ການຮ່ວມມືຫລາຍຝ່າຍ ມີທີ່ຕັ້ງພິເສດໃນນະໂຍບາຍການຕ່າງປະເທດຂອງ ຫວຽດນາມ

(VOVWORLD) - ວັນທີ 29 ກັນຍາ, ທີ່ວາລະປຶກສາຫາລືຮ່ວມຂອງສະມັດຊາໃຫຍ່ສະຫະປະຊາຊາດຊຸດທີ 74, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ຟ້າມບີ່ງມິງ ໄດ້ມີບົດກ່າວຄຳເຫັນສຳຄັນດ້ວຍຫົວຂໍ້ວ່າ “ເພີ່ມທະວີພະລັງຊີວິດຂອງລັດທິຫລາຍຝ່າຍເພື່ອສັນຕິພາບ ແລະ ພັດທະນາແບບຍືນຍົງ”. 

ພ້ອມກັບເລື່ອງຢັ້ງຢືນການຮ່ວມມືຫລາຍຝ່າຍທີ່ມີທີ່ຕັ້ງພິເສດໃນນະໂຍບາຍການຕ່າງປະເທດຂອງ ຫວຽດນາມ, ທ່ານຮອງນາຍົກລັດຖະມົນຕີ ຟ້າມບີ່ງມິງ ກໍ່ຮຽກຮ້ອງປະຊາຄົມໂລກ ເພີ່ມທະວີພະລັງຊີວິດຂອງລັດທິຫລາຍຝ່າຍ.

ການຮ່ວມມືຫລາຍຝ່າຍ ມີທີ່ຕັ້ງພິເສດໃນນະໂຍບາຍການຕ່າງປະເທດຂອງ ຫວຽດນາມ - ảnh 1 ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ຟ້າມບີ່ງມິງ ໄກ່າວຄຳເຫັນ ທີ່ວາລະປຶກສາຫາລືຮ່ວມຂອງສະມັດຊາໃຫຍ່ສະຫະປະຊາຊາດຊຸດທີ 74

        ທ່ານຮອງນາຍົກລັດຖະມົນຕີ ຟ້າມບີ່ງມິງ ຢັ້ງຢືນວ່າ ໃນ ¾ ສະຕະວັດຜ່ານມາ, ລັດທິຫລາຍຝ່າຍ ດ້ວຍໃຈກາງແມ່ນສະຫະປະຊາຊາດ, ໄດ້ຢັ້ງຢືນບົດບາດທີ່ຈຳເປັນ ແລະ ບໍ່ອາດຂາດໄດ້ຂອງຕົນຢ່າງແທດຈິງ. ບັນດາລະບອບລະບຽບການຫລາຍຝ່າຍ ໄດ້ສ້າງໃຫ້ມີກົນໄກປຶກສາຫາລື, ການວາງກຳນົດນະໂຍບາຍລວມໃຫ້ບັນດາປະເທດໃນບັນດາບັນຫາຄຸ້ມຄອງທົ່ວໂລກ. ບັນດາເວທີປາໄສຫລາຍຝ່າຍ, ພິເສດແມ່ນສະຫະປະຊາຊາດ, ຍັງແມ່ນບ່ອນກໍ່ຮ່າງສ້າງຕົວແນວຄວາມຄິດ, ສ້າງມາດຕະການ ແລະ ຍຸດທະສາດ ແນໃສ່ປະສານຄວາມມານະພະຍາຍາມຂອງບັນດາປະເທດ ດ້ວຍບັນດາບັນຫາຄວາມໝັ້ນຄົງແບບເກົ່າ ແລະ ແບບໃໝ່, ແກ້ໄຂບັນດາສິ່ງທ້າທາຍທົ່ວໂລກ, ຍົກສູງຄຸນນະພາບຊີວິດການເປັນຢູ່ຂອງປະຊາຊົນ.

