ການ​ຢ້ຽມ​ຢາມ​ສືບ​ຕໍ່​ຢັ້ງ​ຢືນຄວາມ​​ສາ​ມັກ​ຄີມິດ​ຕະ​ພາບ ຫ​ວຽດ​ນາມ - ກຳ​ປູ​ເຈຍ

(VOVWORLD) -  ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ມີການຢ້ຽມຢາມ ກຳປູເຈຍ ຢ່າງເປັນທາງການໃນເວລາ 2 ວັນຄືແຕ່ວັນທີ 21 ຫາວັນທີ 22 ທັນວາ. ການຢ້ຽມຢາມຄັ້ງນີ້ຂອງທ່ານປະທານປະເທດ ຫວຽດນາມ ສະແດງໃຫ້ເຫັນການພົວພັນໃກ້ຊິດ ຫວຽດນາມ - ກຳປູເຈຍ, ພ້ອມທັງສືບຕໍ່ສະແດງຄວາມຕັດສິນໃຈຮ່ວມມືຢ່າງແໜ້ນແຟ້ນ ແນໃສ່ປັບປຸງການພົວພັນບ້ານໃກ້ເຮືອນຄຽງຢ່າງດີງາມ, ມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມືຢ່າງຮອບດ້ານ, ຍືນຍົງຍາວນານ ຫວຽດນາມ - ກຳປູເຈຍ ໃນໄລຍະຈະມາເຖິງ.
ການ​ຢ້ຽມ​ຢາມ​ສືບ​ຕໍ່​ຢັ້ງ​ຢືນຄວາມ​​ສາ​ມັກ​ຄີມິດ​ຕະ​ພາບ ຫ​ວຽດ​ນາມ - ກຳ​ປູ​ເຈຍ - ảnh 1ທ່ານນາຍົກລັດຖະມົນຕີ ກຳປູເຈຍ Samdech Techo Hunsen ແລະ ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ (ພາບ: baoquocte.vn)

ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ພ້ອມກັບການນຳຂັ້ນສູງ ຫວຽດນາມ ມີການຢ້ຽມຢາມ ກຳປູເຈຍ ຢ່າງເປັນທາງການ ເປັນຄັ້ງທຳອິດໃນ 2 ປີຜ່ານມາ ນັບແຕ່ຈຸດເວລາໂລກລະບາດໂຄວິດ - 19 ແຜ່ລະບາດໃນໂລກ. ສຳລັບ ລາຊະອານາຈັກ ກຳປູເຈຍ, ນີ້ແມ່ນການຢ້ຽມຢາມ ລາຊະອານາຈັກ ກຳປູເຈຍ ຢ່າງເປັນທາງການຄັ້ງທຳອິດຂອງປະມຸກຕ່າງປະເທດໃນປີ 2021.

ສ້າງກຳລັງໜູນໃໝ່ໃຫ້ແກ່ການພົວພັນ ຫວຽດນາມ - ກຳປູເຈຍ

        ການຢ້ຽມຢາມໄດ້ດຳເນີນໃນຈຸດເວລາທ້າຍປີ 2021, ເລີ່ມຕົ້ນປີ 2022 - ແມ່ນປີສະເຫຼີມສະຫຼອງການສ້າງຕັ້ງການພົວພັນການທູດລະຫວ່າງ 2 ປະເທດຄົບຮອບ 55 ປີ. ສະນັ້ນ, ການຢ້ຽມຢາມຄັ້ງນີ້ສະແດງໃຫ້ເຫັນຄວາມຕັດສິນໃຈຂອງພັກ, ລັດ ແລະ ປະຊາຊົນ ຫວຽດນາມ ໃນການເພີ່ມທະວີປັບປຸງການພົວພັນບ້ານໃກ້ເຮືອນຄຽງຢ່າງດີງາມ, ມິດຕະພາບທີ່ເປັນມູນເຊື້ອການ, ຮ່ວມມືຢ່າງຮອບດ້ານ, ຍືນຍົງຍາວນານລະຫວ່າງ 2 ປະເທດ ຫວຽດນາມ - ກຳປູເຈຍ. ການຢ້ຽມຢາມຄັ້ງນີ້ກໍ່ແມ່ນໂອກາດເພື່ອໃຫ້ການນຳ 2 ປະເທດ ເຊື່ອມຕໍ່, ເສີມຂະຫຍາຍບັນດາຄວາມສາມາດບົ່ມຊ້ອນ ແລະ ທ່າແຮງຂອງ 2 ປະເທດ, ສ້າງກຳລັງໜູນໃໝ່ການຮ່ວມມືເສດຖະກິດ ລະຫວ່າງ 2 ປະເທດ. ທ່ານ ຫງວຽນຮູຍຕັງ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ກຳປູເຈຍ ຢັ້ງຢືນວ່າ:

