ການສຳຫຼວດກວດກາເສດຖະກິດຄັ້ງໃຫຍ່ 2021: ພື້ນຖານເພື່ອຍົກອອກບັນດາຂໍ້ຕົກລົງໃຫ້ແກ່ການພັດທະນາເສດຖະກິດແບບຍືນຍົງ

(VOVWORLD) -ການສຳຫຼວດກວດກາຄັ້ງໃຫຍ່ນີ້ໄດ້ຮັບການປະຕິບັດນັບແຕ່ວັນທີ 01 ມີນາ ຫາວັນທີ 05 ພຶດສະພາ 2021. ນີ້ແມ່ນການສຳຫຼວດກວດກາທີ່ມີຂອບຂະໜາດໃຫຍ່, ກ່ຽວຂ້ອງເຖິງຫຼາຍກວດກາທີ່ເປົ້າໝາຍສຳຫຼວດແຕກຕ່າງກັນ
ການສຳຫຼວດກວດກາເສດຖະກິດຄັ້ງໃຫຍ່ 2021: ພື້ນຖານເພື່ອຍົກອອກບັນດາຂໍ້ຕົກລົງໃຫ້ແກ່ການພັດທະນາເສດຖະກິດແບບຍືນຍົງ - ảnh 1ນີ້ແມ່ນການສຳຫຼວດກວດກາທີ່ມີຂອບຂະໜາດໃຫຍ່
(ພາບປະກອບ)

ນັບແຕ່ວັນທີ 01 ມີນາ 2021, ຫວຽດນາມ ໄດ້ດຳເນີນການສຳຫຼວດກວດກາເສດຖະກິດຄັ້ງໃຫຍ່ໃນຂອບເຂດທົ່ວປະເທດ. ນີ້ແມ່ນການເຄື່ອນໄຫວສຳຄັນ ເພື່ອສັງເກດສະພາບເສດຖະກິດລວມຂອງທົ່ວປະເທດ, ຈາກນັ້ນກຳນົດຄວາມສາມາດບົ່ມຊ້ອນ, ທ່າແຮງຕ້ອງຂຸດຄົ້ນ, ກຳນົດໄດ້ບັນດາຮົ້ວກີດຂວາງ, ສິ່ງທ້າທາຍເຊິ່ງຫວຽດນາມ ຕ້ອງຜ່ານຜ່າ. ສິ່ງສຳຄັນກວ່າ, ນີ້ແມ່ນພື້ນຖານເພື່ອຍົກອອກບັນດາຂໍ້ຕົກລົງໃຫ້ເໝາະສົມກັບການພັດທະນາເສດຖະກິດຢ່າງໄວວາ ແລະ ຍືນຍົງ.

ການສຳຫຼວດກວດກາຄັ້ງໃຫຍ່ນີ້ໄດ້ຮັບການປະຕິບັດນັບແຕ່ວັນທີ 01 ມີນາ, ຄາດວ່າ, ໝາກຜົນເບື້ອງຕົ້ນຂອງການສຳຫຼວດກວດກາຄັ້ງໃຫຍ່ຈະປະກາດໃນເດືອນທັນວາ 2021 ແລະ ໝາກຜົນການສຳຫຼວດກວດກາຄັ້ງໃຫຍ່ທາງການຈະໄດ້ປະກາດໃນໄຕມາດທີ 2 ປີ 2022. ນີ້ແມ່ນການສຳຫຼວດກວດກາທີ່ມີຂອບຂະໜາດໃຫຍ່, ກ່ຽວຂ້ອງເຖິງຫຼາຍກວດກາທີ່ເປົ້າໝາຍສຳຫຼວດແຕກຕ່າງກັນຄື: ວິສາຫະກິດ, ຮາກຖານການຜະລິດດຳເນີນທຸລະກິດ, ຫົວໜ່ວຍຂຶ້ນກັບລັດ, ສະຫະສະມາຄົມ, ຮາກຖານເຫຼື້ອມໄສສາສະໜາ.

