ລັກສະນະອັນຖືກຕ້ອງຂອງແນວທາງການທູດ “ໄມ້ໄຜ່ ຫວຽດນາມ”

(VOVWORLD) -ໂດຍໄດ້ຮັບຄຳເຊີນຂອງທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Kishida Fumio ແລະ ທ່ານ Mathias Cormann,ເລຂາທິການ ອົງການຮ່ວມມື ແລະ ພັດທະນາເສດຖະກິດ (OECD), ວັນທີ 2 ພຶດສະພາ, ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸ່ຍແທງເຊີນ ໄດ້ເລີ່ມຕົ້ນໄປເຂົ້າຮ່ວມກອງປະຊຸມສະພາລັດຖະມົນຕີ ຂອງ OECD ແລະ ທຳການເຄື່ອນໄຫວສອງຝ່າຍຈຳນວນຫນຶ່ງຢູ່ ປາຣີ ປະເທດ ຝລັ່ງ. ການໄປປະຕິບັດງານຄັ້ງນີ້ແມ່ນສະແດງໃຫ້ເຫັນຄວາມເປັນເຈົ້າການໃນການຮັບມືຂອງຫວຽດນາມ ກັບທ່າອ່ຽງລວມຂອງໂລກ, ຮັບໃຊ້ຜົນປະໂຫຍດແຫ່ງຊາດ- ຂອງຊາດໃຫ້ເປັນຢ່າງດີສຸດ. ພ້ອມກັນນັ້ນ ກໍ່ເປັນການສະແດງໃຫ້ເຫັນແນວທາງການທູດແບບໄມ້ໄຜ່ຂອງຫວຽດນາມ.           

ລັກສະນະອັນຖືກຕ້ອງຂອງແນວທາງການທູດ “ໄມ້ໄຜ່ ຫວຽດນາມ” - ảnh 1ພາບປະກອບ:  dangcongsan.vn

ທີ່ກອງປະຊຸມການທູດຄັ້ງທີ 29 ປີ 2016, ຄຳສັບ “ໄມ້ໄຜ່ ຫວຽດນາມ” ໂດຍທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໄດ້ເຕື້ອງເຖິງໂດຍຢາກສະແດງໃຫ້ເຫັນແນວທາງການທູດຂອງ ຫວຽດນາມ. ຮອດເດືອນທັນວາ ປີ 2021, ທີ່ກອງປະຊຸມການຕ່າງປະເທດທົ່ວປະເທດກ່ຽວກັບການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກ, ທ່ານເລຂາທິການໃຫຍ່ ໄດ້ເນັ້ນຫນັກວ່າ: “ ໃນໄລຍະກວ່າ 90 ປີຜ່ານມາ, ພາຍໃຕ້ການນຳພາຂອງພັກກອມມູນິດ ຫວຽດນາມ, ການຕ່າງປະເທດ, ການທູດ ຫວຽດນາມ ໄດ້ສືບທອດ ແລະ ເສີມຂະຫຍາຍສີສັນ, ກົກເຄົ້າຂອງວັດທະນະທຳ ແລະ ມູນເຊື້ອອັນດີງາມຂອງຊາດ, ຮັບເອົາສິ່ງຍອດຢ້ຽມຂອງໂລກ ແລະ ແນວຄິດກ້າວຫນ້າຂອງຍຸກສະໄຫມໂດຍມີການຄັດເລືອກ, ພັດທະນາບົນພື້ນຖານທິດສະດີຂອງລັດທິ ມາກ -ເລນີນ ແນວຄິດ ໂຮ່ຈີມິນ ສ້າງເປັນແນວທາງການຕ່າງປະເທດ, ການທູດທີ່ເປັນເອກະລັກ ແລະ ພິເສດສະເພາະ, ເຕັມໄປດ້ວຍສີສັນຂອງໄມ້ໄຜ່ ຫວຽດນາມ. ນັ້ນແມ່ນ ທັງຢືດໝັ້ນດ້ານຫລັກການ, ທັງມີຄວາມຢຶດຢຸ່ນດ້ານຍຸດໂທບາຍ; ອ່ອນນວນ, ສະຫລາດຄ່ອງແຄ້ວ ແຕ່ກໍ່ມີຄວາມອົງອາດກ້າແກ່ນ, ຂ້ຽວຂາດ, ມີໄຫວພິບ, ປະດິດຄິດສ້າງ ແຕ່ບໍ່ຫວາດຫວັ່ນຕໍ່ຄວາມຫຍຸ້ງຍາກ, ສິ່ງທົດສອບ; ມີຄວາມສາມັກຄີ, ຮັກແພງກັນແຕ່ກໍ່ມີຄວາມເດັດດ່ຽວ, ຢືດໝັ້ນໃນການປົກປັກຮັກສາຜົນປະໂຫຍດແຫ່ງຊາດ -ຂອງຊາດ.

