ການອະໄພຍະໂທດ - ນະໂຍບາຍມະນຸດສະທຳດີເລີດຂອງລັດຫວຽດນາມ


(vovworld)-ໂດຍ​ປະ​ຕິ​ບັດ​ກົດ​ໝາຍ​ວ່າ​ດ້ວຍ​ກາ​ນອ​ະ​ໄພ​ຍະ​ໂທດ ຊື່ງ​ໄດ້​ຮັບ​ການ​ຮັບ​ຮອງ​ເອົາ​ຈາກ​ສະ​ພາ​ແຫ່ງ​ຊາດ​ເມື່ອ​ປີ 2007, ໃນ​ຫລາຍ​ປີ​ຜ່ານ​ມາ, ເນື່ອງ​ໃນ​ໂອ​ກາດ​ດຳ​ເນີນເຫດ​ການສຳ​ຄັນ ຫລື​ງານ​ບຸນ​ໃຫຍ່​ຂອງ​ປະ​ເທດ​ຊາດ ມີ​ນັກ​ໂທດ​ນັບ​ໝື່ນໆ​ຄົນ​ໄດ້​ຮັບ​ການ​ອະ​ໄພ​ຍະ​ໂທດ​ ເພື່ອ​ກັບ​ຄືນ​ເຊື່ອມ​ຕົວ​ເຂົ້າ​ກັບ​ວົງ​ຄະ​ນາ​ຍາດ. ໃນ​ຊຸມມື້ນີ້,   ນັບ​ໝື່ນຄອບ​ຄົວ​ ມີ​ຄວາມ​ປິ​ຕິ​ຊົມ​ຊື່ນພວມ​ລໍ​ຖ​້າ​ຍາດ​ຕິ​ພີ່​ນ້ອງ​ຂອງ​ຕົນ​ທີ່​ມີ​ການ​ກະ​ທຳ​ຜິດ​ໄດ້ກັບ​ຄືນ​ເຕົ້າ​ໂຮມ​ກັບ​ຄອບ​ຄົວ ຍ້ອນ​ມີ​ນະ​ໂຍ​ບາຍ​ອະ​ໄພ​ຍະ​ໂທດ, ປ່ອຍ​ຕົວ​ກ່ອນ​ກຳ​ນົດ​ເວ​ລາ ເນື່ອງ​ໃນ​ໂອ​ກາດ​ສະ​ເຫລີມ​ສະ​ຫລອງ 70 ປີ​ແຫ່ງວັນ​ຊາດ ຫວຽດ​ນາມ. ການ​ອະ​ໄພ​ຍະ​ໂທດ​ຄັ້ງ​ນີ້ໄດ້​ຮັບ​ຖື​ວ່າ​ແມ່ນ​ຄັ້ງ​ໃຫຍ່​ສຸດ​ນັບ​ແຕ່​ກ່ອນ​ມາ​ຮອດ​ປະ​ຈຸ​ບັນ, ອີ​ກ​ຄັ້ງ​ຫນຶ່ງ​ໄດ້​ຢັ້ງ​ຢືນ​ໃຫ້​ເຫັນ​ນະ​ໂຍ​ບາຍ​ມະ​ນຸດ​ສະ​ທຳ​ຂອງ​ພັກ, ລັດ ຫວຽດ​ນາມ, ສະ​ແດງ​ໃຫ້​ເຫັນ​ຄຸນ​ນະ​ທາດ​ດີ​ເລີດ​ຂອງ​ລະ​ບອບ.

ການອະໄພຍະໂທດ - ນະໂຍບາຍມະນຸດສະທຳດີເລີດຂອງລັດຫວຽດນາມ - ảnh 1
ພາບ​ປະ​ກອບ:daidoanket.vn

