​ການ​​ເຂົ້າ​ຮ່ວມ​ສະພາ​ຄວາມໝັ້ນຄົງ ສ​ປຊ ຊ່ວຍ​ຍົກ​ສູງ​ທີ່​ຕັ້ງບົດບາດຂອງຫວຽດນາມ

(VOVWORLD) -  ຫວຽດນາມ ສືບຕໍ່ຮັບສະໝັກເລືອກຕັ້ງເປັນກໍາມະການບໍ່ປະຈໍາການສະພາຄວາມໝັ້ນຄົງ ສປຊ ອາຍຸການ 2020  2021 ພາຍຫຼັງໄດ້ຮັບດໍາລົງຕໍາແໜ່່ງເປັນກໍາມະການບໍ່ປະຈໍາການສະພາຄວາມໝັ້ນຄົງ ສປຊ ອາຍຸການ 2008  2009 ດ້ວຍບັນດາການປະກອບສ່ວນຢ່າງແທດຈິງ ແລະ ເປັນທີ່ຍອມຮັບ ແລະ ຕີລາຄາສູງຈາກເພື່ອນມິດສາກົນ. ເລື່ອງສືບຕໍ່່ຮັບສະໝັກເລືອກຕັ້ງ ສະແດງໃຫ້ເຫັນວ່າ ຄວາມປາດຖະໜາຢາກເຊື່ອມໂຍງທີ່ນັບມື້ນັບເລິກເຊິ່ງກວ້າງຂວາງ, ກາຍເປັນສະມາຊິກມີຄວາມຮັບຜິດຊອບຂອງປະຊາຄົມສາກົນ ແລະ ສືບຕໍ່ປະກອບສ່ວນຢ່າງໃຫຍ່ຫຼວງກວ່າເຂົ້າໃນການສ້າງສັນຕິພາບ, ພັດທະນາ ແລະ ວັດທະນາຖາວອນໃນໂລກ ຂອງຫວຽດນາມ.

 ໂດຍເປັນໜຶ່ງໃນ 6 ອົງການຫຼັກຂອງ ສະຫະປະຊາຊາດ, ສະພາຄວາມໝັ້ນຄົງ ໄດ້ຮັບການມອບໝາຍໜ້າທີ່ຈາກບັນດາປະເທດສະມາຊິກວ່າ ແມ່ນອົງການຮັບຜິດຊອບຕົ້ນຕໍໃນການຮັກສາສັນຕິພາບ ແລະ ຄວາມໝັ້ນຄົງສາກົນ.  ສະພາຄວາມໝັ້ນຄົງ ລວມມີ 15 ສະມາຊິກ: 5 ສະມາຊິກປະຈໍາ (ຄື: ຈີນ, ຝລັ່ງ, ລັດເຊຍ, ອັງກິດ ແລະ ອາເມລິກາ) ແລະ 10 ສະມາຊິກບໍ່ປະຈໍາ ມີອາຍຸການເປັນເວລາ 02 ປີ ໂດຍ ສະມັດຊາໃຫຍ່ ສະຫະປະຊາຊາດ ເລືອກຕັ້ງ. 10 ທີ່ນັ່ງ ບໍ່ປະຈໍາການສະພາຄວາມໝັ້ນຄົງ ແມ່ນໄດ້ຈັດແບ່ງຕາມຂົງເຂດພູມມີປະເທດ.

​ການ​​ເຂົ້າ​ຮ່ວມ​ສະພາ​ຄວາມໝັ້ນຄົງ ສ​ປຊ ຊ່ວຍ​ຍົກ​ສູງ​ທີ່​ຕັ້ງບົດບາດຂອງຫວຽດນາມ - ảnh 1 ທ່ານເອກອັກຄະລັດຖະທູດດັ້ງດິ່ງກຸ໊ຍ ຫົວໜ້າຜູ້ຕາງໜ້າຫວຽດນາມ ປະຈໍາ ສປຊ ກ່າວຄໍາເຫັນທີ່ກອງປະຊຸມປຶກສາຫາລື ຢູ່ ນິວຢອກ ໃນວັນທີ 23/05/2019 (ພາບ:TTXVN)

        ຫວຽດນາມ ໄດ້ປະກອບສ່ວນຢ່າງຕັ້ງໜ້າ, ເປັນເຈົ້າການ ແລະ ຮອບດ້ານ

        ພາຍຫຼັງໄດ້ຮັບເລືອກຕັ້ງເປັນສະມາຊິກບໍ່ປະຈໍາການສະພາຄວາມໝັ້້ນຄົງ ສປຊ ອາຍຸການ 2008 – 2009 ຈາກ ສະມັດຊາໃຫຍ່ ສປຊ, ຫວຽດນາມ ໄດ້ເຂົ້າຮ່ວມ ແລະ ມີການປະກອບສ່ວນຢ່າງຕັ້ງໜ້າ, ເປັນເຈົ້າການ ແລະ ຮອບດ້ານເຂົ້າໃນບັນດາບັນຫາທັງໝົດຂອງ ສະພາຄວາມໝັ້ນຄົງ. ບໍ່ພຽງແຕ່ປັບຕົວຢ່າງໄວວາ ແລະ ເຂົ້າຮ່ວມກອງປະຊຸມ 1.500  ຄັ້ງ ຂອງ ສະພາຄວາມໝັ້້ນຄົງ ຢ່າງຄົບຖ້ວນເທົ່ານັ້ນ, ຫວຽດນາມ ຍັງປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນທຸກບັນຫາ ແລະ ບັນດາຂອດການທັງໝົດ ນັບແຕ່ຂອດກ່າວປາໄສ, ເຂົ້າຮ່ວມການເຈລະຈາ ຕະຫຼອດຮອດການປະກອບສ່ວນເຂົ້າໃນການຮຽບຮຽງມະຕິ, ເອກະສານ ອີກດ້ວຍ. ຫວຽດນາມ ໄດ້ເປັນປະທານ ແລະ ຮອງປະທານອະນຸກໍາມະການຈໍານວນໜຶ່ງຂອງ ສະພາຄວາມໝັ້ນຄົງ, ເປັນປະທານປະຈໍາເດືອນ ສະພາຄວາມໝັ້້ນຄົງ ສອງຄັ້ງ, ສ້າງບົດລາຍງານປະຈໍາປີ ກ່ຽວກັບວຽກງານຂອງ ສະພາຄວາມໝັ້ນຄົງ, ກໍຄື ຮັບຜິດຊອບການຮຽບຮຽງ, ເຈລະຈາ ຊ່ວຍ ສະພາຄວາມໝັ້ນຄົງ ຮັບຮອງເອົາ ມະຕິ ວ່າດ້ວຍແມ່ຍິງ ແລະ ສັນຕິພາບ, ຄວາມໝັ້ນຄົງ. ໂດຍເປັນປະເທດຕາງໜ້າຂອງ ອາຊີ, ຫວຽດນາມ ໄດ້ເອົາໃຈໃສ່ເຖິງການຊຸກຍູ້ແກ້ໄຂບັນດາບັນຫາໃນພາກພື້ນໂດຍສັນຕິວິທີ. ຫວຽດນາມ ເອົາໃຈໃສ່ຊຸກຍູ້ບັນດາບັນຫາຢູ່ບັນດາພາກພື້ນອື່ນໆຄື ອາຟະລິກາ, ຕາເວັນອອກກາງ. ໃນການເປັນປະທານປະຈໍາເດືອນ ສະພາຄວາມໝັ້ນຄົງ 2 ຄັ້ງນັ້ນ, ຫວຽດນາມ ລ້ວນແຕ່່ຊຸກຍູ້ການປຶກສາຫາລືເປີດກວ້າງກ່ຽວກັບບັນຫາສັນຕິພາບຢູ່ ຕາເວັນອອກກາງ.

