ການເຄື່ອນໄຫວນິຕິບັນຍັດມຸ່ງໄປເຖິງການສ້າງລັດແຫ່ງອຳນາດນິຕິບັນຍັດສັງຄົມນິຍົມ ຫວຽດນາມ ໃຫ້ສົມບູນແບບ

(VOVWORLD) -ສະພາແຫ່ງຊາດສືບຕໍ່ປ່ຽນແປງໃໝ່ການຈັດຕັ້ງ ແລະ ການເຄື່ອນໄຫວ, ຮັບປະກັນໃຫ້ສະພາແຫ່ງຊາດແມ່ນອົງການຕົວແທນສູງສຸດຂອງປະຊາຊົນ, ອົງການສິດອຳນາດລັດສູງສຸດຢ່າງແທ້ຈິງ.
ການເຄື່ອນໄຫວນິຕິບັນຍັດມຸ່ງໄປເຖິງການສ້າງລັດແຫ່ງອຳນາດນິຕິບັນຍັດສັງຄົມນິຍົມ ຫວຽດນາມ ໃຫ້ສົມບູນແບບ - ảnh 1ການເຄື່ອນໄຫວນິຕິບັນຍັດມຸ່ງໄປເຖິງການສ້າງລັດແຫ່ງອຳນາດນິຕິບັນຍັດສັງຄົມນິຍົມ ຫວຽດນາມ ໃຫ້ສົມບູນແບບ
(ພາບປະກອບ: VGP)

ຫວຽດນາມ ພວມຜັນຂະຫຍາຍການປະຕິບັດຍຸດທະສາດ ແລະ ສ້າງລັດແຫ່ງອຳນາດນິຕິບັນຍັດສັງຄົມນິຍົມ ຫວຽດນາມ ໃຫ້ສົມບູນແບບຮອດປີ 2030, ກຳນົດທິດຮອດປີ 2045. ໃນຄວາມມານະພະຍາຍາມລວມນີ້, ການເຄື່ອນໄຫວສ້າງກົດໝາຍຂອງສະພາແຫ່ງຊາດ ຫວຽດນາມ ໄດ້ສຸມໃສ່ສ້າງລະບົບກົດໝາຍໃຫ້ຄົບຊຸດ, ເປັນເອກະພາບ, ທັນສະໄໝ, ມີລັກສະນະເປັນໄປໄດ້, ເປີດເຜີຍ, ໂປ່ງໃສ, ມີສະຖຽນລະພາບ, ມີກຳລັງແກ່ງແຍ້ງສາກົນ, ຖືສິດ ແລະ ຜົນປະໂຫຍດອັນຊອບທຳຂອງປະຊາຊົນເປັນໃຈກາງ, ຊຸກຍູ້ການປ່ຽນແປງໃໝ່ປະດິດຄິດສ້າງ, ຮັບປະກັນຄວາມຮຽກຮ້ອງຕ້ອງການໃນການພັດທະນາໄວ ແລະ ຍືນຍົງ, ປະກອບສ່ວນສ້າງລັດແຫ່ງອຳນາດນິຕິບັນຍັດສັງຄົມນິຍົມ ຫວຽດນາມ ໃຫ້ສົມບູນແບບ.

ຕາມນັ້ນແລ້ວ, ໃນການສ້າງ ແລະ ປັບປຸງກົດໝາຍກ່ຽວກັບການຈັດຕັ້ງກົງຈັກລັດຂອງປະຊາຊົນ, ຍ້ອນປະຊາຊົນ ແລະ ເພື່ອປະຊາຊົນໃຫ້ສົມບູນແບບ, ສະພາແຫ່ງຊາດໄດ້ສຸມໃສ່ສ້າງພື້ນຖານນິຕິກຳເພື່ອກຳນົດຢ່າງຈະແຈ້ງກ່ຽວກັບບົດບາດ, ທີ່ຕັ້ງ, ພາລະໜ້າທີ່ ແລະ ສິດອຳນາດຂອງບັນດາອົງການລັດໃນການປະຕິບັດສິດນິຕິບັນຍັດ, ບໍລິຫານ, ຕຸລາການ ບົນພື້ນຖານບັນດາຫຼັກການອຳນາດນິຕິບັນຍັດ; ຮັບປະກັນສິດອຳນາດລັດເປັນເອກະພາບ, ມີການແບ່ງງານ, ສົມທົບກັນ ແລະ ຄວບຄຸມສິດອຳນາດລັດ. ປະຕິບັດພາລະບົດບາດຂອງລັດ, ສ້າງລະບົບກົດໝາຍໃຫ້ເປັນຢ່າງດີ ເພື່ອຍູ້ແຮງການແບ່ງຂັ້ນ, ແບ່ງສິດອຳນາດ, ສ້າງພື້ນຖານບໍລິຫານລັດ ຮັບໃຊ້ປະຊາຊົນ, ປະຊາທິປະໄຕ, ອຳນາດນິຕິບັນຍັດ, ເປັນມືອາຊີບ, ທັນສະໄໝ, ໂປ່ງໄສ, ໝັ້ນຄົງເຂັ້ມແຂງ.

