ການເຈລະຈາສັນຕິພາບ ລັດເຊຍ - ຢູແກຼນ: ຍັງມີສິ່ງທ້າທາຍຫຼາຍຢ່າງ

(VOVWORLD) - ຊຸມມື້ຜ່ານມາ, ປະຊາຄົມສາກົນໄດ້ຮຽກຮ້ອງ ໃຫ້ລັດເຊຍ, ຢູແກຼນ ພ້ອມກັບບັນດາຝ່າຍກ່ຽວຂ້ອງໃນການປະທະກັນປະຈຸບັນຢູ່ ຢູແກຼນ ມຸ້ງໄປເຖິງຄຳສັ່ງຢຸດຍິງເນື່ອງໃນໂອກາດວັນບຸນ ຄຼິດສະມາດ ແລະ ປີໃໝ່ຈະມາເຖິງ, ຈາກນັ້ນ, ເປີດຊ່ອງທາງໃຫ້ແກ່ບັນດາການເຈລະຈາສັນຕິພາບມຸ່ງໄປເຖິງການຢຸດຕິສົງຄາມ.

ແຕ່ເຖິງຢ່າງໃດກໍ່ຕາມ, ຍ້ອນສະພາບຕົວຈິງໃນສະໜາມຮົບ ແລະ ສະພາບການສາກົນໃນປະຈຸບັນ, ແງ່ຫວັງບັນລຸໄດ້ຂໍ້ຕົກລົງຢຸດຍິງໄດ້ຮັບຖືວ່າ ຍັງມີສິ່ງທ້າທາຍຫຼາຍຢ່າງ, ຮຽກຮ້ອງຕ້ອງມີຄວາມມານະພະຍາຍາມກ່ວາອີກຈາກທຸກໆຝ່າຍທີ່ກ່ຽວຂ້ອງ ກໍ່ຄືປະຊາຄົມສາກົນ.

ເກືອບ 10 ເດືອນພາຍຫຼັງທີ່ ລັດເຊຍ ປຸກລະດົມບັ້ນຮົບການທະຫານພິເສດຢູ່ ຢູແກຼນ ໃນວັນທີ 24 ກຸມພາ, ສະຖານະການຂອງການປະທະກັນຢູ່ ຢູແກຼນ ຍັງສັບສົນຫຼາຍ.

          ສະພາບການທີ່ສັບສົນ

        ການປະທະກັນທີ່ນອງເລືອດລະຫວ່າງສອງຝ່າຍໄດ້ເກີດຂຶ້ນທຸກວັນຢູ່ສະໜາມຮົບຫຼາຍແຫ່ງ, ຢູ່ທັງ 4 ເຂດທີ່ປະກາດແຍກຕົວອອກຈາກ ຢູແກຼນ ແລະ ລັດເຊຍ ໄດ້ຕັດສິນໃຈໂຮມເຂົ້າກັນນັ້ນແມ່ນ Kherson, Zaporizhzhia ຢູ່ທາງພາກໃຕ້ ແລະ ເຂດ Donetsk, Lugansk ທາງທິດຕາເວັນອອກ.

ເປັນໜ້າສົນໃຈ, ຫວ່າງມໍ່ໆມານີ້, ກອງທັບ ລັດເຊຍ ໄດ້ຍູ້ແຮງການບຸກໂຈມຕີດ້ວຍເຮືອບິນບໍ່ມີຄົນຂັບ UAV ແລະ ລູກສອນໄຟໄລຍະໄກ ເຂົ້າບັນດາຮາກຖານພື້ນຖານໂຄງລ່າງພະລັງງານ, ໃນນັ້ນມີລະບົບໄຟຟ້າ ຢູ່ນະຄອນໃຫຍ່ຂອງ ຢູແກຼນ ເກືອບທັງໝົດ, ໄດ້ກໍ່ໃຫ້ເກີດສະພາບການຂາດແຄນແຫຼ່ງສະໜອງພະລັງງານທີ່ຮ້າຍແຮງສຳລັບປະຊາຊົນ ຢູແກຼນ ໃນລະດູໜາວທີ່ໜາວຈັດ.

