ການຮ່ວມມື ອາຊຽນ ໃນຂົງເຂດກູ້ໄພກູ້ຊີບບົນທະເລຕາເວັນອອກ

(vovworld)- ​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ອາ​ຊຽນ ກໍ​ຄື ອາ​ຊຽນກັບ​ຈີນ ​ໃນ​ວຽກ​ງານ​ຊອກ​ຫາ ​ແລະ ກູ້​ໄພ​ສຳລັບ ມະນຸດ ​ແລະ ​ເຮືອກຳ​ປັ່ນ​ເຄື່ອນ​ໄຫວ​ຢູ່​ທະ​ເລ​ທີ່​ປະສົບ​ເຄາະ​ຮ້າຍ​ບົນ​ທະ​​ເລຕາ​ເວັນ​ອອກ ​ແມ່ນ​ສ່ວນ​ຫນຶ່ງ​ໃນ​ແຜນການ​ຜັນ​ຂະຫຍາຍ​ຂໍ້​ກຳນົດແນະນຳ​ການ​ປະຕິບັດ​ຖະ​ແຫລ​ງການ​ກ່ຽວ​ກັບ​ການ​ປະພຶດ​ຂອງ​ບັນດາ​ຝ່າຍ​ຢູ່​ທະ​ເລ​ຕາ​ເວັນ​ອອກ (DOC) ​ຊື່​ງໄດ້​ຮັບ​ການ​ຮັບຮອງ​ເອົາ​ແຕ່​ປີ 2011. ຕໍ່ຫນ້າ​ສະພາບ​ທະ​ເລ​ຕາ​ເວັນ​ອອກ​​​ໃນປະຈຸ​ບັນ ຍັງ​ຄົງ​ເກີດ​ຄວາມ​ສ່ຽງ, ຄວາ​​ມສັບສົນ, ອາ​ຊຽນ ພວມ​ຍູ້​ໄວ​ການ​ສ້າງ​ບັນດາ​ນະ​ໂຍບາຍ ​ແລະ ມາດ​ຕະການ​ຮ່ວມ​ມື​ໃນ​ຂົງ​ເຂດ​ນີ້ ​ແລະ ຖື​ວ່າ ທັງ​ແມ່ນ​ມາດ​ຕະການ​ມີ​ຄວາມ​ໝາຍ​ດ​້ານມະນຸດສະທຳ ​ແລະ ສ້າງ​ຄວາມ​​ໄວ້​ເນື້ອ​ເຊື່ອ​ໃຈ, ປະກອບສ່ວນ​ປັບປຸງ​ສະ​ພາບ​ແວດ​ລ້ອມ​ແຫ່ງ​ສັນຕິພາບ, ສະຖຽນ​ລະ​ພາບ ​ແລະ ຄວາມ​ເປັນ​ລະບຽບ​ຮຽບຮ້ອຍຢູ່​ທະ​ເລ​ຕາ​ເວັນ​ອອກ. ​

        ທະ​ເລ​ຕາວັນ​ອອກ ​ແມ່ນ​ເຂດ​ທະ​ເລ​​ສຳຄັນ​ທີ່​ມີ​ຕໍ່ຊີວິດ​ການ​ເປັນ​ຢູ່ຂອງປະຊາຊົນ​ບັນດາ​ປະ​ເທດ​ໃນ​ພາກ​ພື້ນນັບ​ພັນ​ປີ​ແຕ່​ປະ​ຈຸ​ບັນພວມ​ນັບ​ມື້​ນັບ​ຊ້ອນ​ແຝງ​ຄວາມ​ສ່ຽງ​ຫລາຍ​ຢ່າງ​ສຳລັບ​ມະນຸດ ​ແລະ ​ເຮືອ​ກຳ​ປັ່ນ​ພວມ​ເຄື່ອ​ນ​ໄຫວ​ຢູ່​ທີ່​ນີ້. ສາຍ​ເຫດ​ນັ້ນ​ແມ່ນ ຍ້ອນການ​ພົວພັນ​ແລກປ່ຽນ​ການ​ຄ້າ​ພວມ​ເພີ່ມ​ຂຶ້ນ​ສູງ. ທະ​ເລ​ຕ​າ​ເວັນ​ອອກ ​ແມ່ນ​ເສັ້ນທາງ​​ເດີນທະ​ເລ​ສຳຄັນ, ກວມ​ 2/3 ຈຳນວນ​ສິນ​ຄ້າ​ແລກປ່ຽນ​ຄ້າຂາຍ​ຢູ່​ໃນ​ໂລກ, ຊາວ​ປະມົງ​ເຄື່ອນ​ໄຫວ​ບົນ​ທະ​ເລນັບ​ມື້​ນັບ​ຫລາຍ​ໃນ​ເວລາ​ຫລາຍ​ມື້ ​ໃນ​ຂະນະ​ນັ້ນ ອຸປະກອນ​ທ່ີ​ເຂົາ​ເຈົ້າ​ນຳ​ໃຊ້​ຂາດ​ຄວາມ​ປອດ​ໄພ, ອຸປະກອນ​ສື່ສານ​ກໍ່ບໍ່​ຄົບ​ຖ້ວນ.

