ການພົວພັນລະຫວ່າງອາເມລິກາ - ອາບການິສະຖານ

ການພົວພັນລະຫວ່າງອາເມລິກາ - ອາບການິສະຖານ - ảnh 1
ການພົວພັນບໍ່ດີລະຫວ່າງອາເມລິກາ - ອາບການິສະຖານ
(ພາບ: google.com.vn)

(vovworld) - ການ​ພົວພັນ​ຍຸດ​ທະ​ສາດ​ລະຫວ່າງອາ​ເມ​ລິ​ກາ - ອາບ​ກາ​ນິສະຖານພວມ​ຜັນ​ແປ​ໄປ​ຢ່າງ​ສັບສົນ. ພາຍຫຼັງ​ກໍລະນີທະຫານ​ໃນ​ອົງການ (NATO) ຈູດ​ປື້​ມຄຳ​ພີ​ໂກຮານ ​ໃນ​ຖານ​ທີ່​ໝັ້ນ​ການ​ທະຫານ​ອາ​ເມ​ລິ​ກາ ຢູ່ອາບ​ກາ​ນິສະຖານ ​ເມື່ອ​ທ້າຍ​ເດືອນ 2/2012, ​​ແລະ ​ການ​ກະທຳ​ຍິງ​ປືນ​ໃສ່​ປະຊາຊົນ​ຜູ້​ບໍລິສຸດ 16 ຄົນ, ​ເຊິ່ງຕົ້ນ​ຕໍ່​ແມ່ນ​ແມ່ຍິງ ​ແລະ ​ເດັກນ້ອຍ, ຂອງ​ທະຫານ​ອາ​ເມ​ລິ​ກາ​ຜູ້​ໜຶ່ງ​ໃນ ວັນ​ທີ 11/3 , ​ສິ່ງ​ດັ່ງກ່າວໄດ້​ເຮັດ​ໃຫ້ການ​ພົວພັນ​ຍຸດ​ທະ​ສາດ​ລະຫວ່າງ​ສອງ​ປະ​ເທດ​ນັບ​ມື້​ນັບ​ຊົ່ວ​ຮ້າຍລົງ.

        ​ເຖິງ​ວ່າ, ພາຍຫຼັງ​ເຫດການ​ດັ່ງກ່າວ, ປະທານາທິບໍດີອາ​ເມ​ລິ​ກາ Barack Obama ​ໄດ້​ໂທລະສັບ​ຫາ​ຜູ້​ຮ່ວມ​ຕ່ຳ​ແໜ່​ງອາບ​ກາ​ນິສະຖານ ທ່ານ Hamid Karzai ​ແລະ ໝັ້ນ​ໝາຍ​ຈະ​ສືບສວນ​ກໍລະນີ​ເຂັ່ນຂ້າ​ນີ້​ໂດຍ​ໄວ. ​ແລະ ວັນ​ທີ 12/3, ​ໂຄສົກ​ທຳນຽບຂາວ​ທ່ານ Jay Carney ​ໄດ້​ຖະ​ ແຫຼ​ງວ່າ, ບັນດາ​ຈຸດໝາຍ​ຍຸດ​ທະ​ສາດ​ຂອງ​ອາ​ເມ​ລິ​ກາ​ ຢູ່​ອາບ​ກາ​ນິສະຖານ ຈະ​ບໍ່​ມີ​ການປ່ຽນ​ແປງ… ​ແຕ່​ເຖິງ​ຢ່າງ​ໃດ​ກໍ່ຕາມ, ​ເຫດການ​ດັ່ງກ່າວ​ໄດ້​ສົ່ງ​ຜົນ​ສະທ້ອນ​ບໍ່​ດີ​ເຖິງ​ການ​ພົວພັນ​ເຊິ່ງອາ​ເມ​ລິ​ກາ ​ແລະ ບັນດາ​ປະ​ເທດ​ຝ່າຍ​ຕາ​ເວັນ​ຕົກ​ພວມ​ທານະ​ພະຍາຍາມສ້າງ​ຂຶ້ນ​ຢູ່​ປະ​ເທດ​ອາຊີ​ໃຕ້​ນີ້.

