ການຮ່ວມມືແລະແຮກສ່ຽວລະຫວ່າງທ້ອງຖິ່ນຕ່າງໆຫວຽດນາມ-ລາວ: ນຳມາເຊິ່ງບັນດາປະສິດທິຜົນໃນການຮ່ວມມືຢ່າງແທດຈິງ

(VOVWORLD) - ສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ 2 ປະເທດຫວຽດນາມ - ລາວ ແມ່ນສາຍພົວພັນສັດຊື່ບໍລິສຸດ, ໂປ່ງໄສ ແລະ ຫາຍາກໃນໂລກ, ແມ່ນປັດໄຈສຳຄັນໃນການພັດທະນາຂອງ 2 ປະເທດ. ໄປຄຽງຄູ່ກັບການພົວພັນຮ່ວມມືຮອບດ້ານລະດັບລັດຖະບານ, ບັນດາຮູບການຮ່ວມມື ແລະ ແຮກນສ່ຽວລະຫວ່າງທ້ອງຖິ່ນຕ່າງໆຂອງ 2 ປະເທດກໍໄດ້ຮັບການເປີດກວ້າງຢ່າງບໍ່ຢຸດຢັ້ງ.

ເນື່ອງໃນໂອກາດທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄປຢ້ຽມຢາມລາວ ແລະ ເຂົ້າຮ່ວມກອງປະຊຸມຄັ້ງທີ 40 ຄະນະກຳມະການຮ່ວມພາຄີລະຫວ່າງລັດຖະບານຫວຽດນາມ - ລາວ, ບັນນາທິການ VOV ໄດ້ມີບົດຂຽນ “ການຮ່ວມມື ແລະ ແຮກສ່ຽວລະຫວ່າງທ້ອງຖິ່ນຕ່າງໆຂອງ 2 ປະເທດຫວຽດນາມ-ລາວ: ນຳມາເຊິ່ງບັນດາປະສິດທິຜົນໃນການຮ່ວມມືຢ່າງແທດຈິງ”.

        ຫວຽດນາມ ແລະ ລາວ ມີເສັ້ນຊາຍແດນຮ່ວມກັນດ້ວຍຄວາມຍາວປະມານ 2.300 ກວ່າກ.ມ, ໄປຜ່ານ 10 ແຂວງເຂດຊາຍແດນຂອງຫວຽດນາມ ແລະ ຕິດກັບ 10 ແຂວງເຂດຊາຍແດນຂອງລາວ. ໃນໄລຍະຜ່ານມາ, ມີຫຼາຍທ້ອງຖິ່ນລະຫວ່າງ 2 ປະເທດໄດ້ລົງນາມຮ່ວມມື, ແຮກສ່ຽວ ແລະ ການເຄື່ອນໄຫວດັ່ງກ່າວໄດ້ກາຍເປັນຮູບແບບທົ່ວໄປ, ໄດ້ຮັບການເປີດກວ້າງໃນຫຼາຍຂົງເຂດ ແລະ ນຳມາເຊິ່ງປະສິດທິຜົນທີ່ນັບມື້ນັບສູງ, ປະກອບສ່ວນຮັດແໜ້ນນ້ຳໃຈມິດຕະພາບລະຫວ່າງປະຊາຊົນ 2 ປະເທດ, ຕອບສະໜອງບັນດາຄວາມຮຽກຮ້ອງຢ່າງລະອຽດ, ແທດຈິງກ່ຽວກັບການຜະລິດ, ຊີວິດການເປັນຢູ່ ແລະ ວຽກເຮັດງານທຳ ກໍຄືນ້ຳໃຈຖານບ້ານໃກ້ເຮືອນຄຽງຂອງແຕ່ລະຝ່າຍ.

