ການຢ້ຽມຢາມເພື່ອເຊື່ອມຕໍ່ເສດຖະກິດ, ຮັດແໜ້ນການພົວພັນ ມິດຕະພາບຕື່ມອີກ

(VOVWORLD) -ວັນທີ 29 ພຶດສະພາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ແລະ ພັນລະຍາ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ກັບມາຮອດ ຮ່າໂນ້ຍ, ສິ້ນສຸດການຢ້ຽມຢາມສະຫະພັນ ລັດເຊຍ, ລາຊະອານາຈັກ ນອກແວ ແລະ ຊູແອັດ ຢ່າງເປັນທາງການ. 
 

ການຢ້ຽມຢາມບໍ່ພຽງແຕ່ນຳມາເຊິ່ງປະສິດທິຜົນອັນແທດຈິງຫລາຍຢ່າງເທົ່ານັ້ນ ຫາກຍັງໄດ້ຮັບການສະໜັບສະໜູນຢ່າງແຮງຈາກ ການນຳບັນດາປະເທດທີ່ໄປຢ້ຽມຢາມອີກດ້ວຍ, ການຢ້ຽມຢາມຍັງໄດ້ສົ່ງສານທີ່ວ່າ ຫວຽດນາມ ຖືເປັນສຳຄັນທີ່ສຸດຕໍ່ການພົວພັນຮ່ວມມືກັບບັນດາປະເທດເພື່ອນມິດທີ່ເປັນມູນເຊື້ອ.

ການຢ້ຽມຢາມເພື່ອເຊື່ອມຕໍ່ເສດຖະກິດ, ຮັດແໜ້ນການພົວພັນ ມິດຕະພາບຕື່ມອີກ - ảnh 1 ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ແລະ ພັນລະຍາ (ພາບ: TTXVN)

        ການຢ້ຽມຢາມ 3 ປະເທດສະຫະພັນ ລັດເຊຍ, ລາຊະອານາຈັກ ນອກແວ, ລາຊະອານາຈັກ ຊູແອັດ ຂອງທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ດຳເນີນໃນລະຫວ່າງວັນທີ 20 – 29 ພຶດສະພາ. ການຢ້ຽມຢາມໄດ້ປະສົບຜົນສຳເລັດຢ່າງດີງາມ, ທັງ 3 ປະເທດລ້ວນແຕ່ມີການພົວພັນມິດຕະພາບທີ່ເປັນມູນເຊື້ອກັບ ຫວຽດນາມ, ລ້ວນແຕ່ມີການສະໜັບສະໜູນ ຫວຽດນາມ ໃນໄລຍະຕໍ່ສູ້ຍາດເອົາເອກະລາດມາໃຫ້ປະເທດຊາດ ກໍ່ຄືການສ້າງສາ ແລະ ພັດທະນາປະເທດຊາດໃນປັດຈຸບັນ.

        ການນຳຂັ້ນສູງບັນດາປະເທດລ້ວນແຕ່ຢັ້ງຢືນວ່າ ການພົວພັນມິດຕະພາບທີ່ເປັນມູນເຊື້ອອັນດີງາມນັ້ນ ແມ່ນພື້ນຖານໝັ້ນຄົງ ເພື່ອຊຸກຍູ້ການພົວພັນລະຫວ່າງ ຫວຽດນາມ ກັບບັນດາປະເທດ, ປາດຖະໜາຢາກຊຸກຍູ້ການຮ່ວມມືໃນຫລາຍຂົງເຂດກັບ ຫວຽດນາມ ໃນໄລຍະຈະມາເຖິງ.

