ການຮ່ວມມື ແມ່ຂອງ - ແມ່ນ້ຳລ້າງຊ້າງເພື່ອສັນຕິພາບ ແລະ ພັດທະນາແບບຍືນຍົງ

(VOVWORLD) - ກອງປະຊຸມສຸດຍອດການຮ່ວມມື ແມ່ຂອງ - ແມ່ນ້ຳລ້ານຊ້າງ (MLC) ຄັ້ງທີ 2 ໄດ້ໄຂຂຶ້ນໃນວັນທີ 10 ມັງກອນ ຢູ່ນະຄອນຫຼວງ ພະນົມເປັນ (ປະເທດ ກຳປູເຈຍ) ດ້ວຍການເຂົ້າຮ່ວມຂອງການນຳ 6 ປະເທດຄື: ຫວຽດນາມ, ກຳປູເຈຍ, ລາວ, ມຽນມາ, ໄທ, ຈີນ. 

ການຮ່ວມມື ແມ່ຂອງ - ແມ່ນ້ຳລ້າງຊ້າງເພື່ອສັນຕິພາບ ແລະ ພັດທະນາແບບຍືນຍົງ - ảnh 1

 ບັນດາຫົວໜ້າຄະນະເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ການຮ່ວມມື ແມ່ຂອງ - ແມ່ນ້ຳລ້ານຊ້າງ (MLC) ຄັ້ງທີ 3, ເດືອນ ທັນວາ 2017

(ພາບ: Lương Anh Tuấn/TTXVN)

ດ້ວຍຫົວຂ້ໍ “ແມ່ນ້ຳສັນຕິພາບ ແລະ ການພັດທະນາແບບຍືນຍົງຂອງພວກເຮົາ”, ກອງປະຊຸມມຸ່ງໄປເຖິງຄາດໝາຍຊຸກຍູ້ການຮ່ວມມືຮອບດ້ານເພື່ອສ້າງປະຊາຄົມມີຄວາມຮັບຜິດຊອບ ແລະ ຜົນປະໂຫຍດລວມຢູ່ອະນຸພາກພື້ນ. ເຂົ້າຮ່ວມເຫດການນີ້, ຄະນະຜູ້ແທນ ຫວຽດນາມ ນຳໂດຍທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ມີບັນດາການປະກອບສ່ວນຕັ້ງໜ້າເພື່ອໃຫ້ການຮ່ວມມືແມ່ຂອງ - ແມ່ນ້ຳລ້ານຊ້າງກ້າວເຂົ້າສູ່ແທດຈິງ.

        ກອງປະຊຸມແມ່ຂອງ - ແມ່ນ້ຳລ້ານຊ້າງໄດ້ຈັດຕັ້ງ 2 ປີເທື່ອໜຶ່ງ ດ້ວຍການຜັດປ່ຽນກັນລະຫວ່າງບັນດາປະເທດສະມາຊິກ. ກອງປະຊຸມປີນີ້ໂດຍ ກຳປູເຈຍ ແລະ ຈີນ ເປັນເຈົ້າພາບຈັດຕັ້ງຂຶ້ນ. ການຮ່ວມມືແມ່ຂອງ - ແມ່ນ້ຳລ້ານຊ້າງໄດ້ຕັ້ງຈຸດສຸມເຂົ້າໃນການຄຸ້ມຄອງຊັບພະຍາກອນນ້ຳ, ການເຊື່ອມຕໍ່, ການຮ່ວມມືດ້ານກຳລັງຄວາມສາມາດໃນການຜະລິດ, ການຮ່ວມມືເສດຖະກິດຜ່ານຊາຍແດນ, ກະສິກຳ ແລະ ລົບລ້າງຄວາມອຶດຫິວຫລຸດຜ່ອນຄວາມທຸກຍາກ.