ໃນສະພາບການນັ້ນ, ຝ່າຍຕາເວັນຕົກ ໄດ້ເພີ່ມທະວີການອຸປະຖຳດ້ານການເງິນ ແລະ ພິເສດແມ່ນຫຼາຍປະເພດອາວຸດໜັກທີ່ທັນສະໄໝໃຫ້ແກ່ກອງທັບ ຢູແກຼນ ຢ່າງຕໍ່ເນື່ອງ, ພ້ອມທັງໃຫ້ຄຳໝັ້ນສັນຍາຈະຮັກສາການອຸປະຖຳໄລຍະຍາວໃຫ່ແກ່ ກີແອບ. ການກະທຳນີ້ເຮັດໃຫ້ສະພາບການປະທະກັນລະຫວ່າງ ລັດເຊຍ - ຢູແກຼນ ນັບມື້ນັບຮ້າຍແຮງ, ຍາກທີ່ຄາດເດົາໄດ້. ສິ່ງດັ່ງກ່າວກໍ່ມີຄວາມໝາຍວ່າ ກາລະໂອກາດໃຫ້ແກ່ການເຈລະຈາສັນຕິພາບຍິ່ງມີສິ່ງທ້າທາຍ ຫຼື ຕ້ອງມີເວລາຕື່ມອີກໂດຍອີງໃສ່ສະພາບການຕົວຈິງໃນສະໜາມຮົບ.

ວັນບຸນຄຼິດສະມາດ ແລະ ປີໃໝ່ພວມຄ່ອຍໆວຽນມາ. ບັ້ນຮົບການທະຫານຍັງໄດ້ດຳເນີນໄປໝາຍຄວາມວ່າ ປະຊາຊົນ ຢູແກຼນ ນັບລ້ານໆຄົນ ພ້ອມກັບນາຍທະຫານນັບໝື່ນຄົນຂອງທັງ 2 ຝ່າຍຈະບໍ່ໄດ້ເຕົ້າໂຮມກັບຄອບຄົວໃນວັນບຸນຄຼິດສະມາດ ແລະ ປີໃໝ່. ແທນທີ່ນັ້ນ, ເຂົາເຈົ້າສືບຕໍ່ຕ້ອງປະເຊີນໜ້າກັບຄວາມສ່ຽງກາຍເປັນຜູ້ປະສົບເຄາະຮ້າຍຄົນຕໍ່ໄປຂອງລູກລະເບີດ ໃນບັນດາວັນບຸນສຳຄັນທີ່ສຸດໃນປີນີ້.

          ສິ່ງທ້າທາຍ ແລະ ແງ່ຫວັງ

        ຕໍ່ໜ້າສະພາບຕົວຈິງນັ້ນ, ໄລຍະຜ່ານມາ, ປະຊາຄົມສາກົນໄດ້ກະຕຸກຊຸກຍູ້ລັດເຊຍ ແລະ ຢູແກຼນ ພ້ອມກັບບັນດາຝ່າຍທີ່ກ່ຽວຂ້ອງອື່ນໆມຸ່ງໄປເຖິງຄຳສັ່ງຢຸດຍິງໃນໂອກາດວັນບຸນຄຼິດສະມາດ ແລະ ປີໃໝ່ຈະມາເຖິງຢ່າງຕໍ່ເນື່ອງ. ຫຼ້າສຸດ ແລະ ເປັນໜ້າສົນໃຈສຸດນັ້ນແມ່ນ ໃນຈຳນວນຄຳຮຽກຮ້ອງນີ້ມີຄຳຮຽກຮ້ອງຂອງ ສັນທະປະປາ Francis, ຜູ້ນຳໜ້າໂບດ Vatican ໃນວັນທີ 14 ທັນວາ ຜ່ານມາ. ຕົ້ນອາທິດນີ້, ທ່ານປະທານາທິບໍດີ ຢູແກຼນ Volodymyr Zenlensky ກໍ່ຖືວ່າ ລັດເຊຍ ຄວນຖອນຕົວອອກຈາກ ຢູແກຼນ ກ່ອນວັນບຸນຄຼິດສະມາດ.

ແຕ່ເຖິງຢ່າງໃດກໍ່ຕາມ, ຄວາມສາມາດບັນລຸໄດ້ຂໍ້ຕົກລົງຢຸດຍິງໃນໂອກາດວັນບຸນ ຄຼິດສະມາດ ແລະ ປີໃໝ່ແມ່ນບໍ່ສູງປານໃດ. ໃນການຖະແຫຼງຂ່າວເມື່ອວັນທີ 14 ທັນວາ, ຢູ່ ມົດສະກູ, ເມື່ອໄດ້ຖາມວ່າ: ລັດເຊຍ ຈະພິຈາລະນາຄວາມອາດສາມາດຢຸດຍິງ ໃນໂອກາດວັນບຸນ ຄຼິດສະມາດ ຫຼື ປີໃໝ່ ຖ້າຫາກ ຢູແກຼນ ສະເໜີຫຼືບໍ່? ທ່ານ Dmitry Peskov, ໂຄສົກວັງ Kremlin ເວົ້າວ່າ “ບໍ່ມີຂໍ້ສະເໜີຄືແນວນັ້ນທີ່ມາຈາກບໍ່ວ່າຜູ້ໃດໆ, ຫົວຂໍ້ນີ້ບໍ່ນອນໃນໂຄງການດຳເນີນງານ” . ແລະກໍ່ໃນວັນດຽວກັນ, ທ່ານ John Kirby, ໂຄສົກສະພາຄວາມໝັ້ນຄົງແຫ່ງຊາດ ອາເມລິກາ ກໍ່ໃຫ້ຂໍ້ສັງເກດວ່າ: ດ້ວຍຂອບຂະໜາດ ບັ້ນຮົບພວມຖືກດຳເນີນໄປ, ຄວາມອາດສາມາດການປະທະກັນລະຫວ່າງ ລັດເຊຍ - ຢູແກຼນ ສິ້ນສຸດລົງໂດຍໄວແມ່ນຕ່ຳທີ່ສຸດ.

