ການສັງເກດບໍ່ຮອບດ້ານກ່ຽວກັບສິດທິມະນຸດຢູ່ຫວຽດນາມ

​  ​(vovworld)-  ສະມາຊິກລັດຖະສະພາ​ເອີ​ລົບ ຈຳນວນໜຶ່ງ​ຫາ​ກໍ່​ຝາກ​ຈົດໝາຍ​ໄປ​ຍັງ​ທ່າ​ນນາງ Catherine Ashton ຜູ້ຕາງໜ້າ​ຂັ້ນສູງ​ຮັບຜິດຊອບ​ການ​ປ້ອງກັນ​ຄວາມ​ສະຫງົບ ທັງ​ເປັນ​ຮອງ​ປະທານ​ຄະນະ​ກຳມາ​ທິການ​ເອີ​ລົບ ດ້ວຍ​ຄຳ​ຕັກ​ເຕືອນ​ກ່ຽວ​ກັບ​ສິດທິ​ມະນຸດ​ຢູ່​ຫວຽດນາມ. ສິ່ງ​ທີ່​ໜ້າ​ເວົ້າ​ເຖິງ ນັ້ນ​ແມ່ນ​ອັນ​ທີ່​ເອີ້ນ​ວ່າ ”ສະພາບ​ຕົວ​ຈິງ​ກ່ຽວ​ກັບສິດທິ​ມະນຸດ​ນັບ​ມື້​ນັບ​ຊົ່ວ​ຮ້າຍ​ລົງ​ຢູ່​ຫວຽດນາມ” ຊື່​ງບັນດາ​ສະມາຊິກລັດຖະສະ​ພາ​ເອີ​ລົ​ບຍົກ​ອອກ​ໃນ​ຈົດ​ໝາຍ​ແມ່ນ​ຄວາມ​ວິຕົກ​ກັງວົນ​ທີ່​ໄຮ້​ເຫດຜົນ, ບໍ່​ຖືກຕ້ອງ​ກັບ​ຕົວ​ຈິງ ຍ້ອນ​ວ່າ, ​ແຕ່​ດົນ​ນານ​ມາ​ແລ້ວ, ຍາມ​ໃດ​ຫວຽດນາມ ກໍ່​ມານະ​ພະຍາຍາມ ຮັບປະກັນ​ບັນດາ​ສິດ​ທິຂອງ​ມະນຸດ ຖືກຕ້ອງ​ຕາມ​ສົນທິສັນຍາ​ສາກົນ​ຊື່​ງຫວຽດນາມ ​ໄດ້ ​ແລະ ພວມ​ເຂົ້າຮ່ວມ.

ການສັງເກດບໍ່ຮອບດ້ານກ່ຽວກັບສິດທິມະນຸດຢູ່ຫວຽດນາມ - ảnh 1

(ພາບປະກອບ:nhanquyenvietnam.org)

​   ນັກ​ນິຕິ​ບັດ​ຍັດ​ຈຳນວນ​ໜຶ່ງ​ຢູ່​ບາງ​ປະ​ເທດ​ເອີ​ລົ    ບ ຖື​ວ່າ: ຢູ່​ຫວຽດນາມ ພວມ ”​ເຫັນ​ປະຈັກ​ຕາ​ການ​ຟັງ​ທະລາ​ຍກ່ຽວ​ກັບ​ການ​ປົກຄອງ​ໂດຍ​ກົດໝາຍ” ດ້ວຍ​ເລື່ອງ​ນຳ​ໃຊ້​ບັນດາ​ຂໍ້​ກ່າວ​ຫາທີ່​ລະ​ເມີ​ເຟີ້​ຝັນ​ກ່ຽວ​ກັບ​ການ ”​ໂຄ່ນ​ລົ້ມອຳນາດ​ປານ​ປົກຄອງ” ​ແລະ “​ໂຄສະນາ​ຕ້ານ​ທຳລາຍ​ລັດ“ ​ເພື່ອ​ຈັບ​ຕົວ​ຄຸມ​ຂັງ​ຜູ້​ທີ່​ໄດ້​ລະດົມກຳລັງ​ໃຈ​ໃຫ້​ແກ່​ສິດ​ທິມະນຸດ, ຄຸມ​ຂັງ​​ໂດຍ​ບໍ່​ຕ້ອງ​ພິພາກສາ ​ແລະ ​ໃຊ້​ບັນດາ​ໂທດ​ຄື: ໜີ້​ອາກອນ ​ເພື່ອ​ຈັບ​ຕົວ​ຄຸມ​ຂັງ​ບັນດາ​ສ່ວນ​ບຸກຄົນ​ທີ່​ມີ​ຄວາມ​ເຫັນ​ບໍ່​ລົງ​ລອຍ​ກັນ. ​ເຂົາ​ເຈົ້າຮຽກຮ້ອງ​ໃຫ້​ຜູ້ຕາງໜ້າ​ຂັ້ນສູງ​ສະຫະພາບ​ເອີ​ລົບ (ອີ​ຢູ) ຮຽກຮ້ອງ​ໃຫ້​ຫວຽດນາມ ຈົ່ງ​ປ່ອຍ​ຕົວ​​ເປັນ​ອິດສະຫຼະ​ໃຫ້​ແກ່ບັນດາ​ນັກ​ໂທດ​ການ​ເມືອງ​ຢູ່​ຫວຽດນາມ​ຄື: Bloger ດຽວ​ໄກ (Dieu Cay ), ຕ້າ​ຟອງ​ເຕີ່ນ (Ta Phong Tan), ກູ່​ຮູຍ​ຮ່າ​ຫວູ້ (Cu Huy Ha Vu)….