ການຮ່ວມມືແລະແຮກສ່ຽວລະຫວ່າງທ້ອງຖິ່ນຕ່າງໆຫວຽດນາມ-ລາວ: ນຳມາເຊິ່ງບັນດາປະສິດທິຜົນໃນການຮ່ວມມືຢ່າງແທດຈິງ - ảnh 1

ການຮ່ວມມືແຮກສ່ຽວນຳມາເຊິ່ງບັນດາປະສິດທິຜົນຢ່າງແທດຈິງ

(ພາບປະກອບ: dantri.com.vn)

ການຮ່ວມມືແຮກສ່ຽວນຳມາເຊິ່ງບັນດາປະສິດທິຜົນຢ່າງແທດຈິງ

        ຈາກເມື່ອກ່ອນຈົນເຖິງປະຈຸບັນ, ການຮ່ວມມື ແລະ ບັນດາການເຄື່ອນໄຫວແຮກສ່ຽວລະຫວ່າງທ້ອງຖິ່ນຕ່າງໆຂອງ 2 ປະເທດໄດ້ຮັບການພັດທະນາຢ່າງແຮງ ແລະ ຟົດຟື້ນທີ່ສຸດ. ບັນດາການເຄື່ອນໄຫວແລກປ່ຽນບົດຮຽນ, ພົບປະແລກປ່ຽນເພື່ອແນໃສ່ຊຸກຍູ້ພັດທະນາການຮ່ວມມືຮອບດ້ານໃນຫຼາຍຂົງເຂດຄື: ເສດຖະກິດ - ການຄ້າ, ການລົງທຶນ, ການທ່ອງທ່ຽວ, ວັດທະນະທຳ, ວິທະຍາສາດ - ເຕັກນິກ, ການສຶກສາ, ສາທາລະນະສຸກ, ການປ້ອງກັນຊາດ - ປ້ອງກັນຄວາມສະຫງົບ… ກວ່າ 10 ປີທີ່ຜ່ານມາ, ນັບແຕ່ແຂວງກວາງຈິ້ ໄດ້ແຮກສ່ຽວກັບ 2 ແຂວງ ສະຫວັນນະເຂດ ແລະ ສາລາວັນ ຂອງລາວ, ຊີວິດການເປັນຢູ່ຂອງປະຊາຊົນຢູ່ທີ່ນີ້ມີໂສມໜ້າໃໝ່ ມີການປ່ຽນແປງຫຼາຍຢ່າງ. ອ້າຍ ຫງວຽນວຽດຊິງ, ປະຊາຊົນຢູ່ເທດສະບານເມືອງລາວບາວ, ແຂວງກວາງຈິ້, ໃຫ້ຮູ້ວ່າ.

        “ໃນໄລຍະແຮກສ່ຽວຜ່ານມາ, ມີຄວາມສະດວກຫຼາຍຢ່າງ. ທີ 1 ແມ່ນການພັດທະນາເສດຖະກິດລະຫວ່າງ 2 ຝ່າຍ. ທີ 2 ແມ່ນບັນຫາການເມືອງ, ການປ້ອງກັນຊາດປ້ອງກັນຄວາມສະຫງົບລະຫວ່າງເຂດຊາຍແດນ 2 ປະເທດ. ຄວາມສະດວກທີ 3 ແມ່ນ 2 ຝ່າຍມີການໜູນຊ່ວຍ, ຊ່ວຍເຫຼືອເຊິ່ງກັນ ແລະ ກັນ, ເພີ່ມພູນຄູນສ້າງນ້ຳໃຈມິດຕະພາບລະຫວ່າງປະຊາຊົນ 2 ປະເທດ.  ກ່ຽວກັບປະສິດທິຜົນທາງດ້ານເສດຖະກິດ, ໄດ້ສ້າງວຽກເຮັດງານທຳຕື່ມອີກໃຫ້ປະຊາຊົນຢູ່ເຂດຊາຍແດນ. ຕອນທີ່ຫາກໍ່ມາຢູ່ແຫ່ງນີ້ກໍ່ປະສົບກັບຄວາມຫຍຸ້ງຍາກ ແລະ ຂາດເຂີນຫຼາຍຢ່າງ. ແຕ່ມາຮອດປະຈຸບັນ, ເວົ້າລວມແລ້ວຊີວິດການເປັນຢູ່ຂອງປະຊາຊົນໄດ້ຮັບການຮັບປະກັນ.”

