ການ​ເຈ​ລະ​ຈາ​ຟື້ນ​ຟູ​ຂໍ້​ຕົກ​ລົງ​ນິວ​ເຄຼຍ ອີ​ຣານ: ບັນ​ດາ​ຄວາມ​ຄືບ​ໜ້າ​ທີ່​ຕັ້ງ​ໜ້າ

(VOVWORLD) -  ໃນຊຸມວັນຜ່ານມາ, ວິວັດການເຈລະຈາຟື້ນຟູຂໍ້ຕົກລົງນິວເຄຼຍ ອີຣານ (ຫຼືຍັງເອີ້ນວ່າ ແຜນການເຄື່ອນໄຫວຮ່ວມຮອບດ້ານ JCPOA ທີ່ໄດ້ລົງນາມເມື່ອປີ 2015), ບັນລຸໄດ້ຄວາມຄືບໜ້າຈຳນວນໜຶ່ງ, ພ້ອມທັງມີກຳລັງໜູນໃໝ່ທີ່ໜ້າສົນໃຈຕື່ມອີກ. ໂອກາດເພື່ອບັນລຸໄດ້ຄວາມເຫັນດີເຫັນພ້ອມສຸດທ້າຍກ່ຽວກັບການເຊື່ອມຕໍ່ປະຕິບັດຂໍ້ຕົກລົງ JCPOA ພວມໄດ້ຮັບຖືວ່າຢູ່ໃນລະດັບສູງ.

ໜຶ່ງໃນບັນດາຄວາມມານະພະຍາຍາມໃໝ່ ແລະ ໜ້າສົນໃຈທີ່ສຸດກ່ຽວກັບການຟື້ນຟູຂໍ້ຕົກລົງ JCPOA ແມ່ນການຢ້ຽມຢາມ ອີຣານ ໂດຍເລີ່ມແຕ່ວັນທີ 26 ມີນາ ຂອງ ທ່ານ Enrique Mora ຜູ້ປະສານງານ ຂອງສະຫະພາບເອີຣົບ (EU) ກ່ຽວກັບການເຈລະຈານິວເຄຼຍ ກັບ ອີຣານ. ການຢ້ຽມຢາມດັ່ງກ່າວ ຖືກດຳເນີນໃນສະພາບການເຈລະຈາລະຫວ່າງ ອີຣານ ແລະ ກຸ່ມ P5+1 (ລວມມີ ອາເມລິກາ, ອັງກິດ, ຝລັ່ງ, ລັດເຊຍ, ຈີນ ແລະ ເຢຍລະມັນ) ບັນລຸໄດ້ຄວາມຄືບໜ້າຈຳນວນໜຶ່ງທີ່ໜ້າສົນໃຈ, ໃນຂະນະທີ່ບັນດາຝ່າຍລ້ວນແຕ່ໃຫ້ຂໍ້ສັງເກດວ່າ ວິວັດການດັ່ງກ່າວພວມໄປຖືກທິດ ແລະ ພວມຫຍັບໃກ້ເຂົ້າກັບການບັນລຸໄດ້ຄວາມເຫັນດີເຫັນພ້ອມທີ່ສຸດ.

ການ​ເຈ​ລະ​ຈາ​ຟື້ນ​ຟູ​ຂໍ້​ຕົກ​ລົງ​ນິວ​ເຄຼຍ ອີ​ຣານ: ບັນ​ດາ​ຄວາມ​ຄືບ​ໜ້າ​ທີ່​ຕັ້ງ​ໜ້າ - ảnh 1ທ່ານ Enrique Mora ຜູ້ປະສານງານ ຂອງສະຫະພາບເອີຣົບ ກ່ຽວກັບການເຈລະຈານິວເຄຼຍ ກັບ ອີຣານ (ພາບ: AFP/TTXVN)

