ການພົວພັນລະຫວ່າງອາເມລິກາ ແລະ ລັດເຊຍ ນັບມື້ນັບເຄັ່ງຕຶງຂຶ້ນຕື່ມ

(VOVWORLD) -ການພົວພັນລະຫວ່າງ ວໍຊີງຕັນ ແລະ ມົດສະກູ ພວມຕົກເຂົ້າສູ່ສະພາບຊົ່ວຮ້າຍທີ່ສຸດ ນັບແຕ່ເມື່ອເກີດສົງຄາມເຢັນ. ບັນດາຄວາມບໍ່ລົງລອຍກັນ, ຄວາມຂັດແຍ້ງກັນ, ການຖົກຖຽງກັນ, ຄຳກ່າວຫາ, ການລົງໂທດ ແລະ ໂຕ້ຕອບເຊິ່ງກັນ ແລະກັນຍັງບໍ່ທັນມີສັນຍານສິ້ນສຸດລົງເທື່ອ. ໃນຊຸມມື້ນີ້, ບັນດາຄຳກ່າວຫາທີ່ກ່ຽວຂ້ອງເຖິງເຫດບຸກໂຈມຕີດ້ວຍອາວຸດເຄມີຢູ່ ຊີຣີ ສືບຕໍ່ຍູ້ ອາເມລິກາ ແລະ ລັດເຊຍ ໃຫ້ຕົກເຂົ້າສູ່ສະພາບສູ້ຢັນກັນ, ຊ້ຳບໍ່ຫນຳ ແຜນການບຸກໂຈມຕີທາງການທະຫານແມ່ນໄດ້ກຽມພ້ອມ. ຮອດຈຸດເວລານີ້, ຍາກທີ່ຈະຊອກໄດ້ບໍ່ວ່າສັນຍານໃດຂອງການຮ່ວມມືລະຫວ່າງສອງປະເທດມະຫາອຳນາດ ໃນອະນາຄົດ.

ການພົວພັນລະຫວ່າງອາເມລິກາ ແລະ ລັດເຊຍ ນັບມື້ນັບເຄັ່ງຕຶງຂຶ້ນຕື່ມ - ảnh 1 ປະທານາທິບໍດີ ອາເມລິກາ ແລະ ປະທານາທິບໍດີ ລັດເຊຍ

ການຖົກຖຽງກັນ ແລະ ລົງໂທດ ເຊິ່ງກັນ ແລະກັນ ທີ່ກ່ຽວຂ້ອງເຖິງກໍລະນີນັກສືບຂ່າວ ລັດເຊຍ ຖືກວາງຢາເບື່ອ ຍັງບໍ່ທັນສິ້ນສຸດ, ການພົວພັນລະຫວ່າງ ລັດເຊຍ - ອາເມລິກາ ພັດສືບຕໍ່ຕົກເຂົ້າສູ່ສະພາບເຄັ່ງຕຶງໃຫມ່ທີ່ກ່ຽວຂ້ອງເຖິງເຫດບຸກໂຈມຕີດ້ວຍອາວຸດເຄມີຢູ່ ຊີຣີ.

        ເລື່ອງກ່າວຫາການນຳໃຊ້ອາວຸດເຄມີຢູ່ ຊີຣີ ໄດ້ເຮັດໃຫ້ການພົວພັນລະຫວ່າງ ລັດເຊຍ ແລະ ອາເມລິກາ ຕົກເຂົ້າສູ່ສະພາບວິກິດການຢ່າງຮ້າຍແຮງ. ໃນຂະນະທີ່ ອາເມລິກາ ກ່າວເຕືອນຈະມີການກະທຳດ້ານການທະຫານສຳລັບ ຊີຣີ, ສ່ວນຝ່າຍ ລັດເຊຍ ໄດ້ຢືນຢັນຂ່າວຄາວກ່ຽວກັບການບຸກໂຈມຕີບໍ່ແມ່ນແຜນການແທ້ຈິງ ແລະ ພ້ອມທັງຈະມີການກະທຳໂຕ້ຕອບຄ້າຍຄືກັນ. ບັນດາຄຳກ່າວເຕືອນແຂງກະດ້າງຈາກສອງຝ່າຍໄດ້ຍົກອອກມາຢ່າງລຽນຕິດໃນເວລາ 48 ຊົ່ວໂມງຜ່ານມາ ເຮັດໃຫ້ປະຊາຄົມສາກົນມີຄວາມວິຕົກກັງວົນທີ່ສຸດຕໍ່ສົງຄາມດ້ານການທະຫານອາດຈະເກີດຂຶ້ນໃນໄລຍະມໍ່ໆນີ້ແລ້ວ.

