ການ​ສູ້​ຢັນ​ກັນ​ດ້ານ​ການ​ຄ້າ​ລະ​ຫວ່າງ​ອາ​ເມ​ລິ​ກາ-ອີ​ຢູ

(VOVWORLD) -ການສູ້ຢັນກັນດ້ານພາສີອາກອນລະຫວ່າງອາເມລິກາ-ອີຢູ ພວມລະເບີດຂຶ້ນຄືນໃໝ່ ເຊິ່ງກ່ຽວຂ້ອງເຖິງບ້ວງເງິນຊ່ວຍໜູນໃຫ້ແກ່ບໍລິສັດຜະລິດເຮືອບິນ Airbus ແລະ Boeing. ບັນດາການໂຕ້ຖຽງກັນນັບມື້ນັບຂ້ຽວຂາດກ່ວາ ພາຍຫຼັງທີ່ອົງການການຄ້າໂລກ (WTO) ຕົກລົງໃຫ້ອາເມລິກາ ຈັດວາງພາສີປະຈຳປີຂຶ້ນເຖິງ 7.5 ຕື້ USD ແນໃສ່ສິນຄ້ານຳເຂົ້າຈາກອີຢູ. ສາຍພົວພັນດ້ານການຄ້າຂ້າມມະຫາສິມຸດອັດລັງຕິກ ພວມຢືນຢູ່ຕໍ່ໜ້າຄວາມແຕກແຫງຢ່າງຮ້າຍແຮງ ແລະ ມີໄພເກີດສົງຄາມດ້ານການຄ້າທີ່ກໍ່ຄວາມເສຍຫາຍຫຼາຍຢ່າງໃຫ້ທັງສອງຝ່າຍ.
ການ​ສູ້​ຢັນ​ກັນ​ດ້ານ​ການ​ຄ້າ​ລະ​ຫວ່າງ​ອາ​ເມ​ລິ​ກາ-ອີ​ຢູ - ảnh 1

ເຮືອບິນ ໄດ້ຜະລິດໂດຍ Eu ຖືກອາເມລິກາຈັດວາງພາສີຕາມຄຳຕັດສິນຂອງ WTO (ພາບ: AFP/TTXVN)

ການຕໍ່ສູ້ດ້ານການຄ້ານີ້ໄດ້ດຳເນີນໄປໃນສະພາບການທີ່ອາເມລິກາ ພວມຢູ່ໃນສົງຄາມຕໍ່ສູ້ດ້ານການຄ້າທີ່ຂ້ຽວຂາດກັບຈີນ ແລະ ເລື່ອງເປີດບັ້ນຮົບແຫ່ງທີ 2 ຈະກໍ່ຄວາມຂາດສະຖຽນລະພາບໃຫ້ພື້ນຖານເສດຖະກິດໂລກ ຊື່ງເຄີຍຖືກຜົນກະທົບຫຍໍ້ທໍ້ຫຼາຍພໍສົມຄວນ

“ເງົາມືດ” ຂອງການຕໍ່ສູ້ດ້ານພາສີອາກອນ

   ໃນຕົ້ນເດືອນນີ້, ອົງການການຄ້າໂລກ (WTO) ໄດ້ອອກຄຳຕັດສິນວ່າ: ບັນດາປະເທດເອີລົບ ໄດ້ຊ່ວຍໜູນໃຫ້ແກ່ Airbus ຢ່າງຜິດກົດໝາຍພາຍຫຼັງເວລາ 1 ທົດສະວັດທີ່ອາເມລິກາ ໄດ້ຟ້ອງຮ້ອງເລື່ອງ ເອີລົບ ໄດ້ອຸດໜູນໃຫ້ແກ່ບໍລິສັດຜະລິດເຮືອບິນ Airbus ຢ່າງຜິດກົດໝາຍ. ແຕ່ເຖິງແນວນັ້ນກໍ່ຕາມ, ນີ້ບໍ່ແມ່ນໄຊຊະນະຂອງ Boeing ໂດຍສົມບູນ. ການຟ້ອງຮ້ອງຂອງອາເມລິກາ ແນໃສ່ອີຢູ ພຽງແຕ່ແມ່ນພາກສ່ວນ 1 ໃນການຂັດແຍ່ງສອງສົ້ນເທົ່ານັ້ນ, ຍ້ອນວ່າອີຢູ ກໍ່ໄດ້ກ່າວຫາອາເມລິກາວ່າ ໄດ້ຊ່ວຍໜູນໃຫ້ແກ່ Boeing ຢ່າງຜິດກົດໝາຍ.

