ການສົນທະນາຍຸດທະສາດ ແລະ ເສດຖະກິດ ຈີນ-ອາເມລິກາ ຍັງມີສິ່ງທ້າທາຍຫຼາຍຢ່າງ

 

ການສົນທະນາຍຸດທະສາດ ແລະ ເສດຖະກິດ ຈີນ-ອາເມລິກາ ຍັງມີສິ່ງທ້າທາຍຫຼາຍຢ່າງ - ảnh 1
ລັດຖະມົນຕີ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ Hillary Clinton
ເຂົ້າຮ່ວມການ​ສົນທະ​ນາຈີນ-ອາ​ເມ​ລິ​ກາ​ ເມື່ອປີກາຍ
(ພາບ: Intrenet)


   ວັນ​ທີ 3/5 ຢູ່​ປັກ​ກິ​ງ, ອາ​ເມ​ລິ​ກາ ​ແລະ ຈີນ ​ໄດ້​ດຳ​ເນີນ​ການ​ສົນທະ​ນາກ່ຽວ​ກັບຍຸດ​ທະ​ສາດ ​ແລະ ​ເສດ​ຖະກິດ​ຄັ້ງ​ທີ່ 4 ຊຶ່ງ​ແມ່ນ 1 ​ໃນ​ບັນດາ​ກົນ​​ໄກສົນທະ​ນາປະຈຳ​ປີ​ທີ່​ສຳຄັນ​ທີ່​ສຸດ​ໃນ​ສາຍພ​ົວພັນ​ຈີນ-ອາ​ເມ​ລິ​ກາ​ໃນ​ປະຈຸ​ບັນ. ​ໂດຍ​ຖືກ​ດຳ​ເນີນ​ໃນ​ເວລາ 2 ວັນ, ການສົນທະ​ນາມີ​ຄວາມ​ຫວັງ​ຈະ​ແກ້​ໄຂ​ ​ບັນດາສິ່ງກິດ​ຂວາງ​​ເທື່ອ​ລະ​ກ້າວໃນ​ການ​ພົວພັນ​ລະຫວ່າງ 2 ພື້ນ​ຖານ​ເສດຖະກິດ​ໃຫຍ່​ກ່ວາ​ໝູ່​ໃນ​ໂລກ, ​ແຕ່​ຕາມ​ບັນດາ​ນັກ​ໃຈ້​ແຍກ​ແລ້ວ, ນິ້ີ້​ແມ່ນ​ສິ່ງ​ທີ່​ບໍ່​ງ່າຍດາຍ​ແຕ່​ຢ່າງ​ໃດ​ເພາະວ່າ ທັງ ຈີນ ​ແລະ ອາ​ເມ​ລິ​ກາ ຕ່າງ​ກໍ​ມີ​ຜົນ​ປະ​ໂຫຍ​ດຍຸດ​ທະ​ສາດສະ​ເພາະ​ຂອງ​ຕົນ.

