ການ​ສູ້​ຢັນ​ກັນ​​ຄັ້ງໃໝ່​ລະ​ຫວ່າງ​ລັດ​ເຊຍ ແລະ ຕ​ວັກ​ກີ ຢູ່​ຊີ​ຣີ

(VOVWORLD) -

ໃນໄລຍະມໍ່ໆມານີ້, ອີກເທື່ອໜຶ່ງ, ສະໜາມຮົບຢູ່ເຂດຕາເວັນອອກສ່ຽງເໜືອຊີຣີ ໄດ້ກາຍເປັນເຂດເຄັ່ງຮ້ອນໃນວິກິດການທີ່ແກ່ຍາວເປັນເວລາຫຼາຍປີທີ່ຜ່ານມາຢູ່ແທດອາຣັບ. ໃນນັ້ນ, ສິ່ງທີ່ຫາງສຽງມີຄວາມວິຕົກກັງວົນທີ່ສຸດ ແມ່ນການສູ້ຢັນກັນທີ່ເຄັ່ງຕຶງລະຫວ່າງລັດເຊຍ ແລະ ຕວັກກີ ຊື່ງແມ່ນສອງປະເທດທີ່ມີຜົນສະທ້ອນຢ່າງໃຫ່ຍຫຼວງທີ່ສຸດຕໍ່ສະພາບການປະຈຸບັນຢູ່ຊີຣີ ຍັງບໍ່ທັນມີສັນຍານຫລຸດລົງເທື່ອ.

ການ​ສູ້​ຢັນ​ກັນ​​ຄັ້ງໃໝ່​ລະ​ຫວ່າງ​ລັດ​ເຊຍ ແລະ ຕ​ວັກ​ກີ ຢູ່​ຊີ​ຣີ - ảnh 1

ປະທານາທິບໍດີຕວກກີກ່າວເຕືອນວ່າ “ບັ້ນບຸກໂຈມຕີ Idlib ພຽງແຕ່ແມ່ນບັນຫາວັນເວລາເທົ່ານັ້ນ” (ພາບ: Viettime)

    ໃນຊຸມວັນທີ່ຜ່ານມາ, ກອງທັບຕວັກກີ ໄດ້ປະກາດຢ່າງລຽນຕິດກ່ຽວກັບບັນດາບັ້ນບຸກໂຈມຕີ ແນໃສ່ກຳລັງທະຫານຊີຣີ ຢູ່ແຂວງ Idlib ທາງທິດຕາເວັນອອກສ່ຽງເໜືອຂອງຊີຣີ. ບໍ່ພຽງແຕ່ເທົ່ານັ້ນ, Ankara ຍັງປະກາດວ່າ ບັນດາບັ້ນບຸກໂຈມຕີແນໃສ່ເປົ້າໝາຍຂອງລັດຖະບານຊີຣີ ຈະໄດ້ “ສືບຕໍ່ປະຕິບັດ” ຊື່ງເຮັດໃຫ້ຄຳຖະແຫຼງເມື່ອວັນທີ 26 ກຸມພາ ຂອງທ່ານປະທານາທິບໍດີຕວັກກີ Tayyip Erdogan ທີ່ວ່າ Ankara ຈະບໍ່ຖອນຫຼັງຢ່າງເດັດຂາດ, ສັນຍາວ່າຈະຍູ້ກຳລັງຂອງລັດຖະບານຊີຣີ ໃຫ້ຖອຍອອກໄປຈາກບັນດາປ້ອມສັງເກດການຢູ່ເຂດ Idlib ປະກົດຜົນເປັນຈິງ. ຄວາມຈິງດັ່ງກ່າວໄດ້ສອ່ງແສງເຖິງສະພາບການທີ່ເຄັ່ງຕຶງທີ່ສຸດໃນປະຈຸບັນຢູ່ທາງທິດຕາເວັນອອກສ່ຽງເໜືອຂອງຊີຣີ. ຊື່ງແມ່ນກຳແພງສຸດທ້າຍຂອງບັນດາກຳລັງລັງລຸກຮື້ຂຶ້ນຢູ່ຊີຣີ.

ແຕ່ເຖິງແນວນັ້ນກໍ່ຕາມ, ສະໜາມຮົບ Idlib (ແລະສ່ວນໜຶ່ງຂອງເຂດ Aleppo) ບໍ່ພຽງແຕ່ແມ່ນການສູ້ຢັນກັນລະຫວ່າງບັນດາກຳລັງຊີຣີ ແລະ ຕວັກກີ ເທົ່ານັ້ນ, ຫາກຍັງແມ່ນການຂັດແຍ້ງກັນທີ່ເຄັ່ງຕຶງທີ່ສຸດລະຫວ່າງລັດເຊຍ (ສະໜັບສະໜູນກຳລັງລັດຖະບານຊີຣີ) ແລະ ຕວັກກີ (ໜູນຫຼັງກຳລັງລຸກຮື້ຂຶ້ນຈຳນວນໜຶ່ງຢູ່ຊີຣີ).