ການ​ຢ້ຽມ​ຢາມ​ສືບ​ຕໍ່​ຢັ້ງ​ຢືນຄວາມ​​ສາ​ມັກ​ຄີມິດ​ຕະ​ພາບ ຫ​ວຽດ​ນາມ - ກຳ​ປູ​ເຈຍ - ảnh 2ທ່ານ ຫງວຽນຮູຍຕັງ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ກຳປູເຈຍ

“2 ຝ່າຍຈະພ້ອມກັນທົບທວມຄືນ ບັນດາໝາກຜົນການຮ່ວມມືໃນຊຸມປີທີ່ຜ່ານມາ. ແລກປ່ຽນ, ປຶກສາຫາລືກ່ຽວກັບສະພາບການພາກພື້ນ ແລະ ສາກົນທີ່ທັງ 2 ຝ່າຍຕ່າງມີຄວາມສົນໃຈ. ພ້ອມກັນປຶກສາຫາລື ກ່ຽວກັບບັນດາມາດຕະການແນໃສ່ຊຸກຍູ້ການພົວພັນຮ່ວມມື ລະຫວ່າງ 2 ປະເທດໃນທຸກຂົງເຂດ, ພິເສດແມ່ນຂົງເຂດເສດຖະກິດ. ໃນການຢ້ຽມຢາມ, ການນຳ 2 ປະເທດໄດ້ເປັນສັກຂີພິຍານພິທີລົງນາມເອກະສານການຮ່ວມມື ທີ່ສຳຄັນຈຳນວນໜຶ່ງລະຫວ່າງ 2 ປະເທດ. ຂ້າພະເຈົ້າຖືວ່າ, ດ້ວຍທ່າພັດທະນາຢ່າງດີງາມຂອງການພົວພັນ ຫວຽດນາມ - ກຳປູເຈຍ ປະຈຸບັນ ແລະ ດ້ວຍຄວາມຫວັງກໍ່ຄືຄວາມມຸ່ງມາດປາດຖະໜາຂອງການນຳ ແລະ ປະຊາຊົນ 2 ປະເທດ, ການພົວພັນ ຫວຽດນາມ - ກຳປູເຈຍ ຄວນໄດ້ຖືເປັນສຳຄັນ, ຮັກສາ ແລະ ຊຸກຍູ້ໃນທຸກຂົງເຂດຈາກ 2 ຝ່າຍ.

ຢັ້ງຢືນຄືນ: ຫວຽດນາມ - ກຳປູເຈຍ ຍາມໃດກໍ່ຄຽງບ່າຄຽງໄຫຼ່ ແລະ ໜູນຊ່ວຍເຊິ່ງກັນ ແລະ ກັນ

        ໃນ 2 ປີຜ່ານມາ, ເຖິງວ່າການພັດທະນາຂອງທັງ 2 ປະເທດຖືກຜົນກະທົບຢ່າງຮ້າຍແຮງຈາກໂລກລະບາດໂຄວິດ - 19 ກໍ່ຕາມ, ແຕ່ວ່າການພົວພັນ ຫວຽດນາມ - ກຳປູເຈຍ ຍັງຄົງໄດ້ຊຸກຍູ້ຢ່າງບໍ່ຢຸດຢັ້ງ. 2 ປະເທດຮ່ວມແຮງຮ່ວມໃຈປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ຢ່າງມີປະສິດທິຜົນ, ຊ່ວຍເຫຼືອເຊິ່ງກັນ ແລະ ກັນດ້ວຍຫຼາຍຮູບແບບທັງດ້ານຈິດໃຈ ແລະ ດ້ານວັດຖຸ, ເຄື່ອງອຸປະກອນການແພດ, ເງິນໂສດ, ວັກຊິນ.