        ພາຍຫຼັງ​ເກີດ​ເຫດການ​ພຽງ​ມື້ໜຶ່ງ, ຄວາມ​ຄຽດ​ແຄ້ນ​ໄດ້​ແຜ່​ຂະຫຍາຍ​ໄປ​ທົ່ວ​ປະ​ເທດອາບ​ກາ​ນິສະຖານ. ວັນ​ທີ 12/3, ສະພາ​ແຫ່ງ​ຊາດ​ປະ​ເທດ​ນີ້ ​ໄດ້​ຖະ​ແຫຼ​ງວ່າ, ຊາວ​ອາບ​ກາ​ນິສະຖານ ​ບໍ່​ສາມາດ​ອົດທົນ​​ຕໍ່​ການ​ກະທຳ​ຂອງ​ທະຫານ​ຕ່າງປະ​ເທດ​ຢູ່​ປະ​ເທດນີ້​ໄດ້. ສ່ວນປະທານາທິບໍດີ Hamid Karzai ພັດຖືວ່າ ນີ້ບໍ່ຕ່າງຫຍັງກັບ ”ການກະທຳເຂັ່ນຂ້າ ແລະ ກໍ່ການຮ້າຍ” ນີ້​ແມ່ນ​ການ​ກະທຳ​ທີ່ ”ບໍ່ອາດອະ​ໄພ”ໄດ້. ໃນວັນດຽວກັນ, ພວກກະບົດ ຕາລີບານ ຢູ່ອາບການິສະຖານ ​ໄດ້​ສາບານ​ຈະ​ລົງ​ໂທດ ”ທະຫານ​ອາ​ເມ​ລິ​ກາ ຜູ້​ໂຫດຮ້າຍ​ສາມານ”. ​ໃນ​ຖະ​ແຫຼ​ງໜຶ່ງ​ທີ່​ສະ​​ເໜີ​ທາງ​ເວັບ​ໄຊອິດສະ​ລາມ, ຕາ​ລີ​ບານ​ໄດ້​ຖະ​ແຫຼ​ງຈະ ”​ລົງ​ໂທດ​ພວກ​​ຮຸກ​ຮານ ​ແລະ​ ເຂັ່ນຂ້າ​ຄົນ​ຢ່າງ​ໂຫດຮ້າຍ​ສາມານ”. ​ເຈົ້າ​ໜ້າ​ທີ່​ທ່ານ​ໜຶ່ງ​ຂອງ​ລັດຖະບານອາບ​ກາ​ນິສະຖານ​ ໃຫ້​ຮູ້​ວ່າ, ​ເຫດການ​ດັ່ງກ່າວອາດ​ຈະ​ສົ່ງ​ຜົນ​ສະທ້ອນ​ບໍ່​ດີ​ເຖິງ​ຄວາມ​ມານະ​ພະຍາຍາມ​ເພື່ອ​ແນ​ໃສ່​ບັນລຸ​ໄດ້​ຂໍ້​ຕົກລົງ​ຍຸດ​ທະ​ສາດ​ກັບກາ​ບູນ ນັ້ນ​ແມ່ນ​ອະນຸຍາດ​ໃຫ້​ຄົນ​ອາ​ເມ​ລິ​ກາ​ມີໜ້າ​ຢູ່​ປະ​ເທດ​ນີ້​ໃນ​ໄລຍະ​ຍາວ.

