ການເຈລະຈາສັນຍາ ປາຣີ - ສິລະປະຍຸດການພົວພັນຕ່າງປະເທດໃນຍຸກໂຮ່ຈິມິນ


(vovworld) - “ສັນຍາກ່ຽວ​ກັບ​ການ​ຢຸດຕິ​ສົງ​ຄາມ, ສ້າງສັນ​ຕິ​ພາບ​ຢູ່ ຫວຽດນາມ ຄືນ​ໃຫມ່” ​ໄດ້​ຮັບ​ການລົງນາມເມື່ອ​ວັນ​ທີ 27/1/1973 ຢູ່ ປາຣີ (ຫລື​ເອີ້ນ​ຫຍໍ້​ວ່າ ສັນຍາ​ປາຣີ) ພາຍຫລັງ​ບໍ່​ທັນ​ຮອ​ດ​ 1 ເດືອນ ນັບ​ແຕ່​ເມື​່ອ ອາ​ເມ​ລິ​ກາ ຢຸດຕິ​ການ​ຖີ້ມລູກ​ລະ​ເບີ​ດ​ໃສ່​ນະຄອນຫລວງ ຮ່າ​ໂນ້ຍ ​ແລະ ບັນດາ​ແຂວງ​ທາງ​ພາກ​ເຫນືອ ຫວຽດນາມ ດ້ວຍ​ເນື້ອ​ໃນ​ຕົ້ນຕໍ​ແມ່ນບັງຄັບ​ອາ​ເມ​ລີ​ກາ ຕ້ອງ​ຢຸດຕິ​ສົງ​ຄາມ, ຖອນ​ກຳລັງ​ທະຫານທັງ​ໝົດ​ອອກ​ຈາກ​ພາກ​ໃຕ້ ຫວຽດນາມ.

        ​ໃນ​ປະຫວັດສາດ​ແຫ່ງ​ການ​ຕໍ່ສູ້​ຕ້ານ​ສັດຕູ​ຜູ້​ຮຸກ​ຮານ​ຂອງ​ປະຊາຊົນ ຫວຽດນາມ, ບໍ່​ທັນ​ມີ​ການ​ເຈລະຈາ​ໃດ​ທີ່​ຖືກແກ່ຍາວ​ຄື​ດັ່ງ​ກອງ​ປະຊຸມ ປາ​ຣີ. ​ໃນ​​ໄລຍະ​ເກືອບ 5 ປີ, ດ້ວຍ​ວາລະປະຊຸມ​​ເປ​ີດ​ເຜີຍ 202 ຄັ້ງ ​ແລະ ການ​ພົບ​ປະ​ສະ​ເພາະ 24 ຄັ້ງ, ການ​ເຈລະຈາ ປາຣີ ​ແມ່ນ​ການ​ຕໍ່ສູ້​ທາງ​ພູມ​ປັນຍາ​ລະຫວ່າງ​ສອງ​ພື້ນຖານ​ການ​ທູດ ນັ້ນ​ແມ່ນ: ຫວຽດນາມ ​ແລະ ອາ​ເມ​ລິ​ກາ. ​ຫວນ​ຄືນ​ບົດບາດ​ທີ່​ຕັ້ງ​ຂອງ​ຫວຽດນາມ ນັບ​ແຕ່​ເມື່ອ​ກ້າວ​ເຂົ້າ​​ສູ່​ການ​ເຈລະຈາ​ຈົນ​ເຖິງ​ເວລາ ອາ​ເມ​ລິ​ກາ ​ລົງ​ນາມ​ໃນ​ສັນຍາ​ປາຣີ, ຮັບ​ຮູ້​ເອກະລາດ, ອະທິປະ​ໄຕ, ​​ເອກະ​ພາບ, ຜືນ​ແຜນ​ດິນ​ອັນ​ຄົບ​ຖ້ວນ​ຂອງ ຫວຽດນາມຢ່າງ​ສົມບູນ ​ແມ່ນມີ​ຄວາມ​ແຕກ​ຕ່າງ​ກັນ​ຫລາຍ​ຢ່າງ.ຈາກ​ປະ​ເທດ​ຖືກ​ສົງຄາມ​ທຳລາຍ​ຢ່າງ​ຮ້າຍ​ແຮງ, ສິ່ງ​ທີ່​ຫວຽດນາມ ນຳ​ມາ​ສູ່​ກອງ​ປະຊຸມ​ເຈລະຈາ​ ນັ້ນແມ່ນ​ຈິດໃຈ​ສູ້​ຮົບ​​ເພື່ອ​ຍາດ​ເອົາ​ໄຊຊະນະ, ​ເຈດ​ຈຳນົງອົງ​ອາດ​ກ້າຫານ, ຕໍ່ສູ້​ເພື່ອ​ຮັກສາ​ສັດຈະທຳ, ຍາດ​ເອົາ​ເອກະລາດ​ ​ເສລີພາບ​ມາ​ໃຫ້​ປະ​ເທດ​ຊາດ. ບັນດາ​ໄຊຊະນະ​ອັນ​ສະຫງ່າ​ລາສີ​ຢູ່​ສະຫນາມຮົບ ຫວຽດນາມ, ພິ​ເສດ ​ແມ່ນ​ການ​ຕໍ່ສູ້ຄັ້ງປະຫວັດສາດ ​ໃນ 12 ວັນ ​ແລະ ຄືນ​ຂອງບັ້ນ​ຮົບ “ດ້ຽນບຽນ​ຝູ ທາງ​ອາກາດ” ​​ເປັນ​ການ​ຕັດສິນ​ຊີ້​ຂາດ ​ເຮັດ​ໃຫ້​ອາ​ເມ​ລິ​ກາ ຕ້ອງ​​ເຊັນ​ສັນ​ຍາ​ຢຸດຕິ​ສົງຄາມ​ຢູ່ ຫວຽດນາມ. ​ໂດຍ​ແມ່ນ​ສະມາຊິກ​ຂອງ​ຄະນະ​ເຈລະຈາ, ທ່ານ ຫງວຽນ​ຄັກ​ຮູ່ນ (Nguyễn Khắc Huỳnh), ອະດີດ​​ເອກ​ອັກຄະ​ລັດຖະທູດ, ສະມາຊິກ​ຄະນະ​ຜູ້​ແທນ ສາທາລະນະ​ລັດ ປະຊາທິປະ​ໄຕ ຫວຽດນາມ ທີ່​ການ​ເຈລະຈາ ປາຣີ ກ່ຽວ​ກັບ ຫວຽດນາມ ຖື​ວ່າ:

        “ການ​ເຈລະຈາ ປາຣີ ​ແມ່ນ​ຍືດ​ເຍື້ອຍາວ​ນານ ​ແລະ ລຳບາກ​ກາກ​ກຳ ຍ້ອນ​ມັນ​ອີງ​ໃສ່​ສະພາບ​ການ​ຢູ່​ສະຫນາມຮົບ. ກອງທັບ ຫວຽດນາມ ຢູ່ ພາກ​ໃຕ້ຕ້ອງ​ຕີ​ເອົາ​ຊະນະ​ອາ​ເມ​ລິ​ກາ ການ​ເຈລະຈາ​ຈຶ່ງ​ປະສົບ​ຜົນສຳ​ເລັດໄດ້.  ການ​ເຈລະຈາ​ດັ່ງກ່າວ​ແມ່ນ​ການ​ຕໍ່ສູ້​ທາງ​ພູມ​ປັນຍາ. ”

ການເຈລະຈາສັນຍາ ປາຣີ - ສິລະປະຍຸດການພົວພັນຕ່າງປະເທດໃນຍຸກໂຮ່ຈິມິນ  - ảnh 1
ກອງປະຊຸມເຈລະຈາສັນຍາ ປາຣີ
ພາບ:qdnd.vn

        ​ໃນ​ປະຫວັດສາດ​​ແຫ່ງ​ການ​ປົກ​ປັກຮັກສາປະ​ເທດ​ ຫວຽດນາມ, ນີ້​ບໍ່​​ເປັນ​ຄັ້ງ​ທຳ​ອິດ, ທີ່ການ​ເຈລະຈາ​ທາງ​ການ​ທູດ ຫວຽດນາມ ​ໄດ້​ຮັບ​ໄຊຊະນະ​. ​ຖ້າ​ທຽບ​ໃສ່​ກັບ​ສົນທິສັນ​ຍາ​ເມື່ອ​ວັນ​ທີ 6/3/1946 ຫລື ສັນຍາ ​ເຊີ​ແນວ, ສັນຍາ ປາຣີ ສະ​ແດງ​ໃຫ້​ເຫັນ​ໄຊ​ຊະນະ​ທີ່​ຍິ່ງ​ໃຫຍ່ ​ແລະ ທ່າອ່ຽງຂອງ​ການ​ຕໍ່ສູ້​ຂອງ​ປະຊາຊົນ ຫວຽດນາມ ​ໃນ​ສະພາບ​ສາກົນ​ໃນ​ຄາວ​ນັ້ນ. ການ​ເຈລະຈາ, ການ​ຕໍ່ສູ້​ເພື່ອ​ພາ​ໄປ​ເຖິງ​ການ​ເຊັນ​ສັນຍາ​ປາຣີ ​ໄດ້​ສ່ອງ​ແສງ​ໃຫ້​ເຫັນ​ການຊີ້​ນຳ​ນຳພາ​ທີ່ປີ​ຊາ​ສາມາດ​ຂອງ​ພັກ​ກອມ​ມູນິດ ຫວຽດນາມ, ຂອງ​ປະທານ​ໂຮ່ຈິ​ມິນ ​ແລະ ພູມ​ປັນຍາ​ຂອງ​ພື້ນຖານ​ການ​ທູດ​ປະຕິວັດ ຫວຽດນາມ ຢ່າງ​ຄົບ​ຖ້ວນ ​ໂດຍ​ອີງ​ໃສ່​ຄວາມ​ເປັນທຳ. ຫວຽດນາມ ຍາດ​ແຍ່ງ​ການ​ຫນູນ​ຊ່ວຍ​ຈາກ ​ອະດີດໂຊ​ຫວຽດ, ຈີນ, ບັນດາ​ປະ​ເທດ​ສັງຄົມ​ນິຍົມ, ບັນດາ​ປະ​ເທດ​ບໍ່​ຮ່ວມ​ກຸ່ມ, ປະຊາຊົນ​ໂລກ ​ແລະ ຄວາມ​ຈິງ​ແມ່ນ ສ້າງ “​ແນວ​ໂຮມ​ປະຊາຊົນ​ໂລກ​ສະຫນັບສະຫນູນ ຫວຽດນາມ ຕ້ານ​ອາ​ເມ​ລິ​ກາ​ຜູ້​ຮຸກ​ຮານ”. ທ່ານ ຫວໍ​ວັນ​ຊຸງ, ອະດີດ​ຜູ້​ຊ່ວຍ​ວຽກ​ລັດຖະມົນຕີ​ການ​ຕ່າງປະ​ເທດ ຫວຽດນາມ, ອະດີດ​ເອກ​ອັກຄະ​ລັດຖະທູດ ຫວຽດນາມ ປະຈຳ ຝລັ່ງ ​ຖື​ວ່າ:

        “​ໄຊຊະນະ​ຂອງ​ສັນຍາ ປາຣີ ມີ​ສອງ​ບັນຫາ​ສຳຄັນ. ທີ​ຫນຶ່ງ ກ່ຽວກັບ​ດ້ານ​ການ​ພົວພັນ​ຕ່າງປະ​ເທດ ຕ້ອງ​ປືກສາ​ຫາລື, ປະຕິບັດ​ໃຫ້​ຖືກຕ້ອງ, ​ເຮັດ​ໃຫ້​ປະ​ເທດ​ເຈົ້າພາບ​ຂອງ​ສັນຍາ​ປາຣີ ​ແມ່ນ​ປະ​ເທດ​ຝລັ່ງ ຕ້ອ​ງ​​ເຫັນ​ດີ​ເຫັນ​ພ້ອມ​ກັບ ຫວຽດນາມ, ສະຫນັບສະຫນູນ ຫວຽດນາມ. ທີ​ສອງ ​ເຮັດ​ແນວ​ໃດ​ເພື່ອ​ໃຫ້​ປະຊາຊົນ​ໃນ​ໂລກ​ສະຫນັບສະຫນູນ ຫວຽດນາມ. ພິ​ເສດ, ​ໃນ 12 ວັນ ​ແລະ ຄືນຂອງ​ການ​ບຸກ​ໂຈມ​ຕີ​ທາງ​ອາກາດ​ທີ່​ຮ້າຍ​ແຮງ​ນັ້ນ ​ມື້​ໃດ ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ ຝລ່ັງ ກໍ​ມາ​ພົບ​ປະ​ກັບ​ຄະນະ​ຜູ້​ແທນ ຫວຽດນາມ ​​ເກັບ​ກຳ​ຂ່າວ​ຄາວ​ເພື່ອ​ມີທັດສະນະຖືກຕ້ອງ.”

