ການ​ຟື້ນ​ຟູ​ຂໍ້​ຕົກ​ລົງ​ນິວ​ເຄຼຍ ອີ​ຣານ: ຍັງ​ຈະ​ຕ້ອງ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກຫຼາຍ​ຢ່າງ

(VOVWORLD) - ດ້ວຍຄວາມຕັດສິນໃຈເຊື່ອມຕໍ່ການປະຕິບັດຄືນໃໝ່ ຂໍ້ຕົກລົງນິວເຄຼຍ ອີຣານ (ຫຼືເອີ້ນວ່າ ແຜນການດຳເນີນງານລວມຮອບດ້ານ (JCPOA)  ຊື່ງໄດ້ລົງນາມເມື່ອປີ 2015 ລະຫວ່າງ ອີຣານ ແລະ 6 ປະເທດມະຫາອຳນາດນັ້ນ, ໃນໄລຍະຜ່ານມາ, ບັນດາຝ່າຍທີ່ກ່ຽວຂ້ອງ ໄດ້ເດັດດ່ຽວດຳເນີນຫຼາຍຮອບເຈລະຈາຢ່າງລຽນຕິດຢູ່ ວຽນ ປະເທດໂອຕາລິດ. ໃນນັ້ນ, ຮອບເຈລະຈາຫຼ້າສຸດທີ່ຫາກໍ່ໄດ້ຈັດຂຶ້ນ ແມ່ນຮອບເຈລະຈາທີ 9 ຢ່າງລຽນຕິດ ໂດຍບັນດາຝ່າຍໄດ້ປະຕິບັດໃນຮອບເວລາຍັງບໍ່ທັນຮອດປີໜຶ່ງ ຊື່ງບັນລຸໄດ້ຄວາມຄືບໜ້າຈຳນວນໜຶ່ງ. ແຕ່ເຖິງແນວນັ້ນກໍ່ຕາມ, ບັນດາຝ່າຍຍັງຮັບຮູ້ຢ່າງກົງໄປກົງມາວ່າ, ຍັງມີຫຼາຍສິ່ງກີດຂວາງ ແລະ ທ້າທາຍຢູ່.
 
ການ​ຟື້ນ​ຟູ​ຂໍ້​ຕົກ​ລົງ​ນິວ​ເຄຼຍ ອີ​ຣານ: ຍັງ​ຈະ​ຕ້ອງ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກຫຼາຍ​ຢ່າງ - ảnh 1

ສູນຄົ້ນຄ້ວານິວເຄຼຍ Natanz ຂອງ ອີຣານ (ພາບປະກອບ: AFP/TTXVN)

    ໃນບັນດາການຕີລາຄາຫຼ້າສຸດ, ທັງອີຣານ ແລະ ບັນດາປະເທດມະຫາອຳນາດໃນກຸ່ມ P5+1 (ລວມມີອາເມລິກາ, ອັງກິດ, ຝະລັ່ງ, ຈີນ, ລັດເຊຍ ແລະ ເຢຍລະມັນ) ລ້ວນແຕ່ຖືວ່າ ວິວັດການນີ້ ໄດ້ໄປເຖິງໄລຍະຕັດສິນ ແລະ ເລື່ອງບັນລຸໄດ້ຂໍ້ຕົກລົງສຸດທ້າຍແມ່ນ “ໃກ້ຈະບັນລຸໄດ້ແລ້ວ”.

ການເຈລະຈາບັນລຸໄດ້ຄວາມຄືບໜ້າພໍສົມຄວນ

   ໃນສານທີ່ຍົກອອກໃນ Twitter ເມື່ອວັນທີ 3 ມີນາ, ໂຄສົກກະຊວງການຕ່າງປະເທດ ອີຣານ Saeed Khatibzadeh ໃຫ້ຮູ້ວ່າ: ຮອບເຈລະຈາຄັ້ງຕ່າງໆຢູ່ ວຽນ ຍັງສືບຕໍ່ດຳເນີນໄປຢູ່. ກ່ອນໜ້ານັ້ນ 2 ວັນ, ບັນດາຝ່າຍກໍ່ບັນລຸໄດ້ຄວາມເຫັນດີເຫັນພ້ອມ ກ່ຽວກັບບັນດາບັນຫາເກືອບທັງໝົດ ແລະ ການບັນລຸຂໍ້ຕົກລົງແມ່ນອາດຈະເປັນໄປໄດ້.

