ການອະໄພຍະໂທດ-ຄວາມອະນຸໂລມພິເສດຂອງລັດຫວຽດນາມ

(vovworld)- ການ​ອະ​​ໄພ​ຍະ​ໂທດ​ແມ່ນ​ແຜນ​ນະ​ໂຍບາຍ​​ໃຫຍ່​ຂອງ​ລັດ​ຫວຽດນາມ ​ແລະ ​ໄດ້​ຮັບ​ການ​ປະຕິບັດ​ປະຈຳ​ປີ​ກົງ​ກັບ​ໂອກາດ​ດຳ​ເນີນ​ບັນດາ​ວັນ​ບຸນ​ໃຫຍ່​ຂອງ​ປະ​ເທດ​ຊາດ. ​ເພື່ອ​ກະກຽມ​ໃຫ້​ແກ່​ການ​ອະ​​ໄພ​ຍະ​ໂທດປີ​ນີ້, ອົງການ​ທີ່​ມີຫນ້າ​ທີ່​ຮັບຜິດຊອບ​ພວມ​ຮີ​ບ​ເຮັ່ງ​ສຳ​ເລັດ​ທຸກ​ລະບຽບ​ການ, ​ເພື່ອ​​ເປີດ​ກາລະ​ໂອກາດ​ດັດສ້າງໃຫ້​ແກ່​ບັນດາ​ຜູ້​ມີ​ການ​ກະທຳ​ຜິດ​ກັບ​ຄື​ສູ່​​ເຈືອ​ຈານ​ເຂົ້າ​ກັບ​ວົງ​ຄະນາ​ຍາດ. ​   ຄ້າຍ​ຄຸທຂັງ ​ຮົ່ງກາ, ​ເມືອງ ​ເຈີ​ນອຽນ ​ແຂວງ ອຽນ​ບາຍ ພວມ​ຄຸມ​ຂັງ, ດັດ​ສ້າງ​ນັກ​ໂທດ​ກວ່າ 2000 ຄົນ. ດ້ວຍ​ແຜນ​ນະ​ໂຍບາຍ​ອະນຸ​​ໂລມ​ຂອງ​ລັດ, ​ໃນ​ໂອກາດ​ສະ​ເຫລີ​ມສະຫລອງ​ວັນຊາດ​ທີ 2/9 ​ແຕ່ລະ​ປີ, ມີ​ນັກ​ໂທດ​ຫລາຍ​ຄົນຮູ້​ສຶກຕືນ​ເຕັ້ນ​ໃຈ, ລໍ​ຄອຍ​ການ​ປະກາດ​ຂໍ້​ຕົກລົງ​ອະ​ໄພ​ຍະ​ໂທດ​ຂອງ​ທ່ານ​ປະທານ​ປະ​ເທດ. ນັກ​ໂທດ      ​ເຈີ​ນຢວານ​ຊີງ ຊື່​ງ​ແມ່ນ​ນັກ​ໂທດ​ທີ່​ສະພາ​ອະ​ໄພ​ຍະ​ໂທດຄ້າຍ​ຄຸມ​ຂັງພິຈາລະນາ​ສຳ​ເນົາ​ເອກະສານຍື່ນ​ສະ​ເຫ​ນີຕໍ່​ຂັ້ນ​ເທິງ​​ອະ​ໄພ​ຍະ​ໂທດ​ໃນ​ປີ​ນີ້ ​ໃຫ້​ຮູ້​ວ່າ:

        “ເມື່ອຖືກ​ຕັດສິນ​ລົງ​ໂທດ​ຈຳ​ຄຸກ 15 ປີ ຍ້ອນ​ການ​ກະທຳ​ຜິດ​ຂອງ​ຕົນຂ້າພະເຈົ້າໂສກເສົ້າຫລາຍ ແຕ່. ​ໂດຍ​ໄດ້​ຮັບ​ການ​ລະດົມ​ກຳລັງ​ໃຈ, ການ​ສຶກສາ​ອົບຮົມຈາກພະນັກງານ​ໃນ​ຄ້າຍ ຂ້າພະ​ເຈົ້າ​ໄດ້​ສູ້​ຊົນດ້ວຍ​ຄວາມ​ມານະ​ພະຍາຍາມ​ເພື່ອ​ສຳ​ເລັດ​ວຽກ​ງານ​ຊື່​ງພະນັກງານ​ໃນ​ຄ້າຍ​ມອບ​ໝາຍ​ໃຫ້​ເພື່ອ​ ​ໄດ້​ຮັບ​ອະ​ໄພ​ຍະ​ໂທດ​ເພື່ອ​ກັບ​ຄືນ​ເມືອ​ດຳລົງ​ຊີວິດ​ພ້ອມກັບ​ຄອບຄົວ ​ແລະ ​ເຈືອ​ຈານ​ເຂົ້າ​ກັບ​ວົງ​ຄະນາ​ຍາດໂດຍໄວ.”

