ການສ້າງ ແລະ ພັດທະນາເຄື່ອງໝາຍທະເລ, ໝູ່ເກາະຫວຽດນາມ

(vovworld)- ບົດບາດ ​ແລະ ຄວາມ​ສຳຄັນ​ຂອງ​ວຽກ​ງານ​ສ້າງ​ເຄື່ອງໝາຍ​​ທະ​ເລ ຫວຽດນາມ ​ໄດ້​ຮັບ​ການ​ຢັ້ງຢືນ​ທີ່​ເວທີ​ປາ​ໄສ​ເຄື່ອງໝາຍ​ທະ​ເລ​ຫວຽດນາມ​ປີ 2013 ດ້ວຍ​ຫົວ​ຂໍ້​ວ່າ: “ການສ້າງ​ ​ແລະ ພັດທະນາ​ເຄື່ອງໝາຍ​​ເຂດ​ພາກ ​ແລະ ​ເຄື່ອງ​ໝາຍ​ທະ​ເລ​ຫວຽດນາມ” ຫາ​ກໍ່​ດຳ​ເນີນ​ໄປ​ຢູ່ ຮ່າ​ໂນ້ຍ ​ເນື່ອງ​ໃນ​ໂອກາດ​ສັບປະດາ​ທະ​ເລ ​ແລະ ໝູ່​ເກາະ ຫວຽດນາມ ປີ 2013”. ບັນດາ​ຄຳ​ເຫັນ​ລ້ວນ​ແຕ່​ເປັນ​ເອກະ​ພາບ​ໂດຍ​ຖື​ວ່າ: ​ເຄື່ອງໝາຍ​ທະ​ເລ​ຫວຽດນາມ​ຕ້ອງ​ໄດ້​ຮັບ​ຮູ້ວ່າ​ແມ່ນ​“ສະມາ​ຊິກ”ໃນ​ຄອບຄົວເຄື່ອງໝາຍ​ແຫ່ງ​ຊາດ​, ປະກອບສ່ວນ​ສ້າງ​ພາບ​ພົດ​ຂອງ​ຫວຽດນາມ​ໃນ​ເວທີ​ສາກົນ. ​​

ການສ້າງ ແລະ ພັດທະນາເຄື່ອງໝາຍທະເລ, ໝູ່ເກາະຫວຽດນາມ - ảnh 1
ທະເລ ຢູ່ ດາຫນັງ
ພາບ:internet

