ການຢ້ຽມຢາມຄັ້ງປະຫວັດສາດໃນການພົວພັນລະຫວ່າງຫວຽດນາມ ແລະ ອາເມລິກາ


(vovworld)- ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ ຫງວຽນ​ຟູ​ຈ້ອງ ຫາ​ກໍ​ສິ້ນ​ສຸດ​ການ​ຢ້ຽມ​ຢາມ​ສະ​ຫະ​ລັດ​ອາ​ເມ​ລິ​ກາ ຢ່າງ​ເປັນ​ທາງ​ການ ຕາມ​ຄຳ​ເຊີນ​ຂອງ​ອຳ​ນາດ​ການ​ປົກ​ຄອງ​ປະ​ທາ​ນາ​ທິ​ບໍ​ດີ Barack Obama. ດ້ວຍ​ທິດ​ນຳ “ປີດອະ​ດີດ​ຕະ​ການ, ຜ່ານ​ຜ່າ​ຄວາມ​ແຕກ​ຕ່າງ, ເສີມ​ຂະ​ຫຍາຍ​ຈຸດ​ທີ່​ຄ້າຍ​ຄື​ກັນ, ມຸ່ງ​ໄປ​ສູ່​ອະ​ນາ​ຄົດ.. ເພື່ອ​ເພີ່ມ​ທະ​ວີ​ຄວາມ​ເຂົ້າ​ອົກ​ເຂົ້າ​ໃຈ ແລະ ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ເຊິ່ງ​ກັນ ແລະ​ກັນ, ການ​ຢ້ຽມ​ຢາມ ອາ​ເມ​ລິ​ກາ ​ຢ່າງ​ເປັນ​ທາງ​ການຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟູ​ຈ້ອງ ແມ່ນ​ການ​ຢ້ຽມ​ຢາມ​ຄັ້ງ​ປະ​ຫວັດ​ສາດ ນຳ​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ​ພັດ​ທະ​ນາ​ນັບ​ມື້​ນັບ​ຮອບ​ດ້ານ ແລະ ແທດ​ຈິງ. ບົດ​ຂຽນ​ຂອງ​ນັກ​ຂ່າວ ຫວູ​ຢີ ​ລວບ​ລວມ​ການ​ຢ້ຽມ​ຢາມອາ​ເມ​ລິ​ກາ ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟູ​ຈ້ອງ.

ການຢ້ຽມຢາມຄັ້ງປະຫວັດສາດໃນການພົວພັນລະຫວ່າງຫວຽດນາມ ແລະ ອາເມລິກາ - ảnh 1
ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟູ​ຈ້ອງ ​ພົບ​ປະ​ກັບ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ສ​ປ​ຊ Ban Ki Moon
ພາບ:AFP

       ນັບ​ແຕ່​ເມື່ອ​ໄດ້​ຮັບ​ຂ່າວ​ວ່າ ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟູ​ຈ້ອງ ຈະ​ໄປ​ຢ້ຽມ​ຢາມ​ອາ​ເມ​ລິ​ກາ ຢ່າງ​ເປັນ​ທາງ​ການ, ຫາງ​ສຽງ​ຢູ່​ພາຍ​ໃນ​ປະ​ເທດ ແລະ ສາ​ກົນ ໄດ້​ສະ​ຫງວນ​ຄວາມ​ສົນ​ໃຈ​ພ​ິ​ເສດ ເພາະ​ວ່າ ນີ້​ເປັນ​ຄັ້ງ​ທຳ​ອິດ​ໃນ​ປະ​ຫວັດ​ສາດ, ເລ​ຂາ​ທິ​ການ​ໃຫຍ່​ພັກ​ກອມ​ມູ​ນິດ​ຫວຽດ​ນາມ ໄປ​ຢ້ຽມ​ຢາມ ອາ​ເມ​ລິ​ກາ ແລະ ກົງ​ກັບ​ໂອ​ກາດ​ສະ​ເຫລີມ​ສະ​ຫລອງ 20 ປີ​ແຫ່ງ​ການ​ສ້າງ​ການ​ພົວ​ພັນ​ລະ​ຫວ່າງ​ສອ​ງ​ປະ​ເທດ ເປັນ​ປົກ​ກະ​ຕິ. ຮູບ​ພາບ​ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ B. Obama ຈັບ​ມື​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟູ​ຈ້ອງ ຢູ່ ຫ້ອງ​ຮັບ​ແຂກ​ຂອງ​ທຳ​ນຽບ​ຂາວ ໄດ້​ຮັບ​ການ​ລົງ​ພິມ​ໃນ​ຫນ້າ​ທຳ​ອິ​ດ​ຂອງ​ບັນ​ດາ​ຫນັງ​ສື​ພິມ​ສຳ​ຄັນ​ຂອງ​ໂລກ ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ ນີ້​ກາຍ​ເປັນ​ເຫດ​ການ​ສື່​ສານ​ສາ​ກົນ.

