ອາເມລິກາ ທຳທຸລະກຳກັບ ByteDance ແລະ Tencent -ເຈົ້າຂອງກຳມະສິດໂປຼແກຼມ TikTok ແລະ WeChat (ພາບ: baoquocte.vn)

ນອກຈາກບັນດາການປະທະກັນດັ່ງກ່າວແລ້ວ, ການຕໍ່ສູ້ໃນຂົງເຂດເຕັກໂນໂລຢີ ລະຫວ່າງ ອາເມລິກາ ແລະ  ຈີນ ໃນປີ 2020 ກໍມີຄວາມເຄັ່ງຕຶງທີ່ສຸດ. ໂດຍສືບຕໍ່ເລື່ອງນຳບັນດາສາຂາຂອງກຸ່ມບໍລິສັດໂທລະຄົມມະນາຄົມ Huawei ຂອງ ຈີນເຂົ້າບັນຊີດຳໃນປີ 2019, ປີ 2020, ທ່ານປະທານາທິບໍດີ Donald Trump ໄດ້ລົງນາມໃນລັດຖະດຳລັດວ່າດ້ວຍການຫ້າມ ບໍ່ໃຫ້ສ່ວນບຸກຄົນ, ອົງການຈັດຕັ້ງ ຢູ່ ອາເມລິກາ ທຳທຸລະກຳກັບ ByteDance ແລະ Tencent - ເຈົ້າຂອງກຳມະສິດໂປຼແກຼມ TikTok ແລະ WeChat ເຊິ່ງເປັນສອງໂປຼແກຼມແຖວໜ້າ ໂດຍ ຈີນ ເປັນຜູ້ພັດທະນາ.  ພ້ອມກັນນັ້ນ, ກໍ່ເພີ່ມຊື່ບັນດາບໍລິສັດຂອງຈີນເຂົ້າໃນບັນຊີດຳ, ຮັດແຄບການອອກວີຊາໃຫ້ແກ່ສະມາຊິກພັກຂອງຈີນ, ຢຸດຕິບັນດາລາຍການແລກປ່ຽນວັດທະນະທຳລະຫວ່າງສອງປະເທດ…

        ປັບປຸງນະໂຍບາຍ ແລະ ການສູ້ຢັນກັນໂດຍເຊິ່ງໜ້າ

        ໃນໄລຍະກວ່າ 40 ປີຜ່ານມາ, ນັບແຕ່ເມື່ອ ອາເມລິກາ ແລະ ຈີນ ສ້າງຕັ້ງການພົວພັນທາງການທູດ (1979), ປະທານາທິບໍດີ ຫຼາຍລຸ້ນຂອງ ອາເມລິກາ ລ້ວນແຕ່ປະຕິບັດນະໂຍບາຍທີ່ມີສ່ວນກ່ຽວພັນກັບ ຈີນ, ໝາຍຄວາມວ່າ ມີການຮ່ວມມື, ມີການລະງັບໃຈ, ພ້ອມກັນນັ້ນ, ແກ່ດຶງເອົາ ຈີນ ເຂົ້າຮ່ວມລະບົບສາກົນປັດຈຸບັນ, ຕາມລະບຽບການໂດຍ ອາເມລິກາ ຈັດວາງ. ເຖິງຢ່າງໃດກໍຕາມ, ດ້ວຍນະໂຍບາຍການຕ່າງປະເທດ ທີ່ຫັນປ່ຽນຈາກການ “ເຊື່ອງຕົວລໍຖ້າສວມໂອກາດດີ” ໄປເປັນ “ການກະທຳຂອງປະເທດໃຫຍ່” ຂອງ ຈີນ, ສາຍພົວພັນລະຫວ່າງ ວໍຊີງຕັນ ແລະ ປັກກິ່ງ ເລີ່ມຫັນປ່ຽນໄປທາງລົບ.

