ການ​ຮ່ວມ​ມື ແມ່​ນ້ຳ​ຂອງ - ແມ່​ນ້ຳ​ລ້ານ​ຊ້າງ: ສາ​ມັກ​ຄີ​ເພື່ອ​ສັນ​ຕິ​ພາບ ແລະ ການ​ພັດ​ທະ​ນາ

(VOVWORLD) -        ກອງປະຊຸມລັດຖະມົນຕີການຕ່າງປະເທດການຮ່ວມມື ແມ່ນ້ຳຂອງ - ແມ່ນ້ຳລ້ານຊ້າງ (MLC) ຄັ້ງທີ 7 ຫາກໍອັດລົງຢູ່ Bagan, ປະເທດ ມຽນມາ ດ້ວຍການເຂົ້າຮ່ວມຂອງບັນດາປະເທດ ກຳປູເຈຍ, ລາວ, ມຽນມາ, ໄທ, ຈີນ ແລະ ຫວຽດນາມ. ຜ່ານການຈັດຕັ້ງມາເປັນ 7 ຄັ້ງ, ກົນໄກຮ່ວມມື MLC ນັບມື້ນັບສະແດງໃຫ້ເຫັນປະສິດທິຜົນ, ການຮ່ວມມືກວມລວມໃນທຸກຂົງເຂດ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພັດທະນາເສດຖະກິດ - ສັງຄົມ ຂອງບັນດາປະເທດສະມາຊິກ, ສ້າງປະຊາຄົມ ອາຊຽນ ແລະ ປະຕິບັດເປົ້າໝາຍພັດທະນາແບບຍືນຍົງ ຮອດປີ 2030.

ການຮ່ວມມືແມ່ນ້ຳຂອງ - ແມ່ນ້ຳລ້ານຊ້າງ (MLC) ໄດ້ສ້າງຕັ້ງຂຶ້ນແຕ່ວັນທີ 23 ມີນາ 2016. ໃນກວ່າ 10 ກົນໄກຮ່ວມມືຢູ່ອະນຸພາກພື້ນແມ່ນ້ຳຂອງໃນປັດຈຸບັນ, MLC ພວມພົ້ນເດັ່ນຂຶ້ນດ້ວຍທ່າໄດ້ປຽບ ພ້ອມດ້ວຍຄວາມຫວັງທີ່ໃຫຍ່ຫຼວງຫຼາຍຢ່າງ. ນີ້ແມ່ນກົນໄກຮ່ວມມືທີ່ມີການເຂົ້າຮ່ວມຂອງທັງໝົດ 6 ປະເທດຢູ່ແຄມຝັ່ງແມ່ນ້ຳຂອງ - ແມ່ນ້ຳລ້ານຊ້າງ, ນັ້ນແມ່ນ ຫວຽດນາມ, ກຳປູເຈຍ, ລາວ, ມຽນມາ, ໄທ ແລະ ຈີນ.

ການ​ຮ່ວມ​ມື ແມ່​ນ້ຳ​ຂອງ - ແມ່​ນ້ຳ​ລ້ານ​ຊ້າງ: ສາ​ມັກ​ຄີ​ເພື່ອ​ສັນ​ຕິ​ພາບ ແລະ ການ​ພັດ​ທະ​ນາ - ảnh 1ລັດຖະມົນຕີການຕ່າງປະເທດ ບັນດາປະເທດ ຫວຽດນາມ, ກຳປູເຈຍ, ລາວ, ມຽນມາ, ໄທ ແລະ ຈີນ ເຂົ້າຮ່ວມກອງປະຊຸມ (ພາບ: baoquocte.vn)

ທ່ວງທ່າການຮ່ວມມື MLC ຮັກສາຄວາມແທດຈິງ ແລະ ປະສິດທິຜົນ

        ໂດຍສືບຕໍ່ທ່ວງທ່າຮ່ວມມືຂອງ 6 ຄັ້ງກ່ອນ, ກອງປະຊຸມ MLC  ຄັ້ງທີ 7 ຢູ່ ມຽນມາ ໄດ້ເຫັນປະຈັກຕາການປະກອບສ່ວນຢ່າງຕັ້ງໜ້າຂອງ MLC ຕໍ່ການຮ່ວມມື ແລະ ການພັດທະນາຢູ່ພາກພື້ນ, ໂດຍສະເພາະແມ່ນໃນສະພາບການໂລກລະບາດໂຄວິດ - 19 ມີການຜັນແປຢ່າງສັບສົນ. ກອງປະຊຸມໄດ້ຮັບຮອງເອົາຖະແຫຼງການຮ່ວມສື່ມວນຊົນ ແລະ ຖະແຫຼງການຮ່ວມ 4 ສະບັບກ່ຽວກັບການເພີ່ມທະວີການຮ່ວມມືທາງດ້ານກະສິກຳ, ການຕ້ານໄພທຳມະຊາດ, ພາສີ ແລະ ອຳນວຍຄວາມສະດວກດ້ານການຄ້າ ແລະ ການພົວພັນແລກປ່ຽນລະຫວ່າງບັນດາພື້ນຖານອະລິຍະທຳຂອງ MLC.

