ການລົງປະຊາມະຕິເພື່ອແນໃສ່ເສີມຂະຫຍາຍ ປະຊາທິປະໄຕ ແລະ ສິດເປັນເຈົ້າຂອງປະຊາຊົນ

ຮ​່າງ​ກົດ​ໝາຍ​ວ່າ​ດ້ວຍ​ການ​ລົງ​ປະ​ຊາ​ມະ​ຕິ​ພວມ​ຖືກ​ນຳ​ມາ​ປຶກ​ສາ​ຫາ​ລື​ຢູ່​ທີ່ກອງ​ປະ​ຊຸມ​ສະ​ໄໝ​ສາ​ມັນ​ສະ​ພາ​ແຫ່ງຊາດຫວຽດ​ນາມ​ຊຸດ​ທີ 13. ​ກົດ​ໝາຍ​ວ່າ​ດ້ວຍ​ການ​ລົງ​ປະ​ຊາ​ມະ​ຕິໄດ້​ຮັບ​ການ​ສ້າງ​ຂຶ້ນ​ເພື່ອ​ແນ​ໃສ່​ເສີມ​ຂະ​ຫຍາຍ​ປະ​ຊາ​ທິ​ປະ​ໄຕ ແລະ ສິດ​ເປັນ​ເຈົ້າ​ຂອງ​ປະ​ຊາ​ຊົນ. ການ​ສ້າງກົດ​ໝາຍ​ກໍ​ແມ່ນ​ເພື່ອແນ​ໃສ່​ຫັນ​ລັດ​ຖະ​ທຳ​ມະ​ນູນ​ປີ 2013 ເປັນ​ລະ​ອຽດ ແລະ ສ້າງລະ​ບົບ​ກົດ​ໝາຍ​ຂອງ​ຫວຽດ​ນາມ​ໃຫ້​ສົມ​ບູນ​ແບບ. 

ການລົງປະຊາມະຕິເພື່ອແນໃສ່ເສີມຂະຫຍາຍ ປະຊາທິປະໄຕ ແລະ ສິດເປັນເຈົ້າຂອງປະຊາຊົນ - ảnh 1
ປະ​ຊາ​ຊົນ​ໄປ​ປ່ອນ​ບັດ

   ການລົງ​ປະ​ຊາ​ມະ​ຕິແມ່ນ​ແບບ​ວິ​ທີ​ເພື່ອ​ໃຫ້​ປະ​ຊາ​ຊົນ​ສະ​ແດງ​ເຈດ​ຈຳ​ນົງ, ຄວາມ​ມຸ່ງ​ມາດ​ປາດ​ຖະ​ໜາ ແລະ ສິດ​ອຳ​ນາດ​ຂອງ​ຕົນ​ທີ່​ມີ​ຕໍ່​ບັນ​ດາ​ບັນ​ຫາ​ທີ່​ສຳ​ຄັນ​ຂອງ​ປະ​ເທດ​ຊາດ​ໃນ​ແຕ່​ລະ​ໄລ​ຍະ​ລະ​ອຽດ. ການລົງ​ປະ​ຊາ​ມະ​ຕິແມ່ນ​ຮູບ​ການ​ທີ່​ສຳ​ຄັນ​ໃນ​ການ​ປະ​ຕິ​ບັດ​ປະ​ຊາ​ທິ​ປະ​ໄຕ​ຂອງ​ປະ​ຊາ​ຊົນ, ແມ່ນ​ບາດ​ກ້າວ​ຂອງ​ພື້ນ​ຖານ​ປະ​ຊາ​ທິ​ປະ​ໄຕ, ຮ່າງ​ກົດ​ໝາຍ​ວ່າ​ດ້ວຍ​ການ​ລົງ​ປະ​ຊາ​ມະ​ຕິ​ມີ​ບາງ​ບັນ​ຫາ​ໄດ້​ຮັບ​ຄວາມ​ສົນ​ໃຈ​ນຳ​ມາ​ປຶກ​ສາ​ຫາ​ລື​ຈາກ​ບັນ​ດາສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດເຊັ່ນ: ເນື້ອ​ໃນ​ຂອງການລົງ​ປະ​ຊາ​ມະ​ຕິ; ຂອບ​ເຂດ​ຂອງການລົງ​ປະ​ຊາ​ມະ​ຕິ; ອົງ​ການ​ສຳ​ນັກ​ງານ​ຮັບ​ຜິດ​ຊອບການລົງ​ປະ​ຊາ​ມະ​ຕິ; ການ​ແກ້​ໄຂ​ຕໍ່ການຮ້ອງທຸກ​ກ່ຽວ​ກັບ​    ຜົນ​ຂ​ອງການລົງ​ປະ​ຊາ​ມະ​ຕິ.

