ການຮັບຮອງເອົາຮ່າງກົດໝາຍ H.R 1897ແມ່ນໄປຝືນກັບທ່າອ່ຽງ ພັດທະນາຂອງການພົວພັນລະຫວ່າງ ຫວຽດນາມ ແລະ ອາເມລິກາ

(vovworld)- ສະພາ​ຕຳ່ ອ​າ​ເມ​ລິ​ກາ ຫາ​ກໍ່​ຮັບຮອ​ງ​ເອົາ​ອັນ​ທີ່​ເອີ້ນ​ວ່າ“ຮ່າງ​ກົດໝາຍ​ສິດທິ​ມະນຸດ ຫວຽດນາມປີ 2013 ດ້ວຍ​ໝາຍ​ເລກ​: HR 1897” ທີ່ຮຽກຮ້ອງ​ໃຫ້​ລັດຖະບານ​ອາ​ເມ​ລິ​ກາ ຕ້ອງນຳ​ບັນດາ​ເງື່ອນ​ໄຂ​ກ່ຽວ​ກັບ​ສິດທິ​ມະນຸດ ​ແລະ ປະຊາທິປະ​ໄຕ​ຕິດ​ພັນກັບ​ການ​ຊ່ວຍ​ເຫລື​ອ​ໄຮ້ມະນຸດ​ສະ​ທຳທີ​່ສະ​ຫງວນ​ໃຫ້​ແກ່​ຫວຽດນາມ. ​ເລື່ອງ​ຮັບຮອງ​ເອົາ​ຮ່າງ​ກົດໝາຍ​ສະບັບ​ດັ່ງກ່າວ​ດ້ວຍ​ບັນດາ​ຂໍ້​ມູນ​ຂ່າວສານ​ທີ່​ຜິດ​ເຂ​ວ, ຂາດ​ລັກສະນະພາວະ​ວິ​ໄສ​ກ່ຽວ​ກັບ​ສະພາບ​ການ​ປະຕິບັດ​ສິດທິ​ມະນຸດ ​ແລະ ສິດເສລີພາບ​ໃນ​ການ​ເຊື່ອ​ຖື​ສາສະຫນາ ​ຢູ່​ຫວຽດນາມ ​​ເປັນ​ທີ່​ຈະ​ແຈ້ງ​ແລ້ວ​ວ່າ​ແມ່ນ​ການ​ກະທ​ຳ​ໄປ​ຝືນ​ກັບ​ການ​ພົວພັນ​ອັນ​ດີງາມ​ລະຫວ່າງ ຫວຽດນາມ ​ແລະ ອາ​ເມ​ລິ​ກາ ທີ່ພວມ​ໄດ້​ຮັບ​ການ​ຜັນ​ຂະຫຍາຍ​ໃນ​ຄວາມ​ຈິງ​ລະຫວ່າງ ການ​ນຳ ​ແລະ ປະຊາຊົນ​ສອງ​ປະ​ເທດ

        ຮ່າງ​ກົດໝາຍ​ສິດທິ​ມະນຸດ​ຫວຽດນາມ H.R 1897 ​ໂດຍ​ສະມາຊິກ​ສະພາ​ສອງ​ທ່ານ​ທີ່​ຂຶ້ນ​ກັບ​ພັກສາ​ທາ​ລະນະ​ລັດ ນັ້ນ​ແມ່ນ​ທ່ານ Ed Royce ​ແລະ ທ່ານ Chris Smith ​ລິ​ເລີ່​ມ. ຮ່າງ​ກົດໝາຍ​ສະບັບນີ້ ​ໄດ້​ຮຽກຮ້ອງ​ໃຫ້​ລັດຖະບານ ອາ​ເມ​ລິ​ກາ ຢຸດຕິ​ບັນດາ​ບ້ວງ​ຊ່ວຍ​ເຫລື​ອ​ໄຮ້ມະນຸດ​ສະ​ທຳ​ໃຫ້​ແກ່​ຫວຽດນາມ, ຮຽກຮ້ອງ​ໃຫ້ ຫວຽດນາມ ມີ​ບັນດາ​ຄວາມ​ຄືບ​ຫນ້າ​ສຳຄັນ ​ແລະ ​ເຂັ້ມ​ງວດ​ໃນ​ຂົງ​ເຂດສິດທິ​ມະນຸດ, ທວງ​ໃຫ້​ຫວຽດນາມ​ຈົ່ງ​ປ່ອຍ​ຕົວ​ບັນດາ​ຜູ້​ລະ​ເມີດ​ກົດໝາຍ ຊື່​ງ​ເຂົາ​ເຈົ້າ​ເອີ້ນ​ວ່າ : ນັກ​ໂທດ​ການ​ເມືອງ ​ແລະ ​ເຄົາລົບ​ສິດ​ເສລີພາບ​ໃນ​ການ​ເຊື່ອ​ຖື​ສາສະຫນາ. ບັນດາ​ຜູ້​ລິ​ເລີ່​ມຮ່າງ​ກົດໝາຍ​ດັ່ງກ່າວ​ຍັງ​ຮຽກຮ້ອງ​ໃຫ້​ລັດຖະບານ ອາ​ເມ​ລິ​ກາ ນຳ​ຫວຽດນາມ ​ເຂົ້າ​ບັນຊີ​ລາຍ​ຊື່“ບັນດາ​ປະ​ເທດ​ຄວນ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ບັນຫາ​ສິດ​ເສລີ​ໃນ​ການ​ເຊື່ອ​ຖື​ສາສະຫນາ.”