 ບັນດາ​ຂໍ້​ກ່າວ​ຫາ​ວ່າ​ສິດທິ​ມະນຸດ​ຢູ່​ຫວຽດນາມ ນັບ​ມື້​ນັບ​ຊົ່ວ​ຮ້າຍ​ລົງ​ຂອງ​ສະມາຊິກ​ລັດຖະສະພາ​ຈຳນວນ​ດັ່ງກ່າວ​ ແມ່ນ​ບໍ່​ຖືກຕ້ອງ​ກັບ​ສະພາບ​ຕົວ​ຈິງ. ຍະ​ໂຍບາຍ​ສະ​ເໝີ​ຕົ້ນສະ​ເໝີ​ປາຍ​ຂອງ​ລັດ​ຫວຽດນາມ ​ແມ່ນ​​ເຄົາລົບ ​ແລະ ຮັບປະກັນ​ສິດ​ທິມະນຸ​ດທັງ​ໝົດ ​ຖືກຕ້ອງ​ຕາ​ມມາດຖານ​ສາກົນ​ກ່ຽວ​ກັບສິດ​ທິມະນຸ​ດ. ​ໃນ​ຕົວ​ຈິງ, ລັດ​ຫວຽດນາມ ຮັບປະກັນ​ສິດ​ຂອງ​ພົນະ​ເມືອງ​ຫວຽດນາມ ທັງ​ໝົດ​ຄື: ສິດ​ເປັນ​ເຈົ້າ, ສິດ​ເສລີພາບ​ໃນ​ການ​ປາກ​ເວົ້າ, ສິດ​ເສລີພາບ​ທາງ​ສື່ມວນ​ຊົນ, ສິດ​ເສລີພາບ​ໃນ​​ໂຮມ​ປະຊຸມ, ສາສະໜາ… ​ໃນ​ໄລຍະ​ຜ່ານ​ມາ, ຫວຽດນາມ ບັນລຸ​ໄດ້ບັນດາ​ຜົນງານ​ທີ່​ໜ້າ​ເອກອ້າງ​ທະ​ນົງ​ໃຈ​ໃນ​ການ​ຮັບປະກັນສິດ​ທິມະນຸ​ດ​ໃນ​ທຸກ​ຂົງ​ເຂດ ຈາກ​ພົນລະ​ເຮືອນ ຕະຫຼອດ​ຮອດ​ການ​ເມືອງ, ​ເສດຖະກິ​ດ, ວັດທະນະທຳ ສັງຄົມ. ນັ້ນ​ແມ່ນ​ບັນດາ​ຜົນງານ​ທີ່​ບໍ່​ສາມາດ​ປະຕິ​ເສດ​​ໄດ້ ​ໃນ​ການ​ປະຕິບັດ​ບັນດາ​ຈຸດໝາຍ​ສະຫັດ​ສະ​ວັດ​ຢ່າງ​ມີ​ປະສິດທິ​ຜົນ, ຫລຸດຜ່ອນ​ອັດ​ຕາ​ຜູ້​ທຸກ​ຍາກ​ອຶດ​ຫິວ​ຢ່າງ​ໄວວາ, ຍົກ​ສູງ​ລະດັບ​​ຄອງ​ຊີບ​ຂອງ ປຊຊ, ບັນດາ​ດັດຊະນີ​ພັດທະນາ​ມະນຸດ… ຍ້ອນ​ເຫດ​ນັ້ນ, ​ໃນ​ບົດ​ລາຍ​ງານ​ພັດທະນາ​ມະນຸດ​ປີ 2013 ຂອງ​ໂຄງການ​ພັດທະນາ ສປຊ (UNDP) ປະກາດ​ເມື່ອວັນ​ທີ 3/7/2013 ​ໄດ້​ຕີ​ລາຄາ​ວ່າ ຫວຽດນາມ ​ແມ່ນ​ປະ​ເທດ​ທຳ​ອິດ​ໃນ​ຈຳນວນ 40 ກ່ວາ​ປະ​ເທດ​ພວມ​ພັດທະນາ​ບັນລຸ​ໄດ້​ບັນດາ​ຄວາມ​ກ້າວໜ້າ​​ເກີນ​ຄາດ​ກ່ຽວ​ກັບ​ການ​ພັດທະນາ​ມະນຸດ​ໃນ​ຊຸມ​ທົດ​ສະ​ວັດ​ມໍ່ໆ​ມາ​ນີ້. ຖ້າ​ຫາກ​ວ່າ ບັນດາ​ທ່ານ​ສະມາຊິກ​ລັດຖະສະພາ​ຖື​ວ່າ: ສິດ​ທິມະນຸ​ດຢູ່​ຫວຽດນາມ ພວມ​ຊົ່ວ​ຮ້າຍ​ລົງ, ​ໂດຍ​ບໍ່​ຫົວຊາ​ຕໍ່​​ຄຳ​ຢັ້ງຢືນ​​ໃນ​​ບົດ​ລາຍ​ງານພັດທະນາ​ມະນຸດ​ສະບັບ​ຕ່າງໆ ປີ 2013 ຂອງ UNDP, ແມ່ນບໍ່​ວ່າ ​ເຂົາ​ເຈົ້າພວມ​ນຳ​ໃຊ້​ບັນດາ​ມາດຖານ​ພິ​ເສດ​ກ່ຽວ​ກັບສິດ​ທິມະນຸ​ດທີ່​ມີ​ຕໍ່​ຫວຽດນາມ?

