ການສົນທະນາຍຸດທະສາດຄັ້ງທີ່ 3 - ເພີ່ມພະລັງແຮງໃຫ້ແກ່ສາຍພົວພັນ ອາເມລິກາ - ອິນເດຍ

ການສົນທະນາຍຸດທະສາດຄັ້ງທີ່ 3 - ເພີ່ມພະລັງແຮງໃຫ້ແກ່ສາຍພົວພັນ ອາເມລິກາ - ອິນເດຍ - ảnh 1
ທ່ານນາງລັດຖະມົນຕີ​ການ​ຕ່າງປະ​ເທດ ອາ​ເມ​ລິ​ກາ Hillary Clinton ແລະ ທ່ານລັດຖະມົນຕີ​ການ​ຕ່າງປະ​ເທດ ອິນເດຍ Somanahalli Mallaiah Krishna
(ພາບ: Internet )


ການ​ສົນທະນາ​ຍຸດ​ທະ​ສາດ​ຄັ້ງ​ທີ່​ 3 ລະຫວ່າງ ອາ​ເມ​ລິ​ກາ ​ແລະ ອິນ​ເດຍ​ໄດ້​ຖືກ​ຈັດ​ຂຶ້ນ​ຢູ່ ວໍ​ຊິງ​ຕັນ​ແຫ່ງ​ສະຫະລັດອາ​ເມ​ລິ​ກາ​ໃນ​ວັນທີ 13/6. ລັດຖະມົນຕີ​ການ​ຕ່າງປະ​ເທດ ອາ​ເມ​ລິ​ກາ Hillary Clinton ຄູ່​ຕ່ຳ​ແໜ່​ງຂອງ​ອິນ​ເດຍ ທ່ານ Somanahalli Mallaiah Krishna ​ໄດ້​ເຫັນ​ດີ​ເປັນ​ເອກະສັນ​ກັນ ​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ຫຼາຍ​ຂົງ​ເຂດ​ທີ່​ສຳຄັນ, ຊຶ່ງ​ເປັນ​ການ​ນຳ​ເອົາ​​​ຖະ​ແຫຼງການ​ຂອງ​ປະທານາທິບໍດີອາ​ເມ​ລິ​ກາ Barac Obama ​ເມື່ອ​ເດືອນ 1/2012 ຂະນະ​ທີ່​ໄດ້​ຢືນຢັນ​ອິນ​ເດຍ​ແມ່ນ​ຄູ່​ຮ່ວມ​ມື​ທີ່​ສຳຄັນ​ທີ່​ສຸດ​ຂອງ ອາ​ເມ​ລິ​ກາ​ຢູ່​ອາຊີ​ປາຊີ​ຟິກ ເຂົ້າ​ປະຕິບັດ​ໃນ​ພາກ​ຕົວ​ຈິງ.