        ການ​ອະ​ໄພ​ຍະ​ໂທດ​ຄັ້ງ​ນີ້ ຄາດ​ວ່າ ຈະ​ມີ​ນັກ​ໂທດ ປະ​ມານ 18.000 ຄົນ​ໄດ້​ຮັບ​ການ​ອະ​ໄພ​ຍະ​ໂທດ, ປ່ອຍ​ຕົວ​ກ່ອນ​ກຳ​ນົດ​ເວ​ລາ, ຊື່ງ​ແມ່ນ​ຈຳ​ນວນ​ຫ​ລາຍ​ສຸດ​ນັບ​ແຕ່​ກ່ອນ​ມາ​ຮອດ​ປະ​ຈຸ​ບັນ. ພາຍ​ຫລັງ​ມີ​ຂໍ້​ຕົກ​ລົງ​ຂອງ​ທ່ານ​ປະ​ທານ​ປະ​ເທດ, ​ບັນ​ດາ​ພາກ​ສ່ວນ​ກ່ຽວ​ຂ້ອງ​ທັງ​ໝົດ​ຄື: ກະ​ຊວງ​ຕຳ​ຫລວດ, ໄອ​ຍະ​ການ, ສານ​ປະ​ຊາ​ຊົນ​ສູງ​ສຸດ, ກະ​ຊວງ​ຍຸ​ຕິ​ທຳ… ລ້ວນ​ແຕ່​ຮີບ​ເຮັ່ງ​ຜັນ​ຂະ​ຫຍາຍ​ການ​ປະ​ຕິ​ບັດ​ວຽກ​ງານ​​ອະ​ໄພ​ຍະ​ໂທດ ເພື່ອ​ຮັບ​ປະ​ກັນ​ໃຫ້​ວຽກ​ງານອະ​ໄພ​ຍະ​ໂທດປີ 2015 ໄດ້​ຮັບ​ກາ​ນ​ປະ​ຕິ​ບັດ​ຖືກ​ກັບ​ເປົ້າ​ໝາຍ, ເຄົາ​ລົບ​ບັນ​ດາ​ຂໍ້​ກຳ​ນົດ​ຂອງ​ກົດ​ໝາຍ.

       ຄວາມ​ໂປ່ງ​ໃສ, ປະ​ຊາ​ທິ​ປະ​ໄຕ, ຍຸ​ຕິ​ທຳ​ໃນ​ວຽກ​ງານ​ອະ​ໄພ​ຍະ​ໂທດ​ປີ 2015

       ວຽກ​ງານອະ​ໄພ​ຍະ​ໂທດປີ 2015 ໂດຍ​ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ, ປະ​ທານ​ສະ​ພາອະ​ໄພ​ຍະ​ໂທດ​ສູນ​ກາງ ຕິດ​ຕາມກວດ​ກາ, ຊີ້​ນຳ​ຢ່າງ​ໃກ້​ຊິດ ນັບ​ແຕ່​ໄລ​ຍະ​ຕົ້ນ. ຕາມນັ້ນ​ແລ້ວ, ບັນ​ດາ​ອົງ​ການ​ກ່ຽວ​ຂ້ອງ​ທັງ​ໝົດ ໄດ້​ສົມ​ທົບ​ກັນຢ່າງ​ແຫນ້ນ​ແຟ້ນ​ນຳ​ກັນ, ປະ​ກາດ​ໃຊ້​ບັນ​ດາ​ເອ​ກະ​ສານ​ແນະ​ນຳ​ທີ່​ຈຳ​ເປັນ​ຢ່າງ​ຄົບ​ຖ້ວນ. ຕາມ​ພົນ​ຈັດ​ຕະ​ວາ ຫງວຽນ​ງອກ​ບັ່ງ, ຫົວ​ຫນ້າ​ກົມ​ໃຫຍ່​​ປະ​ຕິ​​ບັດ​ຄຳ​ຕັດ​ສິນ​ຂອງ​ສານ​​ສຳ​ລັບຄະ​ດີ​ອາ​ຍາ ແລະ ການ​ຫນູນ​ຊ່ວຍ​ຕຸ​ລາ​ການ, ສັງ​ກັດ​ກະ​ຊວງ​ຕຳ​ຫລວດ ແລ້ວ, ຍ້ອນ​ມີ​ການ​ຊີ້​ນຳ​ນຳ​ພາ​ຢ່າງ​ໃກ້​ຊິດ ແລະ ການ​ສົມ​ທົບ​ນຳ​ກັນ​ຢ່າງ​ມີ​ປະ​ສິດ​ທິ​ຜົນ ສະ​ນັ້ນ ວຽກ​ງານອະ​ໄພ​ຍະ​ໂທດ​ປີນີ້ ຮັບ​ປະ​ກັນ​ລັກ​ສະ​ນະ​ເຂັ້ມ​ງວດ, ​ເຄັ່ງ​ຄັດ, ເປີດ​ເຜີຍ, ໂປ່ງ​ໃສ, ປະ​ຊາ​ທິ​ປະ​ໄຕ, ຍຸ​ຕິ​ທຳ, ຖືກ​ກັບ​ເປົ້າ​ໝາຍ, ບໍ່​ຈຳ​ແນກ​ຊາວ​ຫວຽດ​ນາມ​ຫລື​ຊາວ​ຕ່າງ​ປະ​ເທດ.