        ​ໃນ​ໄລຍະ​ຜ່ານ​ມາ, ​ມີກອງ​ປະຊຸມ​ສຳ​ມະ​ນາ, ກອງ​ປະຊຸມຫລາຍ​ຄັ້ງ​​ລະ​ຫວ່າງ​ສອງ​ຝ່າຍ ອາ​ຊຽນ ​ແລະ ຈີນ ຖືກ​ຈັດ​ຂຶ້ນ, ຜ່ານ​ນັ້ນ ​​ໄດ້​ສ່ອງ​ແສງ​ສ່ວນ​ໃດ​ຫນຶ່ງ​ກ່ຽວ​ກັບ​ຄວາມມານະ​ພະຍາຍາມ​ຂອງ​ບັນດາ​ຝ່າຍ​ໃນ​ການ​ຮ່ວມ​ມື​ກູ້​ໄພ​ກູ້​ຊີບ​ບົນ​ທະ​ເລ, ​ເປັນ​ຕົ້ນ​ແມ່ນ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ, ​​ເລີ່​ມຕົ້ນ​ຈາກ​ການ​ແລກປ່ຽນ​ບັນດາ​ຂົງ​ເຂດ​ຄື: ການ​ຄົ້ນ​ຄ້ວາ​ສະພາບ​ແວດ​ລ້ອມ​ຊີວະ​ພາບ​ທະ​ເລ, ຊີວະ​ນາໆ​ພັນທະ​ເລ … ​ໃຫ້​ສອດຄ່ອງ​ກັບ​ເນື້ອ​ໃນ​ຈິດ​ໃຈ​ຂອງ​ຖະ​ແຫລ​ງການ DOC. ​ແລະ ຫວ່າງ​ແລ້ວ​ນີ້, ​​ເມື່ອ​ເດືອນ 6/2013,​ ຫວຽດນາມ ​ໄດ້​ຈັດ​ຕັ້ງ​ກອງ​ປະຊຸມ​ສຳ​ມະ​ນາ ອາ​ຊຽນ - ຈີນ ກ່ຽວ​ກັບ​ການ​ຊອກ​ຫ​າ ​ແລະ ກູ້​ໄພ​ກູ້​ຊີບມະນຸດ ແລະ ​ເຮືອກຳ​ປັ່ນ​ທີ່​ປະສົບ​ເຄາະ​ຮ້າຍ​ບົນ​ທະ​ເລ​ຕາ​ເວັນ​ອອກ. ທີ່​ກອງ​ປະຊຸມ​ດັ່ງກ່າວ, ທ່ານ​ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ ຫວຽດນາມ ຟ້າ​ມກວາງ​ວີ​ງ ​ໃຫ້​ຮູ້​ວ່າ:

        “ຫວ່າງ​ແລ້ວ​ນີ້ ອາ​ຊຽນ ​ແລະ ຈີນ ​ໄດ້​ປະຕິບັດ​ການ​ແລກປ່ຽນ​ຄຳ​ເຫັນ ​ແລະ ກອງ​ປະຊຸມ​ສຳ​ມະ​ນາ, ຜ່ານ​ນັ້ນ ບັນດາ​ຝ່າຍ​ສາມາດ​ເຂົ້າ​ໃຈ​​ເຊິ່ງກັນ ​ແລະ ກັນ​​ໄດ້, ຫລັງ​ຈາກ​ນັ້ນ ຈຶ່ງ​ມີ​ບັນດາ​ມາດ​ຕະການ​ເພື່ອ​ສະ​ເຫ​ນີຕໍ່​ຂັ້ນ​ລັດຖະບານ​ສອງ​ຝ່າຍ​ເພື່ອ​ພ້ອມ​ກັນ​ຮ່ວມ​ມື. ​ເພາະສະ​ນັ້ນ ອາ​ຊຽນ ​ແລະ ຈີນ ​ໄດ້​ປຶກສາ​ຫາລື​ນຳ​ກັນ​ວ່າ: ບັນດາມາດ​ຕະການ​ສ້າງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ສາມາດ​ຊ່ວຍ​ໃຫ້ສອງ​ຝ່າຍ​ເຂົ້າ​ໃຈ​ກັນ​ກວ່າ, ​ເພື່ອ​ສາມາດ​ຊອກ​ຫາ​ບັນດາ​ມາດ​ຕະການ​ເໝາະ​ສົມ, ​ເຂົ້າຮ່ວມ​ການ​ຮ່ວມ​ມື​ນຳ​ກັນ​ເທື່ອ​ລະ​ກ້າວ”

