ການຮ່ວມມືລັດຖະສະພາ: ຊ່ອງສຳຄັນໃນການພົວພັນ ຫວຽດນາມ - ໂມຊຳບິກ

(VOVWORLD) -ໃນຊຸມປີຜ່ານມາ, ການພົວພັນລະຫວ່າງສະແຫ່ງຊາດ 2 ປະເທດ ໄດ້ຮັບການຮັກສາ, ເປັນຕົ້ນແມ່ນໃນຂອບເຂດບັນດາເວທີປາໄສລັດຖະສະພາຫຼາຍຝ່າຍ.
ການຮ່ວມມືລັດຖະສະພາ: ຊ່ອງສຳຄັນໃນການພົວພັນ ຫວຽດນາມ - ໂມຊຳບິກ - ảnh 1ການນຳສະພາແຫ່ງຊາດ 2 ທ່ານພົບປະຢູ່ນອກກອງປະຊຸມປະທານສະພາແຫ່ງຊາດໂລກຄັ້ງທີ 5
(ພາບປະກອບ: TTXVN)

ທ່ານນາງປະທານສະພາແຫ່ງຊາດສ.ໂມຊຳບິກ Esperanca Laurinda Francisco Nhiuane Bias ໄດ້ນຳໜ້າຄະນະຜູ້ແທນສະພາແຫ່ງຊາດ ສ.ໂມຊຳບິກ ທຳການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ, ຕາມຄຳເຊື້ອເຊີນຂອງທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫ້ວ. ການຢ້ຽມຢາມດຳເນີນໄປບໍ່ດົນພາຍຫຼັງທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຝູຈ້ອງ ແລະ ທ່ານປະທານພັກແນວໂຮມປົດປ່ອຍ ໂມຊຳບິກ (FRELIMO), ປະທານາທິບໍດີ ໂມຊຳບິກ Filipe Jacinto Nyusi ດຳເນີນເຈລະຈາແບບທາງໄກ. ການຢ້ຽມຢາມ ຫວຽດນາມ ຂອງທ່ານນາງປະທານສະແຫ່ງຊາດ ສ.ໂມຊຳບິກ ຄັ້ງນີ້ ໄດ້ເປັນການຢັ້ງຢືນທ່າອ່ຽງຮ່ວມມືໃໝ່ໃນການພົວພັນ 2 ຝ່າຍ.

        ການຢ້ຽມຢາມ ຫວຽດນາມ ຂອງທ່ານນາງປະທານສະພາແຫ່ງຊາດ ໂມຊຳບິກ ຖືກດຳເນີນໃນລະຫວ່າງວັນທີ 18 – 23 ມິຖຸນາ. ນີ້ແມ່ນການຢ້ຽມຢາມ ຫວຽດນາມ ເປັນຄັ້ງທຳອິດຂອງທ່ານນາງ Esperanca Laurinda Francisco Nhiuane Bias ໃນຖານະຕຳແໜ່ງປະທານສະພາແຫ່ງຊາດ ໂມຊຳບິກ ນັບແຕ່ເມື່ອດຳລົງຕຳແໜ່ງໃນເດືອນ ມັງກອນ 2020 ແລະ ແມ່ນການຢ້ຽມຢາມ ຫວຽດນາມ ເປັນຄັ້ງທຳອິດຂອງປະທານສະພາແຫ່ງຊາດ ໂມຊຳບິກ ເພື່ອແນໃສ່ຊຸກຍູ້ການພັວພັນລະຫວ່າງສະພາແຫ່ງຊາດ 2 ປະເທດ.