        “ຄາດ​ໝາຍ​ຂອງ​ການອະ​ໄພ​ຍະ​ໂທດ​ຄັ້ງ​ນີ້ ນັ້ນ​ແມ່ນ ນັກ​ໂທດ​ໄດ້​ຮັບອະ​ໄພ​ຍະ​ໂທດ​​ແມ່ນ​ບັນ​ດາຜູ້​ທີ່ມີ​ເງື່ອ​ນ​ໄຂ​ພຽງ​ພໍ​ຕາມ​ມາດ​ຕະ​ຖານ​ ແລະ ເດັດ​ຂາດບໍ່​ອະ​ນຸ​ຍາດ​ໃຫ້​ບັນ​ດາ​ກໍ​ລະ​ນີບໍ່​ມີ​ເງື່ອນ​ໄຂ​ຢ່າງ​ຄົບ​ຖ້ວນ​ໄດ້​ຮັບ​ອະ​ໄພ​ຍະ​ໂທດ. ຕາມ​ວິ​ວັດ​ການ​ແລ້ວ, ພວກ​ຂ້າ​ພະ​ເຈົ້າ​ຈະ​ພິ​ຈາ​ລະ​ນາ​ແຕ່​ລະ​ເປົ້າ​ໝາຍ, ສ້າງ​ບັນ​ຊີ​ລາຍ​ຊື່​ເພື່ອ​ສົ່ງ​ໃຫ້​ສະ​ພາ​ໃຫ້​ຄຳ​ປຶກ​ສາ​ການອະ​ໄພ​ຍະ​ໂທດ ກວດ​ກາ, ພິ​ຈາ​ລະ​ນາ ແລະ ສົ່ງ​ເຖິງ​ທ່ານ​ປະ​ທານ​ປະ​ເທດໃຫ້​ຄຳ​ຕັດ​ສິນ. ໃນ​ການອະ​ໄພ​ຍະ​ໂທດ ຄັ້ງ​ນີ້ ມີ​ທັງ​ຊາວ​ຕ່າງ​ປະ​ເທດ ເພາະ​ວ່າ ຕາມ​ກົດ​ໝາຍ​ຂອງ​ຫວຽດ​ນາມ, ບໍ່​ວ່າ​ຊາວ​ຫວຽດ​ນາມ ຫລື​ຊາວ​ຕ່າງ​ປະ​ເທດ ລ້ວ​ນ​ແຕ່​ຕ້ອງ​ປະ​ຕິ​ບັດ​ຕາມ​ກົດ​ໝາຍ. ສະ​ນັ້ນ ບັນ​ດາ​ນັກ​ໂທດ​ຊື່ງ​ແມ່ນ​ຊາວ​ຕ່າງ​ປະ​ເທດ ຖ້າ​ມີ​ເງື່ອນ​ໄຂ​ຄົບ​ຖ້ວນ ກໍ​ໄດ້​ຮັບ​ການອະ​ໄພ​ຍະ​ໂທດ ຄື​ດັ່ງ​ຊາວ​ຫວຽດ​ນາມ.”