     ທີ່ການ​ສົນທະນາ​ຍຸດ​ທະ​ສາດ​ຄັ້ງ​ທີ່​ 3 ລະຫວ່າງ ອາ​ເມ​ລິ​ກາ ​ແລະ ອິນ​ເດຍ, ທາງ​ຝ່າຍອາ​ເມ​ລິ​ກາ ​ໄດ້​ສະ​ແດງ​ຄວາມ​ເພິ​ງພໍ​ໃຈ​ຕໍ່​ຂໍ້​ຕົກ​ລົງ​ໃນ​ເບື້ອງ​ຕົ້ນ​ໂດຍ​ບໍລິສັດ​​ເຄື່ອງອຸປະກອນ​ຈັກ​ນິວ​ເຄຼຍ Westinghouse ຂອງອາ​ເມ​ລິ​ກາ ​ແລະ ກຸ່ມ​ບໍລິສັດ​ພະລັງງານ​ນິວ​ເຄຼຍອິນ​ເດຍ ຫາ​ກໍ​ລົງ​ນາມ ​ແນ​ໃສ່​ກໍ່ສ້າງ​ບັນດາ​ເຕົານິວ​ເຄຼຍ ຢູ່ອິນ​ເດຍ. ລັດຖະມົນຕີ​ການ​ຕ່າງປະ​ເທດ ອາ​ເມ​ລິ​ກາ Hillary Clinton ຖື​ວ່າ ນີ້​ແມ່ນ​ບາດກ້າວ​ທີ່​ສຳຄັນ​ໃນ​ຄວາມ​ມານະ​ພະຍາຍາມ​ຊຸກຍູ້​ການ​ຮ່ວມ​ມື ​ແລະ ຜັນ​ຂະຫຍາຍ​ປະຕິບັດ​ສັນຍາ​ວ່າ​ດ້ວຍ​ການ​ຮ່ວມ​ມື​ດ້ານ​ພະລັງງານນິວ​ເຄຼຍພົນ​ລະ​ເຮືອນລະ​ຫວ່າງ 2 ປະ​ເທດ ທີ່​ໄດ້​ລົງ​ນາມ​ເມື​ອ່ປີ 2008. ​ໃນຂົງ​ເຂດ​ເສດຖະກິດ, ລັດຖະມົນຕີ​ການ​ຕ່າງປະ​ເທດ ອາ​ເມ​ລິ​ກາ ​ໃຫ້​ຂໍ້​ສັງ​ເກດ​ວ່າ ການ​ແລກປ່ຽນ​ການ​ຄ້າ ​ແລະ ການ​ລົງທຶນ 2 ຝ່າຍອາ​ເມ​ລິ​ກາ - ອິນ​ເດ​ຍອາດ​ຈະ​ລື​ນກາຍ​ຕົວ​ເລກ ຄາດໝາຍ100 ຕື້ USD ​ໃນ​ປີ​ນີ້, ​ເພີ່ມ​ຂຶ້ນ 40% ນັບ​ແຕ່​ປີ 2009. ນີ້​ແມ່ນ​ໝາກຜົນ​ທີ່​ໜ້າ​ປະ​ທັບ​ໃຈ​ຊຶ່ງ 2 ປະ​ເທດ​ຄວນ​ຮັກສາ​ໄວ້, ພ້ອມ​ກັນ​ນັ້ນ, ວໍ​ຊິງ​ຕັນ ກໍ​ຄ່ອຍ​ຖ້າ ນິວ​ເດ​ລີ ຈະ​ຫຼຸດຜ່ອນ​ບັນດາ​ບັນດາ​ຮົ້ວ​ພາສີ​ອາກອນ​ກ່ຽວ​ກັບ​ການ​ຄ້າ ​ແລະ ການ​ລົງທຶນ​ໃນ​ຂົງ​ເຂດ​ຕ່າງໆ ຄື ຂາຍຍ່ອຍ​ສິນຄ້າ. ​ໃນ​ການ​ຮ່ວມ​ມື​ທາງ​ດ້ານ​ການ​ປ້ອງ​ກັນຊາ​ດ, ລັດຖະມົນຕີ​ການ​ຕ່າງປະ​ເທດ ອາ​ເມ​ລິ​ກາ Hillary Clinton ​ໃຫ້​ຮູ້​ວ່າ ວົງ​ເງິ​ນການ​ແລກປ່ຽນ​ຄ້າຂາຍ​ໃນ​ຂົງ​ເຂດ​ປ້ອງ​ກັນຊາ​ດລະຫວ່າງ 2 ປະ​ເທດ ບັນລຸກ່ວາ 8 ຕື້ USD ​ໃນ 5 ປີທີ່​ຜ່ານ​ມາ ​ແລະ ນີ້​ແມ່ນ​ບາດກ້າວ​​ອັນ​ໃຫຍ່​ຫຼວງ​ທີ່​ສຸດ.