        ດ້ວຍຫົວຂໍ້ “ແມ່ນ້ຳສັນຕິພາບ ແລະ ການພັດທະນາແບບຍືນຍົງຂອງພວກເຮົາ”, ກອງປະຊຸມສຸດຍອດ MLC ຄັ້ງທີ 2 ໄດ້ສຳຫຼວດກວດຄືນສະພາບການຮ່ວມມືນັບແຕ່ພາຍຫຼັງກອງປະຊຸມສຸດຍອດການຮ່ວມມື ແມ່ຂອງ - ແມ່ນ້ຳລ້ານຊ້າງຄັ້ງທີ 1, ປຶກສາຫາລືວິທີການຮ່ວມມືໃນໄລຍະຈະມາເຖິງ, ຮັບຮອງເອົາບັນດາເອກະສານ, ໃນນັ້ນມີຖະແຫຼງການ ພະນົມເປັນ, ແຜນການເຄື່ອນໄຫວຮ່ວມມື ແມ່ຂອງ - ແມ່ນ້ຳລ້ານຊ້າງໄລຍະ 2018 – 2020…

ພ້ອມກັນນຳໃຊ້ຊັບພະຍາກອນນ້ຳແມ່ນ້ຳຂອງຢ່າງມີວິທະຍາສາດ, ຍືນຍົງ

       ອະນຸພາກພື້ນແມ່ນ້ຳຂອງ ມີກາລະໂອກາດຫຼາຍຢ່າງເພື່ອສືບຕໍ່ບືນຕົວຂຶ້ນຢ່າງແຮງກໍ່ຄືຕ້ອງແກ້ໄຂບັນດາສິ່ງທ້າທາຍໃຫຍ່ນັບທັງດ້ານຄວາມໝັ້ນຄົງ ແລະ ການພັດທະນາ, ພິເສດ ແມ່ນການຊຸດໂຊມທາງດ້ານສິ່ງແວດລ້ອມ, ຊັບພະຍາກອນນ້ຳ, ການປ່ຽນແປງຂອງດິນຟ້າອາກາດ. ໃນສະພາບການນັ້ນ, ການຮ່ວມມືແມ່ຂອງ - ແມ່ນ້ຳລ້ານຊ້າງອາດຈະສວມບົດບາດສຳຄັນເພື່ອຊຸກຍູ້ການພັດທະນາແບບຍືນຍົງຢູ່ອະນຸພາກພື້ນແມ່ນ້ຳຂອງ, ປັບປຸງການພົວພັນຖານບ້ານໃກ້ເຮືອນຄຽງອັນດີງາມລະຫວ່າງ 6 ປະເທດ, ໜູນຊ່ວຍບັນດາປະເທດປະຕິບັດໂຄງການດຳເນີນງານປີ 2030 ແລະ ເຮັດໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດ ອາຊຽນ - ຈີນເລິກເຊິ່ງກ່ວາ.

        ທີ່ກອງປະຊຸມສຸດຍອດການຮ່ວມມືແມ່ຂອງ - ແມ່ນ້ຳລ້ານຊາງຄັ້ງທີ 1 (ເດືອນ ມິນາ 2016), 6 ປະເທດ: ຫວຽດນາມ, ກຳປູເຈຍ, ລາວ, ມຽນມາ, ໄທ, ຈີນ ເຫັນດີຕໍ່ບັນດາການກຳນົດທິດໃຫຍ່ໃຫ້ແກ່ກົນໄກຮ່ວມມື. ຈາກນັ້ນ ມາຮອດປະຈຸບັນ, ການຮ່ວມມືແມ່ຂອງ - ແມ່ນ້ຳລ້ານຊາງ ບັນລຸໄດ້ຄວາມຄືບໜ້າຫຼາຍຢ່າງ. ບັນດາປະເທດໄດ້ສ້າງຕັ້ງກົນໄກເຈລະຈາຈາກກອງປະຊຸມສຸດຍອດ, ກອງປະຊຸມຂັ້ນລັດຖະມົນຕີການຕ່າງປະເທດ, ກອງປະຊຸມ SOM. ນອກນັ້ນ, ບັນດາສູນຮ່ວມມືແຫຼ່ງຊັບພະຍາກອນນ້ຳ, ການຮ່ວມມືກ່ຽວກັບສິ່ງແວດລ້ອມແມ່ຂອງ - ແມ່ນ້ຳລ້ານຊາງ, ສູນຄົ້ນຄ້ວາແມ່ນ້ຳຂອງທົ່ວໂລກໄດ້ຮັບການສ້າງຕັ້ງ. ບາງໂຄງການກໍ່ໄດ້ຮັບການຜັນຂະຫຍາຍຄື: ເວທີປາໄສຮ່ວມມືແມ່ຍິງ, ເວທີປາໄສຮ່ວມມືບັນດານະຄອນທ່ອງທ່ຽວ ແມ່ຂອງ - ແມ່ນ້ຳລ້ານຊາງ; ນຳເຂົ້ານຳໃຊ້ກອງທຶນຮ່ວມມືພິເສດ ແມ່ນ້ຳຂອງ - ແມ່ນ້ຳລ້ານຊາງ…