       ການ​ເຈ​ລະ​ຈາ​ເພື່ອ​ອະ​ນາ​ຄົດ

       ການ​ເຈ​ລະ​ຈາ​ລະ​ຫວ່າງ ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟູ​ຈ້ອງ ແລະ ປະ​ທາ​ນາ​ທິບ​ໍ​ດີ ອາ​ເມ​ລິ​ກາ B.Obama ຢູ່ ທຳ​ນຽບ​ຂາວຕາມ​ແຜນ​ການ​ແມ່ນດຳ​ເນີນ​ໃນ​ເວ​ລາ 45-60 ນາ​ທີ ແຕ່​ຄວາມ​ຈິງ​ໄດ້​ແກ່​ຍາວ​ເຖິງ 95 ນາ​ທີ ແລະ ຄະ​ນະ​ຜູ້​ແທນ​ອາ​ເມ​ລິ​ກາ ເຂົ້າ​ຮ່ວມ​ການ​ເຈ​ລ​ະ​ຈາ ລ້ວນ​ແຕ່​ແມ່ນ​ເຈົ້າ​ຫນ​້າ​ທີ່ຂັ້ນ​ສູງ ສິ່ງ​ພິ​ເສດ​ແມ່ນ​ກ່ອນນີ້​ບໍ່​ເຄີຍ​ມີ​. ການ​ນຳ​ສອງ​ທ່ານ ໄດ້​ແລກ​ປ່ຽນກ​່ຽວ​ກັບ​ການ​ພົວ​ພັນ​ສອງ​ຝ່າຍ, ນັບ​ທັງ​ບັນ​ດາ​ບັນ​ຫາ​ຍັງ​ມີ​ຄວາມແຕກ​ຕ່າງ​ຢ່າງ​ເປີດ​ເຜີຍ, ຈິງ​ໃຈ ແລະ ແທດ​ຈິງ. ຖະ​ແຫລງ​ກັບ​ວົງ​ການ​ສື່​ສານ​ພາຍ​ຫລັງ​ການ​ເຈ​ລະ​ຈາ, ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ B.Obama ໄດ້​ເວົ້າ​ວ່າ: “ນີ້​ແມ່ນ​ກາ​ລະ​ໂອ​ກາດ​ດີ​ເລີດ ເພື່ອ​ໃຫ້​ຫວຽດ​ນາມ ແລະ ອາ​ເມ​ລິ​ກາ ເຈ​ລະ​ຈາ​   ກ​່ຽວ​ກັບ​ວິ​ໄສ​ທັດ​ ໃນ​ສາຍ​ພົວ​ພັນ​ຮ່ວມ​ມື​ຮອບ​ດ້ານຢ່າງ​ຍາວ​ໄກ​ກວ່າ​. ສ່ວນ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟູ​ຈ້ອງ ໄດ້​ຢືນ​ຢັນ:

        “ອະ​ດີດ​ຕະ​ການບໍ່​ມີ​ໃຜ​ສາ​ມາດ​ປ່ຽນ​ແປງ​ໄດ້ ແຕ່​ອະ​ນາ​ຄົດ​ແມ່ນ​ຂຶ້ນ​ກັບ​ຄວາມ​ຮ​ັບ​ຜິດ​ຊອບ​ຂອງ​ພວກ​ເຮົາ. ບົນ​ພື້ນ​ຖານ​ຫວນ​ຄືນ​ຢ່າງ​ຮອບ​ດ້ານ​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ​ໃນ​ໄລ​ຍະ​ຜ່ານ​ມາ, ເປັນ​ຕົ້ນ​ໃນ 20 ປີມໍ່ໆ​ມານີ້, ພວກ​ຂ້າ​ພະ​ເຈົ້າ​ໄດ້​ແລກ​ປ່ຽນ​ຢ່າງ​ເລິກ​ເຊິ່ງ, ກວ້າງ​ຂວາງ ແລະ ຮອບ​ດ້ານ​ກ່ຽວ​ກັບ​ທິດ​ທາງ​ຈະ​ມາ​ເຖິງ​ຂອງ​ສອງ​ປະ​ເທດ ຕ້ອງ​ສືບ​ຕໍ່​​ພັດ​ທະ​ນາການ​ພົວ​ພັນ​​ລະ​ຫວ່າງ​ສອງ​​ຝ່າຍ​ໃຫ້​ດີ​ງາມກວ່າ, ມຸ້ງ​ໄປ​ເຖິງ​ການ​ພົວ​ພັນ​ທີ່​ມີ​ຄຸນ​ນະ​ພາບກວ່າ, ​​ເຮັດ​ໃຫ້ການ​ພົວ​ພັນຮອບ​ດ້ານ​ເລິກ​ເຊິ່ງກວ່າ.”

ເລື່ອງ​ບັນ​ລຸ​ໄດ້ຖະ​ແຫຼງ​ການ​ກ່ຽວ​ກັບ​ວິ​ໄສ​ທັດ​ຮ່ວມ ຫວຽດ​ນາມ - ອາ​ເມ​ລິ​ກາ ​ແມ່ນ​ພະ​ຍານຫຼັກ​ຖານ​ສະ​ແດງ​ໃຫ້​ເຫັນ​ຄວາມ​ຕັດ​ສິນ​ໃຈ​ຂອງ​ການ​ນຳ 2 ປະ​ເທດ​​​ໃນການ​ກຳ​ນົດ​ທິດທາງ​ພົວ​ພັນ​ໃນ 20 ປີ​​ຈະ​ມາ​ເຖິງ​ໃນ​ທຸກໆ​ຂົງ​ເຂດ. ເອ​ກະ​ສານ 15 ສະ​ບັບ​ໄດ້​ຮັບ​ການ​ລົງ​ນາມ​ໃນ​ການ​ຢ້ຽມ​ຢາມ​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟູ໋​ຈ້ອງ, ໃນ​ນັ້ນ​ມີ​ສັນ​ຍາ​ກ່ຽວ​ກັບ​ການ​ເກັບ​ພາ​ສີ​ຊ້ອນ, ເປັນເອ​ກະ​ພາບ​ກ່ຽວ​ກັບ​ກາ​ນ​ຊຸກ​ຍູ້​ວິ​ວັດ​ການ​ເຈ​ລະ​ຈາ​ເພື່ອ​​ສາ​ມາດ​, ເຊັນ​ສັນ​ຍາ​ຄູ່​ຮ່ວມ​ມື​ຂ້າມ ປາ​ຊີ​ຟິກ (TPP) ​​ໂດຍ​ໄວ, ແກ້​ໄຂ​ຮົ້ວ​ກີດ​ຂວາງ​ດ້ານ​ການ​ຄ້າ. ທ່ານ​ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ອຸດ​ສາ​ຫ​ະ​ກຳ - ການ​ຄ້າ ຫວູ​ຮູຍ​ຮ່​ວາງ ໃຫ້​ຮູ້​ວ່າ:

        “ໃນ​ຖະ​ແຫຼງ​ການ​ວິ​ໄສ​ທັດ​ຮ່ວມ ຫວຽດ​ນາມ - ອາ​ເມ​ລິ​ກາ, 2 ຝ່າຍ​ຢັ້ງ​ຢືນ​ສົມ​ທົບ​​ກັນ​ກັບ​ຝ່າຍ​ຕ່າງໆ​ທີ່​ກ່ຽວ​ຂ້ອງຢ່າງ​ແໜ້ນ​ແຟ້ນ​ເພື່ອ​ສິ້ນ​ສຸດ​ສັນ​ຍາ TPP ​ໂດຍ​ໄວ ແລະ ປະ​ຕິ​ບັດ​ບັນ​ດາ​ການ​ປະ​ຕິ​ຮູບ​ເພື່ອ​ຕອບ​ສະ​ໜອງ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ສູງ ແລະ ​ລັ​ກ​ສະ​ນະ​ຮອບ​ດ້ານ​ຂອງ TPP. ແນ່ນອນ​ວ່າ ພາຍຫຼັງ​ກາ​ນ​ຢ້ຽມ​ຢາມ​ຄັ້ງ​ປະ​ຫວັດ​ສາດນີ້, ການ​ພົວ​ພັນ​ດ້ານ​ເສດ​ຖະ​ກິດ, ການ​ຄ້າ, ການ​ລົງ​ທຶນ​ລະ​ຫວ່າງ 2 ປະ​ເທດ​ຈະ​ມີ​ບາດ​ກ້າວ​ພັດ​ທະ​ນາ​ໃໝ່”

        ເພີ່ມ​ທະ​ວີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ດ້ານ​ການ​ເມືອງ, ຜ່ານ​ຜ່າ​ບັນ​ດາ​ຄວາມ​ແຕກ​ຕ່າງ​ກັນ

        20 ປີ​ແມ່ນ​ໄລ​ຍະ​ເວ​ລ​າບໍ່​ຍາວໃນ​ປະ​ຫ​ວັດ​ສາດ​ແຫ່ງການ​ພົວ​ພັນ​ລະ​ຫວ່າງປະ​ເທດ​ຕ່າງໆ. ແຕ່​ໃນ​ໄລ​ຍະ 20 ປີ​ນັ້ນ, ​ໂດຍ​ຜ່ານ​ຜ່າ​ບັນ​ດາ​ຄວາມ​ແຕກ​ຕ່າງ​ກັນ ແລະ ອະ​ດີດ​ຕະ​ການ, 2 ປະ​ເທດ ຫວຽດ​ນາມ ແລະ ອາ​ເມ​ລິ​ກາ ໄດ້​ສ້າງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ດ້ານ​ການ​ເມືອງ​ເທື່ອ​ລະ​ກ້​າວ. ຈາກນັ້ນ, ຊຸກ​ຍູ້​ການ​ພົວ​ພັນ​ອື່ນ​ພັດ​ທະ​ນາ, ໃນ​ນັ້ນ​ມ​ີ​ຂົງ​ເຂດ​ປ​້ອງ​ກັນຊາດ - ປ້ອງ​ກັນ​ຄວາມ​ສະ​ຫງົບ. ພົນ​ໂທ ຫງວຽນ​ຈີ໋ວີ້ງ, ລັດ​ຖະ​ມົນ​ຕີ​ຊ່ວຍ​ວ່າ​ການ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ເວົ້າ​ເຖິງ​ການ​ຢ້ຽມ​ຢາມ ອາ​ເມ​ລິ​ກາ ຄັ້ງ​ນີ້​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟູ໋​ຈ້ອງ ວ່າ:

        “ໃນ​ຖະ​ແຫຼງ​ການ​ຮ່ວມ​ຂອງ 2 ປະ​ເທດ, ກໍ​ຄື​ເນື້ອ​ໃນ​ການ​ເຈ​ລະ​ຈາ​ລະ​ຫວ່າງ​ປະ​ມຸກ​ລັດ 2 ທ່ານ ກໍ​ໄດ້​ເຕື້ອງ​ເຖິງ​ການ​ພົວ​ພັນ​ດ້ານ​ປ້ອງ​ກັນ​ຊາດ​ຢ່າງ​ເລິກ​ເຊິ່ງ, ພິ​ເສດ​ແມ່ນຢັ້ງ​ຢືນ​ຄື​ນ​ໃໝ່​ເລື່ອງ​ຈະ​ປະ​ຕິ​ບັດ​ບົດ​ບັນ​ທຶກ​ຊ່ວຍ​ຈຳ​ດ້າ​ນ​ປ້ອງ​ກັນ​ຊາດປີ 2011 ຢ່າງ​ຄົບ​ຖ້ວນ, ກໍ​ຄື​ແມ່ນ​ວິ​ໄສ​ທັດ​ຮ່ວມ​ກ່ຽວ​ກັບ​ການ​ພົວ​ພັນ​ດ້ານ​ປ້ອງ​ກັນ​ຊາດ ເຊິ່ງ​ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ການ​ປ້ອງ​ກັນ​ປະ​ເທດ ຫາກໍ​ລົງ​ນາມ​ເມື່ອ​ເດືອນ 6 ຜ່ານ​ມາ​ຢູ່ ຮ່າ​ໂນ້ຍ. ສິ່ງ​ດັ່ງ​ກ່າວ​ໄດ້​ສະ​ແດງ​ໃຫ້​ເຫັນ​ການ​ພົວ​ພັນ​ດ້ານ​ປ້ອງ​ກັນ​ປະ​ເທດ ມີ​ການ​ປະ​ກອບ​ສ່ວນ​ໃນ​ການ​ເພີ່ມ​ທະ​ວີ​ການ​ພົວ​ພັນ​ລະ​ຫວ່າງ 2 ປະ​ເທດຢ່າງ​ແທດ​ຈິງ, ພິ​ເສດ​ແມ່ນສ້າງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ.”

ການຢ້ຽມຢາມຄັ້ງປະຫວັດສາດໃນການພົວພັນລະຫວ່າງຫວຽດນາມ ແລະ ອາເມລິກາ - ảnh 2
ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟູ​ຈ້ອງ ພົບ​ປະ​ກັບ ການ​ນຳ​ບັນ​ດາ​ສາ​ສະ​ຫນາ ອາ​ເມ​ລິ​ກາ


      ກ່ຽວ​ກັບ​ບັນ​ດາບັນ​ຫາຍັງ​ມີ​ຄວາມ​ແຕກ​ຕ່າງ, ໃນ​ການ​ຢ້ຽມ​ຢາມ​ອາ​ເມ​ລິ​ກາ ຄັ້ງ​ນີ້, ບົນ​ຈິດ​ໃຈ​ກົງ​ໄປ​ກົງ​ມາ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟູ​ຈ້ອງ ໄດ້​ແລກ​ປ່ຽນ​ກັບ​ບັນ​ດາ​ນັກ​ຮຽນ​ຮູ້​ຂອງ​ສູນ​ຄົ້ນ​ຄ້​ວາ​ຍຸດ​ທະ​ສາດ ແລະ ສາ​ກົນ ອາ​ເມ​ລິ​ກາ, ການ​ນຳ​ບັນ​ດາ​ສາ​ສະ​ຫນາ ອາ​ເມ​ລິ​ກາ ກ່ຽວ​ກັບ​ບັນ​ຫາ​ປະ​ຊາ​ທິ​ປະ​ໄຕ, ມະ​ນຸດ​ສະ​ທຳ, ສາ​ສະ​ຫນາ ຢູ່ ຫວຽດ​ນາມ. ຊື່ງ​ແມ່ນ​ສະ​ມາ​ຊິກ​ຂອງ​ຄະ​ນະ​ຜູ້​ແທນ​ສາ​ສະ​ຫນາ ຮ່ວມ​ເດີນ​ທາງ​ກັບ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟູ​ຈ້ອງ, ພະ​ອາ​ຈານ ທິກ​ຈີ​ທ້ຽນ ຕີ​ລາ​ຄາ​ສູງ​ການ​ຈັດ​ຕັ້ງ​ບັນ​ດາ​ການ​ໂອ້​ລົມ​ສົນ​ທະ​ນາ​ຄື​ດັ່ງ​ກ່າວ.