ຊື່ຕົງກົງໄປກົງມາ, ຈິງໃຈ ແລະ ມີປະສິດທິຜົນ

       ການຢ້ຽມຢາມຢູ່ 3 ປະເທດ ໄດ້ດຳເນີນເປັນເວລາ 9 ວັນ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ໄດ້ມີລາຍການເຮັດວຽກຫຍຸ້ງຫລາຍ ດ້ວຍບັນດາການເຄື່ອນໄຫວຫລາຍຮູບຫລາຍແບບໃນທຸກຂົງເຂດ. ຢູ່ແຕ່ລະປະເທດ, ບັນດາກອງປະຊຸມ ເຈລະຈາ, ການພົບປະໄດ້ດຳເນີນໄປຢ່າງກົງໄປກົງມາ, ຈິງໃຈ, ມີປະສິດທິຜົນ, ເຂົ້າສູ່ແທດຈິງ, ຊຸກຍູ້ບັນດາການພົວພັນອັນດີງາມລະຫວ່າງ ຫວຽດນາມ ແລະ ສະຫະພັນ ລັດເຊຍ, ນອກແວ, ຊູແອັດ.

        ການຢ້ຽມຢາມສະຫະພັນ ລັດເຊຍ ຢ່າງເປັນທາງການແຕ່ວັນທີ 20 – 23 ພຶດສະພາ ຂອງທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ດຳເນີນໄປໃນສະພາບການປີ 2019  ແລະ ປີ 2020, 2 ປະເທດຈະຈັດຕັ້ງປີ ຫວຽດນາມ ຢູ່ ລັດເຊຍ ແລະ ປີ ລັດເຊຍ ຢູ່ ຫວຽດນາມ ເນື່ອງໃນໂອກາດສະເຫຼີມສະຫຼອງ 25 ປີແຫ່ງວັນລົງນາມໃນສົນທິສັນຍາກ່ຽວກັບບັນດາຫຼັກການພື້ນຖານຂອງການພົວພັນມິດຕະພາບລະຫວ່າງ ຫວຽດນາມ - ລັດເຊຍ (1994 - 2019) ແລະ 70 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ 2 ຝ່າຍ (1950 - 2020).

        ໃນການຢ້ຽມຢາມ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ມີການພົບປະເຈລະຈາສຳຄັນກັບທ່ານນາຍົກລັດຖະມົນຕີ ລັດເຊຍ Medvedev. ການນຳ 2 ທ່ານໄດ້ເຫັນດີເປັນເອກະພາບໂດຍຖືວ່າ ການພົວພັນມິດຕະພາບທີ່ເປັນມູນເຊື້ຶ້ອ ແລະ ຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງ ຫວຽດນາມ ແລະ ສະຫະພັນ ລັດເຊຍ ຕ້ອງໄດ້ຮັບການສືບຕໍ່ຍູ້ແຮງ ແລະ ຜັນຂະຫຍາຍຢ່າງລະອຽດໃນທຸກຂົງເຂດ, ເປັນຕົ້ນແມ່ນກ່ຽວກັບດ້ານເສດຖະກິດ, ການຄ້າ, ການລົງທຶນ. ເອກະສານຮ່ວມມື 14 ສະບັບລະຫວ່າງ 2 ປະເທດໃນຫລາຍຂົງເຂດໄດ້ຮັບການລົງນາມນັ້ນ ຈະແມ່ນພະຍານຫຼັກຖານໃຫ້ແກ່ຄວາມຕັດສິນໃຈນີ້.