ພື້ນຖານເພື່ອຍົກອອກບັນດາຂໍ້ຕົກລົງທີ່ເໝາະສົມໃຫ້ແກ່ການພັດທະນາເສດຖະກິດ

ການສຳຫຼວດກວດກາເສດຖະກິດຄັ້ງໃຫຍ່ປີ 2021 ໄດ້ສຸມໃສ່ບັນດາເນື້ອໃນຕົ້ນຕໍຄື: ຂໍ້ມູນຊື່ຈົດທະບຽນດຳເນີນທຸລະກິດຂອງບັນດາຮາກຖານຜະລິດ; ຂະແໜງເຄື່ອນໄຫວຜະລິດດຳເນີນທຸລະກິດ, ບັນດາຮູບແບບທຸລະກິດ, ຫົວໜ່ວຍຂຶ້ນກັບລັດ, ສະຫະສະມາຄົມ, ຮາກຖານຂຶ້ນກັບບັນດາອົງການດັ່ງກ່າວ; ຮາກຖານດຳເນີນທຸລະກິດສ່ວນບຸກຄົນ; ຮາກຖານການເຫຼື້ອມໄສສາສະໜາ; ບັນດາອົງການບໍ່ຂຶ້ນກັບລັດຖະບານຕ່າງປະເທດທີ່ໄດ້ຮັບການອອກໜັງສືອະນຸຍາດໃຫ້ເຄື່ອນໄຫວຢູ່ຫວຽດນາມ. ພ້ອມກັນນັ້ນແມ່ນຂໍ້ມູນກ່ຽວກັບແຮງງານ ແລະ ລາຍຮັບຂອງຜູ້ອອກແຮງງານ; ຂໍ້ມູນກ່ຽວກັບໝາກຜົນ, ລາຍຈ່າຍການຜະລິດດຳເນີນທຸລະກິດ; ພາສີ ແລະ ບ້ວງເງິນສົ່ງເຂົ້າງົບປະມານ, ເງິນລົງທຶນ; ການຄົ້ນຄວ້າວິທະຍາສາດ ແລະ ພັດທະນາເຕັກໂນໂລຊີ (R&D). ບັນດາຂໍ້ມູນກ່ຽວກັບສະພາບການນຳໃຊ້ວິທະຍາສາດເຕັກໂນໂລຊີ, ກຳລັງຄວາມສາມາດສຳຜັດກັບການປະຕິວັດອຸດສາຫະກຳຄັ້ງທີ 4, ຂໍ້ມູນກ່ຽວກັບສະພາບການສຳຜັດກັບແຫຼ່ງການເງິນ, ການເຊື່ອມໂຍງເສດຖະກິດສາກົນກໍ່ນອນໃນເນື້ອໃນສຳຫຼວດກວດກາຄັ້ງນີ້. ທ່ານ ຫງວຽນຈູງຕ໊ຽນ, ຮອງຫົວໜ້າກົມໃຫຍ່ສະຖິຕິ, ຫົວໜ້າໜ່ວຍປະຈຳການສຳຫຼວດກວດກາເສດຖະກິດຄັ້ງໃຫຍ່ສູນກາງ, ໃຫ້ຮູ້ວ່າ.

ການສຳຫຼວດກວດກາເສດຖະກິດຄັ້ງໃຫຍ່ 2021: ພື້ນຖານເພື່ອຍົກອອກບັນດາຂໍ້ຕົກລົງໃຫ້ແກ່ການພັດທະນາເສດຖະກິດແບບຍືນຍົງ - ảnh 2(ທ່ານ ຫງວຽນຈູງຕ໊ຽນ, ຮອງຫົວໜ້າກົມໃຫຍ່ສະຖິຕິ, ຫົວໜ້າໜ່ວຍປະຈຳການສຳຫຼວດກວດກາເສດຖະກິດຄັ້ງໃຫຍ່ສູນກາງ)

“ການສຳຫຼວດກວດກາເສດຖະກິດຄັ້ງໃຫຍ່ປີ 2021 ແມ່ນເພື່ອແນໃສ່ຕີລາຄາການພັດທະນາພື້ນຖານ, ຂອບຂະໜາດແຮງງານຂອງບັນດາຮາກຖານເສດຖະກິດ, ຕີລາຄາກ່ຽວກັບປະສິດທິຜົນການຜະລິດ, ດຳເນີນທຸລະກິດ ກໍຄືສະພາບການນຳໃຊ້ເຕັກໂນໂລຊີຂໍ້ມູນຂ່າວສານຂອງບັນດາຮາກຖານ; ຕີລາຄາໂຄງປະກອບແຮງງານຂອງບັນດາຮາກຖານເສດຖະກິດ, ຂອງແຕ່ລະທ້ອງຖິ່ນ ແລະ ແຕ່ລະຮູບແບບກຳມະສິດ. ໝາກຜົນການສຳຫຼວດກວດກາຄັ້ງໃຫຍ່ນີ້ຈະເປັນພື້ນຖານເພື່ອຄິດໄລ່ບັນດາມາດຕະຖານສະຖິຕິທາງການຄື: ຄາດໝາຍຍອດຜະລິດຕະພັນພາຍໃນ GDP.”

