ການພົວພັນລະຫວ່າງອາເມລິກາ-ກູບາ: ເປີດຫນ້າປະຫວັດສາດໃຫມ່


(vovworld)- ວັນ​ທີ 20/7 ຜ່ານ​ມາ​ແມ່ນ​ຂີດ​ໝາຍ​ຫນ້າ​ປະ​ຫວ​ັດ​ສາດ​ໃຫມ່​ໃນ​ປະ​ຫວັດ​ສາດ​ການ​ພົວ​ພັນ​ລະ​ຫວ່າງ ອາ​ເມ​ລິ​ກາ ແລະ ກູ​ບາ ເມື່ອ​ເປັນ​ຄັ້ງ​ທຳ​ອິດ ພາຍ​ຫລັງ 54 ປີ, ທ​ຸງ​ຊາດ ກູ​ບາ ປິ່ວ​ສະ​ບັດ​ຕໍ່​ຫນ້າ​ປະ​ຕູ​ສຳ​ນັກ​ງານ​ສະ​ຖານ​ທູດ​ປະ​ເທດນີ້​ຢູ່​ນະ​ຄອນ​ຫລວງ ວ​ໍ​ຊີງ​ຕັນ. ເກືອບ​ຄື​ວ່າ​ໃນ​ຈຸດ​ເວ​ລາ​ດຽວ​ກັນ, ຢູ່ ລາ​ຮາ​ວານ ປ້າຍ​ຫນັງ​ສື​ເຮັດ​ດ້ວຍ​ທອງ​ທີ່​ມີ​ຊື່​ວ່າ: ຫ້ອງ​ການ​ຕາງ​ຫນ້າ​ສິດ​ຜົນ​ປະ​ໂຫຍດ​ອາ​ເມ​ລິ​ກາ” ຖືກ​ແກ້​ອອກ​ແທນ​ທີ່​ນັ້ນແມ່ນ​ປ້າຍ​ແຖວ​ຫນັງ​ສື “ສະ​ຖານ​ທູດ ອາເມ​ເລິ​ກາ”. ເລື່ອງ​ເປີດ​ປະ​ຕູ​ສະ​ຖານ​ທູດ​ກູ​ບາ ຢູ່ ວໍ​ຊິງ​ຕັນ ແລະ ສະ​ຖານ​ທູດ ອາ​ເມ​ລິ​ກາ ຢູ່ ລາ​ຮາ​ວານ ຄືນ​ໃຫມ່ ເປັນ​ຂີດ​ໝາຍ​ໃນ​ການ​ພົ​ວ​ພັນ​ສອງ​ຝ່າຍ ແລະ ສາ​ກົນ.

ການພົວພັນລະຫວ່າງອາເມລິກາ-ກູບາ: ເປີດຫນ້າປະຫວັດສາດໃຫມ່ - ảnh 1
ປະ​ທາ​ນາ​ທິ​ບໍ​ດີ B.Obama ແລະ ປະ​ທານ ກູບາ Raul Castro
ພາບ:internet

