ການ​ເຄື່ອນ​ໄຫວ​​ທາງສາ​ສະ​ຫ​ນາ​ແລະ​ຄວາມ​ຮັບ​ຜິດ​ຊອບ​ຕໍ່​ວົງ​ຄະ​​ນະຍາດ

(VOVWORLD) -ໃນໄລຍະຜ່ານມາພາຍຫລັງມີຄຳເຕືອນຂອງລັດຖະບານແລະບັນດາອົງການທີ່ມີນ້າທີ່ຮັບຜິດຊອບປະທານສະພາສັງຄະລາດຫວຽດນາມແລະສັງຄະລາບັນດາເຂດຊາວຄຼິດລ້ວແຕ່ມີການແນະນຳໃຫ້ຜູ້ມີຍົດສັກຕຳແຫນ່ງຕ່າງໆນັກບວດຊາວຄຼິດປະຕິບັດບັນດາມາດຕະການປ້ອງກັນສະກັດກັນໂລກລະບາດໂດຍບັນດາອົງການວິຊາສະເພາະກ່າວເຕືອນແລະປຕິບັດການປ້ອງກັນຄວບຄຸມໂລກລະບາດໂຄວິດ 19 ຢ່າງເຂັ້ມງວດພໍ່ແມ່ປະຊາຊົນຊາວຄຼິດໃນທົ່ວປະເທດໄດ້ແລະພວມຈັດຕັ້ງການເຄື່ອນໄຫວທາງສາສະນາຢ່າງເໝາະສົມກັບສະພາບການປະຈຸບັນແລະຕ້ອງມີຄວາມຮັບຜິດຊອບຕໍ່ວົງຄະນະຍາດ.
ການ​ເຄື່ອນ​ໄຫວ​​ທາງສາ​ສະ​ຫ​ນາ​ແລະ​ຄວາມ​ຮັບ​ຜິດ​ຊອບ​ຕໍ່​ວົງ​ຄະ​​ນະຍາດ - ảnh 1ສັງຄະນາຍົກສຳນັກເຂດຊາວຄຼິດນະຄອນໂຮ່ຈີມິນຫງວຽນນັງ (ພາບ: tuoitre.vn)

ພາຍຫລັງນາຍົກລັດຖະມົນຕີປະກາດໃຊ້ຄຳສັ່ງເລກທີ 16 ວ່າດ້ວຍການປະຕິບັດບັນດາມາດຕະການຮີບດ່ວນເພື່ອປ້ອງກັນສະກັດກັ້ນໂລກລະບາດໂຄວິດ 19 ເພື່ອສຸຂະພາບຂອງວົງຄະນະຍາດ, ມີສະຕິຄວາມຮັບຜິດຊອບຕໍ່ສັງຄົມ,ຕໍ່ປະເທດຊາດ, ມີເຂດຊາວຄຼິດຫລາຍແຫ່ງໄດ້ຢຸດຕິບັນດາການເຄື່ອນໄຫວໂດຍມີຊາວຄຼິດເຂົ້າຮ່ວມໂດຍກົງ, ໄດ້ຈັດຕັ້ງພິທີສວດມົນທາງອອນລາຍໃຫ້ແກ່ຊາວຄຼິດແລະຜູ້ມີຍົດສັກຕຳແຫນ່ງຕ່າງໆ.

ພ້ອມກັບວົງຄະນະຍາດສະກັດກັ້ນໂລກລະບາດ

ວັນທີ 25 ມີນາ, ສັງຄະນາຍົກສຳນັກເຂດຊາວຄຼິດນະຄອນໂຮ່ຈີມິນຫງວຽນນັງໄດ້ສົ່ງຈົດໝາຍແນະນຳໃຫ້ບັນດາໂບດແຫ່ງຕ່າງໆຂອງບັນດາເຂດຊາວຄຼິດຢຸດຕິທຸກການເຄື່ອນໄຫວທາງສະຫນາໂດຍມີການເຂົ້າຮ່ວມຂອງປະຊາຄົມຊາວຄຼິດ.