        ບໍ່ພຽງແຕ່ຊ່ວຍເຫຼືອກັນທາງດ້ານເສດຖະກິດ, ປົວແປງຊີວິດການເປັນຢູ່ເທົ່ານັ້ນ, 2 ປະເທດຍັງສົມທົບກັນເປັນຢ່າງດີເພື່ອຮັບປະກັນຄວາມໝັ້ນຄົງຢູ່ເຂດຊາຍແດນ, ສ້າງເຂດຊາຍແດນຫວຽດນາມ - ລາວ ໃຫ້ກາຍເປັນເຂດຊາຍແດນແຫ່ງສັນຕິພາບ, ມິດຕະພາບ, ສະຖຽນລະພາບ, ຮ່ວມມື ແລະ ພັດທະນາຍາວນານ. ດ້ຽນບຽນ, ແມ່ນແຂວງທີ່ມີເສັ້ນຊາຍແດນຍາວທີ 2 ໃນລະບົບເສັ້ນຊາຍແດນຫວຽດນາມ - ລາວ. ຍ້ອນມີການພົບປະແລກປ່ຽນ, ການຮ່ວມມືຢ່າງແໜ້ນແຟ້ນເປັນປະຈຳລະຫວ່າງ 2 ຝ່າຍ, ໂດຍລະອຽດແມ່ນແຂວງດ້ຽນບຽນ ກັບແຂວງ ຫຼວງພະບາງ ແລະ ແຂວງຜົ້ງສາລີ ຂອງລາວ, ສະນັ້ນ ນີ້ແມ່ນທ້ອງຖິ່ນນຳໜ້າໃນທົ່ວປະເທດກ່ຽວກັບການປະຕິບັດຄວາມຄືບໜ້າໃນການປັກຫຼັກໝາຍຖີ່, ບູລະນະຫຼັກໝາຍຊາຍແດນຫວຽດນາມ - ລາວ. ທ່ານ ເລແທ່ງໂດ, ຮອງປະທານຄະນະກຳມະການປະຊາຊົນແຂວງດ້ຽນບຽນ, ຢືນຢັນວ່າ.

        “2 ຝ່າຍໄດ້ແລກປ່ຽນມາດຕະການຕ່າງໆເພື່ອແກ້ໄຂຄວາມຫຍຸ້ງຍາກ ແລະ ເປັນເອກະພາບກົນໄກດຳເນີນໃນວິວັດການຜັນຂະຫຍາຍຢ່າງເປັນປະຈຳ. ເຖິງວ່າຍັງປະສົບກັບຄວາມຫຍຸ້ງຍາກຍ້ອນພູມີສັນຖານຖືກແບ່ງແຍກ, ປະຊາຊົນຢູ້ກະແຈກກະຈາຍ, ເປັນຕົ້ນແມ່ນປະຊາຊົນຊາວເຜົ່າສ່ວນໜ້ອຍ, ທາງຄົມມະນາຄົມ ແລະ ການໄປມາປະສົບກັບຄວາມຫຍຸ້ງຍາກທີ່ສຸດໃນລະບົບຊາຍແດນຫວຽດນາມ - ລາວ. ແຕ່ຍ້ອນມີການສົມທົບກັນຢ່າງແໜ້ນແຟ້ນລະຫວ່າງບັນດາອົງການ, ຂະແໜງການແຂວງດ້ຽນບຽນ ແລະ ຝ່າຍລາວ, ພິເສດແມ່ນການສະໜັບສະໜູນ, ຄວາມເຫັນດີເຫັນພ້ອມຂອງປະຊາຊົນຢູ່ 2 ເຂດຊາຍແດນ, ສະນັ້ນ, ວຽກງານປັກຫຼັກໝາຍຖີ່ ແລະ ບູລະນະລະບົບຫຼັກໝາຍຊາຍແດນແຫ່ງຊາດຫວຽດນາມ - ລາວ ຂອງແຂງໄດ້ບັນລຸຜົນສຳເລັດຢ່າງຈົບງາມ”.