ການຮ່ວມມື ອາຊຽນ ໃນຂົງເຂດກູ້ໄພກູ້ຊີບບົນທະເລຕາເວັນອອກ - ảnh 1
ກອງປະຊຸມສຳມະນາ​ລະ​ຫວ່າງ​ສອງ​ຝ່າຍ ອາ​ຊຽນ ​ແລະ ຈີນໃນ​ການ​ຮ່ວມ​ມື​ກູ້​ໄພ​ກູ້​ຊີບ​ບົນ​ທະ​ເລ

        ດ້ວຍ​ບັນດາ​ຄວາມ​ມານະ​ພະຍາຍາມ​ລວ​ມ, ມາ​ຮອດ​ປະຈຸ​ບັນ ອາ​ຊຽນ ​ແລະ ຈີນ ​ໄດ້​ເປັນ​ເອກະ​ພາບ​ຫລາຍ​ມາດ​ຕະການ​ລະອຽດ. ​ເປັນ​ຫນ້າ​ສົນ​ໃຈ ນັ້ນ​ແມ່ນ ອາ​ຊຽນ ​ແລະ ຈີນ ​ເຫັນ​ດີ​ສ້າງ​ບັນຊີ​ລາຍ​ຊື່​ບັນດາ​ອົງການ​​ຮັບຜິດຊອບ​ວຽກ​ງານ​ກູ້​ໄພ​ກູ້​ຊີບ​ໃນ​ທົ່ວ​ພາກ​ພື້ນ, ​ເປັນ​ເອກະ​ພາບ​​ນຳ​ໃຊ້ພາສາ​​ອັງກິດ​ໃນ​ການ​ພົວພັນລະຫວ່າງ​ບັນດາ​ສູນ​ກູ້​ໄພ​ກູ້​ຊີບ, ສ້າງ​ຫນ້າ​ເວັບ​ກູ້​ໄພ​ກູ້​ຊີບ ອາ​ຊຽນ - ຈີນ ​ເພື່ອ​​ຮັບ​ຂໍ້​ມູນ​ຂ່າວ​ເປັນ​ປະຈຳ​, ​ເພີ່ມ​ທະວີ​ຄວາມ​ຮັບ​ຮູ້ ​ແລະ ການ​ເຂົ້າ​ຮ່ວມ​ຂອງ​ຊາວ​ປະ​ມົງ, ນຳ​ໃຊ້ພື້ນຖານ​​ດ້ານ​ວັດຖຸ​ຂອງ​ບັນດາ​ກຳລັງ​ພົນລະ​ເຮືອນ​ອື່ນໆ​ຢູ່​ທະ​ເລ​ຄື: ນ້ຳມັນ​ອາຍ​ແກ​ສ​ເຂົ້າ​ໃນ​ວຽກ​ງານ​ກູ້​ໄພ​ກູ້​ຊີບ. ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ​ເພື່ອ​ໃຫ້​ວຽກ​ງານ​ນີ້​ມີ​ປະສິດທິ​ຜົນ​ຢ່າງ​ແທ້​ຈິງຍັງຕ້ອງ​ອີງ​ໃສ່​ບາງ​ຫລັກການ​ພື້ນຖານ.

