ການພົວພັນຫວຽດນາມ-ອິນເດຍ ປະກອບສ່ວນຢ່າງຕັ້ງໜ້າໃຫ້ແກ່ສາຍພົວພັນອິນເດຍ-ອາຊຽນ

(VOVWORLD) -ວັນທີ 24 ມັງກອນ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ເລີ່ມຕົ້ນການຢ້ຽມຢາມອິນເດຍ ແລະ ເຂົ້າຮ່ວມກອງປະຊຸມສຸດຍອດສະເຫຼີມສະຫຼອງ 25 ປີແຫ່ງວັນສ້າງຕັ້ງສາຍພົວພັນຄູ່ເຈລະຈາລະຫວ່າງ ອາຊຽນ-ອິນເດຍ ແລະ ເຂົ້າຮ່ວມພິທີສະເຫຼີມສະຫຼອງ 69 ປີແຫ່ງວັນຄົບຮອບຂອງສາທາລະນະລັດອິນເດຍ
ການພົວພັນຫວຽດນາມ-ອິນເດຍ ປະກອບສ່ວນຢ່າງຕັ້ງໜ້າໃຫ້ແກ່ສາຍພົວພັນອິນເດຍ-ອາຊຽນ - ảnh 1

ການຢ້ຽມຢາມອິນເດຍຂອງ ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ຖືກດຳເນີນໃນຈຸດເວລາທີມີຄວາມໝາຍສຳຄັນຂະນະທີ່ 2 ປະເທດຫາກໍຈັດຕັ້ງ ສະເຫຼີມສະຫຼອງ 45 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ, ປະກອບສ່ວນເຮັດໃຫ້ການພົວພັນຄູ່ຮ່ວມມີຍຸດທະສາດຮອບດ້ານຫວຽດນາມ-ອິນເດຍເລິກເຊິ່ງຂືຶ້ນຕື່ມ, ຊຸກຍູ້ການຮ່ວມມືລະຫວ່າງອາຊຽນ-ອິນເດຍ, ພ້ອມທັງຫັນນະໂຍບາຍ “ກະທຳມຸ່ງໄປສູ່ທິດຕາເວັນອອກ” ຂອງອິນເດຍໃນໄລຍະທີ່ຈະມາເຖິງເປັນລະອຽດ.

    ໃນປີ 2017 ທີ່ຜ່ານມາ ໄດ້ເປັນຂີດໝາຍຫຼາຍເຫດການທີ່ສຳຄັນໃນສາຍພົວພັນລະຫວ່າງ 2 ປະເທດ: ຫວຽດນາມ ແລະ ອິນເດຍຈັດຕັ້ງ ສະເຫຼີມສະຫຼອງ 45 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ( 7/1/1972-7/1/2017) ແລະ 10 ປີແຫ່ງວັນສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດ (2007-2017). ນີ້ກໍແມ່ນປີທຳອິດທີ່ 2 ປະເທດ ຜັນຂະຫຍາຍການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ນັບແຕ່ການມາຢ້ຽມຢາມຫວຽດນາມຢ່າງເປັນທາງການຂອງທ່ານນາຍົກລັດຖະມົນຕີອິນເດຍ Narendra Modi ເມື່ອເດືອນ ກັນຍາປີ 2016. ໂດຍສືບຕໍ່ທ່າພັດທະນາສາຍພົວພັນນັ້ນ, ການຢ້ຽມຢາມອິນເດຍຂອງທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກຄັ້ງນີ້ ແມ່ນເພື່ອແນ່ໃສ່ຜັນຂະຫຍາຍ ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງ 2 ປະເທດເຂົ້າສູ່ສະພາບແທດຈິງ.

    ການພົວພັນຫວຽດນາມ-ອິນເດຍ: ຈາກພື້ນຖານໝັ້ນແກ່ນຫາຄູ່ຮ່ວມມືທີ່ໝັ້ນຄົງໜັກແໜ້ນ.

     ການພົວພັນທີ່ເປັນມູນເຊື້ອຫວຽດນາມ-ອິນເດຍ ມີປະຫວັດສາດກ່ອນນີ້ເກືອບ 2000 ປີ ຊຶ່ງເລີ່ມແຕ່ການພົວພັນຄ້າຂາຍ, ແລກປ່ຽນວັດທະນະທຳ ແລະ ແນວຄິດປັດຊະຍາ. ການພົວພັນມິດຕະພາບລະຫວ່າງ 2 ປະເທດໃນໄລຍະໃໝ່ ໄດ້ຮັບການສ້າງພື້ນຖານຈາກປະທານໂຮ່ຈິມິນ ແລະ ທ່ານນາຍົກລັດຖະມົນຕີອິນເດຍ Nehru ແລະ ໄດ້ພັດທະນາຢ່າງຕໍ່ເນື່ອງ ດ້ວຍລະດັບໃໝ່, ມີຄວາມໝາຍຍຸດທະສາດ, ຈາກການສ້າງຕັ້ງ ການພົວພັນຄູ່ຮ່ວມມືຍຸດທະສາດ, ແລ້ວຍົກລະດັບເປັນ ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ.