   ກໍ່ມີທັດສະນະດຽວກັນ, ທ່ານ Mikhail Ulyanov ຫົວໜ້າຄະນະເຈລະຈານິວເຄຼຍຂອງ ລັດເຊຍ ໄດ້ໃຫ້ຂໍ້ສັງເກດວ່າ, ວິວັດການເຈລະຈາຟື້ນຟູຂໍ້ຕົກລົງນິວເຄຼຍ ອີຣານ ແລະ ລົບລ້າງບັນດາມາດຕະການລົງໂທດໄກ້ຈະສິ້ນສຸດລົງແລ້ວ.

  ສຳລັບ ອາເມລິກາ, ເຖິງວ່າໄດ້ຕີລາຄາດ້ວຍຄວາມລະມັດລະວັງກ່ວາ ແຕ່ໂຄສົກກະຊວງການຕ່າງປະເທດ ອາເມລິກາ ທ່ານ Ned Price ກໍ່ຖືວ່າ ການເຈລະຈາຄັ້ງຕ່າງໆເພື່ອຟື້ນຟູຂໍ້ຕົກລົງນິວເຄຼຍ ອີຣານ ແມ່ນພວມຢູ່ໃນໄລຍະຕັດສິນ.

   ແຕ່ເຖິງແນວນັ້ນກໍ່ຕາມ, ໃນຕົວຈິງ, ສາຍເຫດຕົ້ນຕໍທີ່ພາໃຫ້ເກີດຄວາມບໍ່ລົງລອຍກັນ ກໍ່ຍັງບໍ່ທັນໄດ້ຮັບການແກ້ໄຂເທື່ອ, ເປັນຕົ້ນແມ່ນລະຫວ່າງ ອາເມລິກາ ແລະ ອີຣານ, ເສັ້ນທາງໃນຕໍ່ໜ້າ ຍັງຕ້ອງການຄວາມເຫັນດີເຫັນພ້ອມ ຈາກບັນດາຝ່າຍທີ່ກ່ຽວຂ້ອງ.

ການ​ຟື້ນ​ຟູ​ຂໍ້​ຕົກ​ລົງ​ນິວ​ເຄຼຍ ອີ​ຣານ: ຍັງ​ຈະ​ຕ້ອງ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກຫຼາຍ​ຢ່າງ - ảnh 2

 ທ່ານ Ned Price ໂຄສົກກະຊວງການຕ່າງປະເທດ ອາເມລິກາ (ພາບ: AFP/TTXVN)

ບັນດາຝ່າຍຍັງຈະປະສົບກັບຫຍຸ້ງຍາກ ແລະ ຕ້ອງມີຄວາມານະພະຍາຍາມຫຼາຍຢ່າງ

   ຕາມທ່ານ Saeed Khatibzadeh, ໂຄສົກກະຊວງການຕ່າງປະເທດ ອີຣານ ແລ້ວ, ຍັງມີ 3 ບັນຫາຄົງຕົວໃນການເຈລະຈາ, ນັ້ນແມ່ນ: ລະດັບການຖອນບັນດາຄຳສັ່ງລົງໂທດ ອີຣານ; ການຮັບປະກັນວ່າ ອາເມລິກາ ຈະບໍ່ຖອນອອກຈາກຂໍ້ຕົກລົງອີກເທື່ອໜຶ່ງ ແລະ ບັນຫາການປະຕິບັດຄຳໝັ້ນສັນຍານິວເຄຼຍຂອງ ອີຣານ.

  ນັກໄຈ້ແຍກຫຼາຍທ່ານໄດ້ໃຫ້ຂໍ້ສັງເກດລວມວ່າ, ນີ້ລ້ວນແຕ່ແມ່ນບັນດາບັນຫາຫຼັກໆ ຂອງຂໍ້ຕົກລົງສຸດທ້າຍ ແລະ ກໍ່ແມ່ນສິ່ງກີດຂວາງໃຫ່ຍທີ່ສຸດ ທີ່ເຮັດໃຫ້ຝ່າຍຕ່າງໆ ບໍ່ສາມາດບັນລຸໄດ້ຄວາມເຫັນດີເຫັນພ້ອມໂດຍສົມບູນ ເຖິງວ່າ ຮອບເຈລະຈາທີ 9 ຖືກຈັດຂຶ້ນນັບແຕ່ເດືອນເມສາປີ 2021 ແລ້ວກໍ່ຕາມ. ໃນນັ້ນ, ໜ້າວິຕົກກັງວົນແມ່ນ ບັນດາຝ່າຍຍັງບໍ່ທັນສ້າງຄວາມໄວ້ເນື້ອເຊື່ອໃຈໄດ້ ແລະ ສິ່ງດັ່ງກ່າວ ເກືອບຄືວ່າໄດ້ເຮັດໃຫ້ຝ່າຍຕາເວັນຕົກຂາດຄວາມອົດທົນ.

