ການຢ້ຽມຢາມຍົກການພົວພັນສອງຝ່າຍຫວຽດນາມ-ເບລາຣຸດ ຂຶ້ນສູ່ລະດັບສູງໃຫມ່

(vovworld)- ປະ​ທາ​ນາ​ທິ​ບໍ​ດີ ເບ​ລາ​ຣ​ຸດ Aleksandr Grigorievich Lukashenko ພວມ​ຢ້ຽມ​ຢາມ​ທາງ​ລັດ​ຖະ​ກິດ​ເຖິງ​ຫວຽດ​ນາມ ໃນ​ວັນ​ທີ 8-9/12/2015. ການ​ຢ້​ຽມ​ຢາມ​ແມ່ນ​ເຫດ​ການ​ການ​ເມືອງ​ສຳ​ຄັນ​ໃນ​ການ​ພົວ​ພັນ​ລະ​ຫວ່າງ​ຫວຽດ​ນາມ ແລະ ເບ​ລາ​ຣຸດ ເພື່ອ​ຊຸກ​ຍູ້​ການ​ພົວ​ພັນ​ມິດ​ຕ​ະ​ພາບ​ທີ່​ເປັນ​ມູນ​ເຊື້ອ ແລະ ການ​ຮ່ວມ​ມື​ສອງ​ຝ່າຍ​ໃນ​ຫລາຍ​ຂົງ​ເຂດ.
ການຢ້ຽມຢາມຍົກການພົວພັນສອງຝ່າຍຫວຽດນາມ-ເບລາຣຸດ ຂຶ້ນສູ່ລະດັບສູງໃຫມ່ - ảnh 1
ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ຫງວຽນ​ຟູ​ຈ້ອງ​ແລະ​ປະ​ທາ​ນາ​ທິ​ບໍ​ດີ
ເບ​ລາ​ຣ​ຸດ Aleksandr Grigorievich Lukashenko
ພາບ:TTXVN

        ຫວຽດ​ນາມ ແລະ ເບ​ລາ​ຣຸດ ໄດ້​ສ້າງ​ຕັ້ງ​ສາຍ​ພົວ​ພັນ​ທາງ​ການ​ທູດ ເມືື່ອ​ວັນ​ທີ 24/1/1992. ປີ 1998, ເບ​ລາ​ຣຸດ ເປີດ​ສະ​ຖານ​ທູດ ປະ​ຈຳຫວຽດ​ນາມ. ເດືອນ 10/2003, ຫວຽດ​ນາມ ເປີດ​ສະ​ຖານ​ທູດ ປະ​ຈຳ ເບ​ລາ​ຣຸດ ແລະ ສົ່ງ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຜູ້​ທຳ​ອິດ ໄປ​ປະ​ຈຳ​ຢູ່ປະ​ເທດນີ້ ໃນ​ເດືອນ 3/2005.