        “ທີ​ຫນຶ່ງ ຕ້ອງ​ປະຕິບັດ​ດ້ວຍ​ຈຸດປະສົງ​ມະນຸດສະທຳ. ສຳລັບ ຊາວ​ປະມົງ ​ແລະ ​ເຮືອກຳ​ປັ່ນທີ່​ປະສົບ​​ເຄາະ​ຮ້າຍ​ບົນ​ທະ​ເລ, ​​ເຂົາ​ເຈົ້າ​ແມ່ນ​ປະຊາຊົນຜູ້​ບໍລິສຸດ ບໍ່​ປະ​ໃຫ້​ສິ່ງ​ທີ່​ເກີດ​ຂຶ້ນ​ໃນ​ພາກ​ພື້ນ​ສົ່ງ​ຜົນ​ສະທ້ອນ​ເຖິງ​ຈຸດປະ​ສົງກູ້ຊ່ວຍ​ມະນຸດສະທຳ. ທີ​ສອງ ບັນດາ​ຝ່າຍ​ຕ້ອງ​ແບ່ງປັນ​ນະ​ໂຍບາຍ​ນຳ​ກັນ​ເພື່ອ​ເຮັດ​ແນວ​ໃດ​ມີ​ກົນ​ໄກ​ປະສານ​ສົມທົບ. ທີ​ສາມ ຕ້ອງ​ກຳນົດ​ອົງການ​ຮັບ​ຜິດ​ຊອບ​ວຽກ​ງານ​ດັ່ງກ່າວ​ຢູ່​ແຕ່ລະ​ປະ​ເທດ​ໃນ​ພາກ​ພື້ນ ​ເພື່ອ​ມີເຫດການ​ເກີດ​ຂຶ້ນ​ສາມາດ​ຕິດ​ຕໍ່​​ໂດຍ​ກົງໄດ້. ​ແລະ ​ແຕ່ລະ​ປະ​ເທດ​ເມື່ອ​ເຂົ້າ​ຮ່ວມ​ຂໍ້​ຕົກລົງ​ຮ່ວມ​ມື​ດັ່ງກ່າວ ​ໃນ​ຂອບ​ເຂດ​ຄວາມ​ສາມາດ​ຂອງ​ຕົນ ຄວນ​ມີ​ມາ​ດຕະການ​ຫນູນ​ຊ່ວຍ​ທີ່​ຈຳ​ເປັນ ​ແລະ ສຸດ​ທ້າຍ​ເຮັດ​​ແນວ​ໃດສ້າງ​ໄດ້​ກົນ​ໄກ​ຮ່ວມ​ມື​ໃນ​ພາກ​ພື້ນ.”

        ​ໂດຍ​ແມ່ນ​ປະ​ເທດ​ຢູ່​ແຄມ​ທະ​ເລ, ດ້ວຍ​ຄວາມ​ປາດ​ຖະຫນາ ​ແລະ ​ເຈດ​ຕະນາ​ດີ​ຢາກ​ຊຸກຍູ້​ການ​ສ້າງ​ຄວາມ​ໄວ້​ເນື້ອ​​ເຊື່ອ​ໃຈ ​ແລະ ການ​ຮ່ວມ​ມື​ພາກ​ພື້ນ​ເພື່ອ​ສັນຕິພາບ, ສະຖຽນ​ລະ​ພາບ​ລວມຢູ່​ທະ​ເລ​ຕາວັນ​ອອກ, ຫວຽດນາມ ມີ​ຄວາມ​ເອົາ​ໃຈ​ໃສ່​ທີ່​ສຸດ​ເຖິງ​ການ​ຊຸກ​ຍູູ້ການ​ຮ່ວມ​ມື​ພາກ​ພື້ນ​ກ່ຽວ​ກັບ​ການ​ຊອກ​ຫາ ​ແລະ ກູ້​ໄພ​ກູ້​ຊີບມະນຸດ ​ແລະ ​ເຮືອກຳ​ປັ່ນ​ທີ່​ປະສົບ​​ເຄາະ​ຮ້າຍ​ຢູ່​ທະ​ເລ. ຕາມ​ການ​ສະຖິຕິ​ແລ້ວ,​​ໃນ​ສອງ​ສາມ​ປີ​ມາ​ນີ້ ອັດຕາ​ກູ້​ໄພ​ຊາວ​ປະມົງ​ທີ່​ປະສົບ​​ເຄາະ​ຮ້າຍ​ຢູ່​ທະ​ເລ​ຂອງ​ຫວຽດນາມສຳ​ເລັດ ບັນລຸ​ກວ່າ 47%, ​ໃນ​ນັ້ນ ​ບັນດາ​ມາດ​ຕະການ​ນ​ຳ​ໃຊ້​ກຳລັງ​ຢູ່​ກັບ​ທີ່​ກວມກວ່າ 50%. ຜ່ານ​ນັ້ນ ສາມາດ​ຢັ້ງຢືນ​ໄດ້​ວ່າ ການ​ຊອກ​ຫາ​ຢູ່​ກັບ​ທີ່ ​ແລະ ຫນູນ​ຊ່ວຍ​ຂອງບັນດາ​ກຳລັງ​ກູ້​ໄພ​​ແມ່ນ​ສຳຄັນ​ທີ່​ສຸດ, ບໍ່​ພຽງ​ແຕ່​ສັບລັບ​ຫວຽດນາມ​ເທົ່າ​ນັ້ນ ຫາກ​ນັບ​ທັງບັນດາ​ປະ​ເທດ​ແຄມ​ທະ​ເລ​ອື່ນອີກ​ດ້ວຍ . ​ເຖິງ​ວ່າ ຈະ​ແມ່ນບັນດາ​ປະ​ເທດ​ມີ​ການປະກອບ​ອຸປະກອນ​ໄດ້​ດີ ​ແລະ ກຽມພ້ອມຢ່າງ​ລຽບ​ລ້ອຍຄື​ແນວ​ໃດ​ກໍ​ຈຳ​ເປັນ​ຕ້ອງ​ມີ​ການ​ຮ່ວມ​ມື​ສາກົນ​ເພື່ອ​ຮັບ​ມື​ຢ່າງ​ວ່ອງ​ໄວ​ກວ່າ, ມີປະສິດທິ​ຜົນ​ກວ່າ​​ເມື່ອ​ເກີດ​ບັນດາ​ເຫດອັນ​ຮີບ​ດ່ວນ ຈາກ​ນັ້ນຈຶ່ງ​ສາມາດ​ກູ້​ໄພ​ກູ້​ຊີບ​ຢ່າງ​ທັນ​ການ​ໄດ້.