    ດ້ວຍ​ການ​ຮັບ​ຮູ້ບັນດາ​ໝາກຜົນທີ່​ຕັ້ງໜ້າ​ຂອງ​ການ​ສົນທະນາ, ລັດຖະມົນຕີ​ການ​ຕ່າງປະ​ເທດອິນ​ເດຍ ທ່ານ Somanahalli Mallaiah Krishna ​ໄດ້​ຖື​ວ່າ 2 ປະ​ເທດ​ໄດ້​ສ້າງ​ບັນດາ​ມາດຖານ​ທີ່​ສຳຄັນ​ກ່ວາ, ນັ້ນ​ແມ່ນ​ນ້ຳ​ໃຈ​ມິດຕະພາບ, ​ເຈດ​ຕະນາ​ດີ, ຄວາມ​ເຊື່ອ​ໝັ້ນ ​ແລະ ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຊຶ່ງ​ກັນ ​ແລ​ະ ກັນ​ໃນ​ສາຍ​ພົວພັນ​ຄູ່​ຮ່ວມ​ມື. ລັດຖະມົນຕີ​ການ​ຕ່າງປະ​ເທດອິນ​ເດຍ ກໍ​ຍອມຮັບ​ວ່າ ການ​ສົນທະນາ​ຍຸດ​ທະ​ສາດ​ ​ແມ່ນ​ກາລະ​ໂອກາດ​ອັນ​ໜຶ່ງອັນ​ດຽວ​ເພື​ອ່ປຶກສາ​ຫາລື​ການ​ຮ່ວມ​ມື​ໃນ​ທຸກ​ຂົງ​ເຂດ, ອັນ​ໄດ້​ຊ່ວຍ​ສ້າງ​ຄວາມ​ສາມາດ​ຮ່ວມ​ມື​ຢ່າງ​ໃຫຍ່​ຫຼວງ​ທີ່​ສຸດ​ໃນ​ກາ​ນພົວ​ພັນຄູ່​ຮ່ວມ​ມື​ລະຫວ່າງ 2 ປະ​ເທດ. ລັດຖະມົນຕີ​ການ​ຕ່າງປະ​ເທດອິນ​ເດຍ Somanahalli Mallaiah Krishna ຍັງ​ໃຫ້​ຮູ້​ວ່າ ອິນ​ເດຍມີ​ແຜນການ​ລົງທຶນ 1000 ຕື້ USD ​ເພື່ອ​ກໍ່ສ້າງ​ພື້ນຖານ​​ໂຄງ​ລ່າງ​ໃນ 5 ປີ​ທີ່​ຈະ​ເຖິງ ​ແລະ ສິ່ງ​ນີ້​ກໍ​ເປັນ​ການ​ສ້າ​ງກາລະ​ໂອກາດ​​ເຄື່ອນ​ໄຫວ​ດຳ​ເນີນ​ທຸລະ​ກິດ​ຢ່າງ​ໃຫຍ່​ຫຼວງ​ໃຫ້​ແກ່​ບັນດາ​ບໍ​ລິ​ສັດອາ​ເມ​ລິ​ກາ.