     ເສີມ​ຂະ​ຫຍາຍ​ສິດປະ​ຊາ​ທິ​ປະ​ໄຕຂອງ​ປະ​ຊາ​ຊົນ

  ​ເສີມ​ຂະ​ຫຍາຍ​ປະ​ຊາ​ທິ​ປະ​ໄຕ ແລະ ສິດ​ເປັນ​ເຈົ້າ​ຂອງ​ປະ​ຊາ​ຊົນ, ເປີດ​ກ້​ວາງ​ບັນ​ດາ​ຮູບ​ການ​ປະ​ຊາ​ທິ​ປະ​ໄຕ​ໃຫ້​ແກ່​ປະ​ຊາ​ຊົນ​ໂດຍ​ກົງ ແມ່ນຫຼັກ​ການ​ພື້ນ​ຖານ​ໃນ​ຮ່າງ​ກົດ​ໝາຍ​ວ່າ​ດ້ວຍ​ການ​ລົງ​ປະ​ຊາ​ມະ​ຕິ. ຫຼັກ​ການ​ທີ່​ສຳ​ຄັນ​ອີກ​ອັນ​ໜຶ່ງ​ຖືກ​ຊີ້​ແຈ້ງ​ໃນ​ຮ່າງ​ກົດ​ໝາຍ​ແມ່ນ​ເຊີດ​ຊູ​ສິດ​ອຳ​ນາດ​ຂອງ​ປະ​ຊາ​ຊົນ, ເພີ່ມ​ທ​ະ​ວີກຸ່ມ​ກ້ອນ​ມະ​ຫາ​ສາ​ມັກ​ຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ, ເພີ່ມ​ທະ​ວີ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ໃນ​ສັງ​ຄົມ. ບັນ​ດາສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດເນັ້ນ​ໜັກ​ວ່າ ​ເຊີດ​ຊູ​ສິດ​ອຳ​ນາດ​ຂອງ​ປະ​ຊາ​ຊົນ ໝາຍ​ຄວາມ​ວ່າ ເຈດ​ຈຳ​ນົງ​ຂອງ​ປະ​ຊາ​ຊົນ​ແມ​່ນ​ສູງສຸດ. ແຕ່​ເມື່ອ​ເຊີດ​ຊູ​ສິດ​ອຳ​ນາດ​ຂອງ​ປະ​ຊາ​ຊົນນັ້ນ ຍັງ​ຄົງ​ຕ້ອງ​ຕິດ​ພັນ​ກັບຄວາມ​ເຫັນ​ດີ​ເຫັນ​ພ້ອມຂອງສັງ​ຄົມ. ທ່ານ​ຟຸ່ງ​ຄັກ​ດັງ ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດແຂວງ​ເຊີນ​ລາມີ​ຄຳ​ເຫັນ​ດັ່ງ​ນີ້ :

“ການລົງ​ປະ​ຊາ​ມະ​ຕິແມ່ນ​ບາດ​ກ້າວ​ສຳ​ພັດ ແລະ ເປີດກ​້​ວາງ​ສິດ​ປະ​ຊາ​ທິ​ປະ​ໄຕ​ທີ່​ມີ່​ຕໍ່​ປະ​ຊາ​ຊົນ. ຮ່າງກົດ​ໝາຍ​ວ່າ​ດ້ວຍ​ການ​ລົງ​ປະ​ຊາ​ມະ​ຕິໄດ້​ອະ​ນຸ​ຍາດ​ໃຫ້​ປະ​ຊາ​ຊົນ​ມີ​ສິດ​ປະ​ຊາ​ທິ​ປະ​ໄຕ​ຂອງ​ຕົນຕໍ່​ໜ້າບັນ​ດາ​ບັນ​ຫາ​ທີີ່​ສຳ​ຄັນ​ຍິ່ງ​ຂອງ​ປະ​ເທດ​ຊາດ. ສິດ​ປະ​ຊາ​ທິ​ປະ​ໄຕ​ຂອງ​ປະ​ຊາ​ຊົນ​ໄດ້​ຮັບ​ການ​ຮັບ​ປະ​ກັນ. ປະ​ຊາ​ຊົນ​ມີ​ສິດ​ເຂົ້າ​ຮ່ວມ​ການ​ຕັດ​ສິນ​ບັນ​ດາ​ບັນ​ຫາ​ທີ່​ສຳ​ຄັນ​ຂອງ​ປະ​ເທດ​ຊາດ ”