        ປີ 2020 ເປັນປີໄດ້ເຫັນປະຈັກຕາ “ການແຂ່ງຂັນ” ຢ່າງຂ້ຽວຂາດລະຫວ່າງສອງປະເທດມະຫາອຳນາດ. ລັດຖະດຳລັດວ່າດ້ວຍ “ວິທີການສຳຜັດຍຸດທະສາດຂອງ ອາເມລິກາ ກັບ ສາທາລະນະລັດປະຊາຊົນ ຈີນ” ເຊິ່ງ ອຳນາດການປົກຄອງຂອງ ອາເມລິກາ ໄດ້ປະກາດໃຊ້ເມື່ອເດືອນ ພຶດສະພາ 2020 ໄດ້ຮັບຖືວ່າ ແມ່ນຍຸດທະສາດໃໝ່ຂອງ ອາເມລິກາ ສຳລັບ ຈີນ, ໄດ້ກຳນົດທິດຢ່າງຈະແຈ້ງກວ່າ ກ່ຽວກັບການພົວພັນລະຫວ່າງ ອາເມລິກາ - ຈີນ ເມື່ອທຽບໃສ່ “ຍຸດທະສາດຄວາມໝັ້ນຄົງແຫ່ງຊາດ” ປີ 2017. ຕາມນັ້ນແລ້ວ, ອາເມລິກາ ໄດ້ປັບປຸງນະໂຍບາຍຕາມທິດສຳຜັດການແກ້ງແຍ້ງກັນຢ່າງເປີດເຜີຍ, ຂ້ຽວຂາດ ແລະ ຮອບດ້ານໃນທຸກຂົງເຂດ ເພື່ອແນໃສ່ສະກັດກັ້ນ ຈີນ ແລະ ປົກປ້ອງຜົນປະໂຫຍດເປັນຕາຍຂອງ ອາເມລິກາ. ສິ່ງທີ່ໜ້າສົນໃຈແມ່ນ ການໝູນໃຊ້ບັນດາວິທີການແກ້ໄຂທີ່ແຂງກະດ້າງຕໍ່ ຈີນ ນັ້ນ ລ້ວນແຕ່ໄດ້ຮັບການສະໜັບສະໜູນຈາກສອງພັກ ໃນສະພາແຫ່ງຊາດ ອາເມລິກາ.

        ອາດເຫັນໄດ້ວ່າ, ການແກ້ງແຍ້ງຍຸດທະສາດ ລະຫວ່າງ ອາເມລິກາ - ຈີນ ພວມເປັນແກນຫຼັກຄອບງຳກະດານເດີນໝາກຮຸກດ້ານການເມືອງສາກົນ, ສາຍພົວພັນລະຫວ່າງສອງປະເທດນີ້ ຍາມໃດກໍມີການເຄື່ອນໄຫວ, ຜັນປ່ຽນໄປເລື້ອຍໆ ແລະ ບໍ່ອາດຄາດຄະເນລ່ວງໜ້າໄດ້. ເຖິງວ່າການສູ້ຢັນກັນໃນຕົວຈິງ ຈະບໍ່ສິ້ນສຸດໄດ້ໃນໄວໆນີ້, ນັບທັງເມື່ອ ອຳນາດການປົກຄອງໃໝ່ຂອງ ອາເມລິກາ ໄດ້ຮັບການມອບໂອນ, ແຕ່ ວົງການນັກໄຈ້ແຍກໃຫ້ຂໍ້ສັງເກດວ່າ ການພົວພັນລະຫວ່າງສອງປະເທດມະຫາອຳນາດນີ້ ຈະບໍ່ມີການປະທະກັນຄັ້ງໃຫຍ່ໃນປີ 2021 ຍ້ອນວ່າ ການຮ່ວມມືໃນຫຼາຍດ້ານ ຍັງມີຜົນປະໂຫຍດສະຫຼັບກັນ./.

ຕອບກັບ

ຂ່າວ/ບົດ​ອື່ນ