    ອາດ​ເວົ້າ​ໄດ້​ວ່າ ໝາກຜົນ​ຂອງ​ການ​ສົນທະນາ ​ໄດ້​ສະ​ແດງ​ໃຫ້​ເຫັນ​ລັກສະນະ​ທີ່​ກ້ວາງ​ໃຫຍ່​ຂອງ​ສາຍ​ພົວພັນລະຫວ່າງ ອາ​ເມ​ລິ​ກາ - ອິນ​ເດຍ ​ແລະ ສ່ວນ​​ໃດ​ສ່ວນໜຶ່ງ​ໄດ້​ຫັນ​ຄວາມ​ຫວັງ​ຂອງ ວໍ​ຊິງ​ຕັນ ກ່ອນ​ທີ່​ກ້າວ​ເຂົ້າ​ສູ່​ການ​ສົນທະນາ​ໃຫ້​ປະກົດ​ຜົນ​ເປັນ​ຈິງ. ທ່ານ​ນາງ ລັດຖະມົນຕີ​ການ​ຕ່າງປະ​ເທດ ອາ​ເມ​ລິ​ກາ Hillary Clinton ​ເຄີຍ​ຢືນຢັນ​ວ່າ ສາຍ​ພົວພັນລະຫວ່າງ ອາ​ເມ​ລິ​ກາ - ອິນ​ເດຍ ຈະ​ກາຍ​ເປັນໜຶ່ງ​​ໃນ​ບັນດາ​ສາຍ​ພົວພັນ​ຄູ່ຮ່ວມ​ມື​ທີ່​ສຳຄັນ​ໃນ​ສະຕະວັດ​ທີ່ 21. ທ່ານ​ນາງ  Hillary Clinton ປາດ​ທະ​ໜາວ່າ ນິ​ວເດ​ລີ ພ້ອມ​ແລ້ວຈະ​​ໃຫ້ການຮ່ວມ​ມື​ເພື່ອ​ເຮັດ​ໃຫ້ ສາຍ​ພົວພັນລະຫວ່າງ ອາ​ເມ​ລິ​ກາ - ອິນ​ເດຍ ນັບ​ມື້​ນັບ​ແຂງ​ແຮງ​ກ່ວາ​ອີກ. ທ່ານ  Robert Blake ຜູ້​ຊ່ວຍ​ວຽກລັດຖະມົນຕີ​ການ​ຕ່າງປະ​ເທດອາ​ເມ​ລິ​ກາ ຮັບຜິດຊອບ​ພາກ​ພື້ນ​ອາຊີ​ໃຕ້ ​ແລະ ອາຊີ​ກາງ ​ໃຫ້​ຮູ້​ວ່າ ອາ​ເມ​ລິ​ກາ​ໄດ້​ສະຫງວນ​​ເວລາ ​ແລະ ກຳລັງ​ເຫື່ອ​ແຮງ​ເພື່ອ​ຊຸກຍູ້ການ​ພົວພັນກັບ ອິນ​ເດຍ ຍ້ອນ​ວ່າ ອາ​ເມ​ລິ​ກາມີ​ຄວາມ​ເຊື່ອ​ໝັ້ນ​ວ່າ ປະ​ເທດ​ນີ້​ອາດ​ສາມາດ​ກາຍ​ເປັນ​ປະ​ເທດ​ມະຫາ​ອຳນາດ​ໃນ​ໂລກ.