        ຕາມນັ້ນແລ້ວ, ໃນໄລຍະຈະມາເຖິງ, ການຮ່ວມມື MLC ຈະສຸມໃສ່ບັນດາເນື້ອໃນຄື: ຟື້ນຟູ ແລະ ພັດທະນາເສດຖະກິດຜ່ານການເພີ່ມທະວີການເຊື່ອມຕໍ່, ການຄ້າ, ເສດຖະກິດີຈີຕອນ, ກຳລັງຄວາມສາມາດດ້ານການຜະລິດ, ລະບົບສະໜອງທີ່ເຂັ້ມແຂງ, ສ້າງເງື່ອນໄຂສະດວກແກ່ດ້ານການຄ້າ ແລະ ການຜ່ານແດນ; ຄຸ້ມຄອງໄພທໍາມະຊາດ, ການປົກປັກຮັກສາສິ່ງແວດລ້ອມ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ນຳໃຊ້ຊັບພະຍາກອນນ້ຳແບບຍືນຍົງ; ປັບປຸງຄວາມໝັ້ນຄົງດ້ານສາທາລະນະສຸກ, ໂດຍສະເພາະແມ່ນການຍົກສູງຄວາມສາມາດຄວບຄຸມ ແລະ ປ້ອງກັນ, ຕ້ານໂລກລະບາດ ແລະ ກຳລັງຄວາມສາມາດຂອງຖັນແຖວພະນັກງານການແພດ ແລະ ຊຸກຍູ້ການຮ່ວມມືດ້ານການແພດພື້ນເມືອງ; ການພົວພັນແລກປ່ຽນປະຊາຊົນຜ່ານການເຄື່ອຍໄຫວທາງດ້ານວັດທະນະທຳ, ການທ່ອງທ່ຽວ, ສື່ມວນຊົນ, ກິລາ, ການສຶກສາ ແລະ ພັດທະນາແຫຼ່ງຊັບພະຍາກອນມະນຸດ.

ການ​ຮ່ວມ​ມື ແມ່​ນ້ຳ​ຂອງ - ແມ່​ນ້ຳ​ລ້ານ​ຊ້າງ: ສາ​ມັກ​ຄີ​ເພື່ອ​ສັນ​ຕິ​ພາບ ແລະ ການ​ພັດ​ທະ​ນາ - ảnh 2ກອງປະຊຸມລັດຖະມົນຕີການຕ່າງປະເທດການຮ່ວມມື ແມ່ນ້ຳຂອງ - ແມ່ນ້ຳລ້ານຊ້າງ (MLC) ຄັ້ງທີ 7 ຈັດຂຶ້ນຢູ່ Bagan, ປະເທດ ມຽນມາ (ພາບ: baoquocte.vn)

        ໃນສະພາບການພາກພື້ນ ແລະ ໂລກ ມີການຜັນແປຢ່າງສັບສົນ, ກອງປະຊຸມໄດ້ເນັ້ນໜັກເຖິງບັນດາຫຼັການຮ່ວມມືດ້ວຍຄວາມເຫັນດີເຫັນພ້ອມ, ຍຸຕິທຳ, ປຶກສາຫາລືເຊິ່ງກັນ ແລະ ກັນ, ແບ່ງປັນຜົນປະໂຫຍດ, ເຄົາລົບກົດບັດ ສປຊ ແລະ ກົດໝາຍສາກົນ ກໍຄືຄວາມສອດຄ່ອງກັບຂໍ້ກຳນົດ ແລະ ກົດໝາຍຂອງແຕ່ລະປະເທດ. ບັນດາລັດຖະມົນຕີ MLC ໄດ້ເຫັນດີຊຸກຍູ້ການຮ່ວມມື MLC ຕາມທິດປັບປຸງການພົວພັນຖານບ້ານໃກ້ເຮືອນຄຽງ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພັດທະນາເສດຖະກິດ - ສັງຄົມຂອງບັນດາປະເທດສະມາຊິກ, ສ້າງປະຊາຄົມ ອາຊຽນ ແລະ ປະຕິບັດບັນດາເປົ້າໝາຍພັດທະນາແບບຍືນຍົງ ຮອດປີ 2030.