        ການ​ອະ​ໄພ​ຍະ​ໂທດມີ​ຄວາມ​ໝາຍ​ສັງ​ຄົມ​ວັດ​ທະ​ນະ​ທຳ​ມະ​ນຸດ

        ອາດ​ຈະ​ຢືນ​ຢັນ​ໄດ້​ວ່າ ວຽກ​ງານອະ​ໄພ​ຍະ​ໂທດ ນຳ​ມາ​ເຊິ່ງ​ບັນ​ດາ​ປະ​ສິດ​ທິ​ຜົນ​ຕັ້ງ​ຫນ້າ. ຖ້າ​ເວົ້າ​ເຖິງ​ດ້ານ​ສັ​ງ​ຄົມ, ການອະ​ໄພ​ຍະ​ໂທດ​ສຳ​ລັບ​ບັນ​ດາ​ນັກ​ໂທດ ມີ​ເງື່ອນ​ໄຂ​ຕາມ​ການ​ກຳ​ນົດ​ມີ​ຄຸນ​ປະ​ໂຫຍດ​ສົ່ງ​ເສີມ​ນັກ​ໂທດ ຕັ້ງ​ຫນ້າ​ໃນ​ການ​ຮ່ຳ​ຮຽນ, ອອກ​ແຮງ​ງານ, ປະ​ຕິ​ບັດ​ບັນ​ດາ​ຂໍ້​ກຳ​ນົດ, ກົດ​ລະ​ບຽບ​ຂອງ​ຄ້າຍ​ຄຸມ​ຂັງ, ສ້າງ​ຜົນ​ງານ​ເພື່ອ​ຮັບ​ການອະ​ໄພ​ຍະ​ໂທດ ແລະ ໄດ້ກັບ​ຄືນ​ເຊື່ອມ​ຕົວ​ເຂົ້າ​ກັບ​ຄອບ​ຄົວ ແລະ ວົງ​ຄະ​ນາ​ຍາດ​ໂດຍ​ໄວ. ຕາມ​ຕົວ​ເລກ​ຂອງ​ກະ​ຊວງ​ຕຳ​ຫລວດ​ແລ້ວ, ຜ່ານ​ການ​ຕິດ​ຕາມ​ການອະ​ໄພ​ຍະ​ໂທດ ໃນ​ໄລ​ຍະ​ມໍ່ໆ​ມາ​ນີ້, ປີ 2013, ອັດ​ຕາ​ສ່ວນ​ນັກ​ໂທດ​ທີ່​ໄດ້​ຮັບ​ການອະ​ໄພ​ຍະ​ໂທດ  ລະ​ເມີດ​ກົດ​ໝາຍ​ຄືນ​ໃຫມ່ກວມ​ອັດ​ຕາ​ສ່ວນ​ຫນ້ອຍ 0,73%. ສະ​ນັ້ນ ເຖິງວ່າ ຈຳ​ນວນ​ຜູ້​ໄດ້​ຮັບ​ອະ​ໄພ​ຍະ​ໂທດຢ່າງ​ຫລວງ​ຫລາຍ ແຕ່​ສະ​ພາບ​ຄວາມ​ສະ​ຫງົບ​ປອ​ດ​ໄພ, ສະ​ຖຽນ​ລະ​ພາບ​ດ້ານ​ການ​ເມືອງ, ຄວ​າມ​ເປັນ​ລະ​ບຽບ​ຮຽບ​ຮ້ອຍ​ທາງ​ສັງ​ຄົມ​ຢູ່​ບັນ​ດາ​ທ້ອງ​ຖິ່ນ ຍັງ​ຄົງ​ໄດ້​ຮັບ​ປະ​ກັນ. ວຽກ​ງານອະ​ໄພ​ຍະ​ໂທດ ໄດ້​ປະ​ກອບ​ສ່ວນ​ປັບ​ປຸງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຂອງ​ປະ​ຊາ​ຊົນ​ຕໍ່​ນະ​ໂຍ​ບາຍ​ອະ​ນຸ​ໂລມ, ມະ​ນຸດ​ສະ​ທຳ​ຂອງ​ພັກ ແລະ ລັດ.