        ອາ​ຊຽນ ​ແລະ ຈີນ ​ໄດ້​ຜ່ານ​ຜ່າ​ໄລຍະ​ຍາວ ດ້ວຍ​ຄວາມ​ຫຍຸ້ງຍາກ​, ສິ່ງ​ທ້າ​ທາຍ​ບໍ່​ແມ່ນຫນ້ອຍ​ເພື່ອ​ບັນລຸ​ໄດ້​ຖະ​ແຫລ​ງການ DOC ​ແລະ ​ໄລຍະ​ມໍ່ໆ​ມາ​ນີ້ ອາ​ຊຽນ ​ແລະ ຈີນ ​ໄດ້​ຮັບຮ​ອງ​ເອົາ​ຖະ​ແຫລ​ງການ 6 ຂໍ້ ກ່ຽວ​ກັບ​ທະ​ເລ​ຕາ​ເວັນ​ອອກ. ສອງ​ຝ່າຍ​ພວມ​ລໍຖ້າ​​ການ​ເຈລະຈາ​ຢ່າງ​ເປັນ​ທາງ​ການ​ໂດຍ​ໄວ ​ເພື່ອ​ບັນລຸ​ປະ​ມວນ​ຂໍ້​ກຳນົດ​ການ​ປະພຶດ​ຂອງ​ບັນດາ​ຝ່າຍ​ຢູ່​ທະ​ເລ​ຕາ​ເວັນ​ອອກ (COC). ການຮ່ວມມື ອາຊຽນ - ຈີນ ໃນຂົງເຂດກູ້ໄພກູ້ຊີບບົນທະເລແມ່ນສ່ວນຫນຶ່ງໃນຄວາມມານະພະຍາ ຍາມ​ລວມ. ຊາວ​ປະມົງ​ແມ່ນ​ເປົ້າ​ໝາຍ​ເຄື່ອນ​ໄຫວ​ຕົ້ນຕໍ​ຢູ່​ທະ​ເລ ສະ​ນັ້ນ​ຄວນ​ໄດ້​ຮັບປະກັນ​ຄວາມ​ປອດ​ໄພ​ກ່ຽວ​ກັບ​ຊີວິດ​ອີນຊີ ​ແລະ ຊັບສິນ, ​ນີ້​ກໍ​ແມ່ນ​ຄວາມ​ເອົາ​ໃຈ​ໃສ່​ລວມຂອງ​ທຸກ​ປະ​ເທດ​ໃນ​ພາກ​ພື້ນ.

 

ຕອບກັບ

ຂ່າວ/ບົດ​ອື່ນ