        ​ຕອນ​ເຊົ້າ​ວັນ​ທີ 20/7 ໄດ້​ກາຍ​ເປັນ​ຈຸດ​ເວ​ລາ​ປະ​ຫ​ວັດ​ສາດ ເມື່ອ​ທຸງ​ຊາດ ກູ​ບາ ​ຊັກ​ຂຶ້​ນຢູ່​ໃຈ​ກາງ​ທຸງ​ຊາດ​ຂອງ​ຫລາຍ​ປະ​ເທດ​ພັນ​ທະ​ມິດ​ຂອງ​ອາ​ເມ​ລິ​ກາ ຕໍ່​ຫນ້າ​ປະ​ຕູ​ສຳ​ນັກ​ງານ​ສະ​ຖານ​ທູດຂອງ​ລາ​ຮາ​ວານ​ ຊື່ງ​ຫາ​ກໍ​ໄດ້​ຮັບ​ການ​ຍົກ​ລະ​ດັບ​ ​ຢູ່ ວ​ໍ​ຊິງ​ຕັນ. ​ເຂົ້າ​ຮ່ວມພິ​ທີ​ຊັກ​ທຸງ ​ມີເຈົ້າ​ຫນ້າ​ທີ່​ເກືອບ 5000 ທ່ານ, ໃນ​ນັ້ນ ມີ​ການ​ນຳ​ຂັ້ນ​ສູງ​ຫລາຍ​ປະ​ເທດ. ໃນ​ຂະ​ນະ​ນັ້ນ, ໃນ​ວັນ​ດຽວ​ກັນ, ຢູ່ ລາ​ຮາ​ວານ, ສະ​ຖານ​ທູດ ອາ​ເມ​ລິ​ກາ ໄດ້​ຮັບ​ການ​ເປີດ​ປະ​ຕູ​ຄືນ​ໃຫມ່ ແຕ່​ພິ​ທີ​ຊ​ັກ​ທຸງ ສອງ​ຝ່າຍ​ເປັນ​ເອ​ກະ​ພາບ​ຈະ​ດຳ​ເນີນ​ໃນ​ເດືອນ 8, ເມື່ອ​ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ ອາ​ເມ​ລິ​ກາ John Kerry ໄປ​ຢ້ຽມ​ຢາມ ກູ​ບາ.

        ດ້ວຍ​ບາດ​ກ້າວ​ເປັນ​ສັນ​ຍາ​ລັກ ແລະ ມີ​ລັກ​ສະ​ນະ​ຕັດ​ສິນ​ຊີ້​ຂາດ​ດັ່ງ​ກ່າວ, ອາດ​ຈະ​ເຫັນ​ໄດ້​ວ່າ ວິ​ວັດ​ທະ​ນາ​ການ​ສ້າງ​ການ​ພົວ​ພັນ​ລະ​ຫວ່າງ ອາ​ເມ​ລິ​ກາ ແລະ ກູ​ບາ ໄດ້​ກ້າວ​ເຂົ້າ​ສູ່​ໄລ​ຍະ​ສຸດ​ທ້າຍ. ນີ້​ແມ່ນ​ເຫດ​ການ​ມີ​ຄວາມ​ໝາຍ​ສຳ​ຄັນ ບໍ່​ພຽງ​ແຕ່​ໃນ​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ​ເທົ່າ​ນັ້ນ ຫາກ​ນັບ​ທັງຊີ​ວິດ​ດ້ານ​ການ​ເມືອງ​ສາ​ກົນ, ແມ່ນ​ການ​ພິ​ສູດ​ໃຫ້​ເຫັນ​ການ​ແກ້​ໄຂ​ການ​ພົວ​ພັນທີ່​ເປັນ​ປໍ​ລະ​ປັກ ແລະ ສູ້​ຢັນທີ່​ແກ່​ຍາວ​ໃນ​ເວ​ລາ​ຫລາຍ​ປີ ສຳ​ເລັດ​ຜົນ ໄດ້​ກາຍ​ເປັນ​ຄູ່​ຮ່ວມ​ມື ຄູ່​ເຈ​ລະ​ຈາ ເພື່ອ​ສັນ​ຕິ​ພາບ ແລະ ພັດ​ທະ​ນາ, ສອດ​ຄ​ອ່ງ​ກັບ​ທ່າ​ອ່ຽງ​ຍຸ​ກ​ສະ​ໄຫມ.

       ນະ​ໂຍ​ບາຍ​ຫລ້າ​ຫລັງ​ຖືກ​ປະ​ລາ​ໄຊ

        ຫາງ​ສຽງ​ສາ​ກົນ ເປັນ​ຕົ້ນ​ແມ່ນ​ຢູ່ ພາກ​ພື້ນ ອາ​ເມ​ລິ​ກາ ລາ​ຕີນ ແລະ ຜູ້​ຮັກ​ຫອມ​ສັນ​ຕິ​ພາບ​ໃນ​ໂລກ ລ້ວ​ນ​ແຕ່​ຊົມ​ເຊີຍ​ເຫດ​ການນີ້ ແລະ ຖື​ວ່າ ນີ້​ແມ່ນ​ຈຸດ​ເວ​ລາ​ເປັນ​ຂີດ​ໝາຍ​ການ​ລົບ​ລ້າງ​ຫນຶ່ງ​ໃນ​ບັນ​ດາ​ຮ່ອງ​ຮອຍ​ຍັງ​ຄົງຄ​້າງຂອງ​ສົງ​ຄາມ​ເຢັນ.