  2 ຝ່າຍກໍ່ໄດ້ດຳເນີນກອງປະຊຸມຫຼາຍຄັ້ງແນໃສ່ຊອກຫາ, ເຫັນດີເປັນເອກະພາບທິດທາງພັດທະນາເຂດຊາຍແດນລວມ ດ້ວຍເປົ້າໝາຍສ້າງເສັ້ນຊາຍແດນລວມສັນຕິພາບ, ສະຖຽນລະພາບ, ຮ່ວມມື, ພັດທະນາ. ການຮ່ວມມືໃນທຸກຂົງເຂດລະຫວ່າງ 2 ປະເທດຍັງໄດ້ຮັກສາຢ່າງແໜ້ນແຟ້ນ ແລະ ພັດທະນາໂດຍບໍ່ຫົວຊາຕໍ່ຜົນກະທົບຈາກໂລກລະບາດໂຄວິດ - 19. ສ່ວນຂົງເຂດເສດຖະກິດ, ໃນການໂອ້ລົມທາງໂທລະສັບກັບທ່ານເລຂາທິການໃຫຍ່ ຫວຽດນາມ ຫງວຽນຟຸຈ້ອງ, ທ່ານ Samdech Techo Hun Sen ນາຍົກລັດຖະມົນຕີ ກຳປູເຈຍ ໄດ້ເຫັນດີຈະມານະພະຍາຍາມຍົກວົງເງິນການຄ້າ 2 ຝ່າຍຂຶ້ນເປັນລະດັບສູງທີ່ບໍ່ເຄີຍມີ. ພິເສດ, 2 ປະເທດຍາມໃດກໍ່ສົມທົບກັນໃນບັນດາເວທີປາໄສໃນພາກພື້ນ ແລະ ສາກົນ, ໂດຍສະເພາະແມ່ນຍາມໃດກໍ່ສາມັກຄີ, ເຫັນດີເປັນເອກະພາບທັດສະນະເພື່ຶອຜົນປະໂຫຍດຂອງປະເທດຊາດ, ຂອງຊາດໃນ ອາຊຽນ. ທ່ານ Chay Navuth ເອກອັກຄະລັດຖະທູດ ກຳປູເຈຍ ປະຈຳ ຫວຽດນາມ ຖືວ່າ:

ການ​ຢ້ຽມ​ຢາມ​ສືບ​ຕໍ່​ຢັ້ງ​ຢືນຄວາມ​​ສາ​ມັກ​ຄີມິດ​ຕະ​ພາບ ຫ​ວຽດ​ນາມ - ກຳ​ປູ​ເຈຍ - ảnh 3ທ່ານ Chay Navuth ເອກອັກຄະລັດຖະທູດ ກຳປູເຈຍ
ປະຈຳ ຫວຽດນາມ 