ໃນຊຸມປີມໍ່ໆມານີ້, ພາກພື້ນແມ່ຂອງ ພວມເຫັນປະຈັກຕາບັນດາການປ່ຽນແປງອັນໃຫຍ່ຫຼວງ. ພ້ອມກັບການພັດທະນາດ້ານເສດຖະກິດຢູ່ບັນດາປະເທດສະມາຊິກ, ເຂດຍ່ານລຸ່ມແມ່ນ້ຳຂອງພວມຕ້ອງປະເຊີນໜ້າກັບບັນດາສິ່ງທ້າທາຍອັນໃຫຍ່ຫຼວງດ້ານສິ່ງແວດລ້ອມ. ບັນດາມາດຕະການກ່ຽວກັບຂົງເຂດເສດຖະກິດ, ເຕັກນິກໄດ້ຮັບການສະເໜີ. ຫຼາຍໂຄງການພື້ນຖານໂຄງລ່າງຂະໜາດໃຫຍ່ໄດ້ຮັບການກໍ່ສ້າງສຳເລັດ; ໂຄງການໜູນຊ່ວຍດ້ານເຕັກນິກນັບຮ້ອຍແຫ່ງໄດ້ຮັບການຜັນຂະຫຍາຍ. ບັນດາປະເທດສະມາຊິກກໍ່ໄດ້ສ້າງຕັ້ງສູນຮ່ວມມືອາຊີບສະເພາະ, ຈັດບັນດາເວທີປາໄສໂອ້ລົມສົນທະນາກ່ຽວກັບນະໂຍບາຍທີ່ດຶງດູດການເຂົ້າຮ່ວມຂອງບັນດາກະຊວງ, ຂະແໜງການ ແລະ ທ້ອງຖິ່ນຂອງບັນດາປະເທດສະມາຊິກ.

        ນັບແຕ່ເວລາຈັດກອງປະຊຸມລັດຖະມົນຕີການຕ່າງປະເທດຮ່ວມມືແມ່ນ້ຳຂອງ - ແມ່ນ້ຳລ້ານຊ້າງ ຄັ້ງທີ 6, ໃນສະພາບການທີ່ໂລກລະບາດໂຄວິດ - 19 ເກີດຂຶ້ນ. ການຮ່ວມມືແມ່ນ້ຳຂອງ - ແມ່ນ້ຳລ້ານຊ້າງຍັງໄດ້ຮັບຮູ້ບັນດາໝາກຜົນທີ່ຕັ້ງໜ້າ. ໃນນັ້ນ, ຕ້ອງກ່າວເຖິງການຈັດເວທີປາໄສແຫຼ່ງນ້ຳແມ່ນ້ຳຂອງ - ແມ່ນ້ຳລ້ານຊ້າງ ຄັ້ງທີ 2 ຢ່າງສຳເລັດຜົນ; ຜັນຂະຫຍາຍບັນດາການຄົ້ນຄ້ວາລວມກ່ຽວກັບອຸຕຸນິຍົມອຸທົກກະສາດ ແລະ ປ້ອງກັນຕ້ານໄພພິບັດທຳມະຊາດ; ກອງປະຊຸມສຳມະນາສຳພັນທະມິດບັນດານະຄອນທ່ອງທ່ຽວ; ຫຼາຍໂຄງການນຳໃຊ້ກອງທຶນພິເສດ ແມ່ນ້ຳຂອງ - ແມ່ນ້ຳລ້ານຊ້າງປີ 2021 ໄດ້ຮັບການລົງນາມ ແລະ ຜັນຂະຫຍາຍ… ໜ້າສົນໃຈແມ່ນ, ໃນປີ 2021, ວົງເງິນການຄ້າສອງສົ້ນລະຫວ່າງບັນດາປະເທດແມ່ນ້ຳຂອງ ແລະ ຈີນ ບັນລຸເກືອບ 400 ຕື້ USD, ເພີ່ມຂຶ້ນ 23% ເມື່ອທຽບໃສ່ປີ 2020, ໂດຍບໍ່ຫົວຊາຕໍ່ບັນດາຄວາມຫຍຸ້ງຍາກຍ້ອນໂລກລະບາດໂຄວິດ - 19 ກໍ່ຂຶ້ນ.