        ກ່ອນ​ອື່ນ​ໝົດ ຄວນ​ຢືນຢັນ​ວ່າ: ຮ່າງ​ກົດໝາຍ​ສິດທິ​ມະນຸດ​ຫວຽດນາມ ປີ 2013 ບໍ່​ມີ​ຫຍັງ​​ໃຫມ່​​ເມື່ອ​ທຽບ​ໃສ່​ອັນ​ທີ່​ເອີ້ນ​ວ່າ“ຮ່າງ​ກົດໝາຍ​ສິດທິ​ມະນຸດ​ຫວຽດນາມ”      ຊື່​ງສະມາຊິກ​ສະພາ​ຈຳນວນ​ຫນຶ່ງ​ຂອງ​ອາ​ເມ​ລິ​ກາ​ທີ່​ຂາດ​ເຈດ​ຕະນາ​ດີ ​ເຄີຍ​ຍື່ນ​      ສະ​ເຫ​ນີຕໍ່​ສະພາ​ຕຳ່​​ໃນ​ປະຈຳ​ປີ. ທ່ານ ຫງວຽນ​ແທນ​ເຊີນ ຫົວຫນ້າ​ຫ້ອງການ​ປະຈຳ​ສິດທິ​ມະນຸດ ຫວຽດນາມ ​ໃຫ້​ຮູ້​ວ່າ: ບັນດາ​ບັນຫາ​ໃນຮ່າງ​ກົດໝາຍ​ສິດທິ​ມະນຸດ​ຫວຽດນາມປີ 2013 ທີ່ຖືກ​ຍົກ​ອອກໃນການ​ເຈລະຈາ​ສິດ​ທິມະນຸດ ຫວຽດນາມ - ອາ​ເມ​ລິ​ກາ ຄັ້ງ​ທີ 17 ຊື່​ງດຳ​ເນີນ​ໄປ​ໃນ​ເດືອນ 4/2013 ​ແລະ ຝ່າຍ ຫວຽດນາມ ມີ​ທັດສະນະ​ຢ່າງ​ຈະ​ແຈ້ງວ່າ:

        “​ໃນ​ວາລະ​​ເຈລະຈາ,​ ຝ່າຍ​ຫວຽດນາມ ກໍ່​ໄດ້​ຍົກ​ບັນດາ​ບັນຫາ​ ຊື່​ງ ຝ່າຍ       ອາ​ເມ​ລິ​ກາ ສົນ​ໃຈ ທີ່​ກ່ຽວຂ້ອງ​ເຖິງ​ສິດ​ເສລີພາບ​ໃນ​ການ​ປາກເວົ້າ, ສິດ​ເສລີ​ດ້ານສື່​ມວນ​ຊົນ, ຄວາມ​ເສລີ​ໃນ​ການ​ນຳ​ໃຊ້​ອິນ​ເຕີ​​ແນັດ. ຝ່າຍ​ອາ​ເມ​ລິ​ກາ​ ຖື​ວ່າ ຫວຽດນາມ ຈັບ​ຄຸ້ມ​ຂັງ ​ແລະ ປັບ​ໄຫມ​ລົງ​ໂທດ​ພົນລ​ະ​ເມືອງ​ຈຳນວນ​ຫນຶ່ງ ​ແມ່ນ​ບັນດາ blogger  ຫລື ບາງ​ຄົນ​ນຳ​ໃຊ້​ອິນ​ເຕີ​ແນັດ ​ແລະ ພວກ​ຂ້າພະ​ເຈົ້າ​ໄດ້​ເວົ້າ​ຢ່າງ​ກົງ​ໄປ​ກົງ​ມາ​ວ່າ ຫວຽດນາມ ປັບ​ໄຫມ​ລົງ​ໂທດ​ບັນດາ​ບຸກຄົນ​ນີ້ ຍ້ອນ​ເຂົາ​ເຈົ້າ​ມີ​ການ​ກະທຳລະ​ເມີດ​ກົດໝາຍຫວຽດນາມ. ບັນດາ​ບຸກຄົນ​ຄື ຫງວຽນ​ວັນ​ຫາຍ ຫລື ຕ້າ​ຟອງ​ເຕີນ ​ໄດ້​ສວຍ​ໃຊ້​ສິດ​ເສລີ​ໃນ​ການ​ປາກ​ເວົ້າ, ສິດ​ເສລີ​ສື່​ມວນ​ຊົນ ​ເພື່ອ​ປະຕິບັດ​ບັນດາ​ການ​ກະທຳ​ຕ້ານ​ລັດ​ຫວຽດນາມ, ​ໂຄສະນາ, ຍຸ້​ແຍ່​ແກ່​ດຶງ​ຜູ້​ອື່ນ, ​ໃສ່​ຮ້າຍ​ປ່າ​ຍສີ,​ ​ເສັກ​ສັນ​ປັ້ນ​ແຕ່ງ​ແຜນ​ນະ​ໂຍບາຍ​ຂອງ​ພັກ ​ແລະ ລັດ​ຫວຽດນາມ.”

        ຮ່າງ​ກົດໝາຍ​ສິດທິ​ມະນຸດ​ຫວຽດນາມ ປີ 2013 ຖືກ​ ຊາວ​ອາ​ເມ​ລິ​ກາ​ເອງ ຄັດຄ້ານ​​ກ່ອນ​ທີ່​ຍື່ນ​ສະ​ເຫ​ນີຕໍ່​ສະພາ​ຕຳ່ ຍ້ອນ​ລັກສະນະ​ຂາດ​ພາວະ​ວິ​ໄສ​ຂອງ​ມັນ. ທ້າຍ ​ເດືອນ 6 ຜ່ານ​ມາ, ທ່ານ Eni Faleomavaega ສະມາຊິກ​ສະພາ​ຕຳ່, ທັງ​ເປັນ​ສະມາຊິກ​ຂອງ​ອະນຸ​ກຳມາທິການ​ການ​ຕ່າງປະ​ເທດ​ສະພາ​ຕຳ່ ອາ​ເມ​ລິ​ກາ ຮັບຜິດຊອບ​ອາຊີ - ປາຊີ​ຟີ​ກ ​ໄດ້​ຖື​ວ່າ: ຮ່າງ​ກົດໝາຍ​ສິດທິ​ມະນຸດ​ຫວຽດນາມ ປີ 2013 ບໍ່​ສ່ອງ​ແສງ​​ຖືກ​ກັບຄວາມ​ຈິງ​ກ່ຽວ​ກັບ​ສະພາບ​ການ​ຢູ່​ຫວຽດນາມ ​ແລະ ຖືກ​ຜົນ​ສະທ້ອນ​ຈາກ ຊາວ​ອາ​ເມ​ລິ​ກາ ​ເຊື້ອ​ຊາດ​ຫວຽດນາມ ຈຳນວນ​ຫນຶ່ງ​ທີ່​ຂາດ​ເຈດ​ຕະນາ​ດີ​ກັບ​ຫວຽດນາມ. ທ່ານ Eni Faleomavaega ຖື​ວ່າ:​ກົນອຸບາຍ​​ໂຄ່ນ​ລົ້ມ​ອຳນາດ​ການ​ປົກຄອງ ​ແລະ ຍົກ​ອອກ​ຂໍ້​ມູນ​ທີ່​ຜິດ​ເຂ​ວກ່ຽວ​ກັບ​ສະພາບ​ສິດທິ​ມະນຸດ​ຫວຽດນາມ ບໍ່​ແມ່ນ​ວິທີ​ເຮັດ​ທີ່ຖືກຕ້ອງ.