ຂໍ້ຕົກລົງບັນລຸໄດ້ຄວາມຄືບໜ້າສຳຄັນ

        ໃນຖະແຫຼງການທີ່ໄດ້ຍົກອອກມາກ່ອນທີ່ເດີນທາງໄປຍັງ ອີຣານ, ທ່ານ Enrique Mora ຜູ້ປະສານງານ ຊີ້ແຈ້ງວ່າ ເປົ້າໝາຍແຖວໜ້າໃນການໄປປະຕິບັດງານຕ່າງປະເທດຂອງທ່ານແມ່ນ “ຮັດແຄບໄລຍະຫ່າງແກ່ການເຈລະຈາຢູ່ ວຽນ” ລະຫວ່າງ ອີຣານ ແລະ P5+1, ພ້ອມທັງເນັ້ນໜັກວ່າ “ຕ້ອງສິ້ນສຸດວິວັດການເຈລະຈານີ້”. ສ່ວນ ຢູ່ ອີຣານ, ທ່ານ Enrique Mora ຜູ້ປະສານງານ ໄດ້ພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ອີຣານ Hossein Amir Abdollahian ແລະ ທ່ານ Ali Bagheri ນັກເຈລະຈາແຖວໜ້າ, ຮອງລັດຖະມົນຕີການຕ່າງປະເທດ ຮັບຜິດຊອບບັນຫາການເມືອງຂອງ ອີຣານ ເປັນຫຼາຍຄັ້ງຢ່າງຕໍ່ເນື່ອງ.

        ເຖິງວ່າໝາກຜົນຂອງການປຶກສາຫາລືຄັ້ງຕ່າງໆຢູ່ ອີຣານ ຂອງເຈົ້າໜ້າທີ່ ອີຢູ ຍັງບໍ່ທັນໄດ້ປະກາດເທື່ອ, ແຕ່ບັນດານັກວິເຄາະຂອງທັງເອີຣົບ ແລະ ອີຣານ ລ້ວນແຕ່ຖືວ່າ ນີ້ແມ່ນຄວາມມານະພະຍາຍາມສຳຄັນເພື່ອໃຫ້ບັນດາຝ່າຍຮັດແຄບໄລຍະຫ່າງ ກ່ອນທີ່ຈະມຸ່ງໄປເຖິງຄວາມເປັນເອກະພາບສຸດທ້າຍ. ສິ່ງທີ່ໜ້າສົນໃຈນັ້ນແມ່ນ ຄວາມມານະພະຍາຍາມນີ້ ໄດ້ຮັບການຊຸກຍູ້ ພາຍຫຼັງທີ່ບັນດາຝ່າຍກ່ຽວຂ້ອງພ້ອມກັນຍົກອອກການຕີລາຄາທີ່ຕັ້ງໜ້າກ່ຽວກັບວິວັດການເຈລະຈາຢູ່ ວຽນ, ປະເທດ ໂອຕາລິດ ໃນທັນທີ. ລະອຽດແມ່ນ, ວັນທີ 23 ມີນາ, ທ່ານລັດຖະມົນຕີການຕ່າງປະເທດ ອີຣານ Hossein Amir – Abdollahian ຖະແຫຼງວ່າ ໃກ້ຈະບັນລຸໄດ້ຄວາມເຫັນດີເປັນເອກະພາບຈາກເກືອບທຸກໆຝ່າຍເພື່ອເຊື່ອມຕໍ່ຂໍ້ຕົກລົງນິວເຄຼຍ ປີ 2015. ໃນວັນດຽວກັນ, ທ່ານ Jake Sullivan  ທີ່ປຶກສາດ້ານຄວາມໝັ້ນຄົງແຫ່ງຊາດ ອາເມລິກາ ກໍຢັ້ງຢືນວ່າ ການເຈລະຈາຄັ້ງຕ່າງໆກ່ຽວກັບການຟື້ນຟູຂໍ້ຕົກລົງນິວເຄຼຍ ບັນລຸໄດ້ຄວາມຄືບໜ້າສຳຄັນ. ກ່ອນໜ້ານັ້ນສອງວັນ, ທ່ານ Ned – Price ໂຄສົກທຳນຽບຂາວ ຖະແຫຼງວ່າ ວໍຊິງຕັນ ພ້ອມແລ້ວທີ່ຈະຍົກອອກ “ຂໍ້ຕົກລົງສຳຄັນ” ເພື່ອບັນລຸໄດ້ຂໍ້ຕົກລົງຟື້ນຟູ JCPOA.

        ທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Antony Blinken ສືບຕໍ່ຢືນຢັນຄວາມມານະພະຍາຍາມ ແລະ ຄວາມຕັດສິນໃຈຟື້ນຟູຂໍ້ຕົກລົງ JCPOA ໃນການຢ້ຽມຢາມພາກພື້ນ ຕາເວັນອອກກາງ ຄັ້ງພິເສດ. ໃນຂະນະນັ້ນ, ທ່ານ Ali Bagheri ຮອງລັດຖະມົນຕີການຕ່າງປະເທດ ອີຣານ ຮັບຜິດຊອບກ່ຽວກັບບັນຫາການເມືອງ ກໍໄດ້ຖະແຫຼງວ່າ ປະເທດນີ້ກໍມີຄວາມ “ຈິງຈັງ ແລະ ມີຄວາມຕັດສິນໃຈ” ທີ່ສຸດຕໍ່ການຊຸກຍູ້ການເຈລະຈາການຟື້ນຟູຂໍ້ຕົກລົງ JCPOA.

ການ​ເຈ​ລະ​ຈາ​ຟື້ນ​ຟູ​ຂໍ້​ຕົກ​ລົງ​ນິວ​ເຄຼຍ ອີ​ຣານ: ບັນ​ດາ​ຄວາມ​ຄືບ​ໜ້າ​ທີ່​ຕັ້ງ​ໜ້າ - ảnh 2ການເຈລະຈາກ່ຽວກັບຂໍ້ຕົກລົງ JCPOA (ພາບ: Reuters)
ຕ້ອງມີຄວາມມານະພະຍາຍາມຕື່ມອີກ

        ອາດເຫັນໄດ້ວ່າ ວິວັດການເຈລະຈາຟື້ນຟູຂໍ້ຕົກລົງ JCPOA ພວມມີຂໍ້ສະດວກຫຼາຍຢ່າງ, ໃນນັ້ນ ສຳຄັນທີ່ສຸດແມ່ນຄວາມຕັດສິນໃຈດ້ານການເມືອງສູງສຸດຂອງບັນດາຝ່າຍ, ພິເສດແມ່ນ ອາເມລິກາ ແລະ ອີຣານ. ຕາມວົງການນັກວິເຄາະແລ້ວ, ໃນສະພາບພູມີການເມືອງທົ່ວໂລກມີການເໜັງຕີງຢ່າງສັບສົນຄືໃນປັດຈຸບັນ, ການມຸ່ງໄປເຖິງຂໍ້ຕົກລົງແກ່ບັນຫານິວເຄຼຍ ອີຣານ ກໍຍິ່ງຮີບດ່ວນ ແລະ ມີຄວາມໝາຍກວ່າສຳລັບທຸກຝ່າຍ. ສຳລັບ ອາເມລິກາ, ການມຸ່ງໄປເຖິງຂໍ້ຕົກລົງທີ່ສາມາດນຳມາເຊິ່ງຜົນປະໂຫຍດຄວບຄູ່ນັ້ນແມ່ນ ທັງສ້າງຜົນງານທີ່ມີຄວາມໝາຍດ້ານການທູດໃຫ້ແກ່ທ່ານປະທານາທິບໍດີ ອາເມລິກາ Joe Biden ແລະ ພັກປະຊາທິປະໄຕ ໃນການເລືອກຕັ້ງກາງສະໄໝ ໃນໄລຍະຈະມາເຖິງ, ພ້ອມທັງຊ່ວຍ “ຫຼຸດຜ່ອນ” ການເພີ່ມຂຶ້ນຂອງລາຄາເຊື້ອເພີງ ທີ່ພວມຢູ່ໃນລະດັບສູງແບບບໍ່ເຄີຍມີມາກ່ອນ. ເພາະສະນັ້ນ, ການບັນລຸໄດ້ຜົນງານທາງການທູດທີ່ສຳຄັນ ກໍຄື ສາມາດຄວບຄຸມລາຄາເຊື້ອເພີງຢ່າງມີປະສິດທິຜົນໃນຈຸດເວລານີ້ ແນ່ນອນວ່າ ຈະນຳມາເຊິ່ງ “ການສະໜັບສະໜູນທີ່ດີ” ຈາກຜູ້ມີສິດເລືອກຕັ້ງ ອາເມລິກາ. ສ່ວນ ສຳລັບ ອີຣານ, ການຍົກເລີກມາດຕະການຂວ້ຳບາດທີ່ແກ່ຍາວໃນຫຼາຍປີຜ່ານມາ ຍາມໃດກໍແມ່ນເປົ້າໝາຍແຖວໜ້າ ເຊິ່ງປະເທດນີ້ມຸ່ງໄປເຖິງ. ໃນຖະແຫຼງການວັນທີ 27 ມີນາ, ອີກຄັ້ງໜຶ່ງ, ທ່ານລັດຖະມົນຕີການຕ່າງປະເທດ ອີຣານ Hossein Amir Abdollahian ໄດ້ຊີ້ແຈ້ງວ່າ ເລື່ອງ “ບັນລຸໄດ້ຜົນປະໂຫຍດທັງດ້ານເສດຖະກິດ ແລະ ຍົກເລີກຄຳສັ່ງລົງໂທດ” ແມ່ນບຸລິມະສິດແຖວໜ້າຂອງ ອີຣານ.