ການຮ່ວມມືສືບຕໍ່ແມ່ນຄວາມຕ້ອງການແມ່ນທ່າອ່ຽງທີ່ຈຳເປັນ

        ປະຈຸບັນ, ປະຊາຊົນ 2 ປະເທດພວມຕັ້ງໜ້າປະຕິບັດສຳເລັດແຜນການພັດທະນາເສດຖະກິດ, ສັງຄົມ. ຫວຽດນາມ ສູ້ຊົນປະຕິບັດເປົ້າໝາຍຮອດປີ 2020 ກາຍເປັນປະເທດອຸດສາຫະກຳໂດຍພື້ນຖານຕາມທິດທັນສະໄໝ. ລາວກໍ່ພວມສຸມໃສ່ຂຸດຄົ້ນບັນດາຄວາມສາມາດບົ່ມຊ້ອນ ແລະ ທ່າແຮງຢູ່ພາຍໃນປະເທດ ດ້ວຍວິທີເສີມຂະຫຍາຍກຳລັງແຮງບັນດາພາກສ່ວນເສດຖະກິດຕາມກົນໄກການຕະຫຼາດ, ສົມທົບກັບການເປີດກວ້າງການພົວພັນຮ່ວມມືກັບພາຍນອກເພື່ອຮອດປີ 2020 ຫຼຸດຜົ້ນອອກຈາກສະພາບດ້ອຍພັດທະນາ, ສ້າງປະຖົມປັດໄຈທີ່ຈຳເປັນເພື່ອນຳປະເທດກ້າວຂຶ້ນຕາມກຳນົດທິດສັງຄົມນິຍົມແບບຍືນຍົງ. ບົນເສັ້ນທາງກ້າວຂຶ້ນສູ່ຄວາມສີວິໄລທັນສະໄໝ, ການຮ່ວມມືຮອບດ້ານ, ບັນດາການເຄື່ອນໄຫວແຮກສ່ຽວລະຫວ່າງບັນດາທ້ອງຖິ່ນໄດ້ຮັບການເປີດກວ້າງຢ່າງບໍ່ຢຸດຢັ້ງນັ້ນ ແມ່ນສິ່ງພິສູດໃຫ້ເຫັນຄວາມສາມັກຄີຢ່າງແໜ້ນແຟ້ນ, ຄວາມສະໜິດຕິດພັນນ້ຳໃຈມິດຕະພາບແບບພິເສດຂອງ 2 ປະເທດຫວຽດນາມ - ລາວ. ພ້ອມກັນນັ້ນ, ນີ້ກໍ່ແມ່ນໜຶ່ງໃນບັນດາຜົນສຳເລັດຂອງວຽກງານພົວພັນຕ່າງປະເທດປະຊາຊົນລະຫວ່າງ 2 ປະເທດ ໃນສະພາບການເຊື່ອມໂຍງເຂົ້າກັບທົ່ວໂລກ, ແມ່ນໜຶ່ງໃນບັນດາປັດໄຈທີ່ກະທົບຢ່າງຕັ້ງໜ້າ, ຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງ 2 ພັກ, 2 ລັດ, ຫວຽດນາມ - ລາວ ໃຫ້ຂຶ້ນສູ່ລະດັບສູງໃໝ່.

ຕອບກັບ

ຂ່າວ/ບົດ​ອື່ນ