        ແຕ່ເຖິງຢ່າງໃດກໍ່ຕາມ, ເພື່ອເສີມຂະຫຍາຍຄວາມສາມາດບົ່ມຊ້ອນຢ່າງແທ້ຈິງ, ການຮ່ວມມືແມ່ຂອງ - ແມ່ນ້ຳລ້ານຊາງຄວນມີວິທີການສຳຜັດແທດຈິງ, ມີຈຸດສຸມ, ນຳມາເຊິ່ງຜົນປະໂຫຍດແທດຈິງ ແລະ ສົມທົບກັນຢ່າງກົມກຽມດ້ວຍບັນດາກົນໄກ, ຂອບເຂດການຮ່ວມມືອື່ນໆເພື່ອສ້າງເປັນກຳລັງແຮງສັງລວມ ແລະ ມີຜົນກະທົບໃນການແຜ່ຂະຫຍາຍ. ນອກຈາກນັ້ນ, ຄວນເອົາໃຈໃສ່ເປັນພິເສດເຖິງການຄຸ້ມຄອງ ແລະ ແມ່ນ້ຳຂອງໃຊ້ແຫຼ່ງຊັບພະຍາກອນນ້ຳແມ່ນ້ຳຂອງຢ່າງມີວິທະຍາສາດ ແລະ ຍືນຍົງ; ຊຸກຍູ້ການເຊື່ອມຕໍ່ເສດຖະກິດໃນອະນຸພາກພື້ນ; ການຮ່ວມມືຜະລິດກະສິກຳແບບຍືນຍົງກໍ່ຄືສ້າງຄວາມສະດວກໃຫ້ແກ່ການໄປມາດ້ານການຄ້າ, ການລົງທຶນ ແລະ ການທ່ອງທ່ຽວຜ່ານຊາຍແດນ.

ການເຂົ້າຮ່ວມຢ່າງມີຄວາມຮັບຜິດຊອບຂອງ ຫວຽດນາມ

        ໂດຍຮັບຮູ້ແຈ້ງບົດບາດ ແລະ ຄວາມໝາຍຂອງການຮ່ວມມື ແມ່ຂອງ - ແມ່ນ້ຳລ້ານຊາງຕ່ໍ່ການພັດທະນາແບບຍືນຍົງ ແລະ ວັດທະນາຖາວອນຂອງເຂດອະນຸພາກພື້ນແມ່ນ້ຳຂອງ, ຍາມໃດ ຫວຽດນາມ ກໍ່ເປັນເຈົ້າການ, ຕັ້ງໜ້າເຂົ້າຮ່ວມໃນໄລຍະຕົ້ນຂອງວິວັດການສ້າງຕັ້ງກົນໄກຮ່ວມມືນີ້. ຫວຽດນາມ ເຂົ້າຮ່ວມ ແລະ ມີການປະກອບສ່ວນສຳຄັນຢູ່ບັນດາກອງປະຊຸມຂັ້ນລັດຖະມົນຕີ ແລະ ກອງປະຊຸມບັນດາເຈົ້າໜ້າທີ່ຂັ້ນສູງ. ບັນດາການປະກອບສ່ວນຂອງ ຫວຽດນາມ, ໃນນັ້ນ ມີບັນດາຂໍ້ສະເໜີກ່ຽວກັບການຮ່ວມມືຊັບພະຍາກອນນ້ຳ, ການເຊື່ອມຕໍ່ເສດຖະກິດ, ໄດ້ຮັບການສະໜັບສະໜູນຈາກປະເທດຕ່າງໆ, ຢັ້ງຢືນໃນຖະແຫຼງການ ຊານຢາ ແລະ ບັນດາເອກະສານກ່ຽວຂ້ອງຂອງການຮ່ວມມື ແມ່ຂອງ - ແມ່ນ້ຳລ້ານຊາງ.

