ການຢ້ຽມຢາມ ຫວຽດນາມ ຂອງທ່ານປະທານາທິບໍດີ Joe Biden ນຳມາເຊິ່ງຜົນປະໂຫຍດໃຫ້ແກ່ສອງປະເທດ ແລະ ພາກພື້ນ

(VOVWORLD) -

ການຢ້ຽມຢາມ ຫວຽດນາມ ຂອງທ່ານ Joe Biden, ປະທານາທິບໍດີ ອາເມລິກາ ຈະແມ່ນຂີດໝາຍໃໝ່ ເຮັດໃຫ້ການພົວພັນລະຫວ່າງ ຫວຽດນາມ - ອາເມລິກາ ເລິກເຊິ່ງຂຶ້ນຕື່ມ, ນຳມາເຊິ່ງຜົນປະໂຫຍດໃຫ້ແກ່ປະຊາຊົນສອງປະເທດ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການຮັກສາສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາໃນພາກພື້ນ.

ການຢ້ຽມຢາມ ຫວຽດນາມ ຂອງທ່ານປະທານາທິບໍດີ Joe Biden ນຳມາເຊິ່ງຜົນປະໂຫຍດໃຫ້ແກ່ສອງປະເທດ ແລະ ພາກພື້ນ - ảnh 1  ທ່ານປະທານາທິບໍດີ ອາເມລິກາ Joe Biden

        ທ່ານປະທານາທິບໍດີ ອາເມລິກາ Joe Biden ຈະຢ້ຽມຢາມທາງລັດຖະກິດ ຫວຽດນາມ ແຕ່ວັນທີ 10 – 11 ກັນຍາ ຕາມຄຳເຊີນຂອງທ່ານ ຫງວຽນຝູຈ້ອງ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ກອມມູນິດ ຫວຽດນາມ. ນີ້ແມ່ນການຢ້ຽມຢາມເພື່ອຫັນຄຳເຊື້ອເຊີນລະຫວ່າງການນຳຂັ້ນສູງສອງປະເທດພາຍຫຼັງການໂອ້ລົມທາງໂທລະສັບ ໃນວັນທີ 29 ມີນາ 2023, ເນື່ອງໃນໂອກາດສະເຫຼີມສະຫຼອງ 10 ປີແຫ່ງວັນສ້າງຕັ້ງການພົວພັນຄູ່ຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ ແລະ ອາເມລິກາ (2013 – 2023) ໃຫ້ປະກົດຜົນເປັນຈິງ.

ກຳລັງໜູນຢ່າງແຮງຈາກການພົວພັນດ້ານເສດຖະກິດ - ການຄ້າ

        ພາຍຫຼັງ 10 ປີນັບແຕ່ເວລາສ້າງຕັ້ງການພົວພັນຄູ່ຮ່ວມມືຮອບດ້ານ, ການພົວພັນລະຫວ່າງ ຫວຽດນາມ ແລະ ອາເມລິກາ ໄດ້ພັດທະນາກະໂດດຂັ້ນ, ແທດຈິງ ແລະ ຍາວນານໃນທຸກຂົງເຂດ, ຈາກດ້ານການເມືອງ, ການທູດ, ເສດຖະກິດ - ການຄ້າ ຕະຫຼອດຮອດການສຶກສາ, ວິທະຍາສາດ - ເຕັກໂນໂລຊີ, ສາທາລະນະສຸກ, ການປ້ອງກັນຊາດ - ປ້ອງກັນຄວາມສະຫງົບ, ວັດທະນະທຳ.

        ການພົວພັນດ້ານເສດຖະກິດ - ການຄ້າ ແມ່ນໜຶ່ງໃນບັນດາກຳລັງໜູນຊຸກຍູ້ຢ່າງເຂັ້ມແຂງທີ່ສຸດ. ໃນ 10 ປີຜ່ານມາ, ວົງເງິນການຄ້າສອງສົ້ນລະຫວ່າງ ຫວຽດນາມ ແລະ ອາເມລິກາ ໄດ້ເພີ່ມຂຶ້ນ 5,5 ເທົ່າ, ຈາກ 25 ຕື້ໂດລາສະຫະລັດ ໃນປີ 2012 ຂຶ້ນເປັນ 139 ຕື້ໂດລາສະຫະລັດໃນປີ 2022. ຖ້າປຽບທຽບກັບຈຸດເວລາສອງປະເທດຫັນການພົວພັນເປັນປົກກະຕິໃນປີ 1995, ການແລກປ່ຽນການຄ້າສອງຝ່າຍໄດ້ເພີ່ມຂຶ້ນກ່ວາ 240 ເທົ່າ. ປະຈຸບັນ, ອາເມລິກາ ແມ່ນຄູ່ຮ່ວມມືການຄ້າໃຫຍ່ທີສອງຂອງ ຫວຽດນາມ, ສ່ວນ ຫວຽດນາມ ແມ່ນຄູ່ຮ່ວມມືການຄ້າໃຫຍ່ທີ 7 ຂອງ ອາເມລິກາ ໃນທົ່ວໂລກ. ໃນຫຼາຍປີຜ່ານມາ, ອາເມລິກາ ຍາມໃດກໍ່ແມ່ນໜຶ່ງໃນບັນດານັກລົງທຶນຕ່າງປະເທດໃຫຍ່ສຸດຂອງ ຫວຽດນາມ, ດ້ວຍຈຳນວນກ່ວາ 1.150 ໂຄງການພວມເຄື່ອນໄຫວ.