        ທີ່ບັນດາການພົບປະເຈລະຈາກັບທ່ານນາງນາຍົກລັດຖະມົນຕີ ນອກແວ ແລະ ທ່ານນາຍົກລັດຖະມົນຕີ ຊູແອັດ, ບັນດາການນຳ 2 ປະເທດນີ້ ລ້ວນແຕ່ຢັ້ງຢືນວ່າ ຈະຊຸກຍູ້ການລົງນາມໃນສັນຍາການຄ້າເສລີ (EVFTA) ແລະ ສັນຍາອາລັກຂາການລົງທຶນລະຫວ່າງ ຫວຽດນາມ - ອີຢູ (EVIPA) ໃນຊຸມອາທິດຈະມາເຖິງໂດຍໄວ ແລະ ໃຫ້ສັດຕະຍາບັນ, ຜັນຂະຫຍາຍ, ສົ່ງເສີມປະຊາຄົມວິສາຫະກິດ 2 ປະເທດ ສືບຕໍ່ຊຸກຍູ້ ແລະ ເປີດກ້ວາງການຮ່ວມມືລົງທຶນດຳເນີນທຸລະກິດຢ່າງວ່ອງໄວ, ພິເສດແມ່ນໃນບັນດາຂົງເຂດ ເຊິ່ງແຕ່ລະປະເທດມີທ່າແຮງ. ທ່ານນາຍົກລັດຖະມົນຕີ ຊູແອັດ Stefan Lofven ໄດ້ມອບຈົດໝາຍສະແດງເຈດຈຳນົງກ່ຽວກັບບ້ວງສິນເຊື່ອລົງທຶນທີ່ມີມູນຄ່າກ່ວາ 2 ຕື້ USD ເຂົ້າ ຫວຽດນາມ.

        ສິ່ງທີ່ເປັນໜ້າສົນໃຈໃນການຢ້ຽມຢາມຄັ້ງນີ້ ແມ່ນຢູ່ທັງ 3 ປະເທດລ້ວນແຕ່ໄດ້ດຳເນີນເວທີປາໄສວິສາຫະກິດ, ເຊິ່ງໄດ້ຮັບຄວາມສົນໃຈເປັນຢ່າງຍິ່ງຂອງປະຊາຄົມວິສາຫະກິດ ຫວຽດນາມ ແລະ 3 ປະເທດ. ທີ່ບັນດາເວທີປາໄສເຫຼົ່ານັ້ນ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ຢືນຢັນວ່າ: ຫວຽດນາມ ຍາມໃດກໍ່ສ້າງສະພາບແວດລ້ອມແຫ່ງການລົງທຶນຢ່າງສະດວກໃຫ້ແກ່ບັນດາວິສາຫະກິດ, ໂອກາດແມ່ນໃຫຍ່ຫລວງທີ່ສຸດ ເມື່ອ ຫວຽດນາມ ເຂົ້າຮ່ວມ 12 ສັນຍາ FTA ແລະ ມຸ່ງໄປເຖິງການລົງນາມ EVFTA. ບັນດາຂໍ້ຕົກລົງການຮ່ວມມືທີ່ມີມູນຄ່າຢ່າງມະຫາສານນີ້ໄດ້ຮັບການລົງນາມຄື: ຂໍ້ຕົກລົງເປີດບໍລິສັດຢູ່ ລັດເຊຍ ຂອງກຸ່ມບໍລິສັດ T&T (ຫວຽດນາມ); ໂຄງການຜະລິດໄຟຟ້າຈາກພະລັງງານແສງຕາເວັນ ດ້ວຍເຕັກໂນໂລຊີໃໝ່ສຸດຂອງກຸ່ມບໍລິສັດ Scatec Solar, ນອກແວ ດ້ວຍເງິນລົງທຶນປະມານ 500 ລ້ານ USD; ຂໍ້ຕົກລົງຮ່ວມມືປ່ຽນແປງໃໝ່ປະດິດຄິດສ້າງເຕັກໂນໂລຊີ 4.0 ແລະ ອິນເຕີແນັດສັບພະສິ່ງ ລະຫວ່າງ Ericsson ແລະ ກຸ່ມບໍລິສັດໄປສະນີໂທລະຄົມມະນາຄົມ ຫວຽດນາມ VNPT, ໂຄງການມີມູນຄ່າການລົງທຶນ 220 ລ້ານ USD ໄລຍະປີ 2020 – 2024 ຂອງບໍລິສັດການຢາແຖວໜ້າ ຊູແອັດ Astra Zeneca; ຂໍ້ຕົກລົງການຮ່ວມມືລະຫວ່າງບໍລິສັດ NutiFood (ຫວຽດນາມ) ແລະ ກຸ່ມບໍລິສັດ Backahill, ຊູແອັດ ກ່ຽວກັບການເຄື່ອນໄຫວໂຮງງານຜະລິດນ້ຳນົມທີ່ມີຊື່ວ່າ NutiFood Sweden AB ຢ່າງເປັນທາງການ…ໃນສະພາບການທີ່ ຫວຽດນາມ ພວມປັບຕົວໃຫ້ແທດເໝາະກັບການປະຕິວັດອຸດສາຫະກຳ 4.0 ແລະ ຫັນປ່ຽນຂະແໜງອຸດສາຫະກຳ, ຂໍ້ຕົກລົງເຫຼົ່ານີ້ ແມ່ນຈຳເປັນທີ່ສຸດໃຫ້ແກ່ ຫວຽດນາມ ໃນວິວັດການໜູນຊ່ວຍ, ສ້າງລັດຖະບານເອເລັກໂຕນິກ, ຊຸກຍູ້ບັນດາຂໍ້ລິເລີ່ມນະຄອນອັດສະລິຍະ ແລະ ໝູນໃຊ້ດີຈີຕອນເຂົ້າໃນການຜະລິດ.