ສະພາບການຢູ່ Idlib ແລະ ປະຕິກິລິຍາໂຕ້ຕອບຂອງຕວັກກີ

ດ້ວຍຄວາມຕັດສິນໃຈທຳລາຍບັນດາກຳແພງສຸດທ້າຍຂອງບັນດາກຳລັງທະຫານກະບົດ ແລະ ຄັດຄ້ານຢູ່ Idlib ນັ້ນ, ບັນດາກຳລັງລັດຖະບານຊີຣີ ໄດ້ຍູ້ແຮງບັ້ນບຸກ ໂຈມຕີແນໃສ່ Idlib ນັບແຕ່ທ້າຍປີກາຍ ແລະ ຍາດໄດ້ສິດຄວບຄຸມເທດສະບານ ແລະ ບ້ານຫຼາຍແຫ່ງ. ແນ່ນອນວ່າ, ບັ້ນບຸກໂຈມຕີດັ່ງກ່າວ ຍັງໄດ້ຮັບການໜູນຊ່ວຍດ້ານທະຫານທີ່ມີຄວາມແຂງແກ່ນທີ່ສຸດຈາກກອງທັບອາກາດລັດເຊຍ.

   ປະຕິກິລິຍາໂຕ້ຕອບຕໍ່ການກະທຳຂອງສຳພັນທະມິດລັດເຊຍ-ຊີຣີ, ຕວັກກີ ຖືວ່າ, ບັ້ນບຸກໂຈມຕີແນໃສ່ Idlib ໄດ້ລະເມີດຂໍ້ຕົກລົງເມື່ອປີ 2018 ລະຫວ່າງລັດເຊຍ ແລະ ຕວັກກີ ວ່າດ້ວຍການສ້າງເຂດຫລຸດຜ່ອນຄວາມເຄັ່ງຕຶງຢູ່ Idlib, ແລະ ໃນ 2, 3 ອາທິດມານີ້, Ankara ໄດ້ຜັນຂະຫຍາຍທະຫານ ແລະ ອາວຸດ ຈຳນວນຫຼາຍໄປຍັງ Idlib ແລະ Aleppo. ດ້ວຍການມີໜ້າຂອງກຳລັງທະຫານຕວັກກີ, ບາດກ້າວເດີນຂອງທະຫານຊີຣີ ຈຶ່ງຊັກຊ້າລົງ ໃນຂະນະທີ່ລະດັບການສູ້ຢັນກັນໂດຍກົງລະຫວ່າງທະຫານລັດຖະບານຊີຣີ ແລະ ນັກຮົບຕວັກກີ ໄດ້ເພີ່ມຂຶ້ນຢ່າງລຽນຕິດ.

ການ​ສູ້​ຢັນ​ກັນ​​ຄັ້ງໃໝ່​ລະ​ຫວ່າງ​ລັດ​ເຊຍ ແລະ ຕ​ວັກ​ກີ ຢູ່​ຊີ​ຣີ - ảnh 2

ທະຫານ ແລະ ລົດຫຸ້ນເກາະຕວກກີ ບຸກເຂົ້າຊີຣີ (ພາບ: NBCNews)

ທັດສະນະແຂງກະດ້າງຂອງລັດເຊຍ ແລະ ຊີຣີ

    ເຖິງວ່າ ໄດ້ເຮັດໃຫ້ບາດກ້າວເດີນຂອງທະຫານລັດຖະບານຊີຣີ ຢູ່ Idlib ຊັກຊ້າລົງສ່ວນໃດສ່ວນໜຶ່ງກໍ່ຕາມ, ແຕ່ຕວັກກີ ກໍ່ຄືບັນດາຝ່າຍທີ່ສະໜັບສະໜູນຢູ່ຊີຣີ ພວມຮັບຮູ້ຢ່າງຈະແຈ້ງຕໍ່ກັບສະພາບຕົວຈິງທີ່ວ່າ ທະຫານລັດຖະບານຊີຣີ ຈະຍາດໄດ້ສິດຄວບຄຸມ Idlib ແລະ ທັງເຂດຕາເວັນອອກສ່ຽງເໜີອຊີຣີ ໂດຍໄວ, ຊື່ງໝາຍຄວາມວ່າບັນດາກຳລັງນິຍົມ Ankara ຢູ່ທີ່ນີ້ຈະຖືກດັບສູນ. ຍ້ອນເຫດນັ້ນ, ຕວັກກີ ແລະ ບາງປະເທດ ໄດ້ກະຕຸກຊຸກຍູ້ໃຫ້ລັດເຊຍ ແລະ ຊີຣີ ຈົ່ງຢຸດຕິບັ້ນບຸກໂຈມຕີແນໃສ່ Idlib.