        ຕາມ​ບັນດາ​ນັກ​​ໄຈ້​ແຍກ​ແລ​້ວ, ບໍ່​ແມ່ນ​ເລື່ອງ​ບັງ​ເອີນ​ທີ່ ສາຍ​ພົວພັນ ລະຫວ່າງອາ​ເມ​ລິ​ກາ - ອິນ​ເດຍກາຍ​ເປັນ ສາຍ​ພົວພັນທີ່​ສະໜິດ​ຕິດ​ພັນຄື​ໃນ​ປະຈຸ​ບັນ. ທັງ 2 ​ປະ​ເທດ​ຕ່າງ​ກໍ​ເຫັນ​​ໄດ້​ເຖິງ​ບັນດາ​ຜົນ​ປະ​ໂຫຍ​ດອັນ​ໃຫຍ່​ຫຼວງ​ເມື່ອ​​ເພີ່ມ​ທະວີ​ການຮ່ວມ​ມື. ສຳລັບອາ​ເມ​ລິ​ກາ​ແລ້ວ, ​ເມື່ອ​ເພີ່ມ​ທະວີ​ການ​ຮ່ວມ​ມື​ກັບ​ອິນ​ເດຍ, ອາ​ເມ​ລິ​ກາຈະ​ສາມາດ​ປົກ​ປັກ​ຮັກສາ​ບັນດາ​ສາຍ​ທາງ​ທະ​ເລ​ເພື່ອ​ຂົນ​ສົ່ງ​ນ້ຳມັນ​ຈາກ​ຕາ​ເວັນ​ອອກ​ກາງ​ໄປ​ຍັງ ຍີ​ປຸ່ນ, ສ.​ເກົ່າ​ຫຼີ ​ແລະ ອື່ນໆ ກໍ​ຄື​ສາມາດ​ເຂົ້າ​ເຄື​່ອນ​ໄຫວ​ກັບ​ຕະຫຼາດ​​ໃຊ້​ສອຍທີ່​ໃຫຍ່​ຫຼວງ​ຂອງ​ອິນ​ເດຍ ດ້ວຍ​ຈຳນວນ​ປະຊາ ກອນ 1,2 ຕື້ຄົນ, ບົດບາດ​ຂອງ​ອິນ​ເດຍຄື​ດັ່ງ​ຄວາມ​ສາມາດ​ສູ້​ຢັນ​ທີ່​ສົ​ມດຸນກັບ​ຈີນ ​ແລະ ​ແມ່ນ​ຕະຫຼາດ​ເຄິ່ງ​ເຕັກ​ໂນ​ໂລ​ຢີການ​ທະຫານ. ສ່ວນ​ທາງຝ່າຍ​ອິນ​ເດຍ, ​ແມ່ນ​ຕ້ອງການ​ຮ່ວມ​ມື​ກັບ ອາ​ເມ​ລິ​ກາ​ເພື່ອສະ​ແຫວ​ງຫາ​ແຫຼ່ງທຶນ ​ແລະ ​ເຕັກ​ໂນ​ໂລ​ຢີນິວ​ເຄຼຍ, ຍານ​ອາ​ວະ​ກາດ ​ແລະ ຊອກ​ຫາ​ຕະຫຼາດ​ສົ້ນ​ອອກ​ໃຫ້​ແກ່​ຂົງ​ເຂດເຕັກ​ໂນ​ໂລ​ຢີຂໍ້​ມູນ​ຂ່າວສານ, ການ​ຢາ, ​ເຄື່ອງ​ຕຳ​ແຜ່ນ​ຕັດຫຍິບ.......

   ​ໂດຍ​ອີງ​ໃສ່ບັນດາ​ຜົນ​ປະ​ໂຫຍ​ດຍຸດ​ທະ​ສາດ​ເຊັ່ນນັ້ນ, ອາດ​ຈະ​ເວົ້າ​ໄດ້​ວ່າສາຍ​ພົວພັນລະຫວ່າງ ອາ​ເມ​ລິ​ກາ - ອິນ​ເດຍ ຍັງ​ຈະ​ສະໜິດ​ຕິດ​ພັນ​ຍິ່ງ​ກວ່າ​ອີກ​ເມື່ອ​ທຽບ​ໃສ່​ກ່ອນ​ນີ້. ​ແລະ ໝາກຜົນ​ຂອງການ​ສົນທະນາ​ຍຸດ​ທະ​ສາດ​ຄັ້ງ​ທີ່​ 3  ຊຶ່ງ​ແມ່ນ​ໜຶ່ງ​ໃນ​ບັນດາ​ເຫດການ​ພົວພັນ​ທາງ​ການ​ທູດຢ່າງ​ລຽນຕິດລະຫວ່າງ 2 ປະ​ເທດໃນ 1 ​ເດືອນ​ທີ່​ຜ່ານ​ມາ ​ໄດ້​ເປັນ​ການ​ປະກອບສ່ວນສຳຄັນ​ເພື່ອ​ເພີ່ມ​ພະລັງ​​ແຮງ​ໃຫ້​ແກ່ສາຍ​ພົວພັນລະຫວ່າງ ອາ​ເມ​ລິ​ກາ - ອິນ​ເດຍ​ໃນ​ອະນາຄົດ

ຕອບກັບ

ຂ່າວ/ບົດ​ອື່ນ