        ການເຂົ້າຮ່ວມ ແລະ ລົງມະຕິຂອງຫວຽດນາມ ຢູ່ ສະພາຄວາມໝັ້້ນຄົງ ກ່ຽວກັບບັນດາບັນຫາຕ້ານສົງຄາມ, ຫຼຸດກໍາລັງທັບ, ຕ້ານການກໍ່ການຮ້າຍ, ຈໍາກັດການນໍາໃຊ້ບັນດາມາດຕະການລົງໂທດ, ປະກອບສ່ວນເຂົ້າໃນການປົກປັກຮັກສາເອກະລາດ, ອະທິປະໄຕ, ຍູ້ຖອຍບັນດາກົນອຸບາຍສວຍໃຊ້ປະຊາທິປະໄຕ, ສິດທິມະນຸດເພື່ອແຊກແຊງ... ອັນໄດ້ປະກອບສ່ວນເຂົ້າໃນການຮັບປະກັນຫຼັກໝັ້ນຫຼັກການ ກໍຄື ບັນດາຜົນປະໂຫຍດຂອງປະເທດຊາດ. ພ້ອມກັນນັ້ນ, ຫວຽດນາມ ໄດ້ມີຄວາມພິກໄຫວ, ສະຫຼາດຄ່ອງແຄ້ວໃນການແກ້ໄຂການພົວພັນລະຫວ່າງບັນດາປະເທດໃຫຍ່, ບັນດາປະເທດທີ່ມີຜົນປະໂຫຍດກ່ຽວຂ້ອງ ແລະ ບັນດາປະເທດເພື່ອນມິດທີ່ເປັນມູນເຊື້ອ ໄດ້ເປັນຢ່າງດີ.. ບົນພື້ນຖານເຄົາລົບ ແລະ ປົກປ້ອງບັນດາຜົນປະໂຫຍດອັນຊອບທໍາຂອງບັນດາຝ່າຍ, ສອດຄ່ອງກັບ ສົນທິສັນຍາ ສປຊ ແລະ ກົດໝາຍສາກົນ. ຫວຽດນາມ ໄດ້ຮັກສາການພົບປະແລກປ່ຽນ, ການປຶກສາກັບບັນດາປະເທດສະມາຊິກ ສະພາຄວາມໝັ້້ນຄົງ ຢູ່ຂັ້ນຕ່າງໆ, ຢູ່ ນິວຢອກ ແລະ ນະຄອນຫຼວງຂອງບັນດາປະເທດ ເປັນປະຈໍາ, ໂດຍສະເພາະແມ່ນກັບ ລັດເຊຍ ແລະ ຈີນ ສ້າງການພົວພັນຮ່ວມມື, ຄວາມໄວ້ເນື້ອເຊື່ອໃຈ, ກົງໄປກົງມາ ກັບ ອາເມລິກາ, ອັງກິດ, ຝລັ່ງ... ໄປຄຽງຄູ່ກັນນັ້ນ,ຫວຽດນາມ ຍັງມີການແລກປ່ຽນປະຈໍາໄລຍະກັບບັນດາກຸ່ມປະເທດ ອາຊີ, ອາຟີຼກາ, ອາຮັບ ແລະ ສວມບົດບາດແກ່ນສານໃນກຸ່ມບັນດາປະເທດ ບໍ່ຮ່ວມກຸ່ມຢູ່ສະພາຄວາມໝັ້້ນຄົງ.

        ໃນຕະຫຼອດໄລຍະ ເປັນກໍາມະການບໍ່ປະຈໍາການສະພາຄວາມໝັ້ນຄົງ ສປຊ ປິ 2008 – 2009, ຫວຽດນາມ ໄດ້ຜັນຂະຫຍາຍແນວທາງການຕ່່າງປະເທດຮັກຫອມສັນຕິພາບຢ່າງມີປະສິດທິຜົນ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການແກ້ໄຂການປະທະກັນ, ວິກິດການໃນໂລກ, ສະໜັບສະໜູນບັນດາມາດຕະການແກ້ໄຂໂດຍຜ່ານການເຈລະຈາສັນຕິພາບ, ຈໍາກັດບັນດາມາດຕະການລົງໂທດ, ອີງໃສ່ພື້ນຖານກົດໝາຍສາກົນ ແລະ ບັນດາຫຼັກການຂອງ ສົນທິສັນຍາ ສປຊ ແລະ ຮັບປະກັນບັນດາສິດອັນເປັນພື້ນຖານຂອງຊາດ. ຜ່ານນັ້ນ, ປະກອບສ່ວນໃຫ້ແກ່ສັນຕິພາບ, ຄວາມໝັ້ນຄົງໃນໂລກເວົ້າລວມ, ຮັບປະກັນສະພາບແວດລ້ອມແຫ່ງຄວາມໝັ້ນຄົງ, ສ້າງເງື່ອນໄຂສະດວກໃຫ້ແກ່ກິດຈະການຫັນປະເທດຊາດເປັນອຸດສາຫະກໍາ ແລະ ທັນສະໄໝ.