ການຮັບຮອງເອົາຮ່າງກົດໝາຍ H.R 1897ແມ່ນໄປຝືນກັບທ່າອ່ຽງ ພັດທະນາຂອງການພົວພັນລະຫວ່າງ ຫວຽດນາມ ແລະ ອາເມລິກາ - ảnh 1
ທ່ານ Eni Faleomavaega
ພາບ:vov


ຮ່າງ​ກົດໝາຍ​ສິດທິ​ມະນຸດ​ຫວຽດນາມ ປີ 2013 ​ໄດ້​ຮັບ​ການ​ຮັບຮອງ​ເອົາ​ຈາກ​ສະພາ​ຕຳ່​ອາ​ເມ​ລິ​ກາ ພາຍຫລັງ​ທ່າ​ນປະທານ​ປະ​ເທດ​ຫວຽດນາມ ​ເຈືອງ​ເຕີນ​ຊາງ ຢ້ຽມຢາມ​ອາ​ເມ​ລິ​ກາ​ ພຽງ​ອາທິດ​ຫນຶ່ງ ​ ຊື່​ງ ທັງ​ຝ່າຍ ອາ​ເມ​ລິ​ກາ ​ແລະ ຫວຽດນາມ ລ້ວນ​ແຕ່​​ຮັບ​ຮູ້​ວ່າ​ ການ​ຢ້ຽມຢາມໄດ້​ນຳ​ມາ​ເຊິ່ງໝາກຜົນ​ທີ່​ຕັ້ງຫນ້າ​ໃນ​ຖະ​ແຫລ​ງການ​ຮ່ວມ​ລະຫວ່າງ​ສອງ​ປະ​ເທດ.  ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ຫວຽດນາມ ຟ້າ​ມບີ່​ງມີ​ງ, ສະມາ​ຊິກ​ຂອງ​ຄະນະ​ຜູ້​ແທນ​ຂັ້ນ​ສູງ​ຫວຽດນາມ​ໄປຢ້ຽມຢາມ​ອາ​ເມ​ລິ​ກາ​ຢ່າງ​ເປັນ​ທາງ​ການ​​ໃຫ້​ຮູ້​ວ່າ:

        “​ໃນ​ຂົງ​ເຂດ​ສິດທິ​ມະນຸດ, ພວກ​ເຮົາ​ໄດ້​ແລກປ່ຽນ​ຢ່າງ​ກົງ​ໄປ​ກົງ​ມາ​ກ່ຽວ​ກັບ​ບັນດາ​ຂົງ​ເຂດ​ທີ່​ຍັງ​ມີ​ຄວາມ​ແຕກ​ຕ່າງ​ກັນ ​ແລະ ພວກ​ເຮົາ​ກໍ​​ເຕື້ອງ​ເຖິງ​ບັນດາ​ນະ​ໂຍບາຍ​ຂອງ​ຫວຽດນາມ​ໃນ​ຂົງ​ເຂດ​ຊຸກຍູ້ ​ແລະ ປົກ​ປ້ອງ​ສິດທິ​ມະນຸດ. ​ໃນ​ການ​ຢ້ຽມຢາມ​ອາ​ເມ​ລິ​ກາ​ຂອງ​ປະທານ​ປະ​ເທດ​ເຈືອງ​ເຕີນ​ຊາງ, ຫວຽດນາມ ກໍ​ມີ​ຜູ້ຕາງຫນ້າ​ບັນດາ​ສາສະຫນາ​​ເດີນທາງ​ຮ່ວມ ​ເພື່ອ​ສາມາດ​ແລກປ່ຽນຢ່າງ​ກົງ​ໄປ​ກົງ​ມາ​ກັບ​ຝ່າຍ ອາ​ເມລິ​ກາ ກ່ຽວກັບ​ສິ່ງ​ທີ່​ເຂົາ​ເຈົ້າ​ສົນ​ໃຈ​ໃນ​ຂົງ​ເຂດ​ສາສະຫນາ​ຢູ່ ຫວຽດນາມ,​ເພື່ອ​ເພີ່ມ​ຄວາມ​ເຂົ້າ​ໃຈ​ກ່ຽວ​ກັບ​ສະພາບ​ສິດ​ເສ​ລີ​ໃນ​ການ​ເຊື່ອ​ຖື​ສາສະຫນາ​ຢູ່​ຫວຽດນາມ.”