ຕາມທິດດັ່ງກ່າວ, ສະພາແຫ່ງຊາດສືບຕໍ່ປ່ຽນແປງໃໝ່ການຈັດຕັ້ງ ແລະ ການເຄື່ອນໄຫວ, ຮັບປະກັນໃຫ້ສະພາແຫ່ງຊາດແມ່ນອົງການຕົວແທນສູງສຸດຂອງປະຊາຊົນ, ອົງການສິດອຳນາດລັດສູງສຸດຢ່າງແທ້ຈິງ. ສ້າງກົນໄກຕິດຕາມ, ຕີລາຄາສຳລັບຜູ້ດຳລົງຕຳແໜ່ງໂດຍສະພາແຫ່ງຊາດ, ສະພາປະຊາຊົນເລືອກຕັ້ງ ຫຼື ໃຫ້ສັດຕະຍາບັນໃຫ້ສົມບູນແບບ. ສ້າງຕັ້ງກົນໄກຕິດຕາມກວດກາຂອງສະພາແຫ່ງຊາດ ແລະ ສະພາປະຊາຊົນ ຕິດພັນກັບການກວດກາ, ຕິດຕາມກວດກາຂອງພັກ, ຕິດພັນກັບການຕິດຕາມກວດກາ, ໄຈ້ແຍກຕີລາຄາສັງຄົມຂອງແນວໂຮມປະເທດຊາດ, ບັນດາອົງການຈັດຕັ້ງການເມືອງ - ສັງຄົມຂອງປະຊາຊົນຢ່າງຄົບຊຸດ.

ໃນການສ້າງ ແລະ ປັບປຸງກົດໝາຍວ່າດ້ວຍສິດທິມະນຸດ, ສິດພົນລະເມືອງໃຫ້ສົມບູນແບບ, ສະພາແຫ່ງຊາດໄດ້ສ້າງພື້ນຖານນິຕິກຳໃຫ້ສົມບູນແບບ ເພື່ອປະຕິບັດປະຊາທິປະໄຕໂດຍກົງ, ປະຊາທິປະໄຕຕາງໜ້າ, ພິເສດແມ່ນປະຊາທິປະໄຕຢູ່ຂັ້ນຮາກຖານຢ່າງຖືກຕ້ອງ ແລະ ມີປະສິດທິຜົນ. ເສີມຂະຫຍາຍຢ່າງແຮງ ແລະ ວາງອອກຄວາມຮຽກຮ້ອງຕ້ອງຮັບຟັງປະຊາຊົນ, ຮັບໃຊ້ປະຊາຊົນແມ່ນຄຳຮຽກຮ້ອງຕ້ອງການສູງສຸດໃນການເຄື່ອນໄຫວຂອງສະພາແຫ່ງຊາດ, ບັນດາອົງການຂອງສະພາແຫ່ງຊາດ ແລະ ສະມາຊິກສະພາແຫ່ງຊາດແຕ່ລະທ່ານ ເພື່ອປະຕິບັດສຳເລັດໜ້າທີ່ຄວາມຮັບຜິດຊອບເຊິ່ງປະຊາຊົນໄດ້ມອບໝາຍໃຫ້. ສະພາແຫ່ງຊາດສືບຕໍ່ຄົ້ນຄວ້າ, ສ້າງກົດໝາຍຫັນສິດຂອງມະນຸດ, ສິດຂອງພົນລະເມືອງທີ່ກຳນົດໃນລັດຖະທຳມະນູນ 2013 ໃຫ້ເປັນອັນລະອຽດ.