        ເພາະ​ຄວາມ​ຈິງ, ການ​ພົວ​ພັນ​ລະ​ຫວ່າງ ກູ​ບາ ແລະ ອາ​ເມ​ລິ​ກາ ໃນ​ຫລາຍ​ສີບ​ປີ​ຜ່ານມາ ຍາມ​ໃດ​ກໍ​ແມ່ນ​ຈຸດ​ສຸມ​ໃນ​ການ​ພົວ​ພັນ​ສາ​ກົນ. ນະ​ໂຍ​ບາຍ​ເປັນ​ປ​ໍ​ລະ​ປັກ, ປິດ​ລ​້ອມ​ຂວ້ຳ​ບາດ​ທີ່​ແກ່​ຍາວ​ໃນ​ຫລາຍ​ປີ ໄດ້​ກີດ​ຂວາງ​ການ​ພັດ​ທະ​ນາ​ຂອງ​ກູ​ບາ ໄດ້​ສົ່ງ​ຜົນ​ສະ​ທ້ອນ​ຢ່າງ​ແຮງ​ເຖິງ​ປະ​ຊາ​ຊົນ​ສອງ​ປະ​ເທດ. ເຖິງ​ຢ່າງ​ໃດ​ກໍ​ຕາມ, ໃນ​ກວ່າ 5 ທົດ​ສະ​ວັດ​ຜ່ານ​ມາ, ໂດຍບໍ່​ຫົວ​ຊາ​ຕໍ່​ການ​ປິດ​ລ້ອມ, ຂວ້ຳ​ບາດ​ຈາກ ອຳ​ນາດ​ການ​ປົກ​ຄອງ ອ​າ​ເມ​ລິ​ກາ, ປະ​ຊາ​ຊົນ ກູ​ບາ ຜູ້​ຮັກ​ຫອມ​ສັນ​ຕິ​ພາບ, ເສ​ລິ​ພາບ ແລະ ຍຸ​ຕິ​ທຳ ຍັງ​ຄົງ​ສາ​ມັກ​ຄີ​ເປັນ​ຈິດ​ຫນຶ່ງ​ໃຈ​ດຽວ ພາຍ​ໃຕ້​ການ​ນຳ​ພາ​ຂອງ​ພັກ​ກອມ​ມູ​ນິດ ກູ​ບາ ໂດຍ​ທ່ານ​ຜູ້​ນຳ Fidel Catro ເປັນ​ຫົວ​ຫນ້າ. ພັກ, ລັດ ແລະ ປ​ະ​ຊາ​ຊົນ ກູ​ບາ ໄດ້​ຜ່ານ​ຜ່າ​ຄວາມ​ຫຍຸ້ງ​ຍາກ, ສິ່ງ​ທ້າ​ທາຍ​ຫລາຍ​ຢ່າງ, ປົກ​ປັກ​ຮັກ​ສາ​ໝາກ​ຜົນ​ການ​ປະ​ຕິ​ວັດ​ຢ່າງ​ໝັ້ນ​ຄົງ ແລະ ນຳ​ປະ​ເທດ​ຊາດ​ສືບ​ຕໍ່​ກ້າວ​ຂຶ້ນ​ຕ​າມ​ເສັ້ນ​ທາງ​ທີ​່​ໄດ້​ເລື​ອກ​ເຟັ້ນ. ສິ່ງ​ດັ່ງ​ກ່າວ​ສະ​ແດງ​ໃຫ້​ເຫັນ​ນະ​ໂຍ​ບາຍ​ເປັນ​ປໍ​ລະ​ປັກ​ຂອງ​ອາ​ເມ​ລິ​ກາ ເພື່ອ​ແນ​ໃສ່​ເຮັດ​ໃຫ້​ກູ​ບາ ຕົກ​ຢູ່​ໂດດ​ດ່ຽວ ຄວາມ​ຈິງບໍ່​ນຳ​ມາ​ເຊິ່ງ​ຄຸນ​ປະ​ໂຫຍດ​ຄື​ດັ່ງ​ຄວາມ​ຫວັງ​ຂອງ ວໍ​ຊີງ​ຕັນ ໃນ​ເບື້ອງ​ຕົ້ນ. ຊ້ຳ​ບໍ່​ໜຳ ຍັງ​ກໍ່​ຄຸນ​ປະ​ໂຫຍດ​ກົງ​ກັນ​ຂ້າມ ແລະ ນັບ​ມື້​ນັບ​ສະ​ແດງ​ໃຫ້​ເຫັນ​ຄວາມ​ຫລ້າ​ຫລັງ​ໃນ​ຊີ​ວິດ​ຂອງ​ສາ​ກົນ​ຍຸກ​ປະ​ຈຸ​ບັນ.

