ການ​ພົວ​ພັນ​ອາ​ເມ​ລິ​ກາ-ລັດ​ເຊຍ: ຮັກ​ສາ​ການ​ເຈ​ລະ​ຈາ ຄວບ​ຄຸມ​ຂໍ້​ຂັດ​ແຍ້ງ

(VOVWORLD) -

ຍ້ອນຜົນສະທ້ອນທີ່ໃຫ່ຍຫຼວງໃນຂອບເຂດທົ່ວໂລກ, ການພົວພັນລະຫວ່າງສອງປະເທດມະຫາອຳນາດອັນດັບໜຶ່ງໃນໂລກ ແມ່ນອາເມລິກາ ແລະ ລັດເຊຍ ຍາມໃດກໍ່ແມ່ນຫົວເລື່ອງໄດ້ຮັບຄວາມສົນໃຈເປັນພິເສດ ຈາກຫາງສຽງສາກົນໃນຫຼາຍປີຜ່ານມາ ແລະ ປີ 2021 ກໍ່ເຊັ່ນດຽວກັນ. ຍ້ອນເຫດນັ້ນ, ໃນປີຜ່ານມາ, ເລື່ອງສອງປະເທດມະຫາອຳນາດ ໄດ້ຮັກສາການພົບປະ ແລະ ເຈາລະຈາຄັ້ງຕ່າງໆ ໄດ້ເຮັດໃຫ້ຫາງສຽງມີຄວາມອຸ່ນອ່ຽນໃຈສ່ວນໃດສ່ວນໜຶ່ງວ່າ ເຖິງວ່າ ບັນດາຄວາມບໍ່ລົງລອຍກັນ ແລະ ຂໍ້ຂັດແຍ້ງລະຫວ່າງສອງຝ່າຍມີຄວາມເຄັ່ງຕຶງກໍ່ຕາມ ແຕ່ຍັງຄົງຢູ່ໃນການຄວບຄຸມ.

ການ​ພົວ​ພັນ​ອາ​ເມ​ລິ​ກາ-ລັດ​ເຊຍ:  ຮັກ​ສາ​ການ​ເຈ​ລະ​ຈາ ຄວບ​ຄຸມ​ຂໍ້​ຂັດ​ແຍ້ງ - ảnh 1

ປະທານາທິບໍດີ ອາເມລິກາ Joe Biden ແລະ ປະທານາທິບໍດີ ລັດເຊຍ Vladimir Putin ໄດ້ໃນການພົບປະທາງໄກເມື່ອ  7/12/2021. (ພາບ: AFP/TTXVN)

    ຍ້ອນບັນດາຄວາມບໍ່ລົງລອຍກັນ ແລະ ຂໍ້ຂັດແຍ້ງເລິກເຊິ່ງທີ່ແກ່ຍາວມາຫຼາຍປີ ໃນບັນດາບັນຫາລວມທັງສອງຝ່າຍ ແລະ ກ່ຽວຂ້ອງເຖິງຝ່າຍທີ 3 ນັ້ນ, ປີ 2021, ສະພາບຄວາມເຄັ່ງຕຶງໃນການພົວພັນລະຫວ່າງອາເມລິກາ-ລັດເຊຍ ແມ່ນສິ່ງທີ່ບັນດານັກໄຈ້ແຍກສາກົນ ໄດ້ຄາດຄະເນໄວ້ລ່ວງໜ້າແລ້ວ. ເຖິງວ່າ ບັນດາຂໍ້ຂັດແຍ້ງຍັງບໍ່ທັນໄດ້ຮັບການແກ້ໄຂເທື່ອ, ຊ້ຳບໍ່ໜຳ ມີຈຸດເວລາກໍ່ຖືກຍູ້ໃຫ້ສູງຂຶ້ນກໍ່ຕາມ, ແຕ່ໂດຍພື້ນຖານແລ້ວ, ສະພາບການພົວພັນລະຫວ່າງອາເມລິກາ-ລັດເຊຍ ຍັງໄດ້ຮັບການຄວບຄຸມເປັນຢ່າງດີ.

ສະພາບການເກີດຄວາມເຄັ່ງຕຶງຫຼາຍຄັ້ງ

  ໃນຕົວຈິງ, ມີບັນດານັກໄຈ້ແຍກຖືວ່າ ການພົວພັນລະຫວ່າງອາເມລິກາ-ລັດເຊຍ ອາດຈະມີການປ່ຽນແປງຢ່າງຕັ້ງໜ້າ ຂະນະທີ່ປະເທດອາເມລິກາ ມີປະທານາທິບໍດີຄົນໃໝ່ ນັບແຕ່ໄລຍະຕົ້ນປີ 2021. ຫຼັງຈາກນັ້ນ,  ຄວາມປະເອີບໃຈໄດ້ຮັບການປັບປຸງ ເມື່ອສອງປະເທດບັນລຸໄດ້ຄວາມເປັນເອກະພາບ ແລະ ຕົກລົງຕໍ່ກຳນົດເວລາ ສົນທິສັນຍາຫລຸດຜ່ອນອາວຸດຍຸດທະສາດໃໝ່ (New START) ຕື່ມອີກ 5 ປີ.