ປີ 2020, ກຳປະເຈຍ ໄດ້ສະໜັບສະໜູນ ແລະ ຕີລາຄາສູງ ຫວຽດນາມ ພາຍໃຕ້ການນຳພາຂອງພັກກອມມູນິດ ຫວຽດນາມ, ຫວຽດນາມ ໄດ້ປະຕິບັດບົດບາດເປັນປະທານ ອາຊຽນ, ຈັດຕັ້ງກອງປະຊຸມຕ່າງໆຢ່າງສຳເລັດຜົນ ແລະ ປະກອບສ່ວນນຳການຮ່ວມມືຂອງ ອາຊຽນ ຂຶ້ນສູ່ລະດັບສູງໃໝ່ໃນສະພາບການໂລກລະບາດໂຄວິດ - 19. ປີ 2022, ກຳປູເຈຍ ຈະດຳລົງຕຳແໜ່ງເປັນປະທານ ອາຊຽນ. ການນຳຂັ້ນສູງສອງປະເທດໄດ້ມີການໂອ້ລົມທາງໂທລະສັບ ຫຼື ປຶກສາຫາລືແບບທາງໄກເປັນປະຈຳ. ສິ່ງດັ່ງກ່າວ ອີກຄັ້ງໜຶ່ງສະແດງໃຫ້ເຫັນຄວາມສາມັກຄີຊ່ວຍເຫຼືອເຊິ່ງກັນ ແລະ ກັນ ກໍຄືການສະໜັບສະໜູນຂອງ ຫວຽດນາມ ທີ່ມີຕໍ່ບົດບາດເປັນປະທານ ອາຊຽນ ຂອງ ກຳປູເຈຍ, ໃນສະພາບການທີ່ ອາຊຽນ ປະເຊີນໜ້າກັບສິ່ງທ້າທາຍຫຼາຍຢ່າງ ເປັນຕົ້ນແມ່ນການແກ້ງແຍ້ງລະຫວ່າງບັນດາປະເທດມະຫາອຳນາດ, ໂລກລະບາດໂຄວິດ - 19.”

ໄລຍະຜ່ານມາ, ສອງປະເທດໄດ້ລົງນາມໃນຂໍ້ຕົກລົງຫຼາຍສະບັບ, ພິເສດ ໃນນັ້ນມີໂຄງການ ຫວຽດນາມ ອຸປະຖຳກໍ່ສ້າງສຳນັກງານຫຼັງໃໝ່ຂອງຄະນະເລຂາທິການ ສະພາແຫ່ງຊາດ ກໍາປູເຈຍ. ໃນການຢ້ຽມຢາມ ກຳປູເຈຍ ຄັ້ງນີ້, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ຈະເຂົ້າຮ່ວມພິທີວາງສີລາລືກເລີ່ມລົງມືກໍ່ສ້າງໂຄງການດັ່ງກ່າວ.

ດ້ວຍປະຫວັດສາດແຫ່ງຄວາມສາມັກຄີ, ສະໜິດຕິດພັນ, ມິດຕະພາບທີ່ເປັນມູນເຊື້ອ, ລັດຖະບານ ແລະ ປະຊາຊົນສອງປະເທດ ຫວຽດນາມ ກຳປູເຈຍ ຍາມໃດກໍມີຄວາມຮັບຮູ້ຢ່າງເລິກເຊິ່ງກ່ຽວກັບຄວາມໝາຍ, ຄວາມສຳຄັນຂອງການພົວພັນລະຫວ່າງສອງປະເທດໃນຂະບວນວິວັດແຫ່ງການປົກປັກຮັກສາ, ສ້າງສາ ແລະ ພັດທະນາປະເທດຊາດ, ບົນພື້ນຖານນັ້ນ ຕັດສິນໃຈຊຸກຍູ້ການພົວພັນສອງຝ່າຍໃຫ້ນັບມື້ນັບໜຽວແໜ້ນ, ພ້ອມກັນເຊື່ອມໂຍງກັບພາກພື້ນ ແລະ ສາກົນ ຢ່າງສຳເລັດຜົນ. ບົນພື້ນຖານນັ້ນ, ການຢ້ຽມຢາມ ກຳປູເຈຍ ຂອງທ່ານປະທານປະເທດຫວຽດນາມ ຫງວຽນຊວັນຟຸກ ໃນຄັ້ງນີ້ ຈະສືບຕໍ່ຮັກສາທ່ວງທ່າຮ່ວມມື, ປັບປຸງ ແລະ ຮັດແໜ້ນສາຍພົວພັນສອງຝ່າຍໃຫ້ເລິກເຊິ່ງຂຶ້ນຕື່ມ, ນຳມາເຊິ່ງຜົນປະໂຫຍດອັນແທດຈິງໃຫ້ແກ່ປະຊາຊົນສອງປະເທດ ແລະ ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ການພັດທະນາແບບວັດທະນາຖາວອນໃນພາກພື້ນ ແລະ ໃນໂລກ./.

ຕອບກັບ

ຂ່າວ/ບົດ​ອື່ນ