        ​​ເມື່ອຂຶ້ນ​ກຳ​ອຳ​ນາດ​​ໃນປີ 2008, ອຳ​ນາດ​ການ​ປົກ​ຄອງ ປະ​ທາ​ນາ​ທິ​ບໍ​ດີ B.Obama ໄດ້​ຍອມ​ຮັບ​ວ່າ ນະ​ໂຍ​ບາຍ​ຂວ້ຳ​ບາດ​ຂອງ ອາ​ເມ​ລິ​ກາ ຕ້ານ ກູ​ບາ ໃນ​ຫລາຍ​ທົດ​ສະ​ວັດ​ຜ່ານ​ມາ ບໍ່​ບັນ​ລຸ​ຄາດ​ໝາຍ ​​ຊື່ງວ​ໍ​ຊີງ​ຕັນ ມຸ​້ງ​ຫວັງ. ປະ​ທາ​ນາ​ທິ​ບໍ​ດີ B.Obama ຍັງ​ພ້ອມ​ແລ້ວ​ຈະ​ເຈ​ລະ​ຈາ​ກັບ ລາ​ຮາ​ວານ ເພື່ອ​ປົວ​ແປງ​ການ​ພົວ​ພັນ​ສອງ​ຝ່າຍ. ພ້ອມ​ກັບ​ນະ​ໂຍ​ບາຍ​ເຈ​ລະ​ຈາ​ຂອງ​ ປະ​ທາ​ນາ​ທິ​ບໍ​ດີ B.Obama, ບັນ​ດາ​ນະ​ໂຍ​ບາຍ​ປ່ຽ​ນ​ໃຫມ່​ການ​ປະ​ຕິ​ຮູບ​ຢ່າງ​ແຮງ​ຢູ່ ກູ​ບາ ແລະ ການ​ກະ​ທົບ, ສະ​ຫນັບ​ສະ​ຫນູນ​ຢ່າງ​ແຮງ​ຈາກ​ປະ​ຊາ​ຄົມ​ສາ​ກົນ, ສອງ​ປະ​ເທດ ໄດ້​ມີ​ກຳ​ລັງ​ຫນູນ​ຢ່າງ​ແຮງ​ເພື່ອ​ລົ​ບ​ລ້າງ​ການ​ເປັນ​ປ​ໍ​ລະ​ປັກ,ສູ້​ຢັນ ເພື່ອ​ພ້ອມ​ກັນ​ຮ່ວມ​ມື​ພັດ​ທະ​ນາ​ຢ່າ​ງ​ຍຸ​ຕິ​ທຳ.