ຍາມໃດຫວຽດນາມ ກໍ່ຢັ້ງຢືນການຖືເປັນສຳຄັນ ແລະ ປະກອບສ່ວນຢ່າງມີປະສິດທິຜົນກັບການຮ່ວມມື MLC

        ນັບແຕ່ເມື່ອກົນໄກ MLC ໄດ້ຮັບການສ້າງຕັ້ງ, ຫວຽດນາມ ໄດ້ຕັ້ງໜ້າຊຸກຍູ້ເລື່ອງ MLC ເພີ່ມທະວີການຮ່ວມມືປົກປ້ອງ, ຄຸ້ມຄອງ, ນຳໃຊ້ແຫຼ່ງນ້ຳຢ່າງມີປະສິດທິຜົນ ແລະ ຍືນຍົງ, ຖືນີ້ແມ່ນຈຸດສຸມຂອງການຮ່ວມມືລະຫວ່າງ 6 ປະເທດ. ໃນວິວັດການເຂົ້າຮ່ວມ MLC, ຫວຽດນາມ ໄດ້ສະເໜີຫຼາຍຂໍ້ລິເລີ່ມທີ່ລະອຽດ ຄືສ້າງຕັ້ງຊ່ອງພົວພັນຕິດຕໍ່ (ໂທລະສັບສາຍດ່ວນ) ໃນການຮ່ວມມືແກ້ໄຂບັນດາກໍລະນີຮີບດ່ວນທີ່ເກີດຂຶ້ນຢູ່ແມ່ນ້ຳຂອງ, ເຊິ່ງໄດ້ຮັບການສະໜັບສະໜູນຈາກບັນດາປະເທດ ແລະ ກ້າວເຂົ້າສູ່ການຜັນຂະຫຍາຍຕົວຈິງ.

        ທີ່ກອງປະຊຸມຄັ້ງນີ້, ຫວຽດນາມ ໄດ້ສະເໜີ 4 ໝວດການຮ່ວມມືລະອຽດ. ນັ້ນແມ່ນການເພີ່ມທະວີການຮ່ວມມືໃນຂົງເຂດພາສີ ແລະ ອຳນາດຄວາມສະດວກດ້ານຄ້າເພື່ອແນໃສ່ແກ້ໄຂເລື່ອງສິນຄ້າຖືກຕິດຄ້າງ, ຮັບປະກັນການຈາລະຈອນສິນຄ້າ ແລະ ການບໍລິການ; ຍົກສູງກຳລັງການຜະລິດ ແລະ ສະສົມພະລັງງານສະອາດ, ໝູນໃຊ້ເຕັກໂນໂລຊີສູງ ແລະ ພັດທະນາກະສິກຳທັນສະໄໝ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ; ຍູ້ແຮງການຮ່ວມມືຄຸ້ມຄອງ ແລະ ນຳໃຊ້ແຫຼ່ງຊັບພະຍາກອນນ້ຳແບບຍືນຍົງ, ພິເສດແມ່ນຍູ້ແຮງການສ້າງແຜນການເຄື່ອນໄຫວຮ່ວມມືຊັບພະຍາກອນນ້ຳ MLC ໄລຍະ 2023 – 2027; ເພີ່ມທະວີການເຊື່ອມຕໍ່ປະຊາຊົນຜ່ານການຟື້ນຟູ ແລະ ເປີດກ້ວາງການເຄື່ອນໄຫວດ້ານການທ່ອງທ່ຽວ, ການຮ່ວມມືລະຫວ່າງບັນດາອຳນາດການປົກຄອງທ້ອງຖິ່ນ ແລະ ບັນດາໂຄງການວັດທະນະທຳ, ກິລາ, ສື່ສານ, ມອບສິດໃຫ້ແກ່ແມ່ຍິງ ແລະ ຊາວໜຸ່ມ.

        ຍາມໃດ, ການຮັກສາທ່າຮ່ວມມືກໍ່ແມ່ນສິ່ງທ້າທາຍຕໍ່ກົນໄກຫຼາຍຝ່າຍ, ຮຽກຮ້ອງຄວາມມານະພະຍາຍາມ, ຄວາມພະຍາຍາມຂອງທຸກໆປະເທດສະມາຊິກ. ສຸມໃສ່ຮ່ວມມືຢ່າງແທດຈິງ ເພື່ອສ້າງບັນດາການຫັນປ່ຽນຕັ້ງໜ້າໃນບັນດາບັນຫາຫຼັກແຫຼ່ງຂອງເຂດອະນຸພາກພື້ນ, ພິເສດແມ່ນບັນຫາຄວາມໝັ້ນຄົງດ້ານແຫຼ່ງນ້ຳ, ຊຸກຍູ້ການພັດທະນາແບບຍືນຍົງ, ຄວາມດຸ່ນດ່ຽງຍາມໃດກໍ່ແມ່ນບຸລິມະສິດຂອງ ຫວຽດນາມ.

 

ຕອບກັບ

ຂ່າວ/ບົດ​ອື່ນ