ການພົວພັນລະຫວ່າງອາເມລິກາ - ອາບການິສະຖານ - ảnh 2
(ພາບ: google.com.vn)

        ສາຍ​ເຫດ​ທີ່​ພາ​ໃຫ້​ເກີດ​ເຫດ​ໃນ​ວັນ​ທີ 13/3 ຜ່ານ​ມາ, ນັ້ນ​ແມ່ນ​ຍ້ອນທະຫານອາ​ເມ​ລິ​ກາ​ຄົນ​ໜຶ່ງ​ອອກ​ຈາກ​ຖານ​ທີ່​ໝັ້ນ​ທະຫານ​ຢູ່ Kandahar ​ແລະ ​ຍິງ​ປືນ​ໃສ່​ປະຊາຊົນ​ໃນ​ໝູ່​ບ້ານAlokozai ​ແລະ Garrambai ​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີວິດ​ຢ່າງ​ໜ້ອຍ​ສຸດ 16 ຄົນ, ສ່ວນ​ຫຼາຍ​ແມ່ນ​ແມ່ຍິງ ​ແລະ ​ເດັກນ້ອຍ. ກຳລັງ​ໜູນ​ຊ່ວຍ​ປ້ອງ​ກັນ​ຄວາມ​ສະຫງົບ​ສາກົນ (ISAF) ​ໂດຍ NATO ​ເປັນ​ຫົວໜ້າ ​ໄດ້​ຈັບ​ຕົວ​ທະຫານ​ອາ​ເມ​ລິ​ກາ​ຜູ້​ນີ້​ແລ້ວ. ນາຍ​ພົນ John Allen, ຜູ້​ບັນຊາ​ການ​ບັນດາ​ກຳລັງ​ສາກົນ​ຢູ່ອາບ​ກາ​ນິສະຖານ, ກໍ່​ໄດ້​ຢັ້ງຢືນ​ວ່າ, ຜູ້​ກໍ່​ໂທ​ດ​ໃນ​ເຫດການ​ດັ່ງກ່າວ​ໄດ້​ຖືກ​ລົງ​ໂທດ​ຢ່າງ​ສົມ​ເຫດ​ສົມ​ຜົນ​. ​ແຕ່​ສຳ​ຫຼັບ​ຫາງ​ສຽງ​ແລ້ວ, ​ເຫດການ​ນີ້​ໄດ້​ກໍ່​ຄວາມ​ຄຽດ​ແຄ້ນ​ໃຫ້​ແກ່​ປະຊາຊົນ​ຢູ່​ທີ່​ນີ້. ​ເພາະວ່າ, ພາຍຫຼັງ 10 ປີທີ່​ອາ​ເມ​ລິ​ກາ ​ແລະ ​ຝ່າຍ​ຕາ​ເວັນ​ຕົກ​ດຳ​ເນີນ​ການ​ໂຄ່ນ​ລົ້ມ​ລະບອບ​ຕາ​ລີ​ບານຢູ່​ອາບ​ກາ​ນິສະຖານ, ​ແຕ່​ຄວາມ​ໝັ້ນຄົງ​ຢູ່​ປະ​ເທດ​ນີ້ຍັງ​ບໍ່​ທັນ​ໄດ້​ຮັບ​ການ​ຟື້ນຟູ​ເທື່ອ. ​ເຄືອ​ຂ່າຍ​ກໍ່​ການ​ຮ້າຍ Al-Qaeda ​ໄດ້​ແຜ່​ຂະຫຍາຍ​ອອກ​ຢ່າງ​ກວ້າງຂວາງ, ບໍ່​ພຽງ​ແຕ່​ຈາກອາບ​ກາ​ນິສະຖານ​ ໄປ​ຍັງ​ປະ​ເທດ​ບ້ານ​ໄກ້​ເຮືອນ​ຄຽງປາ​ກິ​ສະຖານ ​ເທົ່າ​ນັ້ນ, ຫາກ​ຍັງ​ແຜ່​ຂະຫຍາຍ​ໄປ​ເຖິງ​ບັນດາ​ປະ​ເທດ​ຕາ​ເວັນ​ອອກ​ກາງ, ອາ​ຟະ​ລິ​ກາ, ​ແລະ​ ອາຊີ​ຕາ​ເວັນ​ອອກສຽງ​ໃຕ້ ອີກ​ດ້ວຍ. ສຳ​ຫຼັບ​ທາງ​ດ້ານ​ເສດຖະກິດ, ຕາມ​ການ​ຄາດ​ຄະ​ເນ​ແລ້ວ, ອາບ​ກາ​ນິສະຖານ​ຕ້ອງການ​​ເງິນປະມານ 10 ຕຶ້USD ​ເພື່ອ​ປະຕິບັດ​ສຳ​ເລັດ​ພາລະກິດ​ສ້າງສາ​ປະ​ເທດ​ຊາດ​ຄື: ຍູ້​ແຮງ​ການ​ຂຸດ​ຄົ້ນ​ແຮ່​ທາດ, ​ແລະ ​ເປີດ​ກວ້າງ​ການ​ສົ່ງ​ອອກ, ຄຸ້ມ​ຄອງ​ດ້ານ​ການ​ເງິນ ​ແລະ ​ຕ້ານ​ໄພ​ສໍ້​ລາດ​ບັງ​ຫຼວງ​ພາຍ​ໃນ​ປະ​ເທດ. ​ຕາມ​ໝາກຜົນ​ແຫ່ງ​ການ​ຄົ້ນ​ຄ້ວາ​ຫວ່າງ​ມໍ່ໆ​ມາ​ນີ້​ແລ້ວ, ທະນາຄານ​ໂລກ​ຄາດ​ຄະ​ເນ​ວ່າ, ພາຍຫຼັງ​ປີ 2014, ງົບປະມານ​ປະຈຳ​ປີ​ຂອງ​ອາບ​ກາ​ນິສະຖານ ຈະ​ຂາດ​ປະມານ 7 ຕຶ້ USD. ກອງທັບ​ຂອງ​ປະ​ເທດ​ນີ້​ຈະ​ບໍ່​ສາມາດ​ສູ້​ຮົບ​ໄດ້​ຖ້າ​ຫາກ​ບໍ່​ມີ​ການ​ຊ່ວຍ​ເຫຼືອ​ຈາກ​ຕ່າງປະ​ເທດຢ່າງ​ແນ່ນອນ. ​ໃນ​ຂະນະ​ນັ້ນ, ປະ​ເທດ​ນີ້​ພວມ​ກາຍ​ເປັນ​​ແຫ່ງມີ​ໄພ​ຢາ​ເສບ​ຕິດ​ຂອງ​ໂລກ.