ເພີ່ມທະວີນ້ຳໃຈມິດຕະພາບ

       ຈຸດພົ້ນເດັ່ນໃນການຢ້ຽມຢາມ 3 ປະເທດຄັ້ງນີ້ຂອງທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ແມ່ນຢູ່ແຕ່ລະປະເທດ ຄະນະຜູ້ແທນ ຫວຽດນາມ ລ້ວນແຕ່ໄດ້ຮັບນ້ຳໃຈອັນອົບອຸ່ນຂອງເພື່ອນມິດ ລັດເຊຍ, ນອກແວ, ຊູແອັດ, ຜູ້ທີ່ເຄີຍປະກອບສ່ວນເຂົ້າໃນພາລະກິດຕໍ່ສູ້, ປົດປ່ອຍຂອງ ຫວຽດນາມ ໃນເມື່ອກ່ອນ ກໍ່ຄືກິດຈະການສ້າງສາ ແລະ ພັດທະນາປະເທດຊາດ ຫວຽດນາມ ໃນປັດຈຸບັນ. ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ສະແດງໃຫ້ເຫັນ: ຈາກສຸດຫົວໃຈ, ພວກເຮົາບໍ່ມີວັນທີ່ຈະຫຼົງລືມກັນໄດ້, ຍາມໃດກໍ່ຄິດຮອດຄິດເຖິງກັນ ດ້ວຍຄວາມຈິງໃຈ ແລະ ຮູ້ບຸນຄຸນບັນດາປະເທດເພື່ອນມິດ.

        ອາດເວົ້າໄດ້ວ່າ, ການຢ້ຽມຢາມ ລັດເຊຍ, ນອກແວ, ຊູແອັດ ຢ່າງເປັນທາງການຂອງທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ປະສົບຜົນສຳເລັດຢ່າງດີງາມ, ແມ່ນເຫດການການເມືອງທີ່ມີຄວາມໝາຍສຳຄັນ ປະກອບສ່ວນສືບທອດ ແລະ ຊຸກຍູ້ການພົວພັນມິດຕະພາບທີ່ເປັນມູນເຊື້ອອັນດີງາມ ແລະ ເປີດທິດທາງການຮ່ວມມືໃໝ່ ດ້ວຍບັນດາລາຍການ, ໂຄງການລະອຽດ ບົນພື້ນຖານຢ່າງມີຫົວຄິດປະດິດສ້າງ, ໝູນໃຊ້ເຕັກໂນໂລຊີສູງ ແລະ ມີປະສິດທິຜົນ ./.

ຕອບກັບ

ຂ່າວ/ບົດ​ອື່ນ