        ຫວຽດນາມ ກໍ່ຕັ້ງໜ້າສະເໜີບັນດາໂຄງການມີຜົນປະໂຫຍດຢ່າງແທດຈິງ, ເໝາະສົມກັບບຸລິມະສິດຂອງການຮ່ວມມືແມ່ຂອງ - ແມ່ນ້ຳລ້ານຊາງ, ພິເສດແມ່ນໂຄງການເພີ່ມທະວີສົມທົບກັນຄຸ້ມຄອງໄພນ້ຳຖ້ວມ, ໄພແຫ້ງແລ້ງ ໃນເຂດຍ່ານແມ່ນ້ຳຂອງ - ແມ່ນ້ຳລ້ານຊ້າງ ແລະ ໂຄງການມາດຖານຄວາມກົມກຽວ, ລະບຽບການລະຫວ່າງບັນດາປະເທດໃນອະນຸພາກພື້ນ.

        ຫວຽດນາມ ກໍ່ພ້ອມແລ້ວທີ່ຈະສົມທົບກັບ ຈີນ ແລະ ບັນດາປະເທດອະນຸພາກພື້ນແມ່ນ້ຳຂອງ ຜັນຂະຫຍາຍບັນດາໂຄງການລວມ ກ່ຽວກັບການສ້າງຕັ້ງສູນຮ່ວມມືແຫຼ່ງຊັບພະຍາກອນ ແມ່ຂອງ - ແມ່ນ້ຳລ້ານຊ້າງເພື່ອແນໃສ່ແບ່ງປັນຂໍ້ມູນຂ່າວສານ, ຍົກສູງກຳລັງຄວາມສາມາດໃນການຄຸ້ມຄອງແຫຼ່ງຊັບພະຍາກອນນ້ຳແມ່ນ້ຳຂອງແບບຍືນຍົງ, ໃນນັ້ນມີການປະກອບສ່ວນດ້ານການເງິນ, ນັກຊ່ຽວຊານ ເຮັດວຽກຢູ່ສູນແຫ່ງນີ້.     

        ໂດຍເປັນສະມາຊິກມີຄວາມຮັບຜິດຊອບ, ຫວຽດນາມ ພ້ອມແລ້ວທີ່ຈະເພີ່ມທະວີການຮ່ວມມືກັບບັນດາປະເທດ ແມ່ຂອງ - ແມ່ນ້ຳລ້ານຊ້າງຜ່ານການຍູ້ແຮງການໝູນໃຊ້ເຕັກໂນໂລຢີໃໝ່, ຍົກສູງສະມັດຕະພາບ ແລະ ສ້າງຕັ້ງລະບົບມູນຄ່າກະສິກຳໃນອະນຸພາກພື້ນ ເພື່ອແນໃສ່ມຸ່ງໄປເຖິງພື້ນຖານກະສິກຳແບບຍືນຍົງ, ຮັບປະກັບຄວາມກົມກຽວໃນການຄ້ຳປະກັນສະບຽງອາຫານ ແລະ ຄວາມໝັ້ນຄົງຂອງແຫຼ່ງຊັບພະຍາກອນນ້ຳ.

        ການຮ່ວມມືແມ່ຂອງ - ແມ່ນ້ຳລ້ານຊ້າງແມ່ນກົນໄກຮ່ວມມືເປີດ, ຈະສ້າງຜົນປະໂຫຍດຫຼາຍຢ່າງໃຫ້ບັນດາປະເທດສະມາຊິກ. ການເຂົ້າຮ່ວມກອງປະຊຸມສຸດຍອດແມ່ຂອງ - ແມ່ນ້ຳລ້ານຊ້າງຄັ້ງທີ 2 ຂອງທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ສະແດງການຖືເປັນສຳຄັນຂອງ ຫວຽດນາມ ສຳລັບການຮ່ວມມືແມ່ຂອງ - ແມ່ນ້ຳລ້ານຊ້າງ, ຊຸກຍູ້ບັນດາເນື້ອໃນໃຫ້ເໝາະສົມກັບຜົນປະໂຫຍດຂອງ ຫວຽດນາມ, ປັບປຸງການພົວພັນສາມັກຄີ ແລະ ການຮ່ວມມືຮອບດ້ານ ຫວຽດນາມ - ກຳປູເຈຍ ກໍ່ຄືການພົວພັນຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ຈີນ.

ຕອບກັບ

ຂ່າວ/ບົດ​ອື່ນ