        ເປັນທີ່ຈະແຈ້ງແລ້ວວ່າ ໂອກາດ ແລະ ກຳລັງໜູນແກ່ການບັນລຸໄດ້ຂໍ້ຕົກລົງຟື້ນຟູ JCPOA ພວມມີຢູ່. ໄລຍະຫ່າງມຸ່ງໄປເຖິງຄວາມເຫັນດີເປັນເອກະພາບສຸດທ້າຍ ລະຫວ່າງບັນດາຝ່າຍຍັງບໍ່ໄກ. ເຖິງຢ່າງໃດກໍຕາມ, ຄວາມຈິງແລ້ວ ບັນດາຂໍ້ຕິດຂັດລະຫວ່າງບັນດາຝ່າຍ ເຖິງວ່າໄດ້ຮັບຖືວ່າແມ່ນບໍ່ຫຼາຍ ແລະ ບໍ່ໃຫຍ່ກໍຕາມ, ແຕ່ຍັງແມ່ນສິ່ງກີດຂວາງທີ່ບໍ່ແມ່ນເລື່ອງງ່າຍ. ໃນນັ້ນ, ບັນຫາສ້າງຄວາມໄວ້ເນື້ອເຊື່ອໃຈລະຫວ່າງ ອາເມລິກາ ແລະ ອີຣານ ຍັງໄດ້ຮັບຖືວ່າ ແມ່ນຮົ້ວກີດຂວາງໃຫຍ່ຫຼວງທີ່ສຸດ. ໃນຖະແຫຼງການໃນວັນທີ 27 ມີນາ, ທ່ານລັດຖະມົນຕີການຕ່າງປະເທດ ອີຣານ Hossein Amir Abdollahian ຖືວ່າ ເລື່ອງທີ່ ອາເມລິກາ ບໍ່ມີຂໍ້ຕົກລົງໃດທີ່ມີລັກສະນະການເມືອງເພື່ອຍົກເລີກຄຳສັ່ງລົງໂທດຄອບງຳຜົນປະໂຫຍດດ້ານເສດຖະກິດຂອງ ອີຣານ ພວມກີດກັ້ນທຸກຝ່າຍທີ່ເຂົ້າຮ່ວມການເຈລະຈາບັນລຸໄດ້ຂໍ້ຕົກລົງລວມ.  ກ່ຽວກັບຝ່າຍ ອາເມລິກາ, ວັນທີ 25 ມີນາ, ທ່ານ Jake Sullivan ທີ່ປຶກສາດ້ານຄວາມໝັ້ນຄົງແຫ່ງຊາດ ກ່າວເຕືອນວ່າ ການເຈລະຈານິວເຄຼຍ “ຍັງມີບາງບັນຫາທີ່ຄົງຄ້າງຢູ່” ແລະ ວໍຊິງຕັນ ຈະພ້ອມກັບບັນດາປະເທດສຳພັນທະມິດເພີ່ມທະວີກຳລັງກົດດັນຕໍ່ ເຕເຮຣານ ຖ້າຫາກວ່າ ມາດຕະການທາງການທູດຖືກປະລາໄຊ.

        ຄວາມຈິງດັ່ງກ່າວຮຽກຮ້ອງໃຫ້ແຕ່ລະຝ່າຍ ແລະ ທຸກຝ່າຍທີ່ກ່ຽວຂ້ອງ ຕ້ອງມານະພະຍາຍາມ ແລະ ສະແດງເຈດຕະນາດີຢ່າງແຮງກວ່າອີກ ນັບທັງໃນການເຈລະຈາ ກໍຄື ການກະທຳຕົວຈິງ./.

ຕອບກັບ

ຂ່າວ/ບົດ​ອື່ນ