    ໃນໄລຍະໃໝ່, ສະພາບການໂລກ ແລະ ພາກພື້ນໄດ້ວາງອອກສິ່ງທ້າທາຍ ແລະ ໂອກາດໃໝ່ ເພື່ອໃຫ້ 2 ປະເທດເພີ່ມທະວີການພົວພັນຍິ່ງຂຶ້ນອີກ. ແນວທາງການພົວພັນຕ່າງປະເທດຂອງຫວຽດນາມໄດ້ຖືກກອງປະຊຸມໃຫຍ່ຄັ້ງທີ 12 ຂອງພັກກອມມູນິດຫວຽດນາມວາງອອກ, ນັ້ນແມ່ນນຳບັນດາສາຍພົວພັນກັບບັນດາຄູ່ຮ່ວມມືໃຫ້ນັບມື້ນັບເຂົ້າສູ່ລວງເລິກ ແລະ ແທດຈິງກ່ວາເກົ່າ; ພ້ອມທັງສອດຄ່ອງກັບ “ນະໂຍບາຍມຸ່ງໄປສູ່ທິດຕາເວັນອອກ” ແລະ ຕໍ່ຈາກນັ້ນ ແມ່ນ “ນະໂຍບາຍກະທຳມຸ່ງໄປສູ່ທິດຕາເວັນອອກ” ຂອງອິນເດຍ, ໃນນັ້ນຖືຫວຽດນາມແມ່ນຄູ່ຮ່ວມມືຍຸດທະສາດຂອງອິນເດຍຢູ່ອາຊຽນ ກໍຄືໃນພາກພື້ນທີ່ກ້ວາງໃຫຍ່ກ່ວາ. ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ໄດ້ສ້າງພະລັງຊີວິດໃໝ່ໃຫ້ແກ່ການພົວພັນລະຫວ່າງ 2 ປະເທດ. ທ່ານຮອງຫົວໜ້າຫ້ອງການອຸດສາຫະກຳ ແລະ ການຄ້າຫວຽດນາມ ດວານຢີເຄືອງ ຖືວ່າ : (ເທບ)

     “ ຫວຽດນາມແມ່ນພື້ນຖານເສດຖະກິດສຳຄັນໃນ ນະໂຍບາຍມຸ່ງໄປສູ່ທິດຕາເວັນອອກຂອງອິນເດຍ. ໃນສະພາບການນັ້ນ, ການພົວພັນດ້ານການຄ້າລະຫວ່າງ ຫວຽດນາມ-ອິຍເດຍກໍຂະຫຍາຍຕົວຢ່າງແຂງແຮງ. ປະຈຸບັນ, ອິນເດຍແມ່ນໜຶ່ງໃນຈຳນວນ 10 ຄູ່ຄ້າລາຍໃຫຍ່ ແລະ ສຳຄັນຂອງຫວຽດນາມ. ການເຕີບໂຕດ້ານການຄ້າຂອງ ຫວຽດນາມ-ອິນເດຍ ກໍບັນລຸໝາກຜົນທີ່ໜ້າຊື່ນຊົມ ແລະ ພິເສດໄດ້ເພີ່ມຂຶ້ນໄວ ນັບແຕ່ອາຊຽນ-ອິນເດຍ ເຊັນສັນຍາການຄ້າເສລີ ”

    ການພົວພັນດ້ານການປ້ອງກັນຊາດ, ປ້ອງກັນຄວາມສະຫງົບລະຫວ່າງ 2 ປະເທດສືບຕໍ່ພັດທະນາເປັນຢ່າງດີ. ການຮ່ວມມືໃນຂົງເຂດອື່ນໆເຊັ່ນ: ການເງິນ, ສິນເຊື່ອ, ນ້ຳມັນອາຍແກັສ, ວິທະຍາສາດ-ເຕັກໂນໂລຢີ ກໍລ້ວນແຕ່ບັນລຸຄວາມຄືບໜ້າ. ການຮ່ວມມືທາງດ້ານການສຶກສາ, ວັດທະນະທຳ, ກິລາໄດ້ຮັບຄວາມເອົາໃຈໃສ່ຊຸກຍູ້. ການຮ່ວມມືດ້ານການທ່ອງທ່ຽວ, ການພົວພັນແລກປ່ຽນປະຊາຊົນນັບມື້ນັບຮັດແໜ້ນ. ທ່ານປະທານສະມາຄົມມິດຕະພາບ ຫວຽດນາມ-ອິນເດຍ ເຈືອງມິນຕ້ວນ ຢືນຢັນວ່າ : (ເທບ)