        ປະຫວັດການປະທະກັນ

        ຄວາມເຄັ່ງຕຶງລະຫວ່າງສອງປະເທດແມ່ນສູ້ຢັນກັນນັບແຕ່ໄລຍະສົງຄາມເຢັນ ແລະ ເພີ່ມຂຶ້ນໃນຊຸມປີມໍ່ໆມານີ້. ການປະທະກັນຄັ້ງທຳອິດທີ່ເກີດຂຶ້ນຢ່າງຮ້າຍແຮງເມື່ອປີ 1999 ໃນການພົວພັນລະຫວ່າງ ລັດເຊຍ ແລະ ອາເມລິກາ  ດ້ວຍເລີ່ມຕົ້ນແມ່ນການແຊກແຊງຂອງ NATO ໂດຍອາເມລິກາ ນຳຫນ້າ ຕ້ານຄືນ ຢູໂກສະລາວີ. ຕໍ່ຈາກນັ້ນ ບັນຍາກາດພາຍຫລັງການພົວພັນລະຫວ່າງ ລັດເຊຍ ແລະ ອາເມລິກາ ພັດຊົ່ວຮ້າຍກວ່າ ຍ້ອນບັ້ນຮົບຕ້ານ ອີຣັກ ຊື່ງກຳລັງທະຫານປະສົມ ປະຕິບັດເມື່ອປີ 2003 ດ້ວຍການແຊກຊືມ ເຂົ້າ ອີຣັກ ຂອງກອງທັບອາເມລິກາ, ໂຄ່ນລົ້ມການນຳ ລີບີ Muammar Gaddafi. ລັດເຊຍ ຖືວ່ານີ້ແມ່ນການແຊກແຊງເກີນຂອບເຂດ ແລະ ໄຮ້ຄວາມຮັບຜິດຊອບຂອງ ອາເມລິກາ ຕໍ່ສົງຄາມກາງເມືອງ ຢູ່ລີບີ ດ້ວຍຈຸດປະສົງບັງຄັບ “ຫັນເປັນປະຊາທິປະໄຕ”ຢູ່ ປະເທດນີ້.

        ພາຍຫລັງ ລັດເຊຍ ໂຮມເຂົ້າແຫລມ ກຣືມ ເມື່ອປີ 2014 ກໍ່ຄືສົງຄາມລະຫວ່າ ກີແອບ ແລະ ກຳລັງລຸກຮື້ຂຶ້ນ ໂດຍ ກຣືມ ຫນູນຫລັງ ໄດ້ເກີດຂຶ້ນນັ້ນ, ຄວາມໄວ້ເນື້ອເຊື່ອໃຈໃນການພົວພັນລະຫວ່າງ ມົດສະກູ ແລະ ວໍຊິງຕັນ ຍິ່ງເພີ່ມຄວາມເຄັ່ງຕຶງຂຶ້ນຢ່າງຮ້າຍແຮງ. ບໍ່ພຽງແຕ່ ເກີດບັນດາການຖົງຖຽງກັນເທົ່ານັ້ນ ຫາກສອງຝ່າຍໄດ້ມີການກະທຳລົງໂທດເຊິ່ງກັນ ແລະກັນອີກດ້ວຍ. ວໍຊີງຕັນ ຈັດວາງບັນດາມາດຕະການລົງໂທດກ່ຽວກັບລະບອບວິຊາ, ດຳເນີນການຂວ້ຳບາດດ້ານການເງິນ ແລະ ປິດລ້ອມຊັບສິນຂອງນັກການເມືອງ ແລະ ນັກທຸລະກິດຫລາຍຄົນ ກໍ່ຄືບັນດາບໍລິສັດ ແລະ ທະນາຄານຂອງ ລັດເຊຍ. ໃນຂະນະນັ້ນ ມົດສະກູ ໂຕ້ຕອບຄືນ ດ້ວຍການຈຳກັດ ແລະ ຫລຸດຜ່ອນນັກການທູດ ອາເມລິກາ ປະຈຳລັດເຊຍ ລົງເປັນຈຳນວນຫລາຍ.