        ຖ້າ​ສັງ​ເກດ​ຈາກ​ແງ່​ມູມການພັດທະນາ​ເສດຖະກິດ​ທະ​ເລ, ​ເຄື່ອງໝາຍ​ທະ​ເລ​ແມ່ນ​ການ​ປະສົມ​ປະສານ​ລະຫວ່າງ​ມະນຸດ ​ແລະ ບັນດາ​ຜະລິດ​ຕະພັນ​ຈາກ​ທະ​ເລ. ຫວຽດນາມ ມີ​ຝັ່ງ​ທະ​ເລ​ຍາວ​ກວ່າ 3.260 ​ກິ​ໂລ​ແມັດ, ດ້ວຍ​ເຂດ​ທະ​ເລກ​ວ້າງກວ່າ 1 ລ້ານ​ຕາລາງ​ກິ​ໂລ​ແມັດ. ດ້ວຍ​ບັນດາ​ຄວາມ​ສາມາດ​ບົ່ມ​ຊ້ອນ, ທ່າ​ໄດ້ປຽບ​ດ້ານເສດຖະກິດ​ທະ​ເລ, ​ແຄມ​ທະ​ເລ, ການພັດທະນາ​ເສດຖະກິດທະ​ເລມີ​ຄວາມ​ໝາຍ​ສຳຄັນ​ພິ​ເສດ​ສຳລັບ​ພາລະກິດ​​ແຫ່ງ​ການ​ພັດທະນາ​ເສດຖະກິດ​ສັງຄົມ​ຂອງ​ຫວຽດນາມ. ທີ່​ການ​ພົບ​ປະ​ສົນທະນາ, ບັນດາ​ຄຳ​ເຫັນ​ລ້ວນ​ແຕ່​ເປັນ​ເອກະ​ພາບ​ໂດຍ​ຖື​ວ່າ: ​ ເຄື່ອງໝາຍ​​ທະ​ເລມີ​ສາຍ​ພົວພັນ​ສະຫນິດ​ແຫນ້ນ​ກັບ​ການ​ພັດທະນາ​ເສດຖະກິດ​ທະ​ເລ. ຄວາມ​ສາມາດ​ບົ່ມ​ຊ້ອນ ​ແລະ ​ແຫ​ລ່ງຜົນ​ປະ​ໂຫຍ​ດຈາກ​ທະ​ເລ​ຂອງ​ຫວຽດນາມ​ເມື່ອ​ໄດ້​ຮັບ​ການ​ຂຸດ​ຄົ້ນ​ຢ່າງ​ເໝາະ​ສົມ ​ແມ່ນ​ປັດ​ໄຈ ​ແລະ ການ​ກະທົບ​ສຳຄັນ​ສຳລັບ​ການ​ພັດທະນາ​ຂອງ​ປະ​ເທດ​ຊາດ. ສິ່ງ​ດ່ັງກ່າວ​ສະ​ແດງ​ໃຫ້​ເຫັນ​ວ່າ, ເຄື່ອງໝາຍ​​ທະ​ເລ ​ແມ່ນ​ຫນຶ່ງ​ໃນ​ບັນດາ​ຫນ້າ​ທີ່​ຮີບ​ດ່ວນ. ການ​ສ້າງ ເຄື່ອງໝາຍ​ທະ​ເລ ຕອ້ງຂຸດ​ຄົ້ນ​ຄວາມ​ສາມາດ​ບົ່ມ​ຊ້ອນ​ຂອງ​ທະ​ເລ, ​ເຂດ​ແຄມ​ທະລ, ຕ້ອງ​ມີ​ຍຸດ​ທະ​ສາດ​ພັດທະນາ​ບັນດາ​ຂະ​ແຫນງ​ການ​ທີ່​ມີ​ທ່າ​​ແຮງ, ມີ​ຄວາມ​ສາມ​າດ​ແກ້ງ​ແຍ້​ງຄື: ການທ່ອງທ່ຽວ, ທ່າ​ກຳ​ປັ່ນ, ບໍລິການ​ເດີນ​ທະ​ເລ, ຂຸດ​ຄົ້ນ​ຄວາມ​ສາມາດ​ບົ່ມ​ຊ້ອນ​​ໃນ​ທະ​ເລ ພ້ອມ​ທັງ​ຕ້ອງ​ຄິດ​ໄລ່​ເຖິງ​ການ​ພັດທະນາ​​ໄລຍະຍາວ​​ຜ່ານ​ການ​ຂຸດ​ຄົ້ນ​ຄວາມສາມາດ​ບົ່ມ​ຊ້ອນ​ຢູ່​ທະ​ເລ, ​ເຂດ​ເສດຖະກິດ​ພິ​ເສດ, ​ໄຫລ່​ທະວີບ ​ແລະ ​ເຂດ​ທະ​ເລ​ສາກົນ. ບັນດາ​ຂະ​ແຫນງ​ເສດຖະກິດ​ທະ​ເລ​ພັດທະນາ​ຈະ​ສ້າງ​ບາດກ້າວ​ບຸກທະລຸ ​ແລະ ​ເສົາ​ຄ້ຳ​ຫນູນ​ຊ່ວຍ​ພື້ນຖານ​ເສດ​ຖະກິດ​ຂອງ​ປະ​ເທດ​ຊາດ​, ​ແມ່ນ​ປະຖົມ​ປັດ​ໃຈ​​ໃນ​ການ​ສ້າງ ​ແລະ ພັດທະນາ ເຄື່ອງໝາຍ​​ທະ​ເລ. ​ເລື່ອງ​ສ້າງ​ລະບົບ​ພື້ນຖານ​ໂຄງ​ລ່າງ​ເພື່ອ​ຂຸດ​ຄົ້ນ​ບັນດາ​ຄວາມ​ສາມາດ​ບົ່ມ​ຊ້ອນ​ຂອງ​ທະ​ເລ​ແມ່ນ​ຄວາມ​ຮຽກຮ້ອງ​ຕ້ອງການ​ທີ່​ຈຳ​ເປັນ​ເພື່ອ​ສ້າງເຄື່ອງໝາຍ​ທະ​ເລ​ມີ​ຄຸນ​ນະພາ​ບ ​ແລະ ມີ​ລັກສະນະ​ຍາວ​ນານ. ​ມຸ່ງ​ໄປ​ເຖິງ​ຍຸດ​ທະ​ສາດ​ພັດທະນາ​ທະ​ເລ​ຫວຽດນາມ​ຮອດ​ປີ 2020, ການວາງ​ແຜນ​​ພັດທະນາ​ລະບົບ​ທ່າ​ກຳ​ປັ່ນ​ທະ​ເລ​ກໍ​ໄດ້​ຮັບ​ຖື​ວ່າ​ແມ່ນ​ຫນຶ່ງ​ໃນ​ບັນດາ​ຫນ້າ​ທີ່​ສຳຄັນ​​ໃນ​ວິວັດທະນາ​ການ​ສ້າງ ເຄື່ອງໝາຍ​​ທະ​ເລ ຫວຽດນາມ. ທ່ານ ຫງວຽນ​ເຍີ​ດ​ເກື່ອງ, ຫົວຫນ້າ​ກົມ​ການ​ເດີ​ນທະ​ເລ​ຫວຽດນາມ ​ໃຫ້​ຮູ້​ວ່າ:

        “ຂະ​ແຫນງ​ການ​ເດີ​ນທະ​ເລ​ຫວຽດນາມ ​ໄດ້ ​ແລະ ພວມ​ສືບ​ຕໍ່​ປັບປຸງ​ລະບອບ​ການ​ເດີນ​ທະ​ເລ, ແຜນ​ລະບົບ​ພັດທະນາ​ທ່າ​ກຳ​ປັ່ນ​ທະ​ເລ, ​ເຕັກ​ໂນ​ໂລ​ໂລຊີ​ຕໍ່​ກຳ​ປັ່ນ, ບໍລິການ​ຂົນ​ສົ່ງ​ທາງ​ທະ​ເລ​ໃຫ້​ສົມບູນ​ແບບ ​ເພື່ອ​ສ້າງ​ກຳລັງ​ຫນູນ​ຊຸກຍູ້​ບັນດາ​ແລວ​ເສດຖະກິດ​ຕິດ​ພັນ​ກັບ​ທະ​ເລ.”

        ເຄື່ອງໝາຍ​ທະ​ເລຫວຽດນາມ​ແມ່ນ​ພາກສ່ວນ​ຫນື່ງທີ່ສຳຄັນ​ໃນ​ການ​ສ້າງ​ເຄື່ອງໝາຍ​ແຫ່ງ​ຊາດ​ຫວຽດນາມ . ​ໃນ​ຍຸດ​ທະ​ສາດ​ທະ​ເລ​ຫວຽດນາມ ກໍ​ໄດ້​ວາງ​ອອກ​ຈຸດໝາຍ​ລະອຽດ, ນັ້ນ​ແມ່ນ​ເຮັດ​ໃຫ້​ປະ​ເທດ​ຊາດ​ຮັ່ງມີ​ຈາກ​ທະ​ເລ. ສາຍ​ພົວພັນ​ລະຫວ່າງ​ທະ​ເລ ​ແລະ ດິນ​ຕໍ່​ແຜ່ນ, ລະຫວ່າງ​ການ​ຂຸດ​ຄົ້ນ​ຄວາມ​ສາມາດ​ບົ່ມ​ຊ້ອນ​ຂອງ​ທະ​ເລ​ກັບ​ຄວາມ​ສາມາດ​ບົ່ມ​ຊ້ອນ​ຂອງ​ດິນ​ຕໍ່​ແຜ່ນ, ລະຫວ່າງ​ເສດຖະກິດ​ທະ​ເລ​ກັບການ​ປ້ອງ​ກັນຊາ​ດ, ປ້ອງ​ກັນ​ຄວາມ​ສະຫງົບ, ການ​ປົກ​ປັກ​ຮັກສາ​ອະທິປະ​ໄຕ​ຂອງ​ປະ​ເທດ​ຊາດ ຮຽກຮ້ອງ​​ໃຫ້​ມີການ​ຕິດ​ພັນ​ນັບ​ທັງ​ຄວາມ​ຮັບຜິດຊອບ ​ແລະ ​ແຫ​ລ່ງກຳລັງ​ໃຫ້​ແກ່​ການ​ສ້າງ ​ແລະ ພັດທະນາເຄື່ອງໝາຍ​​ທະ​ເລ ຫວຽດນາມ. ຕາມ​ທ່ານ ຫງວຽນ​ດັງ​ດ້າວ, ຮອງ​ຫົວຫນ້າ​ກົ​ມ​ໃຫຍ່​ທະ​ເລ ​ແລະ ໝູ່​ເກາະ​ຫວຽດນາມ​- ກະຊວງ​ຊັບພະຍາກອນ ​ແລະ ສິ່ງ​ແວດ​ລ້ອມ ​ແລ​້ວ, ສັດຕະວັດ​ທີ 21 ​ແມ່ນ​ສັດຕະ​ວັດ​​ແຫ່ງ​ມະຫາ​ສະມຸດ, ຫວຽດນາມ ຢາກ​ພັດທະນາ​ຢ່າງ​ແຮງຕ້ອງ​ມີ  3 ປັດ​​ໄຈ​ຄື: ການ​ພັດທະນາ​ເສດຖະກິດ​ທະ​ເລ, ກຳລັງ​ຄວາມ​ສາມາດ​ດ້ານວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ​ທະ​ເລ​ຢ່າງ​ແຮງ ​ແລະ ສ້າງ​ອົງການ​ຄຸ້ມ​ຄອງ​ລັດ​ສັງ​ລວມກ່ຽວ​ກັບ​ທະ​ເລ​ຢ່າງ​ແຮງ ​ແລະ ມີ​ປະສິດທິ​ຜົນ​ເພື່ອ​ປະຕິບັດ​ຍຸດ​ທະ​ສາດ​ນີ້.

ການ​ສ້າງ​ເຄື່ອງໝາຍ​​ທະ​ເລ​ບໍ່​ພຽງ​ແຕ່​ແມ່ນ​ການ​ຂຸດ​ຄົ້ນ, ນຳ​ໃຊ້​ທະ​ເລ​ຄື​ແນວ​ໃດ​ໃຫ້​ເໝາະ​ສົມ, ມີປະສິດທິ​ຜົນ ​ແລະ ຍືນ​ຍົງ​​ເທົ່າ​ນັ້ນ ຫາກ​ຍັງ​ແມ່ນ​ການ​ຮ່ວມ​ສຳພັນ​ລະຫວ່າງ​ບັນດາ​ຂະ​ແຫນງ​ການ, ອາຊີບ​ໃນ​ການ​ສ້າງ​ເຄື່ອງໝາຍ​ທີ່​ມີ​ລະດັບ​ມະຫາ​ພາກ. ຫວຽດນາມ ພວມ​ຄົ້ນ​ຄ້ວາ​​ເພື່ອ​ສ້າງ​ກົນ​ໄກ, ​ສ້າງໂຄງ​ປະກອບຂະ​ແຫນງ​ອາຊີບເສດຖະກິດ​ທະ​ເລ​ຄືນ​ໃຫມ່​ຢ່າງ​ເໝາະ​ສົມ​ເພື່ອ​ໃຫ້​ປະຊາຊົນ​ຫວຽດນາມ​ທຸກ​ຄົນ ລ້ວນ​ແຕ່​ສາມາດ​ເຂົ້າ​ຮ່ວມ​ການ​ສ້າງ, ​ໂຄສະນາ​ ເຄື່ອງໝາຍ​​ທະ​ເລ​. ທ່ານ ​ເລ​ດີງ​ເຊີນ, ຮອງ​ປະທານ​ຄະນະ​ກຳມະການ​ປະຊາຊົນ​ແຂວງ ຮ່າ​ຕີ້​ງ ​​ໃຫ້​ຮູ້​ວ່າ:

        “​ແຂວງ ຮ່າ​ຕີ້​ງ ຫາ​ກໍ່ສ້າງ​ຕັ້ງຄະນະ​ຊີ້​ນຳ, ວາງ​ແຜນ​ກຳນົດ​ກ່ຽວ​ກັບ​ການ​ພັດທະນາ​ເສດຖະກິດ​ທະ​ເລ. ​ໃນ​ນັ້ນ ວຽກ​ງານ​ລ້ຽງ​ປູກ​ສິນ​ໃນ​ນ້ຳ​ໄດ້​ຮັບ​ການວາງ​ແຜນ​ກຳນົດ, ມີ​ກົນ​ໄກ​ນະ​ໂຍບາຍ​ສຳລັບ​ອົງການ​ຈັດ​ຕັ້ງ ​ແລະ ສ່ວນ​ບຸກຄົນ ພິ​ເສດ​ແມ່ນ​ປະຊາຊົນ​ດຳລົງ​ຊີວິດ​ຢູ່​ແຄມ​ທະ​ເລ​ເພື່ອ​ໃຫ້​ເຂົາ​ເຈົ້າ​ມີ​ເງື່ອນ​ໄຂ​ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວ​ເຮັດ​ທຸລະ​ກິດ​ຢູ່​ທ້ອງ​ຖິ່ນ. ພ້ອມ​ກັນ​ນັ້ນ ພວກ​ຂ້າພະ​ເຈົ້າ​ກໍ່​ໄດ້​ສ້າງ​ຕັ້ງ​ຄະນະ​ຊີ້​ນຳ​ຂອງ​ແຂວງ ​ແລະ ບັນດາ​ເມືອງ ພ້ອມ​ກັນ​ເຂົ້າ​ຮ່ວມ​ການ​ຄຸ້ມ​ຄອງ​ຢ່າງ​ແຫນ້ນ​ແຟ້ນ​ໃນ​ການ​ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ​ທະ​ເລ​ເພື່ອ​ອະນຸລັກ​ຮັກສາ ສ້າງ​ເງື່ອນ​ໄຂ​ແກ່​ການ​ພັດທະນາ​ເສດຖະກິດ​ແບບ​ຍືນ​ຍົງ​ໃນ​ໄລຍະ​ຈະ​ມາ​ເຖິງ.”

   ການ​ສ້າງ ເຄື່ອງໝາຍ​ທະ​ເລ ຫວຽດນາມ ປະກອບສ່ວນ​​ເຮັດ​ໃຫ້​ບັນດາ​ຜະລິດ​ຕະພັນ​ເສດຖະກິດ, ວັດທະນະທຳ, ທ່ອງ​ທ່ຽວ​ຂອງ​ຫວຽດນາມ ມີ​ກຳລັງ​ແກ້ງ​ແຍ້​ງກວ່າ​ເມື່ອ​ມຸ່ງ​ໄປ​ເຖິງ​ຕະຫລາດ​ສາກົນ​ທີ່​ກວ້າງ​ກວ່າ. ເຄື່ອງໝາຍ​ທະ​ເລ ສະ​ແດງ​ໃຫ້​ເຫັນ​ພາບ​ພົດ​ຂອງ​ປະ​ເທດ​ຊາດ ບໍ່​ພຽງ​ແຕ່​ຮັ່ງມີ​ກ່ຽວ​ກັບ​ຊັບພະຍາກອນ​ທະ​ເລ​ເທົ່າ​ນັ້ນ ຫາກຍັງ​ມີ​ປະຫວັດສາດ, ວັດທະນະທຳ​ທະ​ເລ​ທີ່ມີ​ມາ​ແຕ່​ດົນ​ນານ, ພວມ​ຢັ້ງຢືນທີ່​ຕັ້ງ​ບົດບາດ​ຂອງ​ຕົນ​ຕໍ່​ປະຊາ​ຄົມ​ໂລກ​ເທື່ອ​ລະ​ກ້າວ​ອີກ​ດ້ວຍ.

ຕອບກັບ

ຂ່າວ/ບົດ​ອື່ນ