ການເຈລະຈາກ່ຽວກັບນິວຄະເລຍຂອງອີຮານ - ຍາກທີ່ຈະມີການບຸກທະລຸ

(vovworld) – ວັນ​ທີ 26/2 ຈະ​ມາ​ເຖິງ, ຢູ່ ສ Kazakhstanຈະ​ດຳ​ເນີນ​ການ​ເຈລະຈາ​ລະຫວ່າງ​ອີ​ຮານ ​ແລະ ກຸ່ມ P5+1 (​ເຊິ່ງລວມມີ 5 ປະ​ເທດ​ກຳມະການ​ປະຈຳ​ສະພາ​ຄວາມ​ໝັ້ນຄົງ​ສະຫະ​ປະຊາ​ຊາດ ​ແລະ ​ເຢັຍລະ​ມັນ) ກ່ຽວ​ກັບ​ໂຄງການ​ນິວຄະ​ເລ​ຍ ທີ່​ກໍ່​ຄວາມ​ໂຕ້​ຖຽງ​ກັນ​ຂອງ​ອີ​ຮານ. ​ເຖິງ​ຢ່າງ​ໃດ​ກໍ່ຕາມ, ກ່ອນ​ທີ່​ດຳ​ເນີນ​ເຫດການ​ນີ້ 1 ສັບປະດາ, ຄຳ​ຖະ​ແຫຼ​ງຕ່າງໆ​ເຊິ່ງສອງ​ຝ່າຍ​ໄດ້​ຍົກ​ອອກ​ມາ​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ, ຍາກ​ທີ່​ຈະ​ມີ​ການ​ບຸກທະລຸທີ່​ການ​ເຈລະຈາ​ຄັ້ງ​ນີ້​ໄດ້.

ການເຈລະຈາກ່ຽວກັບນິວຄະເລຍຂອງອີຮານ - ຍາກທີ່ຈະມີການບຸກທະລຸ - ảnh 1

ເຕເຮຮານ ດຳເນີນການທົດລອງອາວຸດໃໝ່ຫຼາຍຄັ້ງເຮັດໃຫ້ວິກິດການນິວຄະເລຍມີຄວາມເຄັ່ງຕຶງຍິ່ງຂຶ້ນ

(ພາບອິນເຕີແນດ)