ການອະໄພຍະໂທດ-ຄວາມອະນຸໂລມພິເສດຂອງລັດຫວຽດນາມ - ảnh 1
ທ່ານຮອງນາຍົກລັດຖະມົນຕີຫງວຽນຊວນຟຸກມອບຂໍ້ຕົກລົງ
ຂອງປະທານປະເທດອະໄພຍະໂທດໃຫ້ແກ່ນັກໂທດ
ພາບ:internet

        ການ​ອະ​ໄພ​ຍະ​ໂທດປີ​ນີ້, ຄ້າຍ​ຄຸມ​ຂັງ​ ຮ່ົາກາ ປະຕິບັດ​ ​ບັນດາ​ຂໍ້​ກຳນົດ​ຂອງ​ລັດ ຢ່າງເຂັ້ມ​ງວດ ຈາ​ກການ​ໂຄສະນາ​ເພື່ອ​ໃຫ້​ນັກ​ໂທດ​ມີ​ຄວາມເຂົ້າ​ໃຈ​ກ່ຽວ​ກັບ​ເງື່ອນ​​ໄຂ​ໄດ້​ຮັບ​ການ​ພິຈາລະນາ​ອະ​ໄພ​ຍະ​ໂທດຕະຫລອດ​ຮອດ​ການ​ຈັດ​ຕັ້ງ​ໃຫ້​​ນັກ​ໂທດ​ພິຈາລະນາ​ຕັດສິນ​ບັນດາ​ກໍລະນີ​ມີ​​ເງື່ອນ​ໄຂຢ່າງ​ພຽງພໍ​ເພື່ອ​ຮັບ​ອະ​ໄພ​ຍະ​ໂທດ. ສະ​ນັ້ນ ມີ 132 ກໍລະນີ​ທີ່ຄ້າຍຄຸມຂັງສະ​ເຫ​ນີອະ​ໄພ​ຍະ​ໂທດ​ໃນ​ປີ​ນີ້ ລ້ວນ​ແຕ່​ໄດ້​ຮັບ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ສູງ​ຈາກ​ນັກ​ໂທດ.

        ​ໃນ​ຂະນະ​ນັ້ນ ພາຍຫລັງ​ມີ​ຂໍ້​ຕົກລົງ​ຂອງ​ປະທານ​ປະ​ເທດ​ກ່ຽວ​ກັບ​ການ​ອະ​ໄພ​ຍະ​ໂທດ​ປີ 2013 ​ແລະ ຄຳ​ແນະນຳ​ຂອງ​ສະພາ​ທີ່​ປຶກສາ​ອະ​ໄພ​ຍະ​ໂທດ​ສູນ​ກາງ, ການ​ນຳ​ຄ​້າຍຄຸມ​ຂັງ ອຽນ​ຫ້າ ​ເມືອງ​ຟູ​ອຽນ ​ແຂວງ ​ເຊີນ​ລາ ​ໄດ້​ຜັນ​ຂະຫຍາຍ​ຢ່າງ​ວ່ອງ​ໄວ ​ແລະ ລະອຽດ, ຮັບປະກັນ​ໃຫ້​ບັນດາ​ນັກ​ໂທດ​ດັດ​ສ້າງ​​ເປັນ​ຢ່າງ​ດີ​​​ໄດ້​ຮັບ​ການ​ຊົມ​ໃຊ້​ນະ​ໂຍບາຍ​ອະນຸ​ໂລມ. ປະຈຸ​ບັນ ຄ້າຍ​ຄຸມຂັງ ອຽນຫ້າ ​ໄດ້​ສົ່ງ​ສຳ​ເນົາ​ເອກະສານ​ຂອງນັກໂທດ 81 ຄົນເພື່ອສະ​ເຫ​ນີອະ​ໄພ​ຍະ​​ໂທດ​ໃນ​ໂອກາດ​ວັນຊາດ​ທີ 2/9 ປີ​ນີ້. ພັນ​​ໂທ ຟ້າ​ມຊວນ​ງຽບ, ນາຍ​ທຳ​ມະ​ໂລງ​ຄ້າຍ​ຄຸມ​ຂັງ ອຽນ​ຫ້າ ຢືນ​ຢັນວ່າ:

        “​ໃນ​ວິວັດ​ການ​ພິຈາລະນາ​ຄັດ​ເລືອກ ພວກ​ຂ້າພະ​ເຈົ້າ​ຮັບປະກັນ​ໃຫ້​ນັກ​ໂທດ​ທຸກ​ຄົນ​ໄດ້​ຮູ້ຈັກ​ເຖິງ​ມາດຖານ​ທັງ​ໝົດ, ຂັ້ນ​ຕອນ​ເພື່ອ​ພິຈາລະນາອະ​ໄພ​ຍະ​ໂທດ​ໃຫ້​ແກ່​ນັກ​ໂທດ. ​ເພາະສະ​ນັ້ນ ບັນດາ​ນັກ​ໂທດ ລ້ວນ​ແຕ່​ມີ​ຄວາມ​ເຂົ້າ​ໃຈ ​ແລະ ກຳ​ແຫນ້ນ​ເງື່ອນ​ໄຂ​ໄດ້​ຮັບ​ອະ​ໄພ​ຍະ​ໂທດ. ອາດ​ຈະ​ຢືນຢັນ​ໄດ້​ວ່າ ພວກ​ຂ້າພະ​ເຈົ້າ​ໄດ້​ປະຕິບັດ​ວຽກ​ງານ​ອະ​ໄພ​ຍະ​ໂທດ​ຢ່າງ​ເປີດ​ເຜີຍ, ຖືກຕ້ອງ​ກັບ​ຂັ້ນ​ຕອນກໍ​ຄືການ​ກຳນົດຂອງ​ກົດໝາຍ, ຮັບປະກັນ​ປະຊາທິປະ​ໄຕ, ​ເປີດເຜີຍ, ກະຈ່າງ​ແຈ້ງ.”

        ພ້ອມ​ກັບ​ວິວັດ​ການ​ກະ​ກຽມ​ຄ້າຍ​ຄຸມຂັງຄັ້ງຕ່າງໆ, ບັນດາ​ກຸ່ມ​ກວດກາ​ລະຫວ່າງ​ຂະ​ແຫນງ ​ໄດ້​ລົງ​ກວດກາ​ໂດຍກົງ, ປຽບທຽບ​ສຳ​ເນົາ​ເອກະສານ​ສະບັບ​ຕົ້ນຂອງ​ບັນດາ​ນັກ​ໂທດກັບ​ສຳ​ເນົາ​ເອກະສານ​ສະ​ເຫ​ນີຮັບ​ອະ​ໄພ​ຍະ​ໂທດ. ບັນດາ​ສະມາຊິກ​ສະພາ​ທີ່​ປຶກສາ​ອະ​ໄພ​ຍະ​ໂທດ ກໍ​ລົງ​ກວດກາ​ໂດຍ​ກົງ​ຢູ່​ຄ້າຍ​ຄຸມ​ຂັງ. ​ໃນ​ຂະນະ​ນັ້ນ ​ໄອ​ຍະ​ການ​ປະຊາຊົນ ດຳ​ເນີນ​ການ​ກວດກາ​ສຳ​ເນົາ​ເອກະສານ​ສະ​ເຫ​ນີອະ​ໄພ​ຍະ​ໂທດ​ຢ່າງ​ແ​ຫນ້ນ​ແຟ້ນ,ສະພາທີ່ປຶກສາອະໄພຍະໂທດສູນກາງໄດ້ພິຈາລະນາຕັດສິນ, ກວດກາ​ຢັ້ງຢືນສຳ​ເນົາ​​ເອກະສານ, ບັນຊີ​ລາຍ​ຊື່​ນັກ​ໂທດ​ທີ່​ໄດ້​ຮັບ​ສ​ະ​ເຫ​ນີອະ​ໄພ​ຍະ​ໂທດຍື່ນ​ສ​ະ​ເຫ​ນີຕໍ່​ປະທານ​ປະ​ເທດ​ພິຈາລະນາ​ຕັດສິນ. ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ, ປະທານ​ສະພາ​ອະ​ໄພ​ຍະ​ໂທດ​ສູນ​ກາງ​ໃຫ້​ຮູ້​ວ່າ:

        “ການ​ອະ​ໄພ​ຍະ​ໂທດ​ແມ່ນ​ຄວາມ​ອະນຸ​ໂລມ​ພິ​ເສດ​ຂອງ​ລັດ​ສຳລັບ​ຜູ້​ຖືກ​ຕັດສິນ​ລົງ​ໂທດ ​ເພື່ອ​ສົ່ງ​ເສີມ​ເຂົາ​ເຈົ້າ​ກິນ​ແຫນງ​ແຄງ​ໃຈ, ຕັ້ງຫນ້າ​ໃນ​ການ​ຮຳ່ຮຽນ, ອອກ​ແຮງ​ງານ, ດັດ​ສ້າງ, ສູ້​ຊົນ​ຝືກຝົນ​ຫລໍ່​ຫລອມ​ໃຫ້ກາຍ​ເປັນ​ຜູ້​ມີ​ປະ​ໂຫຍ​ດຕໍ່​ສັງຄົມ. ການ​ອະ​ໄພ​ຍະ​ໂທດ​ສະ​ແດງ​ໃຫ້​ເຫັນ​ມູນ​ເຊື້ອ​ມະນຸດສະທຳ​ຂອງ​ຊາດ​ທີ່​ມີ​ຕໍ່​ນັກ​ໂທດ. ການ​ອະ​ໄພ​ຍະ​ໂທດ​ຕ້ອງ​ໄດ້​ຮັບ​ການປະຕິບັດ​ຢ່າງ​ແຫນ້ນ​ແຟ້ນ ​ແລະ ຖືກ​ກັບ​ກົດໝາຍ, ຮັບປະກັນ​ປະຊາທິປະ​ໄຕ, ພາວະ​ວ​ິ​ໄສ, ຍຸຕິ​ທຳ, ​ເປີດ​ເຜີຍ, ​ໂປ່​ງ​ໃສ ​ແລະ ຖື​ກກັບ​ເປົ້າ​ໝາຍ, ​ເງື່ອນ​ໄຂ, ບໍ່​ປະ​ໃຫ້​ເກີດ​ປະກົດ​ການ​ຫຍໍ້​ທໍ້, ຮັບປະກັນ​ຄວາມ​ຮຽກຮ້ອງ​ຕ້ອງການ​ພົວພັນພາຍ​ໃນ​ປະ​ເທດ, ​ຕ່າງປະ​ເທດ, ຮັບປະກັນ​ຄວາມ​ສະຫງົບ​ປອດ​ໄພ​ແຫ່ງ​ຊາດ ​ແລະ ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ທາງ​ສັງຄົມ.”

        ການ​ອະ​ໄພ​ຍະ​ໂທດ, ປ່ອຍ​ຕົວ​ນັກໂທດກ່ອນ​ກຳນົດ​ເວລາ ​ແມ່ນ​ນະ​ໂຍບາຍ​ມະນຸດສະທຳ​ຂອງ​ຫວຽດນາມ ​ໃນ​ວຽກ​ງານ​ຕໍ່ສູ້​ປ້ອງ​ກັນ ​ແລະ ຕ້ານ​ອາດ​ຊະ​ຍາ​ກຳ. ນັບ​ແຕ່​ປີ 2009 ມາ​ຮອດ​ປະຈຸ​ບັນ, ຫວຽດນາມ ​ໄດ້​ປະຕິບັດ​ການ​ອະ​ໄພ​ຍະ​ໂທດ, ປ່ອຍ​ຕົວ​ນັກ​ໂທດ​ກ່ອນ​ກຳນົດ​ເວລາ 4 ຄັ້ງ ​ໃຫ້​ແກ່ນັກ​ໂທດ 48.000 ຄົນ, ​ໃນ​ນັ້ນ ມີ​ນັກ​ໂທດ​ຫລາຍ​ຄົນ​ແມ່ນ​ຊາວ​ຕ່າງປະ​ເທດ​ທີ່​ລະ​ເມີດ​ກົດໝາຍ​ຫວຽດນາມ. ວຽກ​ງານ​ອະ​ໄພ​ຍະ​ໂທດ​ຂອງ​ຫວຽດນາມ ​ໄດ້​ຮັບ​ການ​ຕີ​ລາຄາ​ສູງ​ຈາກ​ຫາງ​ສຽງ​ພາຍ​ໃນ ​ແລະ ຕ່າງປະ​ເທດ.

ຕອບກັບ

ຂ່າວ/ບົດ​ອື່ນ