        ຍົກສູງພາບພົດ, ທີ່ຕັ້ງບົດບາດຂອງຫວຽດນາມ

        ອາດເວົ້າໄດ້ວ່າ, ການເຄື່ອນໄຫວຂອງຫວຽດນາມ ຢູ່ອົງການຮ່ວມມືຫຼາຍຝ່າຍ ສະພາຄວາມໝັ້້ນຄົງ ສປຊ ໄດ້ປະກອບສ່່ວນຍົກສູງພາບພົດ ແລະ ທີ່ຕັ້ງບົດບາດຂອງຫວຽດນາມ, ຊຸກຍູ້ການພົວພັນສອງຝ່າຍລະຫວ່າງ ຫວຽດນາມ ແລະ ບັນດາຄູ່ຮ່ວມມື, ແມ່ນພະຍານຫຼັກຖານພິສູດຢ່າງລະອຽດ, ຈະແຈ້ງກ່ຽວກັບປະເທດຫວຽດນາມ ເປັນເຈົ້າການ, ໝັ້ນໃຈໃນການເຊື່ອມໂຍງເຂົ້າກັບສາກົນ. ເລຂາທິການໃຫຍ່ ສປຊ ແລະ ການນໍາຫຼາຍປະເທດ, ພິເສດແມ່ນບັນດາປະເທດໃຫຍ່, ບັນດາຄູ່ຮ່ວມມືສໍາຄັນ ແລະ ບັນດາປະເທດໃນພາກພື້ນ ລ້ວນແຕ່ຕີລາຄາສູງບັນດາການປະກອບສ່ວນຂອງຫວຽດນາມ ຢູ່ ສະພາຄວາມໝັ້ນຄົງ, ໂດຍຖືວ່າ ຫວຽດນາມ ໄດ້ເປັນເຈົ້າການ, ປະກອບສ່ວນຢ່າງຕັ້ງໜ້າ, ມີຄວາມຮັບຜິດຊອບ ແລະ ມີລັກສະນະສ້າງສັນເຂົ້າໃນວຽກງານລວມ ແລະ ປາດຖະໜາຢາກໃຫ້ ຫວຽດນາມ ສວມບົດບາດໃຫຍ່ຫຼວງກວ່າໃນການເຂົ້າຮ່ວມການແກ້ໄຂບັນດາບັນຫາໃນພາກພື້ນ ແລະ ສາກົນ, ພິເສດ ເມື່ອຫວຽດນາມ ຮັບດໍາລົງຕໍາແໜ່ງເປັນປະທານ ອາຊຽນ (ສະມາຄົມປະຊາຊາດ ອາຊີຕາເວັນອອກສ່ຽງໃຕ້) ໃນປີ 2020.

        ສືບຕໍ່ຜົນສໍາເລັດດັ່ງກ່າວ, ປັດຈຸບັນ, ຫວຽດນາມ ໄດ້ຮັບການສະໜັບສະໜູນຈາກຫຼາຍປະເທດ ເພື່ອຮັບສະໝັກເລືອກຕັ້ງ ເຂົ້າ ສະພາຄວາມໝັ້້ນຄົງ ອີກຄັ້ງໜຶ່ງໃນ ອາຍຸການ 2020 – 2021. ເລື່ອງ ສືບຕໍ່ຮັບສະໝັກເລືອກຕັ້ງເຂົ້າອົງການສໍາຄັນດັ່ງກ່າວ ພາຍຫຼັງຜົນສໍາເລັດໃນອາຍຸການ 2008 – 2009 ໄດ້ສະແດງໃຫ້ເຫັນຄວາມຕັດສິນໃຈຂອງ ຫວຽດນາມ ໃນການປະຕິບັດແນວທາງການຕ່າງປະເທດສັນຕິພາບ ເພື່ອເອກະລາດແຫ່ງຊາດ, ການຮ່ວມມື ແລະ ພັດທະນາຂອງຕົນ. ນີ້ກໍແມ່ນການສະແດງໃຫ້ເຫັນຢ່າງສູງສຸດຂອງນະໂຍບາຍການຕ່າງປະເທດ ຫຼາຍຮູບຫຼາຍແບບ, ຫຼາຍຝ່າຍ ແລະ ເຂົ້າຮ່ວມຢ່າງຕັ້ງໜ້າ ແລະ ມີຄວາມຮັບຜິດຊອບຢູ່ບັນດາເວທີປາໄສ ແລະ ອົງການຈັດຕັ້ງສາກົນ ຂອງຫວຽດນາມ./.

ຕອບກັບ

ຂ່າວ/ບົດ​ອື່ນ