ກ​ານ​ເຄື່ອນ​ໄຫວພົວພັນ​ຕ່າງ​ປະ​ເທດ ຮັກ​ສາ​ບົດ​ບາດນຳ​ໜ້າ, ກໍ່​ສ້າງ ແລະ ຮັກ​ສາ​ສະ​ພາບ​ແວດ​ລ້ອມ​ໃຫ້ມີ​ສະ​ຖຽນ​ລະ​ພາບ, ຍົກ​ສູງ​ທີ່​ຕັ້ງ ແລະ ອິດ​ທິ​ພົນ​ຊື່​ສຽງ​ຂອງ​ປະ​ເທດ​ຊາດ

(VOVWORLD) - ວັນທີ 14 ທັນວາ, ທີ່ກອງປະຊຸມການຕ່າງປະເທດທົ່ວປະເທດກ່ຽວກັບການຜັນຂະຫຍາຍປະຕິບັດມະຕິຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIII ຂອງພັກກອມມູນິດ ຫວຽດນາມ, ທ່ານເລຂາທິການໃຫຍ່ ຫວຽດນາມ ຫງວຽນຝູຈ້ອງ ມີບົດກ່າວປາໄສສຳຄັນຊີ້ນຳວ່າ ຕ້ອງເອົາໃຈໃສ່ເຖິງການພັດທະນາພື້ນຖານຕ່າງປະເທດ ຫວຽດນາມ ໃຫ້ທັນສະໄໝ ແລະ ເຂັ້ມຂຸ້ນໄປດ້ວຍສີສັນຊາດ. ພິເສດ, ການຕ່າງປະເທດຕ້ອງຮັບປະກັນປະຕິບັດເປົ້າໝາຍສູງສຸດນັ້ນແມ່ນປົກປ້ອງຜົນປະໂຫຍດຂອງປະເທດຂອງຊາດ ໃຫ້ຢູ່ໃນລະດັບສູງສຸດ.

ກ​ານ​ເຄື່ອນ​ໄຫວພົວພັນ​ຕ່າງ​ປະ​ເທດ ຮັກ​ສາ​ບົດ​ບາດນຳ​ໜ້າ, ກໍ່​ສ້າງ ແລະ ຮັກ​ສາ​ສະ​ພາບ​ແວດ​ລ້ອມ​ໃຫ້ມີ​ສະ​ຖຽນ​ລະ​ພາບ, ຍົກ​ສູງ​ທີ່​ຕັ້ງ ແລະ ອິດ​ທິ​ພົນ​ຊື່​ສຽງ​ຂອງ​ປະ​ເທດ​ຊາດ - ảnh 1ທ່ານເລຂາທິການໃຫຍ່ ຫວຽດນາມ ຫງວຽນຝູຈ້ອງ ກ່າວຄຳເຫັນທີ່ກອງປະຊຸມ 

ກອງປະຊຸມການຕ່າງປະເທດທົ່ວປະເທດຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIII ຂອງພັກກອມມູນິດ ຫວຽດນາມ ແມ່ນເຫດການມີຄວາມສຳຄັນເປັນພິເສດຍ້ອນວ່ານີ້ແມ່ນກອງປະຊຸມຕ່າງປະເທດຄັ້ງທຳອິດໂດຍກົມການເມືອງ, ຄະນະເລຂາສູນການພັກເປັນຜູ້ຈັດຕັ້ງ. ກອງປະຊຸມໄດ້ດຳເນີນໄປໃນສະພາບການສາກົນ, ພາກພື້ນ ແລະ ພາຍໃນປະເທດ ພວມປະເຊີນໜ້າກັບສິ່ງທ້າທາຍຫຼາຍຢ່າງ, ພິເສດແມ່ນບັນດາຜົນກະທົບຈາກໂລກລະບາດໂຄວິດ - 19. ເພາະສະນັ້ນ, ກອງປະຊຸມໄດ້ຮັບການຕີລາຄາວ່າແມ່ນເຫດການປະຫວັດສາດ, ມີຄວາມໝາຍສຳຄັນຕໍ່ການພັດທະນາຂອງປະເທດຊາດໃນໄລຍະຈະມາເຖິງ. ໂດຍເລີ່ມມາຈາກຄວາມໝາຍສຳຄັນນີ້, ທ່ານເລຂາທິການໃຫຍ່ ຫວຽດນາມ ຫງວຽນຝູຈ້ອງ ໄດ້ຮຽກຮ້ອງຕ້ອງພັດທະນາພື້ນຖານການທູດ ແລະ ການຕ່າງປະເທດທີ່ທັນສະໄໝ, ເຂັ້ມຂຸ້ມໄປດ້ວຍສີສັນຊາດ ຫວຽດນາມ. ພື້ນຖານການຕ່າງປະເທດນັ້ນຕ້ອງຕອບສະໜອງໄດ້ຄວາມຮຽກຮ້ອງຕ້ອງການຂອງຍຸກສະໄໝ, ຮັບໃຊ້ພາລະກິດແຫ່ງການພັດທະນາປະເທດຊາດ. ເໜືອກ່ວາສິ່ງໃດໝົດແມ່ນຕ້ອງຮັບປະກັນຜົນປະໂຫຍດຂອງປະເທດ ຂອງ ຊາດໃຫ້ຢູ່ໃນລະດັບສູງສຸດ.

ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໄດ້ຊີ້ແຈ້ງວ່າ ການປົກປ້ອງຜົນປະໂຫຍດຂອງປະເທດ, ຂອງຊາດບໍ່ແມ່ນໜ້າທີ່ໃໝ່ ແຕ່ແມ່ນມູນເຊື້ອປະຫວັດສາດການຕ່າງປະເທດ ຫຼາຍພັນປີຜ່ານມາຂອງ ຊາດຫວຽດນາມ. ທ່ານກ່າວວ່າ:

        ໃນປະຫວັດສາດນັບພັນປີແຫ່ງການສ້າງສາ ແລະ ປົກປັກຮັກສາຊາດ ຫວຽດນາມ, ເອກະລາດ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ແລະ ການຮັບປະກັນຜົນປະໂຫຍດຂອງປະເທດ ຂອງຊາດຢູ່ໃນລະດັບສູງສຸດ ຍາມໃດກໍ່ແມ່ນຫຼັກການບໍ່ປ່ຽນແປງ, ແມ່ນເສັ້ນແດງທະລຸລ່ວງໃນທຸກໆການເຄື່ອນໄຫວຂອງພວກເຮົາ. ໄປຄຽງຄູ່ກັບບັນດາບັ້ນຕໍ່ສູ້ທີ່ອົງອາດກ້າຫານເພື່ອປົກປັກຮັກສາຜືນແຜ່ນດິນອັນຄົບຖ້ວນ, ເອກະລາດ, ອະທິປະໄຕຂອງປະເທດຊາດ, ລຸ້ນປູ່ລຸ້ນພໍ່ຂອງພວກເຮົາຍາມໃດກໍ່ເອົາໃຈໃສ່ຕໍ່ການເຄື່ອນໄຫວການຕ່າງປະເທດ, ສ້າງມູນເຊື້ອ ແລະ ສີສັນທີ່ເປັນເອກະລັກສະເພາະ ຂອງພື້ນຖານການທູດ ແລະ ການເຄື່ອນໄຫວພົວພັນຕ່າງປະເທດ ຂອງ ຫວຽດນາມ: ເຕັມໄປດ້ວຍຈິດໃຈສະຫງ່າຜ່າເຜີຍ, ມີລັກສະນະມະນຸດສະທຳ, ມີການພົວພັນຢ່າງສັນຕິ ແລະ ສະໜິດສະໜົມນຳກັນ, ເຄົາລົບນັບຖືຄວາມຖືກຕ້ອງເປັນທຳ, ຍຸຕິທຳ. ນຳໃຊ້ການພົວພັນຕ່າງປະເທດ ເພື່ອຕ້ານ, ສະກັດກັ້ນສົງຄາມ ຫຼື ເພື່ອສິ້ນສຸດສົງຄາມໂດຍໄວ ໃນຖານະທີ່ມີຜົນປະໂຫຍດທີ່ສຸດ, ການພົວພັນຕ່າງປະເທດຍາມໃດກໍ່ຕ້ອງຮັບໃຊ້ໃຫ້ແກ່ພາລະກິດພົວພັນພາຍໃນ, ກໍ່ສ້າງ ແລະ ປົກປັກຮັກສາປະເທດຊາດໃຫ້ດີທີ່ສຸດ. ນັ້ນແມ່ນແນວຄິດ, ທິດສະດີປັດຊະຍາຍຸກສະໄໝຂອງລຸ້ນປູ່ລຸ້ນພໍ່ເຮົາ, ຍາມໃດກໍ່ຍັງມີຄຸນຄ່າເໝືອນເດີມ.