   ທິດ​ນຳ “ປະ​ຊາ​ຊົນຮູ້, ປະ​ຊາ​ຊົນປຶກ​ສາ​ຫາ​ລື, ປະ​ຊາ​ຊົນເຮັດ, ປະ​ຊາ​ຊົນກວດ​ກາ” ພວມນັບ​ມື້​ນັບ​ໄດ້​ຮັບ​ການ​ປະ​ຕິ​ບັດຢ່າງ​ກ້​ວາງ​ຂວາງ​ໃນ​ຊີ​ວິດ​ສັງ​ຄົມ​ຫວຽດ​ນາມ. ເພາະ​ສະ​ນັ້ນ, ການ​ສ້າງ ​ກົດ​ໝາຍ​ວ່າ​ດ້ວຍ​ການ​ລົງ​ປະ​ຊາ​ມະ​ຕິ​ກໍ​ເປັນ​ການປະ​ກອບສ່ວນ​ຢ່າງ​ແທດ​ຈິງ​ເຂົ້າໃນ​ການ​ສ່ອງ​ແສງ, ເສີມ​ຂະ​ຫຍາຍ​ຄຸນ​ຄ່າ​ດ້ານ​ແນວ​ຄິດ ແລະ ມູນ​ເຊື້ອ​ອັນ​ດີ​ງາມນັ້ນ. ນັ້ນ​​ແມ່ນເຄົາ​ລົບ​ນັບ​ຖື​ປະ​ຊາ​ຊົນ, ຖື​ປະ​ຊາ​ຊົນ​ເປັນ​ກົກ​ ແລະ ເສີມ​ຂະ​ຫຍາຍ​ສິດ​ເປັນ​ເຈົ້າ​ຂອງ​ປະ​ຊາ​ຊົນໃນ​ການ​ເຂົ້າ​ຮ່ວມ​ສ້າງ ແລະ ຕັດ​ສິນ​ບັນ​ດາ​ບັນ​ຫາ​ທີ່​ສຳ​ຄັນ​ຍິ່ງ​ຂອງ​ປະ​ເທດ​ຊາດ.

    ຈັດ​ຕັ້ງການລົງ​ປະ​ຊາ​ມະ​ຕິໃນ​ຂອບ​ເຂດ​ທົ່ວ​ປະ​ເທດ

 ໃນ​ການ​ປຶກ​ສາ​ຫາ​ລື​ທີ່ກອງ​ປະ​ຊຸມ​ສະ​ພາ​ແຫ່ງ​ຊາດ, ບັນ​ດາສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດໄດ້​ເຫັນ​ດີ​ເປັນ​ເອ​ກະ​ສັນ​ຢ່າງ​ສູງ​ຕໍ່​ການ​ກຳ​ນົດ​ວ່າ ການລົງ​ປະ​ຊາ​ມະ​ຕິຖືກ​ຈັດ​ຕັ້ງ ແລະ ປະ​ຕິ​ບັດ​ໃນ​ຂອບ​ເຂດ​ທົ່ວ​ປະ​ເທດ​ສຳ​ລັບ​ບັນ​ດາ​ບັນ​ຫາ​ສຳ​ຄັນ​ພິ​ເສດ​ຂອງ​ປະ​ເທດ​ຊາດ. ຕາມ​ລັດ​ຖະ​ທຳ​ມະ​ນູນ​ປີ 2013 ແລະ ກົດ​ໝາຍ​ວ່າ​ດ້ວຍ​ສະ​ພາ​ແຫ່ງ​ຊາດ, ສິ​ດດຳ​ເນີ​ນ​ການລົງ​ປະ​ຊາ​ມະ​ຕິແມ່ນ​ຂຶ້ນ​ກັບ​ສະ​ພາ​ແຫ່ງ​ຊາດ. ບັນ​ດາ​ບັນ​ຫາ​ທີ່​ນຳ​ມາລົງ​ປະ​ຊາ​ມະ​ຕິ ແມ່ນ​ບັນ​ຫາ​ກ່ຽວ​ກັບ​ລັດ​ຖະ​ທຳ​ມະ​ນູນ ແລະ ​ບັນ​ຫາ​ສຳ​ຄັນ​​ຂອງ​ປະ​ເທດ​ຊາດມີ​ຄວາມ​ໝາຍ​ລະ​ດັບ​ຊາດ. ທ່ານ ຢາ​ດຸກ, ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດແຂວງ​ເລີມ​ດົງມີ​ຄຳ​ເຫັນ​ວ່າ: 