ມາຮອດກອງປະຊຸມການທູດທົ່ວປະເທດຄັ້ງທີ 32, ເດືອນ ທັນວາປີ 2023, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໄດ້ຊີ້ແຈ້ງວ່າ: “ສືບຕໍ່ປ່ຽນແປງໃຫມ່, ສ້າງສາ ແລະ ພັດທະນາພື້ນຖານການຕ່າງປະເທດ, ການທູດ ຫວຽດນາມ ໃຫ້ທັນສະໄຫມ, ໝັ້ນຄົງເຂັ້ມແຂງຮອບດ້ານ, ເຕັມໄປດ້ວນສີສັນ “ໄມ້ໄຜ່ ຫວຽດນາມ”

ປະສິດທິຜົນໂດຍບໍ່ອາດປະຕິເສດໄດ້

ບັນດາການເຄື່ອນໄຫວການທູດຕາມເນື້ອໃນຈິດໃຈ “ການທູດແບບໄມ້ໄຜ່” ໂດຍໄດ້ປັບປຸງອັນໝັ້ນແກ່ນແນວທາງການຕ່າງປະເທດ ເພື່ອໃຫ້ຫວຽດນາມ ມີສະພາບແວດລ້ອມສັນຕິພາບ, ສະຖຽນລະພາບ, ປົກປັກຮັກສາເອກະລາດ, ອະທິປະໄຕ ຜືນແຜ່ນດິນອັນຄົບຖ້ວນ, ຮັບໃຊ້ການພັດທະນາເສດຖະກິດ ສັງຄົມ ແລະ ຍົກສູງທີ່ຕັ້ງບົດບາດ, ອິດທິພົນຊື່ສຽງຂອງປະເທດຊາດໃນເວທີສາກົນ.

ນັບແຕ່ຕົ້ນອາຍຸການຊຸດທີ XIII ຂອງພັກມາຮອດປະຈຸບັນ, ຫວຽດນາມ ໄດ້ເປີດກວ້າງ, ເຮັດໃຫ້ການພົວພັນກັບບັນດາຄູ່ຮ່ວມມືໃຫ້ເລີກເຊິ່ງຂຶ້ນຕື່ມ, ຊື່ງຈຸດສຸມແມ່ນບັນດາປະເທດບ້ານໃກ້ເຮືອນຄຽງ, ຄູ່ຮ່ວມມືສຳຄັນ ແລະ ເພື່ອນມິດທີ່ເປັນມູນເຊື້ອ.

ພົ້ນເດັ່ນແມ່ນເດືອນ ທັນວາ ປີ 2023, ໃນການພົວພັນກັບຈີນ, ສອງຝ່າຍໄດ້ອອກແຈ້ງການຮ່ວມ ດ້ວຍ 36 ຂໍ້ຕົກລົງ. ສອງຝ່າຍໄດ້ເຫັນດີເປັນເອກະສານກັນ ສ້າງປະຊາຄົມແຫ່ງຄວາມແບ່ງປັນໃນອະນາຄົດ ຫວຽດນາມ - ຈີນ ໂດຍມີຄວາມໝາຍຍຸດທະສາດ, ມານະພະຍາຍາມເພື່ອຄວາມຜາສຸກຂອງປະຊາຊົນສອງປະເທດ, ເພື່ອສັນຕິພາບ ແລະ ຄວາມກ້າວຫນ້າຂອງມວນມະນຸດ, ສອດຄ່ອງກັບກົດບັດສະຫະປະຊາຊາດ ແລະ ກົດໝາຍສາກົນ. ສຳລັບ ອາເມລິກາ, ເດືອນກັນຍາປີ 2023 ຫວຽດນາມ ຍົກລະດັບການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານເພື່ອສັນຕິພາບ, ການຮ່ວມມື ແລະ ພັດທະນາແບບຍືນຍົງ. ອາເມລິກາ ສະຫນັບສະຫນູນ ປະເທດ ຫວຽດນາມ ທີ່ເຂັ້ມແຂງ, ເອກະລາດ, ວັດທະນາຖາວອນ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ.