     ການ​ສົນທະນາຖືກ​ດຳ​ເນີນ​ໂດຍ​ພາຍ​ໄຕ້​ການ​ເປັນ​ປະທານ​ຂອງ​ຮອງ​ນາຍົກ ລັດ​ຖະມົນຕີ​ຈີນ ຫວາງຈືຊານ   , ກຳມະການ​ໃນ​ຄະນະ​ລັດຖະບານ​ຈີນ ຕາຍ​ປີ້ງ​ກົວ, ລັດຖະມົນຕີ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ Hillary Clinton ​ແລະ ລັດຖະມົນຕີ​ການ​ເງິນ​ອາ​ເມ​ລິ​ກາ  Timothy Geithner . ນອກຈາກ​ນັ້ນ, ​ໃນ​ ການ​​ເຂົາ​ຮ່ວມ​ການສົນທະນາ ຍັງ​ມີ​ບັນດາ​ຜູ້ຕາງໜ້າ​ຂອງ ກ່ວາ 20 ກະຊວງ, ຂະ​ແໜງ​ການ​ຂອງ​ແຕ່ລະ​ປະ​ເທດ. ​ເຖິງ​ວ່າ​ພຽງ​ດຳ​ເນີນ​ໃນ​ເວລາ 2 ວັນ​ເທົ່າ​ນັ້ນ, ​ແຕ່ ການ​ສົນທະນາ​ໄດ້​ຮັບ​ຂໍ້​ສັງ​ເກດ​ວ່າ ​ແມ່ນ​ມີ​ຜົນ​ກະທົບ​ບໍ່​ໜ້ອຍ​ຕໍ່​ການ​ພັດທະນາ​ການ​ພົວພັນ ຈີນ-ອາ​ເມ​ລິ​ກາ. ຕາມ​ຂ່າວ​ຄາວ​ທີ່ 2 ຝ່າຍ​ໄດ້​ປະກາດ​ແລ້ວ, ການ​ສົນທະນາຄັ້ງ​ນີ້​ແມ່ນ​ເລັ່ງ​ໃສ່​ບັນດາ​ບັນຫາ​ທີ່​ຮ້ອນ​ເຮັ່ງ​ໃນ ການ​ພົວພັນ ຈີນ-ອາ​ເມ​ລິ​ກາ ປະຈຸ​ບັນ, ນັບ​ທັງ​ດ້ານ​ການ​ເມືອງ ​ແລະ ​ເສດຖະກິດ. ທາງ​ດ້າ​ນການ​ເມືອງ, ທ່ານ​ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ຈີນ ຖິງທ່ຽນ​ຂາຍ​ໃຫ້​ຮູ້​ວ່າ : 2 ຝ່າຍ​ຈະ​ດຳ​ເນີນ​ປຶກສາ​ຫາລື​ບັນດາ​ບັນຫາ​ຄວາມ​ໝັ້ນຄົງ​ຍຸດ​ທະ​ສາດ​ທີ່​ຕ່າງ​ຝ່າຍ​ມີ​ຄວາມ​ສົນ​ໃຈ, ບັນຫາ​ປ່ຽນ​ແປງ​ດິນ​ຟ້າ​ອາກາດ, ຄວາມ​ໝັ້ນຄົງດ້ານ​ພະລັງງານ, ບັນຫາ​ຊູ​ດັງ, ອາຊີ​ໃຕ້... ນອກຈາກ​ນັ້ນ ຕາມ​ບັນດານັກວິຈານ​ແລ້ວ, ສະພາບ​ການ​ໃນ​ແຫຼມ​ເກົາຫຼີ, ສະພາບການ ຊີຣີ ຫຼື​ເລື່ອງ​ຈີນ​ນຳ​ເຂົ້າ​ນ້ຳມັນ​ຈາກ ອີຣານ, ຄວາມ​ປອດ​ໄພ​ໃນ​ການ​ເດີນ​ທະ​ເລ​ຢູ່​ທະ​ເລ​ຕາ​ເວັນ​ອອກ... ​ແມ່ນ​ອາດຈະ​ຖືກຝ່າ​ຍອາ​ເມ​ລິ​ກາ​ເຕື້ອງ​ເຖິງ​ໃນ​ຂອບ​ເຂດການ​ສົນທະນາຍຸດ​ທະ​ສາດ 2 ຝ່າຍ​ຄັ້ງ​ນີ້. ທາງ​ດ້ານ​ເສດຖະກິດ, ການ​ນຳ ຈີນ ​ແລະ ອາ​ເມ​ລິ​ກາຈະ​ປຶກສາ​ຫາລື​ການ​ຊຸກຍູ້​ເສດຖະກິດ​ເຕີບ​ໂຕ​ແບບ​ຍືນ​ຍົງ ​ແລະ ສ້າງ​ຄວາມ​ກ້ຳ​ເກີ​ງ, ​ແງ່​ຫວັງ​ນະ​ໂຍບາຍ​ການ​ເງິນ ​ແລະ ​ເງິນຕາ​ຂອງ​ແຕ່ລະ​ປະ​ເທດ, ​ເປີດ​ກ້ວາງ​ກາ​ລະ​ໂອກາດ​ແລກປ່ຽນ​ການ​ຄ້າ ​ແລະ ການ​ລົ​ງ​ທຶນ, ສ້າງ​ຄວາມ​ສະຫງົບ​ໝັ້ນ​ທຽງ ​ແລະ ປະຕິ​ຮູບ​ຕະຫຼາດ​ການ​ເງິນ. ທ່ານ​ຮອງ​ລັດຖະມົນຕີ​ການ​ເງິນ​ຈີນ ຈູ​ກວາງ​ຢິວ​ໃຫ້​ຮູ້​ວ່າ ​ໃນ​ຂອບ​ເຂດ ການ​ສົນທະນາ ຄັ້ງ​ນີ້, 2 ຝ່າຍຍັງ​ຖະ​ແຫຼ​ງຈະ​ດຳ​ເນີນການ​ເຈລະຈາສັນ​ຍາ​ອາລັກຂາ​ແກ່​ການ​ລົງທຶນ 2 ຝ່າຍ.