        “ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟູ​ຈ້ອງໄດ້​ຕອບ​ຄຳ​ຖາມ​ຂອງ​ບັນ​ດາ​ນັກ​ຮຽນ​ຮູ້, ການ​ນຳ​ສາ​ສະ​ຫນາ​ອາ​ເມ​ລິ​ກາ ຢ່າງ​ຈິງ​ໃຈ, ຍົກ​ອອກ​ສານ​ກ່ຽວ​ກັບ​ການ​ດຳ​ເນີນ​ຊີ​ວິດ​ທາງ​ສາ​ສະ​ຫນາຢ່າງ​ຈະ​ແຈ້ງ. ການ​ດຳ​ເນີນ​ຊີ​ວິດ​ທາງ​ສາ​ສະ​ຫນາ​ຢູ່ ຫວຽດ​ນາມ ບໍ່​ມີ​ຄວາມ​ຂັດ​ແຍ້ງ, ປະ​ທະ​ກັນ ​ເຊິ່ງໄດ້​ສະ​ແດງ​ໃຫ້​ເຫັນ​ຜ່ານ​ສະ​ມາ​ຊິ​ກ​ຄະ​ນະ​ຜູ້​ແທນ​ສາ​ສະ​ຫນາ​ທີ່​ຮ່ວມ​ເດີນ​ທາງ​ກັບ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ລວມ​ມີ: ສາ​ສະ​ຫນາ​ພຸດ, ຂ່າວ​ປະ​ເສີດ. ຜ່ານນັ້ນ ບັນ​ດາ​ຫລວງ​ພໍ່​ຂອງ​ອາ​ເມ​ລິ​ກາ ມີ​ຄວາມ​ປິ​ຕິ​ຊົມ​ຊື່ນ​ເມື່ອ​ຮູ້​ບັນ​ດາ​ຂ່າວ​ຄາວ​ລະ​ອຽດ.”