        ​ໂດຍ​ແມ່ນ​ສະມາຊິກ​ໃນ​ຄະນະ​​ເຈລະຈາ​ໃນ​ຄາວ​ນັ້ນ, ​ເມື່ອ​ແລກປ່ຽນ​ກັບ​ນັກ​ຂ່າວ ວິທະຍຸ​ກະຈາຍ​ສຽງ ຫວຽດນາມ ​ເນື່ອງ​ໃນ​ໂອກາດ​ສະ​ເຫລີ​ມສະຫລອງ 40 ປີ​ແຫ່ງ​ວັນ​​ເຊັນ​ສັນຍາ​ປາ​ຣີ,  ທ່ານ ຫງວຽນ​ຄັກ​ຮູ່ນ ​ໄດ​້ຢຶນຢັນ​ວ່າ: ສັນຍາ​ປາຣີ ​ແມ່ນ​ໄຊຊະນະ​ສັງ​ລວມຂອງ​ການ​ທູດ​ປະຊາຊົນ ພາຍ​ໃຕ້​ການ​ນຳພາ​ຂອງ​ພັກ​ກອມ​ມູນິດ ຫວຽດນາມ ​ແລະ ການ​ສະຫນັບສະຫນູນ​ຂອງ​ເພື່ອນ​ມິດສາ​ກົນ.

        “ສັນຍາ​ປາຣີ ​ແລະ ການ​ເຈລະຈາ ປາຣີ ​ໄດ້​ຍົກ​ລະດັບ​ຄວາມ​ຮູ້​ຂອງ​ການ​ທູດ ຫວຽດນາມ ຂຶ້ນ​ທັດ​ທຽມກັບ​ລະດັບ​ສາກົນ, ປະກອບສ່ວນ​ພັດທະນາ​ການ​ທູດ ຫວຽດນາມ ທັດ​ທຽບ​ກັບ​ຍຸກ​ປະຈຸ​ບັນ. ພາ​ຍຫລັງ​ກອງ​ປະຊຸມ​ປາຣີ, ການ​ທູດ ຫວຽດນາມ ​​ເຂັ້ມ​ແຂງ​ກວ່າອີກ. ”

        40 ປີ​ພາຍ​ຫລັງ​ມື້​ເຊັນ​ສັນຍາ​ປາຣີ, ປະຈຸ​ບັນ ຫວຽດນາມ ມີ​ການ​ພົວພັນ​ທາງ​ການ​ທູດ​ກັບ 180 ປະ​ເທດ ​ແລະ ​ເຂດ​ແຄ້ວ​ນ, ​ແມ່ນ​ຄູ່​ຮ່ວມ​ມື​ກັບ​ຫລາຍ​ປະ​ເທດ​ຢ່າງ​ສະ​ເໝີພາບ, ​ແມ່ນ​ສະມາຊິກ​ຕັ້ງຫນ້າ ​ແລະ ມີ​ຄວາມ​ຮັບຜິດຊອບ​ຂອງ​ຫລາຍ​ອົງການ​ຈັດ​ຕັ້ງ​ຮ່ວມ​ມື​ຫລາຍ​ຝ່າຍ. ການ​ພົວພັນ ລະຫວ່າງຫວຽດນາມ ​ແລະ ອາ​ເມ​ລິ​ກາ ​ໄດ້​ກັບ​ຄືນ​ສູ່ຄວາມເປັນ​ປົກກະ​ຕິ​ ​ແລະ ພວມ​ກ້າວ​ເຂົ້າ​ສູ່​ເສັ້ນທາງ​ຮ່ວມ​ມື​ຍາວ​ນານ. ບັນດາ​ບົດຮຽນ​ກ່ຽວ​ກັບ​ເຈດ​ຈຳນົງ​ປົກ​ປັກ​ຮັກສາ​ເອກະລາດ, ອະທິປະ​ໄຕ​ແຫ່ງ​ຊາດ ​ແລະ ນ້ຳ​ໃຈ​ສາມັກຄີ​ສາກົນ​ທີ່​​ການ​ເຈລະຈາ​ສັນຍາ​ປາ​ຣີ​​ຄາວ​ນັ້ນ ມາ​ຮອດ​ປະຈຸ​ບັນຍັງ​ຄົງ​ຮັກສາ​ຄຸນ​ຄ່າ​ເໝືອນ​ເດ​ີມ ຍາມ​ໃດ​ຄົນ​ລຸ້ນຫລັງ​ສືບ​ທອດ, ​ເສີມ​ຂະຫຍາຍ ​ແລະ ສ້າງ​ເປັນ​ແນວ​ຄິດ​ການ​ທູດສັນຕິພາບ ​ແລະ ມິດຕະພາບ​ໃນ​ເງື່ອນ​ໄຂ​ໃຫມ່.


ຕອບກັບ

ຂ່າວ/ບົດ​ອື່ນ