       ຫວຽດນາມ ຖືເປັນສຳຄັນການຮ່ວມມືຫລາຍຝ່າຍ

       ທ່ານຮອງນາຍົກລັດຖະມົນຕີ ຟ້າມບີ່ງມິງ ຢືນຢັນວ່າ ການຮ່ວມມືຫລາຍຝ່າຍມີທີ່ຕັ້ງພິເສດໃນນະໂຍບາຍການຕ່າງປະເທດຂອງ ຫວຽດນາມ. ວິວັດການປ່ຽນແປງໃໝ່, ການພັດທະນາ ແລະ ເຊືື່ອມໂຍງເຂົ້າກັບສາກົນຂອງ ຫວຽດນາມ ທີ່ຕິດພັນກັບການເຂົ້າຮ່ວມຂອງ ຫວຽດນາມ ເຂົ້າໃນບັນດາລະບອບລະບຽບການຫລາຍຝ່າຍຂອງພາກພື້ນ ແລະ ສາກົນ. ສະຫະປະຊາຊາດ ແລະ ບັນດາລະບອບລະບຽບການຫລາຍຝ່າຍ ກໍ່ແມ່ນບັນດາເວທີປາໄສການເມືອງ, ກອບນິຕິກຳສຳຄັນ ເພື່ອໃຫ້ ຫວຽດນາມ ຊຸກຍູ້ການພົວພັນຮ່ວມມືກັບບັນດາປະເທດໃນໂລກ. ຫວຽດນາມ ເຂົ້າຮ່ວມຢ່າງເປັນເຈົ້າການ, ຕັ້ງໜ້າ ແລະ ມີການປະກອບສ່ວນເຂົ້າໃນການກໍ່ສ້າງ, ຄວາມຮັບຜິດຊອບຫລາຍຢ່າງ ໃນບັນດາວິວັດທະນາການຫລາຍຝ່າຍ. ພ້ອມກັບບັນດາປະເທດ ອາຊຽນ, ຫວຽດນາມ ພວມມານະພະຍາຍາມເພີ່ມທະວີບົດບາດເປັນໃຈກາງຂອງ ອາຊຽນ ໃນການຮັກສາສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ ແລະ ເພີ່ມທະວີການພັດທະນາ, ວັດທະນາຖາວອນໃນພາກພື້ນ ອາຊີຕາເວັນອອກສ່ຽງໃຕ້ ແລະ ອາຊີ - ປາຊີຟິກ. ໃນຂອບເຂດສະຫະປະຊາຊາດ, ບັນດານັກຮົບກອງທັບປະຊາຊົນ ຫວຽດນາມ ໄດ້ເຂົ້າຮ່ວມບັນດາການເຄື່ອນໄຫວຮັກສາສັນຕິພາບ, ບັນດານັກການທູດ, ນັກຊ່ຽວຊານ ຫວຽດນາມ ໄດ້ເຂົ້າຮ່ວມການປະກອບສ່ວນສ້າງບັນດາໂຄງການດຳເນີນງານ ແລະ ນະໂຍບາຍຂອງສະຫະປະຊາຊາດກ່ຽວກັບການພັດທະນາແບບຍືນຍົງ, ກ່ຽວກັບທະເລ ແລະ ມະຫາສະໝຸດ, ກ່ຽວກັບການພັດທະນາສັງຄົມ, ຊຸກຍູ້ ແລະ ປົກປ້ອງສິດທິມະນຸດ. ຫວຽດນາມ ໃຫ້ຄຳໝັ້ນສັນຍາປະຕິບັດໂຄງການດຳເນີນງານປີ 2030 ກ່ຽວກັບການພັດທະນາແບບຍືນຍົງ ແລະ ຂໍ້ຕົກລົງ ປາຣີ ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດຢ່າງຄົບຖ້ວນ ແລະ ພິເສດແມ່ນມີບັນດາບາດກ້າວລະອຽດ ເພື່ອກ້າວໄປເຖິງການຢຸດຕິການນຳໃຊ້ເຄື່ອງເຮັດດ້ວຍຢາງປຼາດສະຕິກທີ່ນຳໃຊ້ເທື່ອດຽວໃນປີ 2025.