        ການ​ພົວ​ພັນ​ດ້ານ​ການ​ເມືອງ​ຢ່າງ​ດີ​ງາມ

ໂດຍ​ສືບ​ທອດ​ການ​ພົວ​ພັນ​ມິດ​ຕະ​ພາບ​ທີ່​ເປັນ​ມູນ​ເຊື້ອ ແລະ ການ​ຮ່ວມ​ມື​ຫລາຍ​ດ້ານ ​ເຊິ່ງມ​ີ​ມາ​ແຕ່​ສະ​ໄຫມ​ໂຊວຽດ ເກົ່າ (ສ​ະ​ຫະ​ພັນ​ລັດ​ເຊຍ ປະ​ຈຸ​ບັນ), ການ​ພົວ​ພັນ​ລະ​ຫວ່າງ ຫວຽດ​ນາມ ແລະ ເບ​ລາ​ຣຸດ ພວມ​ພ​ັດ​ທະ​ນາ​ຢ່າງດີ​ງາມ. ສາຍ​ພົວ​ພັນ​ຢ່າງ​ດີ​ງາມນີ້ນັບ​ມື້​ນັບ​ໄດ້​ຮັບ​ການ​ຍົກ​ສູງ​ຂຶ້ນ ດ້ວຍ​ການ​ຢ້ຽມ​ຢາມ ເບ​ລາ​ຣຸ​ດ ໃນ​ໄລ​ຍະ​ມໍ່ໆ​ມານີ້ ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟູ​ຈ້ອງ ເມື​່​ອ​ເດືອນ 11/2014, ການ​ຢ້ຽມ​ຢາມ​ຂອງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢູງ ເມື່ອ​ເດືອນ 5/2013. ປະ​ທາ​ນາ​ທິ​ບໍ​ດີ ເບ​ລາ​ຣຸດ ກໍ​ໄດ້​​ມາ​ຢ້ຽມ​ຢາມ​ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ​ເມື່ອ​ປີ 1997 ແລະ 2008. ປະ​ທານ​ສະ​ພາ​ຕ່ຳ ເບ​ລາ​ຣຸດ ມາ​ຢ້ຽມ​ຢາມ​ຫວຽດ​ນາມ ໃນ​ປີ 2010. ຫວຽດ​ນາມ ແລະ ເບ​ລາ​ຣຸດ ໄດ້​ລົງ​ນາມ​ໃນ​ສັນ​ຍາ​ແມ່​ກ່ຽວ​ກັບ​ການ​ຮ່ວມ​ມື​ເສດ​ຖະ​ກິດ, ການ​ຄ້າ, ການ​ທູດ, ການ​ສຶກ​ສາ, ການ​ບິນ, ກະ​ສິ​ກຳ, ທະ​ນາ​ຄານ, ການ​ຮ່ວມ​ມື​ລະ​ຫວ່າງ​ບັນ​ດາ​ທ້ອງ​ຖິ່ນ. ເບ​ລາ​ຣຸດ ຖື​ການ​ພົວ​ພັນ ແລະ ທີ່​ຕັ້ງ​ບົດ​ບາດ​ຂອງ​ຫວຽດ​ນາມ​ເປັນ​ສຳ​ຄັນ, ຖື​ຫວຽດ​ນາມ ແມ່ນ​ຄູ່​ຮ່ວມ​ມື​ໄວ້​ເນື້ອ​ເຊື່ອ​ໃຈ​ຂອງ ເບ​ລາ​ຣ​ຸດ ໃນ​ເວ​ທີ​ສາ​ກົນ. ສອງ​ປະ​ເທດ ໄດ້​ສົມ​ທົບ​ກັນ​ດຳ​ເນີນ​ງານ​ຢ່າງ​ແຫນ້ນ​ແຟ້ນ ແລະ ສະ​ຫນັບ​ສະ​ຫນູນ​ເຊິ່ງ​ກັນ ແລະ ກັນ ທີ່ ສ​ປ​ຊ ແລະ ບັນ​ດາ​ເວ​ທີ​ປາ​ໄສ​ສາ​ກົນ.

       ກາ​ນ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ ການ​ຄ້າໄດ້​ຮັບ​ການ​ເປີດກວ້າງ​ຢ່າງບໍ່​ຢຸດຢັ້ງ

ປີ 2011, ວົງ​ເງິນ​ການ​ຄ້າ​ສອງ​ສົ້ນ ຫວຽດ​ນາມ - ເບ​ລາ​ຣຸດ ບັນ​ລຸ​ເກືອບ 211 ລ້ານ USD. ປີ 2014, ບັນ​ລຸກວ່າ 107 ລ້ານ USD. ໃນ 8 ເດືອນ​ຕົ້ນ​ປີ 2015, ວົ​ງ​ເງິນ​ການ​ຄ້າ​ສອງ​ສົ້ນ ແມ່ນ 95,8 ລ້ານ USD. ຫວຽດ​ນາມ ສົ່ງ​ອອກ​ສິນ​ຄ້າ​ໄປ​ຍັງ ເບ​ລາ​ຣຸດ ສ່ວນ​ຫລາຍ​ແມ່ນ: ສິນ​ໃນ​ນ້ຳ, ສິນ​ທະ​ເລ, ເຄື່ອງ​ເຟີ​ນີ​ເຈີ, ເຄື່ອງ​ຕ່ຳ​ແຜ່ນ​ຕັ​ດ​ຫຍິບ, ເກີບ​ຫນັງ, ເຂົ້າ​ສານ, ຢາງ​ພາ​ລາ, ໝາກ​ພິກ​ໄທ, ຊາ.​ ສ່ວ​ນ​ບັນ​ດາ​ປະ​ເພດ​ສິນ​ຄ້າ​ຂອງເບ​ລາ​ຣຸດ ສົ່ງ​​ໄປ​ຂາຍ​ຢູ່​ຫວຽດ​ນາມ ແມ່ນ ຟຸ່ນ​ເຄ​ມີ, ກົນ​ຈັກ, ອຸ​ປະ​ກອນ, ເຄື່ອງ​ອາ​ໄຫລ່ລົດ​ໂອ​ໂຕ, ເຄມ​ີ…