  ສະພາຕົວ​ຈິງ​ຢູ່​ຫວຽ​ດນາມ ບໍ່​ມີ​ອັນ​ທີ່​ເອີ້ນ​ວ່າ ”ນັກ​ໂທດມະ​ໂນ​ທຳ” ຫລື ”ນັກ​ໂທ​ດການ​ເມືອງ” ຫາ​ກມີ​ພຽງ​ແຕ່​ຜູ້​ທີ່​​ໄດ້ລະ​ມີດ​ກົດໝາຍ, ຖືກ​ຮັບ​ການ​ພິພາກສາ​ຢ່າງ​ເປີດ​ເຜີຍ ​ແລະ ປະຕິບັດ​ຕາມ​ຄຳ​ຕັດສິນ​ຂອງ​ຊາດ​ຢ່າງ​ຖືກຕ້ອງ​ຕາມ​​ລະບຽບ​ກົດໝາຍ​ເທົ່າ​ນັ້ນ. ບັນດາ​ກໍລະນີ​ທີ່​ເຂົາ​ເຈົ້າ​ໄດ້​ເຕື້ອງ​ເຖິງ​ແມ່ນ​ສ່ວນບຸກຄົນ​ຖືກ​ສານ​ຕັດສິນ​ລົງໂທດດ້ວຍບັນດາການ​ກະທຳ​ຜິດ​ຢ່າງລະອຽດ, ຫາກບໍ່ແມ່ນ ”ຜູ້ທີ່ມີຄວາມເຫັນບໍ່ລົງລອຍກັນ” ຫລື ”ບັນດາ ນັກເຄື່ອນໄຫວການເມືອງ“. ເລື່ອງສານຫວຽດນາມ ຕັດສິນລົງໂທດບັນດາເປົ້າໝາຍດັ່ງກ່າວ ແມ່ນຖືກຕ້ອງ ກັບກົດໝາຍ ຂອງຫວຽດນາມ, ​ສອງ​ຄ່ອງ​ກັບ​ບັນດາ​ຄຳໝັ້ນສັນຍາ, ສົນທິສັນຍາ​ສາກົນຊື່​ງ ຫວຽດນາມ ​ໄດ້​ເຂົ້າຮ່ວມ ​ແລ​ະ ບໍ່​ລະ​ເມີ​ດກົດໝາຍ​ສາກົນ​ແຕ່​ຢ່າງ​ໃດ.