ເພີ່ມທະວີພະລັງຊີວິດຂອງລັດທິຫລາຍຝ່າຍ ແລະ ທັດສະນະຂອງ ຫວຽດນາມ

       ຕໍ່ໜ້າບັນດາສິ່ງທ້າທາຍຢ່າງໃຫຍ່ຫລວງຄືປັດຈຸບັນສຳລັບລັດທິຫລາຍຝ່າຍ, ທ່ານຮອງນາຍົກລັດຖະມົນຕີ ຟ້າມບີ່ງມິງ ໄດ້ຊີ້ໃຫ້ເຫັນວ່າ ປະຊາຄົມໂລກຄວນພ້ອມກັນເພີ່ມທະວີພະລັງຊີວິດຂອງລັດທິຫລາຍຝ່າຍ ແລະ ຊຸກຍູ້ການເຄື່ອນໄຫວຂອງສະຫະປະຊາຊາດ. ຕາມນັ້ນແລ້ວ, ຄວນຢັ້ງຢືນຄືນໃໝ່ບົດບາດ ແລະ ຄວາມສຳຄັນຂອງກົດໝາຍສາກົນ ແລະ ກົດບັດສະຫະປະຊາຊາດໃນການກໍ່ສ້າງຄວາມເປັນລະບຽບຮຽບຮ້ອຍໃນໂລກ ໂດຍອີງໃສ່ລະບຽບກົດໝາຍ, ຊຸກຍູ້ການພົວພັນລະຫວ່າງບັນດາປະເທດ ແລະ ເພີ່ມທະວີການຮ່ວມມືຫລາຍຝ່າຍ. ຫວຽດນາມ ຖືວ່າ: ເລື່ອງເຄົາລົບກົດໝາຍສາກົນແມ່ນວິທີການທີ່ມີປະສິດທິຜົນ ແນໃສ່ສະກັດກັ້ນການປະທະກັນ ກໍ່ຄືຊອກຫາບັນດາມາດຕະການທີ່ໝັ້ນຄົງຍາວນານໃຫ້ແກ່ການຂັດແຍ້ງ, ປະທະກັນ. ຫວຽດນາມ ສະໜັບສະໜູນທຸກຄວາມມານະພະຍາຍາມໃນການປະຕິບັດບັນດາມາດຕະການສັນຕິພາບແກ້ໄຂການຂັດແຍ້ງກັນຕາມກົດບັດສະຫະປະຊາຊາດ ແລະ ກົດໝາຍສາກົນ, ນັບແຕ່ການປຶກສາຫາລື, ການໄກ່ເກ່ຍຈົນເຖິງການນຳໃຊ້ບັນດາກົນໄກນິຕິທຳສາກົນ.

        ພ້ອມກັນນັ້ນ, ໂລກຄວນເພີ່ມທະວີການເຊື່ອມຕໍ່ລະຫວ່າງລັດທິຫລາຍຝ່າຍຢູ່ໃນລະດັບທົ່ວໂລກ ແລະ ພາກພື້ນ. ທ່ານຮອງນາຍົກລັດຖະມົນຕີ ຟ້າມບີ່ງມິງ ຢືນຢັນວ່າ: ຫວຽດນາມ ຊົມເຊີຍການຮ່ວມມື, ການສົມທົບກັນລະຫວ່າງສະຫະປະຊາຊາດ, ເປັນຕົ້ນແມ່ນສະພາຄວາມໝັ້ນຄົງ ກັບສະຫະພັນ ອາຟຣິກາ, ສະຫະພາບ ເອີຣົບ ແລະ ສະຫະພັນ ອາຣັບ ໃນຄວາມມານະພະຍາຍາມຮັບມືຕໍ່ບັນດາສິ່ງທ້າທາຍຄວາມໝັ້ນຄົງຢູ່ ອາຟຣິກາ, ຕາເວັນອອກກາງ. ຢູ່ພາກພື້ນ ອາຊີຕາເວັນອອກສ່ຽງໃຕ້, ດ້ວຍຖານະບົດບາດເປັນກຳມະການບໍ່ປະຈຳການສະພາຄວາມໝັ້ນຄົງສະຫະປະຊາຊາດ, ພ້ອມທັງເປັນປະທານ ອາຊຽນ ປີ 2020, ຫວຽດນາມ ປາດຖະໜາຢາກພ້ອມກັບບັນດາປະເທດສະມາຊິກເພີ່ມທະວີການສົມທົບກັນ, ໜູນຊ່ວຍເຊິ່ງກັນແລະກັນລະຫວ່າງສະພາຄວາມໝັ້ນຄົງກັບບັນດາອົງການຈັດຕັ້ງພາກພື້ນ ເພື່ອພ້ອມກັນປະກອບສ່ວນເຂົ້າໃນຄວາມມານະພະຍາຍາມລວມ ເພື່ອສະກັດກັ້ນການປະທະກັນ, ສ້າງສັນຕິພາບແບບຍືນຍົງ.