         ຫວຽດ​ນາມ ແລະ ພັນ​ທະ​ມິດ​ພາ​ສີ ຊື່ງ​ລວມ​ມີ ລັດ​ເຊຍ, ເບ​ລາ​ຣຸດ ແລະ ກາ​ຊັກ​ສະ​ຖານ ໄດ້​ດຳ​ເນີນ​ການ​ເຈ​ລະ​ຈາ​ສັນ​ຍາ​ການ​ຄ້າ​ເສ​ລີ 8 ຄັ້ງ. ວັນ​ທີ 15/12/2014, ຢູ່ ຫວຽດ​ນາມ ສອ​ງ​ຝ່າຍ​ໄດ້​ຈັດ​ຕັ້ງ​ພິ​ທີ​ຖະ​ແຫລງ​ກ່ຽວ​ກັບ​ການ​ສິ້ນ​ສຸດ​ການ​ເຈ​ລະ​ຈາ​ສັນ​ຍາ​ການ​ຄ້າ​ເສ​ລີ ໂດຍ​ພື້ນ​ຖານ. ເດືອນ 5/2015, ຫວຽດ​ນາມ ແລະ ບັນ​ດາ​ປະ​ເທດ​ສະ​ມາ​ຊິກ ພັນ​ທະ​ມິດ​ເສດ​ຖະ​ກິດ ອາ​ຊີ ເອີ​ລົບ ໄດ້​ລົງ​ນາມ​ໃນ​ສັນ​ຍາ​ການ​ຄ້າ​ເສ​ລີ ຢ່າງ​ເປັນ​ທາງ​ການ.

        ຂົງ​ເຂດ​ການ​ສຶກ​ສາ​ບຳ​ລຸງ​ສ້າງ ກໍ​ແມ່ນ​ຂົງ​ເຂດ​ຮ່ວມ​ມື​ຕົ້ນ​ຕໍ ລະ​ຫວ່າງ ຫວຽດ​ນາມ ແລະ ເບ​ລາ​ຣຸດ. ເບ​ລາ​ຣຸດ ໄດ້​ຊ່ວຍ​ຫວຽດ​ນາມ ບຳ​ລຸງ​ສ້າງ​ພະ​ນັກ​ງານ, ຜູ້​ຊ່ຽວ​ຊານ​ມີ​ລະ​ດັບ​ວິ​ຊາ​ສະ​ເພາະ​ສູງ ຫລາຍ​ຄົນ. ປະ​ຈ​ຸ​ບັນ ມີ​ນັກ​ສຶກ​ສາ​ຫວຽດ​ນາມ ປະ​ມານ 70 ຄົນ​ພວມ​ຮ່ຳ​ຮຽນ ຢູ່ ເບ​ລາ​ຣຸດ.

        ການ​ຮ່ວມ​ມື​ດ້ານ​ວິ​ທະ​ຍາ​ສາດ​ເຕັກ​ໂລ​ໂລ​ຊີ ລະ​ຫວ່າງ​ສອງ​ປະ​ເທດ ໄດ້​ຮັບ​ການ​ຮັກ​ສາ ແລະ​ພັດ​ທະ​ນາ​ໃນ​ຫລາຍ​ປີ​ຜ່ານ​ມາ. ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ວິ​ທະ​ຍາ​ສາດ ແລະ ເຕັກ​ໂນ​ໂລ​ຊີ​ສອ​ງ​ປະ​ເທດ ໄດ້​ຜັນ​ຂະ​ຫຍາຍ​ຫລາຍ​ໂຄງ​ການ​ຮ່ວມ​ມື ແລະ ບັນ​ລຸ​ໝາກ​ຜົນ​ອັນ​ດີ​ງາມ. ຄະ​ນະ​ກຳ​ມະ​ການ​ຮ່ວມ​ມື​ກ່ຽວ​ກັບ​ວິ​ທະ​ຍາ​ສາດ ແລະ ເຕັກ​ນິກ ຫວຽດ​ນາມ - ເບ​ລາ​ຣຸດ ໄດ້​ດຳ​ເນີນກອງ​ປະ​ຊຸມ​ເປັນ 8 ສະ​ໄຫມ​ແລ້ວ.