  ຍ້ອນເຫດນັ້ນ, ນອກຈາກເລື່ອງຈະນຳມາເຊິງຜົນປະໂຫຍດໃຫ້ແກ່ Boeing ແລ້ວ, ຄຳຕັດສິນຂອງ WTO, ອາດຈະພາໄປເຖິງບັນດາຜົນຮ້າຍທີ່ຄາດຄະເນບໍ່ໄດ້. ນີ້ແມ່ນການຕອບໂຕ້ທີ່ມີການເສຍຫາຍຫຼາຍກ່ວາໝູ່ ຊື່ງ WTO ໄດ້ຮັບຮອງເອົາ, ໄດ້ເພີ່ມທະວີຄວາມວິຕົກກັງວົນຕື່ມອີກໃຫ້ແກ່ພື້ນຖານເສດຖະກິດທົ່ວໂລກ ສັບສົນວຸ້ນວາຍ້ອນສົງຄາມການຄ້າຄັ້ງຕ່າງໆ ແລະ ຍິ່ງເຮັດໃຫ້ສາຍພົວພັນລະຫວ່າງອາເມລິກາ-ອີຢູ ສັບສົນຂຶ້ນຕື່ມ.

  ພາຍຫຼັງຄຳຕັດສິນດັ່ງກ່າວ, ອຳນາດການປົກຄອງຂອງທ່ານ Trump ຖະແຫຼງວ່າຈະຈັດວາງພາສີ 7.5 ຕື້ USD ສຳລັບສິນຄ້ານຳເຂົ້າຈາກອີຢູ ໃນແຕ່ລະປີ. ຕາມຂ່າວຈາກຫ້ອງການຜູ້ຕາງໜ້າອົງການການຄ້າອາເມລິກາ ແລ້ວ, ບັນດາມາດຕະການຈັດວາງພາສີຈະເລີ່ມມີຜົນສັກສິດນັບແຕ່ວັນທີ 18 ຕຸລາເປັນຕົ້ນໄປ, ແນໃສ່ 4 ປະເທດຕົ້ນຕໍທີ່ໄດ້ຊ່ວຍໜູນໃຫ້ກຸ່ມບໍລິສັດ Airbus ຊື່ງລວມມີ: ຝະລັ່ງ, ອັງກິດ, ເຢຍລະມັນ ແລະ ແອັດສະປາຍ. ໃນທັນໃດນັ້ນ, ອີຢູ ກໍ່ໄດ້ປະກາດວ່າຈະມີບັນດາບາດກ້າວໂຕ້ຕອບທີ່ຄ້າຍຄືກັນ. Brussels ກໍ່ໄດ້ກະກຽມບັນຊີລາຍຊື່ສິນຄ້າສົ່ງອອກຂອງອາເມລິກາ ດ້ວຍມູນຄ່າປະມານ 20 ຕື້ USD ເພື່ອຈັດວາງພາສີເຊັ່ນດຽວກັນ.