        ທ່ານຮອງນາຍົກລັດຖະມົນຕີ ຟ້າມບີ່ງມິງ ເນັ້ນໜັກວ່າ ບັນດາຄວາມມານະພະຍາຍາມຫລາຍຝ່າຍ ຄວນຖືມະນຸດເປັນໃຈກາງ. ຕາມນັ້ນແລ້ວ, ຫວຽດນາມ ກ່າວປະນາມບັນດາການກະທຳບຸກໂຈມຕີສາມັນຊົນກໍ່ຄືບັນດາພື້ນຖານໂຄງລ່າງທີ່ຈຳເປັນຕໍ່ຊີວິດການເປັນຢູ່ຂອງປະຊາຊົນ. ຫວຽດນາມ ສະໜັບສະໜູນ ແລະ ຈະສືບຕໍ່ປະກອບສ່ວນເຂົ້າໃນຄວາມມານະພະຍາຍາມຊຸກຍູ້ໂຄງການດຳເນີນງານຂອງສະຫະປະຊາຊາດກ່ຽວກັບແມ່ຍິງ, ສັນຕິພາບ ແລະ ຄວາມໝັ້ນຄົງ, ເດັກນ້ອຍໃນການປະທະກັນດ້ວຍອາວຸດ. ຫວຽດນາມ ກໍ່ໃຫ້ບຸລິມະສິດຊຸກຍູ້ບັນດາຄວາມມານະພະຍາຍາມກໍ່ສ້າງຄືນໃໝ່ພາຍຫລັງການປະທະກັນ, ເປັນຕົ້ນແມ່ນແກ້ໄຂຜົນຮ້າຍຢ້ອນຫລັງຈາກລະເບີດບໍ່ທັນແຕກ, ຮັບໃຊ້ປະຊາຊົນ ແລະ ວິວັດການພັດທະນາເສດຖະກິດ, ສັງຄົມຢູ່ບັນດາປະເທດ.

        ຫວຽດນາມ ກໍ່ຊົມເຊີຍບັນດາຄວາມມານະພະຍາຍາມປະຕິຮູບລະບົບການພັດທະນາສະຫະປະຊາຊາດ ເພື່ອເພີ່ມທະວີການສົມທົບ ແລະ ເຄື່ອນໄຫວຢ່າງມີປະສິດທິຜົນ ແລະ ເພີ່ມທະວີລັກສະນະເປັນເຈົ້າຂອງຂອງແຕ່ລະປະເທດໃນວິວັດການຮ່ວມມື, ລະດົມການເຂົ້າຮ່ວມປະກອບສ່ວນຂອງບັນດາອົງການຈັດຕັ້ງບໍ່ຂຶ້ນກັບລັດຖະບານ, ອົງການຈັດຕັ້ງສາກົນ ແລະ ປະຊາຊົນ. ແລະ ສຸດທ້າຍແມ່ນ ໃຫ້ຄຳໝັ້ນສັນຍາດ້ານການເມືອງຢ່າງແຮງຂອງແຕ່ລະລັດຖະບານ, ແຕ່ລະການນຳທີ່ມີຄວາມໝາຍຫຼັກແຫຼ່ງສຳລັບທຸກຄວາມມານະພະຍາຍາມເພີ່ມທະວີລັດທິຫລາຍຝ່າຍ. ຕາມທ່ານຮອງນາຍົກລັດຖະມົນຕີ ຟ້າມບີ່ງມິງ ແລ້ວ, ພຽງແຕ່ເຮັດໄດ້ຄືດັ່ງກ່າວເທົ່ານັ້ນ ປະຊາຄົມສາກົນຈຶ່ງສາມາດສ້າງໜ້າປະຫວັດສາດໃໝ່ໃຫ້ມວນມະນຸດດ້ວຍຄວາມສົດໃສກ່ວາ ແລະ ເໜືອກ່ວາສິ່ງໃດໝົດ ແມ່ນສັນຕິພາບ ແລະ ການພັດທະນາແບບຍືນຍົງ./.

ຕອບກັບ

ຂ່າວ/ບົດ​ອື່ນ