ສຳຜັດມາດຕະຖານສາກົນ, ທັນສະໄໝ

ຕາມທ່ານ ຫງວຽນຈູງຕ໊ຽນ, ຮອງຫົວໜ້າກົມໃຫຍ່ສະຖິຕິ, ຫົວໜ້າໜ່ວຍປະຈຳການສຳຫຼວດກວດກາເສດຖະກິດຄັ້ງໃຫຍ່ສູນກາງ ແລ້ວ, ການສຳຫຼວດກວດກາເສດຖະກິດຄັ້ງໃຫຍ່ນີ້ ມີບັນດາຈຸດໃໝ່ເມື່ອທຽບໃສ່ປີ 2017.

“ທີໜຶ່ງແມ່ນພວກຂ້າພະເຈົ້າໄດ້ສຳຜັດຫົວໜ່ວຍຮາກຖານຕາມມາດຕະຖານສາກົນ, ໝາຍຄວາມວ່າ ພວກຂ້າພະເຈົ້າໄດ້ສຳຫຼວດກວດກາບັນດາຮາກຖານເສດຖະກິດ ຕະຫຼອດຮອດແຕ່ລະທ້ອງຖິ່ນຄຸ້ມຄອງຂັ້ນຕ່ຳສຸຸດ, ນັ້ນແມ່ນຂັ້ນຕາແສງ ເພື່ອຕີລາຄາການເຄື່ອນໄຫວຜະລິດ, ດຳເນີນທຸລະກິດ ກໍຄືບັນດາຜະລິດຕະພັນຕົ້ນຕໍຂອງທ້ອງຖິ່ນ. ຈຸດໃໝ່ທີສອງແມ່ນຂຸດຄົ້ນຮາກຖານບໍລິຫານຮັບໃຊ້ການສຳຫຼວດກວດກາຄັ້ງໃຫຍ່ຢ່າງເຖິງຖອງ ແລະ ຄິດໄລ່ບັນດາຄາດໝາຍ. ແລະ ຈຸດໃໝ່ທີສາມ, ສຳຄັນທີ່ສຸດ, ນັ້ນແມ່ນນຳໃຊ້ເຕັກໂນໂລຊີຂໍ້ມູນຂ່າວສານຢ່າງເຖິງຖອງ, ຈາກຂອດກະກຽມ, ເກັບກຳຂໍ້ມູນ, ແກ້ໄຂ ແລະ ປະກາດໝາກຜົນ ເພື່ອປະຢັດແຫຼ່ງຊັບພະຍາກອນມະນຸດ, ການເງິນ ແລະ ຈຳກັດເວລາປະກາດໝາກຜົນການສຳຫຼວດຄັ້ງໃຫຍ່.”

ໃນການສຳຫຼວດກວດກາຄັ້ງໃຫຍ່ນີ້, ຫວຽດນາມ ໄດ້ນຳໃຊ້ເຕັກໂນໂລຊີຂໍ້ມູນຂ່າວສານຢ່າງເຖິງຖອງ, ໝາຍຄວາມວ່າ ສຳຫຼວດກວດກາທາງອອນລາຍ, ບໍ່ສຳຫຼວດກວດກາໂດຍກົງ. ສຳລັບບັນດາວິສາຫະກິດ ກໍຄືຮາກຖານບໍລິຫານ ແມ່ນສຳຫຼວດກວດກາດ້ວຍໃບແຈ້ງເອເລັກໂຕນິກ. ສຳລັບບັນດາຮາກຖານສາສະໜາ ແລະ ສະຫະສະມາຄົມ, ສ່ວນບຸກຄົນ, ມີໃບແຈ້ງເອເລັກໂຕນິກທາງໂທລະສັບມືຖື. ດ້ວຍວິທີເຮັດນີ້, ຄະນະຊີ້ນຳການສຳຫຼວດກວດກາເສດຖະກິດສູນກາງຄັ້ງໃຫຍ່ປີ 2021 ເຊື່ອໝັ້ນວ່າຈະບັນລຸໝາກຜົນທີ່ດີ.

ໝາກຜົນການສຳຫຼວດກວດກາເສດຖະກິດຄັ້ງໃຫຍ່ປີ 2021 ຈະແມ່ນພື້ນຖານສຳຄັນເພື່ອປະຕິບັດບັນດາໜ້າທີ່ໃຫຍ່ຂອງກະຊວງ, ຂະແໜງການ ແລະ ຂອງລັດຖະບານ ກ່ຽວກັບການສ້າງໂຄງປະກອບພື້ນຖານເສດຖະກິດຄືນໃໝ່, ປ່ຽນແປງໃໝ່ຮູບແບບການເຕີບໂຕ, ຍົກສູງປະສິດທິຜົນ, ສະມັດຕະພາບແຮງງານ ແລະ ກຳລັງແກ່ງແຍ້ງຂອງພື້ນຖານເສດຖະກິດໃຫ້ບັນລຸຜົນສຳເລັດ.

ຕອບກັບ

ຂ່າວ/ບົດ​ອື່ນ