   ໃນຖະແຫຼງການເມື່ອວັນທີ 1 ມີນາ, ທ່ານ Ned Price ໂຄສົກກະຊວງການຕ່າງປະເທດ ອາເມລິກາ ຢືນຢັນວ່າ: ວໍຊິງຕັນ ແລະ ບັນດາສຳພັນທະມິດ ໄດ້ກະກຽມແຜນການ B ໃນກໍລະນີການເຈລະຈາບໍ່ປະສົບຜົນສຳເລັດ. ນີ້ຖືກຖືວ່າແມ່ນສານກ່າວເຕືອນວ່າ ຄວາມອົດທົນຂອງຝ່າຍຕາເວັນຕົກ ຂີດຈຳກັດ ແລະ ວໍຊິງຕັນ ບໍ່ມີເຈດຕະນາຈະໄປຕາມບັນດາຮອບເຈລະຈາທີ່ບໍ່ບັນລຸປະສິດທິຜົນໂດຍບໍ່ກຳນົດເວລາ. ໃນຂະນະນັ້ນ, ໂຄສົກກະຊວງການຕ່າງປະເທດ ຝະລັ່ງ ທ່ານໜຶ່ງ ຍັງຖືວ່າ: ບັນດາຝ່າຍເຂົ້າຮ່ວມການເຈລະຈາ ຕ້ອງບັນລຸໄດ້ຂໍ້ຕົກລົງ “ໃນຮອບເວລາ 1 ອາທິດ”. ສ່ວນທ່ານ Saeed Khatibzadeh ໂຄສົກກະຊວງການຕ່າງປະເທດ ອີຣານ ກໍ່ໄດ້ຊີ້ແຈ້ງວ່າ ຈະບໍ່ຮັບຮູ້ບໍ່ວ່າການກຳນົດເວລາໃດ ໂດຍຝ່າຍຕາເວັນຕົກວາງອອກ ຕໍ່ການຟື້ນຟູຂໍ້ຕົກລົງ ອີຣານ.

   ອາດເຫັນໄດ້ວ່າ, ເຖິງວ່າ ການເຈລະຈາບັນລຸໄດ້ຄວາມຄືບໜ້າໃດໜຶ່ງກໍ່ຕາມ, ແຕ່ຄວາມແຕກໂຕນກ່ຽວກັບທັດສະນະພື້ນຖານ ລະຫວ່າງບັນດາຝ່າຍ ກໍຍັງມີຢູ່. ເມື່ອຂຽນລົງໃນ Twitter ເມື່ອວັນທີ 3 ມີນາ, ຜູ້ປະສານງານຂອງ ອີຢູ ທ່ານ Enrique Mora ຖືວ່າ ການເຈລະຈາເພື່ອຟື້ນຟູຂໍ້ຕົກລົງນິວເຄຼຍ ອີຣານ (JCPOA)  ແມ່ນພວມຢູ່ໃນໄລຍະສຸດທ້າຍ ແຕ່ “ແນ່ນອນວ່າບໍ່ທັນແມ່ນໄລຍະສຸດທ້າຍເທື່ອ”. ນີ້ແມ່ນວິວັດການເຈລະຈາທີ່ສັບສົນ ແລະ ບໍ່ມີສິ່ງໃດມາຮັບປະກັນຜົນສຳເລັດຂອງມັນໄດ້. ສະນັ້ນ, ບັນດາຝ່າຍຍັງຕ້ອງສືບຕໍ່ມີຄວາມອົດທົນຕື່ມອີກເພື່ອບັນລຸໄດ້ສຽງເວົ້າລວມ./.

ຕອບກັບ

ຂ່າວ/ບົດ​ອື່ນ