ການຢ້ຽມຢາມ ຫວຽດນາມ ຂອງທ່ານປະທານາທິບໍດີ Joe Biden ນຳມາເຊິ່ງຜົນປະໂຫຍດໃຫ້ແກ່ສອງປະເທດ ແລະ ພາກພື້ນ - ảnh 2ນັກສຶກສາ ຫວຽດນາມ ຊອກຫາຂໍ້ມູນທີ່ສະຖານກົງສູນໃຫຍ່ ອາເມລິກາ ປະຈຳ ນະຄອນ ໂຮ່ຈີມິນ

        ການຮ່ວມມືໃນບັນດາຂົງເຂດອື່ນກໍ່ຢັ້ງຢືນບັນດາບາດກ້າວໃຫຍ່. ກ່ຽວກັບດ້ານການສຶກສາ ແລະ ບຳລຸງສ້າງ, ຫວຽດນາມ ແມ່ນປະເທດນຳໜ້າພາກພື້ນ ອາຊີຕາເວັນອອກສ່ຽງໃຕ້ ໃນການສົ່ງນັກສຶກສາ ໄປຮຽນຢູ່ ອາເມລິກາ, ດ້ວຍຈຳນວນເກືອບ 30.000 ຄົນ ທີ່ພວມຮ່ຳຮຽນຢູ່ບັນດາມະຫາວິທະຍາໄລຂອງ ອາເມລິກາ. ນີ້ແມ່ນພື້ນຖານເພື່ອພັດທະນາບັນດາການພົບປະແລກປ່ຽນມະນຸດ, ສ້າງນ້ຳໃຈມິດຕະພາບລະຫວ່າງປະຊາຊົນ. ການຮ່ວມມືດ້ານສາທາລະນະສຸກກໍ່ມີຫຼາຍຈຸດທີ່ຕັ້ງໜ້າ, ພິເສດ, ແມ່ນໃນໄລຍະສອງປະເທດຕ້ານໂລກລະບາດໂຄວິດ - 19. ນອກຈາກນັ້ນ, ຈຸດເດັ່ນທີ່ເປັນໜ້າສົນໃຈອື່ນອີກນັ້ນແມ່ນ, ໃນການພົວພັນ ຫວຽດນາມ - ອາເມລິກາ ໃນຫຼາຍປີຜ່ານມາ, ແມ່ນການຮ່ວມມືກ່ຽວກັບບັນຫາມະນຸດສະທຳ, ເພື່ອແນໃສ່ແກ້ໄຂບັນດາຜົນຮ້າຍຢ້ອນຫຼັງຈາກສົງຄາມ, ຊຸກຍູ້ການໄກ່ເກ່ຍປອງດອງຢ່າງແທດຈິງ ແລະ ຈິງໃຈ.

ຄວາມເຄົາລົບ - ພື້ນຖານນຳການພົວພັນດ້ານການຄ້າກ້າວເຂົ້າສູ່ລວງເລິກ

        ພື້ນຖານຂອງທຸກບາດກ້າວພັດທະນາກະໂດດຂັ້ນທີ່ໄດ້ກ່າວມາຂ້າງເທິງ ແມ່ນການພົວພັນດ້ານການເມືອງ ຫວຽດນາມ - ອາເມລິກາ ທີ່ພວມນັບມື້ນັບໄດ້ຮັບການປັບປຸງ, ພັດທະນາ ແລະ ກ້າວເຂົ້າສູ່ລວງເລິກ. ໃນຫຼາຍປີຜ່ານມາ, ການນຳຂັ້ນສູງສອງປະເທດຍາມໃດກໍ່ຮັກສາການຢ້ຽມຢາມສອງຝ່າຍເປັນປະຈຳ. ພາຍຫຼັງທີ່ຫັນການພົວພັນເປັນປົກກະຕິໃນປີ 1995 ນັ້ນ, ປະທານາທິບໍດີ ອາເມລິກາ ລຸ້ນຕ່າງໆ ລ້ວນແຕ່ໄດ້ມາຢ້ຽມຢາມ ຫວຽດນາມ. ຊຶ່ງໄດ້ສ້າງກຳລັງໜູນໃຫ້ແກ່ການພົວພັນສອງຝ່າຍ, ຊ່ວຍໃຫ້ສອງຝ່າຍສ້າງໄດ້ຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ ແລະ ມີຄວາມຮັບຮູ້ລວມກ່ຽວກັບການເຄົາລົບບັນດາຫຼັກການພື້ນຖານຂອງກົດບັດ ສປຊ ກ່ຽວກັບເອກະລາດອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນ, ຄວາມເສລີໃນການເລືອກເຟັ້ນບັນດາລະບອບການເມືອງ ແລະ ເສັ້ນທາງແຫ່ງການພັດທະນາ.