    “ການລົງ​ປະ​ຊາ​ມະ​ຕິແມ່ນ​ວຽກ​ງານ​ຂອງ​ສະ​ພາ​ແຫ່ງ​ຊາດ​ເພື່ອ​ໃຫ້​ພົນ​ລະ​ເມືອງ​ປ່ອນ​ປັດ​ໂດຍ​ກົງ​ເພື່ອ​ຕັດ​ສິນ​ກ່ຽວ​ກັບ​ບັນ​ດາບັນ​ຫາ​ສຳ​ຄັນ​ພິ​ເສດ​ຂອງ​ປະ​ເທດ​ຊາດທີ່​ນຳ​ມາ​ລົງ​ປະ​ຊາ​ມະ​ຕິ. ນັ້ນ​ແມ່ນ​ບັນ​ດາ​ບັນ​ຫາ​ໃຫຍ່, ລະ​ດັບ​ຊາດ, ໄດ້​ຮັບ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ໃນ​ຂອບ​ເຂດ​ທົ່ວ​ປະ​ເທດ​ໂດຍ​ສະ​ພາ​ແຫ່ງ​ຊາດ​ຕັດ​ສິນ. ສຳ​ລັບ​ບັນ​ດາ​ບັນ​ຫາ​ທີ່​ສົ່ງ​ຜົນ​ສະ​ທ້ອນ​ເຖິງ​ໜຶ່ງຫຼື​ບາງ​ທ້ອງ​ຖິ່ນ, ທ້ອງ​ຖິ່ນ​ເຫຼົ້ານັ້ນບໍ່​ຈັດ​ຕັ້ງ ການລົງ​ປະ​ຊາ​ມະ​ຕິ, ແຕ່​ນຳ​ໃຊ້​ຮູບ​ການ​ຮັບ​ເອົາ​ຄຳ​ເຫັນ​ປະ​ກອບ​ຂອງ​ປະ​ຊາ​ຊົນ​ຕາມ​ລະ​ບຽບ​ກົດ​ໝາຍ​ພວມ​ປະ​ຕິ​ບັດ​ໃນ​ປະ​ຈຸ​ບັນ ”

     ເມື່ອ​ຈັດ​ຕັ້ງການລົງ​ປະ​ຊາ​ມະ​ຕິ, ບັນ​ດາສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດຄວນ​ສະ​ໜອງ​ຂໍ້​ມູນ​ຂ່າວ​ສາ​ນ​ຢ່​າງ​ຄົບ​ຖ້ວນ​ກ່ຽວກັບ​ບັນ​ດາ​ບັນ​ຫາ​ທີ່​ນຳ​ມາ​ດຳ​ເນີນການລົງ​ປະ​ຊາ​ມະ​ຕິເພື່ອ​ໃຫ້​ປະ​ຊາ​ຊົນ​ເຂົ້າ​ໃຈ​ແຈ້ງ​ກ່ຽວ​ກັບ​ເນື້ອ​ໃນ ແລະ ຄວາມ​ໝາຍ​ຂອງ​ບັນ​ຫາ; ສິດ, ຄວາມ​ຮັບ​ຜິດ​ຊອບ, ພັນ​ທະ​ຂອງ​ຕົນ​ໃນ​ການ​ເຂົ້າ​ຮ່ວມ ການລົງ​ປະ​ຊາ​ມະ​ຕິ. ຜ່ານນັ້ນ, ປະ​ຊາ​ຊົນ​ສະ​ແດງ​ທັດ​ສະ​ນ​ະ​ຂອງ​ຕົນ​ຢ່າງ​ພາ​ວະ​ວິ​ໄສ, ມີ​ວິ​ທີ​ເລືອກ​ເຟັ້ນ​ທີ່​ດີ​ທີ່​ສຸດ, ນຳ​ມາ​ເຊິ່ງ​ຜົນ​ປະ​ໂຫຍດ​ທີ່​ແທດ​ຈິງ​ໃຫ້​ແກ່​ປະ​ເທດ​ຊາດ.