   ແຕ່ວ່າ, ຫຼັງຈາກນັ້ນ, ບັນດາການຜັນແປໃນຕົວຈິງ ໃຫ້ເຫັນວ່າ, ໃນປີ 2021, ການພົວພັນລະຫວ່າງສອງປະເທດ ຍັງມີຄວາມເຄັ່ງຕຶງ. ສອງປະເທດຍັງສືບຕໍ່ມີຂໍ້ຂັດແຍ້ງກັນ ແລະ ເກີດຄວາມບໍ່ລົງລອຍກັນຢ່າງເລິກເຊິ່ງກ່ຽວກັບທັດສະນະ ໃນຫຼາຍບັນຫາສອງຝ່າຍ ກໍ່ຄືບາງບັນຫາພາກພື້ນ ແລະ ສາກົນ.

ການ​ພົວ​ພັນ​ອາ​ເມ​ລິ​ກາ-ລັດ​ເຊຍ:  ຮັກ​ສາ​ການ​ເຈ​ລະ​ຈາ ຄວບ​ຄຸມ​ຂໍ້​ຂັດ​ແຍ້ງ - ảnh 2

ໂຄງການເຊື້ອເພີງຂະໜາດໃຫ່ຍຂອງລັດເຊຍ ແລະ ເຢຍລະມັນ (ພາບ: AFP/TTXVN)

    ເຖິງແນວນັ້ນກໍ່ຕາມ, ການພົວພັນລະຫວ່າງອາເມລິກາ-ລັດເຊຍ ໃນປີຜ່ານມາ ບໍ່ພຽງແຕ່ມີການສູ້ຢັນກັນ ແລະ ເກີດຄວາມເຄັ່ງຕຶງເທົ່ານັ້ນ, ເຖິງວ່າມີຂໍ້ຂັດແຍ້ງ ແລະ ຄວາມບໍ່ລົງລອຍກັນຢ່າງຮ້າຍແຮງກໍ່ຕາມ, ແຕ່ສອງປະເທດມະຫາອຳນາດນີ້ ລ້ວນແຕ່ໄດ້ສະແດງໃຫ້ເຫັນເຖິງຄວາມຕ້ອງການ ຢາກເຈລະຈານຳກັນ. ສິ່ງທີ່ພິສູດໃຫ້ເຫັນຢ່າງຢ່າງຈະແຈ້ງທີ່ສຸດ ແມ່ນເລື່ອງ ປະທານາທິບໍດີ ອາເມລິກາ Joe Biden ແລະ ປະທານາທິບໍດີ ລັດເຊຍ Vladimir Putin ໄດ້ດຳເນີນການພົບປະຂັ້ນສຸດຍອດສຳຄັນສອງຄັ້ງຄື: ການພົບປະໂດຍກົງຢູ່ ເຊີແນວ ປະເທດສະວິດ ເມື່ອເດືອນມິຖຸນາ ແລະ ການພົບປະທາງໄກເມື່ອວັນທີ 7 ທັນວາທີ່ຜ່ານມາ. ນອກຈາກນັ້ນແລ້ວ, ເຈົ້າໜ້າທີ່ຂັ້ນສູງສອງປະເທດ ຍັງໄດ້ຈັດການພົບປະສອງຝ່າຍຫຼາຍຄັ້ງ ນັບທັງຢູ່ປະເທດອາເມລິກາ ແລະ ລັດເຊຍ. ບໍ່ພຽງແຕ່ເທົ່ານັ້ນ, ສອງຝ່າຍຍັງມີບັນດາການກະທຳທີ່ມີປະໂຫຍດໃຫ້ແກ່ການຫລຸດຜ່ອນຄວາມເຄັ່ງຕຶງຢ່າງລຽນຕິດ ນັ້ນຄື: ອາເມລິກາ ໄດ້ຕົກລົງປັດເຂ່ຍໂຄງການເຊື້ອເພີງຂະໜາດໃຫ່ຍທີ່ລັດເຊຍ ແລະ ເຢຍລະມັນ ຮ່ວມມືກັນ ອອກຈາກຮ່າງງົບປະມານປ້ອງກັນຊາດໃນປີການເງິນໃໝ່. ສ່ວນລັດເຊຍ ກໍ່ໄດ້ຍົກອອກບັນດາຂໍ້ສະເໜີການເຈລະຈາ ເພື່ອແນໃສ່ແກ້ໄຂຂໍ້ຂັດແຍ້ງ, ໃນນັ້ນ, ຂໍ້ສະເໜີໃໝ່ ແລະ ໜ້າສົນໃຈທີ່ສຸດແມ່ນຮ່າງຂໍ້ຕົກລົງກ່ຽວກັບຄວາມໝັນຄົງ ລວມມີ 8 ຂໍ້ກັບອາເມລິກາ ແລະ ນາໂຕ ປະກາດເມື່ອຕົ້ນເດືອນທັນວາປີ 2021.