   ​ໃນ​ຕົວ​ຈິງ, ລະຫວ່າງ​ຫວຽ​ດນາມ ​ແລະ ອີ​ຢູ ພວມ​ມີ​ສິ່ງ​ທີ່​ຍັງ​ຄົງ​ຄ້າງກ່ຽວ​ກັບ​ບັນດາ​ຄວາມ​ຜິດ​ໂຕນກັນ​ດ້ານສິດ​ທິມະນຸ​ດ ຍ້ອນ​ຄວາມ​ແຕກ​ຕ່າງ​ກັນ​ດ້ານ​ວັດທະນະທຳ, ມູນ​ເຊື້ອ​ປະຫວັດສາດ, ລະດັບ​ການພັດທະນາ…ການ​ປະຕິບັດສິດ​ທິມະນຸ​ດ​ຕ້ອງ​ອີງ​ຕາມ​ບັນດາ​ຈຸດ​ພິ​ເສດສະ​ເພາະ​ດ້ານ​ປະຫວັດ ສາດ, ວັດທະນະທຳ, ສາສະໜາ, ການ​ເຫຼື້ອມ​ໃສ, ​ເງື່ອ​ນໄຂດ້ານ​ເສດຖະກິດ​ສັງຄົມ​ຢູ່​ແຕ່ລະ​ປະ​ເທດ. ​ໃນ​ດ້ານ​ສາກົນ ​ແລະ ຖ້າຫາກ​ພິຈາລະນາ​ຕາມ​ແງ່​ມູມອະທິປະ​ໄຕ​ຂອງ​ແຕ່ລະ​ປະ​ເທດ, ​ສິ່ງ​ທີ່​ແນ່ນອນ ນັ້ນ​ແມ່ນ, ບໍ່​ມີ​ປະ​ເທດ​ໃດ ຈະ​ແມ່ນ​ແບບຢ່າງ​ກ່ຽວ​ກັບ​ດ້ານສິດ​ທິມະນຸ​ດ​ໃຫ້​ແກ່​ປະ​ເທດ​ອື່ນ​ໄດ້. ສະ​ນັ້ນ, ການ​ສັງ​ເກດ​ບໍ່​ຮອບດ້ານ​ກ່ຽວ​ກັບສິດ​ທິມະນຸ​ດ​ຢູ່​ຫວຽດນາມ ​ແມ່ນ​ວຽກ​ງານ​ທີ່​ພິດພາດ, ສ່ວນ​ການຈັດ​ວາງ​ມາດຖານສິດ​ທິມະນຸ​ດ​ຂອງ​ບາງ​ປະ​ເທດ​ອີ​ຢູ ທີ່​ມີ​ຕໍ່​ຫວຽດນາມ ​ແມ່ນ​ການ​ກະທຳ​ແຊກ​ແຊງ​ໂດຍ​ບັງອາດ​ເຂົ້າວຽກງານ​ພາຍ​ໃນ​ຂອງ​ຫວຽດນາມ. ການ​ກະທຳ​ດັ່ງກ່າວ​ແມ່ນ​ບໍ່​ມີ​ປະ​ໂຫຍ​ດ, ບໍ່​ຊ່ວຍ​ໄດ້​ຫຍັງໃຫ້​ວິວັດ​ທະ​ນາ​ການ​ເພີ່ມ​ທະວີ​ການ​ໂອ້​ລົມ​ສົນທະນາ ​ເພື່ອ​ເຂົ້າ​ໃຈ​ກ່ຽວ​ກັບ​ດ້ານສິດ​ທິມະນຸ​ດ ຊື່​ງຫວຽດນາມ ​ແລະ ອີ​ຢູ ​ໄດ້ ​ແລະ ພວມ​ປະຕິບັດ​ນັບ​ແຕ່​ກ່ອນມາ​ຮອດ​ປະຈຸ​ບັນ./.

ຕອບກັບ

ຂ່າວ/ບົດ​ອື່ນ