        ຄວາມເຄັ່ງຕຶງໃນການພົວພັນລະຫວ່າງສອງປະເທດສືບຕໍ່ເພີ່ມຂຶ້ນ ຫວ່າງແລ້ວນີ້ ອາເມລິກາ ກ່າວຫາ ລັດເຊຍ ໄດ້ແຊກແຊງເຂົ້າການເລືອກຕັ້ງປະທານາທິບໍດີ ອາເມລິກາ ເມື່ອປີ 2016. ຄວາມເຄັ່ງຕຶງຍິ່ງປິນຂັ້ນໄດ ເມື່ອສອງຝ່າຍສືບຕໍ່ຖີ້ມໂທດໃຫ້ກັນ ທີ່ກ່ຽວຂ້ອງເຖິງກໍລະນີນັກສືບຂ່າວ ລັດເຊຍ ຖືກວາງຢາເບື່ອ ຢູ່ ອັງກິດ. ລັດເຊຍ ໄດ້ເນລະເທດນັກການທູດ ອາເມລິກາ 60 ຄົນ, ປິດປະຕູສະຖານກົງສູນ ອາເມລິກາ ຢູ່ St. Petersburg ເພື່ອໂຕ້ຕອບເລື່ອງ ອາເມລິກາ ນຳ 38 ສ່ວນບຸກຄົນ ແລະ ອົງການຈັດຕັ້ງຂອງລັດເຊຍເຂົ້າບັນຊີລາຍຊື່ຖືກລົງໂທດໃຫມ່. ພິເສດ ເລື່ອງປະລາໄຊໃນຄວາມມານະພະຍາຍາມຊອກຫາມາດຕະການໃຫ້ແກ່ບັນຫາຊີຣີ ໄດ້ຍູ້ ລັດເຊຍ ແລະ ອາເມລິກາ ໃຫ້ຕົກເຂົ້າສູ່ສະພາບສອງຝ່າຍສູ້ຢັນກັນ. ຝ່າຍຫນຶ່ງ ແມ່ນລັດເຊຍ ກັບບັນດາປະເທດພັນທະມິດ ຄື ອີຣານ, ຕວກກີ ຫນູນຊ່ວຍອຳນາດການປົກຄອງ ຊີຣີ ຂອງປະທານາທິບໍດີ Bashar Al Assad ແລະ ອີກຝ່າຍຫນຶ່ງ ແມ່ນ ອາເມລິກາ ແລະ ບັນດາປະເທດພັນທະມິດຝ່າຍຕາເວັນຕົກ ຫນູນຊ່ວຍ ຝ່າຍຄ້ານ ຊີຣີ ຕ້ານຄືນ ອຳນາດການປົກຄອງ ຊີຣີ.  ແລະ ເຫດບຸກໂຈມຕີດ້ວຍອາວຸດເຄມີ ຢູ່ ຊີຣີ ໄດ້ຍູ້ຄວາມຂັດແຍ້ງໃຫ້ຕົກເຂົ້າສູ່ສະພາບຮ້າຍແຮງທີ່ສຸດ.