ໃນສະພາບການຫວຽດນາມ ເຊື່ອມໂຍງເຂົ້າສາກົນ ນັບມື້ນັບເລິກເຊິ່ງກວ້າງຂວາງ, ໜ້າທີ່ປົກປ້ອງຜົນປະໂຫຍດຂອງປະເທດ, ຊາດ ຍິ່ງຕ້ອງໄດ້ເອົາໃຈໃສ່ກ່ວາອີກ. ທ່ານເລຂາທິການໃຫຍ່ ຫວຽດນາມ ຫງວຽນຝູຈ້ອງ ຊີ້ແຈ້ງວ່າ, ເນື້ອໃນຫຼັກແຫຼ່ງໃນແນວທາງການຕ່າງປະເທດ ຂອງພັກ ແລະ ລັດ, ໃນນັ້ນມີມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIII ຂອງພັກກອມມູນິດ ໄດ້ກຳນົດວ່ານັ້ນແມ່ນການປະຕິບັດແນວທາງການຕ່າງປະເທດ, ເປັນເອກະລາດ, ເປັນເຈົ້າຕົນເອງ, ສັນຕິພາບ, ມິດຕະພາບ, ການຮ່ວມມື ແລະ ພັດທະນາ ຢ່າງສະເໝີຕົ້ນສະເໝີປາຍ, ຫັນການພົວພັນຕ່າງປະເທດເປັນຫຼາຍຝ່າຍ, ຫຼາຍຮູບແບບ; ແມ່ນເພື່ອນມິດ, ແມ່ນຄູ່ຮ່ວມມືທີ່ມີຄວາມໄວ້ເນື້ອເຊື່ອໃຈ ແລະ ແມ່ນສະມາຊິກທີ່ຕັ້ງໜ້າ, ມີຄວາມຮັບຜິດຊອບໃນປະຊາຄົມສາກົນ. ຮັບປະກັນຜົນປະໂຫຍດທີ່ສຸດຂອງປະເທດຊາດ, ຊາດຢູ່ໃນລະດັບສູງສຸດບົນພື້ນຖານບັນດາຫຼັກການພື້ນຖານຂອງກົດບັດ ສປຊ ແລະ ກົດໝາຍສາກົນ, ສະເໝີພາບ, ຮ່ວມມື, ຕ່າງຝ່າຍຕ່າງມີຜົນປະໂຫຍດ. ປັດຈຸບັນ, ການຕ່າງປະເທດ ບໍ່ພຽງແຕ່ແມ່ນການສືບທອດຂອງນະໂຍບາຍພົວພັນພາຍໃນເທົ່ານັ້ນ, ຫາກຍັງແມ່ນກຳລັງໜູນຢ່າງແຮງ ໃຫ້ແກ່ການພັດທະນາຂອງປະເທດ, ຊາດອີກດ້ວຍ. ວຽກງານການຕ່າງປະເທດຕ້ອງໄດ້ຮັບການຜັນຂະຫຍາຍຕິດແທດກັບຄວາມຮຽກຮ້ອງຕ້ອງການຕົວຈິງໃນສະພາບການປົກກະຕິໃໝ່. ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ເນັ້ນໜັກວ່າ:

ວຽກງານຈຸດສຸມໃນໄລຍະຈະມາເຖິງ ແມ່ນຜັນຂະຫຍາຍ ແລະ ເສີມຂະຫຍາຍບັນດາໝາກຜົນສຳຄັນຂອງບັນດາເວທີປາໄສຫຼາຍຝ່າຍ ເຊິ່ງ ຫວຽດນາມ ໄດ້ເຂົ້າຮ່ວມ, ພິເສດແມ່ນການສົມທົບກັບບັນດາຄູ່ຮ່ວມມືຊຸກຍູ້ການປະຕິບັດບັນດາຂໍ້ລິເລີ່ມຂອງ ຫວຽດນາມທີ່ໄດ້ຮັບຮອງເອົາ. ຕ້ອງເປີດກ້ວາງ ແລະ ຍົກສູງ ຂອງການເຄື່ອນໄຫວພົວພັນຕ່າງປະເທດໃຫ້ມີປະສິດທິຜົນກ່ວາອີກ, ເປັນຕົ້ນແມ່ນການຮ່ວມມືດ້ານເສດຖະກິດ, ວັດທະນະທຳ ແລະ ການຮ່ວມມືໃນຂົງເຂດການເມືອງ, ການປ້ອງກັນຊາດ - ປ້ອງກັນຄວາມສະຫງົບ ກັບບັນດາປະເທດ, ສືບຕໍ່ນຳການພົວພັນກັບບັນດາຄູ່ຮ່ວມມືເຊິ່ງ ພວກເຮົາມີຂອບເຂດການພົວພັນແລ້ວ, ກ່ອນອື່ນໝົດແມ່ນປະເທດບ້ານໃກ້ເຮືອນຄຽງ ແລະ ບັນດາປະເທດໃຫຍ່ໃຫ້ເຂົ້າສູ່ລວງເລິກ, ມີສະຖຽນລະພາບ, ມີປະສິດທິຜົນ, ໃຫ້ບຸລິມະສິດຮັກສາສະຖຽນລະພາບ ແລະ ຮັກສາທ່ວງທ່າການພົວພັນ, ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ຊຸກຍູ້ການຮ່ວມມືໃນທຸກຂົງເຂດ, ພ້ອມທັງແກ້ໄຂບັນດາຄວາມແຕກຕ່າງກັນ ແລະ ບັນຫາທີ່ເກີດຂຶ້ນບົນເນື້ອໃນຈິດໃຈຮ່ວມມື, ມິດຕະພາບ, ຄວບຄຸມຄວາມບໍ່ລົງລອຍກັນ ໂດຍອີງໃສ່ກົດໝາຍສາກົນ ແລະ ທຳນຽມຂອງພາກພື້ນ.

ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ຢັ້ງຢືນວ່າ, ໃນສະພາບການພາກພື້ນ ແລະ ສາກົນ ໄດ້ຄາດຄະເນວ່າຈະສືບຕໍ່ມີການຜັນແປສັບສົນ ຫຼາຍຢ່າງແລະ ຍາກທີ່ຈະຄາດຄະເນລ່ວງໜ້າໄດ້, ວຽກງານການຕ່າງປະເທດຕ້ອງຮັບປະກັນເປົ້າໝາຍກວມລວມ ແມ່ນ ຮັກສາສະພາບແວດລ້ອມແຫ່ງສັນຕິພາບ, ມີສະຖຽນລະພາບ, ມີຄວາມສະດວກໃຫ້ແກ່ພາລະກິດແຫ່ງການສ້າງສາ ແລະ ປົກປັກຮັກສາປະເທດຊາດ, ປະຕິບັດບັນດາໜ້າທີ່ຍຸດທະສາດກ່ຽວກັບການພັດທະນາເສດຖະກິດ - ສັງຄົມ, ເພື່ອປະຕິບັດເປົ້າໝາຍນີ້ໃຫ້ໄດ້ນັ້ນ ໜຶ່ງໃນບັນດາຄວາມຮຽກຮ້ອງຕ້ອງການຫຼັກແຫຼ່ງແມ່ນ ຍາມໃດກໍ່ຕ້ອງຢຶດໝັ້ນ, ທຸ່ນທ່ຽງ, ສະຫຼາດສ່ອງໄສ, ມີຄວາມຄ່ອງແຄ້ວ, ແກ້ໄຂ ການພົວພັນຕ່າງປະເທດໃຫ້ຖືກຕ້ອງ, ໃນນັ້ນມີບັນຫາອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນ. ຢາກເຮັດໄດ້ຄືແນວນັ້ນ, ການຕ່າງປະເທດຕ້ອງມີຍາມເດັດດຽວຍາມອ່ອນໂຍນ, ຮູ້ເວລາ, ສະຖານະການ, ຮູ້ເພິ່ນຮູ້ໂຕ, ຮູ້ກ້າວຮູ້ຖອຍ, ອີງຕາມສະພາບການເພື່ອກະທຳ.

ຕອບກັບ

ຂ່າວ/ບົດ​ອື່ນ