ຂີດໝາຍການຮ່ວມມືໃນໄລຍະ 47 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ

        ການຢ້ຽມຢາມດຳເນີນໄປໃນສະພາບການທີ່ ຫວຽດນາມ ແລະ ໂມຊຳບິກ ຈັດຕັ້ງການສະເຫຼີມສະຫຼອງ 47 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ (25 ມິຖຸນາ 1975 – 25 ມິຖຸນາ 2022). ໃນວິວັດແຫ່ງການພັດທະນານັ້ນ, ຍາມໃດ 2 ປະເທດກໍ່ສະໜັບສະໜູນເຊິ່ງກັນແລະກັນເພື່ອສ້າງສາ, ພັດທະນາເສດຖະກິດຢູ່ແຕ່ລະປະເທດ, ແລກປ່ຽນຄະນະຜູ້ແທນທຸກຂັ້ນ. ຫວ່າງມໍ່ໆມານີ້, ວັນທີ 06 ມິຖຸນາ ຜ່ານມາ, ທ່ານເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ຫງວຽນຝູຈ້ອງ ໄດ້ດຳເນີນການເຈລະຈາແບບທາງໄກກັບທ່ານປະທານພັກ Frelimo, ປະທານປະເທດ ສ.ໂມຊຳບິກ. ການນຳ 2 ພັກ, 2 ລັດ ໄດ້ເຫັນດີເປັນເອກະພາບຂຸດຄົ້ນຄວາມສາມາດບົ່ມຊ້ອນ ແລະ ທ່າແຮງຂອງແຕ່ລະຝ່າຍໃຫ້ເປັນຢ່າງດີ ເພື່ອແນໃສ່ຊຸກຍູ້ການຮ່ວມມືດ້ານການເມືອງ - ການທູດ, ເສດຖະກິດ - ການຄ້າ, ການປ້ອງກັນຊາດ - ປ້ອງກັນຄວາມສະຫງົບ, ການສຶກສາ - ບຳລຸງສ້າງ, ທ່ອງທ່ຽວ, ວັດທະນະທຳ ແລະ ການພົວພັນແລກປ່ຽນປະຊາຊົນ; ເພີ່ມທະວີການຮ່ວມມືໃນບັນດາເວທີປາໄສຫຼາຍຝ່າຍຢູ່ພາກພື້ນ ແລະ ສາກົນຢ່າງແໜ້ນແຟ້ນ… ທ່ານປະທານາທິບໍດີ ສ.ໂມຊຳບິກ ຢືນຢັນວ່າ, ຫວຽດນາມ ແມ່ນບຸລິມະສິດໃນນະໂຍບາຍການຕ່າງປະເທດມຸ່ງໄປສູ່ທິດຕາເວັນອອກຂອງ ໂມຊຳບິກ.

        ໃນການຮ່ວມມືທາງດ້ານເສດຖະກິດ, ການແລກປ່ຽນການຄ້າລະຫວ່າງ ຫວຽດນາມ ແລະ ໂມຊຳບິກ ໄດ້ຮັບການຮັກສາໂດຍໄວ. ປີ 2021, ວົງເງິນການຄ້າ 2 ຝ່າຍບັນລຸເກືອບ 150 ລ້ານ USD, ໃນນັ້ນ ຫວຽດນາມ ສົ່ງອອກໄປຍັງ ໂມຊຳບິກ ບັນດາປະເພດສິນຄ້າຄື: ເຂົ້າສານ, ເຄື່ອງຕ່ຳແຜ່ນຕັດຫຍິບ, ຜະລິດຕະພັນເຫຼັກກ້າ ດ້ວຍມູນຄ່າ 99 ລ້ານ USD; ນຳເຂົ້າບັນດາປະເພດສິນຄ້າຄື: ຫົວອາຫານ ສັດ, ໄມ້, ແຮ່ໂລຫະ… ດ້ວຍມູນຄ່າ 50,5 ລ້ານ USD.

        ປະຈຸບັນ, ໂມຊຳບິກ ແມ່ນປະເທດຢືນອັນດັບທີ 11 ໃນຈຳນວນ 72 ປະເທດ ແລະ ເຂດແຄ້ວນ ເຊິ່ງ ຫວຽດນາມ ມີການເຄື່ອນໄຫວລົງທຶນ. ການຮ່ວມມືລະຫວ່າງ 2 ປະເທດໃນຂົງເຂດກະສິກຳໄດ້ຮັບຄວາມເອົາໃຈໃສ່ຊຸກຍູ້. 2 ຝ່າຍມີຫຼາຍໂຄງການຮ່ວມມືແບ່ງປັນບົດຮຽນ ແລະ ບຳລຸງສ້າງດ້ານເຕັກນິກພັດທະນາກະສິກຳ, ສິນໃນນ້ຳ; ຮັກສາການຮ່ວມມືຢ່າງມີປະສິດທິຜົນໃນຂົງເຂດການສຶກສາ ແລະ ນັກຊ່ຽວຊານ.