   ດ້ວຍ​ບັນດາ​ບັນ​ຫາ​ທີ່​ຮ້ອນ​ເຮັ່ງດັ່ງ​ກ່າວ, ການ​ສົນທະນາ​ໄດ້​ຮັບ​ຄວາມ​ສົນ​ໃຈ​ຈາກ​ຫາງ​ສຽງ. ກ່ອນ​ທີ່​ດຳ​ເນີນ ການ​ສົນທະນາ, ວົງ​ການ​ນັກ​ການ​ເມືອງ ​ແລະ ຫາງ​ສຽງ​ອາ​ເມ​ລິ​ກາ​ໄດ້​ມີ​ຂໍ້​ສັງ​ເກດ​ຢ່າ​ງຕັ້ງໜ້າ ກໍ​ຄື​ຄຳ​ປາ​ໄສ​ສະ​ແດງ​ໃຫ້​ເຫັນ ຄວາມ​ປະ​​ເອີ​ບ​ໃຈ​ຕໍ່​ສາຍ​ພົວພັນ ຈີນ-ອາ​ເມ​ລິ​ກາ. ທ່ານ​ ລັດຖະມົນຕີ​ການ​ເງິນ​ອາ​ເມ​ລິ​ກາ  Timothy Geithner ​ໄດ້​ໃຫ້​ຂໍ້​ສັງ​ເກດ​ວ່າ ບໍ່​ມີ​ປະ​ເທດ​ໃດ​ໃນ​ໂລກ​ພັດ​ມີ​ຫຼາຍ​ກາລະ​ໂອກາດ ​ແລະ ສິ່ງ​ທ້າ​ທາຍ​ປະສານ​ກັນ​ໃນ​ພາບ​ດຽວ​ຄື​ປະ​ເທດ​ຈີນ. ​ໃນ​ໄລຍະ​ທີ່​ຜ່ານ​ມາ, ອຳນາດ​ການ​ປົກຄອງ​ຂອງ​ປະທານາທິບໍດີ Barak Obama ​ໄດ້​ບັນລຸ​ບັນດາ​ບາດກ້າວ​ເດີນ​ທີ່​ສຳຄັນ​ໃນ​ຈຸດໝາຍ​ຂອງ​ຕົນ. ສ່ວນ​ວົງ​ການ​ກາ​ນນຳ​ວິ​ສາ​ຫະກິດ​ອາ​ເມ​ລິ​ກາ ພັດ​ຖື​ວ່າ ການ​ສົນທະນາຄັ້ງ​ທີ່ 4 ນີ້ ​ແມ່ນ​ໂອກາດ​ທີ່​ດີ​ທີ່​ສຸດ​ເພື່ອ​ໃຫ້​ຈີນ​ຊຸກຍູ້​ການ​ປະຕິ​ຮູບ​ສະພາບ​ແວດ​ລ້ອມ​ແຫ່ງ​ການ​ລົງທຶນ. ທ່ານ​ປະທານ​ສະພາ​ທຸລະ​ກິດ ອາ​ເມ​ລິ​ກາ - ຈີນ John Frisbie ​ເວົ້າ​ວ່າ ບັນດາ​ບໍລິສັດ​ຂອງ​ອາ​ເມ​ລິ​ກາ​ປາດ​ທະ​ໜາ​ວ່າ ຈີນ​ຈະ​ເຫັນ​ດີ​ເປີດ​ການ​ປຶກສາ​ຫາລື​ກ່ຽວກັບ​ສັນຍາ​ລົງທຶນ 2 ຝ່າຍ, ຕາມ​ນັ້ນ​ແລ້ວ, ຈະ​ອະນຸຍາດ​ໃຫ້​ບັນດາ​ບໍລິສັດ​ຂອງ​ຕ່າງປະ​ເທດ​ສາມາດ​ມີ​ກຳມະສິດ​ບໍລິ​ຫານ​ບັນດາ​ວິ​ສາ​ຫະກິດຂອງ​ຈີນ.