ກ່ອນ​ທີ່​ຈັດການ​ເຈລະຈາ, ບັນດາ​ຄຳ​ຖະ​ແຫຼ​ງຂອງ​ອີ​ຮານ​ທີ່​ກ່ຽວຂ້ອງ​ເຖິງ​ບັນຫາ​ນິວຄະ​ເລຍ​ຍັງ​ຄົງ​ສະ​ແດງ​ໃຫ້​ເຫັນ​ທັດສະນະ​ແຂງ​ກະດ້າງ​ຂອງ​ປະ​ເທດ ສ ອີດ​ສະ​ລາມ​ນີ້​ຢູ່. ກ່າວ​ຄວາມ​ເຫັນ​ທາງ​ໂທລະພາບ, ການ​ນຳ​ດ້ານ​ຈິດ​ໃຈ​ສູງ​ສຸດ​ຂອງ​ອີ​ຮານ ທ່ານ Ayatokkah Ali Khamenei ​ໄດ້​ປະຕິ​ເສດ​ເລື່ອງ ອີ​ຮານ​ມີມີ​ແນວ​ຄວາມ​ຄິດພັດທະນາ​ອາວຸດ​ນິວຄະ​ເລຍ​ປະ​ເພດ​ຕ່າງໆ. ​​ເຖິງ​ຢ່າງ​ໃດ​ກໍ່ຕາມ, ຈະ​ບໍ່​ມີ​ອິດ​ທິກຳລັງ​ໃດ​ສາມາດ​ກີດຂວາງ​ເລື່ອງ​ອີ​ຮານ ຜະລິດ​ອາວຸດ​ປະ​ເພດ​ນີ້​ໄດ້. ການ​ນຳ​ດ້ານ​ຈິດ​ໃຈ​ສູງ​ສຸດ​ Ali Khamenei ກໍ່​ໄດ້ຊີ້​ແຈ້ງ​ຫຼັກ​ໝັ້ນ​ຂອງ​ອີ​ຮານ ທີ່​ມີ​ຕໍ່​ອາວຸດ​ລ້າງຜານ, ນັ້ນ​ແມ່ນ​ບໍ່​ຂຶ້ນ​ກັບ​ເຈດ​ຈຳນົງ​ຂອງ​ອາ​ເມ​ລິ​ກາ ​ແລະ ຝ່າຍ​ຕາ​ເວັນ​ຕົກ, ຫາກ​ອີງ​ໃສ່​ຄຸນຄ່າ ດ້ານ​ຄຸນສົມບັດ ​ແລະ ການ​ເຊື່ອ​ຖື​ເພື່ອ​ສະຫຼຸບ​ວ່າ ອາວຸດ​ນິວຄະ​ເລຍ​ແມ່ນ​ໂທດ​ກຳ​ລ້າງຜານ​ມະນຸດ. ​ໃນ​ຂະນະ​ນັ້ນ, ປະທານ​ຄະນະ​ກຳມະການ ນະ​ໂຍບາຍ​ການ​ຕ່າງປະ​ເທດ ​ແລະ ປ້ອງ​ກັນ​ຄວາມ​ສະຫງົບ​ແຫ່ງ​ຊາດ​ອີ​ຮານ Alaeddin Boroujerdi ພັດ​ຢືນຢັນ​ວ່າ ​ເຕ​ເຮ​ຮານ ຈະ​ບໍ່​ປິດ​ບັນດາ​ຮາກ​ຖານ​ເສີມ​ທາດ Uranium Fordow. ຄຳ​ຖະ​ແຫຼ​ງດັ່ງກ່າວ​ຖືກ​ຍົກ​ອອກ​ມາ ພາຍຫຼັງ​ທີ່​ສື່​ມວນ​ຊົນ​ຂອງ​ຝ່າຍ​ຕາ​ເວັນ​ຕົກ​ໃຫ້​ຂ່າວ​ວ່າ ​ໃນ​ການ​ເຈລະຈາ​ຢູ່ Almaty, Kazakhstan ຈະ​ມາ​ເຖິງ, ກຸ່ມ P5+1 ຈະ​ສະ​​ເໜີ​ຍົກ​​ເລີກ​ຄຳ​ສັ່ງ​ລົງ​ໂທດ​ທີ່​ເລັ່ງ​ໃສ່​ທຸລະ​ກຳ​ຄຳ ​ແລະ ​ໂລຫະ​ທີ່​ມີຄ່າ​ປະ​ເພດ​ອື່ນໆ​ຂອງ​ອີ​ຮານ ​ເພື່ອ​ໃຫ້​ປະ​ເທດ​ນີ້​ປິດ​ບັນດາ​ຮາກ​ຖານ​ນິວຄະ​ເລຍ Fordow. ສັນຍານ​ທີ່​ດີຂອງ​ການ​ເຈລະຈາຍິ່ງ​ມີ​ຄວາມ​ສັບສົນ​ກວ່າ ​ເມື່ອວັນ​ທີ 18/2, ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ອີ​ຮານ Ramin Mehmanparast ​ໄດ້​ຢືນຢັນ​ຄືນ​ໃໝ່​ວ່າ, ການ​ເຈລະຈາ​ກ່ຽວ​ກັບ​ນິວຄະ​ເລຍ​ລະຫວ່າງ​ອີ​ຮານ ​ແລະ ກຸ່ມ P5+1 ພຽງ​ແຕ່​ບັນລຸ​ໄດ້​ໝາກຜົນ ຖ້າ​ຫາກ ກຸ່ມ P5+1 ຮັບ​ຮູ້​ສິດ​ຜະລິດ​ນີວຄະ​ເລຍ​ຂອງ​ອີ​ຮານ ​ເທົ່າ​ນັ້ນ. ນີ້​ແມ່ນ​ເງື່ອນ​ໄຂ​ຢ່າງ​ຈະ​ແຈ້ງ​ທີ່​ສາມາດ​ນຳ​ມາ​ເຊິ່ງໝາກຜົນ​ຢ່າງ​ວ່ອງ​ໄວ​ໃຫ້​ແກ່​ການ​ເຈລະຈາ.