        ຍັງ​ມີ​ຄວາມ​ຫຍຸ້ງ​ຍາກ​ຫລາຍ​ຢ່າງ ໃນ​ຕໍ່​ຫນ້າ​

        ອາດ​ຈະ​ຢັ້ງ​ຢືນ​ໄດ້​ວ່າ ​ການ​ພົວ​ພັນ​ລະ​ຫວ່າງ ອາ​ເມ​ລິ​ກາ ແລະ ກູ​ບາ ​ໄດ້​ເປີດ​ຫນ້າປະ​ຫວັດ​ສາດ​ໃຫມ່ ພາຍ​ຫລັງ​ວັນ​ທີ 20/7/2015. ເຖິງ​ຢ່າງ​ໃດ​ກໍ​ຕາມ, ທັງ​ສອງ​ປະ​ເທດ ລ້ວນ​ແຕ່​ມີ​ຄວາມ​ລະ​ມັດ​ລະ​ວັງ ເມື່ອ​ເນັ້ນ​ຫນັກ​ວ່າ ທັງ​ໝົດ​ພຽງ​ແຕ່​ແມ່ນ​ຈຸດ​ເລີ່ມ​ຕົ້ນ. ເລື່ອງ​ຜ່ານ​ຜ່າ​ຫລາຍ​ທົດ​ສະ​ວັດ​ທີ​່​ເປັນ​ປໍ​ລະ​ປັກ ດ້ວຍ​ຄວາມ​ເຈັບ​ປວດບໍ່ແມ່ນ​ຫນ້ອຍ ແມ່ນ​ສິ່ງ​ບໍ່​ແມ່ນ​ງ່າຍ​ດາຍ. ຈາ​ກ​ການ​ພົວ​ພັນ​ເປັນ​ປົກ​ກະ​ຕິ ຕະ​ຫລອດ​ຮອດ​ຍົກ​ເລີກ​ການ​ຂວ້ຳ​ບາດ, ນັ້ນ​ແມ່ນ​ວິ​ວັດ​ການ​ຫຍຸ້ງ​ຍາກ ແລະ ສັບ​ສົນ. ສິ່ງ​ກີດ​ຂວາງ ນັ້ນ​ແມ່ນ ສ​ະ​ພາ​ແຫ່ງ​ຊາດ ອາ​ເມ​ລິ​ກາ. ເພາະ​ວ່າ ກົດ​ໝາຍ​ຂ້ວຳ​ບາດ ໂດຍ​ສະ​ພາ​ແຫ່ງ​ຊາດ ອາ​ເມ​ລິ​ກາ ຮັບ​ຮອງ​ເອົາ ປະ​ຈຸ​ບັນ ຢາກ​ຍົກ​ເລີກ ຕ້ອງ​ມີ​ການ​ຮັບ​ຮອງ​ເອົາ​ຈາກ​ສະ​ພາ​ແຫ່ງ​ຊາດ. ຄວາມ​ຫຍຸ້ງ​ຍາກ​ທີ່​ສຸດ​ໃນ​ໄລ​ຍະ​ນີ້ ນັ້ນ​ແມ່ນ ເລື່ອງ​ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ ມີ​ພຽງ​ອີກ 2 ປີ ຈະ​ສິ້ນ​ສຸດ​ອາ​ຍຸ​ການ. ເຖິງ​ຢ່າງ​ໃດ​ກໍ​ຕາມ ດ້ວຍ​ການ​ປະ​ຕິ​ບັດ​ນະ​ໂຍ​ບາຍ​ການ​ຕ່າງ​ປະ​ເທດ​ໃນ​ໄລ​ຍ​ະ​ມໍ່ໆ​ມານີ້​ຂອງ​ອຳ​ນາດ​ການ​ປົກ​ຄອງ ອາ​ເມ​ລິ​ກາ, ໃນ​ນັ້ນ ມີ​ເລື່ອງ​ນຳ ກູ​ບາ ອອກ​ຈາກ​ບັນ​ຊີ​ລາຍ​ຊື່​ບັນ​ດາ​ປະ​ເທດ​ອຸ​ປະ​ຖ​ຳ​ກໍ່​ກາ​ນ​ຮ້າຍ, ເງື່ອນ​ໄຂ​ຕັດ​ສິນ​ເບື້ອງ​ຕົ້ນ​ໃນ​ວິ​ວັດ​ທະ​ນາ​ການ​ເຈ​ລະ​ຈາ​ສ້າງ​ການ​ພົວ​ພັນ​ດ້ານ​ການ​ທູດ​ເປັນ​ປົກ​ກະ​ຕິ, ປ​ະ​ຊາ​ຊົນ ກູ​ບາ ແລະ ອາ​ເມ​ລິ​ກາ ມີ​ຄວາມ​ປະ​ເອີບ​ໃຈ​ກ່ຽວ​ກັບ​ຄວາມ​ຄືບ​ຫນ້າ​ຂອງ​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ​ໃນ​ຊຸມມື້​ຈະ​ມາ​ເຖິງ. ເຖິງ​ຢ່າງ​ໃດ​ກໍ​ຕາມ ຍັງ​ມີ​ຄວາມ​ຫຍຸ້ງ​ຍາກ​ຫລາຍ​ຢ່າງ ເພາະ​ວ່າ ບາດ​ກ້າວ​​ປິດ​ລ້ອມຂວ້ຳ​ບາດ ກູບາ ຄື​ແນວ​ໃດ, ການ​ແກ້​ໄຂ​ສິ່ງ​ກີດ​ຂວາງ​ກໍ​ຈະ​ຖືກ​ດຳ​ເນີນ​ໄປ​ຕາມ​ລຳ​ດັບ ຫາກບໍ່​ສ​າ​ມາດ​ວ່ອງ​ໄວ ແລະ ມີ​ບາດ​ກ້າວ​ບຸກ​ທະ​ລຸ​ຜິດ​ປົກ​ກະ​ຕິ​ໄດ້.