ລັດເຊຍ - ອາເມລິກາ ຍາກທີ່ຈະຮ່ວມມືກັນໃນອະນາຄົດໃກ້ນີ້ໄດ້

        ນັບແຕ່ເມື່ອທ່ານອະດີດປະທານາທິບໍດີ B. Obama ແລະ ຄູ່ຮ່ວມຕຳແໜ່ງລັດເຊຍ Medvedev ໄດ້ອອກຖະແຫຼງການ ສ້າງຕັ້ງ ການພົວພັນຂອງສອງປະເທດຄືນໃໝ່ ຢູ່ວັງແກຼມລີນໃນການພົບປະສອງຝ່າຍເມື່ອປີ 2009, ຄວາມຈິງແລ້ວ ການພົວພັນລະຫວ່າງລັດເຊຍ - ອາເມລິກາ ພຽງແຕ່ເດີນຕາມສອງກໍລະນີ: ນັ້ນແມ່ນສູ້ຢັນກັນ ແລະ ລົງໂທດ. ຄວາມລະແວງສົງໄສ, ຄວາມບໍ່ລົງລອຍກັນແມ່ນນັບມື້ນັບເພີ່ມຂຶ້ນ. ປະເທດລັດເຊຍເບິ່ງຄືວ່າຍາມໃດກໍສະແດງທ່າທີບໍ່ຜ່ອນສັ້ນຜ່ອນຍາວຕໍ່ບັນດາ ການກະທຳໄດ້ຮັບຖືວ່າແມ່ນການນາບຂູ່ເຖິງຄວາມໝັ້ນຄົງຂອງລັດເຊຍ. ສ່ວນອາເມລິກາ ແລະ ຝ່າຍຕາເວັນຕົກດ້ວຍບັນດາມາດຕະການລົງໂທດລັດເຊຍກໍສະແດງໃຫ້ເຫັນວ່າ ບໍ່ອາດຍອມຮັບປະເທດລັດເຊຍທີ່ເຂັ້ມແຂງ ແລະ ມີຄວາມສາມາດນາບຂູ່ເຖິງບັນດາແຜນການເປີດກວ້າງຜົນສະທ້ອນຂອງຕົນ ແລະ ຊີຣີ ຫຼື ກວ້າງກວ່າແມ່ນພາກພື້ນຕາເວັນອອກກາງ ດ້ວຍທີ່ຕັ້ງພູມສັນຖານ - ຍຸດທະສາດສຳຄັນ, ທັງສອງຝ່າຍລ້ວນແຕ່ບໍ່ຢາກເຮັດເສຍບົດບາດຜົນສະທ້ອນຂອງຕົນໃນພາກພື້ນ ນີ້.

        ໃນຂະນະນີ້, ທົ່ວໂລກພວມລໍຖ້າປະຕິກິລິຍາຂອງທັງສອງຝ່າຍຢູ່ຊີຣີ. ບັນດາແຫຼ່ງຂໍ້ມູນຂ່າວສານໄດ້ຢັ້ງຢືນວ່າ ບັນດາກຳປັ່ນດຳນ້ຳບຸກໂຈມຕີຂອງອັງກິດໄດ້ຮັບຄຳສັ່ງເຄື່ອນຍ້າຍເຂົ້າໄປບ່ອນຍິງລູກສອນໄຟທີ່ມີປະສິດທິຜົນ ເພື່ອກຽມພ້ອມໃຫ້ບັ້ນບຸກໂຈມຕີເຂົ້າຊີຣິ. ໃນຂະນະນັ້ນ, ມີກຳປັ່ນຂັບໄລ່ ຢ່າງຫນ້ອຍສຸດ 04 ລຳ ແລະ ກຳປັ່ນດຳນ້ຳ 02 ລຳທີ່ພວມມີໜ້າຢູ່ເຂດໃກ້ກັບຊີຣີ, ທະຫານເຮືອອາເມລິກາພວມມີລູກສອນໄຟນຳວິຖີ  Tomahawk ປະມານ 406 ລູກ. ສ່ວນກອງທັບລັດຖະບານຊີຣິ ແລະ ລັດເຊຍລ້ວນແຕ່ຖືກຈັດຢູ່ໃນສະພາບເຕືອນໄພ ສູງຕໍ່ໜ້າການບຸກໂຈມຕີຂອງອາເມລິກາ ແລະ  ພັນທະມິດໃນສະໜາມຮົບຊີຣິ. ທຸກຝ່າຍລ້ວນແຕ່ກຽມພ້ອມແລ້ວ, ພຽງແຕ່ລໍຖ້າຄຳສັ່ງບຸກໂຈມຕີເທົ່ານັ້ນ. ຕໍ່ໜ້າສະພາບການດັ່ງກ່າວ, ແນ່ນອນວ່າບໍ່ມີຄວາມມຸ່ງຫວັງຕໍ່ບາດກ້າວບຸກທະລຸໃນການພົວພັນລັດເຊຍ - ອາເມລິກາໃນໄລຍະຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