ສຳ​ລັບ​ກຸ່ມ P5+1 , ມາ​ຮອດ​ປະຈຸ​ບັນ, ທັດສະນະ​ຂອງ​ເຂົາ​ເຈົ້າ​ຍັງ​ຄົງ​ແມ່ນ ຮຽກຮ້ອງ​ໃຫ້​ເຕ​ເຮ​ຮານ ຢຸດຕິ​ວິວັດ​ການ​ເສີມ​ທາດ Uranium ​ໃນ​ລະ​ດັບ 20%, ​ແມ່ນ​ລະດັບ​ທີ່​ອາດ​ສາມາດ​ຜະລິດ​ຫົວລະ​ເບີດ​ນິວຄະ​ເລຍ. ກຸ່ມ P5+1 ຢາກ​ໃຫ້​ອີ​ຮານ ຍ້າຍ​ສາງ Uranium ທີ່​ໄດ້​ເສີມ​ໃນ​ລະດັບ 20% ອອກ​ຈາກ​ປະ​ເທດ​ນີ້ ພ້ອມ​ທັງ​ຮຽກຮ້ອງ​ໃຫ້​ປະ​ເທດ​ອິດສະ​ລາມ​ນີ້​ຕ້ອງ​ປິດ​ຮາກ​ຖານ​ນິວຄະ​ເລຍ Fordow, ​ເຊິ່ງ​ແມ່ນ​ແຫ່ງ​ທີ່ ອີ​ຮານ​ນຳ​ໃຊ້​ເພື່ອ​ເສີມ​ທາດ Uranium ​ໃນ​ລະ​ດັບ 20%. ​ເມື່ອ ອີ​ຮານ​ປະຕິບັດຕາມ​ຄຳ​ຮຽກຮ້ອງ​ນີ້, ກຸ່ມ P5+1 ຈຶ່ງ​ຮັບ​ຮູ້​ການ​ປຶກສາ​ຫາລື​ກ່ຽວ​ກັບ​ຄວາມ​ສາມາດ​ຫຼຸດຜ່ອນ​ບັນດາ​ມາດ​ຕະການ​ລົງ​ໂທດ​ທີ່​ມີ​ຕໍ່ຂະ​ແໜງ​ນ້ຳມັນ ​ແລະ ທຸລະ​ກຳ​ດ້ານ​ການ​ເງິນ​ຂອງ​ອີ​ຮານ. ປະຈຸ​ບັນ, ຄຳ​ສັ່ງ​ລົງ​ໂທດ​ຂອງ​ຝ່າຍ​ຕາ​ເວັນ​ຕົກ, ພິ​ເສດ​ແມ່ນ​ອາ​ເມ​ລິ​ກາ ​ໄດ້​ເຮັດ​ໃຫ້​ຊີວິດ​ຂອງ​ຊາວ​ອີ​ຮານ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ. ລາຍ​ຮັບ​ຈາກ​ການ​ສົ່ງ​ອອກ​ນ້ຳມັນ​ຂອງ​ອີ​ຮານ​ໃນ​ປີ 2012 ຫຼຸດ​ລົງ 40 ຕຶ້ USD. ປະລິມານ​ຜະລິດນຳ້ມັນຂອງອີ​ຮານ ​ໃນ​ເດືອນ 1 ຜ່ານ​ມາ​ໄດ້​ຫຼຸດ​ລົງ​ເຫຼືອ​ພຽງ 2,65 ລ້ານ​ຖັງ/ວັນ ​ເມື່ອ​ທຽບ​ໃສ່​ລະດັບ 3,7 ລ້ານ​ຖັງ/ວັນ​ເມື່ອ​ທ້າຍ​ປີ 2011, ກ່ອນ​ທີ່​ບັນດາ​ມາດຕະການ​ລົງ​ໂທດ​ຂອງ​ອາ​ເມ​ລິ​ກາ ​ແລະ ສະຫະພາບ​ເອີ​ລົບ (EU) ມີ​ຜົນ​ສັກສິດ. ການ​ຈຳກັດ​ສິດ​ເຂົ້າ​ຮ່ວມ​ລະບົບ​ທະນາຄານ​ສາກົນ ກໍ່​ໄດ້​ເຮັດ​ໃຫ້​ສະ​ກູນ​ເງິນ Rial ຂອງ​ອີ​ຮານ ຕົກ​ລາຄາລົງ 45% ​ເມື່ອ​ທຽບ​ໃສ່​ປີ 2012.