ບໍ່ມີຝ່າຍໃດໄດ້ຮັບຜົນປະໂຫຍດ

 ອາດຈະເຫັນໄດ້ວ່າບາດກ້າວປີນຂັ້ນໄດຂອງ ຄວາມເຄັ່ງຕຶງດ້ານການຄ້າລະຫວ່າງອາເມລິກາ-ອີຢູ ແມ່ນໝາກຜົນທີ່ໄດ້ປະກາດລ່ວງໜ້າແລ້ວ, ໂດຍເລີ່ມແຕ່ນະໂຍບາຍ “ປະເທດອາເມລິກາຢູ່ເໜືອກ່ວາສິ່ງໃດໝົດ” ຂອງປະທານາທິບໍດີ Donald Trump ໃນຂະນະທີ່ທ່ານຮັບດຳລົງຕຳແໜ່ງ. ນັກຊ່ຽວຊານດ້ານເສດຖະກິດບາງທ່ານໃຫ້ຂໍ້ສັງເກດວ່າ ຍາກທີ່ຈະກຳນົດໄດ້ວ່າ ແມ່ນໃຜຈະໄດ້ຮັບໄຊຊະນະໃນສົງຄາມນີ້ ແຕ່ແນ່ນອນວ່າ, ການຂັດແຍ່ງກັນລະຫວ່າງສອງຝາກຝັ່ງມະຫາສະມຸດອັດລັງຕິກ ອາດຈະກໍ່ຜົນເສຍຫາຍອັນໜັກໜ່ວງກ່ວາອີກ ໃຫ້ແກ່ສາຍພົວພັນດ້ານການຄ້າລະຫວ່າງສອງຝ່າຍ.

  ບໍ່ພຽງແຕ່ເທົ່ານັ້ນ, ເສດຖະກິດທົ່ວໂລກກໍ່ຈະຖືກຜົນສະທ້ອນຢ່າງໜັກໜ່ວງເຊັ່ນດຽວກັນ. ບົດລາຍງານໂດຍ WTO ປະກາດໃນອາທິດແລ້ວນີ້ຄາດຄະເນວ່າ ການເຕີບໂຕດ້ານການຄ້າທົ່ວໂລກຈະຫລຸດລົງຍັງເຫຼືອພຽງເຄິ່ງໜຶ່ງເທົ່ານັ້ນ ເມື່ອທຽບກັບການຄາດຄະເນໃນເດືອນເມສາ. ບັນດາການກະທຳທີ່ກໍ່ໃຫ້ເກີດສົງຄາມດ້ານການຄ້າລະຫວ່າງບັນດາກຸ່ມເສດຖະກິດໃຫ່ໄດ້ເກີດຂຶ້ນຢ່າງລຽນຕິດ ຈະສືບຕໍ່ກົດໜ່ວງທວງດືງການພັດທະນາຂອງພື້ນຖານເສດຖະກິດໂລກ. ອົງການຮ່ວມມື ແລະ ພັດທະນາເສດຖະກິດ (OECD)  ກໍ່ໄດ້ກ່າວເຕືອນວ່າ ການປະທະກັນດ້ານການຄ້າປີນຂັ້ນໄດພວມເພີ່ມຄວາມກົດດັນສຳລັບຄວາມໄວ້ວາງໃຈ ແລະ ການເຄື່ອນໄຫວລົງທຶນຂອງວິສາຫະກິດ, ສ້າງຄວາມຂາດສະຖຽນລະພາບດ້ານນະໂຍບາຍ, ເພີ່ມຄວາມສ່ຽງໃນຕະຫຼາດການເງິນ ແລະ ກໍ່ໄພອັນຕະລາຍໃຫ້ແກ່ແງ່ຫວັງການເຕີບໂຕຂອງເສດຖະກິດໂລກ.

   ຄວາມຢ້ານກົວຕໍ່ການເກີດໄພຊຸດໂຊມເສດຖະກິດນັບມື້ນັບເຫັນໄດ້ຊັດ ພາຍຫຼັງເວລາ 1 ປີທີ່ຄວາມເຄັ່ງຕຶງດ້ານການຄ້າລະຫວ່າງອາເມລິກາ-ຈີນ ປີນຂັ້ນໄດ ຍັງບໍ່ທັນສິ້ນສຸດລົງເທື່ອ ໃນຂະນະທີ່ສົງຄາມການຄ້າຄັ້ງໃໝ່ລະຫວ່າງອາເມລິກາ-ອີຢູ ທີ່ກໍ່ຄວາມເສຍຫາຍຫຼາຍຢ່າງ ຈະແມ່ນຄຳກ່າວເຕືອນທີ່ໜ້າໂສກເສົ້າໃຫ້ແກ່ເສດຖະກິດທົ່ວໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