ການ​ຮ່ວມ​ມື​ດ້ານ​ເສດ​ຖ​ະ​ກິດ: ໜ​ຶ່ງ​ໃນ 3 ເສົ​າ​ຄ້ຳ​ຕົ້ນ​ຕໍ​ໃນ​ການ​ຮ່ວມ​ມື​ລະ​ຫວ່າງ​ຫວຽດ​ນາມ - ອາ​ຊຽນ

(VOVWORLD) - ປີ 2020, ຫວຽດນາມ ດຳລົງຕຳແໜ່ງເປັນປະທານ ອາຊຽນ. ນອກຈາກບັນດາເປົ້າໝາຍຍູ້ແຮງການພົວພັນຄູ່ຮ່ວມມື ຂອງ ອາຊຽນ, ເສີມຂະຫຍາຍບົດບາດເປັນໃຈກາງຂອງ ອາຊຽນ, ຊຸກຍູ້ການຮ່ວມສຳພັນ ແລະ ການເຊື່ອມຕໍ່ດ້ານເສດຖະກິດ ພາຍໃນກຸ່ມພາກພື້ນ ອາຊຽນແລ້ວ, ຫວຽດນາມ ຍັງວາງອອກບັນດາບຸລິມະສິດ ເພື່ອຊຸກຍູ້ໃນເສົາຄ້ຳ ເສດຖະກິດ ອາຊຽນ ອີກດ້ວຍ.

 

        ໃນຂະບວນວິວັດເຊື່ອມໂຍງເສດຖະກິດສາກົນຂອງຫວຽດນາມ, ອາຊຽນ ສວມບົດບາດເປັນຄູ່ຮ່ວມມືດ້ານການຄ້າສຳຄັນແຖວໜ້າ. ປີ 1996, ເມື່ອຫວຽດນາມ ຫາກໍເຂົ້າຮ່ວມກຸ່ມການຄ້າເສລີ ອາຊຽນ (AFTA), ວົງເງິນການຄ້າສອງສົ້ນຂອງຫວຽດນາມ ກັບບັນດາປະເທດພາຍໃນກຸ່ມ ພຽງແຕ່ບັນລຸໄດ້ປະມານ ເກືອບ  6 ຕື້ USD ເທົ່ານັ້ນ, ແຕ່ມາຮອດປັດຈຸບັນ, ຕົວເລກດັ່ງກ່າວ ໄດ້ເພີ່ມຂຶ້ນຫຼາຍກວ່າ 10 ເທົ່າ, ປະມານຫຼາຍກວ່າ 60 ຕື້ USD.

ການ​ຮ່ວມ​ມື​ດ້ານ​ເສດ​ຖ​ະ​ກິດ: ໜ​ຶ່ງ​ໃນ 3 ເສົ​າ​ຄ້ຳ​ຕົ້ນ​ຕໍ​ໃນ​ການ​ຮ່ວມ​ມື​ລະ​ຫວ່າງ​ຫວຽດ​ນາມ - ອາ​ຊຽນ - ảnh 1ທ່ານລັດຖະມົນຕີກະຊວງອຸດສາຫະກຳການຄ້າ ຫວຽດນາມ ເຈິ່ນຕ໊ວນແອັງ  (ພາບ: VOV)

ຈາກພາຍໃນປະເທດອອກສູ່ໂລກ

        ມາຮອດປັດຈຸບັນ, ຫວຽດນາມ ໄດ້ເຊັນສັນຍາ FTA 16 ສະບັບ ແລະ ໃນນັ້ນ ມີສັນຍາການຄ້າເສລີໃໝ່ຫຼາຍສະບັບ, ເຊິ່ງລວມມີບັນດາພື້ນຖານເສດຖະກິດໃຫຍ່ທີ່ສຸດໃນໂລກ. ຫວຽດນາມ ໄດ້ລົງນາມສັນຍາ FTA ກັບ 15 ໃນ ຍອດຈຳນວນ 20 ປະເທດຂອງກຸ່ມ G20. ສິ່ງດັ່ງກ່າວ ໄດ້ສະແດງໃຫ້ເຫັນກຳລັງຄວາມສາມາດ ແລະ ທີ່ຕັ້ງບົດບາດ, ພາບພົດຂອງຫວຽດນາມ ໄດ້ເພີ່ມຂຶ້ນຢ່າງແຮງ. ເມື່ອຕີລາຄາຄວາມສຳຄັນຂອງການເຊື່ອມໂຍງເສດຖະກິດ ອາຊຽນໃນວິວັດການເຊື່ອມໂຍງເຂົ້າກັບສາກົນຂອງຫວຽດນາມ, ທ່ານລັດຖະມົນຕີກະຊວງອຸດສາຫະກຳການຄ້າ ຫວຽດນາມ ເຈິ່ນຕ໊ວນແອັງ ຢັ້ງຢືນວ່າ:

        “ອາດເວົ້າໄດ້ວ່າ, ການຮ່ວມມືຂອງພວກເຮົາກັບ ອາຊຽນ ແມ່ນບັນດາບາດກ້າວເດີນທຳອິດ. ຄວາມສາມາດຂອງຫວຽດນາມ ໃນການສຳຜັດກັບເສດຖະກິດຂອງພາກພື້ນ ອາຊຽນ ແລະ ບັນດາພາກພື້ນອື່ນໆໃນໂລກ ໂດຍຜ່ານບົດບາດຂອງ ອາຊຽນ ໄດ້ຮັບການຢັ້ງຢືນຢ່າງຈະແຈ້ງ.  ການຮ່ວມມືຂອງຫວຽດນາມ ກັບ ອາຊຽນ ໃນທຸກຂົງເຂດ ແລະ ແງ່ມູມ, ໃນນັ້ນ ຖືເສດຖະກິດເປັນເສົາຄ້ຳສຳຄັນ ໄດ້ນຳມາເຊິ່ງທີ່ຕັ້ງບົດບາດສຳຄັນທີ່ສຸດໃຫ້ແກ່ຫວຽດນາມຄືໃນປັດຈຸບັນ, ນັບທັງດ້ານການເມືອງ, ການພົວພັນຕ່າງປະເທດກໍຄືເສດຖະກິດ”.

        ການເຊື່ອມໂຍງເສດຖະກິດ ອາຊຽນ ບໍ່ພຽງແຕ່ນຳມາເຊິ່ງກາລະໂອກາດເພີ່ມທະວີການຊຸກຍູ້ການຮ່ວມມືດ້ານການຄ້າກັບໂລກເທົ່ານັ້ນ, ຫາກຍັງປະກອບສ່ວນຢ່າງຕັ້ງໜ້າ ແລະ ມີຄວາມໝາຍແກ່ການສ້າງໂຄງປະກອບພື້ນຖານເສດຖະກິດຄືນໃໝ່, ສືບຕໍ່ປ່ຽນແປງໃໝ່ຮູບແບບການເຕີບໂຕ ກໍ່ຄືຕິດພັນກັບການສ້າງລັດແຫ່ງກົດໝາຍ, ບົນພື້ນຖານເສດຖະກິດການຕະຫຼາດ ຕາມກໍານົດທິດສູ່ສັງຄົມນິຍົມ. ທ່ານລັດຖະມົນຕີ ເຈິ່ນຕວ໊ນແອັງ ໃຫ້ຮູ້ວ່າ:

        “ປະຊາຄົມເສດຖະກິດ ອາຊຽນ ໄດ້ສ້າງຕັ້ງຂຶ້ນເມື່ອເດືອນທັນວາ 2015 ອີກຄັ້ງໜຶ່ງ ໄດ້ພິສູດໃຫ້ເຫັນວິໄສທັດລວມຂອງການນຳບັນດາປະເທດ ອາຊຽນ ກໍຄື ຂອງຫວຽດນາມ, ເຊິ່ງໃນນັ້ນ ໄດ້ຢັ້ງຢືນການປະກອບສ່ວນຢ່າງຕັ້ງໜ້າຂອງຫວຽດນາມໃນພື້ນຖານລວມດັ່ງກ່າວ. ປະຊາຄົມເສດຖະກິດ ອາຊຽນ ແລະ ວິໄສທັດຂອງ ອາຊຽນ ຮອດປີ 2025 ແມ່ນບັນດາການກຳນົດທິດພື້ນຖານ ກໍຄື ຫຼັກແຫຼ່ງ ເພື່ອຮັບປະກັນທີ່ຕັ້ງບົດບາດ ອາຊຽນ ເໝືອນດັ່ງສູນກາງຂອງ ອາຊີຕາເວັນອອກສ່ຽງໃຕ້, ຂອງອາຊີຕາເວັນອອກ, ຂອງ ອາຊີ ປາຊີຟິກ, ຊ່ວຍໃຫ້ທັງຫວຽດນາມ ກໍຄື ບັນດາປະເທດສະມາຊິກຂອງ ອາຊຽນ ມີຄວາມວັດທະນາຖາວອນ ແລະ ພັດທະນາ.”.

ເພີ່ມທະວີຄວາມສະໜິດຕິດພັ ແລະການຮັບມືຂອງອາຽນ

        ປີ 2020 ກໍ່ແມ່ນປີຫວຽດນາມສິ້ນສຸດອາຍຸການ 5 ປີຂອງກອງປະຊຸມໃຫຍ່ ທົ່ວປະເທດ ຂອງພັກ ແລະ ເລີ່ມຕົ້ນການສ້າງຍຸດທະສາດ 10ປີແຫ່ງການພັດທະນາເສດຖະກິດສັງຄົມ. ໃນສະພາບການນັ້ນ, ການປະຕິບັດບັນດາຄວາມຮັບຜິດຊອບສຳຄັນຂອງປະທານອາຊຽນກໍ່ຮຽກຮ້ອງໃຫ້ ຫວຽດນາມ ຕ້ອງມີບັນດາທັດສະນະທີ່ສະເໝີຕົ້ນສະເໝີປາຍແລະ ຈະແຈ້ງນັບທັງທາງດ້ານແງ່ມູມ ການຕ່າງປະເທດກໍ່ຄືບັນດາປັດໄຈທີ່ກ່ຽວຂ້ອງເຖິງເປົ້າໝາຍຍຸດທະສາດພັດທະນາ 5 ປີກໍ່ຄືຍຸດທະສາດ10 ປີ ແລະ ຍາວໄກກ່ວາອີກ.