ເພີ່ມທະວີການຮ່ວມມືລະຫວ່າງ ສະພາແຫ່ງຊາດ ຫວຽດນາມ - ໂມຊຳບິກ

        ໃນຊຸມປີຜ່ານມາ, ການພົວພັນລະຫວ່າງສະແຫ່ງຊາດ 2 ປະເທດ ໄດ້ຮັບການຮັກສາ, ເປັນຕົ້ນແມ່ນໃນຂອບເຂດບັນດາເວທີປາໄສລັດຖະສະພາຫຼາຍຝ່າຍ. ທີ່ກອງປະຊຸມປະທານສະພາແຫ່ງຊາດໂລກຄັ້ງທີ 5 (WCSP5) ຢູ່ ໂອຕາລິດ (ເດືອນ ກັນຍາ 2021), ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫ້ວ ໄດ້ພົບປະເຈລະຈາກັບທ່ານນາງປະທານສະແຫ່ງຊາດ ໂມຊຳບິກ Esperanca Laurinda Francisco Nhiuane Bias. ການນຳ 2 ທ່ານໄດ້ເຫັນດີເພີ່ມທະວີການແລກປ່ຽນບົດຮຽນໃນການເຄື່ອນໄຫວລັດຖະສະພາຂອງແຕ່ລະປະເທດ; ສົມທົບກັນໃນການປະຕິບັດການຕິດຕາມກວດກາ ແລະ ກະຕຸກຊຸກຍູ້ການປະຕິບັດບັນດາຂໍ້ຕົກລົງຮ່ວມມືເຊິ່ງລັດຖະບານ 2 ປະເທດໄດ້ລົງນາມ. 2 ຝ່າຍກໍ່ເປັນເອກະພາບກັນສະໜັບສະໜູນລັດຖະບານ, ທ້ອງຖິ່ນ, ວິສາຫະກິດ ແລະ ປະຊາຊົນ 2 ປະເທດ ເປີດກວ້າງການພົວພັນແລກປ່ຽນ, ຊຸກຍູ້ການຮ່ວມມື, ເພີ່ມທະວີຄວາມເຂົ້າໃຈເຊິ່ງກັນ ແລະ ກັນ…

        ໂດຍສືບທອດບັນດາໝາກຜົນບັນລຸໄດ້ທີ່ການພົບປະເຈລະຈານັ້ນ, ໃນຂອບເຂດການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການຂອງປະທານສະພາແຫ່ງຊາດ ໂມຊຳບິກ, ປະທານສະພາແຫ່ງຊາດ 2 ປະເທດ ສືບຕໍ່ແລກປ່ຽນມາດຕະການເພື່ອແນໃສ່ເພີ່ມທະວີການຮ່ວມມືລະຫວ່າງ 2 ສະພາແຫ່ງຊາດຢ່າງເລິກເຊິ່ງ, ກວ້າງຂວາງ, ແທດຈິງ, ບັນລຸປະສິດທິຜົນ, ກາຍເປັນຊ່ອງຮ່ວມມືສຳຄັນ, ບັນລຸປະສິດທິຜົນໃນການຊຸກຍູ້ການຮ່ວມມືລະຫວ່າງ 2 ປະເທດ. ປະທານສະພາແຫ່ງຊາດ 2 ປະເທດ ກໍ່ລົງນາມໃນບົດບັນທຶກຊ່ວຍຈຳການຮ່ວມມືລະຫວ່າງ 2 ສະພາແຫ່ງຊາດ.

        ຫວຽດນາມ ແລະ ໂມຊຳບິກ ພວມມານະພະຍາຍາມປັບປຸງ, ພັດທະນາການພົວພັນມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມືໃນຫຼາຍດ້ານລະຫວ່າງ 2 ປະເທດ, ມຸ່ງໄປເຖິງພິທີສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ (ປີ 2025). ການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການຂອງທ່ານນາງປະທານສະພາແຫ່ງຊາດ ໂມຊຳບິກ ຄັ້ງນີ້ ຈະເປັນການປະກອບສ່ວນສຳຄັນເພື່ອປະຕິບັດເປົ້າໝາຍດັ່ງກ່າວ.

ຕອບກັບ

ຂ່າວ/ບົດ​ອື່ນ