ຮັກສາການເຈລະຈາເພື່ອຄວບຄຸມສາຍພົວພັນ

   ໃນປີ 2021,  ຕົວຈິງຄວາມເຄັ່ງຕຶງໃນການພົວພັນລະຫວ່າງອາເມລິກາ-ລັດເຊຍ ໃຫ້ເຫັນວ່າ, ໂອກາດການເຈລະຈາ ກໍ່ຄືການຮ່ວມມືລະຫວ່າງສອງປະເທດມະຫາອຳນາດ ຍັງມີຢູ່, ແຕ່ເລື່ອງປົວແປງການພົວພັນນີ້ ຍັງມີສິ່ງທ້າທາຍຫຼາຍຢ່າງ. ໃນສະພາບການການແກ່ງແຍ້ງດ້ານພູມສາດການເມືອງໃນທົ່ວໂລກ ນັບມື້ນັບຂ້ຽວຂາດນັ້ນ, ສອງປະເທດ ຍາກທີ່ຈະແກ້ໄຂບັນດາຂໍ້ຂັດແຍ້ງ ແລະ ຄວາມບໍ່ລົງລອຍກັນທີ່ໄດ້ຮັບການຕີລາຄາວ່າ ມີລະບົບຄືໃນປະຈຸບັນ ໄດ້ຢ່າງໄວວາ.

   ແຕ່ເຖິງແນວນັ້ນກໍ່ຕາມ, ເພື່ອຜົນປະໂຫດຫຼັກແຫຼ່ງຂອງສອງຝ່າຍ ແລະ ຄວາມສະຖຽນລະພາບທົ່ວໂລກ, ວົງການນັກໄຈ້ແຍກສາກົນເຊື່ອໝັ້ນວ່າ, ທັງ ອາເມລິກາ ແລະ ລັດເຊຍ ຈະສືບຕໍ່ຮັກສາການເຈລະຈາໄວ້ເພື່ອແນໃສ່ຄວບຄຸມການພົວພັນສອງຝ່າຍ, ບໍ່ໃຫ້ຄວາມເຄັ່ງຕຶງປີ້ນຂັ້ນໄດ. ໜຶ່ງໃນບັນດາພື້ນຖານອັນໝັ້ນຄົງໃຫ້ແກ່ຂໍ້ສັງເກດນີ້ ແມ່ນເລື່ອງສອງຝ່າຍ ໄດ້ເຫັນດີເປັນເອກະພາບ ຈະດຳເນີນການປະຊຸມຄັ້ງຕ່າງໆທີ່ສຳຄັນ ກ່ຽວຂ້ອງເຖິງການພົວພັນລະຫວ່າງອາເມລິກາ-ລັດເຊຍ ແລະ ກວ້າງກ່ວາອີກ ແມ່ນການພົວພັນລະຫວ່າງຝ່າຍຕາເວັນຕົກ-ລັດເຊຍ ໃນລະຫວ່າງວັນທີ 10-13 ມັງກອນຈະມາເຖິງນີ້. ໃນນັ້ນ, ຈຸດສຸມແມ່ນການເຈລະຈາຄວາມໝັ້ນຄົງຂັ້ນສູງ ອາເມລິກາ-ລັດເຊຍ ໃນວັນທີ 10 ມັງກອນ ຄືສ່ວນໜຶ່ງໃນຂໍ້ລິເລີ່ມ ການເຈລະຈາຄວາມໝັ້ນຄົງຍຸດທະສາດ ໂດຍປະທານາທິບໍດີ ອາເມລິກາ Joe Biden ແລະ ປະທານາທິບໍດີ ລັດເຊຍ Vladimir Putin ໄດ້ເຫັນດີເປັນເອກະສັນ ທີ່ການພົບປະຂັ້ນສຸດຍອດເມືອເດືອນມິຖຸນາປີ 2021./.

ຕອບກັບ

ຂ່າວ/ບົດ​ອື່ນ