        ປະຈຸ​ບັນ, ​ເຫດການ​ດັ່ງກ່າວ​ໄດ້​​ສົ່ງ​ຜົນ​ສະທ້ອນ​ບໍດີ​ເຖິງ​ຄວາມ​ມານະ​ພະຍາຍາມ​ເພື່ອ​ບັນລຸ​ໄດ້​ຂໍ້​ຕົກລົງ​ກ່ຽວ​ກັບ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ລະຫວ່າງ​ອາ​ເມ​ລິ​ກາ - ອາບ​ກາ​ນິສະຖານ. ກ່ອນ​ໜ້າ​ນັ້ນ​ຄື​ຕົ້ນ​ເດືອນ 3 ນີ້, ການ​ນຳ​ສອງ​ປະ​ເທດ ​ໄດ້​ເຕື້ອງ​ເຖິງ​ບັນຫາ​ຈຳນວນ​ໜຶ່ງ​ທີ່​ກ່ຽວຂ້ອງ​ເຖິງ​ຜົນ​ປະ​ໂຫຍ​ດສອງ​ຝ່າຍ​ຄື: ການ​ເຈລະຈາ​ຕ່າງໆ​ກ່ຽວ​ກັບ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ, ວິວັດ​ການ​ໄກ່​ເກ່ຍປ່ອງ​ດອງ​ຊາດຂອງ Kabul , ​ເລື່ອງ​ທະຫານ​ຕ່າງປະ​ເທດ​ຢູ່​ອາບ​ກາ​ນິສະຖານ​ມອບ​ໂອນ​ພາລະ​ໜ້າ​ທີ່​ຮັບປະກັນ​ຄວາມ​ປອດ​ໄພ​ໃຫ້​ແກ່​ກຳລັງ​ອາບ​ກາ​ນິສະຖານ. ຄວາມ​ເຄັ່ງ​ຕຶງ​ໄດ້​ບັນ​ເທົາ​​ໄວ້ຊົ່ວຄາວ, ພາຍຫຼັງ​ເຫດ​ທະຫານ​ອາ​ເມ​ລິ​ກາ​ຈູດ​ປື້​ມຄຳ​ພີ ​ໂກ​ຮານ, ​ເມື່ອ​ວໍ​ຊິງ​ຕັນ​ລົງ​ນາມ​ໃນ​ຂໍ້​ຕົກລົງ​ມອບ​ໂອນ​ຄຸກ Bagram, ​ເຊິ່ງ​ແມ່ນ​ແຫ່ງ​ຄຸ້ມ​ຂັງ​ຜູ້​ທີ່​ຖືກ​ສົງ​​ໄສ​ວ່າ​ແມ່ນ​ພວກ​ກໍ່​ການ​ຮ້າຍ Al-Qaeda ​ແລະ ຕາ​ລີ​ບານ ຂອງ​ອາ​ເມ​ລິ​ກາ ​ໃຫ້​ແກ່​ອຳນາດ​ການ​ປົກຄອງອາບ​ກາ​ນິສະຖານ​ ​ໃນ​ວັນ​ທີ 9/3 ຜ່ານ​ມາ. ​ແຕ່​ເຫດການ​ຍິງ​ປືນ​ໃສ່​ປະຊາຊົນ​ຜູ້​ບໍລິສຸດ​ດັ່ງກ່າວ​ພັດ​ເປັນ​ການ​ກະທົບ​ບໍ່​ດີ​ເຖິງ​ການ​ພົວພັນ​ລະຫວ່າງ​ອາ​ເມ​ລິ​ກາ - ອາບ​ກາ​ນິສະຖານ. ຕາມ​ຫາງ​ສຽງ​ແລ້ວ, ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດໃນ​ອະນາຄົດ​ໄກ້ໆ​ນີ້​ແມ່ນ​ບໍ່​ດີ​ຢ່າງ​ແນ່ນອນ. ຄວາມ​ຄຽດ​ແຄ້ນ​ຂອງ​ປະຊາຊົນ​ທີ່​ມີ​ຕໍ່​ທະຫານ​ຕ່າງປະ​ເທດ​ແມ່ນ​ບໍ່​ສາມາດ​ບັນ​ເທົາ​ໃນ​ທັນທີ​ໄດ້. ສິ່ງ​ທີ່​ອັນຕະລາຍ​ກວ່າ​, ນັ້ນ​ແມ່ນ, ​ເຫດການດັ່ງກ່າວ​ພວມ​ຖືກ​ກຳລັງ​ຕາ​ລີ​ບານ ສວຍ​ໃຊ້​ເພື່ອ​ປຸກ​ປັ່ນ​ຊາວ​ອາບ​ກາ​ນິສະຖານ ຕ້ານ​ຄືນອາ​ເມ​ລິ​ກາ. ດັ່ງ​ນັ້ນ, ​ເມື່ອການ​ພົວພັນ​​ລະຫວ່າງ​ອາ​ເມ​ລິ​ກາ - ອາບ​ກາ​ນິສະຖານນັບ​ມື້​ນັບ​ຊົ່ວ​ຮ້າຍ​ລົງນັ້ນ, ​ຈະ​ເຮັດ​ໃຫ້​ອາບ​ກາ​ນິສະຖານ​ຕົກ​ເຂົ້າ​ສູ່​ສະພາບ​ຍາກ​ທີ່​ຈະ​ຄວບ​ຄູ​ມ​ໄດ້.

ຕອບກັບ

ຂ່າວ/ບົດ​ອື່ນ