        ດ້ວຍ 2 ເນື້ອໃນຈິດໃຈໃນຫົວຂໍ້ຂອງປີ 2020 ຫວຽດນາມກໍ່ໄດ້ກຳນົດທິດບັນດາເປົ້າໝາຍບຸລິມະສິດຢ່າງລະອຽດ.ໃນສະພາບການປະຕິວັດອຸດສາຫະກຳ 4.0, ເສດຖະກິດດີຈີຕອນ, ລັດທິອາລັກຂາການຄ້າ, ການຄ້າຝ່າຍດຽວພວມສ້າງບັນດາສິ່ງທ້າທາຍອັນໃຫຍ່ຫຼວງໃຫ້ແກ່ລະບົບການຄ້າຫຼາຍຝ່າຍໂດຍອີງໃສ່ກົດໝາຍ, ໃນນັ້ນມີບັນດາຂອບເຂດຂອງກຸ່ມ AFTA, ເຮັດແນວໃດເພື່ອເພີ່ມທະວີຄວາມສາມາດໃນການຮັບມືຂອງອາຊຽນ, ເພີ່ມທະວີການເຊື່ອມຕໍ່ໃນການເລີ່ມຕົ້ນທຸລະກິດປະດິດຄິດສ້າງ, ໃນການຄ້າເອເລັກໂຕນິກ, ທຳລາຍບັນດາຮົ້ວກີດຂວາງໃນການຫັນການຄ້າເປັນເສລີ…ແມ່ນບັນດາຈຸດສຸມບຸລິມະສິດໃນປີເປັນປະທານອາຊຽນ 2020. ທ່ານເຈິ່ນຕວນແອັງລັດຖະມົນຕີກະຊວງອຸດສາຫາກຳ ແລະ ການຄ້າ ຫວຽດນາມເນັ້ນໜັກວ່າ:

        ທຸກໆສິ່ງນັ້ນຮຽກຮ້ອງໃຫ້ວກເຮົາຕ້ອງມີບົດບາດຂອງ ຜູ້ເປັນປະທານອາຊຽນເຊິ່ງເປັນຜູ້ທີ່ສາມາດກຳບັນຫາ, ບໍລິຫານໄດ້ເປັນຢ່າງດີດ້ວຍບົດບາດປະຈັນບານ ຂອງຕົນເພື່ອພ້ອມກັບບັນດາປະເທດອາຊຽນຢັ້ງຢືນອີກຄັ້ງໜຶ່ງຢູ່ໃນລະດັບສູງກ່ວາ, ສະພາບການໃໝ່, ດ້ວຍການເຊື່ອມໂຍງ, ຮ່ວມສຳພັນ. ຕ້ອງເຮັດແນໃດເພື່ອຮັບປະກັນໄດ້ຄວາມສາມາດໃນການຮັບມືກັບບັນດາການຜັນແປໃໝ່ ແລະສືບຕໍ່ສ້າງບັນດາພະລັງຊີວິດໃໝ່ໃຫ້ແກ່ອາຊຽນ, ກໍ່ຄືໃຫ້ແກ່ບັນດາຂອບເຂດການຮ່ວມມືຂອງອາຽນແລະບັນດາຄູ່ຮ່ວມມື.

        ດ້ວຍຖານະເປັນປະທານອາຊຽນ 2020, ປີນີ້ ຫວຽດນາມ ມີຂໍ້ລິເລີ່ມ ປະມານ 16 – 17 ຂໍ້ ໂດຍຜັນຂະຫຍາຍໃນບັນດາຂົງເຂດຄືເສດຖະກິດ, ການຄ້າ, ການລົງທຶນ, ອຸດສາຫະກຳ… ພ້ອມກັບບັນດາ FTA ລະຫວ່າງອາຊຽນກັບບັນດາຄູ່ຮ່ວມມືໃນໂລກທີ່ມີຢູ່ແລ້ວ, ສັນຍາ RCEP ເຊິ່ງອາຊຽນຄາດວ່າຈະໄດ້ຮັບການລົງນາມໃນປີນີ້, ການຮ່ວມມືເສດຖະກິດອາຊຽນປີ 2020 ແນ່ນອນວ່າຈະນຳມາເຊິ່ງບັນດາສະພາບການໃໝ່.

ຕອບກັບ

ຂ່າວ/ບົດ​ອື່ນ