        ບັນຫາ​ສິດທິ​ມະນຸດ​ ຈະ​ຖືກ​ຍົກ​ອອກ​ມາ​ປຶກສາ​ຫາລື​ໃນ​ການ​ພົວພັນ​ລະຫວ່າງ ຫວຽດນາມ ​ແລະ ອາ​ເມ​ລິ​ກາ, ​ແຕ່​ບໍ່​ແມ່ນ​ປັດ​ໄຈ​ສາມາດ​ກີດຂວາງ​ການ​ພົວພັນ​ພວມ​ພັດທະນາ​ດີງາມ​ລະຫວ່າງ​ສອງ​ປະ​ເທດ​ໄດ້​ຄື​ດັ່ງທ່ານ Murray Hiebert ຮອງ​ຫົວຫນ້າ​ໂຄງການ​ຄົ້ນ​ຄ້ວາ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ຂຶ້ນ​ກັບ​ສູນ​ຄົ້ນ​ຄ້ວາຍຸ​ດທະ​ສາດ ​ແລະ ສາກົນ ມີ​ຄວາມ​ເຊື່ອ​ໝັ້ນ​ຜ່ານ​​ເນື້ອ​ໃນ​ການ​ຕອບ​ສຳພາດ​ຕໍ່​ນັກ​ຂ່າວ​ວິທະຍຸ​ກະຈາຍສຽງ​ຫວຽດນາມ​ປະຈຳ​ອາ​ເມ​ລິ​ກາວ່າ:

        “​ແງ່​ຫວັງ​ການ​ພົວພັນ​ລະຫວ່າງ ຫວຽດນາມ ​ແລະ ອາ​ເມ​ລິ​ກາ ​ແມ່ນ​ສົດໃສ​. ສອງ​ປະ​ເທດ​ໄດ້​ເປີດ​ຫນ້າ​ປະຫວັດສາດ​ໃຫມ່. ສອງ​ປະ​ເທດ​ໄດ້​ກຳນົດ​ການ​ພົວພັນ​ຄູ່​ຮ່ວມ​ມື​ຮອບດ້ານ ​ແລະ ຄວນ​ກຳນົດ​ບັນດາ​ເນື້ອ​ໃນ​ຮ່ວມ​ມື​ລະອຽດ​ໃນ​ບັນດາ​ຂົງ​ເຂດ​ຄື​: ການ​ທະຫານ, ການ​ສຶກສາ,​ສິ່ງ​ແວດ​ລ້ອມ…​ກາລະ​ໂອກາດ​ພວມ​ມີ​ຫລາຍຢູ່ ​ແຕ່​ທັງ​ຫວຽດນາມ ​ແລະ ອາ​ເມ​ລິ​ກາ ຄວນ​ມີ​ວິທີ​ສຳ​ພັດ​ຕັ້ງຫນ້າ ​ແລະ ​ເປັນ​ເຈົ້າ​ການ​ເພື່ອ​ນຳ​ການ​ພົວພັນ​ຄູ່​ຮ່ວມ​ມື​ຮອບ​ດ້ານ​ເຂົ້າ​ສູ່​ສະ​ພາບ​ແທດ​ຈິງ.”

        ​ເປັນ​ອັນວ່າ ດ້ວຍ​ກາ​ນຮັບຮອງ​ເອົາ ຮ່າງ​ກົດໝາຍ​ສິດທິ​ມະນຸດ​ຫວຽດນາມ 2013, ສະພາ​ຕຳ່ ອາ​ເມ​ລິ​ກາ ​ມີ​ການ​ກະທຳ​ຝືນ​ກັບ​ທ່າ​ອ່ຽງພັດທະນາ​ອັນ​ດີງາມ​ຂອງ​ສາຍ​ພົວພັນ​ລະຫວ່າງ​ຫວຽດນາມ ​ແລະ ອາ​ເມ​ລິ​ກາ. ບັນດາ​ການ​ກະທຳ​ນີ້​ຈະ​ບໍ່ອາດ​ສົ່ງ​ຜົນ​ສະທ້ອນບໍ່​ດີ​​ເຖິງ​ການ​ພົວພັນອັນ​ດີງາມ​ລະຫວ່າງ​ສອງ​ປະ​ເທດ​ໄດ້ ​ແລະ ບັນດາ​ວາລະ​ເຈລະຈາ​ສິດທິ​ມະນຸດ​ລະຫວ່າງ​ສອງ​ປະ​ເທດ ຍັງ​ຄົງ​ສືບ​ຕໍ່​ປະຕິບັດ​ເພື່ອ​ບັນລຸ​ຄວາ​ມ​ເຂົ້າ​ອົກ​ເຂົ້າ​ໃຈ​ລວມກ່ຽວກັບ​ບັນຫາ​ນີ້.



ຕອບກັບ

ຂ່າວ/ບົດ​ອື່ນ