       ແງ່​ຫວັງ​ໃຫມ່​ກ່ຽວ​ກັບ​ນ້ຳ​ໃຈ​ມິດ​ຕະ​ພາບ​ອັນ​ດີ​ງາມ, ຍາວ​ນານ

        ໃນ​ການ​ຢ້ຽມ​ຢາມ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟູ​ຈ້ອງ ກ​ໍ​ໄດ້​ມີ​ການ​ພົບ​ປະ​ກັບ​ວົງ​ຄະ​ນາ​ຍາດ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່ ອາ​ເມ​ລິ​ກາ. ຮູບ​ພາບ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟູ​ຈ້ອງ ພ້ອມ​ກັບ​ພໍ່​ແມ່​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່ ອາ​ເມ​ລິ​ກາ ຮ້ອງ​ເພງ ໄດ້​ສ້າງ​ຂີດ​ໝາຍ​ອັນ​ດີ​ງາມ, ສະ​ແດງ​ໃຫ້​ເຫັນ​ຈິດ​ໃຈ​ສາ​ມັກ​ຄີ, ປ່ອງດອງຊາດ, ເປັນ​ເອ​ກະ​ພາບ​ຂອງ​ຊາດ​ຫວຽດ​ນາມ. ທີ່​ນະ​ຄອນ ນິວຢອກ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟູ​ຈ້ອງ ໄດ້​ມີ​ການ​ພົບ​ປະ​ກັບ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ສ​ປ​ຊ Ban Ki Moon ທີ່​ສຳ​ນັກ​ງານ ສ​ປ​ຊ. ທີ່​ການ​ພົບ​ປະ​ຄັ້ງ​ນີ້, ອີກ​ຄັ້ງ​ຫນຶ່ງ ຜູ້​ນຳ​ອົງ​ການ​ ສ​ປ​ຊ ໄດ້​ຢ້ຳ​ຄືນ​ທັດ​ສະ​ນະ​ກ່ຽວ​ກັບ​ບັນ​ຫາທະ​ເລ​ຕາ​ເວັນ​ອອກ, ນັ້ນ​ແມ່ນ​ການ​ສະ​ຫນັບ​ສະ​ຫນູນ​ການ​ແກ້​ໄຂ​ ​ບັນ​ດາ​ຄວາມ​ຂັດ​ແຍ້ງໂດຍ​ສັນ​ຕິ​ໃຫ້​ສອດ​ຄ່ອງ​ກັບ ກົດ​ບັດ ສ​ປ​ຊ ແລະ ກົດ​ໝາຍ​ສາ​ກົນ, ໃນ​ນັ້ນ ມີ​ສົນ​ທິ​ສັນ​ຍາ​ຂອງ ສ​ປ​ຊ ກ່ຽວ​ກັບ​ກົດ​ໝາຍ​ວ່າ​ດ້ວຍ​ທະ​ເລ​ປີ 1982.

        ກ່ອນນີ້​ເກືອບ 70 ປີ, ໃນ​ຈົດ​ໝາຍ​ສົ່ງ​ເຖິງ ປະ​ທາ​ນາ​ທິ​ບໍ​ດີ Truman ເມື່ອ​ວັນ​ທີ 16/2/1946, ທ່ານ​ປະ​ທານ ໂຮ່​ຈິ​ມີນ ໄດ້​ຊີ້​ແຈ້ງ ຈຸດ​ໝາຍ​ຂອງ ຫວຽດ​ນາມ ແມ່ນ “ເອ​ກະ​ລາດ​ຢ່າງ​ສົມ​ບູນ ແລະ ຮ່ວມ​ມື​ຮອບ​ດ້ານ​ກັບ ອາ​ເມ​ລິ​ກາ”. ປະ​ຈຸ​ບັນ, ສອງ​ປະ​ເທດ ໄດ້ ແລະ ພວມ​ປະ​ຕິ​ບັດ​ຄວາມ​ມຸ່ງ​ຫວັງ​ນີ້​ໃຫ້​ປະ​ກົດ​ຜົນ​ເປັນ​ຈິງ. ການ​ຢ້ຽມ​ຢາມ ອາ​ເມ​ລິ​ກາ​ຄັ້ງ​ນີ້ ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟູ​ຈ້ອງ ໄດ້​ສ້າງ​​ພື້ນ​ຖານ​ຢ່າງ​ໝັ້ນ​ຄົງ​ໃຫ້ການ​ພົວ​ພັນ​ລະ​ຫວ່າງ ຫວຽດ​ນາມ ແລະ ອາ​ເມ​ລິ​ກາ ມີ​ບັນ​ດາ​ບາດ​ກ້າວ​ບຸກ​ທະ​ລຸ, ຂຶ້ນ​ສູ່​ລະ​ດັບ​ສູງ​ໃຫມ່​ໃນ​ໄລ​ຍະ​ຈະ​ມາ​ເຖິງ. /.

ຕອບກັບ

ຂ່າວ/ບົດ​ອື່ນ