        ຄວາມຮັບຮູ້ດັ່ງກ່າວ ໄດ້ສະແດງອອກຢ່າງຈະແຈ້ງທີ່ສຸດໃນຖະແຫຼງການກ່ຽວກັບວິໄສທັດລວມໃນການພົວພັນ ຫວຽດນາມ - ອາເມລິກາ ໃນເດືອນ ກໍລະກົດ 2015, ເນື່ອງໃນໂອກາດທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຝູຈ້ອງ ໄປຢ້ຽມຢາມ ອາເມລິກາ ຄັ້ງທຳອິດ. ຫວ່າງແລ້ວນີ້, ໃນການໂອ້ລົມທາງໂທລະສັບເມື່ອເດືອນມີນາ 2023 ກັບທ່ານເລຂາທິການໃຫຍ່ ຫວຽດນາມ ຫງວຽນຝູຈ້ອງ, ທ່ານປະທານາທິບໍດີ ອາເມລິກາ Joe Biden ໄດ້ຢັ້ງຢືນຄືນໃໝ່ວ່າ: ຫວຽດນາມ ແມ່ນຄູ່ຮ່ວມມືສຳຄັນຂອງ ອາເມລິກາ; ອາເມລິກາ ສະໜັບສະໜູນ ຫວຽດນາມ “ເອກະລາດ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ແລະ ວັດທະນາຖາວອນ”; ອາເມລິກາ ເຄົາລົບເອກະລາດ, ອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນ ແລະ ລະບອບການເມືອງຂອງ ຫວຽດນາມ; ເຫັນດີເປັນເອກະພາບວ່າ: ຄວາມເຄົາລົບ ແມ່ນພື້ນຖານສຳຄັນໃນການພົວພັນສອງປະເທດ.

        ບົນຈິດໃຈນັ້ນ, ການຢ້ຽມຢາມ ຫວຽດນາມ ຂອງທ່ານປະທານາທິບໍດີ Joe Biden ຄັ້ງນີ້ຈະສືບຕໍ່ແມ່ນກາລະໂອກາດເພື່ອໃຫ້ ຫວຽດນາມ ແລະ ອາເມລິກາ ເຮັດໃຫ້ການພົວພັນທີ່ພວມພັດທະນາດີງາມມີຄວາມເລິກເຊິ່ງກ່ວາອີກ, ສອດຄ່ອງກັບຄວາມມຸ່ງມາດປາດຖະໜາຂອງປະຊາຊົນສອງປະເທດ. ຜົນສຳເລັດຂອງການພົວພັນລະຫວ່າງ ຫວຽດນາມ - ອາເມລິກາ ແມ່ນຕົວຢ່າງວິທີ ໃຫ້ແກ່ບັນດາປະເທດທີ່ເຄີຍຜ່ານຜ່າຄວາມບໍ່ລົງລອຍກັນຢ່າງແໜ້ນແຟ້ນໃນອະດີດຕະການ ພ້ອມກັນສູ້ຊົນໃຫ້ແກ່ອະນາຄົດທີ່ດີງາມກ່ວາ. ການພັດທະນາທີ່ຕັ້ງໜ້າຂອງການພົວພັນ ຫວຽດນາມ - ອາເມລິກາ ກໍ່ແມ່ນປັດໄຈສຳຄັນ, ປະກອບສ່ວນໃຫ້ແກ່ຄວາມສະຖຽນລະພາບ ແລະ ການພັດທະນາຂອງພາກພື້ນ ແລະ ໂລກ. ຫວຽດນາມ ແລະ ອາເມລິກາ ລ້ວນແຕ່ແບ່ງປັນວິໄສທັດກ່ຽວກັບພາກພື້ນ ມະຫາສະໝຸດອິນເດຍ - ປາຊີຟິກ ເປີດກ້ວາງ, ການຮ່ວມມື, ບົນຫຼັກການເຄົາລົບອະທິປະໄຕຂອງແຕ່ລະປະເທດ ແລະ ກົດໝາຍສາກົນ, ສິ່ງທີ່ມີຄວາມໝາຍສຳຄັນພິເສດໃນສະພາບການສະມາຄົມປະຊາຊາດອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) ພວມສ້າງຂົ້ວໜຶ່ງທີ່ພັດທະນາຢ່າງສົມດຸນ, ເອກະລາດ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງຂອງໂລກ./.

ຕອບກັບ

ຂ່າວ/ບົດ​ອື່ນ