ປີ 2012, ອີ​ຮານ ​ແລະ ກຸ່ມ P5+1 ​ໄດ້​ດຳ​ເນີນ​ການ​ເຈລະຈາ​ເຖິງ 3 ຄັ້ງ, ​ແລະ ສິ້ນ​ສຸດ​ການ​ເຈ​ລະ​ຈາ​ຄັ້ງສຸດທ້າຍ​ເຊິ່ງຈັດ​ຂຶ້ນຢູ່ ລັດ​ເຊຍ​ເມື່ອ​ເດືອນ 6/2012 ກໍ່​ບໍ່​ໄດ້​ຮັບ​ຜົນ. ສາຍ​ເຫດ​ແມ່ນ​ຍ້ອນ​ສອງ​ຝ່າຍ​ບໍ່​ຍອມ​ຜ່ອນ​ສັ້ນ​ຜ່ອນ​ຍາວ​ກ່ຽວ​ກັບ​ບັນຫາ​ນິວຄະ​ເລຍ​ຂອງ​ອີ​ຮານ. ຄວາມ​ວິຕົກ​ກັງວົນ​ຕົ້ນ​ຕໍຂອງ​ບັນດາ​ປະ​ເທດ​ຝ່າຍ​ຕາ​ເວັນ​ຕົກ​ນັ້ນ​ແມ່ນ ຄວາມ​ສາມາດເສີມ​ທາດ Uranium ​ຂອງ​ອີ​ຮານ ບັນລຸ​ໄດ້​ລະ​ດັບ 20%. ​ເຊິ່ງ​ແມ່ນ​ລະດັບ​ທີ່​ສາມາດ​ນຳ​ໃຊ້​ໃຫ້​ແກ່​ຈຸດປະສົງ​ເພື່ອ​ສັນຕິພາບ, ​ແຕ່​ກໍ່​ສາມາດ​ຮັບ​ໃຊ້​ໃຫ້​ແກ່​ການ​ຜະ​ລິດ​ລະ​ເບີດ​ນິວຄະ​ເລຍ​ໄດ້. ມາ​ຮອດ​ປະຈຸ​ບັນ, ບັນດາ​ປະ​ເທດ​ຝ່າຍ​ຕາ​ເວັນ​ຕົກ​ຍັງ​ຄົງ​ສົງ​ໃສ​ວ່າ ອີ​ຮານ​ພັດທະນາ​ລະ​ເບີດ​ນິວຄະ​ເລຍ ຜ່ານ​ໂຄງການ​ນິວຄະ​ເລຍ​ພົນລະ​ເຮືອນ, ສ່ວນ ​ເຕ​ເຮ​ຮານ​ພັດ​ປະຕິ​ເສດ​ສິ່ງ​ດັ່ງກ່າວ, ​ແລະ ຢືນຢັນ​ວ່າ​ພຽງ​ແຕ່ເສີມ​ທາດ Uranium ​ເພື່ອ​ຮັບ​ໃຊ້​ໃຫ້​ບັນດາ​ໂຄງການ​ວິທະຍາສາດ ​ແລະ ສາທາລະນະ​ສຸກ​ເທົ່າ​ນັ້ນ, ​ນີ້​ແມ່ນ​ສິດຜົນປະ​ໂຫຍ​ດ​ເຊິ່ງປະ​ເທດ​ອື່ນໆ​ລ້ວນ​ແຕ່​ໄດ້​ຊົມ​ໃຊ້​ເທົ່າ​ນັ້ນ.

ກ່ອນ​ການ​ເຈລະຈາ​ ທີ່ຈະ​ມາ​ເຖິງ, ມາ​ຮອດ​ປະຈຸ​ບັນ, ຍັງ​ບໍ່​ທັນ​ມີ​ຝ່າຍ​ໃດ​ມີ​ຄຳ​ສະ​ເໜີ​ໃໝ່. ​ເບິ່ງ​ຄື​ວ່າ, ອີ​ຮານ ​ແລະ ກຸ່ມ P5+1 ຍາກ​ທີ່​ຈະ​ຫຍັບ​ມໍ່​ເຂົ້າກັນ​​ໃນ​ການ​ເຈລະຈາ​ເຊິ່ງຈະ​ຈັດ​ຕັ້ງ​ໃນ​ວັນ​ທີ 26/2 ຈະ​ມາ​ເຖິງ​ໄດ້, ສິ່ງ​ດັ່ງກ່າວໝາຍ​ຄວາມ​ວ່າ ການ​ຮ່ວມ​ມື​ເພື່ອ​ສັນຕິພາບ​ຈະ​ຖືກພາດ​ໂອກາດ​ອີກ​ຄັ້ງ​ໜຶ່

ຕອບກັບ

ຂ່າວ/ບົດ​ອື່ນ