        ການ​ຮ່ວມ​ມື​ແຮງ​ງານ ແມ່ນ​ທິດ​ທາງ​ການ​ຮ່​ວມ​ມື​ໃຫມ່​ລະ​ຫວ່າງ​ສອງ​ປະ​ເທດ. ບັນ​ດາ​ວິ​ສາ​ຫະ​ກິດ ຫວຽດ​ນາມ​ໄດ້ ລົງ​ນາມ​ໃນ​ສັນ​ຍາ​ກັບ​ບໍ​ລິ​ສັດ​ກໍ່​ສ້າງ​ຂອງ ເບ​ລາ​ຣຸດ ສົ່ງ​ຄົນ​ງານ​ຫວຽດ​ນາມ ໄປ​ເຮັດ​ວຽກ​ຢູ່​ກິ​ດ​ຈະ​ກຳ​ກໍ່​ສ້າງ​ສູນ​ກິ​ລາ​ບັນ​ເທິງ​ຢູ່ ນະ​ຄອນ​ຫລວງ Minsk. ສັນ​ຍາ​ລະ​ຫວ່າງ​ລັດ​ຖະ​ບານ ກ່ຽວ​ກັບ​ການ​ເຮັດ​ວຽກ​ໂດຍ​ມີ​ການ​ກຳ​ນົດ​ເວ​ລາ​ຂອງ​ພົນ​ລະ​ເມືອງ​ສອງ​ປະ​ເທດ ໃນ​ເຂດ​ດິນ​ແດນ​ຂອງ​ສອງ​ປະ​ເທດ​ໄດ້​ຮັບ​ການ​ລົງ​ນາມ​ເມື່ອ​ປີ 2011 ແລະ ມີ​ຜົ​ນ​ສັກ​ສິດ​ນັບ​ແຕ່​ວັນ​ທີ 6/6/2013 ເປັນ​ຕົ້ນ​ໄປ.

 ແງ່​ຫວັງ​ຊຸກ​ຍູ້​ການ​ພົ​ວ​ພັນ​ສອງ​ຝ່າຍ

ການ​ຢ້ຽມ​ຢາມ​ທາງ​ລັດ​ຖະ​ກິດ​ເຖິງ​ຫວຽດ​ນາມ ຂອງ​ປະ​ທາ​ນາ​ທິ​ບໍ​ດ​ີ ເບ​ລາ​ຣຸດ ເພື່ອ​ຊຸກ​ຍູ້​ການ​ພົວ​ພັນ​ມິດ​ຕະ​ພາບ​ທີ່​ເປັນ​ມູນ​ເຊື້ອ, ການ​ຮ່ວມ​ມື​ຫລາຍ​ດ້ານ ລະ​ຫວ່າງ​ຫວຽດ​ນາມ ແລະ ເບ​ລາ​ຣ​ຸດ ຕອບ​ສະ​ຫນອງ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ພັດ​ທະ​ນາ​ຂອງ​ແຕ່​ລະ​ປະ​ເທດ, ຮັກ​ສາ​ການ​ແລກ​ປ່ຽ​ນ​ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ ເພື່ອ​ປັບ​ປຸງ​ການ​ພົວ​ພັນ​ດ້ານ​ການ​ເມືອງ​ທີ່​ໄວ້​ເນື້​ອ​ເຊື່ອ​ໃຈ​ລະ​ຫວ່າງ​ການ​ນຳ​ສອງ​ປະ​ເທດ. ສິ່ງ​ດັ່ງ​ກ່າວ​ຈະ​ສ້າງ​ເງື່ອນ​ໄຂ​ສະ​ດວກ ຊຸກ​ຍູ້​ການ​ຮ່ວມ​ມື​ສອງ​ຝ່າຍ​ໃນ​ຫລາຍ​ຂົງ​ເຂດ, ພິ​ເສດ ແມ່ນ​ຂົງ​ເຂດ​ເສດ​ຖະ​ກິດ ການ​ຄ້າ ພາຍ​ຫລັງ​ສັນ​ຍາ​ການ​ຄ້າ​ເສ​ລີ ຫວຽດ​ນາມ -ພັນ​ທະ​ມິດ​ເສດ​ຖະ​ກິດ ອາ​ຊີ ເອີ​ລົບ ມີ​ຜົນ​ສັກ​ສິດ.

ຕອບກັບ

ຂ່າວ/ບົດ​ອື່ນ