     ພ້ອມ​ກັບ​ບັນດາ​ຄຳ​ໃຫ້​ສັງ​ເກດ​ຢ່າງຕັ້ງ​ໜ້າ ​ແລະ ບັນດາ​ຄວາມ​ຫວັງ​ທີ່​ດີ​ນັ້ນ, ການ​ສົນທະນາ ຍັງ​ຕ້ອງ​ປະ​ເຊີນ​ໜ້າ​ກັບ​ສິ່ງ​ທ້າ​ທາຍ​ຫຼາຍ​ຢ່າງ ທີ່​ເປັນ​ການ​ນາບ​ຂູ່​ຈະ​ສົ່ງ​ຜົນ​ສະທ້ອນ​ເຖິງ​ລະດັບຄວາມ​ສຳ​ເລັດ​ຂອງ​ກົນ​ໄກຮ່ວມ​ມື 2 ຝ່າຍ​ນີ້. ກ່ອນ​ທີ່​ດຳ​ເນີນ ການ​ສົນທະນາ, ອາ​ເມ​ລິ​ກາ ​ໄດ້​ກະຕຸກ​ຊຸກຍູ້ ຈີນປະຕິ​ຮູບ​ການ​ເງິ​ນ​ເພື່ອ​ຊ່ວຍ​ສ້າງ​ສະພາບ​ແວດ​ລ້ອມ​ທີ່​ຍຸດຕິ​ທຳ​ລະຫວ່າງ 2 ພື້ນຖານ​ເສດຖະກິດ, ​ໃນ​ນັ້ນ​ສືບ​ຕໍ່​ເຕື້ອງ​ເຖິງ​ກະກູນເງິນ​ຢວນຂອງ​ຈີນ. ລັດຖະມົນຕີ​ການ​ເງິນ​ອາ​ເມ​ລິ​ກາ  Timothy Geithner ຖື​ວ່າ ບັນດາ​ການ​ປະຕິ​ຮູບ​ກ່ຽວ​ກັບອັດຕາ​ແລກປ່ຽນ​ເງິນຕາ​ໃນ​ມໍ່ໆ​ມາ​ນີ້​ຂອງ ປັກ​ກິ​ງ ຍັງ​ບໍ່​ພຽງພໍ​ເທື່ອ. ​ແຕ່ຕາມ​ບັນດາ​ນັກ​ໃຈ້​ແຍກ​ແລ້ວ, ທ່ານ ລັດຖະມົນຕີ​ການ​ເງິນ​ອາ​ເມ​ລິ​ກາ  Timothy Geithner ມີ​ຄວາມສະຫຼາດ​ສະຫຼຽວ​ດ້ວຍ​ເລື່ອງ​ບໍ່​​ເຮັດ​ບັນ​ຫາອັດຕາ​ແລກປ່ຽນ​ເງິນ​ຢວນຂອງ​ຈີນກາຍ​ເປັນ​ບັນ​ຫາ​ທີ່​ເຄັ່ງຮ້ອນ​ໃນ ການ​ສົນທະນາ​ເພາະວ່າ ທີ່ 1 ການ​ຂາດດູນ​ການ​ຄ້າ​ຂອງ​ອາ​ເມ​ລິ​ກາ ​ແມ່ນບັນຫາ​ຫຼາຍ​ຝ່າຍ. ທີ່ 2 ​ແມ່ນ ກະກູນເງິນ​ຢວນຂອງ​ຈີນປະຈຸ​ບັນ​ໄດ້​ຖີບ​ຕົວ​ຂຶ້ນ​ເຖິງ 31,4% ​ເມື່ອ​ທຽບ​ໃສ່ ກະກູນເງິນ​ USD ນັບ​ແຕ່​ກາງ​ປີ 2005. ທີ່ 3 ​ແມ່ນ ຕາມ​ການ​ຄົ້ນ​ຄ້ວາ ​ໄດ້​ສະ​ແດງ​ໃຫ້​ເຫັນວ່າ ພຽງ​ປະ​ມານ 20% - 30% ປະລິມານສິນຄ້າ​ສົ່ງ​ອອກ​ຂອງ​ຈີນ​ໄປ​ຍັງ​ຕະຫຼາດ​ອາ​ເມ​ລິ​ກາ ​ແມ່ນ​ສ່ອງ​ແສງ​ດ້ານ​ມຸນ​ຄ່າ​​ເພີ່ມ​ຢູ່​ພາຍ​ໃນ​ປະ​ເທດ​ຈີນ. ​ເກືອບ 60% ປະລິມານສິນຄ້າ​ສົ່ງ​ອອກ​ຂອງ​ຈີນ​ແມ່ນ​ຂອງ​ບັນ​ດາ​ວິ​ສາ​ຫະກິດ​ທີ່​ມີ​ເງິນ​ລົງທຶນ​ຕ່າງປະ​ເທດ. ດັ່ງ​ນັ້ນ, ພື້ນຖານ​ການຫັນ​ການ​ຜະລິດ​ເປັນ​ທົ່ວ​ໂລກ​ພວມ​ສົ່ງ​ຜົນ​ສະທ້​ອນ​ເຖິງ​ການ​ຄ້າ 2 ຝ່າຍ ອາ​ເມ​ລິ​ກາ - ຈີນ , ຫາກ​ບໍ່​ແມ່ນ​ອັດຕາ​ແລກປ່ຽນ​ເງິນຕາ.