ໂດຍບໍ່ຫົວຊາຕໍ່ແງ່ຫວັງທີ່ຂາດຄວາມປະເອີບໃຈນັ້ນ, ຫາງສຽງສາກົນຍັງມີຄວາມເຊື່ອໝັ້ນການເຈລະຈາສັນຕິພາບ ເພື່ອຢຸດຕິການປະທະກັນລະຫວ່າງລັດເຊຍ ແລະ ຢູແກຼນ ຍັງມີກາລະໂອກາດ. ໜຶ່ງໃນບັນດາພື້ນຖານສຳຄັນໃຫ້ແກ່ຄວາມເຊື່ອໝັ້ນນັ້ນແມ່ນເລື່ອງສອງຝ່າຍໄດ້ເຈລະຈາ ແລະ ດຳເນີນບັນດາການແລກປ່ຽນສະເລີຍເສິກທີ່ບັນລຸຜົນສຳເລັດໃນໄລຍະຜ່ານມາດ້ວຍເລື່ອງສະເລີຍເສິກນັບຮ້ອຍຄົນໄດ້ມອບສົ່ງກັບຄືນປະເທດ. ການແລກປ່ຽນຫຼ້າສຸດໄດ້ດຳເນີນໃນວັນທີ 14 ທັນວາ ໃນຂະນະທີ່ ລັດເຊຍ ໄດ້ມອບສົ່ງ ຊະເລີຍເສິກ 65 ຄົນໃຫ້ແກ່ ຢູແກຼນ, ໃນນັ້ນມີພົນລະເມືອງ ອາເມລິກາ ຄົນໜຶ່ງ. ແຕ່ເຖິງຢ່າງໃດກໍ່ຕາມ, ຈຳນວນຊະເລີຍເສິກ ລັດເຊຍ ໂດຍ ຢູແກຼນ ແລກປ່ຽນແມ່ນບໍ່ທັນໄດ້ປະກາດເທື່ອ.

ແຕ່ສິ່ງທີ່ສຳຄັນກ່ວາໝູ່, ທັງ ລັດເຊຍ, ຢູແກຼນ ແລະ ຫຼາຍປະເທດມີຜົນປະໂຫຍດທີ່ກ່ຽວຂ້ອງ, ພິເສດແມ່ນ ເອີລົບ, ລ້ວນແຕ່ຮັບຮູ້ຢ່າງຈະແຈ້ງວ່າ ສົງຄາມຍິ່ງແກ່ຍາວ ຈະພາໃຫ້ເກີດຜົນເສຍຫາຍໃຫ້ແກ່ບັນດາຝ່າຍກ່ຽວຂ້ອງຍິ່ງໃຫຍ່ຫຼວງ, ບໍ່ວ່າໄຊຊະນະສຸດທ້າຍຈະຂຶ້ນກັບຝ່າຍໃດ. ແຕ່ວ່າ, ໃນບັນດາສະພາບການປະຈຸບັນ, ເພື່ອມຸ່ງໄປເຖິງຂໍ້ຕົກລົງຢຸດຍິງສຸດທ້າຍ, ມານະພະຍາຍາມ ແລະ ເຈດຕະນາດີຂອງບັນດາຝ່າຍໃນປະຈຸບັນແມ່ນບໍ່ທັນພຽງພໍເທື່ອ, ຫາກຕ້ອງຕັ້ງໜ້າຊຸກຍູ້ ແລະ ສະແດງອອກຢ່າງແຮງກ່ວາອີກໃນໄລຍະຈະມາເຖິງ./.

ຕອບກັບ

ຂ່າວ/ບົດ​ອື່ນ