ໃນການສ້າງ ແລະ ປັບປຸງກົດໝາຍກ່ຽວກັບການພັດທະນາເສດຖະກິດ - ສັງຄົມ - ສິ່ງແວດລ້ອມໃຫ້ສົມບູນແບບ, ສະພາແຫ່ງຊາດ ຫວຽດນາມ ສືບຕໍ່ສ້າງພື້ນຖານນິຕິກຳເພື່ອຍູ້ແຮງການຫັນເປັນອຸດສາຫະກຳ, ທັນສະໄໝ ໂດຍອີງໃສ່ພື້ນຖານຂອງວິທະຍາສາດ, ເຕັກໂນໂລຊີ ແລະ ບັນດາຜົນງານຂອງການປະຕິວັດອຸດສາຫະກຳຄັ້ງທີ 4. ສ້າງລະບົບກົດໝາຍເສີມຂະຫຍາຍການປ່ຽນແປງໃໝ່ປະດິດຄິດສ້າງ, ນຳໃຊ້ຜົນປະໂຫຍດ ແລະ ຫຼຸດຜ່ອນຄວາມສ່ຽງຢ່າງສຸດຂີດ, ມຸ່ງໄປເຖິງການແກ້ໄຂບັນດາບັນຫາທີ່ໄດ້ວາງອອກໃນການປະຕິວັດອຸດສາຫະກຳຄັ້ງທີ 4, ແກ້ໄຂການພົວພັນລະຫວ່າງການພັດທະນາເສດຖະກິດໃຫ້ມີຄວາມກົມກຽວ, ຮັບປະກັນຄວາມຍຸຕິທຳໃນສັງຄົມກັບການປົກປັກຮັກສາສິ່ງແວດລ້ອມ.

ໃນການສ້າງ ແລະ ປັບປຸງກົດໝາຍກ່ຽວກັບການເຊື່ອມໂຍງເຂົ້າກັບສາກົນໃຫ້ສົມບູນແບບ, ສະພາແຫ່ງຊາດສືບຕໍ່ສ້າງລະບົບກົດໝາຍໃຫ້ສົມບູນແບບ, ເພື່ອເປັນພື້ນຖານນິຕິກຳໃຫ້ແກ່ການປະຕິບັດການເຊື່ອມໂຍງເຂົ້າກັບສາກົນດ້ວຍຫຼາຍຮູບການ, ຫຼາຍທິດທາງຢ່າງມີໄຫວພິບ, ເໝາະສົມກັບເງື່ອນໄຂ, ເປົ້າໝາຍຂອງປະເທດຊາດໃນແຕ່ລະໄລຍະ. ຕັ້ງໜ້າ ແລະ ມີຄວາມຮັບຜິດຊອບໃນການເຂົ້າຮ່ວມການສ້າງສົນທິສັນຍາສາກົນ, ສະເໜີສົນທິສັນຍາສາກົນຈາກພຶດຕິກຳຕົວຈິງຂອງ ຫວຽດນາມ ເທື່ອລະກ້າວ.

ໃນຂັ້ນຕອນສ້າງກົດໝາຍ, ສະພາແຫ່ງຊາດສືບຕໍ່ປ່ຽນແປງໃໝ່, ເປີດກວ້າງປະຊາທິປະໄຕໃນການສ້າງກົດໝາຍ ເພື່ອໃຫ້ບັນດາຂໍ້ກຳນົດຂອງກົດໝາຍມີລັກສະນະເປັນໄປໄດ້, ສອດຄ່ອງກັບພຶດຕິກຳຕົວຈິງ, ມີບ່ອນອີງດ້ານວິທະຍາສາດ. ຄົ້ນຄວ້າ ແລະ ສ້າງກົນໄກກົດໝາຍເພື່ອດັດປັບການເຄື່ອນໄຫວຂົນຂວາຍນະໂຍບາຍໃນການສ້າງກົດໝາຍ ຮັບປະກັນລັກສະນະພາວະວິໄສ, ໂປ່ງໃສ, ມີການຄວບຄຸມ, ຕິດຕາມກວດກາຢ່າງແໜ້ນແຟ້ນ. ນີ້ແມ່ນມາດຕະການທີ່ຈຳເປັນ, ມີປະສິດທິຜົນເພື່ອເປີດກວ້າງປະຊາທິປະໄຕໃນການເຄື່ອນໄຫວນິຕິບັນຍັດຂອງ ຫວຽດນາມ.

ປ່ຽນແປງໃໝ່ການເຄື່ອນໄຫວຂອງສະພາແຫ່ງຊາດຢ່າງແຮງກວ່າອີກ, ຍົກສູງບົດບາດທີ່ຕັ້ງຂອງສະພາແຫ່ງຊາດ, ເຊິ່ງເປັນອົງການຜູ້ຕາງໜ້າສູງສຸດຂອງປະຊາຊົນ, ອົງການສິດອຳນາດລັດສູງສຸດຂອງ ຫວຽດນາມ ເປັນພື້ນຖານເພື່ອສ້າງລະບົບກົດໝາຍໃຫ້ສົມບູນແບບ ປະກອບສ່ວນສ້າງລັດແຫ່ງອຳນາດນິຕິບັນຍັດສັງຄົມນິຍົມ ຫວຽດນາມ ໃຫ້ສົມບູນແບບ.

ຕອບກັບ

ຂ່າວ/ບົດ​ອື່ນ