        ກ່ຽວ​ກັບ​ດ້ານເສດ​ຖະ​ກິດ, ການອະ​ໄພ​ຍະ​ໂທດ ປ່ອຍ​ຕົວ​ກ່ອນ​ກຳ​ນົດ​ເວ​ລາ ໄດ້​ປະ​ກອບ​ສ່ວນ​ຫລຸດ​ຜ່ອນ​ລາຍ​ຈ່າຍ​ງົບ​ປະ​ມານ​ແຫ່ງ​ລັດ,ຫລຸດ​ຜ່ອນ​ກຳ​ລັງ​ດັນ​ໃຫ້​ບັນ​ດາ​ຄ້າຍ​ຄຸມ​ຂັງ. ກ່ຽວ​ກັບ​ດ້ານ​ການ​ເມືອງ, ເລື່ອງ​ເປີ​ດ​ເຜີຍ, ໂປ່ງ​ໃສ, ປະ​ຊາ​ທິ​ປະ​ໄຕ​ໃນ​ການ​ປະ​ຕິ​ບັດ​ບັນ​ດາ​ຂັ້ນ​ຕອນ​ພິ​ຈາ​ລະ​ນາ​ການ​ອະ​ໄພ​ຍະ​ໂທດ, ເລື່ອງ​ແຈ້ງ​ຂໍ້​ມູນ​ຂ່າວ​ໃຫ້​ບັນ​ດາ​ອົງ​ການ​ສື່ມວນ​ຊົນ​ຢູ່​ພາຍ​ໃນ ແລະ ຕ່​າງ​ປະ​ເທດ​ຢ່າງ​ຄົບ​ຖ້ວນ ແລະ ການຈັດ​ຕັ້ງ​ການ​ຢ້ຽມ​ຢາມ, ສຳ​ຫລວດກວາ​ກາ​ຢູ່​ບັນ​ດາ​ຄ້າຍ​ຄຸມ​ຂັງ ແມ່ນ​ຊ່ວຍ​ໃຫ້​ບັນ​ດາ​ອົງ​ການ​ສິດ​ທິ​ມະ​ນຸດ​ສາ​ກົນ​ເຂົ້າ​ໃຈ​ແຈ້ງ​ກ່ຽວ​ກັບ​ນະ​ໂຍ​ບາຍ​ມະ​ນຸດ​ສະ​ທຳ, ການອ​ະ​ນຸ​ໂລມ​ຂອງ​ພັກ, ລັດ ຫວຽດ​ນາມ ສຳ​ລັບ​ຜູ້​ລະ​ເມີດ​ກົດ​ໝາຍ.

        ຫນູນ​ຊ່ວຍ​ນັກ​ໂທດ​ເຊື່ອມ​ຕົວ​ເຂົ້າ​ກັບ​ວົງ​ຄະ​ນາ​ຍາດ​ຄືນ​ໃຫມ່

        ນ​ະ​ໂຍ​ບາຍ​ມະ​ນຸດ​ສະ​ທຳ​ໃນ​ວຽກ​ງານອະ​ໄພ​ຍະ​ໂທດ​ຂອງ​ພັກ, ລັດ ຫວຽດ​ນາມ ບໍ່​ພຽງ​ແຕ່​ແມ່ນ​ການອະ​ໄພ​ຍະ​ໂທດ​ກ່ອນ​ກຳ​ນົດ​ເວ​ລາ​ເທົ່າ​ນັ້ນ ຫາກ​ຍັງ​ສະ​ແດງ​ໃຫ້​ເຫັນ​ໃນ​ການ​ສ້າງ​ເງື່ອນ​ໄຂ​ເພື່ອ​ໃຫ້​ຜູ້​ໄດ້​ຮັບອະ​ໄພ​ຍະ​ໂທດ​ເຊື່ອມ​ຕົວ​ເຂົ້າ​ກັບ​ວົງ​ຄະ​ນາ​ຍາດ​ຄືນ​ໃຫມ່​ອີກ​ດ້ວຍ. ພົນ​ຈັດ​ຕະ​ວາ ຫງວຽນ​ງອກ​ບັ່ງ, ຫົວ​ຫນ້າ​ກົມ​ໃຫຍ່​ກົມ​ປະ​ຕິ​​ບັດ​ຄຳ​ຕັດ​ສິນ​ຂອງ​ສານ​ສຳ​ລັບ​ຄະ​ດີ​ອາ​ຍາ ແລະ ຫນູນ​ຊ່ວຍ​ຕຸ​ລາ​ການ, ກະ​ຊວງ​ຕຳ​ຫລວດ ຫວຽດ​ນາມ ໄດ້​ຢືນ​ຢັນ​ວ່າ:

        “ໃນ​ການ​ຊີ້​ນຳ​ຂອງ​ປະ​ທານ​ສະ​ພາ​ໃຫ​້​ຄຳ​ປຶກ​ສາ​ ການອະ​ໄພ​ຍະ​ໂທດ ສູນ​ກາງ ກໍ​ຮຽກ​ຮ້ອງ​ບັນ​ດາ​ທ້ອງ​ຖິ່ນ ຕ້ອງ​ຮັບ​ຕ້ອນ​ບັນ​ດາ​ນັກ​ໂທດ​ໄດ້​ຮັບອະ​ໄພ​ຍະ​ໂທດກັບ​ຄືນ​ເມືອທ້ອງ​ຖິ່ນ ສ້າງວຽກ​ເຮັດ​ງານ​ທຳ​ ແລະ ສ້າງ​ເງື່ອນ​ໄຂ​ສະ​ດວກ​ທີ່​ສຸດ​ໃຫ້​ເຂົາ​ເຈົ້າ​ເຊື່ອມ​ຕົວ​ເຂົ້າ​ກັບ​ວົງ​ຄະ​ນາ​ຍາດ ເພື່ອ​ໃຫ້​ເຂົາ​ເຈົ້າ​ບໍ່​ປົ່ມ​ດ້ອຍ ແລະ ບໍ່​ລະ​ເມີດ​ກົດ​ໝາຍ​ຄືນ​ໃຫມ່.”

        ຄ​ວາມ​ຈິງ​ໃຫ້​ເຫັນ​ວ່າ ນັກ​ໂທດ​ໄດ້​ຮັບ​ອະ​ໄພ​ຍະ​ໂທດ​ສ່ວນ​ຫລາຍ​ແມ່ນ​ເຊື່ອມ​ຕົວ​ເຂົ້າ​ກັບ​ວົງ​ຄະ​ນາ​ຍາດ​ວ່ອງ​ໄວ, ຊີ​ວິດ​ການ​ເປັນ​ຢູ່​ກັບ​ຄືນ​ສູ່​ສະ​ພາບ​ເປັນ​ປົກ​ກະ​ຕິ, ມີ​ຫລາຍ​ຄົນ​ທຳ​ມາ​ຫາ​ກິນ, ດຳ​ເນີນ​ທຸ​ລະ​ກິດ​ເປັນ​ຢ່າງ​ດີ ແລະ ຕັ້ງ​ຫນ້າ​ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວ​ກຸ​ສົນ ແລະ ໄດ້​ຮັບ​ການ​ຕີ​ລາ​ຄາ​ສູງ​ຈາກ​ສັງ​ຄົມ.

ເນື່ອງ​ໃນ​ໂອ​ກາດ ສະ​ເຫລີມ​ສະ​ຫລອງ 70ປີ​ແຫ່ງວັນ​ຊາດ​ຫວຽດ​ນາມ ທີ 2 ກັນ​ຍາ, ມີ​ນັກ​ໂທດ 18.000 ຄົນ​ຈະ​ໄດ້​ຮັບ​ການ​ເຊື່ອມ​ຕົວ​ເຂົ້າ​ກັບ​ວົງ​ຄະ​ນາ​ຍາດ. ນະ​ໂຍ​ບາຍ​ອະ​ນຸ​ໂລມ, ມະ​ນຸດ​ສະ​ທຳ​ຂອງ​ລັດ​ຫວຽດ​ນາມ ຈະ​ເປີດ​ກາ​ລະ​ໂອ​ກາດ​ໃຫ້​ເຂົາ​ເຈົ້າ​ກັບ​ຄືນ​ສູ່​ຊີ​ວິດ, ກາຍ​ເປັນ​ພົນ​ລະ​ເມືອງມ​ີ​ປະ​ໂຫຍດ​​ໃຫ້​ສັງ​ຄົມ.

 

ຕອບກັບ

ຂ່າວ/ບົດ​ອື່ນ