   ຕາມບັນດານັກໄຈ້ແຍກແລ້ວ, ທັດສະນະແຂງກະດ້າງຂອງລັດເຊຍ ໃນບັ້ນປົດປ່ອຍ Idlib ກໍ່ໄດ້ “ຊາບຊຶມ” ເຖິງບັນດາກຳລັງທະຫານລັດຖະບານຊີຣີ. ໃນບັນດາຄຳຖະແຫຼງທີ່ແຕກຕ່າງກັນ ໃນໄລຍະທີ່ຜ່ານມາ, ກອງທັບຊີຣີ ໄດ້ເນັ້ນໜັກຢ່າງລຽນຕິດເຖິງຄວາມຕັດສິນໃຈປົດປ່ອຍ Idlib, ດັບສູນຢ່າງເຖິງຖອງ ບັນດາກຳລັງກໍ່ການຮ້າຍທີ່ໄດ້ຮັບການໜູນຫຼັງຈາກພາຍນອກເຊິ່ງພວມລີ້ຊ້ອນ ແລະ ຈັ້ງທ່າຢູ່ທີ່ນີ້.

   ອາດເຫັນໄດ້ວ່າ, ທັງລັດເຊຍ, ຊີຣີ ແລະ ຕວັກກີ ລ້ວນແຕ່ມີຄວາມຕັດສິນໃຈ ແລະ ຮັກສາຫຼັກໝັ້ນບໍ່ປະນີປະນອມໃນບັນຫາ Idlib. ຕົວຈິງດັ່ງກ່າວ ໄດ້ເຮັດໃຫ້ເກີດຄວາມວິຕົກກັງວົນກ່ຽວກັບໄພອັນຕະລາຍສູ້ຢັນກັນຢ່າງນອງເລືອດຢູ່ Idlib ລະຫວ່າງພັກຝ່າຍຕ່າງໆໃນໄລຍະຈະມາເຖິງ. ຕາມວົງການນັກໄຈ້ແຍກແລ້ວ, ຜົນຮ້າຍຢ້ອນຫຼັງຈາກການສູ້ຢັນກັນດ້ານກຳລັງອາວຸດ ແມ່ນຈະມີຄວາມດຸເດືອດທີ່ສຸດໃຫ້ແກ່ທຸກຝ່າຍ ເຖິງວ່າໄຊຊະນະຈະເປັນຂອງຝ່າຍໃດກໍ່ຕາມ. ພິເສດ, ການພົວພັນຄູ່ຮ່ວມມືດ້ານເສດຖະກິດ ແລະ ການຮ່ວມມືອັນດີງາມທີ່ມີຢູ່ແລ້ວລະຫວ່າງຕວັກກີ ແລະ ລັດເຊຍ ໃນຫຼາຍບັນຫາ ອາດຈະໄດ້ຮັບຜົນເສຍຫາຍ, ແນ່ນອນວ່າທັງສອງປະເທດ ລ້ວນແຕ່ໄດ້ຮັບຮູ້ແຈ້ງກ່ຽວກັບໄພອັນຕະລາຍນີ້. ສິ່ງດັ່ງກ່າວໄດ້ອະທິບາຍວ່າ ເປັນຫຍັງ ພ້ອມກັບບັນດາຄຳຖະແຫຼງທີ່ຊັດແຈ້ງ ກ່ຽວກັບບັນດາການກະທຳດ້ານການທະຫານທີ່ແຂງກະດ້າງ, ທັງມົດສະກູ ແລະ Ankara ລ້ວນແຕ່ໄດ້ສະແດງໃຫ້ເຫັນຄວາມປາດຖະໜາຢາກດຳເນີນການເຈລະຈາ ແລະ ໃນຕົວຈິງກໍ່ໄດ້ດຳເນີນຮອບເຈລະຈາຈຳນວນໜຶ່ງແລ້ວໃນໄລຍະມໍ່ໆມານີ້. ແຕ່ເຖິງຢ່າງໃດກໍ່ຕາມ, ຍ້ອນສະພາບການຕົວຈິງທີ່ສັບສົນນັ້ນ, ພ້ອມດ້ວຍບັນດາການຄິດໄລ່ທີ່ແຕກຕ່າງກັນກ່ຽວກັບຜົນປະໂຫຍດຍຸດທະຍາດ, ວິວັດການເຈລະຈາກ່ຽວກັບຊະຕາກຳຂອງ Idlib ມາຮອດປະຈຸບັນຍັງບໍ່ທັນໄດ້ຮັບການແກ້ໄຂ, ຍັງບໍ່ທັນນຳເອົາຄວາມຫວັງທີ່ມີຄວາມປອດໄພມາໃຫ້ສາມັນຊົນຊີຣີ ນັບໝື່ນໆຄົນ ທີ່ພວມຖືກຕິດຂ້າງໃນທ່າມກາງການຕໍ່ສູ້ລະຫວ່າງສອງຝ່າຍ.

 

 

ຕອບກັບ

ຂ່າວ/ບົດ​ອື່ນ