ໃນຈົດໝາຍ, ສັງຄະນາຍົກຫງວຽນນັງເນັ້ນຫນັກວ່າ: ນີ້ແມ່ນການກະທຳຮ່ວມແຮງຮ່ວມໃຈພ້ອມກັບປະຊາຊົນໃນທົ່ວປະເທດເພື່ອປ້ອງກັນສະກັດກັ້ນໂລກລະບາດ, ບໍ່ພຽງແຕ່ເພື່ອຄວາມປອດໄພຂອງຕົນເອງເທົ່ານັ້ນຫາກຍັງແມ່ນການກະທຳເຕັມໄປດ້ວຍຄວາມຮັບຜິດຊອບຕໍ່ວົງຄະນະຍາດແຫ່ງຊາດແລະປະຊາຄົມມວນມະນຸດ.

ໃນແຈ້ງການປະກາດເມື່ອວັນທີ 28 ມີນາ, ສັງຄະນາຍົກບູ່ຍຈູກໍ່ໄດ້ສົ່ງສານທີ່ວ່າ “ຢູ່ໂຣມປະເທດອີຕາລີແລະເຂດຊາວຄຼິດຫລາຍແຫ່ງໃນທົ່ວປະເທດ, ບັນດາຜູ້ຮັບຜິດຊອບເຂດຊາວຄຼິດກໍ່ໄດ້ຕົກລົງຢຸດຕິທຸກພິທີສວດມົນແລະການເຄື່ອນໄຫວທາງສາສະຫນາໂດຍມີການເຕົ້າໂຮມຂອງຊາວຄຼິດຫລາຍຄົນ.

ພ້ອມກັນນັ້ນ ນັບແຕ່ວັນທີ 27 ມີນາ ສັງຄະນາຍົກ ສຳນັກເຂດຊາວຄຼິດບວນມາທວັດກໍ່ໄດ້ສົ່ງຈົດໝາຍໄປຍັງເຂດຊາວຄຼິດ 106 ແຫ່ງແລະນັກບວດໃນເຂດຊາວຄຼິດບວນມາທວັດຮັບຊາບກ່ຽວກັບການຢຸດຕິພິທີສວດມົນແລະການເຄື່ອນໄຫວທາງສາສະຫນາເພື່ອປະກອບສ່ວນໃນການປ້ອງກັນສະກັດກັ້ນໂລກລະບາດ. ຕາມທ່ານ ງຽມວັນຈວ໋ນ ຫົວຫນ້າຄະນະສາສະຫນາ ແຂວງ ດັກລັກ ແລ້ວ, ບັນດາສາສະຫນາໃນບໍລິເວນແຂວງ ລ້ວນແຕ່ປະຕິບັດການປ້ອງກັນ ສະກັດກັ້ນໂລກລະບາດ ໂຄວິດ 19 ຢ່າງເຂັ້ມງວດ ບໍ່ຈັດຕັ້ງພິທີກຳ ພຽງແຕ່ ແນະນຳໃຫ້ພະສົງ, ສຳມະເນນປະຕິບັດການເຄື່ອນໄຫວເຫລື້ອມໃສທາງອອນລາຍ.

ພວກຂ້າພະເຈົ້າສືບຕໍ່ແລກປ່ຽນກັບບັນດາຜູ້ມີຍົກສັກຕຳແຫນ່ງຮັບຜິດຊອບບັນດາອົງການສາສະນາ, ເຂົາເຈົ້າໄດ້ຕອບສະຫນອງຢ່າງຕັ້ງນ້າແລະໄດ້ມີຈົດໝາຍສົ່ງເຖິງບັນດາຮາກຖານສາສະນາເພື່ອຢຸດຕິທຸກການເຄື່ອນໄຫວຈົນເຖິງເມື່ອໃດລັດຖະບານປະກາດເອກະສານແນະນຳສະບັບໃຫມ່. ພວກຂ້າພະເຈົ້າຢັ້ງຢືນຢ່າງແນວແນ່ວ່າບັນດາສາສະນາຢູ່ບໍລິເວນແຂວງດັກລັກປະຕິບັດເນື້ອໃຈຈິດໃຈລວມເພື່ອສຸຂະພາບຂອງວົງຄະນະຍາດ.”