ກ່ຽວກັບການພົວພັນຫລາຍຝ່າຍ, ຫວຽດນາມ ສືບຕໍ່ເປັນເຈົ້າການ, ຕັ້ງຫນ້າເຂົ້າຮ່ວມບັນດາກົນໄກ, ເວທີປາໄສພາກພື້ນ ແລະ ທົ່ວໂລກ ເພື່ອຮັບມືກັບບັນດາທ່າອ່ຽງ, ແນວໂນ້ມລວມຂອງໂລກ, ທັງຮັບໃຊ້ຜົນປະໂຫຍດແຫ່ງຊາດ -ຂອງຊາດໃຫ້ເປັນຢ່າງດີສຸດ. ປະຈຸບັນ ເຄືອຂ່າຍບັນດາການພົວພັນຄູ່ຮ່ວມມືຂອງຫວຽດນາມ ສືບຕໍ່ໄດ້ຮັບການປັບປຸງ ແລະ ເປີດກວ້າງ, ເຂົ້າສູ່ລວງເລິກເທື່ອລະກ້າວ, ເພີ່ມຈຸດຄ້າຍຄືກັນ, ສອດຫ້ອຍຜົນປະໂຫຍດ ຊື່ງການຮ່ວມມືກັບ OECD ແມ່ນຕົວຢ່າງຫນຶ່ງ.

ສຳລັບ OECD, ເຖິງວ່າ ບໍ່ແມ່ນສະມາຊິກສົມບູນ ແຕ່ໃນຊຸມປີຜ່ານມາ ຫວຽດນາມ ໄດ້ຕັ້ງຫນ້າເຂົ້າຮ່ວມການຮ່ວມມືໃນຫລາຍຂົງເຂດຄື: ການປະຕິຮູບນະໂຍບາຍ, ສົ່ງເສີມການລົງທຶນ, ບໍລິຫານສາທາລະນະ ເພື່ອຊຸກຍູ້ບັນດາເປົ້າໝາຍເສດຖະກິດສັງຄົມ. ຫວຽດນາມ ແລະ OECD ກໍ່ພວມສືບຕໍ່ຜັນຂະຫຍາຍຫລາຍໂຄງການລະອຽດໃນໂຄງການດຳເນີນງານການຮ່ວມມືລະຫວ່າງສອງຝ່າຍ, ໃນນັ້ນ ມີບົດລາຍງານກ່ຽວກັບຄຸນນະພາບການລົງທຶນໂດຍກົງຂອງຕ່າງປະເທດ. ບົດລາຍງານເສດຖະກິດ ຫວຽດນາມ ທີ່ກອງປະຊຸມສະພາລັດຖະມົນຕີປີ 2024, ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບູ່ຍແທງເຊີນ ໄດ້ມີບົດກ່າວຄຳເຫັນທີ່ບັນດາວາລະປະຊຸມຕົ້ນຕໍ ຄື: ວາລະປະຊຸມສະເຫລີມສະຫລອງ 10 ປີແຫ່ງໂຄງການອາຊີຕາເວັນອອກສ່ຽງໃຕ້ ຂອງ OECD, ວາລະປະຊຸມກ່ຽວກັບການຊຸກຍູ້ເສດຖະກິດແບບຍືນຍົງ ແລະ ກວມລວມ.

ໃນໂລກທີ່ມີຫລາຍການແບ່ງແຍກ, ການປະທະກັນ, ດ້ວຍການຜັນຂະຫຍາຍແນວທາງການທູດ “ໄມ້ໄຜ່ ຫວຽດນາມ”, ຫວຽດນາມສືບຕໍ່ຢັ້ງຢືນແມ່ນຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈ, ມີຄວາມຮັບຜິດຊອບເພື່ອພ້ອມກັນສ້າງບັນດາສາຍພົວພັນອັນດີງາມ, ສອດຄ່ອງກັບບັນດາຫລັກການພື້ນຖານຂອງກົດບັດ ສປຊ ແລະ ກົດໝາຍສາກົນ.

ຕອບກັບ

ຂ່າວ/ບົດ​ອື່ນ