     ​ໃນ​ການພ​ົວພັນ​ສາກົນ, ກໍ​ຍັງ​ມີ​ບັນດາ​ສັນຍານ​ທີ່​ເປັນ​ໜ້າ​ວິຕົກ​ກັງ​ວົນ ທີ່​ຈະ​ສົ່ງ​ຜົນ​ສະທ້ອນ​ເຖິງ ຜົນ​ຂອງການ​ສົນທະນາ. ນັ້ນ​ແມ່ນການ​ຢ້ຽມຢາມ ຟີ​ລິບປິນ , ອີ​ເດຍ ຂອງ ລັດຖະມົນຕີ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ Hillary Clinton ກ່ອນ​ທີ່​ໄປ​ຍັງ​ປັກ​ກິ​ງ​ເຂົ້າ​ຮ່ວມ ການ​ສົນທະ​ນາ​ກ່ຽວ​ກັບຍຸດ​ທະ​ສາດ ​ແລະ ​ເສດຖະກິດ​ລະຫວ່າງ ຈີນ-ອາ​ເມ​ລິ​ກາຄັ້ງ​ທີ່ 4. ນີ້​ແມ່ນ​ບັນດາ​ປະ​ເທດ​ທີ່​ພວມ​ມີຄວາມບໍ່​ລົງລອຍ​ກັນ​​ໃດ​ໜຶ່ງ​ກັບ​ຈີນ.

    ​ໃຫ້​ຂໍ້​ສັງ​ເກດ​ກ່ຽວ​ກັບ​ການ ສົນທະ​ນາ​ຍຸດ​ທະ​ສາດ ​ແລະ ​ເສດຖະກິດ​ລະຫວ່າງ ຈີນ-ອາ​ເມ​ລິ​ກາ ຄັ້ງ​ນີ້, ຜູ້​ຊ່ຽວຊານ​ບາງ​ຄົນ​ຖື​ວ່າ ​ເຖິງ​ວ່າການ​ພົ​ວພັນ​ດ້ານ​ເສດຖະກິດ​ລະຫວ່າງ ອາ​ເມ​ລິ​ກາ - ຈີນນັບ​ມື້​ນັບ​ພັດທະນາ​ກໍ​ຕາມ, ​ແຕ່​ການ​ພົວພັນ​ສັງ​ລວມລະຫວ່າງ ອາ​ເມ​ລິ​ກາ - ຈີນ ຍັງ​ຄົງ​ບໍ່​ດຳ​ເນີ​ນ​ໄປ​ດ້ວຍ​ດີ​ຍ້ອນ​ເກີດ​ມີ​ຫຼາຍ​ບັນຫາ​ທີ່ສັບສົນ ​ເຊິ່ງທັງ 2 ປະ​ເທດ​ບໍ່​ສາມາດ​ແກ້​ໄຂ​ໃນ​ເວລາ​ອັນ​ສັ້ນໆ​ໄດ້. ​ເບິ່ງ​ຄື​ວ່າ ການ​ສົນທະນາຄັ້ງ​ນີ້ ຍັງ​ຄົງແມ່ນບາດກ້າວ​ເຊື່ອມ​ຕໍ່ ​ເພື່ອ​ໃຫ້ 2 ປະ​ເທດ​ສ້າງການ​ພົວພັນ​ທີ່​ຕັ້ງ​ໜ້າ​ກ່ວາ​ເກົ່າ​ໃນ​ອະນາຄົດ.

ຕອບກັບ

ຂ່າວ/ບົດ​ອື່ນ