ຕ້ອງມີຄວາມຮັບຜິດຊອບເພື່ອວົງຄະນະຍາດ

ໃນຂະນະທີ່ມີເຂດຊາວຄຼິດຫລາຍແຫ່ງໃນທົ່ວປະເທດຈັດຕັ້ງການເຄື່ອນໄຫວສາສະຫນາຕາມເນື້ອໃນຈິດໃຈຄຳສັ່ງເລກທີ 16 ຂອງນາຍົກລັດຖະມົນຕີ, ເຂດຊາວຄຼິດ 6 ແຫ່ງຢູ່ແຂວງຮ່າຕິ້ງພັດຈັດຕັ້ງພິທີສວດມົນໃນວັນເສົາແລະວັນອາທິດຜ່ານມາໂດຍມີ ຊາວຄຼິດເຂົ້າຮ່ວມເປັນຈຳນວນເກືອບ 200-500 ຄົນນັ້ນໄດ້ເຮັດໃຫ້ມີຄວາມສ່ຽງຕິດແປດໂລກລະບາດໃນວົງຄະນະຍາດເພີ່ມຂຶ້ນ, ກໍ່ຄວາມຂ້ອງໃຈໃນໝູ່ປະຊາຊົນ. ພາຍຫລັງບັນດາອຳນາດການປົກຄອງໃນແຂວງຮ່າຕິ້ງໄດ້ມີການໂຄສະນາ, ຕັກເຕືອນ, ບັນດາ ຊາວຄຼິດໃນບໍລິເວນມີຄວາມເຂົ້າໃຈຢ່າງຈະແຈ້ງຕໍ່ເລື່ອງເຕົ້າໂຮມກັນຫລາຍຄົນໃນຊ່ວງເວລານີ້ແມ່ນໄປຝືນກັບເນື້ອໃນຈິດໃຈຊີ້ນຳຂອງນາຍົກລັດຖະມົນຕີກ່ຽວກັບການສະກັດກັ້ນໂລກລະບາດ. ຊາວຄຼິດຜູ້ຫນຶ່ງຢູ່ເມືອງການລົກແຂວງຮ່າຕິ້ງແບ່ງປັນວ່າ:

ພວກຂ້າພະເຈົ້າຈະຈຳກັດການເຕົ້າໂຮມຫລາຍຄົນແລະຈະຊົມພິທີສວດມົນທາງອອນລາຍຈະບໍ່ມາໂບດອີກ, ຫລີກລ້ຽງການສຳຜັດກັບຫລາຍຄົນປະຕິບັດການແຍກຫ່າງທົ່ວສັງຄົມ. ພວກຂ້າພະເຈົ້າຂໍຂອບອົກຂອບໃຈມາຍັງພັກແລະລັດຖະບານເປັນຕົ້ນແມ່ນທ່ານນາຍົກລັດຖະມົນຕີໄດ້ອອກຄຳສັ່ງເລກທີ 16 ເພື່ອຢາກໃຫ້ໂລກລະບາດນີ້ສິ້ນສຸດໂດຍໄວເພື່ອໃຫ້ທຸກຄົນໄດ້ກັບຄືນສູ່ຊີວິດເປັນປົກກະຕິ.”

ເລື່ອງຢຸດຕິທຸກການເຄື່ອນໄຫວທາງສາສະຫນາ ໂດຍມີການເຕົ້າໂຮມຫລາຍຄົນໃນຊ່ວງເວລານີ້ ແມ່ນການຕັດສິນໃຈຍາກສຳລັບບັນດາຜູ້ມີຍົດສັກຕຳແຫນ່ງ, ນັກບວດເວົ້າສະເພາະ ແລະ ພໍ່ແມ່ຊາວຄຼິດເວົ້າລວມເປັນຕົ້ນໃນຊຸມມື້ດຳເນີນສັບປະດາເທບພະເຈົ້າແລະວັນບຸນອີສະເຕີ. ແຕ່ໃນຊ່ວງເວລາທີ່ທົ່ວປະເທດພວມຍູ້ແຮງການປະຕິບັດບັນດາມາດຕະການຂ້ຽວຂາດເພື່ອສະກັດກັ້ນໂລກລະບາດໂຄວິດ 19 ນັ້ນ, ການຈັດຕັ້ງການເຄື່ອນໄຫວສາສະຫນາ ກໍ່ຕ້ອງມີຄວາມເໝາະສົມກັບສະພາບການປະຈຸບັນແລະມີຄວາມຮັບຜິດຊອບຕໍ່ວົງຄະນະຍາດແມ່ນມີຄວາມຈຳເປັນທີ່ສຸດ.

ຕອບກັບ

ຂ່າວ/ບົດ​ອື່ນ