     “ ສຳລັບຂົງເຂດການທູດປະຊາຊົນ,  2 ປະເທດໄດ້ດຳເນີນງານມະໂຫລານພົບປະແລກປ່ຽນມິດຕະພາບປະຊາຊົນ 8 ຄັ້ງ. ແຕ່ລະຄັ້ງ ໄດ້ສ້າງຂີດໝາຍພິເສດ. ໂດຍຜ່ານການດຳເນີນງານມະໂຫລານພົບປະແລກປ່ຽນມິດຕະພາບປະຊາຊົນເຊັ່ນນັ້ນ, ນ້ຳໃຈມິດຕະພາບລະຫວ່າງ 2 ປະເທດໄດ້ສະແດງໃຫ້ເຫັນຢ່າງຈະແຈ້ງກ່ວາ, ອັນໄດ້ຊ່ວຍປະຊາຊົນ 2 ປະເທດເພີ່ມຄວາມເຂົ້າໃຈກັນກ່ວາ ຈາກວັດທະນະທຳ, ສະຖາປັດຕະຍະກຳ, ຈິດວິນຍານ ໄດ້ມີຄວາມຜູກຮັດຢ່າງສະໜິດແໜ້ນກ່ວາເກົ່າ ”

     ນ້ຳໃຈສາມັກຄີລະຫວ່າງ 2 ປະເທດ, 2 ຊາດ ມີຄວາມໝັ້ນຄົງໜັກແໜ້ນຕະຫຼອດການ ແລະ ນັບມື້ນັບພັດທະນາຢ່າງກ້ວາງເລິກກ່ວາ. 2 ຝ່າຍໄດ້ກຳນົດເປົ້າໝາຍລວມ ແມ່ນຮ່ວມມືພັດທະນາເພື່ອຄວາມວັດທະນາຖາວອນຂອງແຕ່ລະປະເທດ ແລະ ປະກອບສ່ວນເຂົ້າໃນສັນຕິພາບ ແລະ ການພັດທະນາຂອງພາກພື້ນ ແລະ ສາກົນ. ຫວຽດນາມ ແລະ ອິນເດຍ ມີການສົມທົບກັນຢ່າງແໜ໊ນແຟ້ນ, ມີຄວາມໄວ້ວາງໃຈຕໍ່ກັນ, ມີຄວາມເຂົ້າໃຈກັນ ແລະ ສະໜັບສະໜູນຊຶ່ງກັນ ແລະ ກັນໃນຫຼາຍບັນຫາພາກພື້ນ ແລະ ສາກົນ; ມີການຮ່ວມມືທີ່ດີໃນບັນດາເວທີປາໄສຫຼາຍຝ່າຍ, ໃນນັ້ນ ພົ້ນເດັ່ນຂຶ້ນແມ່ນໃນການຮ່ວມມືອາຊຽນ.

    ຫວຽດນາມສະແດງໃຫ້ເຫັນບົດບາດອັນຕັ້ງໜ້າໃນການປະສານງານການພົວພັນ ອາຊຽນ-ອິນເດຍ.

   ເລື່ອງອິນເດຍເປັນຄັ້ງທຳອິດໄດ້ເຊື້ອເຊີນການນຳ 10 ປະເທດອາຊຽນເຂົ້າຮ່ວມພິທີສະເຫຼີມສະຫຼອງ 69 ປີແຫ່ງວັນຄົບຮອບຂອງສາທາລະນະລັດອິນເດຍ ແມ່ນເຫດການທີ່ບໍ່ເຄີຍມີມາກ່ອນ. ສິ່ງນີ້ໄດ້ສະແດງໃຫ້ເຫັນທີ່ຕັ້ງບົດບາດທີ່ສຳຄັນຂອງອາຊຽນໃນນະໂຍບາຍການພົວພັນຕ່າງປະເທດຂອງອິນເດຍ.

     ຫວຽດນາມຍາມໃດກໍຕີລາຄາສູງ “ນະໂຍບາຍກະທຳມຸ່ງໄປສູ່ທິດຕາເວັນອອກ” ຂອງອິນເດຍ ແລະ ຢືນຢັນວ່າ ດ້ວຍບົດບາດແມ່ນປະເທດປະສານງານການພົວພັນ ອາຊຽນ-ອິນເດຍ, ຫວຽດນາມຈະເຮັດຈົນສຸດຄວາມສາມາດຂອງຕົນເພື່ອຊຸກຍູ້ການພົວພັນຄູ່ຮ່ວມມືອາຊຽນ-ອິນເດຍ. ສະພາບການນັ້ນ, ການຢ້ຽມຢາມອິນເດຍຂອງທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ບໍ່ພຽງແຕ່ເຮັດໃຫ້ການພົວພັນຄູ່ຮ່ວມມີຍຸດທະສາດຮອບດ້ານຫວຽດນາມ-ອິນເດຍເລິກເຊິ່ງຂືຶ້ນຕື່ມເທົ່ານັ້ນ, ຫາກຍັງປະກອບສ່ວນຊຸກຍູ້ການຮ່ວມມືລະຫວ່າງອາຊຽນ-ອິນເດຍອີກດ້ວຍ.

ຕອບກັບ

ຂ່າວ/ບົດ​ອື່ນ