        ເລື່ອງ ອາ​ເມ​ລິ​ກາ ແລະ ກູ​ບາ ຟື້ນ​ຟູ ການ​ພົວ​ພັນ​ດ້ານ​ການ​ທູດ ບໍ່​ພຽງ​ແຕ່​ສິ້ນ​ສຸດ​ສົງ​ຄາມ​ເຢັນ​ຊື່ງ​ແບ່ງ​ແຍກ​ໂລກ​ເປັນ​ສອງ​ຝ່າຍ ​ຢ່າງ​ເປັນ​ທາງ​ການ​ເທົ່າ​ນັ້ນ ຫາກ​ຍັງເປີດ​ຫນ້າ​ປະ​ຫວັດ​ສາດ​ໃຫມ່​ໃຫ້​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ ແລະ ການ​ພັດ​ທະ​ນາ​ຢູ່​ພາກ​ພື້ນ ກໍ​ຄ​ື​ໃນ​ໂລກ. ສອງ​ປະ​ເທດ​ທີ່​ເປັນ​ປໍ​ລະ​ປັກ​ໃນ​ສະ​ໄຫມ​ສົງ​ຄາມ​ເຢັນ, ສອງ​ຊາດ​ມີ​ຄວາມ​ແຕກ​ຕ່າງ​ກັນ​ກ່ຽວ​ກັບ​ແນວ​ຄິດ, ສອງ​ປະ​ເທດ​ນຳ​ຫນ້າ​ສອງ​ກຸ່ມ​ມີ​ແນວ​ຄິດ​ກົງ​ກັນ​ຂ້າມ, ການ​ຟື້ນ​ຟູ​ການ​ພົວ​ພັນ​ພາຍ​ຫລັງ​ເຄິ່ງ​ສັດ​ຕະ​ວັດ​ຖືກ​ຢຸດ​ສະ​ຫງັກ ໄດ້​ສົ່ງ​ສານ​ປະ​ຫວັດ​ສາດ​ຢ່າງ​ແຮງ. ນັ້ນ​ແມ່ນ ການ​ເຈ​ລ​ະ​ຈາ​ແທ​ນ​ທີ່​ການ​ສູ້​ຢັນ, ດຳ​ລົງ​ຊີ​ວິດ​ໃນ​ສັນ​ຕິ​ພາບ ແລະ ເຄົາ​ລົບ​ຄວາມ​ແຕກ​ຕ່າງ​​ຂອງ​ກັນ ແມ່ນ​ທ່າ​ອ່ຽງ​ລ​ວມ ແລະ ແມ່ນບັນ​ຫາ​ຕົ້ນ​ຕໍ​ຂອງ​ຍຸກ​ສະ​ໄຫມ.

ຂ່າວ/ບົດ​ອື່ນ