      ຫັນ​ລັດ​ຖະ​ທຳ​ມະ​ນູນ​ປີ 2013 ເປັນ​ລະ​ບອບ​ກົດ​ໝາຍ

   ​ກົດ​ໝາຍ​ວ່າ​ດ້ວຍ​ການ​ລົງ​ປະ​ຊາ​ມະ​ຕິແມ່ນ​ມີ​ທີ່​ຕັ້ງ​ສຳ​ຄັນ​ເພາະ​ມັນ​ໄດ້​ເລີ່ມ​ມາ​ຈາກ​ຂໍ້​ກຳ​ນົດ​ຂອງລັດ​ຖະ​ທຳ​ມະ​ນູນ​ປີ 2013 ທີ່​ວ່າ ລັດ​ແມ່ນ​ຂອງ​ປະ​ຊາ​ຊົນ, ໂດຍ​ປະ​ຊາ​ຊົນ ແລະ ເພື່ອ​ປະ​ຊາ​ຊົນ. ທ່ານ​ນາງ ໂຮ່​ທິ​ເກີມ​ດາວ ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດແຂວງ ຊອກ​ຈັງ ໃຫ້​ຮູ້ວ​່າ : 

    “ ການ​ປະ​ກາດ​ໃຊ້ກົດ​ໝາຍ​ວ່າ​ດ້ວຍ​ການ​ລົງ​ປະ​ຊາ​ມະ​ຕິ​ແມ່ນ​ຈຳ​ເປັນເພື່ອແນ​ໃສ່​ຫັນ​ລັດ​ຖະ​ທຳ​ມະ​ນູນ​ປີ 2013 ເປັນ​ລະ​ອຽດ ແລະ ສ້າງລະ​ບົບ​ກົດ​ໝາຍ​ຂອງ​ຫວຽດ​ນາມ​ໃຫ້​ສົມ​ບູນ​ແບບ. ການລົງ​ປະ​ຊາ​ມະ​ຕິແມ່ນ​ສ້າງເງື່ອນ​ໄຂ​ໃຫ້​ທຸກໆ​ຄົນ​ໄດ້​ເຂົ້າ​ຮ່ວມ ແລະ ຕັດ​ສິນ​ບັນ​ດາ​ວຽກ​ງານ​ຂອງ​ລັດ ແລະ ສັງ​ຄົມ, ເໝາະ​ສົມ​ກັບ​ທາດ​ແທ້​ຂອງ​ປະ​ຊາ​ທິ​ປະ​ໄຕ, ປະ​ກອບ​ສ່ວນ​ສ້າງ​ລັດ​ແຫ່ງ​ອຳ​ນາດ​ນິ​ຕິ​ບັນ​ຍັດ​ສັງ​ຄົມ​ນິ​ຍົມ, ຂອງ​ປະ​ຊາ​ຊົນ, ໂດຍ​ປະ​ຊາ​ຊົນ ແລະ ເພື່ອ​ປະ​ຊາ​ຊົນ  ”

    ໃນ​ສະ​ພາ​ວະ​ທີ່​ຫວຽດ​ນາມ​ພວມ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ​ຢ່າງເລິກ​ເຊິ່ງ ແລະ ກ້​ວາງ​ຂວາງນັ້ນ, ການ​ປະ​ກາດ​ໃຊ້ກົດ​ໝາຍ​ວ່າ​ດ້ວຍ​ການ​ລົງ​ປະ​ຊາ​ມະ​ຕິ​ແມ່ນ​ຈຳ​ເປັນ, ແມ່ນ​ບາດ​ກ້າວ​ຂະ​ຫຍາຍ​ຕົວ​ຂອງ​ກົດ​ໝາຍ​ຫວຽດ​ນາມ. ຜ່ານນັ້ນ, ກໍ​ໄດ້​ສ້າງ​ເງື່ອນ​ໄຂ​ເພື່ອ​ໃຫ້​ທຸກໆ​ຄົນ​ສາ​ມາດ​ເຂົ້າ​ຮ່​ວມ​ຢ່າງ​ມີ​ປະ​ຊາ​ທິ​ປະ​ໄຕ​ໃນ​ທຸກໆ​ບັນ​ຫາ​ທີ່​ສຳ​ຄັນ​ຂອງ​ປະ​ເທດ​ຊາດ, ປະ​ກອບ​ສ່ວນ​ຮັບ​ປະ​ກັນ​ລັກ​ສະ​ນະ​ເປັນ​ເອ​ກະ​ພາບ, ຄົບ​ຊຸດ​ຂອງ​ລະ​ບົບ​ກົດ​ໝາຍ​ຂອງ​ລັດ​ຫວຽດ​ນາມ.

    

ຕອບກັບ

ຂ່າວ/ບົດ​ອື່ນ